ສະເຕັກ ໝໍ້ຂາງ
ຊາວ ຫວຽດນາມ ໄດ້ຮັບເອົາສິ່ງຍອດຍິ່ງ ຈາກອາຫານສາກົນ, ໃນນັ້ນ ເອົາສ່ວນປະກອບ ຂອງ ສະເຕັກ ປະສົມກັບໝໍ້ຂາງ ຈະສ້າງເປັນລາຍການອາຫານ ສະເຕັກໝໍ້ຂາງ ທີ່ເຕັມໄປດ້ວຍ ຄວາມຮູ້ສຶກ ໃນຄວາມຍອດຍິ່ງ ຂອງ ອາຫານ ຫວຽດ.
ທ່ານນາງ ເລທິຮົ່ງຮວາ ມີຕົ້ນກຳເນີດຢູ່ ເຫວ້ ໄດ້ຢຶດໝັ້ນກັບອາ ຊີບເຮັດສະເຕັກ ໝໍ້ຂາງ ແລະ ເປີດຮ້ານຄ້າຢູ່ ຮ່າໂນ້ຍ ມາເປັນເວລາ 40 ກວ່າປີແລ້ວ. ນາງ ຮວາ ແບ່ງປັນວ່າ ສ່ວນປະກອບ ເພື່ອເຮັດລາຍການອາຫານ ສະເຕັກ ໝໍ້ຂາງ ປະກອບມີ: ຊີ້ນງົວ, ໄຂ່ດາວ, ມັນຝຣັ່ງຈືນ, ຊີໝ້າຍ, ໝາກເລັ່ນ ແລະ ຜັກບົ່ວຂຽວ. ກ່ອນຈະປຸງແຕ່ງ, ພໍ່ຄົວ ຕ້ອງເລືອກເອົາຊີ້ນງົວສົດທີ່ສຸດ ແລະ ປຸງແຕ່ງດ້ວຍເຄື່ອງເທດ ຫວຽດນາມ. ອາຫານນີ້ ກິນແກ້ມກັບ ຜັກສະຫຼັດ, ໝາກແຕງ ແລະ ເຂົ້າຈີ່. ເມື່ອເອົາໝໍ້ຂາງ ໃສ່ເຕົາປີ້ງ, ຊີ້ນງົວສະເຕັກສຸກ ສົ່ງກິ່ນຫອມ ເຈືອປົນເຂົ້າກັບກິ່ນຫອມ ຂອງ ໄຂ່ດາວ.
ໝໍ້ກະທະ ສະເຕັກ ຖືກວາງຢູ່ຕໍ່ໜ້າຜູ້ຮັບປະທານອາຫານ ແລະ ຍັງໄດ້ຍິນສຽງຊີ້ນງົວ ທີ່ດັງຢູ່ໃນໝໍ້ຂາງ. ສີເຫຼືອງ ຂອງ ມັນ ຝຣັ່ງຈືນ, ສີແດງ ຂອງ ໝາກເລັ່ນ, ສີຂຽວຂອງຜັກບ່ົວຂຽວ ຖືກຈັດວາງ ຢູ່ໃນໝໍ້ຂາງ ຮູບໂຕງົວ ເບິ່ງເປັນທີ່ ຈັບຕາຈັບໃຈທີສຸດ.

ທີ່ຢູ່ຮ້ານອາຫານ:
* 18 ຖະໜົນຮ່າງກອດ, ເມືອງ ຮ່ວານກ໋ຽມ, ຮ່າໂນ້ຍ. ໂທລະສັບ: 0247.303.2882
* 52 ຖະໜົນ ເລຫງອກເຮິນ-ຮ່ວາໝ໊າ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ. ເບີໂທ: 024.3 978 2251
* 107 ຖະໜົນ ວັນກາວ, ເມືອງ ບາດິ່ງ, ຮ່າໂນ້ຍ. ເບີໂທ: 024.3 762 4317
* 71 ຖະໜົນ ເຈິ່ນຢຸຍຮຶງ, ເມືອງ ເກົ່າໄຢ໋, ຮ່າໂນ້ຍ. ເບີໂທ: 024.3 555 8464
ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ບິກລຽນ