ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ຜູ້ນຳທ່ີອົງອາດກ້າແກ່ນ, ອຸທິດຕະຫຼອດທັງຊີວິດ ເພື່ອປະເທດຊາດ, ເພື່ອປະຊາຊົນ

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ຜູ້ນຳທ່ີອົງອາດກ້າແກ່ນ, ອຸທິດຕະຫຼອດທັງຊີວິດ ເພື່ອປະເທດຊາດ, ເພື່ອປະຊາຊົນ

 
 ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ເປັນຜູ້ມີສະຕິ ປັນຍາທ່ີສູງສົ່ງ, ມີຄວາມສາມາດ ອັນຍອດຍິ່ງ ຂອງ ການປະຕິວັດ ຫວຽດນາມ, ເປັນນັກແນວຄິດ, ນັກວັດທະນະທຳ, ເປັນຄັນທຸງທິດສະດີ ຂອງພັກ, ຜູ້ສືບທອດ ທີ່ດີເລີດ ໄດ້ໃຜ່ຫາຄວາມຮູ້, ປະຕິບັດຕາມແນວຄິດ, ຈັນຍາບັນ, ແບບແຜນ ຂອງ ປະທານ ໂຮ່ຈີມິນ ຢ່າງບ່ໍຢຸດຢັ້ງ, ໄດ້ອຸທິດຕະ ຫຼອດທັງຊີວິດ ຂອງຕົນ ເພື່ອພາລະກິດປະຕິວັດ ຂອງ ພັກ ແລະ ປະເທດຊາດ ຫວຽດນາມ, ຕະຫຼອດທັງຊີວິດ ຂອງ ເພິ່ນ ແມ່ນເພື່ອປະເທດຊາດ ແລະ ປະຊາຊົນ.
 

 ໂດຍການເຄື່ອນໄຫວຢ່າງຕໍ່ເນື່ອງເປັນເວລາກວ່າ 55 ປີ, ໄດ້ຝຶກຝົນ ຫຼໍ່ຫຼອມ ໃນສະພາບຕົວຈິງ ຂອງການປະຕິວັດ, ດ້ວຍວິໄສທັດຍຸດທະສາດ, ຈິນຕະນາການ ທ່ີແຫຼມຄົມ, ຕິດພັນ ຢ່າງແໜ້ນແຟ້ນ ກັບການສະຫຼຸບສະພາບຕົວຈິງ, ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພ້ອມກັບໝູ່ຄະນະ ບໍລິຫານງານ ສູນກາງພັກ ໄດ້ໝູນໃຊ້, ພັດທະນາ ຢ່າງມີຫົວຄິດປະດິດສ້າງ ລັດທິ ມາກ-ເລນິນ, ແນວຄິດ ໂຮ່ຈີມິນ, ກໍ່ສ້າງພັກ ໃຫ້ນັບມື້ນັບປອດໃສ, ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ; ສ້າງລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ ຂອງ ປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ເພີ່ມເຕີມ, ເຮັດໃຫ້ ສົມບູນແບບ ແລະ ຊີ້ນຳ ປະຕິບັດ ຢ່າງມີໄຊ ແນວທາງປ່ຽນແປງໃໝ່, ສ້າງສາປະເທດ ຫວຽດນາມ “ບໍ່ມີຍາມໃດ ມີພາລະກິດ ອັນໃຫຍ່ຫຼວງ, ກຳລັງແຮງບົ່ມຊ້ອນ, ອິດທິພົນ ຊື່ສຽງ ແລະ ຖານະບົດບາດ ໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ຄືໃນທຸກວັນນີ້”.


 ຕະຫຼອດຊີວິດ ແຫ່ງການເຄື່ອນໄຫວ ປະຕິວັດ ຂອງຕົນ, ວຽກງານພັກ ແລະ ກໍ່ສ້າງພັກ ໄດ້ຖືເປັນທີ່ຕັ້ງສຳຄັນພິເສດ ຕໍ່ສະຫາຍ ຫງວຽນຝູ໋ຈ້ອງ. ໂດຍໝູນໃຊ້ແນວຄິດ ໂຮ່ຈີມິນ ວ່າດ້ວຍການກໍ່ສ້າງ ພັກ ຢ່າງມີຫົວຄິດປະດິດສ້າງ, ສະຫາຍ ຫງວຽນຝູ໋ຈ້ອງ ໄດ້ຄົ້ນຄວ້າ ຢ່າງເລິກເຊິ່ງເຮັດໃຫ້ຈະແຈ້ງ ເນື້ອແທ້ຂອງພັກ, ບົດບາດຂອງພັກ ໃນຂະບວນວິວັດ ແຫ່ງການປ່ຽນແປງໃໝ່ ຂອງ ປະເທດຊາດ, ກໍ່ສ້າງ ພັກ ກຳອຳນາດ ຈາກການປ່ຽນແປງໃໝ່ ໃນພຶດຕິກຳຕົວຈິງຢູ່ ຫວຽດນາມ. ແຕ່ນັ້ນມາ, ສະ ຫາຍ ແລະ ຄະນະບໍລິຫານງານສູນກາງ ໄດ້ວາງແຜນກຳນົດ ແລະ ນຳ ພາການປະຕິບັດ ບັນດານະໂຍບາຍ ຍຸດທະສາດ ກ່ຽວກັບການກໍ່ສ້າງ, ປັບປຸງພັກ ຢ່າງສຳເລັດຜົນ; ເດັດດ່ຽວ, ຢຶດໝັ້ນ ຕໍ່ສູ້ຕ້ານລັດທິບຸກຄົນ, ຕ້ານການທົດຖອຍ, ເສື່ອມເສຍໃນພັກ, ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ ໄປຄຽງຄູ່ກັບ ການຝຶກຝົນຫຼໍ່ຫຼອມ ສິນທຳປະຕິວັດ, ຄຸນນະທາດ,  ສະຕິປັນຍາ, ລັກສະນະ ປະຈັນບານ ຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍ ມູນເຊື້ອອັນດີງາມ, ການພົວພັນຢ່າງໃກ້ຊິດ ສະໜິດແໜ້ນ ກັບປະຊາຊົນ. ພາຍໃຕ້ການນຳພາ ຂອງ ພັກ, ໂດຍສະຫາຍເລຂາ ທິການໃຫຍ່ ຫງວຽນຝູ໋ຈ້ອງ ເປັນຜູ້ນຳໜ້າ, ພັກເຮົາໄດ້ສະແດງໃຫ້ເຫັນ ຄຸນທາດ, ສະຫຼາດສ່ອງໃສ, ນຳພາທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຍາດໄດ້ຜົນງານ ອັນໃຫຍ່ຫຼວງ ຫຼາຍຢ່າງ ໃນຂະບວນວິວັດແຫ່ງການປ່ຽນແປງໃໝ່ ຂອງປະເທດຊາດ, ເອົາຊະນະທຸກກົນອຸບາຍ ຕ້ານ ແລະ ທຳລາຍ ຂອງບັນດາອິດທິກຳລັງ ປໍລະປັກ, ສ້າງສັງຄົມທີ່ມີ “ສິນທຳ ແລະ ອາລະຍະທໍາ” ຢ່າງແທ້ຈິງ.

ໃນຖານະປະທານສະພາແຫ່ງຊາດ ແລະ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຍາມໃດສະຫາຍ ກໍມີຄວາມເປັນຫ່ວງເປັນຫ່ວງໄຍ ກັບບັນຫາກໍ່ສ້າງລັດແຫ່ງອຳນາດ ນິຕິບັນຍັດ ສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ. ພາຍໃຕ້ການນຳພາ ຂອງ ສະຫາຍ ຫງວຽນຝູ໋ຈ້ອງ, ເປັນຄັ້ງທຳອິດ ພັກເຮົາ ໄດ້ປະກາດໃຊ້ ມະຕິຕົກລົງ ກ່ຽວກັບ ການສືບຕໍ່ ກໍ່ສ້າງສາ ແລະ ເຮັດໃຫ້ສົມບູນແບບ ລັດແຫ່ງອຳ ນາດກົດໝາຍ ສັງຄົມນິຍົມ ຫວຽດນາມ ໃນໄລຍະໃໝ່, ກຳນົດເປົ້າ   ໝາຍ “ເຮັດໃຫ້ສົມບູນແບບ ລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ ຫວຽດນາມ ຂອງ ປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ນຳພາໂດຍພັກກອມມູນິດ ຫວຽດນາມ; ມີລະບົບກົດໝາຍ ທີ່ສົມບູນແບບ, ໄດ້ຮັບການປະຕິບັດ ຢ່າງເຂັ້ມງວດ ແລະ ສະເໝີຕົ້ນສະເໝີປາຍ; ເຄົາລົບລັດຖະທຳມະນູນ ແລະ ກົດໝາຍ, ເຄົາລົບ, ຮັບປະກັນ, ປົກປ້ອງສິດທິມະນຸດ, ສິດພົນລະເມືອງ ຢ່າງມີປະສິດທິຜົນ; ອຳນາດລັດ ເປັນເອກະພາບ, ຖືກມອບໝາຍຢ່າງຈະແຈ້ງ, ສົມທົບກັນຢ່າງແໜ້ນແຟ້ນ, ຄວບຄຸມຢ່າງມີປະສິດທິຜົນ; ການບໍລິຫານ, ຍຸຕິທຳມືອາຊີບ, ອຳນາດກົດໝາຍ, ທັນສະໄໝ; ອົງການຈັດຕັ້ງພັກ ແລະ ກົງຈັກ ລັດກະທັດລັດ, ປອດໃສ, ການດຳເນີນງານມີຄຸນສັກສິດ ແລະ ມີປະສິດທິຜົນ; ຖັນແຖວ ພະນັກງານ, ລັດຖະກອນ ມີຄຸນສົມບັດ, ຄວາມສາມາດພຽງພໍ, ມີວິຊາຊີບຢ່າງຈິງຈັງ, ຊື່ກົງບໍລິສຸດ; ການບໍລິຫານແຫ່ງຊາດ ທີ່ທັນສະໄໝ ແລະ ມີປະສິດທິຜົນ; ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງ ການພັດທະນາ ປະເທດຊາດ ຢ່າງວ່ອງໄວ ແລະ ຍືນຍົງ, ກາຍເປັນປະ ເທດພັດທະນາທີ່ມີລາຍຮັບສູງ ຕາມທິດ ສັງຄົມນິຍົມ ໃນປີ 2045”.

ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພ້ອມກັບ ປະຊາຊົນບ້ານ ເຖື້ອງດ້ຽນ, ຕາແສງ ວິງກວາງ, ເມືອງ ຫວິ໊ງບ໋າວ ໃນງານບຸນ ມະຫາສາມັກຄີ ທົ່ວປວງຊົນທັງຊາດ ນະຄອນ ຫາຍຟ່ອງ (ວັນທີ 15 ພະຈິກ 2017). ພາບ: VNA

ໂດຍເຊື່ອມຊຶມແນວຄິດ ໂຮ່ຈີມິນ, ຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບທີ່ຕັ້ງ ແລະ ພາລະບົດບາດສຳຄັນ ຂອງ ວັດທະນະທຳ “ວັດທະນະທຳ ແມ່ນ ຈິດວິນຍານ ຂອງ ປະເທດຊາດ”, “ຖ້າຫາກມີວັດທະນະທຳ, ປະເທດຊາດຈະຍັງຄົງຕົວ”, ນັກວັດທະນະທຳ ຫງວຽນຝູ໋ຈ້ອງ, ຜູ້ນຳທີ່ດີເດັ່ນ ດ້ານວັດທະນຳ ຂອງ ພັກ ໄດ້ທຸ້ມເທເຫື່ອແຮງຢ່າງຕັ້ງໜ້າ ເພື່ອການກໍ່ສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ ແລະ ເຕັມໄປດ້ວຍສີສັນລັກສະນະຊາດ, ເປັນພື້ນຖານ ທາງດ້ານຈິດໃຈຂອງສັງຄົມຢ່າງແທ້ຈິງ, ເປັນກຳລັງແຮງພາຍໃນ, ເປັນກຳລັງຜັກດັນອັນສຳຄັນ ຂອງ ການພັດທະນາ ປະເທດຊາດ. ພາຍໃຕ້ການນຳພາຂອງສະຫາຍ ຫງວຽນຝູ໋ຈ້ອງ, ບັນດາເອກະສານ ຂອງ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ກ່າວເຖິງຂົງເຂດ ວັດທະນະທຳ ຢ່າງຮອບດ້ານ ແລະ ເລິກ ເຊິ່ງ; ກອງປະຊຸມໃຫຍ່ ວັດທະນະທຳ ແຫ່ງຊາດ ພາຍຫຼັງກວ່າ 70 ປີ ແມ່ນຂີດໝາຍ ສະໜິດຕິດພັນ ແນວຄິດ ແລະ ການກະທຳຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ ເສີມຂະຫຍາຍຢ່າງແຂງແຮງ ບົດບາດ ຂອງ ວັດທະນະທຳ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປະຕິບັດ ຄວາມມຸ່ງມາດປາດຖະໜາ ພັດທະນາປະເທດຊາດ ໃຫ້ຈະ ເລີນຮຸ່ງ ເຮືອງສີວິໄລ, ມີຄວາມຜາສຸກ.

ດ້ວຍສາຍຕາການເມືອງ ທີ່ເລິກເຊິ່ງ ແຫຼມຄົມ ແລະ ແນວຄິດຍຸດທະສາດ, ສະຫາຍ ຫງວຽນຝູ໋ຈ້ອງ ແລະ ຄະນະບໍລິຫານງານ ສູນກາງພັກ ໄດ້ຜັນຂະຫຍາຍ ແນວຄິດ ການຕ່າງປະເທດ ຂອງ ຫວຽດນາມ, ສະ ຫຼຸບພຶດຕິກຳຕົວຈິງ ແລະ ສ້າງຮູບແບບ “ການທູດ ໄມ້ໄຜ່”; ການສ້າງ ແລະ ພັດທະນາ ວຽກງານການຕ່າງປະເທດ ແລະ ການທູດ ຂອງ ຫວຽດນາມ ທີ່ເຂັ້ມຂົ້ນໄປດ້ວຍສີສັນ “ໄມ້ໄຜ່ ຫວຽດນາມ”. ພາຍໃຕ້ການນຳພາຂອງ ພັກ ແລະ ໂດຍກົງຈາກ  ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ລັກສະນະຈຳເພາະ ຂອງ “ການທູດໄມ້ໄຜ່” ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ, ສ້າງຈຸດຫັນປ່ຽນ ມີລັກສະນະປະຫວັດ ສາດ ແລະ ປ່ຽນແປງ ດ້ານຄຸນນະພາບ ໃນການພົວພັນລະຫວ່າງ ຫວຽດນາມ ກັບບັນດາ ຄູ່ຮ່ວມມືສຳຄັນ. ຍັງບໍ່ເຄີຍມີຍາມໃດ, ຖານະບົດບາດ, ອິດທິພົນ ຊື່ສຽງ ແລະ ຮູບພາບຂອງ ຫວຽດນາມ ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື, ສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ທ່ີພົ້ນເດັ່ນ ໃນເວທີສາກົນ  ຄືປັດຈຸບັນ ແລະ ຍັງບໍ່ມີຍາມໃດ ຫວຽດນາມເຊື່ອມໂຍງຢ່າງກວ້າງຂວາງ, ເລິກເຊິ່ງ ເຂົ້າກັບ ພື້ນຖານເສດຖະກິດ ໂລກ, ພື້ນຖານດ້ານການເມືອງສາກົນ ແລະ ພື້ນຖານອາລະຍະທຳ ຂອງ ມວນມະນຸດຢ່າງເລິກເຊິ່ງຄືປັດຈຸບັນ.

ສະຫາຍ ​​ເລຂາທິການ​ໃຫຍ່ ຫງວຽນຝູ໋ຈ້ອງ ​ໄດ້​ພົບ​ປະ​ກັບ​ປະຊາຊົນ ​ນະຄອນ ຮ່າ​ໂນ້ຍ ຢູ່​ເຂດ​ອະນຸສາວະລີ ຫຼີຖ໋າຍໂຕ໋ ໃນຕອນ​ຄ່ຳ​ ວັນ​ທີ 15 ກຸມພາ 2018 (​ຄືນສົ່ງທ້າຍປີເກົ່າ ຕ້ອນຮັບ ປີໃໝ່​ ປີຈໍ). ພາບ: VNA

ໃນໄລຍະ ຮັບຜິດຊອບຄວບຕຳແໜ່ງເປັນປະທານປະເທດ, ປະທານ ສະພາ ປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ຜູ້ບັນຊາການສູງສຸດ ບັນ ດາກຳລັງ ປະກອບອາວຸດ ປະຊາຊົນ, ສະຫາຍ ຫງວຽນຝູ໋ຈ້ອງ ຍາມໃດ ກໍ່ເອົາໃຈໃສ່ຕໍ່ ກອງທັບ; ຕຳຫຼວດ; ເອົາໃຈໃສ່ກໍ່ສ້າງ ກອງທັບ, ຕຳຫຼວດ ໃຫ້ໝັ້ນຄົງເຂັ້ມແຂງ, ສາມັກຄີ ແລະ ຕິດພັນກັນ. ສະຫາຍ ໄດ້ຕັກເຕືອນ ກຳລັງປະກອບອາວຸດ ຢູ່ສະເໝີວ່າ ຕ້ອງເຊື່ອມຊຶມ, ສຶກສາ, ປະຕິບັດຕາມແນວຄິດ, ຈັນຍາບັນ, ແບບຢ່າງ ໂຮ່ຈີມິນ, ຖື “ກຽດສັກສີ ແມ່ນສິ່ງສັກສິດທີ່ສຸດ”, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ຢ່າງສຸດໃຈ, “ອີງ ໃສ່ ປະຊາຊົນ ໃນການເຮັດວຽກ”, “ຕ້ອງມີຄວາມ ຈົ່ງຮັກພັກດີ, ເຄົາລົບນັບຖື, ຮັກແພງປະຊາຊົນ”, ໃກ້ຊິດຕິດພັນ ກັບປະຊາຊົນ, ຕ້ອງເຮັດໃຫ້ປະຊາຊົນ ມີຄວາມເຊື່ອໝັ້ນ ແລະ ຊ່ວຍເຫຼືອຫຼາຍກວ່າເກົ່າ. ພາຍໃຕ້​ການ​ຊີ້​ນຳ​ພາ ​ຂອງ​ພັກ ແລະ ໂດຍ​ກົງ​ຈາກ ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ, ​ວຽກ​ງານ​ກໍ່ສ້າງ ​ກຳລັງ​ປະກອບ​ອາວຸດ ​ທີ່​ກະທັດລັດ, ເຂັ້ມແຂງ, ໃສສະອາດ ​ແລະ ໝັ້ນຄົງ​, ຕອບ​ສະໜອງ ​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ ວຽກ​ງານ ​ໃນ​ສະພາບ​ການ​ໃໝ່​ ບັນລຸ​ຜົນທີ່ສໍາຄັນຫຼາຍຢ່າງ; ກໍາລັງ​ຕຳຫຼວດ, ກຳລັງກອງທັບ ​ເປັນ​ເອກະ​ພາບ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເປັນ​ດາບ ​ແລະ ​ໂລ່, ເປັນສອງ​ປີກ​ນົກ, ທັງປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ເພື່ອ​ການພັດທະນາ​ ປະ​ເທດ​ຊາດ. ​

ສະຫາຍ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນຝູ໋​ຈ້ອງ ໄດ້ໄປ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ ​ໃຫ້​ພໍ່ເຖົ້າ ຮວ່າງ​ວັນ​ບ໋າວ (ຜູ້ເປັນ​ສັກ​ຂີ​ພິ​ຍານ​ ​ປະ​ຫວັດ​ສາດ ​ຢູ່​ກອງ​ປະ​ຊຸມ​ໃຫຍ່ ​ຜູ້​ແທນ​ ທົ່ວ​ປະ​ເທດ ​ຄັ້ງ​ທີ 2 ຂອງ​ພັກ) ຢູ່​ຕາ​ແສງ ກິມບິ່ງ, ເມືອງ ຈຽມຮ໋ວາ, ແຂວງ ຕວຽນກວາງ, ວັນ ທີ 28 ມັງກອນ 2011. ພາບ: VNA 

ບຸກທະລຸ ໃນແນວຄິດຂອງສະຫາຍ ຫງວຽນຝູ໋ຈ້ອງ ແມ່ນປະຊາຊົນ, ແມ່ນມະນຸດ, ແມ່ນທຸ້ມເທ ຮັບໃຊ້ປະຊາຊົນ, ຖືປະຊາຊົນເປັນເຈົ້າ ແລະ ເປັນໃຈກາງ ຂອງ ຂະບວນວິວັດແຫ່ງການປ່ຽນແປງໃໝ່. ກ່ຽວກັບພັກ, ສະຫາຍ ຢືນຢັນວ່າ: “ພັກເຮົາ ຕ້ອງມີຄວາມຮັບຜິດ ຊອບສູງສຸດ ຕໍ່ປະຊາຊົນ, ເບິ່ງແຍງຊີວິດ ທາງດ້ານວັດຖຸ ແລະ ຈິດໃຈ ຂອງ ປະຊາຊົນ”; “ແນວທາງຂອງພັກ ທ່ີບໍ່ສະທ້ອນເຖິງຜົນປະໂຫຍດ ຂອງ ປະຊາຊົນ, ຂອງປະເທດຊາດ, ບໍ່ສອດຄ່ອງ ກັບກົດເກນປ່ຽນແປງ ກ້າວໜ້າ ຂອງ ປະຫວັດສາດ, ແມ່ນແນວທາງ ທີ່ຜິດພາດ”, “ການຕິດແທດກັບປະຊາຊົນ ຢ່າງແໜ້ນແຟ້ນ ແມ່ນກົດເກນແຫ່ງການຄົງຕົວ, ພັດທະນາ ແລະ ການເຄື່ອນໄຫວ ຂອງພັກ,  ເປັນປັດໄຈຕັດສິນ ສ້າງກຳລັງແຮງຂອງພັກ”. ວິເຄາະ ຄວາມແຕກຕ່າງ ລະຫວ່າງ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະ ລັດແຫ່ງອຳນາດກົດໝາຍທຶນນິຍົມ, ສະຫາຍ ໄດ້ກ່າວ ຢ່າງຈະແຈ້ງວ່າ “ລັດ ແຫ່ງອຳນາດກົດໝາຍ ສັງຄົມນິຍົມ ມີເນື້ອແທ້ ແຕກຕ່າງກັບ ລັດ ແຫ່ງອຳນາດກົດໝາຍທຶນນິຍົມ ຢູ່ບ່ອນວ່າ: ອຳນາດກົດໝາຍ ພາຍໃຕ້ລະບອບທຶນນິຍົມ ຕົວຈິງເປັນເຄື່ອງມື ປົກປັກຮັກສາ ແລະ ຮັບໃຊ້ຜົນປະໂຫຍດ ຂອງ ຊົນຊັ້ນທຶນນິ ຍົມ, ໃນຂະນະລັດ ແຫ່ງອຳນາດ ກົດໝາຍ ພາຍໃຕ້ລະບອບສັງຄົມນິຍົມ ເປັນເຄື່ອງມື ສະແດງອອກ ແລະ ປະຕິບັດສິດເປັນເຈົ້າ ຂອງປະຊາ ຊົນ, ຮັບປະກັນ ແລະ ປົກປັກຮັກສາຜົນປະໂຫຍດ ຂອງ ປະຊາຊົນ ເປັນສ່ວນຫຼາຍ”. ກ່ຽວ​ກັບເສດຖະກິດ​ ການ​ຕະຫຼາດ ​ສັງຄົມ​ນິຍົມ, ສະຫາຍ​ ໄດ້​ສະຫຼຸບ​ວ່າ: “ຄຸນລັກສະນະສະເພາະພື້ນຖານ, ຄຸນລັກ ສະນະ​ອັນ​ສຳຄັນ ​ຂອງ ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ​ ໃນ​ເສດຖະກິດການ​ຕະຫຼາດ​ ຢູ່​ປະ​ເທດ​ເຮົາ​ ແມ່ນ​ຕ້ອງເຮັດໃຫ້​ເສດຖະກິດ ​ ຕິດພັນກັບ​ສັງ ຄົມ, ​ເຊື່ອມ​ໂຍງ​ເສດຖະກິດ ​ກັບ​ນະ​ໂຍບາຍ​ສັງຄົມ, ການ​ເຕີບ​ໂຕ​ເສດ ຖະກິດ ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ ​ໃນຕະຫຼອດ ຂະບວນການພັດທະນາ”, “​ແຕ່​ລະ​ນະ​ໂຍບາຍ​ເສດຖະກິດ​ ລ້ວນ​ແຕ່​ ຕ້ອງ​ມຸ່ງ​ໄປ​ເຖິງ ​ຈຸດໝາຍ​ພັດທະນາ​ສັງຄົມ..., ຊຸກຍູ້ ສ້າງຄວາມ​ຮັ່ງມີຖືກຕ້ອງຕາມກົດໝາຍ​ ໄປຄຽງຄູ່ກັບ ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ ເບິ່ງແຍງດູແລ ຜູ້ມີຄຸນງາມຄວາມດີ, ຜູ້ປະສົບຄວາມຫຍຸ້ງຍາກ, ຜູ້ດ້ອຍໂອກາດ”. ພາຍໃຕ້ການນຳພາ ຂອງ ສະຫາຍ ຫງວຽນຝູ໋ຈ້ອງ, ພັກເຮົາໄດ້ອອກ ມະຕິ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢູ່ 6 ເຂດເສດຖະກິດ ໃນທົ່ວປະເທດ ຮອດປີ 2030, ມີວິໄສທັດຮອດປີ 2045, ວາງແຜນກຳນົດ, ວິໄສທັດ, ທິດທາງ, ມາດຕະການ ແກ້ໄຂ ແນໃສ່ສ້າງ​​ການ​ພັດທະນາ ​ຢ່າງ​ແຂງ​ແຮງ, ບຸກທະລຸ, ປະກອບສ່ວນປະຕິບັດ ເປົ້າໝາຍ ຂອງ ປະເທດຊາດ 100 ປີ ​ແຫ່ງ​ການ​ນຳພາ ​ຂອງພັກ, 100 ປີ​ແຫ່ງ​ປະເທດ ຫວຽດນາມ ​ປະຊາທິປະ​ໄຕ ສາທາລະນະ​ລັດ​, ປັດຈຸ​ບັນ​ ແມ່ນ​ສາທາລະນະ​ລັດ​ ສັງຄົມ​ນິຍົມ ຫວຽດນາມ, ຮອດກາງ ສະຕະວັດ​ທີ XXI,  ຫວຽດນາມ ຈະກາຍ ເປັນປະເທດພັດ​ທະ​ນາ, ປະ​ຕິ​ບັດ​ຕາມ​ຄວາມມຸ່ງມາດ ​ປາດ​ຖະ​ໜາ​ຂອງ​ປະ​ທານ ​ໂຮ່​ຈີ​ມິນ, ເຮັດ​ໃຫ້​ປະ​ເທດ ​ຫວຽດນາມ ​ຄຽງບ່າຄຽງໄຫຼ່່ກັບບັນດາປະເທດໃນ 5 ທະ​ວີບ. 


ຕະຫຼອດຊີວິດ, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອຸທິດໃຫ້ແກ່ພາລະກິດການປະຕິວັດ ຂອງ ພັກ, ຂອງປະເທດຊາດ ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ດ້ວຍຈິດໃຈ, ເຈດຈຳນົງ ອັນແຮງກ້າ, ບໍ່ຍອມຈຳນົນ ຕໍ່ສິ່ງກີດ ຂວາງ, ຄວາມຫຍຸ້ງຍາກ; ຢືນຢັນ ບຸກຄະລິກກະພາບໃຫຍ່, ຖືກຽດສັກສີ ເປັນສິ່ງສັກສິດ, ສູງສົ່ງທີ່ສຸດ”, ຮັກສາຫຼັກການ, ອຸທິດຕະຫຼອດຊີວິດ ເພື່ອປະເທດຊາດ, ເພື່ອປະຊາຊົນ. ສະຫາຍ ເປັນແວ່ນແຍງທີ່ດີເດັ່ນ, ເປັນແບບຢ່າງ ກ່ຽວກັບຄຸນສົມບັດປະຕິວັດ ທີ່ປອດໃສ, “ເຫັນແກ່ ສ່ວນ ລວມ ບໍ່ເຫັນແກ່ຕົວ”, ມີວິຖີຊີວິດ ທີ່ລຽບງ່າຍ, ມີແບບແຜນການເຮັດວຽກ ປະຊາທິປະໄຕ, ໝົດຈິດ ໝົດໃຈ, ມີວິທະຍາສາດ, ເຄົາລົບນັບຖື ແລະ ຮັກແພງເພື່ອນມະນຸດ… ໄດ້ຮັບຄວາມເຄົາລົບນັບຖື, ໄວ້ເນື້ອເຊື່ອໃຈ ແລະ ຮັກແພງ ຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ຄວາມເຊື່ອໝັ້ນສູງ ແລະ ໄດ້ຮັບຄວາມເຄົາລົບນັບຖື ແລະ ຕີລາຄາສູງ ຈາກເພື່ອນມິດສາກົນ.

 ພວກເຮົາເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ຂອງ ພັກ, ຢຶດໝັ້ນປະຕິບັດ, ເສີມຂະຫຍາຍຫົວຄິດປະດິດສ້າງ ລັດທິມາກ-ເລນິນ, ແນວຄິດ ໂຮ່ຈີມິນ, ທິດສະດີ ກ່ຽວກັບແນວທາງປ່ຽນແປງໃໝ່ ຂອງ ພັກ; ຢຶດໝັ້ນຈຸດໝາຍ ເອກະລາດແຫ່ງຊາດ ​ແລະ ສັງຄົມ​ນິຍົມ; ຢຶດໝັ້ນ​ໃນ​ຫຼັກການ​ກໍ່ ສ້າງພັກ; ທົ່ວ​ພັກ, ທົ່ວ​ກອງທັບ,​ ທົ່ວ​ປວງ​ຊົນ ຈະ​ສາມັກຄີ, ​ເປັນ​ເອກະ​ພາບ, ​ຮ່ວມແຮງຮ່ວມໃຈ​ກັນ, ຍາດ​ແຍ່ງ​ເອົາ​ກາລະ​ໂອກາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ກໍ່ສ້າງພັກເຮົາ ແລະ ລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ ຮອບດ້ານ ຢ່າງແທ້ຈິງ; ພັດທະນາ​ປະ​ເທດ ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ, ປົກປັກຮັກສາ ປະເທດຊາດຢ່າງ​ໝັ້ນຄົງ; ຫັນ​ປະ​ເທດ​ເຮົາ ໃຫ້​ກາຍ​ເປັນ​ປະ​ເທດ ກຳລັງ​ພັດທະນາ​, ມີ​ລາຍ​ຮັບ​ສະ​ເລ່ັຍສູງ ​ໃນ​ປີ2030 ​ເມື່ອ​ພັກ ເຮົາ​ສະ​ເຫຼີມສະຫຼອງ 100 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ, ສ້າງພື້ນ ຖານ​ອັນ​ໜັກ​ແໜ້ນ ​ເພື່ອ​ບັນລຸ​ເປົ້າ​ໝາຍ 100 ປີ​ແຫ່ງ​ຄວາມ​ສຳ​ເລັດ ​ໃນ​ປີ 2045, ນຳປະເທດເຮົາ ກາຍເປັນປະເທດພັດທະນາ, ມີລາຍໄດ້ສູງ, ຕາມທິດສັງຄົມນິຍົມ. 

  • ບົດ: ສະຫາຍພົນເອກ ໂຕເລີມ, ກຳມະການກົມການເມືອງ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມພາບ: VNA - ເຕັກນິກກະຣາຟິກ: ເຮືອງຖາວ - ແປໂດຍ: ບິກລຽນ

Top