ສຈ. ປອ ຫວູ໊ທິທູຮ່າ - “ແມ່ມົດ” ທາດເລັ່ງ

ສຈ. ປອ ຫວູ໊ທິທູຮ່າ - “ແມ່ມົດ” ທາດເລັ່ງ

ຊຸດທາດເສີມອະເນກປະສົງ ລຸ້ນໃໝ່ ECOAL ແລະ FNT6VN ຜະລິດໂດຍທ່ານນາງ ສຈ. ປອ ຫວູ໊ທິທູຮ່າ (ຮອງ ຫົວໜ້າ ສະຖາບັນ ເຄມີ ອຸດສາຫະກຳ ຫວຽດນາມ, ຜູ້ອຳ ນວຍການ ຫ້ອງທົດລອງ ຈຸດສຸມແຫ່ງຊາດວ່າດ້ວຍເຕັກໂນ ໂລຊີ ເຄມີ ແລະ ກັ່ນຕອງ ນ້ຳມັນ) ໝັ້ນໝາຍ ຈະສ້າງບາດ ກ້າວບຸກທະລຸໃໝ່ ໃນອຸດສາຫະກຳນຳໃຊ້ ຟອສຊີວ ທີ່ເປັນ ທາດແຫຼວ, ທາດແຂງ ແລະ ທາດອາຍ ຂອງ ຫວຽດນາມ ຍ້ອນ ມີຄວາມສາມາດ ປະຢັດເຊື້ອເພີງ, ຫຼຸດຜ່ອນ ອາຍພິດ ຊຶ່ງ ກ່ອນໜ້ານັ້ນ ບໍ່ມີຜະລິດຕະພັນ ທາດເສີມໃດໆ ບັນລຸໄດ້. 

ທ່ານນາງ ສຈ. ປອ ຫວູ໊ທິທູຮ່າ (ຮອງຫົວໜ້າສະຖາບັນ ເຄມີ ອຸດສາຫະກຳ ຫວຽດນາມ, ຜູ້ອຳນວຍການ ຫ້ອງທົດລອງຈຸດ ສຸມ ແຫ່ງຊາດ ກ່ຽວກັບເຕັກໂນໂລຊີ ເຄມີ ແລະ ກັ່ນຕອງນ້ຳ ມັນ). ພາບ: ແຄ໋ງລອງ/VNP

ເລື່ອງລາວຂອງ “ທາດເລັ່ງ”

ເລື່ອງລາວກ່ຽວກັບໂຮງງານຊີມັງ ເຕິນຖັ໋ງ, ຍ້ອນການນຳໃຊ້ ທາດເສີມ ECOAL ໄດ້ຫຼຸດຜ່່ອນລາຍຈ່າຍເຊື້ອເພີງປະມານ 170 ຕື້ ດົ່ງ/ປີ ພວມກາຍເປັນຈຸດເດັ່ນແຫ່ງຄວາມສົນໃຈ ຂອງ ອຸດສາຫະກຳ ຊີມັງ ຫວຽດນາມ. ມີພະນັກງານ ດ້ານເຕັກນິກ ຫຼາຍຄະນະ ທີ່ມາຈາກ ໂຮງງານຊີມັງ ໃນທົ່ວປະເທດ ໄດ້ມາ ຢ້ຽມຊົມ ແລະ ຮຽນຮູ້ປະສົບການ ນຳໃຊ້ທາດເສີມ ໃນຕ່ອງ ໂສ້ການຜະລິດ ຂອງ ໂຮງງານ.

ຕາມສຈ ຮ່າ ທາດເລ່ັງທຳອິດ ນັ້ນແມ່ນໝາກຜົນການຮ່ວມມື ຂອງ ທ່ານນາງ ແລະ ຜູ້ຮ່ວມງານ ຂອງໂຄງການຄົ້ນຄວ້າ ທາດ ເສີມ ECOAL ກັບບໍລິສັດຫຸ້ນສ່ວນ ຊີມັງ ເຕິນຖັ໋ງ-ວິສາຫະກິດ ແຫ່ງໜຶ່ງ ກັບຄະນະການນຳ ຜູ້ມີ​ຈິດ​ໃຈ​ບຸກ​ເບີກ, ມັກປ່ຽນໃໝ່ ແລະ ກ້າຍອມຮັບ ຄວາມສ່ຽງ. ດ້ວຍ “ທາດເລັ່ງ” ນີ້, ສຈ ຮ່າ ພ້ອມກັບບັນດາ ຜູ້ຮ່ວມງານ ໄດ້ມີໂອກາດ ນຳເອົາ ຜະລິດ ຕະພັນ ທີ່ເປັນຜົນ ຂອງ ການຄົ້ນຄວ້າ ຈາກຫ້ອງທົດລອງ ເຂົ້າ ສູ່ຂະບວນການຜະລິດ ຂອງ ວິສາຫະກິດ ເອກະຊົນ ແຫ່ງໜ່ຶງ. 


ທ່ານນາງ ສຈ ຫວູ໊ທິທູຮ່າ ເປັນເຈົ້າຂອງ “ທະນາຄານ” ເຕັກໂນ ໂລຊີ ທ່ີໄດ້ຮັບສິດທິບັດເກືອບ 40 ສະບັບໂດຍ ຫວຽດນາມ ແລະ ສ ອາເມລິກາ ເປັນຜູ້ມອບໃຫ້. ທ່ານນາງ ຍັງເປັນນັກວິ ທະຍາສາດຍິງ ໜຸ່ມທີ່ສຸດ ໄດ້ຮັບລາງວັນ Kovalevskaia ໃນປີ 2011.

ສຈ ຮ່າ ໃຫ້ຮູ້ວ່າ ນັກວິທະຍາສາດ ພຽງແຕ່ຮູ້ ຄຸນລັກສະນະ ແລະ ກົນໄກການເຄື່ອນໄຫວ ຂອງ ຜະລິດຕະພັນ ຄົ້ນຄວ້າ, ໃນຂະນະ ທີ່ຜູ້ດຳເນີນການ ໃນໂຮງງານ ຮູ້ພຽງ ວິທີການ ເພື່ອ ນຳມາປະສິດທິຜົນດີທີ່ສຸດ. ດັ່ງນັ້ນ, ທ່ານນາງ ແລະ ຜູ້ຮ່ວມ ງານ ໂຊກດີທີ່ມີ “ທາດເລັ່ງ” ທີສອງ, ນັ້ນແມ່ນ ໄດ້ພົບປະ ກັບ ບັນດາວິສະວະກອນ ຜູ້ຮັບຜິດຊອບ ການດຳເນີນງານ ຂອງ ໂຮງງານ, ເຊິ່ງຕາມການ ຕີລາຄາ ຂອງ ທ່ານນາງ ເຫັນວ່າ: “ພວກເຂົາເຈົ້າ ແມ່ນຜູ້ດຳເນີນງານ ດ້ານເຕັກໂນໂລຊີ ທີ່ດີ ເລີດ, ມີຄວາມຊຳນິຊຳນານ ສູງ ແລະ ມີຄວາມກະຕຸ້ນໄວ ສຳ ລັບອາຊີບ ຢ່າງແທ້ຈິງ”. 

ເມື່ອຫວນຄືນເຖິງ ການໄປທົດລອງ ຢູ່ໂຮງງານຊີມັງ ເຕິນຖັ໋ງ ເປັນເວລາຫຼາຍຄັ້ງ, ສຈ ຮ່າ ໃຫ້ຮູ້ວ່າ ເຖິງວ່າ ຜົນໄດ້ຮັບ ພາຍ ຫຼັງ 3 ວັນ ນຳໃຊ້ ແມ່ນລົ້ມເຫຼວ ທັງໝົດ, ແຕ່ບັນດາ ວິສະວະ ກອນ ຮັບຜິດຊອບດ້ານດຳເນີນງານ ຍັງສັງເກດເຫັນວ່າ “ມີ ທ່າອ່ຽງດີ ໃນຜົນທີ່ບໍ່ດີ”. ເພາະສະນັ້ນ, ແທນທີ່ຈະຢຸດເຊົາ, ພວກເຂົາ ໄດ້ຕັດສິນໃຈ ສືບຕໍ່ການທົດລອງ ແລະ ເຖິງມື້ທີ 4 ແລະ 5, ຄວາມບັງເອີນ ໄດ້ເກີດຂຶ້ນ ແລະ ຜົນໄດ້ຮັບແມ່ນ ເກີນຄາດ. ຫຼັງຈາກນັ້ນ, ບັນດາວິສະວະກອນເຫຼົ່ານີ້ ໄດ້ປັບປຸງ ຢ່າງຕໍ່ເນື່ອງ ຈົນບັນລຸຜົນ ໄດ້ຮັບຄືໃນປັດຈຸບັນ.


ນັກວິທະຍາສາດ ອຸທິດຕົນ ຈາກຫ້ອງທົດລອງ ເຖິງຕະຫຼາດ

ມາຮອດຈຸດນີ້, ຫ້ອງທົດລອງຈຸດສຸມແຫ່ງຊາດ ວ່າດ້ວຍ ເຕັກ ໂນໂລຊີ ເຄມີ ແລະ ກັ່ນຕອງນ້ຳມັນ (Keylab PRT) ສັງກັດ ກະຊວງ ອຸດສາຫະກຳ ແລະ ການຄ້າ ເປັນ 1 ໃນ 17 ຫ້ອງທົດ ລອງ ທີ່ສຳຄັນ ໃນທົ່ວປະເທດ. Keylab PRT ໄດ້ບັນລຸລະດັບ ກ້າວໜ້າໃນພາກພື້ນ ແລະ ສາກົນ, ມີອຸປະກອນທີີ່ຄົບຊຸດແລະ ທັນສະໄໝ, ໄດ້ສ້າງຜະລິດຕະພັນ ທີ່ມີລັກສະນະວິທະຍາສາດ ສູງ, ເຂົ້າເຖິງ ໄດ້ລະດັບ ປະເທດໃນພາກພື້ນ ແລະ ສາກົນ. ຜົນສຳເລັດດັ່ງກ່າວ ມີການປະກອບສ່ວນຢ່າງໃຫຍ່ຫຼວງ ຂອງ ສຈ ຮ່າ.

ທ່ານນາງ ສຈ ຮ່າ ກ່າວວ່າ ສິດທິບັດຢູ່ຕະຫຼາດ ຫວຽດນາມ ບໍ່ ທັນ ຜະລິດເປັນສິນຄ້າໂດຍກົງ. ຮັບຮູ້ໄດ້ຈຸດພິເສດດັ່ງກ່າວ, ມີບັນດາຜະລິດຕະພັນທີ່ ສຈ ຮ່າ ແລະ ຜູ້ຮ່ວມງານຢູ່ Keylab ຮູ້ແນ່ນອນວ່າ ຈະນໍາມາຜົນປະໂຫຍດ ຢ່າງໃຫຍ່ຫຼວງໃຫ້ແກ່ ສັງຄົມ, ເຂົາເຈົ້າຈະເລືອກວິທີ ຜະລິດເປັນ ຜະລິດຕະພັນ ທີ່ສົມບູນແບບ ແລະ ຖືກຕ້ອງ ຕາມກົດໝາຍ ເພື່ອສາມາດ ໄດ້ນຳໃຊ້ ຢູ່ໃນຕະຫຼາດ.


ບັນດາຜູ້ຮ່ວມງານໃນ Keylab ລື້ງເຄີຍກັບການທີ່ ສຈ ຮ່າ ເຊັນ ໃບກູ້ຢືມ (ສ່ວນບຸກຄົນ) ຫຼື ຈຳນຳຊັບສິນ ເພື່ອມີເງິນ ຕາມຫາ ຜະລິດຕະພັນວິທະຍາສາດ ໃດໜຶ່ງ ທີ່ຄົ້ນຄວ້າໂດຍ Keylab ເອງ. ນີ້ແມ່ນ “ລັກສະນະຈຳເພາະ” ຂອງ ສຈ ຮ່າ-ນັກວິທະ ຍາສາດ ຄົນໜຶ່ງ ທີ່ມີຄວາມຮັບຜິດຊອບ, ມີຄວາມກະຕືລືລົ້ນ, ເສຍສະລະຢ່າງງຽບໆ, ຍອມຮັບຄວາມສ່ຽງ ແລະ ເລືອກ ການ ເດີນ ໄປຈົນສຸດ ກັບຜະລິດຕະພັນການຄົ້ນຄວ້າ ຂອງຕົນ.

ສຈ ຮ່າ ເຫັນວ່າ ອຸດສາຫະກຳ ຕົວເລັ່ງປະຕິກິະລິຍາ ແມ່ນຫົວ ໃຈ ສໍາຄັນຂອງ ຂະບວນການອຸດສາຫະກຳ. ສຳລັບບັນດາ ຜະລິດຕະພັນ ທ່ີຕາມທັນທ່່າອຽງ ຂອງ ໂລກ ແລະ ການຄົ້ນຄວ້າ ໃໝ່ໆ, Keylab ພຽງແຕ່ຢຸດຢູ່ທີ່ການຄົ້ນຄວ້າ ໂດຍພື້ນຖານ. ສຳລັບບັນດາຜະລິດຕະພັນ ທີ່ຖືບົດບາດ ສຳຄັນ ໃນການພັດທະນາຂອງ ຫວຽດນາມ, ມີລັກສະນະທີ່ ເປັນເອກະລັກ ແລະ ມີຫົວຄິດປະດິດສ້າງ, ສຈ ຮ່າ ໄດ້ຢືນຢັນ ວ່າ “ຈະໄປເຖິງເປົ້າໝາຍ ບໍ່ວ່າດ້ວຍ ທາງໃດທາງໜຶ່ງ” ເພື່ອສ້າງຜະລິດຕະພັນ ອອກສູ່ຕະຫຼາດ ໃຫ້ໄດ້.

ທັດສະນະຂອງ ທ່ານນາງ ສຈ ຮ່າ ເຫັນວ່າ ແມ່ຍິງ ທ່ີເຮັດ ວິທະ ຍາສາດ ແມ່ນພິເສດຫຼາຍ. ໃນການເຮັດວຽກ, ທ່ານນາງ ບໍ່ເຄີຍ ຄິດວ່າ ຕົນເອງເປັນຍິງ ຫຼື ຊາຍ, ພຽງແຕ່ສົນໃຈວ່າ ວຽກນັ້ນ ຕົນເອງ ເຮັດໄດ້ດີ, ມີຄວາມຮັກມັກ ແລະ ກະຕືລືລົ້ນ ກັບມັນ ຫຼືບໍ. ທ່ານນາງ ສຈ ຮ່າ ແບ່ງປັນວ່າ “ພຽງແຕ່ກຳລັງ ຂອງ ແມ່ ຍິງ ບໍ່ສາມາດຍົກ ສິ່ງຂອງ ໜັກໃດໜຶ່ງໄດ້ ແລະ ຕ້ອງອາໄສ ແຮງຜູ້ຊາຍ ເມື່ອເຖິງຕອນນັ້ນຈຶ່ງຮູ້ວ່າ ຕົນເອງເປັນ ແມ່ຍິງ”.

 

ບົດ: ຖາວວີ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ

 


Top