ວາດຟ້ອນ “ເຈີ້ມດໍ່ຮໍ” ຂອງ ຊາວເຜົ່າ ໂຖ

ວາດຟ້ອນ “ເຈີ້ມດໍ່ຮໍ” ຂອງ ຊາວເຜົ່າ ໂຖ

ເມື່ອລະດູບານໃໝ່ ມາເຖິງ, ພາຍຫຼັງໜຶ່ງປີ ທີ່ເຮັດວຽກຢ່າງຕັ້ງໜ້າ ຊາວເຜົ່າ ໂຖ ໄດ້ເຕົ້າໂຮມກັນ, ນຳເອົາຄວາມຝັນ ກ່ຽວກັບລະດູ ປູກ ຝັງໃໝ່ ຝົນຟ້າອາກາດເອື້ອອຳນວຍ, ເຂົ້າເຕັມເລົ້າ, ຊາວບ້ານ ໄດ້ຢູ່ເຢັນເປັນສຸກ... ບົນເສັ້ນທາງອັນຍາວໄກ ຂອງ ລະດູບານໃໝ່, ນັກທ່ອງທ່ຽວ ມີໂອກາດໄດ້ສຳຜັດ ກັບ “ເຈີ້ມດໍ່ຮໍ” - ກິດຈະກຳ ພື້ນເມືອງໜຶ່ງທີ່ມີມາແຕ່ດົນນານ ຂອງ ຊາວເຜົ່າ ໂຖ ຊຶ່ງດຶງດູດ ຄວາມສົນໃຈ ຈາກ ຊາວເຜົ່າ ອື່ນໆ.

ຊາວເຜົ່າ ໂຖ ຈັດງານບຸນ ເພື່ອສະເຫຼີມສະຫຼອງ ລະດູບານໃໝ່ ເມື່ອດອກຄາຍ ບານ ທົ່ວທັງເຂດພູດອຍ.

ງານບຸນໃຫຍ່ທີ່ສຸດ ຂອງ ຊາວເຜົ່າ ໂຖ ແມ່ນບຸນປີໃໝ່. ແຕ່ລະປີ, ເມື່ອດອກຄາຍປ່ຽນເປັນສີບົວ, ສົ່ງສັນຍານລະດູບານໃໝ່ວຽນມາເຖິງ ແລະ ນີ້ກໍແມ່ນຊ່ວງເວລາ ການເກັບກ່ຽວ ໄດ້ສໍາເລັດຮຽບຮ້ອຍ. ຊາວເຜົ່າ ໂຖ ໂຈະວຽກງານໄວ້ ຊົ່ວຄາວ ຈັດງານບຸນ ເພື່ອຂັບໄລ່ຜີສາງນາງຮ້າຍ, ເຄາະເຂັນ, ຂໍໃຫ້ປີໃໝ່ ຝົນຟ້າຕົກຕາມລະດູການ, ຊີວິດຂອງ ປະຊາຊົນ ອີ່ມໜຳສຳລານ, ໝູ່ບ້ານມີຄວາມຜາສຸກ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ ບ່າວສາວ ນັດແນະ ໄດ້ພົບປະ ແລະ ຮ່ວມກັນ ຂັບລໍາພື້ນເມືອງ. 

ຊາວເຜົ່າ ໂຖ ມັກສະແດງຈັງຫວະ “ເຈີ້ມດໍ່ຮໍ” ເມື່ອ ສີມຶນໆ ຍ້ອນ ພິດເຫຼົ້າ ທ່າມກາງອາກາດທີ່ປອດໃສ ແລະ ຟົດຟື້ນ ຂອງ ງານບຸນລະດູບານໃໝ່. ເຂົາເຈົ້າ ມັກແບ່ງອອກເປັນສອງກຸ່ມ, ຂັບຕອບໂຕ້ກັນ. ເລີ່ມຕົ້ນດ້ວຍ ຂັບຕະຫຼົກ ຢ່າງຊ້າໆ ເນື້ອໃນກ່ຽວກັບການເຄື່ອນໄຫວ ຊີວິດ ປະຈຳວັນ. ຕໍ່ຈາກນັ້ນ, ເນື້ອຂັບ ຈະປ່ຽນໄປ ເປັນປະໂຫຍກ ເລົ່າເລື່ອງໃນໃຈ ຂອງ ຜູ້ຄົນ ທີ່ມີຕໍ່ຟ້າດິນ. ເມື່ອຈັງຫວະ ສຽງຄ້້ອງ ສຽງກອງໄວຍິ່ງຂຶ້ນ ແມ່ນເວລາຂັບ ກ່ຽວກັບຄວາມຮັກ ລະຫວ່າງບ່າວສາວ... ໃນ ການຂັບ ກ້ຽວພາລາສີຄັ້ງຕ່າງໆ ນັ້ນ, ຂັບພື້ນເມືອງ “ເຈີ້ມດໍ່ຮໍ” ໄດ້ເປັນຂົວຕໍ່ ໃຫ້ຫຼາຍຄູ່ບ່າວສາວ ຊາວເຜົ່າ ໂຖ ກາຍເປັນຜົວເມຍ ໃນເວລາຕໍ່ມາ. 

ເມື່ອຂັບ “ເຈີ້ມດໍ່ຮໍ” ຊາວເຜົ່າ ໂຖ ຍັງຟ້ອນໄປພ້ອມໆ ກັບເນື້ອຂັບ. ບັນດາວາດຟ້ອນ ກ່ອມລູກ, ດຳນາ ຫຼື ຈັບຂຽດ... ແມ່ນບັນດາວາດຟ້ອນ ທີ່ຕິດພັນກັບເນື້ອຂັບນີ້ມາແຕ່ດົນນານແລ້ວ. 

ດິນແດນທີ່ສັກສິດ ແທງຮ໋ວາ ແມ່ນສະຖານທີ່ຮັກສາ ບັນດາວັດທະນະ ທຳ ທີ່ເປັນເອກະລັກ. ຄວາມງາມໃນງານບຸນພື້ນເມືອງ ທີ່ເປັນເອກະ ລັກ ຂອງ ຊາວເຜົ່າ ໂຖໃນລະດູບານໃໝ່ ເຊັ່ນ: ຂັບລຳພື້ນເມືອງ, ການ ສະແດງ, ການຫຼິ້ນຕ່າງໆ ແລະ ເຄື່ອງດົນຕີ ຂອງ ປະຊາຊົນ ກຳລັງໄດ້ຮັບການອະນຸລັກຮັກສາ, ປະກອບສ່ວນ ສ້າງພາບພົດ ວັດທະນະທຳທີ່ເປັນເອກະລັກ ແລະ ຫຼາກຫຼາຍສີສັນ ຂອງ ເຂດດິນ ແທງຮ໋ວາ.

ຊາວເຜົ່າ ໂຖຂັບ “ເຈີ້ມດໍ່ຮໍ” ໃນງານບຸນ ລະດູບານໃໝ່.

ປະຕິບັດໂດຍ: ຫວຽດເກື່ອງ - ແປໂດຍ: ບິກລຽນ

Top