ລ້ຽງ ແມງດາ ຢູ່ ຮ່າໂນ້ຍ

ລ້ຽງ ແມງດາ ຢູ່ ຮ່າໂນ້ຍ

ປັດຈຸ​ບັນ, ຍ້ອນ​ເຫັນ​ໄດ້​ຄຸນຄ່າ​ ກໍ່ຄື​ຕະຫຼາດ ​ຜູ້ບໍລິໂພ​ກ​ແມງ ດາ ມີຂະໜາດໃຫຍ່​, ຫຼາຍ​ຄອບຄົວ​ຢູ່​ ຮ່າ​ໂນ້ຍ ​ຈິ່ງໄດ້​ລົງທຶນ​ ສ້າງ ອ່າງລ້ຽງ ແມງດາ ແລະ ໄດ້​ຮັບ​ກຳ​ໄລ​ຢ່າງ​ຫຼວງ​ຫຼາຍ.

ແມງດາ, ເປັນແມງໄມ້ຊະນິດໜຶ່ງ ປະເພດປີກ ເຄິ່ງ ແຂງເຄິ່ງ ອ່ອນ. ພວກມັນຖືກພົບເຫັນ ຢູ່ໃນພື້ນທີ່ນ້ໍາ ຈືດ ໃນທົ່ວໂລກ. ແມງດາ ມີລໍາໂຕຍາວ, ແປ, ສີນ້ຳຕານ ຫຼື ດຳ. ພວກມັນ ມີປີກ ສັ້ນຄູ່ໜຶ່ງ ແລະ ປີກຫຼັງໃຫຍ່ ຄູ່ໜຶ່ງ, ໃຊ້ສຳລອຍນ້ຳ. ແມງດາໃຊ້ ງວງ ເພື່ອດູດນ້ໍາ ແລະ ອາຫານ ຊຶ່ງເປັນສັດຂະໜາດນ້ອຍ ຫຼາຍຊະນິດ, ລວມທັງແມງໄມ້, ໜອນ ແລະ ປາ ນ້ອຍ.

ແມງດາ ໄດ້​ຮັບ​ຄວາມ​ນິຍົມຊົມຊື້ຫຼາຍ​ຈາກ​ຜູ້​ບໍລິ​ໂພ​ກ. ພາບ: ກົງດາດ/VNP

ແມງດາ ແມ່ນແຫຼ່ງອາຫານ ທີ່ສຳຄັນ ຂອງມະນຸດ. ໃນບາງ ພື້ນຖານວັດທະນະທໍາ, ພວກມັນຖືວ່າ ເປັນອາຫານແຊບ ເຍື່ອງ ໜຶ່ງ. ແມງດາ ສາມາດປຸງແຕ່ງໄດ້ຫຼາຍວິທີ, ລວມທັງ ຂົ້ວ, ປີ້ງ ແລະ ອົບ. ຢູ່ ຫວຽດນາມ, ແມງດາ ໄດ້ຮູ້ຫຼາຍທີ່ ສຸດໃນການ ນຳ ໃຊ້ເປັນເຄື່ອງປະກອບ ສຳລັບເຍື່ອງອາຫານ ບັ໋ນກ໋ວນ, ເຂົ້າ ປຸ້ນ ຊີ້ນປີ້ງ...

ອ່າງລ້ຽງ ແມງດາ ສາມາດ ເຮັດດ້ວຍຊີມັງ, ພາດສະຕິກ ຫຼື ສັງກະສີ. ອ່າງລ້ຽງ ແມງດາ ຕ້ອງມີຂະໜາດທີ່ເໝາະສົມກັບຈຳ ນວນ ແມງດາ ທີ່ລ້ຽງ. ພາບ: ກົງດາດ/VNP


ຍ້ອນສະພາບແວດລ້ອມ ການດໍາລົງຊີວິດ ມີການປ່ຽນແປງ ຫຼາຍ, ແມງດາ ຕາມທໍາມະຊາດ ໄດ້​ຄ່ອຍໆ​ ສູນ​ຫາຍ​ໄປ​ໃນ​ທຳ​ມະ​ຊາດ. ເປັນເວລານານ, ປະ​ຊາ​ຊົນ ​ເກືອບ​ບໍ່​ສາ​ມາດ​ເຫັນ ແມງດາ ໃນ​ປ່າທຳ​ມະ​ຊາດ​ຢູ່​ ຫວຽດ​ນາມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ແມງ ໄມ້​ຊະນິດ​ນີ້​ ຢູ່​ໃນ​ໝວດ ອາຫານທີ່ເອົາມາ ຈາກປ່າ ແລະ ທະເລຂອງ​ ຫວຽດນາມ ມີການເຕີບ​ໂຕ ​ແລະ ຂະຫຍາຍ​ພັນ​ໄດ້​ດີ​ ຢູ່​ນິຄົມລ້ຽງ ແມງດາ ຂອງ​ທ່ານ ຮວ່າງ​ແອັງ (ຄຸ້ມບ້ານ​ ມິດ, ບ້ານ ດົງ​ງ່ານ, ເມືອງ ດົ່ງ​ແອັງ, ຮ່າ​ໂນ້ຍ).


ທ່ານ ຮວ່າງແອັງ ນຳໃຊ້ຮູບແບບລ້ຽງ ແມງດາ ແບບຄົບວົງ ຈອນ, ນັບແຕ່ການຜະລິດ ແນວພັນ ໄປຈົນເຖິງການບໍລິໂພກ ຜະລິດຕະພັນ. ແນວພັນ ໄດ້ປະສົມພັນໂດຍເພິ່ນເອງ, ຮັບປະ ກັນ ຄຸນນະພາບ. ອ່າງລ້ຽງ ແມງດາ ສາມາດ ເຮັດດ້ວຍຊີມັງ, ພາດສະຕິກ ຫຼື ສັງກະສີ. ອ່າງລ້ຽງ ແມງດາ​ຕ້ອງ​ມີ​ຂະໜາດ​ທີ່​ເໝາະ​ສົມ​ກັບ​ຈຳນວນ​ ແມງດາ ທີ່ລ້ຽງ.​ ເພື່ອ ຮັບປະກັນ ແຫຼ່ງ ນ້ຳສະອາດໃຫ້ພຽງພໍ, ຜູ້ລ້ຽງຕ້ອງປ່ຽນນ້ຳ ແລະ ອະນາໄມ ອ່າງ ເປັນປະຈຳ.

ທ່ານ ຮວ່າງ​ແອັງ ​ໃຫ້ຮູ້ວ່າ ການ​ລ້ຽງ ແມງດາ ​ແມ່ນ​ບໍ່​ຫຍຸ້ງ ຍາກ​ ຫຼື​ ລໍາບາກ, ​ແຕ່​ຕ້ອງ​ມີ​ຄວາມ​ດຸ​ໝັ່ນ ​ເພາະສັດ​ຊະນິດ​ນີ້​ ດຳລົງ​ຊີວິດ​ຕາມແບບທຳມະຊາດ. ສະນັ້ນ, ຜູ້ລ້ຽງ ບໍ່ຈຳເປັນ ແຕະ ຕ້ອງເຖິງອ່າງລ້ຽງ ແມງດາ ຫຼາຍ, ແຕ່ຕ້ອງ ສັງເກດຢູ່ ສະເໝີ ເພື່ອບໍ່ໃຫ້ ແມງດາ ກິນກັນ ຫຼື ປາຢູ່ໃນອ່າງ ຕາຍ, ເພາະ​ວ່າ​ ແມງດາ ​ບໍ່​ກິນ​ອາ​ຫານ​ຕາຍ, ມັນກິນ​ແຕ່​ອາ​ຫານ​ສົດ.


ໜອນ (ລູກອ່ອນ) ແມງດາ ຈະແຕກອອກຈາກໄຂ່, ຫຼັງຈາກນັ້ນ ນໍາໄປລ້ຽງ ຢູ່ໃນອ່າງ. ຫຼັງຈາກການຂະຫຍາຍຕົວເຖິງຂະໜາດ ໃດໜຶ່ງ ທີ່ແນ່ນອນ, ລູກ ແມງດາ ເຫຼົ່ານີ້ ຈະກາຍເປັນໂຕດັກ ແດ້. ແມງດາ ໃຫຍ່​ ຫຼັງຈາກທີ່ແຕກອອກຈາກໂຕດັກແດ້ ຈະ​ຖືກ​ນໍາລ້ຽງ​ໃນ​ອ່າງ​ຕ່າງ​ຫາກ, ໂດຍ​ມີ​ອາຫານ​ເປັນ​ປາ​ນ້ອຍ, ກຸ້ງ ແລະ​ ແມງ​ໄມ້.

ປັດຈຸ​ບັນ, ຜູ້​ບໍລິ​ໂພ​ກ​ສ່ວນ​ຫຼາຍ​ຮູ້ຈັກ​ຜະລິດ​ຕະພັນ​ທີ່​ເຮັດ​ຈາກ​ ແມງດາ ​ເຊັ່ນ: ຈືນ, ປີ້ງ, ອົບ... ​ເພາະວ່າ​ ຊີ້ນ ​ແລະ ​ໄຂ່​ຂອງ ແມງດາ ມີ​ທາດ​ ໂປຼ​ຕິນ ​ແລະ ​ໄຂ​ມັນ ​ຫຼາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສ່ວນ​ທີ່​ມີ​ຄຸນຄ່າ​ທີ່​ສຸດ​ຂອງ​ ແມງດາ ​ແມ່ນ​ຖົງບັນຈຸ ນໍ້າ ເຊື້ອ (ມີສະເພາະ ແມງດາ ໂຕຜູ້).

ຢູ່ດ້ານຫຼັງ ຂອງ ແມງດາ ໂຕຜູ້ ມີທໍ່ນ້ອຍໆ ສອງທໍ່ ເອີ້ນວ່າ ທໍ່ ນໍ້າ ເຊື້ອ, ສີຂາວ ແລະ ມີກິ່ນຫອມ. ດັ່ງນັ້ນ, ຫຼາຍຄົນຈຶ່ງ ສະກັດ ເປັນນໍ້າເຊື້ອ, ເກັບໄວ້ ໃນກວດແກ້ວ, ແຕ່ລະຄັ້ງ ທີ່ກິນ ກໍ່ພຽງ ແຕ່ເອົາ 1-2 ຢອດ ໃສ່ໃນຖ້ວຍ ແຈ່ວເພື່ອເພີ່ມ ລົດຊາດ.


ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ​ໃນນິຄົມລ້ຽງ ແມງດາ ຂອງທ່ານ ຮວ່າງ​ແອັງ​ ແມ່ນ​ຜະ​ລິດ​ຕະ​ພັນ ແມງດາ  ແລະ ນໍ້າເຊື້ອ​ ແມງດາ. ແມງດາ ທີ່ຂາຍໃຫ້ຮ້ານອາຫານ ແລະ ຜູ້ບໍລິໂພກ. ນໍ້າເຊື້ອ ແມງດາ ຈະໃຊ້ໃນຢາພື້ນເມືອງ ແລະ ເສີມສວຍ.

ນິຄົມລ້ຽງ ແມງດາ ຂອງ ທ່ານ ຮວ່າງແອັງ ແມ່ນແບບຢ່າງ ໜຶ່ງ ຂອງການລ້ຽງ ແມງດາ ທີ່ມີປະສິດທິຜົນ. ຮູບ​ແບບ​ຂອງ​ເພິ່ນ​ໄດ້​ຮັບ​ການ​ຮ່ຳຮຽນ ​ແລະ ຫຼາຍຄົນນຳ​ໃຊ້​,  ປະກອບສ່ວນ ເຂົ້າ​ໃນ​ການ​ພັດທະນາ ​ຂະ​ແໜງ​ການລ້ຽງ ແມງດາ ຢູ່ ຫວຽດນາມ.

ບົດ ແລະ ພາບ: VNP/ກົງດາດ - ແປໂດຍ: ຢືຟຽນ 


Top