ລັດຖະບານ ເລັ່ງດໍາເນີນການກໍ່ສ້າງ ເສັ້ນທາງດ່ວນ ເໜືອ - ໃຕ້

ລັດຖະບານ ເລັ່ງດໍາເນີນການກໍ່ສ້າງ ເສັ້ນທາງດ່ວນ ເໜືອ - ໃຕ້

ເປົ້າໝາຍກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ວາງອອກ ແມ່ນ ຮອດປີ 2025, ທົ່ວປະເທດ ຈະມີທາງດ່ວນ 3.000 ກມ ແລະ ຮອດ ປີ 2030 ທົ່ວປະເທດ ຈະມີທາງດ່ວນ 5.000 ກມ. ຢ່າງໃດກໍ່ຕາມ, ຈໍາ ນວນວຽກທີ່ຕ້ອງເຮັດ ແມ່ນມີຫຼວງຫຼາຍ, ໃນຂະນະທີ່ເວລາທີ່ຍັງເຫຼືອ ເພື່ອການປະຕິບັດ ແມ່ນບໍ່ຫຼາຍປານໃດ. ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງ ໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຕັ້ງໜ້າ ຜັນຂະຫຍາຍປະຕິບັດໜ້າທີ່ ເພື່ອເປີດເສັ້ນທາງດ່ວນ ເໜືອ-ໃຕ້ ໂດຍໄວ.

ເສັ້ນທາງດ່ວນ ຕວຽນກວາງ-ຝູ໋ເຖາະ ເຊື່ອມຕໍ່ກັບທາງດ່ວນ ໂນ້ຍບ່າຍ- ລາວກາຍ ໄດ້ເປີດນໍາໃຊ້ຢ່າງເປັນທາງການ. ພາບ: ກວາງເກື່ອງ/VNA

 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໃຫ້ຮູ້ວ່າ: ໄລຍະຜ່ານມາ, ທົ່ວປະ ເທດ ກຳລັງປະຕິບັດ 3 ບາດກ້າວບຸກທະລຸ ຍຸດທະສາດ ທີ່ກອງປະຊຸມ ໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດໄວ້ ເປັນຢ່າງດີ, ໃນນັ້ນມີບາດກ້າວ ບຸກທະລຸ ກ່ຽວກັບພັດທະນາ ພື້ນຖານໂຄງລ່າງ, ພິເສດ ແມ່ນພື້ນຖານ ໂຄງລ່າງຄົມມະນາຄົມ; ບັນລຸໄດ້ໝາກຜົນຫຼາຍຢ່າງ ທີ່ຕັ້ງໜ້າ, ນຳມາ ເຊິ່ງຄວາມເບີກບານມ່ວນ ຊື່ນໃຫ້ ແກ່ປະຊາຊົນ, ສ້າງເຂດພັດທະນາ ໃໝ່, ປະກອບສ່ວນອຳນວຍ ຄວາມສະດວກ, ຫຼຸດຜ່ອນຄ່າຂົນສົ່ງ, ຫຼຸດ ຜ່ອນຕົ້ນທຶນສົ້ນເຂົ້າ, ເພີ່ມທະວີການແກ່ງແຍ້ງດ້ານສິນຄ້າ.

ຕາມແຜນການ, ເສັ້ນທາງດ່ວນ ເໜືອ-ໃຕ້ ທາງທິດຕາເວັນອອກ, ແຕ່ ດ່ານຊາຍແດນ ຫື້ວງີ້ (ແຂວງ ລ້າງເຊີນ) ໄປຮອດນະຄອນ ກ່າເມົາ ດ້ວຍຄວາມຍາວ 2.063 ກມ. ມາຮອດປະຈຸບັນໄດ້ ນຳເຂົ້າໃຊ້ການ 1.187 ກມ; ກໍາລັງກໍ່ສ້າງ 927 ກມ, ໃນນັ້ນມີ 729 ກມ ເປັນຂອງ 12 ໂຄງການ ອົງປະກອບ ຂອງໂຄງການ ທາງດ່ວນ ເໜືອ-ໃຕ້ ທາງທິດ ຕາເວັນອອກ ໄລຍະ 2021-2025, ໄດ້ ກະຊວງ ຄົມມະນາຄົມຂົນສົ່ງ ເລີ່ມລົງມືກໍ່ສ້າງ ໃນວັນທີ 1 ມັງ ກອນ 2023.

ສຳລັບຕອນທາງນະຄອນ ກ່າເມົາ-ເດິດໝຸຍ ຍາວ 90 ກມ, ປັດຈຸບັນ, ກະຊວງຄົມມະນາຄົມ ຂົນສົ່ງ ພວມກວດຄືນ ເພື່ອສະເໜີຕໍ່ ນາຍົກລັດ ຖະມົນຕີ ປະກອບເພີ່ມເຕີມ ເຂົ້າແຜນການ ກໍ່ສ້າງທາງດ່ວນ ເໜືອ-ໃຕ້ ທາງທິດຕາເວັນອອກ. ສ່ວນຕອນທາງແຕ່ ຈີລັງ ເຖິງດ່ານຊາຍແດນ ຫື້ວງີ້ ມີຄວາມຍາວ 43 ກມ, ຄະນະກຳມະ ການປະຊາຊົນ ແຂວງ ລ້າງເຊີນ ໄດ້ເຮັດໃຫ້ສຳເລັດລະບຽບການ ວ່າດ້ວຍການລົງທຶນ ແລະ ພວມຜັນຂະຫຍາຍ ດ້ານລະບຽບການ ເພືື່ອເລີ່ມລົງມືກໍ່ສ້າງໃນປີນີ້.

ຫວ່າງມໍ່ໆ ມານີ້ ມີ 2 ໂຄງການ ອົງປະກອບ ຢ້ຽນເຈົາ (ແຂວງ ເງ້ອານ) -ບ້າຍວອດ (ແຂວງ ຮ່າຕິ້ງ) ແລະ ກາມເລີມ (ແຂວງ ແຄ໋ງຮ່ວາ)-ຫວີງ ຫາວ (ແຂວງ ບິ່ງຖ້ວນ) ໄດ້ສຳເລັດ ແລະ ເປີດໃຫ້ ລົດ ແລ່ນຜ່ານຢ່າງ ເປັນທາງການ, ໝາຍໄວ້ ການປະຕິບັດ 11 ໂຄງການ ອົງປະກອບ ຂອງ ໂຄງການກໍ່ສ້າງທາງດ່ວນເໜືອ-ໃຕ້ ໄລຍະ 2017-2020 ໄດ້ສຳ ເລັດບໍລິບູນ. 

ຕອນໜຶ່ງສັງກັດເສັ້ນທາງດ່ວນ ງີເຊີນ-ຢ້ຽນເຈົາ ຜ່ານພື້ນທີ່ ຕາແສງ ຮວ່າງມາຍ (ແຂວງ ເງ້ອານ). ພາບ: ຮຸຍຮຸ່ງ/VNA

ໃນຄວາມຈິງ, ຍັງມີຫຼາຍບົດຮຽນ ທີ່ພວກເຮົາ ຕ້ອງຖອດຖອນບົດຮຽນ ພາຍຫຼັງລົງທຶນໃນໄລຍະ I ຂອງໂຄງການ, ແຕ່ໂດຍທົ່ວໄປແລ້ວ, ດ້ວຍ ການຕັດສິນໃຈ ອັນໃຫຍ່ຫຼວງ ຂອງສະພາແຫ່ງຊາດ, ລັດຖະບານ, ກະ ຊວງຄົມມະນາຄົມຂົນສົ່ງ, ນັກລົງທຶນ, ຜູ້ຮັບເໝົາ, ທີ່ປຶກສາ, ຄະນະຄຸ້ມ ຄອງໂຄງການ... ແລະ ການສະໜັບສະໜູນ ຂອງປະຊາຊົນ ໃນການ ສົ່ງມອບໜ້າພຽງຢ່າງໄວ ໄດ້ຊ່ວຍໃຫ້ບັນດາໂຄງການ ອົງປະກອບ ປະຕິບັດສໍາເລັດ ບໍລິມາດ ວຽກງານ ທີ່ ໃຫຍ່ ແລະ ຫຼາກຫຼາຍ. ນັບຕັ້ງ ແຕ່ນັ້ນມາ, ອຸດສາຫະກໍາ ຄົມມະນາຄົມ ໄດ້ສຳເລັດການກໍ່ສ້າງ ບັນດາ ເສັ້ນທາງດ່ວນ ຖືກ ຫຼື ລື່ນກາຍລະດັບຄວາມຄືບໜ້າທີ່ໄດ້ວາງອອກ. ນີ້ແມ່ນ ໝາກຜົນທີ່ໜ້າ ເພິ່ງພໍໃຈ.

ທ່ານ ຫງວຽນເຖ໋ມິນ, ຮອງຫົວໜ້າ ກົມຄຸ້ມຄອງ ການລົງທຶນກໍ່ສ້າງ (ກະ ຊວງຄົມມະນາຄົມ ຂົນສົ່ງ) ໃຫ້ຮູ້ວ່າ: ດ້ວຍລະດັບຄວາມຄືບໜ້າ ຜັນ ຂະຫຍາຍໂຄງການ ຄືໃນປະຈຸບັນ, ເສັ້ນທາງດ່ວນ ເໜືອ-ໃຕ້ ທາງທິດ ຕາເວັນອອກ ຈະໄດ້ສຳເລັດໂດຍພື້ນຖານໃນປີ 2025. 

ຂົວ ເທິ່ນຫວູ໊ 2 ແລະ ໂອ່ໂອ່ ແມ່ນ​​ຂົວ​ສອງແຫ່ງທີ່​ໃຫຍ່ ແລະ ສວຍ​ງາມ​ ຢູ່ເທິງ​​ທາງ​ຫຼວງ ​ເໜືອ-ໃຕ້ ຕອນ ຢ້ຽນເຈົາ (ແຂວງ ເງ້​ອານ)-ບ໊າຍວອດ (ແຂວງ ຮ່າ​ຕິ໊ງ) ດ້ວຍ​ບໍລິມາດ​ວຽກ​ງານ​ສຳ​ເລັດ​ກວ່າ 95%. ພາບ: VNA

ຍ້ອນໄດ້ຮັບອະນຸຍາດ ຈາກສະພາແຫ່ງຊາດ ແລະ ລັດຖະບານ ໃນ ການນຳໃຊ້ກົນໄກພິເສດ ໃນການປົດປ່ອຍໜ້າພຽງ, ການຂຸດຄົ້ນ ບໍ່ແຮ່ ວັດສະດຸ, ປະຕິບັດບັນດາຂັ້ນຕອນໃນເວລາດຽວກັນ, ເພາະສະນັ້ນ ໄດ້ ຫຍໍ້ເວລາກະກຽມ ການລົງທຶນໃຫ້ສັ້ນເຂົ້າ, ພາຍຫຼັງເກືອບ 1 ປີ ນັບແຕ່ ໄດ້ຮັບການອະນຸມັດ ແຜນນະໂຍບາຍ ການລົງທຶນ ຈາກສະພາແຫ່ງ ຊາດ ໄດ້ດຳເນີນປະຕິບັດ ການກໍ່ສ້າງ ທັງໝົດ 12 ໂຄງການ. ປັດຈຸບັນ, ກ່ຽວກັບ ໜ້າພຽງ, ບັນດາໂຄງການໄດ້ຮັບສົ່ງມອບ ກວ່າ 90% ແລ້ວ. ບາງບ່ອນຕິດຂັດດ້ານໜ້າພຽງ ດ້ວຍມາດຕາສ່ວນບໍ່ຫຼາຍ, ສຸມຢູ່ເຂດ ທີ່ມີປະຊາກອນໜາແໜ້ນ ແລະ ພື້ນຖານໂຄງລ່າງ ເຕັກນິກ.

ເລື່ອງຊຸກຍູ້ ບັນດາໂຄງການຄົມມະນາຄົມ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການປ່ອຍເງິນທຶນພາກລັດ-ໜຶ່ງໃນ 3 ພະລັງແຮງ ພັດທະນາ; ພ້ອມກັນນັ້ນ ກໍ່ສ້າງເຂດພັດທະນາໃໝ່, ເຂດຕົວເມືອງໃໝ່, ເຂດທ່ອງ ທ່ຽວໃໝ່... ປະເທດໜຶ່ງທີ່ຢາກພັດທະນາ ຕ້ອງມີລະບົບຄົມມະນາຄົມ ທີ່ທັນສະໄໝ, ພິເສດແມ່ນທາງບົກດ່ວນ, ທັດສະນະດັ່ງກ່າວໄດ້ຮັບ ການຢືນຢັນ ໃນເອກະສານຂອງພັກ ແລະ ລັດ ຫວຽດນາມ. ຫວ່າງມໍ່ໆ ມານີ້, ທ່ານນາຍົກລັດຖະມົນຕີ ຍັງ ໄດ້ຮຽກຮ້ອງ ໃຫ້ກະຊວງຄົມມະນາ ຄົມຂົນສົ່ງ ສົມທົບກັບ ກະຊວງ ພາຍໃນ ສ້າງແຜນການແຂ່ງຂັນ 500 ວັນ ສູ້ຊົນໃຫ້ສຳເລັດ ບັນດາໂຄງການທາງບົກດ່ວນ ເພື່ອຂ່ຳນັບຮັບ ຕ້ອນ ກອງປະຊຸມ ໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່່ນ​ຮົ່ງຮ່າ ໄດ້​ເຂົ້າ​ຮ່ວມ ແລະ ພ້ອມ​ກັບ​ບັນ​ດາ​ຜູ້​ແທນ ​ຕັດ​ແຖບ​ຜ້າສະຫຼອງຄວາມສຳເລັດ 2 ໂຄງ​ການ​ ອົງ​ປະ​ກອບ ​ທາງ​ດ່ວນ​ເໜືອ-ໃຕ້, ຕອນທາງ​ຫຼວງ​ແຫ່ງ​ຊາດ 45-ງີເຊີນ ແລະ ຕອນ ງີເຊີນ-ດ໊ຽນເຈົາ. ພາບ: ຮຸຍຮຸ່ງ/VNA
                                                                                                                    ບົດ: VNP - ພາບ: VNA - ເຕັກນິກກະຣາຟິກ: ຈາງຍຸງ - ແປໂດຍ: ບິກລຽນ

 


Top