ຢໍ່ຂາວ ເຈ

ຢໍ່ຂາວ ເຈ

ຢໍ່ຂາວ ເຈ ເປັນລາຍການອາຫານ ທີ່ເຮັດໃຫ້ຜູ້ມັກກິນເຈ ຕິດໃຈຢ່າງຍິ່ງ ເນື່ອງຈາກ ການປະສົມເຂົ້າກັນດີ ຂອງ ບັນດາປະເພດຜັກ, ເຫັດສົດ ແລະ ນໍ້າຊ໊ອດ ທີ່ເຂັ້ມຂຸ້ນ ສ້າງເປັນລົດຊາດ ທີ່ເຢືອກເຢັນ ແລະ ຫອມແຊບ. ລາຍການອາຫານນີ້ ບໍ່ພຽງແຕ່ມີສີສັນ ທີ່ສະດຸດຕາເທົ່ານັ້ນ, ແຕ່ຍັງມີຄຸນຄ່າ ທາງໂພຊະນາການສູງ, ແມ່ນທາງເລືອກ ທີ່ສົມ ບູນແບບ ສໍາລັບຄາບເຂົ້າແບບ ງ່າຍໆ ໃນຊຸມມື້ອາກາດຮ້ອນອົບເອົ້າ. 

ດ້ວຍສ່ວນປະກອບທີ່ສົດແຊບ ແລະ ຫຼາກຫຼາຍເຊັ່ນ: ເຂົ້າປຸ້ນ, ເຕົ້າຮູ້, ຫົວກາຣົດ, ເຫັດນາງລົມ, ໝາກເຜັດໃຫຍ່, ໝາກນັດ ພ້ອມກັບ ຜັກ ຫອມຊະນິດຕ່າງໆ ເຊັ່ນ ຜັກຫອມປ້ອມ, ຜັກບົວລະພາ, ຜັກບົ່ວແບ່ງ... ລ້ວນແຕ່ໄດ້ຜ່ານການຄັັດເລືອກ ຢ່າງລະອຽດ, ຮັບປະກັນຄວາມ ສົດແຊບ ແລະ ນຳມາລົດຊາດ ເຕັມທີ່ ໃຫ້ແກ່ລາຍການອາຫານ.



ສ່ວນປະກອບ ຂອງລາຍການອາຫານນີ້ ໄດ້ຮັບການປຸງແຕ່ງ ຢ່າງພິ ຖີພິຖັນເຊັ່ນ: ເຫັດນາງລົມ ຈີກເປັນເສັ້ນໆ ພໍກິນ ແລ້ວຂົ້ວກັບ ເຄື່ອງ ເທດ; ເຕົ້າຮູ້ຈືນເປັນສີເຫຼືອງ, ຊອຍເປັນເສັ້ນຍາວ ແລະ ຂົ້ວລວມ ກັບ ຫົວກາຣົດ ຂູດເປັນເສັ້ນໆ ແລະ ໝາກເຜັດໃຫຍ່ ຊອຍເປັນປ່ຽງ ພໍກິນ. ເອົາສ່ວນປະກອບ ທີ່ຜ່ານການປຸງແຕ່ງແລ້ວ ນັ້ນເຂົ້າກັນໃຫ້ສະເໝີ, ຈາກນັ້ນນຳມາ ຈັດວາງໃສ່ ແຜ່ນເຂົ້າຂຽບ ທີ່ເຮັດໃຫ້ຊຸ່ມ, ຕື່ມເຂົ້າປຸ້ນ, ໝາກເຜັດໃຫຍ່, ຜັກບົ່ວແບ່ງ ແລ້ວພັນເຂົ້າກັນໃຫ້ແໜ້ນ. ນ້ຳແຈ່ວ ໄດ້ເຮັດຈາກໝາກນັດ, ໝາກເຜັດ, ໝາກຖົ່ວດິນ ບົດໃຫ້ແຫຼກ, ຕື່ມນໍ້າປາເຈ, ເກືອ, ພິກໄທ, ຊຶ່ງສ້າງເປັນລົດຊາດມັນ ແລະ ຫອມແຊບເປັນເອກະລັກ.


 ລາຍການອາຫານຢໍ່ຂາວ ເຈ ສຳເລັດຮູບ ມີສີສັນ ທີ່ຈັບຕາຈັບໃຈ, ມີ ຄວາມກົມກຽວກັນ ລະຫວ່າງສີຂຽວ ຂອງຜັກ, ສີແດງ ຂອງໝາກເຜັດ, ສີຂາວ ຂອງ ເຂົ້າປຸ້ນ ແລະ ສີໝາກກະເບົາຂອງເຫັດ. ເມື່ອຮັບປະ ທານ ແລ້ວຈະຮູ້ສຶກໄດ້ເຖິງຄວາມຫວານ ຂອງ ຜັກ, ລົດໜຽວ ຂອງ ເສັ້ນເຂົ້າປຸ້ນ, ລົດມັນ ຂອງນໍ້າຊ໊ອດ ເຈືອປົນກັບລົດຊາດ ເຜັດໆ ຈັກໜ່ອຍ ຂອງ ໝາກເຜັດ ຊຶ່ງສ້າງເປັນ ລາຍການອາຫານ ທີ່ ມີລົດຊາດແຊບເຖິງໃຈ.  

ລາຍການອາຫານ ຢໍ່ຂາວ ເຈ ສຳເລັດຮູບ.

ປະຕິບັດໂດຍ: ແທງຢາງ - ແປໂດຍ: ບິກລຽນ


Top