ຢູ່ບ້ານເກີດ ຂອງ ກອງທະຫານເຮືອ ຮວ່າງຊາ ຄຸ້ມຄອງ ບັກຫາຍ

ຢູ່ບ້ານເກີດ ຂອງ ກອງທະຫານເຮືອ ຮວ່າງຊາ ຄຸ້ມຄອງ ບັກຫາຍ

 

ຊື່ເຂດແດນສາມແຫ່ງຄື ເຈື່ອງຊາ (ແຂວງ ແຄ໋ງຮ່ວາ), ຫຼີ໋ເຊີນ (ແຂວງ ກວາງຫງາຍ) ແລະ ຝູ໋ກີ໋ວ (ແຂວງ ບິ່ງຖ້ວນ) ລ້ວນແຕ່ ໄດ້ຮັບການ ບັນທຶກໄວ້ ໃນປະຫວັດສາດ ຂອງລາຊະວົງ ຫງວຽນ ວ່າ ແມ່ນເຂດ ໝູ່ເກາະທະເລ ທີ່ໄດ້ຮັບການຂຸດຄົ້ນ ແລະ ຢືນຢັນ ສິດ ອຳນາດ ອະທິປະໄຕ ຈາກຊາວ ຫວຽດນາມ ມາແຕ່ດົນນານ. ປັດຈຸບັນ, ສາມ ເມືອງເກາະນີ້ ພວມສູ້ຊົນ ກາຍເປັນຈຸດພົ້ນເດັ່ນ ໃນການ ພັດທະນາ ເສດຖະກິດ, ການທ່ອງທ່ຽວ, ປົກປັກຮັກສາ ສິດອຳນາດ ອະທິປະໄຕ ໝູ່ເກາະ ທະເລ  ກໍຄືກໍາລັງ ອອກແຮງ ພະຍາຍາມ ປະຕິບັດ ຄຳໝັ້ນໝາຍ ສະກັດກັ້ນ ການຫາປາທີ່ ຜິດກົດໝາຍ (IUU) ຕາມ ຂໍ້ສະເໜີແນະ ຂອງຄະນະກຳມະ ການ ເອີຣົບ (EC).

ຈາກ ຫຼີ໋ເຊີນ ເຖິງ ເຈື່ອງຊາ

ເປັນເວລາຫຼາຍເຊັ່ນຄົນມາແລ້ວ, ຊາວປະມົງ ໃນເມືອງເກາະ ຫຼີ໋ ເຊີນ ໄດ້ຖືເຂດຫາປາ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນເຂດທະເລ ຕົ້ນຕໍ ຂອງຕົນເພື່ອດຳລົງຊີບ. ນັບແຕ່ທ້າຍສະຕະວັດທີ XVI, ບັນພະບຸລຸດ ຂອງ ເຂົາເຈົ້າ ແມ່ນທະຫານທ້ອງຖິ່ນ ຂອງກອງທະ ຫານເຮືອ ຮວ່າງຊາ ຄຸ້ມຄອງ ບັກຫາຍ (ໄດ້ຮັບການສ້າງຕັ້ງຢູ່ ຫຼີ໋ ເຊີນ-ນັກຂ່າວ), ໄດ້ປະຕິບັດຕາມຄຳສັ່ງຂອງເຈົ້າ ຫງວຽນ ພາຍ ເຮືອໄປເຖິງ 2 ໝູ່ເກາະ ຮວ່າງຊາ ແລະ ເຈືື່ອງຊາ ເພື່ອວັດແທກ ທະເລ, ປັກ​ຫຼັກ​ໝາຍອຳນາດ ອະທິປະໄຕ, ຂຸດຄົ້ນຊັບສິນ ທີ່ມີ ຄ່າ ແລະ ປະຕິບັດການເກັບພາສີ ເຮືອແພ ຂອງບັນດາປະເທດ ທີ່ຜ່ານໄປມາ.  ປັດຈຸບັນ, ລູກຫຼານ ຂອງ ກອງ ທະຫານເຮືອ ຮວ່າງຊາ ຄຸ້ມຄອງ ບັກຫາຍ ໃນເມື່ອກ່ອນ ໄດ້ມີກອງກຳປັ່ນຫາ ປາຢູ່ ນອກ ຊາຍຝັ່ງທະເລ ເກືອບ 600 ລຳ ດ້ວຍກຳລັງເຄື່ອງຈັກ ກວ່າ 70.000 ແຮງມ້າ.


ທ່ານ ຟ້າມຖວ້າຍຕວ່ຽນ, ຊາວເມືອງ ຫຼີ໋ເຊີນ, ຜູ້ໄດ້ຮັບຂະໜານ ນາມວ່າ ເປັນ “ນັກປະຫວັດສາດ ຍັງມີຊີວິດ” ກ່ຽວກັບ ປະຫວັດ ສາດ, ອະທິປະໄຕໝູ່ເກາະທະເລ ໃຫ້ຮູ້ວ່າ ຮວ່າງຊາ ແລະ ເຈື່ອງ ຊາ ເປັນ ຂອງ ຫວຽດນາມ. ຊາວປະມົງ ຫຼີ໋ເຊີນ ຍາມໃດກໍ່ຖືວ່າ ເຈື່ອງຊາ ແມ່ນບ້ານຂອງຕົນ ເພາະວ່າ ນັ້ນແມ່ນບ່ອນປົກປ້ອງ, ເພິ່ງພາ ຂອງ ເຂົາເຈົ້າໃນທຸກໆ ການເດີນທາງ ທາງທະເລ, ແມ່ນ ບ່ອນ ທີ່ເຂົາເຈົ້າ ສາມາດຢຸດແວ່ເພື່ອສະໜອງອາຫານ, ນ້ຳດື່ມ, ນ້ຳມັນເຊື້ອໄຟ, ສ້ອມແປງເຮືອແພ, ກວດ ແລະ ປິ່ນປົວພະຍາດ ... ເພື່ອໃຫ້ມີການເດີນທາງທີ່ປອດໄພ ແລະ ເປັນເວລາ ຍາວ ນານ ຍິ່ງຂຶ້ນ.

ໃນຊຸມປີມໍ່ໆ ມານີ້, ນັບແຕ່ EC ໄດ້ອອກຄຳເຕືອນບັດເຫຼືອງ ຕໍ່ ການ ຂຸດຄົ້ນສິນທະເລ ຂອງ ຫວຽດນາມ (ປີ 2017), ແຂວງ ກວາງຫງາຍ ແລະ ເມືອງເກາະຫຼີ໋ເຊີນ ໄດ້ເຂົ້າຮ່ວມຜັນຂະຫຍາຍ ປະຕິບັດ ຕາມບັນດາຂໍ້ສະເໜີແນະຂອງ EC ຢ່າງຂ້ຽວຂາດ. ຫຼາຍໂຄງການ ເຊັ່ນ: “ຕຳຫຼວດທະເລ ຮ່ວມເດີນທາງ  ກັບ ຊາວ ປະມົງ”, “ທະຫານ ປ້ອງກັນຊາຍແດນ ຮ່ວມເດີນທາງ ກັບ ຊາວ ປະມົງ”... ໄດ້ຖືກ ຜັນຂະຫຍາຍຢ່າງແຂງແຮງ ເພື່ອແນະນໍາ ແລະ ໃຫ້ຂໍ້ມູນຂ່າວສານ ທັນເວລາ ແກ່ຊາວປະມົງ ກ່ຽວກັບ ເຂດແດນຫາປາ ທີ່ໄດ້ຮັບອະນຸຍາດ ໃຫ້ຂຸດຄົ້ນ ແລະ ເຂດນ່ານນ້ໍາ ທີ່ບໍ່ໄດ້ຮັບອະນຸຍາດ ໃຫ້ຂຸດຄົ້ນ, ກໍ່ຄືຜົນສະທ້ອນ ຂອງການລະເມີດ IUU ເພື່ອສ້າງຄວາມຮູ້ ແລະ ທັກສະໃຫ້ ຊາວປະມົງ ຫຼີ໋ເຊີນ ໃນທຸກໆ ການເດີນທາງອອກສູ່ທະເລ.


ຊາວປະມົງ ຫງວຽນວັນຈີ໋, ຫົວໜ້າກຳປັ່ນຫາປາ QNg 96539-TS, ຜູ້ມີເວລາ 20 ກວ່າປີ ຕິດພັນກັບທະເລ ຢູ່ເຂດຫາປາ ຮວ່າງ ຊາ ແລະ ເຈື່ອງຊາ ໃຫ້ຮູ້ວ່າ: “ກ່ອນໜ້ານີ້, ພວກຂ້າພະເຈົ້າຄິດ ແບບງ່າຍໆ ວ່າ “ນົກຢູ່ເທິງຟ້າ, ປາຢູ່ໃຕ້ນໍ້າ”, ບ່ອນໃດມີປາຫຼາຍ ຈະຫາປາ ຢູ່ບ່ອນນັ້ນ, ເພາະສະນັ້ນ ບາງຄັ້ງ ກໍມີສະພາບການ ຂຸດຄົ້ນ ຢູ່ເຂດ ຫາປາ ຂອງ ປະເທດອື່ນໆ. ປັດຈຸບັນ, ເນື່ອງຈາກ ໄດ້ຮັບການເຜີຍແຜ່, ແນະນຳຈາກກຳລັງເຈົ້າໜ້າທີ່ ກ່ຽວກັບການ ຂຸດຄົ້ນ, ປົກປັກຮັກສາ ຊັບປະຍາກອນ ສິນໃນນໍ້າ ເປັນປະຈໍາ, ເພາະສະນັ້ນ ຊາວປະມົງ ພຽງແຕ່ຂຸດຄົ້ນຢູ່ໃນເຂດ ນ່ານນ້ຳຂອງ ປະເທດຕົນ”.

ກັງ​ຫັນ​ລົມ​ ໄດ້​ຮັບ​ການ​ຕິດ​ຕັ້ງ​ຢູ່​ເກາະ ຟານວິງ​. ພາບ: /VNP


ເຄີຍເປັນທ້ອງຖິ່ນ ທີ່ມີຈຳນວນກຳປັ່ນຫາປາ ລະເມີດທາງທະເລ ຕ່າງປະເທດ ເປັນອັນດັບສອງ ໃນພື້ນທີ່ແຂວງ ກວາງຫງາຍ, ແຕ່ ໃນ 2 ປີຜ່ານມາ, ເມືອງເກາະ ຫຼີ໋ເຊີນ ຍັງບໍ່ທັນມີກໍລະນີ ຊາວປະ ມົງ ລະເມີດ. ມີຊາວປະມົງ ຫຼາຍຄົນໃຫ້ຮູ້ວ່າ: ນັບແຕ່ ຖືກເຜີຍ ແຜ່ ເຊື່ອມຊຶມ ຄຳໝັ້ນສັນຍາ ສະກັດກັ້ນ ການຫາປາ ທີ່ຜິດກົດ ໝາຍ (IUU) ຕາມຂໍ້ສະເໜີແນະ ຂອງຄະນະກຳມະການ ເອີຣົບ (EC), ບັນດາກຳປັ່ນຫາປາ ອອກສູ່ທະເລ ຕ່າງກໍໄດ້ປະຕິບັດ ການເປີດ ອຸປະກອນ ຕິດຕາມການເດີນເຮືອ ເພື່ອການຕິດຕາມ ກວດກາ ຂອງ ກຳລັງເຈົ້າໜ້າທີ່; ບໍ່ຈັບຫາປາ ຢູ່ເຂດນ່ານນໍ້າ ຂອງ ຕ່າງປະເທດຢ່າງເຂັ້ມງວດ ແລະ ປະຕິບັດ ບັນທຶກການ ເດີນທາງປະຈຳວັນ, ຫາແຫຼ່ງທ່ີມາສິນທະເລ ຢ່າງຈະແຈ້ງ ແລະ ຄົບຖ້ວນ. 

ວັດ ວິງຟຸກ ຢູ່ເທິງເກາະ ຟານວິງອາ (ເມືອງເກາະ ເຈື່ອງ ຊາ) ຕັ້ງສະຫງ່າຢູ່ກາງທະເລ. ພາບ: VNP

ຄຽງຄູ່ກັບການຊຸກຍູ້ ພັດທະນາ ການຫາປາ ຢູ່ນອກຝັ່ງທະເລ ແບບຍືນຍົງ, ຫຼີ໋ເຊີນ ຍັງວາງແຜນນະໂຍບາຍພັດທະນາການ ທ່ອງທ່ຽວ ໂດຍອີງໃສ່ສອງທ່າແຮງຄື: ພູມສັນຖານທຳມະຊາດ ທີ່ ເປັນເອກະລັກສະເພາະ ແລະ ບັນດາຮ່ອງຮອຍປະຫວັດສາດ, ງານບຸນປະເພນີ, ຄວາມເຊື່ອຖືທາງໃຈ ທີ່ມີຊື່ສຽງ ຕິດພັນກັບ ປະ ຫວັດສາດ ອຳນາດອະທິປະໄຕ ໝູ່ເກາະທະເລ ຂອງ ປະເທດຄື : ວັດ ເອີມລິນ, ສາລາ ອານຫວີງ, ເຂດ ຫຼຸມຝັງສົບ ຂອງ ທະຫານ ຮວ່າງຊາ, ຫ້ອງວາງສະແດງ ວັດຖຸພັນ ທີ່ເປັນ ທີ່ລະລຶກ ຂອງ ກອງທະຫານເຮືອ ຮວ່າງຊາ ຄຸ້ມຄອງ ບັກຫາຍ ແລະ ພິເສດ ແມ່່ນ “ພິທີ ລ້ຽງດວງວິນຍານທະຫານ ຮວ່າງຊາ”...

ເທິງ​ບ້ານ​ເກີດ​ຂອງ​ ກອງເຮືອ ບັກຫາຍ 

ທ່າກຳປັ່ນ ຝູ໋ກີ໋ວ ຖືກສ້າງຂຶ້ນເໝືອນດັ່ງອູ່ເຮືອ, ເປັນບ່ອນ ມີເຮືອໃຫຍ່ ແລະ ນ້ອຍນັບຮ້ອຍໆ ລຳ ຈອດລໍຖ້າ ເພື່ອ ເຕີມ ເຊື້ອເພີງ, ນໍ້າຈືດ ຫຼື ສົ່ງສິນໃນນໍ້າຂຶ້ນຝັ່ງ ເພື່ອການຮັກສາ ແລະ ປຸງແຕ່ງຂັ້ນຕົ້ນ. ພາບ: ທົງຫາຍ/VNP
ໄຟຟ້າພະ​ລັງ​ງານ​ລົມ ຝູ໋ກີ໋ວ ມີ​ກໍາ​ລັງ​ການ​ຕິດ​ຕັ້ງ 6 ເມກາ ວັດ ກັບ ຕວັກບິນ 3 ໜ່ວຍ, ​ສະ​ໜອງໄຟຟ້າ ​ປະ​ມານ 25,4 ລ້ານ ກິໂລວັດໂມງ/​ປີ. ພາບ: ທົງຫາຍ/VNP

ຢ້ອນອະດີດໄປ ເມື່ອສະຕະວັດ ທີ XVII, ຄຽງຄູ່ກັບການສ້າງຕັ້ງ ກອງເຮືອ ຮວ່າງຊາ ຢູ່ ຫຼີ໋ເຊີນ, ອຳນາດການປົກຄອງເຈົ້າ ຫງວຽນ ໄດ້ສ້າງຕັ້ງ ກອງເຮືອ ບັກຫາຍ ຢູ່ ບິ່ງຖ້ວນ ດ້ວຍໜ້າທີ່ຄື ຂຸດຄົ້ນ ສິນທະເລ ແລະ ເກັບກຳຊັບສິນທີ່ມີຄ່າ ຈາກ ໝູ່ເກາະ ຮວ່າງຊາ, ເກາະ ຝູ໋ກີ໋ວ, ໂກນໂລນ, ຮ່າຕຽນ ແລະ ບັກຫາຍ. ກອງເຮືອ ບັກ ຫາຍ ຖືກຄຸ້ມຄອງ ໂດຍກອງເຮືອ ຮວ່າງຊາ ເພາະສະນັັ້ນມີຊື່ ລວມວ່າ ກອງເຮືອ ຮວ່າງຊາ ຄຸ້ມຄອງ ບັກຫາຍ. 

ໃນສະໄໝເຈົ້າ ຫງວຽນຟຸກຄວ໋າດ (ດໍາລົງຕຳແໜ່ງ 1738-1765), ອຳນາດການປົກຄອງ ພາກໃຕ້ ໄດ້ຈັດຕັ້ງ 14 ໝູ່ບ້ານ ແລະ 1 ບ້ານນ້ອຍ ຢູ່ເກາະ ຝູ໋ກີ໋ວ. ຈາກບັນດາໝູ່ບ້ານ ແລະ ບ້ານນ້ອຍ ໃນເບື້ອງຕົ້ນ, ມາຮອດປັດຈຸບັນ ຝູ໋ກີ໋ວ ໄດ້ກາຍເປັນ ເມືອງເກາະ ທີ່ອຸດົມມັ່ງຄັ່ງ, ມີປະຊາກອນ ເກືອບ 30.000 ຄົນ. ປັດຈຸບັນ, ລູກຫຼານຂອງກອງເຮືອ ບັກຫາຍ ໃນເມື່ອກ່ອນ ໄດ້ ສ້າງຕັ້ງກອງກຳປັ່ນ ຫາປາ ຢູ່ນອກຝັ່ງທະເລ ຈໍານວນ 1.500 ລຳ  ດ້ວຍກຳລັງແຮງແຕ່ 90 ແຮງມ້າ ຂຶ້ນໄປ ແລະ ຄືດັ່ງບັນພະບຸລຸດ ໃນເມື່ອກ່ອນ, ເຂົາເຈົ້າຍັງຖືເຂດຫາປາ ແຕ່ໝູ່ເກາະ ເຈື່ອງຊາ ຫາ ຮ່າຕຽນ ເປັນເຂດຫາປາມູນເຊື້ອຂອງຕົນ.

 

ຈາກປັດໄຈ ດັ່ງກ່າວ, ທ່ານ ເລຮົ່ງເລີ້ຍ ຮອງເລຂາ ຄະນະພັກ ເມືອງ ຝູ໋ກີ໋ວໃຫ້ຮູ້ວ່າ ເມືອງເກາະ ກຳນົດ ການພັດທະນາ ເສດ ຖະກິດ ດ້ວຍເສົາຄໍ້າຫຼັກ ແມ່ນຫາປາ, ຂົນສົ່ງການປະມົງ, ການ ຄ້າ ການບໍລິການ ແລະ ທ່ອງທ່ຽວ. ເພື່ອຊຸກຍູ້ການຫາປາ ຢູ່ນອກ ຊາຍຝັ່ງທະເລ, ຝູ໋ກີ໋ວ ໄດ້ພັດທະນາຢ່າງແຂງແຮງ ຮູບການ ຂົນ ສົ່ງ ການປະມົງ ເພື່ອເກັບຊື້ສິນທະເລ, ສະໜອງວັດຖຸດິບ ແລະ ສິ່ງທີ່ຈຳເປັນໃນຊີວິດປະຈຳວັນ ໃຫ້ຊາວປະມົງ ຢູ່ເທິງທະເລ ເພື່ອຊ່ວຍໃຫ້ ບັນດາກອງ ກຳປັ່ນ ສາມາດຕິດພັນກັບທະເລ ເປັນເວລາຫຼາຍວັນ. 

ພິເສດ, ໃນຊຸມປີມໍ່ໆ ມານີ້, ຝູ໋ກີ໋ວ ໄດ້ປະຕິບັດເປັນຢ່າງດີ ຄຳ ໝັ້ນສັນຍາ ສະກັດກັ້ນການຫາປາທີ່ຜິດກົດໝາຍ (IUU) ຕາມຂໍ້ ສະເໜີແນະ ຂອງຄະນະກຳມະການ ເອີຣົບ (EC). ທ່ານ ເລຮົ່ງ ເລີ້ຍ ໃຫ້ຮູ້ວ່າ: “ນັບແຕ່ປີ 2018 ມາຮອດປັດຈຸບັນ, ເກາະ ຝູ໋ກີ໋ວ ແມ່ນບໍ່ມີ ສະພາບການ ກຳປັ່ນຫາປາ ລະເມີດ ເຂດນ່ານນ້ຳ ຂອງ ຕ່າງປະເທດ ອີກແລ້ວ ເນື່ອງຈາກອຳນາດການປົກຄອງ ໄດ້ ປະຕິບັດຢ່າງດີ ວຽກງານ ໂຄສະນາເຜີຍແຜ່ ດ້ານກົດໝາຍ, ປຸກ ລະດົມປະຊາຊົນ ປະຕິບັດ ລະບຽບການ ກ່ຽວກັບການຫາປາ ຢູ່ ນອກຊາຍຝັ່ງ ຢ່າງຄົບຖ້ວນ”.


ນອກຈາກຄວາມບົ່ມຊ້ອນ ດ້ານສິນທະເລ, ຝູ໋ກີ໋ວ ຍັງໄດ້ ທຳມະ ຊາດປະທານໃຫ້ ທັດສະນີຍະພາບ ທ່ີບໍລິສຸດ ແລະ ບັນດາ ຫາດ ຊາຍ ທີ່ແສນສວຍງາມ. ບໍລິສັດທ່ອງທ່ຽວ ຫຼາຍແຫ່ງ ໃຫ້ຮູ້ວ່າ ເກາະ ຝູ໋ກີ໋ວ ກັບບັນດາຊື່ເຊັ່ນ: ແກ່ງ ຮາງ, ເສົາຫຼັກໝາຍ ອຳນາ ດອະທິປະໄຕ, ຄ້ອຍ ເຟືອດ, ຫຼຸມຝັງສົບ ໄຖ່, ວັດ ລິງເຊີນ, ຮ່ອງ ນໍ້າ ຢູ່, ຈຸດຊົມແສງຕາເວັນຕົກຢູ່ອ່າວ ຈ່ຽວເຢືອງ, ຝັ່ງກັນເຈື່ອນ ຫງູ້ຝູ້ງ... ແມ່ນເໝາະສົມທີ່ສຸດ ສໍາລັບການລົງທຶນພັດທະນາ ຮູບ ການທ່ອງທ່ຽວຊີວະພາບ, ທ່ອງທ່ຽວຜ່ານ ປະສົບການ, ຄົ້ນພົບ, ສ່ຽງໄພ.

ພາບລວມຂອງຫາດຊາຍນ້ອຍ ແກ່ງ ຮາງ ຢູ່ເກາະ ຝູ໋ກີ໋ວ. ພາບ: ທົງຫາຍ/VNP

ດ້ວຍທິວທັດທຳມະຊາດ ທ່ີບໍລິສຸດ ທ່າມກາງແສງແດດ, ສາຍ ລົມ, ປະກາລັງ, ບັນດາຫາດຊາຍ ທີ່ສວຍງາມ, ອາກາດ ສົດຊື່ນ, ໂດຍສະເພາະແມ່ນຜູ້ຄົນ ຢູ່ທ່ີນີ້ ເປັນມິດ, ຮັກແຂກແພງຄົນ, ຝູ໋ ກີ໋ວ ກຳລັງ ພະຍາຍາມ ສ້າງຍີ່ຫໍ້ການທ່ອງທ່ຽວ ທີ່ຕິດພັນກັບ ລັກ ສະນະ ທີ່ເປັນເອກະລັກສະເພາາະ ໂດຍອີງ ໃສ່ທ່າແຮງ ວ່າດ້ວຍ ໝູ່ເກາະທະເລ ເພື່ອພັດທະນາ ເປັນຜະລິດຕະພັນ ທ່ອງທ່ຽວໃໝ່ ທີ່ດຶງດູດໃຈ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ບົດ: ທົງທ້ຽນ - ພາບ: ທົງຫາຍ, ກົງດາດ, ຫງວຽນດັງເລີມ, VNP, VNA ແລະ BLUEOCEAN - ແປໂດຍ: ບິກລຽນ


Top