“ຟ້ອນແຊ່ວ" ພາກຕາເວັນຕົກສ່ຽງເໜືອ

“ຟ້ອນແຊ່ວ" ພາກຕາເວັນຕົກສ່ຽງເໜືອ

ຕາມ​ເລື່ອງເລົ່າສືບທອດກັນ​ມາ, ​ຟ້ອນ ແຊ່ວ​ ມີ​ມາ​ເມື່ອປະມານ 10 ສະຕະວັດ​ກ່ອນ, ເບື້ອງຕົ້ນເປັນພຽງການເຄື່ອນໄຫວ ແບບງ່າຍໆ ​​ໃຫ້​ຜູ້ຄົນ​ຈັບ​ມືກັນ ​ຂັບ​ໄລ່​ຄວາມ​ຢ້ານ​ກົວ ​ຢູ່​ເຂດພູຜາປ່າດົງ ​ໃນ​ຍາມ​ຄໍ່າຄືນ,ຫຼັງຈາກນັ້ນ ໄດ້ກາຍເປັນ ວາດຟ້ອນ ໃນໂອກາດ ສ້າງບ້ານແປງເມືອງ ແລະ ໄດ້ນຳໄປສະແດງ ຮັບໃຊ້ ບັນດາ ເຈົ້າກົກ ເຈົ້າເຫຼົ່າ ແລ້ວຄ່ອຍໆ ພັດທະນາ​ ກາຍ​ເປັນ​ວາດ​ຟ້ອນ ທີ່​ມີ​ຊື່​ສຽງ ​ຂອງ​ ຊາວເຜົ່າໄທ ຢູ່ ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອຂອງ ຫວຽດນາມ. ​ໃນ​ເດືອນ ​ທັນວາ​ ປີ 2021, ສິລະປະ ແຊ່ວ ຂອງຊາວເຜົ່າ ໄທ ໄດ້ ຢູແນັສໂກ ຮັບຮອງເປັນ ມໍລະດົກ ທີ່ເປັນນາມມະທຳ ຂອງ ມວນມະນຸດ.

ຖິ່ນກໍາເນີດ ຟ້ອນ ແຊ່ວ ຂອງຊາວເຜົ່າ ໄທ

ຕາມໜັງສືໃບລານເກົ່າຫຼາຍສະບັບ ຂອງ ຊາວເຜົ່າ ໄທ ພາກຕາ ເວັນຕົກສ່ຽງເໜືອ, ​ໃນ​ລະຫວ່າງສະຕະວັດ​ທີ X, ​ເຈົ້າ​ກົກເຈົ້າເຫຼົ່າ​ຢູ່​ເຂດ​ເມືອງ ລໍ່ (ບໍລິເວນແຂວງ ​ອຽນ​ບ໋າຍ ​ໃນ​ປັດຈຸ​ບັນ) ​ແມ່ນ ​ລາກ​ ເຈື້ອງ ​ໄດ້​ປະດິດ​ສິລະ​ປະ ຟ້ອນແຊ່ວ ຂອງ ຊາວເຜົ່າ ໄທ ຂຶ້ນມາ​. ​ແມ່ນ​ເພິ່ນເອງ ​ໄດ້​ນຳຊາວເຜົ່າ ໄທ ​ໄປ​ຍັງ​ເຂດ​ເມືອງ ຊໍ (​ເມືອງ ​ຟອງ​ໂຖ, ​ແຂວງ​ ລາຍ​ເຈົາ ໃນ​ປັດຈຸ​ບັນ) ​ ​ເພື່ອ​ການບຸກເບີກ ຖາກ ຖາງທີ່ດິນ ສ້າງຕັ້ງບ້ານເມືອງ. ຕາມເລື່ອງເລົ່າ ສືບທອດກັນມາວ່າ ດິນແດນແຫ່ງໃໝ່ນີ້ ເປັນບ່ອນ ທີ່ວາດຟ້ອນ ແຊ່ວ ພັດທະນາ ຈະ ເລີນຮຸ່ງເຮືອງ ແລະ ແຜ່ຂະຫຍາຍໄປທົ່ວເຂດຕາເວັນຕົກສ່ຽງເໜືອ.

 

ເບື້ອງຕົ້ນ, ວາດ​ຟ້ອນ ແຊ່ວ ໂດຍ ລາກເຈື້ອງ ສອນໃຫ້ປະຊາຊົນ ພຽງງ່າຍໆ ຄື ໃຫ້ບ່າວສາວ ຈັບມືກັນ ຢືນເປັນວົງ​ ອ້ອມກອງໄຟ ແລ້ວ ທັງຟ້ອນລຳທັງຮ້ອງໂຮຕາມຈັງຫວະ ເພື່ອຂັບໄລ່ສັດຮ້າຍ, ປັດເປົ່າຄວາມຢ້ານກົວ, ສະແດງໃຫ້ເຫັນ ຄວາມສາມັກຄີ ໃນຊຸມ ຊົນ. ຕໍ່​ມາ, ​ເພື່ອ​ເຮັດ​ໃຫ້ ​ແຊ່ວ ມີຊີວິດຊີວາຍິ່ງຂຶ້ນ, ຊາວເຜົ່າ ໄທ ໄດ້​ສ້າງ​ເຄື່ອງເສບຊ່ວຍ​​ຕື່ມ​ອີກຄື: ພິນຕິ໋ງ, ຊໍອູ້, ຄ້ອງ ແລະ ແສ່ງ.  ນັບ​ແຕ່​ນັ້ນ​ມາ, ແຊ່ວ ໄດ້ຮັບການສະ​ແດງ​ໃນ ການເຄື່ອນໄຫວ ວັດທະນະທຳ ເກືອບທຸກຄັ້ງ ຂອງຊາວເຜົ່າ ໄທ ​​ເຊັ່ນ: ງານ​ຂຶ້ນ​ເຮືອນ​ໃໝ່, ງານ​ແຕ່ງດອງ, ງານ​ຂໍ ໄປຈົນເຖິງ​ບັນດາງານ​ບຸນ​ໃຫຍ່​ຂອງ​ບ້ານ. ດ້ວຍເຫດນັ້ນ, ຊາວ ​ເມືອງ​ລໍ່ ມີຄວາມເຊື່ອວ່າ ວົງ ແຊ່ວ ຍິ່ງກວ້າງ, ຍິ່ງຄຶກຄື້ນ ປີນັ້ນລະດູການ ຈະໄດ້ຮັບຜົນດີ, ຊີວິດການ ເປັນຢູ່ ຈະອີ່ມໜຳສຳລານ, ຊາວບ້ານ ຈະ​ມີ​ຄວາມ​ສຸກ.

 

ຕາມ​ນັກ​ສິລະ​ປິນ ຫຼໍ່ວັນບ໋ຽນ, ຢູ່​ຕາ​ແສງ ຈຸງເຕິມ, ເທດສະບານ ເງ້ໂລ້-ຜູ້ຄົ້ນຄວ້າສະເພາະ ກ່ຽວກັບວັດທະນະທຳ ຂອງ ຊາວເຜົ່າ ໄທ ຢູ່ ເມືອງລໍ່ ໃຫ້ຮູ້ວ່າ: ປັດຈຸ​ບັນ ​ແຊ່ວມີ 36 ວາດຟ້ອນ, ​ແຕ່ມີ ຕົ້ນກຳເນີດ, ດັດປ່ຽນ ມາຈາກ 6 ວາດຟ້ອນ ແຊ່ວບູຮານ. 6 ວາດ ຟ້ອນ ແຊ່ວບູຮານນີ້ ບໍ່ພຽງແຕ່ເພື່ອການສະແດງ ເທ່ົານັ້ນ, ແຕ່ຍັງ ສະແດງ ໃຫ້ເຫັນ ທັດສະນະຄວາມຮັບຮູ້ ກ່ຽວກັບ ແບບແຜນການ ດຳເນີນຊີວິດ ແລະ  ແນວຄວາມຄິດ ຂອງ ຊາວເຜົ່າ ໄທ ຕັ້ງແຕ່ ຫຼາຍເຊັ່ນຄົນມາແລ້ວ ຕົວຢ່າງ: ວາດຟ້ອນ “ແຊ໋ ວ່ອງ” ສະແດງໃຫ້ເຫັນ ຄວາມສາມັກຄີ, ຄວາມສະໜິດຕິດພັນ ໃນຊຸມຊົນ; ວາດ ຟ້ອນ “ເຊີນເຫຼົ້າ” ສະແດງ ໃຫ້ເຫັນຄວາມ ຮັກແຂກ ແພງຄົນ, ເມື່ອ ແຂກ ມາຢາມເຮືອນ ຕ້ອງມີຈອກເຫຼົ້າ ເຊີນແຂກ; ວາດຟ້ອນ “ໂດນ ໂຮນ” ສະແດງໃຫ້ເຫັນວ່າ ເຖິງຈະມີການຜັນແປ ແຕ່ປະຊາຊົນ ໃນຕະກຸນ ດຽວກັນ ຍັງບໍ່ອອກຈາກກັນ; ວາດຟ້ອນ “ໂຍນຜ້າ” ແມ່ນ ວາດ ຟ້ອນແຊ່ວ ທີ່ມີຄວາມຄຶກຄື້ນ, ມີສີສັນສົດໃສ, ສະແດງອອກມາ ຄວາມເບີກບານມ່ວນຊື່ນ ໃນງານແຕ່ງດອງ, ຂຶ້ນເຮືອນໃໝ່; ວາດຟ້ອນ “ອ້ອມລ້ອມ ຕົບມື” ສະແດງໃຫ້ເຫັນຄວາມສົມຫວັງ, ອີ່ມໜຳສຳລານ...

ກະດິ່ງ, ກອງ ແລະ ກະບອກໄມ້ໄຜ່ ເພື່ອສ້າງຈັງຫວະ ໃນ ງານບຸນ ແຊ່ວ ຂອງ ຊາວເຜົ່າ ໄທ ຢູ່ ພາກຕາເວັນຕົກສ່ຽງເໜືອ. ພາບ: ເອກະສານ VNP 

ກ່ອນ​ໄຊຊະນະ ​ດ້ຽນ ບຽນ​ຝູ (1954), ຊາວເຜົ່າ ໄທ ທົ່ວເຂດ ເມືອງ ຊໍ ​ ​ແມ່ນ​ຢູ່​ພາຍ​ໃຕ້ ​ການ​ປົກຄອງ​ຂອງ “ກະສັດ​” ​ແດ່ວວັນເອນ, ເຈົ້າເມືອງ ຜູ້ທ່ີເຕັມໄປດ້ວຍຄວາມຮັກ ແລະ ມັກວາດຟ້ອນ ແຊ່ວ, ເພາະສະນັ້ນ ໃນເຂດ ເມືອງຊໍ ຈິ່ງມີຄະນະ ແຊ່ວ ຫຼາຍຮ້ອຍຄະນະ ແລະ ຈັດງານບຸນ ແຊ່ວ ຂຶ້ນເປັນປະຈຳ. ​ໃນໂອກາດ ຈັດງານບຸນ ແຊ່ວ, ບັນດາບ່າວາວ ທີ່ມາຈາກໝູ່ບ້ານຕ່າງໆ ຂອງ ຊາວເຜົ່າ ໄທ ໄດ້ເຕົ້າໂຮມກັນ ຢູ່ແຄມຝັ່ງ ແມ່ນໍ້າ ເນີ້ມນາ ເພື່ອທຳຄວາມລື້ງເຄີຍ ແລະ ຟ້ອນ ແຊ່ວ ນຳກັນ. ຍາມຄໍ່າຄືນ, ສຽງເພງຫາໝູ່, ສຽງ ພິນຕິ໋ງ ທີ່ອ່ອນຊ້ອຍ ພາຍໃຕ້ ແສງສະຫວ່າງ ຈາກກອງໄຟ ເຮັດ ໃຫ້ລາຕີການ ຂອງ ວົງຟ້ອນແຊ່ວ ເຕັມໄປດ້ວຍ ຄວາມມ່ວນຊື່ນ ແລະ ວົງ ແຊ່ວ ຍິ່ງເດິກ ຍິ່ງໃຫຍ່ຂຶ້ນ ເບິ່ງຄືວ່າ ຈະບໍ່ມີວັນສິ້ນສຸດ.

 

ສຈ.ປອ ຫງວຽນ​ທິຮ່ຽນ, ອະ​ດີດ​ຮອງຫົວໜ້າສະຖາບັນ ສິລະປະ ວັດທະນະທຳ ແຫ່ງຊາດ ຫວຽດນາມ ເຫັນວ່າ ໂດຍ​ພື້ນ​ຖານ, ແຊ່ວ ມີ 3 ປະ​ເພດ​​ຄື: ​ແຊ່ວພິ​ທີ​ການ, ແຊ່ວສະ​ແດງ ແລະ ແຊ່ວວົງ. ນັບ​ແຕ່​ປີ 1990 ມາ​ຮອດ​ປັດຈຸ​ບັນ, ບັນດາ​ຄະນະແຊ່ວ ຂອງ ຊາວເຜົ່າໄທ​ ໄດ້​ມີການພັດທະນາ​ຢ່າງແຮງ, ​ໃນ​ປີ 2019 ​ແຂວງ ອຽນບ໋າຍ ມີ​ຄະນະ ແຊ່ວປະມານ 180 ຄະນະ, ແຂວງ ດ້ຽນບຽນ​ ມີ 1.273 ຄະນະ, ​ແຂວງ ​ລາຍ​ເຈົາ ມີ 100 ຄະນະ ແລະ ແຂວງ ເຊີນ​ລາ ມີປະມານ 1.700 ຄະນະ... ສ້າງ​ເປັນ​ກຳລັງ​ທີ່ເຂັ້ມແຂງ ໃນການສະແດງ ແລະ ຕົກທອດ ແລະ ຖ່າຍທອດສິລະປະ ແຊ່ວ.

ອາດ​ເວົ້າ​ໄດ້​ວ່າ, ​ສະໄໝ ຝຣັ່ງ ປົກຄອງ, ຈາກ​ວາດຟ້ອນ ທີ່ມີ ລັກ ສະນະທົ່ວໄປ, ແຊ່ວ ໄດ້ກາຍເປັນ “ວາດຟ້ອນໃນ ພະລາຊະວັງ” ໄດ້ນຳໄປສະແດງຮັບໃຊ້ ບັນດາເຈົ້າກົກເຈົ້າເຫຼົ່າ ພາກຕາເວັນຕົກ ສ່ຽງເໜືອ ແລະ ອາດຍາເຈົ້ານາຍຊາວ ຝຣັ່ງ. ​ມື້ລາງສິລະປິນ ລໍ່ທິ ແຟ້ ຜູ້ເຄີຍ​ຮັບ​ໃຊ້​ໃນ​ຄະນະແຊ່ວ ຂອງ​ກະສັດ ແດ່ວວັນເອນ ​ໃນ​ເມື່ອ​ກ່ອນ ​ໃຫ້​ຮູ້​ວ່າ: ຄະນະແຊ່ວ ແຖບ ເມືອງຊໍ ​​ກ່ອນ​ປີ 1954 ​ໄດ້​ຕິດຕາມຊາວ ຝຣັ່ງ ໄປ ປາຣີ (ຝຣັ່ງ) ​ເພື່ອທຳການສະແດງ ແຊ່ວ ດອກໄມ້, ແຊ່ວ ກຸບ, ແຊ່ວ ​ຜ້າພັນຄໍ, ແຊ່ວ ດອກບານ (Bauhinia) ... ໄດ້ດຶງດູດຈັບໃຈ ຊາວຕາເວັນຕົກ ໃນຄາວນັ້ນເປັນພິເສດ. 

ຜ່ານຜ່າການຜັນແປປ່ຽນແປງຂອງວັນເວລາ, ​ແຕ່ ​ເມືອງ ລໍ່, ​ເມືອງ​ຊໍ ​ມາ​ຮອດ​ປັດຈຸ​ບັນ, ​ແຊ່ວ ໄດ້​ໄດ້​ພັດທະນາ​ຢ່າງ​ສະຫງ່າ​ງາມ​ ກາຍ​ເປັນ “​ຊັບ​ສົມບັດ” ວັດທະນະທຳ ​ຂອງ​ຊາວເຜົ່າ ໄທ ​ແລະ ​ເປັນ​ວາດ​ຟ້ອນ ​ທີ່ມີລັກສະນະສັນຍະລັກແຫ່ງ​ຄວາມ​ສາມັກຄີ​ ຂອງ​ ບັນດາ​ເຜົ່າ​ຢູ່​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ..

ທ່ອງ​ທ່ຽວແຖບດິນ ແຊ່ວ

ັດຈຸບັນ ຢູ່ພາກຕາເວັນຕົກສ່ຽງເໜືອ ມີ 4 ເຂດ ທີ່ມີ ຊາວເຜົ່າ ໄທ ດຳລົງຊີວິດຢູ່ ຢ່າງໜາແໜ້ນຄື: ເມືອງແທງ (ແຂວງ ດ້ຽນບຽນ), ເມືອງລໍ່ (ແຂວງ ອຽນບ໋າຍ), ເມືອງທານ (ແຂວງ ລາຍເຈົາ) ແລະ ເມືອງເຕິກ (ແຂວງ ເຊີນລາ). ຢູ່​ທີ່​ນີ້ ​ມີ​ຄະນະ ແຊ່ວ ທີ່​ມີ​ຊື່​ສຽງ, ດັ່ງ​ນັ້ນ​ເມື່ອ​ມາ​ຍັງ​ທີ່ນີ້, ນັກທ່ອງທ່ຽວ ຈະມີໂອກາດໄດ້ເຂົ້າຮ່ວມມ່ວນ​ຊື່ນ​ກັບ “ງານ​ລ້ຽງ ແຊ່ວທີ່​ເປັນ​ເອກະລັກ​ ​ຂອງ​ຊາວ​ທ້ອງ​ຖິ່ນ, ​ເພາະ​ເບິ່ງ​ຄ​ວ່າ ​ຢູ່​ບ່ອນ​ໃດ​ ມີຊາວ​ເຜົ່າ​ ໄທ ດຳລົງຊີວິດ ຢູ່ທີ່ນັ້ນ​ຈະ​ມີ​ສິລະ​ປະຟ້ອນ ແຊ່ວ.

 

ທ່ານ​ນາງ ໂດ໊ທິເຕິກ, ນັກ​ຄົ້ນ​ຄ້ວາ​ເກັບ​ກຳ​ ກ່ຽວກັບວັດທະນະທຳ ພື້ນເມືອງ ແຂວງ ລາຍເຈົາໃຫ້ຮູ້ວ່າ ແຊ່ວ ຄ້ອງ ແມ່ນງານບຸນໃຫຍ່ ທີສຸດ ຂອງ ວົງຄະນະຍາດ ຊາວເຜົ່າ ໄທ ຢູ່ ພາກຕາເວັນຕົກສ່ຽງ   ເໜືອເວົ້າລວມ ແລະ ຢູ່ເມືອງທານເວົ້າສະເພາະ ໃນລະດູບານໃໝ່. ຊາວເຜົ່າ ໄທຂາວ​ ຈັດ​ງານບຸນແຊ່ວ ຄ້ອງ ເພື່ອ​ອະ​ທິ​ຖານໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ, ຜົນ​ລະ​ປູກ​ໄດ້ຮັບຜົນ​ດີ ແລະ ຊາວບ້ານ ໄດ້ຢູ່ເຢັນເປັນສຸກ. ງານ​ບຸນແຊ່ວ ຄ້ອງ ມີ​ຊື່​ສຽງ​ເຖິງຂັ້ນ ໄດ້​ທຽບ​ໃສ່ “ງານ​ລ້ຽງ ແຊ່ວ”, ຍ້ອນ​ວ່າ​ງານ​ບຸນ ແຊ່ວຄ້ອງ ມີ​ຫຼາຍວາດ​ຟ້ອນ​ທີ່​ດຶງດູດຈັບໃຈ, ​ຄືກັນ​ກັບ​ງານ​ລ້ຽງ​ທີ່​ມີ​ອາຫານ​ແຊບໆ​ ຫຼາຍ​ເຍື່ອງ.

 

ທ່າມກາງສຽງພິນຕິ໋ງ ປະສານກັບສຽງຫົວ ຂອງ ບ່າວສາວ ທັງຢູ່ ໃກ້ ຢູ່ໄກ ຊວນກັນມາ ຢ່າງຟົດຟື້ນ ມ່ວນຊື່ນ. ສຽງ​ຄ້ອງ ສຽງກອງ ເລັ່ງລັດຄືເຊີນຊວນ​ ນັກ​ທ່ອງ​ທ່ຽວ​ ມາເຂົ້າ​ຮ່ວມ​ງານ​ບຸນ. ​ໃນ​ເວລາ​ນັ້ນ, ບໍ່​ວ່າ​ຈະ​ເປັນຊາວເຜົ່າ ໄທ, ເຜົ່າ ມົ້ງ ​ຫຼື​ ເຜົ່າ ຢ້າວ, ​ບໍ່ວ່າຢູ່ເຂດ​ທົ່ງພຽງ ​ຫຼື ​ພູດອຍ... ໝົດທຸກຄົນໄດ້​ຈັບ​ມື​ກັນ​ເປັນ​ວົງ ​ແຊ່ວ ​ແລະ ຟ້ອນ​ຕາມ​ຈັງຫວະ​ສຽງ​ພິນຕິ໋ງ ທີ່ອ່ອນຊ້ອຍ ຢູ່ ອ້ອມກອງໄຟ, ເບິ່ງແຕ່ໄກ ເໝືອນດັ່ງດອກໄມ້ກຳລັງບານ ອວດອົ່ງສີສັນ ຢູ່ ລະຫວ່າງກາງ ພູເຂົາ ແລະ ປ່າໄມ້. 

 

ຢູ່​ເຂດ​ຮ່ອມ​ພູ​ໃນ​ເມືອງ ດ້ຽນບຽນ ​ແລະ ນະຄອນ ດ້ຽນບຽນ​ຝູ ​ເປັນ​ບ່ອນ​ຢູ່​ອາ​ໄສ ​ຂອງ​ ຊາວເຜົ່າ ​ໄທ​ດຳ, ​ແຊ່ວ ​ໄດ້ອຳນາດ ການປົກຄອງແຂວງ ສ້າງ​ໃຫ້​ກາຍ​ເປັນ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ປາຍແຫຼມ. ເພາະ ສະນັ້ນ, ມາຍັງ ດ້ຽນບຽນ​ ທຸກວັນນີ້,  ນັກທ່ອງທ່ຽວ ບໍ່ພຽງແຕ່ສາມາດໄດ້ໄປທ່ຽວຊົມທັດສະນີຍະພາບ, ປູສະນີຍະສະຖານຫຼາຍແຫ່ງ ທີ່ມີຄວາມສະໜິດຕິດພັນ ກັບ ໄຊຊະນະ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ ສະເທືອນດິນ” ເທ່ົານັ້ນ ແຕ່ຍັງໄດ້ຄົ້ນພົບຄວາມງາມ ອັນມີສະເໜ່ ຂອງ ງານລາຕີ ແຊ່ວ, ຍ້ອນຢູ່ທີ່ນີ້ ມີກວ່າ 1000 ຄະນະ ແຊ່ວ ຢູ່ຕາມໝູ່ບ້ານເຊັ່ນ: ບ້ານ ເມ໋ນ, ບ້ານ ແຕນ, ບ້ານ ກໍມີ້, ບ້ານ ຟຽງເລີຍ ແລະ ອື່ນໆ... ຂອງ ຊາວເຜົ່າ ໄທດຳ ພ້ອມແລ້ວທີ່ຈະສະແດງ ແຊ່ວ ບໍລິການແຂກຢູ່ສະເໝີ.  ​

ວາດຟ້ອນແຊ່ວ ບູຮານໃຫຍ່ທີສຸດ ຫວຽດນາມ ສ້າງສະຖິຕິ Guiness ຫວຽດນາມ ປີ 2019 ຢູ່ ຕາແສງ ເງ້ຍໂລ້, ດ້ວຍການເຂົ້າ ຮ່ວມ ຂອງ ສະນັກສະແດງ​ສະໝັກ​ຫຼິ້ນ 5000 ຄົນ, ​ໃນ​ນັ້ນ​ມີ 6 ວາດຟ້ອນ ແຊ່ວບູຮານ​ ທີ່​ມີ​ຊື່​ສຽງ​ຂອງເຂດ ເມືອງລໍ່. ພາບ: VNA

ເຜົ່າໄທ​ດໍາ ຢູ່​ເມືອງ​ ມາຍ​ເຈົາ (ແຂວງ ຮ່ວາ​ບິ່ງ) ໄດ້ສ້າງ​ຕັ້ງ ຄະນະ ແຊ່ວ ​ເພື່ອ​ບໍລິການ​ນັກ​ທ່ອງ​ທ່ຽວ. ພົ້ນເດັ່ນຄືຢູ່​ບ້ານ​ ລາກ, ບ້ານ​ ໂປມ​ກ້ອງ ​ແມ່ນ​ໝູ່ບ້ານ​ສອງແຫ່ງ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ, ມີຄະນະແຊ່ວ ເກືອບ 10 ຄະນະ. ທ່ານ​ນາງ ວີ​ທິ​ຕວ໋ຽດ, ສະມາຊິກ​ຄົນໜຶ່ງ ໃນຄະນະແຊ່ວ ບ້ານ ລາກ​ ໃຫ້​ຮູ້​ວ່າ: “ສຳລັບ ຊາວເຜົ່າ ໄທ ພວກນ້ອງ, ​ແຊ່ວ ບໍ່ຕ້ອງ​ໄດ້​ຮັບ​ການ​ສອນ, ​ເມື່ອ​ໃຫຍ່ ຂຶ້ນມາ ພວກ ເຮົາຈະຮູ້ຈັກ ແຊ່ວໄປເອງ”.

ສຳລັບ​ຊາວເຜົ່າ ໄທ, ​ແຊ່ວ​ເປັນ​ສ່ວນ​ໜຶ່ງ ​ຂອງ ​ຊີວິດ ເໝືອນດັ່ງ ເຂົ້າກິນ, ດື່ມໍ້າ ໃນທຸກມື້. ແຊ່ວບໍ່ພຽງແຕ່ ແມ່ນອາຫານທາງດ້ານ ຈິດໃຈ ທີ່ຂາດບໍ່ໄດ້ ຂອງ ຊາວເຜົ່າ ໄທ ເທົ່ານັ້ນ, ແຕ່ໄດ້ກາຍເປັນ ວັດທະນະທຳ ລວມ ຂອງ ວົງຄະນາຍາດບັນດາເຜົ່າ, ທັງແມ່ນ ຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ ທີ່ເປັນເອກະລັກສະເພາະ ຂອງ ພາກຕາເວັນຕົກສ່ຽງເໜືອ ໃນປັດຈຸບັນອີກດ້ວຍ.

 

  • ບົດ: ຟອງທູ - ພາບ: VNP, VNA ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ 

 

 

 


 


Top