ພູ ບ່າແດນ - ຫຼັງຄາ ພາກໃຕ້

ພູ ບ່າແດນ - ຫຼັງຄາ ພາກໃຕ້

ຕັ້ງຢູ່ເທິງລະດັບຄວາມສູງ 986ມ ເມື່ອທຽບກັບ ໜ້ານ້ຳທະເລ, ພູ ບ່າແດນ ໄດ້ເປັນທີ່ຮັບຮູ້ວ່າ “ຫລັງຄາ ພາກໃຕ້” ແລະ ເປັນສັນຍາລັກຂອງແຂວງ ໄຕນິງ. ນັບຕັ້ງແຕ່ ລະບົບກະເຊົ້າລອຍຟ້າຂອງເຂດທ່ອງທ່ຽວ Sun World BaDen Mountain Resort ສັງກັດກຸ່ມບໍລິສັດ Sun Group ໄດ້ເປີດໃຫ້ບໍລິການ ໃນຕົ້ນປີ 2020, ສະຖານທີ່ແຫ່ງນີ້ ໄດ້ດຶງດູດນັກທ່ອງທ່ຽວ ມາທ່ຽວຊົມ ທິວທັດທຳມະຊາດ ແລະ ບົບວັດວາອາຮາມ ທີ່ເກົ່າແກ່ ເປັນຈຳນວນຫຼວງຫຼາຍ.

ສາຍກະເຊົ້າລອຍຟ້າ ເວິນເຊີນ ມີຄວາມຍາວ 1.847ມ, ມີ 113 ຫ້ອງ ໂດຍສານ, ແຕ່ລະຫ້ອງ ບັນຈຸໄດ້ 10 ຄົນ, ​ສາມາດ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ ຈາກຕີນພູ ຂຶ້ນສູ່ຈອມພູ ບ່າແດນ ໄດ້ 4.400 ຄົນ​/​ຊົ່ວ​ໂມງ.

ພວກຂ້າພະເຈົ້າມາຢ້ຽມຢາມ ພູ ບ່າແດນ ດ້ວຍກະເຊົ້າລອຍຟ້າ ໃນມື້ທ້າຍອາທິດ ແລະ ຮູ້ສຶກແປກໃຈ ທີ່ໄດ້ເຫັນນັກທ່ອງທ່ຽວ ມາທີ່ນີ້ເປັນຈຳນວນຫຼວງຫຼາຍ, ໃນນັ້ນເຫັນໄດ້ງ່າຍໆ ວ່າ ມີນັກທ່ອງທ່ຽວ ທີ່ມາຈາກ ກໍາປູເຈຍ ເປັນຈຳນວນຫຼາຍ ເພາະວ່າ ຈາກປະ ເທດເພື່ອນ ໄປຍັງ ແຂວງ ໄຕນິງ ດ້ວຍທາງບົກໃກ້ພໍຄວນ (ຈາກດ່ານຊາຍແດນ ມົກບ່າຍ ໄຕນິງ ຫາ ພູ ບ່າແດນ ມີໄລຍະທາງປະມານ 40 ກມ).

ເຂດທ່ອງທ່ຽວ ແຫ່ງນີ້ມີຄວາມຄັບຄາໜ້າແໜ້ນທີ່ສຸດໃນຂອງມື້ທ້າຍອາທິດ ແລະ ໃນໂອກາດ ງານບຸນ ປະເພນີ ອັນເປັນມູນເຊື້ອ. ນັກທ່ອງທ່ຽວ ມາຍັງທີ່ນີ້ ຈະໄດ້ສຳຜັດ ກັບສອງຮູບແບບການທ່ອງທ່ຽວຄື: ການທ່ອງທ່ຽວ ສຳຜັດຕົວຈິງ ແລະ ການທ່ອງທ່ຽວດ້ານຈິດວິນຍານ. ເພາະສະນັ້ນ, ລະບົບ ກະເຊົ້າລອຍຟ້າ ໄດ້ຮັບການ ກໍ່ສ້າງ ໂດຍອີງໃສ່ແນວຄວາມຄິດ ຊ່ວຍນັກທ່ອງທ່ຽວເອົາຊະນະ ພູ ບ່າແດນ ຜ່ານການທ່ອງທ່ຽວ ສອງຮູບແບບຕົ້ນຕໍນີ້.

 

ໃນເດືອນ ມັງກອນ 2020, ອົງການສະຖິຕິໂລກ Guinness ໄດ້ຮັບຮູ້ ສະຖານີ ບ່າແດນ, ໃນລະບົບກະເຊົ້າລອຍຟ້າ KDL Sun World BaDen Mountain ເປັນ "ສະຖານີກະເຊົ້າ ລອຍຟ້າໃຫຍ່ທີ່ສຸດໂລກ”, ມີເນື້ອທີ່ ທັງໝົດ ເຖິງ 10.959 2.

 

ງານ​ບຸນ ເວັຍບ່າ ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 4 6 ພຶດສະພາ (ຕາມ​ຈັນ ທະ​ປະຕິທິນ) ຖື​ວ່າ ​ແມ່ນ​ງານ​ບຸນ​ ສຳຄັນ​ທີ່​ສຸດ​ຢູ່​ພູ​ ບ່າແດນ.

ລະບົບກະເຊົ້າລອຍຟ້າຂອງ Sun World Baden Mountain ລວມມີ 2 ສາຍ, ສາຍກະເຊົ້າລອຍຟ້າ ເວິນເຊີນ ຈະນຳນັກທ່ອງທ່ຽວຈາກຕີນພູ ຂຶ້ນໄປຮອດຍອດພູ ບ່າແດນ, ລວມຄວາມຍາວ 1.847ມ. ນັ່ງຢູ່ເທິງ ກະເຊົ້າລອຍຟ້າ ທ່ານສາມາດ ເພີດເພີນກັບ ພາບທິວທັດ ອັນກວ້າງໃຫຍ່ ຂອງ ຮ່ອມພູ ບ່າແດນ ທີ່ມີຕົ້ນໄມ້ ຂຽວສົດໃສ ຢູ່ ດ້ານລຸ່ມ ຫຼື ທອດສາຍຕາອອກໄປໄກໆ ທ່ານ ສາ ມາດ ຊົມພາບທັງໝົດຂອງນະຄອນ ໄຕນິງ. ຖ້າຂຶ້ນ ກະເຊົ້າລອຍຟ້າ ໃນຕອນເຊົ້າໆ ທ່ານ ຍັງສາມາດ “ລ່າ” ໄດ້ແຕ່ລະກ້ອນເມກສີຂາວ ເລື່ອນລອຍ ຢູ່ເທິງຍອດພູ ຊຶ່ງ ສ້າງພາບທີ່ໜ້າປະທັບໃຈ ແລະ ສວຍງາມ. ກິດຈະກຳທຳອິດ ຂອງນັກທ່ອງທ່ຽວສ່ວນຫຼາຍ ເມື່ອຂຶ້ນເທິງ ຈອມພູ ບ່າແດນ ແມ່ນໄປຍັງຫຼັກໝາຍ ໃນລະດັບຄວາມສູງ 986 ມ. 

ຈຸດເດັ່ນຕໍ່ໄປ ທີ່ດຶງດູດນັກທ່ອງທ່ຽວ ເມື່ອມາຍັງທ່ີນີ້ ແມ່ນພະພຸດທະຮູບ ເຈົ້າແມ່ ໄຕໂບ໊ດ່າເຊີນ ຖືກປະດິດສະຖານ ຢູ່ເທິງຈອມພູ, ໄດ້ຮັບການອອກແບບ ແລະ ແກະສະຫຼັກຢ່າງປານີດແນບນຽນ ດ້ວຍຄວາມສູງ 72 , ຫຼໍ່ດ້ວຍທອງແດງ ມີນໍ້າໜັກກວ່າ 170ໂຕນ ແລະ ໄດ້ສ້າງສະຖິຕິ ອາຊີວ່າ ແມ່ນ  “ພະພຸດທະຮູບ ທອງແດງ ສູງທີ່ສຸດ ອາຊີ ປະດິດສະຖານ ຢູ່ເທິງຈອມພູ”. ນອກຈາກ​ນັ້ນ, ບັນດາ​ກິດຈະກຳ ​ອື່ນໆ​ ຢູ່ຄື: ເຂດ​ສະຖານີ, ຫໍ​ວາງ ສະແດງສິລະ​ປະ​ ພຸດທະ​ສາສະໜາ ພ້ອມ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ເຢັນ​ສະບາຍ ​ແລະ ອາກາດທີ່​ສົດ​ຊື່ນ​​ ເທິງ​ພູ ບ່າແດນ ​ໄດ້​ປະກອບ ສ່ວນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ມາສຳຫຼວດ​ພູ ບ່າແດນ. 

 

ລະບົບກະເຊົ້າລອຍຟ້າ ອີກອັນໜຶ່ງມີຊື່ວ່າ: ຈົ່ວຮາງ ລວມມີ 78 ຫ້ອງໂດຍສານ ດ້ວຍຄວາມຍາວ ທັງໝົດປະມານ 1.246 ມ ຈະພາ ນັກທ່ອງທ່ຽວ ຂຶ້ນທ່ຽວຊົມກຸ່່ມວັດທະນະທຳທາງໃຈ ວັດ ບ່າເທິງພູ ບ່າແດນ. ຈາກຫ້ອງໂດຍສານ, ນັກທ່ອງທ່ຽວສາມາດ ຊົມທັດສະນີຍະພາບທັງໝົດຂອງວັດວາອາຮາມຢູ່ເທິງພູ, ໃນນັ້ນມີວັດຫຼາຍແຫ່ງ ທີ່ໄດ້ສ້າງຂຶ້ນແຕ່ດົນນານມາແລ້ວ ດ້ວຍຄວາມງາມແບບເກົ່າແກ່ ກໍຄືການສະຖາປັດຕະຍະກຳ ທີ່ແປກຕາ ຢູ່ຕາມເປີ້ນ ພູເຊັ່ນ:  ລິງເຊີນຕຽນແທກ (ວັດບ່າ), ລິງເຊີນລອງເຈົາ (ວັດ ຮາງ), ລິງເຊີນເຟືອກຈຸງ (ວັດ ຈຸງ), ວັດ ກວານເອິມ, ຖໍ້າກິມກວາງ ແລະ ສະຖານທ່ີອື່ນໆ ອີກຫຼາຍແຫ່ງ...

 

ນອກຈາກ​ນັ້ນ, ບັນດາ​ກິດຈະກຳ​ອື່ນໆ ​ເຊັ່ນ: ພະພຸດທະຮູບ​ສະກິຍະມຸນີ ​ເຂົ້າ​ສູ່​ປະລິນິບພານ ຕັ້ງ​ຢູ່​ເທິງເປີ້ນ​ພູ ຫຼື ລະຄັງໃຫຍ່ມີ ນ້ຳໜັກ 06 ​ໂຕນ, ສູງ 3,5 ​ກໍແມ່ນ​ຈຸດໝາຍ​ປາຍທາງ ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ເມື່ອມາ​ຍັງ ຈອມ​ພູ ແຫ່ງນີ້ຢູ່ສະເໝີ.

ບົດ: ເຊີນເຫງ້ຍ - ພາບ: ຫງວຽນລວນ - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ


Top