ພາເຂົ້າ ເຈ ເມືອງ ເຫວ້

ພາເຂົ້າ ເຈ ເມືອງ ເຫວ້

 

ເຫວ້ ບໍ່ພຽງແຕ່ມີຊື່ສຽງໂດ່ງດັງ ໃນດ້ານອາຫານ ຕາມຖະໜົນ ແລະ ອາຫານລາດຊະວົງ ເທົ່ານັ້ນ, ແຕ່ຫຼາຍຄົນ ຍັງຮູ້ຈັກເຖິງ ອາຫານເຈ-ຈຸດພິເສດ ຂອງ ເຂດດິນ ທີ່ໄດ້ຮັບ ອິດທິພົນ ຢ່າງເລິກເຊິ່ງ ຈາກວັດທະນະທຳ ທາງພຸດທະສາສະໜາ.

ພາເຂົ້າເຈ ຂອງ ຊາວ​ເມືອງ ເຫວ້ ​ໄດ້​ຮັບ​ການປຸງແຕ່ງ​ຢ່າງ​ລະ ອຽດ, ສວຍ​ງາມ ​ດ້ວຍອາຫານທີ່ແຊບໆ ຫຼາຍເຍື່ອງ. ພາບ: ແທງຮ່ວາ/VNP
 

ນັບ​ແຕ່​ສະ​ໄໝ​ລາຊະວົງ ຫງວຽນ, ເຫວ້ ​ເປັນສູນກາງ ທາງ​ພຸດທະ​ສາສະໜາ​ ທາງພາກໃຕ້ ຫວຽດນາມ. ປັດຈຸ​ບັນ, ພຸດທະ​ສາ ສະ ໜາ ​ຍັງ​ມີ​ບົດບາດ​ສຳຄັນ ໃນ​ຊີວິດ​ ວັດທະນະທຳ ​ແລະ ຄວາມ ເຊື່ອຖືສາສະໜາ​ ຂອງ​ ຊາວເມືອງ ເຫວ້. ໃນວັນບຸນ, ມື້ ເພັງ, ໂອ ກາດປີໃໝ່... ຖ້າໄປວັດ, ນັກທ່ອງທ່ຽວ ຈະມີໂອກາດ ໄດ້ຮັບປະ ທານອາຫານເຈ ໂດຍພະສົງ ຈັດໃຫ້ ປະກອບມີ ຜັກ, ໝາກແຕງ, ນ້ຳເຕົ້າຈ້ຽວ, ໝາກເຂືອ, ເຂົ້າໜຽວ, ນໍ້າຫວານ... ເຖິງຈະງ່າຍ ແຕ່ແຊບ. ພາເຂົ້າເຈ ຂອງເມືອງ ເຫວ້ແມ່ນມີຄວາມອຸດົມສົມບູນ ແລະ ຫຼາກຫຼາຍ ນັບແຕ່ລົດຊາດ ໄປຈົນເຖິງ ຮູບການປຸງແຕ່ງ, ລວມທັງລາຍການອາຫານ ຫຼາຍຮ້ອຍຊະນິດ ທີ່ແຕກຕ່າງກັນ.

ໃນ​ມື້ເພັງ, ວັນ​ບຸນ, ປີ​ໃໝ່… ຖ້າ​ໄດ້​ມີ​ໂອ​ກາດ​ໄປ​ຢ້ຽມຢາມວັດ ຢູ່ ເມືອງ ເຫວ້, ນັກທ່ອງທ່ຽວ ຈະມີໂອກາດໄດ້ ປະທານອາຫານເຈ ທ່ີແຊບ ຈາກ ພະສົງ. ພາບ: ແທງຮ່ວາ/VNP

ພາເຂົ້າເຈ ຢູ່ ວັດ ເຫວ້ ສຸດທ່ີຫຼາກຫຼາຍ, ວິທີການປຸງແຕ່ງ ແບບ ງ່າຍໆ ຫຼື ພິຖີພິຖັນແມ່ນຂຶ້ນກັບພໍ່ຄົວ, ແຕ່ໂດຍທົ່ວໄປແລ້ວ ແມ່ນ ອາຫານ ໄດ້ຈັດວາງແບບອາຫານ ເຈ ລ້ວນໆ ແຕ່ບໍ່ຄ່ອຍເຮັດ ອາ ຫານເຈ ແຕ່ພາຍນອກ, ໝາຍຄວາມວ່າ ໃຊ້ເຄື່ອງປະກອບແມ່ນ ຜັກ ແລະ ໝາກໄມ້, ຊີ້ນທຽມ, ປາທຽມ... ຕາມທັດສະນະ ຂອງ ທາງວັດ, ອາຫານເຈ ປອມ ພຽງແຕ່ເຮັດ ໃຫ້ສະບາຍຕາ, ແຕ່ບໍ່ ເໝາະກັບຜູ້ຖືສິນ. ເພາະສະ​ນັ້ນ, ພາເຂົ້າ ເຈ ຂອງ ທາງວັດ ຖ້າ ໄດ້ຮັບການປຸງແຕ່ງ, ຈັດວາງ ຢ່າງ​ສວຍ​ງາມ, ສ່ວນ​ໃຫຍ່​ກໍປິ່ນ ອ້ອມ​ຫົວ​ຂໍ້​ ​ຕົ້ນ​ໄມ້ໃບຫຍ້າ, ດອກໄມ້...

ປັດຈຸ​ບັນ, ຢູ່ຮ້ານ​ອາ​ຫານ​ເຈ ຫຼາຍ​ແຫ່ງ ​ແລະ​ ຫຼາຍຄອບຄົວ ຊາວ ເມືອງ ​ເຫວ້ ມັກ​ເຮັດ​ອາ​ຫານ​ເຈ. ພາຍ​ໃຕ້ສີ​ມື ອັນຄ່ອງແຄ່ວ ​ແລະ​ ມີ​ພອນ​ສະຫວັນ​ ຂອງ ​ແມ່ເຮືອນ, ຈາກເຄື່ອງ ປະກອບຈາກຜັກ ອາຫານເຈ ເຫວ້ ຫຼາຍຊະນິດ ໄດ້ຮັບການປຸງແຕ່ງ ເປັນຫຼາຍເຍື່ອງ ທີ່ມີຄຸນຄ່າ ທາງໂພຊະນາການ ຊຶ່ງບໍ່່ຕ່າງຫຍັງ ກັບຊີ້ນໄກ່, ກຸ້ງມັງກອນ, ປາຈືນ ເບິ່ງສຸດທ່ີງາມຕາ. ນອກ​ຈາກ ເຍື່ອງ​ອາ​ຫານ ​ຕົ້ມເຄັມ, ຂົ້ວ, ຈືນ, ຕົ້ມ, ອົບ... ພາເຂົ້າເຈ ຂອງ ເມືອງ ເຫວ້ ຍັງ​ມີ ບັນດາປະເພດເຂົ້າໜົມ, ນໍ້າຫວານ... ສຸດທີ່ພິເສດ. 

ວິ​ທີ​ປຸງ​ແຕ່ງ​ອາ​ຫານ​ເຈ ຂອງ​ ຊາວ​ເມືອງ ເຫວ້ ມີລັກສະນະ ຂອງ ອາ​ຫານ​ພື້ນ​ເມືອງ ແລະ ອິດທິພົນ ທ່ີຊັດເຈນ ມາຈາກ​ລາຍການ ອາ​ຫານ​ລາດ​ຊະ​ວົງ. ພາບ: ແທງຮ່ວາ/VNP

 

ອາຫານ ເຈ ຢູ່ ເຫວ້ ບໍ່ພຽງແຕ່ທຳມະດາສາມັນ, ແຊບ ແລະ ດີ ຕໍ່ ສຸຂະພາບ, ແຕ່ຍັງມີຮູບນອກທີ່ດຶງດູດ ແລະ ໄດ້ຈັດວາງຢ່າງສວຍ ງາມ. ເພາະສະ​ນັ້ນ, ມັນ​ບໍ່​ຜິດ​ທີ່​ຈະ​ເວົ້າ​ວ່າ ການ​ປຸງ​ແຕ່ງ​ອາ​ຫານ ເຈ ເມືອງ ເຫວ້ ແມ່ນ​ຂະ​ບວນ​ການ​ສ້າງ​ສິ​ລະ​ປະ, ເພາະ​ວ່າ​ໃນ​ນັ້ນ​ມີ​ການປະ​ສົມ​ປະ​ສານ​ ລະ​ຫວ່າງ​ສິ​ລະ​ປະ​ ການ​ປຸງ​ແຕ່ງ​ອາ​ຫານ ແລະ ສິ​ລະ​ປະ ການສ້າງຮູບ ເພື່ອ​ນຳ​ເອົາ​ເຍື່ອງ​ອາ​ຫານ​ທີ່​ແຊບ​,​ທັງ​ລົດ​ຊາດ ແລະ ຮູບ​ຊົງ.

ປະຕິບັດໂດຍ: ແທງຮ່ວາ - ແປໂດຍ: ບິກລຽນ

 

 

 


Top