ພາລະກິດ 500 ວັນ ແລະ ຄືນ ຕ້ອນຮັບພວກທ່ານກັບຄືນມາ
“ບັ້ນຮົບ 500 ວັນ ແລະ ຄືນ ຊຸກຍູ້ຈັດຕັ້ງປະຕິບັດ ການຊອກຫາ, ຂຸດຄົ້ນທ້ອນໂຮມ ແລະ ກຳນົດຕົວຕົນອັດຖິ ຂອງ ນັກຮົບ ທ່ີເສຍ ສະຫຼະຊີວິດເພື່ອຊາດ” ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ ວັນເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຄົບຮອບ 80 ປີ (27 ກໍລະກົດ 1947 - 27 ກໍລະກົດ 2027) ສະແດງ ໃຫ້ເຫັນເຖິງຄວາມຮູ້ບຸນຄຸນ ຂອງ ຫວຽດນາມ ຕໍ່ກັບ ບັນດາ ຜູ້ທີ່ໄດ້ເສຍສະຫຼະຊີວິດ ເພື່ອເອກະລາດຂອງຊາດ, ທັງນຳມາ ຊຶ່ງ ຄວາມຫວັງ ໃຫ້ແກ່ບັນດາຄອບຄົວ ທີ່ຈະໄດ້ເຕົ້າໂຮມ ກັບ ຍາດຕິພີ່ນ້ອງ ຫຼັງຈາກການລໍຄອຍ ມາເປັນເວລາຫຼາຍປີ.
ສົງຄາມ ໄດ້ຜ່ານພົ້ນໄປໄກແລ້ວ ແຕ່ຄວາມເຈັບປວດ ແມ່ນຍັງຄົງຢູ່. ລູກຫຼານຜູ້ດີເດັ່ນຂອງຊາດ ເກືອບ 1,2 ລ້ານຄົນ ໄດ້ສະຫຼະຊີວິດ ໃນການຕໍ່ສູ້ ເພື່ອຍາດເອົາເອກະລາດ, ເສລີພາບ ແລະ ທ້ອນໂຮມປະເທດຊາດ ເປັນເອກະພາບ. ປັດຈຸບັນ, ຍັງມີ ນັກຮົບເສຍສະຫຼະຊີວິດ ເພື່ອຊາດ ປະມານ 175.000 ທ່ານ ທີ່ຍັງບໍ່ທັນ ຄົ້ນພົບອັດຖິ; ອັດຖິຂອງນັກຮົບເສຍສະຫຼະຊີວິດ ເພື່ອຊາດ ປະມານ 300.000 ທ່ານ ທີ່ໄດ້ຄົ້ນພົບ ແລະ ຂຸດຄົ້ນ ທ້ອນໂຮມແລ້ວ ແຕ່ຍັງບໍ່ທັນສາມາດ ກຳນົດຕົວຕົນໄດ້. ເວລາ ຍິ່ງຜ່ານໄປ, ຄວາມຫຍຸ້ງຍາກ ຂອງວຽກງານການຊອກຫາ, ຂຸດຄົ້ນທ້ອນໂຮມອັດຖິ ຂອງນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຍິ່ງເພີ່ມທະວີຄູນ.
ທ່າມກາງສະພາບການອັນຮີບດ່ວນນີ້, ບັ້ນຮົບ 500 ວັນ ແລະ ຄືນ ໃນການຊອກຫາ, ຂຸດຄົ້ນທ້ອນໂຮມ ແລະ ຢັ້ງຢືນຕົວຕົນ ອັດຖິ ນັກຮົບທ່ີເສຍສະຫຼະຊີວິດ ເພື່ອຊາດ (ຕັ້ງແຕ່ວັນທີ 15 ມີນາ 2026 ຫາ ວັນທີ 27 ກໍລະກົດ 2027) ໄດ້ຮັບການປຸກລະດົມ ຢ່າງຂະໜາດໃຫຍ່ ແບບບໍ່ເຄີຍມີມາກ່ອນ ພ້ອມກັບຫຼາຍໜ່ວຍ ຂຸດຄົ້ນທ້ອນໂຮມ ຢູ່ພາຍໃນປະເທດ ແລະ ຢູ່ສອງປະເທດ ເພື່ອນບ້ານ ລາວ ແລະ ກຳປູເຈຍ.
ພາຍຫຼັງການຜັນຂະຫຍາຍ ບັ້ນການເຄື່ອນໄຫວ 500 ວັນ ແລະ ຄືນ ເປັນເວລາສີ່ເດືອນກວ່າ, ກຳລັງການຈັດຕັ້ງປະຕິບັດ ໄດ້ຊອກຫາ, ຂຸດຄົ້ນທ້ອນໂຮມອັດຖິ ຂອງ ນັກຮົບເສຍ ສະຫຼະຊີວິດເພື່ອຊາດ ໄດ້ເກືອບ 1.400 ອັດຖິ, ໃນນັ້ນມີ ຫຼາຍຮ້ອຍ ອັດຖິ ໄດ້ຄົ້ນພົບຢູ່ປະເທດລາວ, ກຳປູເຈຍ. ພິເສດ, ການຄົ້ນພົບຂຸມຝັງສົບ ລວມໝູ່ ຂອງ ນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ (ນະຄອນ ໂຮ່ຈີມິນ) ດ້ວຍ 69 ອັດຖິ ພ້ອມກັບວັດຖຸ ຫຼາຍຢ່າງ, ພວມສືບຕໍ່ໄດ້ຮັບການ ກວດກາຢັ້ງຢືນ ແລະ ສັນນະສູດ ເພື່ອກຳນົດຕົວຕົນ.
ຄຽງຄູ່ກັບວຽກງານການຊອກຫາ, ການເກັບຕົວຢ່າງ ADN ເພື່ອ ຮັບໃຊ້ໃຫ້ແກ່ການກຳນົດຕົວຕົນ ຂອງ ນັກຮົບເສຍສະຫຼະຊີວິດ ເພື່ອຊາດ ແມ່ນສືບຕໍ່ໄດ້ຮັບການຊຸກຍູ້. ມາຮອດປັດຈຸບັນ, ບັນດາ ໜ່ວຍງານໄດ້ເກັບຕົວຢ່າງອັດຖິ ຕໍ່ກັບຂຸມຝັງສົບ ນັກຮົບ ເສຍສະຫຼະຊີວິດ ເພື່ອຊາດ 52.717 ຂຸມ, ໃນນັ້ນມີ 37.513 ຂຸມ ທີ່ຄົບເງື່ອນໄຂ ໃນການເກັບຕົວຢ່າງ, ບັນລຸ 71,16%, ຍັງເຫຼືອ 15.204 ຂຸມ ບໍ່ຄົບເງື່ອນໄຂ. ສຳລັບຍາດຕິພີ່ນ້ອງ ຂອງນັກຮົບ ເສຍສະຫຼະຊີວິດເພື່ອຊາດ, ໄດ້ເກັບຕົວຢ່າງຊີວະພາບ 93.464 ຕົວຢ່າງ, ໃນນັ້ນມີ 53.036 ຕົວຢ່າງ ໄດ້ຮັບການວິເຄາະ ແລະ ເຊື່ອມຕໍ່ເຂົ້າໃນຖານຂໍ້ມູນ ADN ແລ້ວ.
ບັນດາທ້ອງຖິ່ນ ໄດ້ສົ່ງມອບ 15.729 ຕົວຢ່າງອັດຖິ ເພື່ອຄຸ້ມຄອງ ເກັບຮັກສາ. ໃນນັ້ນ, ສະຖາບັນນິຕິເວດ ກອງທັບ ໄດ້ຮັບເອົາ 9.087 ຕົວຢ່າງອັດຖິ ຂອງ 15/17 ແຂວງ, ນະຄອນ ແລະ ຈັດຕັ້ງການສັນນະສູດ 124 ຕົວຢ່າງ.
ບັ້ນຮົບ 500 ວັນ ແລະ ຄືນ ແມ່ນການສະແດງອອກ ອັນມີ ຊີວິດຊີວາທີ່ສຸດ ຂອງຄະຕິທຳ “ກິນເຂົ້າ ຄິດເຖິງຄຸນນາ, ກິນປາຄິດເຖິງຄຸນນ້ຳ” ແລະ ໄດ້ເຂົ້າເຖິງສ່ວນເລິກແຫ່ງອາລົມຈິດ ຂອງປະຊາຊົນ ຫວຽດນາມ ຢ່າງແທ້ຈິງ. ເພາະ ວ່າ ອັດຖິແຕ່ລະຊຸດ ທີ່ໄດ້ຕ້ອນຮັບກັບຄືນມາ, ແຕ່ລະຊື່ ທີ່ໄດ້ ຈາລຶກໄວ້ ຢູ່ເທິງແຜ່ນຫີນ ແມ່ນຄອບຄົວໜຶ່ງ ໄດ້ຫຼຸດຜ່ອນ ຄວາມເຈັບປວດ ແຫ່ງການຄອຍຖ້າມາຢ່າງດົນນານ ແລະ ບາດແຜສົງຄາມບາດແຜໜຶ່ງ ໄດ້ຮັບການປອບໂຍນ.
ບົດ: ແທງຮ່ວາ - ພາບ: VNP, VNA
















