ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ໝູ່ເກາະທະເລ ແມ່ນພາກສ່ວນໜຶ່ງຂອງ ອະທິປະໄຕອັນສັກສິດ ຂອງ ປະເທດຊາດ, ເປັນພື້ນທ່ີ ເພື່ອຄວາມຢູ່ລອດ ແລະ ພັດທະ ນາ. ດ້ວຍທ່າໄດ້ປຽບ ມີຊາຍຝັ່ງທະເລຍາວ 3.260 ກມ ແລະ ມີ ເກາະ ໃຫຍ່ນ້ອຍເກືອບ 3.000 ເກາະ, ຫວຽດນາມ ໄດ້ວາງເປົ້າ ໝາຍ ກາຍເປັນ ປະເທດທີ່ເຂັ້ມແຂງທາງ ທະເລ, ຮັ່ງມີຈາກ ທະເລ ແລະ ພັດທະນາແບບຍືນຍົງ. 

ປັດຈຸບັນ, ຫວຽດນາມ ມີ 28/63 ແຂວງ, ນະຄອນ ສັງກັດສູນກາງມີທະເລ, ໃນນັ້ນມີ 125 ເມືອງແຄມທະເລ ແລະ 12 ເມືອງເກາະ (ໂກໂຕ, ເວິນໂດ່ນ, ກາດຫາຍ, ແບັກລອງຫວີ໊, ໂກ່ນກໍ, ຮວ່າງຊາ, ຫຼີເຊີນ, ເຈື່ອງຊາ, ຝູ໋ກີ໋ວ, ໂກນດ໊າວ, ກຽນຫາຍ, ຝູ໋ກວັກ). ມີເກາະ ໃຫຍ່ນ້ອຍເກືອບ 3000 ເກາະ, ຫວຽດນາມ ມີຊັບພະຍາກອນ ແຮ່ ທາດ ທີ່ອຸດົມສົມບູນເຊັ່ນ: ໂລຫະຫາຍາກ, ແຮ່ titanium, ຊາຍ ແກ້ວ, ແຮ່ໂລຫະເຊັ່ນ: ຄຳ, ກົ່ວ...

 ໃນ “ຍຸດທະສາດ ການພັດທະນາ ເສດຖະກິດທະເລ ຫວຽດນາມ ແບບຍືນຍົງ ເຖິງປີ 2030, ວິໄສທັດ ເຖິງປີ 2045” ໄດ້ກຳນົດວ່າ: “ຫວຽດນາມ ຕ້ອງກາຍເປັນປະເທດເຂັ້ມແຂງທາງທະເລ, ຮັ່ງມີຈາກທະເລ, ມີການພັດທະນາແບບຍືນຍົງ, ໝັ້ນຄົງ, ມີຄວາມສະ ຫງົບ ແລະ ປອດໄພ; ການພັດທະນາເສດຖະກິດທະເລ ແບບຍືນ ຍົງ ຕິດພັນກັບ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ,ຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ”.

ຕາມນັ້ນ, ແຜນຜັງທາງທະເລ ຖືກແບ່ງອອກເປັນ 4 ເຂດ, ໃນນັ້ນ ມີເຂດທະເລ ແລະ ແຄມທະເລ ພາກເໜືອ (ກວາງນິງ-ນິງບິ່ງ): ສືບຕໍ່ກໍ່ສ້າງ ຫາຍຟ່ອງ-ກວາງນິງ ໃຫ້ກາຍເປັນ ສູນເສດຖະກິດ ທະເລ;ແມ່ນປະຕູ ແລະ ພະລັງແຮງ ພັດທະນາ ເຂດເສດຖະກິດ ຈຸດສຸມ ທາງພາກເໜືອ ທີ່ຕິດພັນກັບ ທ່າກຳປັ່ນສາກົນ ແລັກຮວ້ຽນ; ພັດທະນາ ກວາງນິງ ໃຫ້ກາຍເປັນ ສູນກາງທ່ອງທ່ຽວແຫ່ງຊາດ ເຊື່ອມຕໍ່ກັບ ບັນດາສູນທ່ອງທ່ຽວສາກົນ ທີ່ສຳຄັນ ຂອງ ພາກພື້ນ ແລະ ໃນໂລກ.

ເຂດທະເລ ແລະ ແຄມທະເລ ພາກກາງຕອນເໜືອ, ເຂດທະເລ ພາກກາງ (ແທງຮ໋ວາ-ບິ່ງຖ້ວນ): ພັດທະນາທ່າກຳປັ່ນນໍ້າເລິກ ຂົນ ສົ່ງສາກົນ ແລະ ທ່າກຳປັ່ນໃຊ້ງານສະເພາະ ຕິດພັນກັບບັນດາ ເຂດ ປະສົມອຸດສາຫະກຳ, ນ້ຳມັນອາຍແກັສ, ໄຟຟ້າ, ພະລັງງານ ທົດແທນ, ອຸດສາຫະກຳສະອາດ; ພັດທະນາສູນກາງທ່ອງທ່ຽວ ທີ່ສໍາຄັນ; ການລ້ຽງ, ຂຸດຄົ້ນ, ປຸງແຕ່ງ ສິນທະເລ, ບໍລິການ logistics  ແລະ ພື້ນຖານໂຄງລ່າງ ການປະມົງ.

ເຂດ​ທະ​ເລ​ ແລະ ແຄມທະເລ ທາງທິດຕາ​ເວັນ​ອອກສ່ຽງໃຕ້ (ບ່າ ເຣ້ຍ-ຫວຸ໊ງເຕົ່າ-ນະຄອນ ໂຮ່ຈີມິນ): ພັດທະນາ​ທ່າ​ກຳ​ປັ່ນ ຄອນເທີ ເນີ​ ສາກົນ, ການ​ບໍລິການ​ logistics ​ທາງ​ທະ​ເລ, ການ​ບໍລິການ​ດ້ານ​ຄວາມ​ປອດ​ໄພ​ທາງ​ທະ​ເລ, ອຸດສາຫະກຳ​ການຂຸດ​ຄົ້ນ​, ​ປຸງ​ແຕ່ງ​ນ້ຳ ມັນອາຍ​ແກັສ, ອຸດສາຫະກຳໜູນ​ຊ່ວຍ ແລະ ບໍລິການ​ອຸດສາຫະກຳ ​ນ້ຳມັນອາຍ​ແກັສ.

ເຂດທະເລ ແລະ ແຄມທະເລ ທາງທິດຕາເວັນຕົກສ່ຽງໃຕ້ (ຕ່ຽນ ຢາງ-ກ່າເມົາ-ກຽນຢາງ): ສຸມໃສ່ກໍ່ສ້າງ, ພັດທະນາ ຝູ໋ກວັກ ໃຫ້ ກາຍເປັນສູນບໍລິການ, ທ່ອງທ່ຽວຊີວະພາບທະເລ ທີ່ເຂັ້ມແຂງ ລະ ດັບສາກົນ; ພັດທະນາ ອຸດສາຫະກຳ ອາຍແກັສ, ປຸງແຕ່ງ ອາຍ ແກັສ, ໄຟຟ້າຈາກອາຍແກັສ, ພະລັງງານທົດແທນ, ການລ້ຽງ, ຂຸດ ຄົ້ນສິນທະເລ, ການບໍລິການ logistics, ພື້ນຖານໂຄງລ່າງການປະ ມົງ; ເຊື່ອມຕໍ່ກັບບັນດາສູນເສດຖະກິດໃຫຍ່ ໃນພາກພື້ນ ແລະ ໃນ ໂລກ.

ກອງ​ປະຊຸມ​ຄັ້ງ​ທີ 45 ຂອງ​ຄະນະ​ກຳມະການ​ ມໍລະດົກ​ໂລກ UNESCO ​ໄດ້​ຮັບຮອງ​ເອົາ​ເອກະສານ​ ສະ​ເໜີ​ຊື່,  ຮັບຮອງ ກຸ່ມອ່າວ ຮ້າ​ລອງ-ກາດບ່າ (​ແຂວງ ກວາງ​ນິງ ​ແລະ ນະຄອນ ຫາຍ​ຟ່ອງ) ​ເປັນ​ມໍລະດົກ ​ທຳ​ມະ​ຊາດ​ ຂອງໂລກ. ພາບ: VNA

ໃນໄລຍະຜ່ານມາ, ເຖິງວ່າສະພາບການໂລກ ໄດ້ມີການປ່ຽນແປງ ຢ່າງວ່ອງໄວ, ສັບສົນ, ບໍ່ເຄີຍມີມາກ່ອນ, ປະສົບກັບຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ເສດຖະກິດໝູ່ເກາະ ທະເລ ຂອງ ຫວຽດນາມ ໄດ້ມີບາດກ້າວຂະຫຍາຍຕົວ, ປະກອບ ສ່ວນເຂົ້າໃນການພັດທະນາລວມ ຂອງ ປະເທດ. ການເຊື່ອມຕໍ່ ລະຫວ່າງ ການພັດທະນາເສດຖະກິດ ທະເລ ກັບການ ຮັບປະກັນ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ແໜ້ນແຟ້ນ ກວ່າ ເກົ່າໃນທຸກຂັ້ນຕອນ ນັບແຕ່ການວາງແຜນລົງທຶນ ແລະ ການ ເຄື່ອນໄຫວ ຜະລິດ ແລະ ທຸລະກິດອື່ນໆ.

ທ່ານ ຫງວຽນດຶກຕວ່ານ, ຫົວໜ້າກົມທະເລ ແລະ ເກາະທະເລ ຫວຽດນາມ ໃຫ້ຄຳເຫັນວ່າ: “ໂດຍທົ່ວໄປ, ເສດຖະກິດທາງທະເລ ໄດ້ ມີຄວາມຄືບໜ້າ, ປະກອບສ່ວນເຂົ້າໃນການພັດທະນາລວມ ຂອງ ປະເທດນັບມື້ນັບຫຼາຍ. ການເຊື່ອມຕໍ່ ລະຫວ່າງ ການພັດທະ ນາເສດຖະກິດທະເລ ກັບການຮັບປະກັນ ດ້ານການປ້ອງກັນຊາດ , ປ້ອງກັນຄວາມສະຫງົບ ແມ່ນແໜ້ນແຟ້ນ ກວ່າເກົ່າ ໃນທຸກ ຂັ້ນ ຕອນ ນັບແຕ່ການວາງແຜນ ເຖິງການລົງທຶນ ແລະ ການເຄື່ອນ ໄຫວຜະລິດ ແລະ ດຳເນີນທຸລະກິດອື່ນໆ. ກອງທັບເຮືອ, ໜ່ວຍ ຍາມຊາຍຝັ່ງ, ທະຫານປ້ອງກັນຊາຍແດນ, ກອງກໍາລັງ ຄວບຄຸມ ການປະມົງ ໄດ້ຮັບການເພີ່ມທະວີ ຄວາມເຂັ້ມແຂງ ແລະ ກຳລັງ ແຮງ ກຽມພ້ອມສູ້ຮົບ. ການຈັດວາງກຳລັງປ້ອງກັນປະເທດ ທົ່ວ ປວງຊົນ ແລະ ການຈັດວາງກຳລັງປ້ອງກັນຄວາມສະຫງົບ ປະຊາ ຊົນ ໄດ້ຮັບການປະສານສົມທົບກັນຢ່າງແໜ້ນແຟ້ນ ຍິ່ງຂຶ້ນ”.

ການພັດທະນາ ເສດຖະກິດເກາະທະເລ ຫວຽດນາມແບບຍືນຍົງ ຍາມໃດກໍ່ຕິດພັນກັບ ການຮັບປະກັນການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ, ຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນ ອັນ ຄົບຖ້ວນ, ເພີ່ມທະວີວຽກງານການຕ່າງ ປະເທດ ແລະ ການ ຮ່ວມ ມືສາກົນ ວ່າດ້ວຍທະເລຢ່າງບໍ່ຢຸດຢັ້ງ... ດ້ວຍການ ກຳນົດທິດທີ່ ຖືກຕ້ອງ ໃນເປົ້າໝາຍ ແລະ ຂັ້ນຕອນ ບຸກທະລຸ, ຄວາມຕັດສິນໃຈ ທາງການເມືອງ, ເສດຖະກິດທະເລ ຫວຽດນາມ ໄດ້ມີ​ການ​ປ່ຽນ​ແປງ​ຢ່າງ​ແນ່ນອນ, ​ເປີດ​ໄລຍະ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ເສດຖະ ກິດ​ທະ​ເລ​ແບບ​ຍືນ​ຍົງ ​ຕາມ​ຮູບ​ແບບ​ເສດຖະກິດ​ມະຫາ​ສະໝຸດ ສີຂຽວ. 

ບົດ: VNP - ພາບ: VNA - ແປໂດຍ: ບິກລຽນ


Top