ຜູ້ສະໜັບສະໜູນ ວິສາຫະກິດ ຫວຽດນາມ ຢ່າງງຽບໆ

ຜູ້ສະໜັບສະໜູນ ວິສາຫະກິດ ຫວຽດນາມ ຢ່າງງຽບໆ

ພົບ​ກັບ​ທ່ານ ອານ​ຫງວຽນ ໃນ​ງານສຳມະນາ ພາຍໃຕ້ຫົວຂໍ້ “ບຸກ​ທະ​ລຸ​ ເພື່ອ​ຄວາມ​ສຳ​ເລັດ -ຄົ້ນ​ພົບ​ຄວາມ​ຫຼົງໄຫຼ ເພື່ອ​ການ​ດຳ​ເນີນ​ທຸ​ລະ​ກິດ”. ລາຍການ​ນີ້​ ໄດ້​ດຶງ​ດູດ​ຜູ້​ອຳນວຍການ​ໜຸ່ມ ​ໃນ​ວົງ​ການ​ເລີ່ມ​ຕົ້ນ​ທຸກລະກິດ ຫວຽດ​ນາມ ນັບເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ຮູບ​ ທ່ານ ອານຫງວຽນ​ ພວມ​ແບ່ງ​ປັນ​ບັນດາບົດຮຽນ ແລະ ວິ​ທີ​ການ​ດຳ​ເນີນ​ທຸ​ລະ​ກິດ​ ໃນ​ຍຸກເສດ​ຖະ​ກິດ ​ດີຈີ​ຕອນ ຢ່າງສຸດໃຈ ແລະ ເຕັມ​ໄປ​ດ້ວຍ​ອາລົມຈິດ. ເພິ່ນ ຊ່ວຍ​ປະຊາ​ຄົມ​ ​ເລີ່​ມດຳ​ເນີນ​ທຸລະ​ກິດ​ ຫວຽດນາມ ​ສ້າງ​ຮູບ​ແບບ​ການ​ດຳ​ເນີນ​ທຸລະ​ກິດ​ ຢ່າງສົມບູນແບບ ​ແລະ ມີ​ຍຸດ​ທະ​ສາດ ​ເພື່ອ​ດຳ​ເນີນ​ທຸລະ​ກິດ​ ດ້ວຍ​ກອບແນວ​ຄິດ​ລະດັບ​ໂລກ.

ຊາວ​ໜຸ່ມ​ ຟັງ​ການ​ແບ່ງ​ປັນ​ຂອງ​ທ່ານ ອານ​ຫງວຽນ ໃນ​ການ​ພົບປະ​ສົນທະນາ ຄັ້ງໜຶ່ງ. ພາບ: ແທງຢາງ/VNP
ທ່ານ ​ອານ​ຫງວຽນ​ ແມ່ນ​ຜູ້​ມີ​ຄວາມ​ຕັ້ງ​ໃຈ​ ແລະ​ ມີ​ພະລັງ​ແຮງ. ພາບ: ແທງຢາງ/VNP

ອານ​ຫງວຽນ ​ໄປ​ຍັງ ສ ອາ​ເມ​ລິ​ກາ ​ເມື່ອ​ອາຍຸ 16 ປີ. ບ້ານເກີດ ຂອງ​ເພິ່ນຢູ່ ໄຕງວຽນ (ແຂວງ ດັກ​ລັກ) ທ່ີເຕັມ​ໄປ​ດ້ວຍແສງ​ແດດ, ສາຍລົມ ​ແລະ ຄວາມ​ທຸກ​ຍາກລຳບາກ. ເມື່ອມາເຖິງສ ອາເມລິກາ ໃໝ່ໆ ເພິ່ນຮູ້ສຶກສັບສົນ ແລະ ຍາກທີ່ຈະເຊື່ອມໂຍງໄດ້. ​ອານ​ຫງວຽນ ​ຈະຕ້ອງ​ຮຽນ ​ແລະ ​ເຮັດ​ວຽກ​ໜັກ​ກວ່າ​ໝູ່ ​ເພື່ອຝຶກທັກສະ​ດ້ານ​ພາສາ​ ​ແລະ ເປັນ​ເອກະລາດ​ ເພື່ອ​ຊ່ວຍ​ໃຫ້​ເພິ່ນ ​ເຕີບ​ໃຫຍ່​ຂຶ້ນ​ ເມື່ອຢູ່ໄກ​ບ້ານເກີດເມືອງນອນ. ອານຫງວຽນ ຈົບການສຶກສາ ລະດັບປະລິນຍາຕີ ຈາກ ມະຫາວິທະຍາໄລ UC Davis ແລະ ໄດ້ຮັບໃບປະກາດ ປະລິນຍາໂທ ສາຂາບໍລິຫານທຸລະກິດ ຈາກ California State University, East Bay ເມື່ອອາຍຸພຽງແຕ່ 28 ປີ. ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ຂອງ​ຊາວ ​ຫວຽດນາມ ​ຄົນໜຶ່ງ, ອານຫ​ງວຽນ ​ໄດ້​ເປີດ​ຮ້ານ​ອາຫານ​ຢູ່​ລັດ California, ​ເລີ່​ມ​​ດຳ​ເນີນ​ທຸລະ​ກິດ ດ້ວຍ​ຄວາມ​ປາດ​ຖະໜາ ​ຢາກເຮັດໃຫ້ວັດທະນະທຳ​ ການກິນດື່ມ​ ຫວຽດນາມ ຢູ່ ສອາ​ເມ​ລິ​ກາ ເປັນທ່ີຮູ້ຈັກຍິ່ງຂຶ້ນ. ເພິ່ນເປັນ CEO ຂອງ 4 ຮ້ານອາຫານເຊັ່ນ: Gao Fresh Noodles ສະເພາະຂາຍ ເຝີ; Nam Phương Vietnamese Restaurant ​ຂາຍ ສະເພາະ ບັນດາ​ອາ​ຫານ​ພື້ນ​ເມືອງ​ ຫວຽດ​, Sate Viet Grills & Banh mi ​ຂາຍ ສະເພາະ ເຂົ້າຈີ່ ແລະ ເຝີ, Q-Time Restaurant ​ ຂາຍ ສະເພາະ ອາ​ຫານ​ຕ່າງປະເທດ. ນອກຈາກນັ້ນ, ເພິ່ນຍັງເປັນ CEO ຂອງ 12 ໂຮງຮຽນ ສອນວິຊາ ຕັດຜົມ ແລະ ເສີມສວຍ ດ້ວຍຍີ່ຫໍ້ Atlanta Beauty & Barber Academy.


ບັນດາວຽກງານ ທີ່ນຳມາຜົນສໍາເລັດໃນການດຳເນິີນ ທຸລະກິດ ເຫຼົ່ານັ້ນ ເຮັດໃຫ້ເພິ່ນ ມີລາຍຮັບ ແລະ ມີຖານະ ຢູ່ ສອາເມລິກາ, ແຕ່ນັ້ນບໍ່ແມ່ນຄວາມປາຖະຫນາ ທີ່ເພິ່ນ ມຸ່ງຫວັງ. ສິ່ງ​ໃຫຍ່​ກວ່າ​ທີ່​ເພິ່ນ ​ຢາກ​ເຮັດ ​ແມ່ນ​ການ​ເຊື່ອມ​ຕໍ່​ກັບ​ບ້ານ​ເກີດ​ເມືອງ​ນອນ ຫວຽດນາມ, ເພື່ອ​ຊ່ວຍ​ເຫຼືອນັກທຸລະກິດໜຸ່ມ ຫວຽດນາມ ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ​ສ້າງອາຊີບ. ເພິ່ນ ໄດ້​ສ້າງ​ຕັ້ງ Superx Academy (ສະຖາບັນ ການສຶກສານັກ ທຸລະກິດ ຫວຽດ) ຢູ່​ ສ ອາເມລິກາ ​ເມື່ອ​ປີ 2022. ນີ້​ແມ່ນປະຊາຄົມ​ນັກທຸລະກິດ ລະດັບ​ໂລກ ​ທີ່​ມີ​ພາ​ລະ​ກິດ​ແມ່ນ​​ປະ​ກອບ​ສ່ວນ​, ໃຫ້​ ໄປ ແລະ​ ​ສ້າງ​ຄວາມ​ແຕກ​ຕ່າງ​. ຢູ່ສະຖາບັນການ ສຶກສາ ແຫ່ງນີ້, ເພິ່ນ ໄດ້ກໍ່ສ້າງໂດຍກົງ ແລະ ເປີດຊຸດຝຶກອົບຮົມ ເພື່ອແນະນຳ ວິທີ ການບໍລິຫານ ໃຫ້ແກ່ນັກທຸລະກິດໃໝ່, ພ້ອມກັນນັ້ນ ກໍ່ນຳພາ ນັກທຸ ລະກິດ ໄປຈາກລະດັບຕ່ຳ ສູ່ລະດັບສູງ.


ນັກ​ສຶກ​ສາ​ດີ​ໃຈ​ທີ່​ສຸດ​ທີ່​ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ທ່ານ ອານຫງວຽນ. ພາບ: ແທງຢາງ/VNP


ປີ 2023, ເພິ່ນ ​ແລະ SuperX Academy ໄດ້​ມີ​ໜ້າຢູ່​ ຫວຽດນາມ ​ເພື່ອ​ຄ່ອຍໆ​ ຊ່ວຍເຫຼືອ ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ວາງ​ພື້ນຖານ​ເຄື່ອງ ໝາຍການຄ້າລາຍໃຫຍ່ ອອກ​ສູ່​ໂລກ. SuperX Academy ມີຈຸດປະ ສົງຄືສະໜອງບັນດາ ໂຄງການສຶກສາ ແລະ ສຳມະນາ ເພື່ອພັດທະນາ ທັກສະ ໃຫ້ແກ່ວົງການນັກທຸລະກິດ. ໂດຍການນໍາໃຊ້ເຄື່ອງມື ພັດທະ ນາ ສ່ວນບຸກຄົນທີ່ກ້າວໜ້າໃນໂລກ, ຫຼັງຈາກນັ້ນ ແປເປັນພາສາ ຫວຽດ, SuperX Academy ຊ່ວຍໃຫ້ເຈົ້າຂອງວິສາຫະກິດ ຂະໜາດກາງ ແລະ ນ້ອຍ ເຂົ້າໃຈໄດ້ຈຸດແຂງ ແລະ ຈຸດອ່ອນຂອງຕົນ ຢ່າງຖືກຕ້ອງ, ຈາກນັ້ນ ຈຶ່ງຊອກຫາເສັ້ນທາງການ ຮຽນຮູ້ທີ່ເໝາະສົມ, ກ້າວໄປສູ່ການສ້າງທຸລະກິດ ດ້ວຍວິໄສທັດ 100 ປີ, ແທນທີ່ຈະແມ່ນ 20-30 ປີ.

ເພິ່ນ ຍັງເປັນນັກປາຖະກະຖາ ທີ່ມີຄວາມກະຕືລືລົ້ນ ແລະ Master Facilitator ຫວຽດນາມ ໜຶ່ງດຽວຢູ່ Points-of-You. ເພິ່ນ ​ກ່າວ​ວ່າ: “ພວກຂ້າພະເຈົ້າ ​ຢືນ​ຢູ່​ເບື້ອງ​ຫຼັງ​ ບັນດາການ​ເຄື່ອນ​ໄຫວ​ສັງຄົມ ​ເພື່ອ​ຄວາມ​ສະ​ເໝີ​ພາບ ​ແລະ ຄວາມ​ຈະ​ເລີ​ນ ຮຸ່ງ​ເຮືອງ​ດ້ານ​ການ​ສຶກສາ, ພິ​ເສດ​ແມ່ນ​ຢູ່​ ຫວຽດນາມ. ນັກທຸລະກິດທຸກຄົນ ທີ່ເຂົ້າຮ່ວມໃນ SuperX Academy ຈະສ້າງຜົນກະທົບ ໂດຍການເຂົ້າຮ່ວມກິດຈະກໍາ ແລະ ຫຼັກ ສູດການສຶກສາ”.

ປັດຈຸ​ບັນ, ສະຖາບັນ SuperX Academy ພວມ​ພະຍາຍາມ​ສ້າງ​ຄວາມ​ແຕກ​ຕ່າງ​ໃຫ້​ບັນດາ​ນັກທຸລະກິດ ຫວຽດນາມ ດ້ວຍ​ການ​ສະໜອງ​ພື້ນ ຖານ​ການ​ສຶກສາ ​ລະດັບ​ໂລກ, ຊ່ວຍເຫຼືອ ​ຄົນ​ທຳ​ມະ​ດາ ​ໃຫ້​ກາຍ​ເປັນນັກທຸລະກິດ ​ທີ່​ດີ​ເດັ່ນ. ນັ້ນ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຄວາມ​ກະຕືລືລົ້ນ ​ຂອງ​ ອານ​ຫງວຽນ ທີ່​ມີ​ຕໍ່​ບ້ານ​ເກີດ​ເມືອງ​ນອນ ຂອງຕົນ ​ແລະ ປະຊາ​ຄົມ​ ເລີ່ມຕົ້ນ ທຸລະກິດ ​ຫວຽດນາມ.

 

ໃນ​ເວລາ​ຫວ່າງ, ອານຫງວຽນ ​ອ່ານ​ປຶ້ມ​ຢູ່​ຫໍສະໝຸດ. ພາບ: ແທງຢາງ/VNP

ອານ​ຫງວຽນ​ ໄດ້​ເດີນ​ທາງ​ໄປ​ຫຼາຍ​ປະ​ເທດ​ເຊັ່ນ: ​ອິນ​ໂດ​ເນ​ເຊຍ, ສິງກະ​ໂປ ​ແລະ​ ສປ ຈີນ ​ພ້ອມກັບບັນດາ​ຊຸດ​ຝຶກ​ອົບຮົມ ​ໂດຍ​ພື້ນຖານ ຂອງ SuperX Academy. ສຳ​ລັບ​ວົງ​ການ​ນັກ​ທຸ​ລະ​ກິດ​​ໜຸ່ມ ​ຫວຽດ​ນາມ, ເພິ່ນ​ໃຫ້ການສະໜັບສະໜູນ ແລະ ໃຊ້​ເວ​ລາ​ຫຼາຍ​ໃນ​ຂົງ​ເຂດ​ນີ້. ສໍາລັບ ເພິ່ນ: ການເຫັນປະຊາຄົມ ນັກທຸລະກິດໜຸ່ມ ເຕີບໂຕ ແລະ ສ້າງທຸລະກິດ ເປັນຂອງ ຕົນເອງໄດ້ ແມ່ນກຳລັງໃຈ ເພື່ອໃຫ້ເພິ່ນ ແລະ SuperX Academy ສາມາດບືນອອກໄປໄກກວ່າອີກ

ບົດ: VNP/ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ


Top