ປະດິດສ້າງ ທິວທັດຂະໜາດນ້ອຍ ແບບສະຖາປັດຕະຍະກຳ ຫວຽດນາມ

ປະດິດສ້າງ ທິວທັດຂະໜາດນ້ອຍ ແບບສະຖາປັດຕະຍະກຳ ຫວຽດນາມ


ດ້ວຍຄວາມຫຼົງໄຫຼ ຕັ້ງແຕ່ເດັກ, ແລ້ວທຳການຊອກຄົ້ນ ປະດິດສ້າງ ດ້ວຍຕົນເອງ, ອ້າຍບ່າວ 9x ເຈືອງວັນໂບ້ (ຮ່າໂນ້ຍ) ໄດ້ສ້າງຄືນໃໝ່ ບັນດາກິດຈະກຳ ສະຖາປັດຕະຍະກຳ ຂອງ ຫວຽດນາມ ໂດຍຜ່ານບັນດາຮູບພາບ ທິວທັດຂະໜາດນ້ອຍ ທີ່ເປັນເອກະລັກສະເພາະ.

ຕອນຍັງເປັນເດັກນ້ອຍ ອາຍຸ 7 ປີ, ໂບ້ ມັກຫຼິ້ນດິນຊາຍ ເພື່ອສ້າງ ເຮືອນນ້ອຍໆ. ຈາກນັ້ນ, ໃນຂະນະທີ່ຮຽນ ຢູ່ມະຫາວິທະຍາໄລ ຊົນລະປະທານ, ໄດ້ສຳຜັດກັບການອ່ານ ຮູບແຕ້ມກົນຈັກ, ໂບ້ ໄດ້ຮູ້ ວິທີປັບປ່ຽນ ແລະ ສ້າງຈຳລອງ ສະຖາປັດຕະຍະກຳ ຫວຽດນາມ ດ້ວຍການສ້າງແບບຫຍໍ້ສ່ວນ ເປັນ ບັນດາຜະລິດຕະພັນ ສິລະປະ ຂະໜາດນ້ອຍ.


ປະດັບປະດາໜອງນໍ້າ ໃຫ້ຄືກັບໜອງນ້ຳແທ້ ໃນສາກໝູ່ບ້ານ ຊົນ ນະບົດ ທາງພາກເໜືອ ຫວຽດນາມ. ພາບ: ແຄ໋ງລອງ/VNP

ໂບ້ ໄດ້ແບ່ງປັນວ່າ: “ຜະລິດຕະພັນທຳອິດ ແມ່ນວັດເສົາດຽວ ຂ້າພະເຈົ້າຕ້ອງໃຊ້ເວລາ ເຮັດໃນ 2 ເດືອນ. ການເລີ່ມລົງມື ປະຕິບັດ ໃນເວລານັ້ນ ແມ່ນຂ້ອນຂ້າງຍາກ ເພາະວ່າ ບໍ່ມີປະສົບການ, ອຸປະກອນ ກໍຄືດ້ານການໃຊ້ຈ່າຍ. ເມື່ອຜະລິດຕະພັນ ເຮືອນຫ້າຫ້ອງ ໄດ້ສ້າງສຳເລັດ ແລະ ໃຊ້ເວລາໜຶ່ງປີ ສົ່ງຂຶ້ນອິນເຕີເນັດ ໃຫ້ທຸກຄົນຊົມ. ແຕ່ຫຼັງຈາກ ມີຄົນເກຍກ່ອມ, ຂ້າພະເຈົ້າ ໄດ້ຂາຍຜະລິດຕະພັນນີ້ເພື່ອຈຸດ ປະສົງທາງທຸລະກິດ”.

ຫຼັງຈາກນັ້ນ, ບັນດາຜະລິດຕະພັນ ສະຖາປັດຕະຍະກຳຂອງ ຫວຽດນາມ ເຊັ່ນ: ວັດໄຖ່, ທາດ ເຕົ່າ, ວັດ ເສົາດຽວ, ເຄວວັນກາກ, ເສົາທຸງ... ໄດ້ຮັບການປະດິດແຕ່ງ ຕາມລຳດັບ  ໂດຍ ເຈືອງວັນໂບ້ ໃຫ້ກາຍເປັນ ຜົນງານສິລະປະ ຂະໜາດນ້ອຍ ທີ່ເປັນເອກະລັກ, ຊຶ່ງ ໂບ້ ໃຫ້ ຮູ້ວ່າ ຍິ່ງເຮັດ ຍິ່ງມີຄວາມສົນໃຈ ແລະ ຕິດໃຈ ກັບບັນດາຜະລິດຕະພັນ ວັດທະນະທໍາ ຫວຽດ. ນອກຈາກນັ້ນ, ໂບ້ ຍັງປະຕິບັດຕາມຄວາມຕ້ອງການ ດ້ານສະຖາປັດຕະຍະກຳ ຂອງ ລູກຄ້າ, ເຂົາເຈົ້ານໍາຮູບພາບ ຂອງເຮືອນເກົ່າ ທີ່ເຂົາເຈົ້້າ ຕ້ອງຮື້ມ້າງ ເພື່ອສ້າງເຮືອນ ຫຼັງໃໝ່ ເຊິ່ງນັ້ນ ມັກຈະແມ່ນເຮືອນ ທີ່ເປັນສັນຍາລັກ ຢູ່ຕາມເຂດໝູ່ບ້ານ ຊົນນະບົດ ທາງພາກເໜືອ. 


ເພື່ອສ້າງຜະລິດຕະພັນໜຶ່ງໃຫ້ໄດ້ ຕ້ອງມີວັດສະດຸ ທີ່ຈໍາເປັນຄື ຊີມັງ, ດິນຈີ່ ແລະ ເຫຼັກ. ພາຍຫຼັງມີຄວາມຄິດ ແລະ ຂຶ້ນພາບແຕ້ມ ແລ້ວ, ໂບ້ ຈະກໍ່ສ້າງພື້ນເຮືອນ, ກໍ່ສ້າງຝາ, ມຸງກະເບື້ອງແລ້ວທາສີ ໃຫ້ບັນດາສ່ວນລາຍລະອຽດ. ສຸດທ້າຍແມ່ນປູກຕົ້ນໄມ້, ສ້າງ ພູເຂົາ, ໜອງນໍ້າ... ເພື່ອປະດັບປະດາ ແລະ ເຮັດໃຫ້ ຜະລິດຕະພັນ ສົມບູນແບບ. ໃນນັ້ນ, ຂັ້ນຕອນທີ່ໃຊ້ເວລາ ຫຼາຍ ທີ່ສຸດ ແມ່ນການ ຕິດກະເບື້ອງເປັນຊັ້ນໆ ຊ້ອນກັນ ຢ່າງພິຖີພິຖັນ ແລະ ລະມັດລະວັງ. ໂດຍທົ່່ວໄປຕ້ອງໃຊ້ເວລາ ປະມານ 2 ອາທິດ ເພື່ອເຮັດໄດ້ຜະລິດຕະພັນໜຶ່ງ.

ໂບ້ ໃຫ້ຮູ້ວ່າ ຕາມປົກກະຕິດ ຂະໜາດຂອງຜະລິດຕະພັນໜ່ຶງ ແມ່ນປະມານ 80x60 ຊມ, ແຕ່ວ່າ ມັນຍັງຂຶ້ນກັບ ຄວາມຕ້ອງການ ຂອງລູກຄ້າ. ປັດຈຸບັນ, ບັນດາລູກຄ້າ ທີ່ຊອກຊື້ ຜະລິດຕະພັນ ສະຖາປັດຕະຍະກຳ ຂອງ ຫວຽດນາມ ໄດ້ສ້າງ ຈຳລອງ ເປັນຜະລິດຕະພັນຂະໜາດນ້ອຍນີ້ ແມ່ນຜູ້ມີອາຍຸ ກາງຄົນ, ໃນລາຄາແຕ່ 10-40 ລ້ານດົ່ງ.


ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ

 


Top