ບັນດາຫ້ອງຮຽນ ໃນຊີວິດປະຈຳວັນ
ຈາກຫ້ອງຮຽນຢູ່ໂຮງຮຽນ ຈົນເຖິງທຸກໆ ຄອບຄົວ ແລະ ບ້ານ ໃກ້ເຮືອນຄຽງ, ວຽກງານ “ປະຊາສຶກສາ ດີຈີຕອນ” ກຳລັງ ສ້າງ ຫ້ອງຮຽນໂດຍບໍ່ມີຫ້ອງບັນຍາຍ, ບ່ອນທີ່ ຜູ້ຮູ້ ແນະນຳ ຜູ້ທີ່ບໍ່ຮູ້ ແລະ ຊາວໜຸ່ມຊ່ວຍ ຜູ້ສູງອາຍຸ ເຂົ້າເຖິງ ເຕັກໂນໂລຊີ. ກວ່າ 80 ປີ ຫຼັງຈາກຂະບວນການ ລົບລ້າງໄພກືກໜັງສື, ຈິດໃຈ ແບ່ງປັນຄວາມຮູ້ ສືບຕໍ່ ໄດ້ຮັບການເສີມຂະຫຍາຍ, ຊ່ວຍໃຫ້ຜູ້ຄົນເຊື່ອມໂຍງເຂົ້າກັບ ຍຸກ ດີຈີຕອນ ຢ່າງໝັ້ນໃຈ.
ບັນດາຫ້ອງຮຽນບໍ່ມີຝາ
ເວລາເຈັດໂມງແລງ, ໃນເຮືອນຫຼັງໜຶ່ງ ທີ່ຕາແສງ ວັນມ໋ຽວ-ກວກຕືຢາມ, ຮ່າໂນ້ຍ, ນ້ອງ ຫງວຽນມິງຄອຍ, ນັກຮຽນຊັ້ນ ມ.2, ນັ່ງຢູ່ຂ້າງແມ່ຕູ້ ເຈິ່ນທິຖ່ວນ, ອາຍຸ 74 ປີ. ນ້ອງວາງ ໂທລະສັບ ສະມາດໂພນ ເທິງໂຕະ, ຫັນໜ້າຈໍມາທາງແມ່ຕູ້: “ແມ່ຕູ້ ກົດໃສ່ນີ້ກ່ອນ”. ແມ່ຕູ້ ຍົກນິ້ວຂຶ້ນແລ້ວຖົກຄືນ. ໃນຄວາມພະຍາຍາມ ຄັ້ງທີສີ່, ໜ້າຈໍໄດ້ປ່ຽນເປັນໜ້າຈໍໃໝ່. ທັງສອງເບິ່ງໜ້າກັນ ແລ້ວພ້ອມກັນຫົວຂຶ້ນ.
ພາບທີ່ລຽບງ່າຍນັ້ນ ສະທ້ອນໃຫ້ເຫັນເຖິງຈຸດພິເສດ ຂອງ ວຽກງານ “ປະຊາສຶກສາ ດີຈີຕອນ”: ການຮຽນຮູ້ ບໍ່ໄດ້ຖືກຈຳກັດ ຢູ່ແຕ່ໃນໂຮງຮຽນ ອີກຕໍ່ໄປ. ການຮຽນຮູ້ໄດ້ຈັດຂຶ້ນ ຢູ່ສະໂມສອນ ວັດທະນະທຳ, ສຳນັກງານ ອຳນາດການປົກຄອງ, ໃນຕະຫຼາດ, ໃນກຸ່ມແລກປ່ຽນ ຂອງໜ່ວຍ ພົນລະເມືອງ ແລະ ເທິງລະບົບການຮຽນອອນລາຍ. ແມ່ນແຕ່ເທິງໂຕະກິນເຂົ້າ ຂອງ ຄອບຄົວ ກໍສາມາດ ກາຍເປັນ ສະຖານທີ່ຖ່າຍທອດຄວາມຮູ້ທາງດ້ານເຕັກໂນໂລຊີໄດ້.
ໃນເຄືອຂ່າຍດັ່ງກ່າວ, ໂຮງຮຽນ ຮັກສາບົດບາດສຳຄັນ, ຊ່ວຍໃຫ້ນັກຮຽນເຂົ້າເຖິງ ເຕັກໂນຊີ ຕັ້ງແຕ່ຍັງນ້ອຍ, ຄ່ອຍໆ ສ້າງທັກສະ ດີຈີຕອນ ແລະ ຄວາມຮູ້ ກ່ຽວກັບການ ປ້ອງກັນຕົນເອງ ໃນສະພາບແວດລ້ອມອອນລາຍ. ນີ້ແມ່ນພື້ນຖານ ເພື່ອໃຫ້ເຂົາເຈົ້າ ບໍ່ພຽງແຕ່ ເປັນເຈົ້າການ ເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງກາຍເປັນຜູ້ໃຫ້ຄຳປຶກສາ, ແບ່ງປັນຄວາມຮູ້ດ້ານ ດີຈີຕອນ ກັບຄອບຄົວ ແລະ ຊຸມຊົນ ອີກດ້ວຍ.
ສິ່ງທີ່ສຳຄັນ ບໍ່ພຽງແຕ່ແມ່ນການຮູ້ວິທີນຳໃຊ້ອຸປະກອນເທົ່ານັ້ນ, ແຕ່ຍັງຮູ້ວິທີຈຳແນກຄວາມສ່ຽງ ແລະ ປ້ອງກັນຕົນເອງ. ດັ່ງນັ້ນ, ບົດຮຽນຢູ່ໂຮງຮຽນ ຈຶ່ງສາມາດສືບຕໍ່ຖ່າຍທອດໄປສູ່ບັນດາສະ ມາຊິກໃນຄອບຄົວໄດ້.
ນ້ອງ ຄອຍ ກ່າວວ່າ “ຫຼານໄດ້ຮຽນຮູ້ ກ່ຽວກັບການໂທປອມ ຢູ່ໂຮງຮຽນ”, “ຄູສອນບອກວ່າ ພວກເຂົາ ສາມາດອ້າງຕົວ ເປັນເຈົ້າໜ້າທີ່ຕຳຫຼວດ ແລະ ຮຽກຮ້ອງໃຫ້ໂອນເງິນດ່ວນ. ຫຼານກັບມາເລົ່າໃຫ້ແມ່ຕູ້ຟັງ”. ແມ່ຕູ້ ຖ່ວນ ໃຫ້ຮູ້ວ່າ ຜ່ານມາ ເພິ່ນເຄີຍໄດ້ຮັບການໂທເຂົ້າແບບນີ້, ແຕ່ຕອນນີ້ຮູ້ຈັກລະວັງຕົວ ແລະ ຕັດສາຍໂທອອກ ຢ່າງເປັນເຈົ້າການ.
ຈາກນັກຮຽນຄົນໜຶ່ງ ຈົນເຖິງຜູ້ສູງອາຍຸ, ຄວາມຮູ້ ກ່ຽວກັບ ຄວາມປອດໄພ ດີຈີຕອນ ໄດ້ຮັບການຖ່າຍທອດໄປ ດ້ວຍວິທີ ທີ່ໃກ້ຊິດທີ່ສຸດ. ໂຮງຮຽນສ້າງຄວາມພ້ອມ ດ້ານທັກສະ ໃຫ້ແກ່ ເດັກນ້ອຍ; ພວກນ້ອງສືບຕໍ່ແນະນຳໃຫ້ພໍ່ແມ່, ປູ່ຍ່າ. ດັ່ງນັ້ນ, ແຕ່ລະຫ້ອງຮຽນ ຈຶ່ງສາມາດກາຍເປັນຈຸດເລີ່ມຕົ້ນ ສຳລັບ ບັນດາຫ້ອງຮຽນ ອື່ນໆ ຢູ່ໃນຊຸມຊົນ.
ຢູ່ຕາແສງ ເຫງ໊ຍໂດ, ຮ່າໂນ້ຍ, ການເຜີຍແຜ່ທັກສະດ້ານ ດີຈີຕອນ ກຳລັງໄດ້ຮັບການຜັນຂະຫຍາຍໃນລະດັບຊຸມຊົນ. ເອື້ອຍ ເລທິມິງເທີມ, ພະນັກງານຮັບຜິດຊອບຂົງເຂດ ວັດທະນະທຳ ຂອງ ຕາແສງ, ແນະນຳວິທີທີ່ 50 ກຸ່ມບ້ານ ນຳໃຊ້ບັນດາກຸ່ມແລກປ່ຽນທາງອອນລາຍ, ສົມທົບກັບ ແອັບພລີເຄຊັນ iHanoi ເພື່ອເຊື່ອມຕໍ່ປະຊາຊົນ ກັບອຳນາດ ການປົກຄອງ ນະຄອນ.
ຂໍ້ມູນ, ເອກະສານ ແລະ ຄວາມຮູ້ທີີ່ເປັນປະໂຫຍດ ໄດ້ຖືກແບ່ງ ປັນຜ່ານກຸ່ມຕ່າງໆ. ປະຊາຊົນ ສາມາດສະທ້ອນບັນຫາຕ່າງໆ ໃນບ້ານຂອງເຂົາເຈົ້າ, ຮັບເອົາຂໍ້ມູນ ແລະ ສື່ສານກັບເຈົ້າໜ້າທີ່ ໄດ້ສະດວກກວ່າ. ລາຍການຖ່າຍທອດສົດ ຍັງແນະນຳໃຫ້ ບັນດາພໍ່ຄ້າແມ່ຄ້າຂາຍຍ່ອຍ, ຄອບຄົວທຸລະກິດ ຂະໜາດນ້ອຍ ກ່ຽວກັບຂາຍສິນຄ້າທາງອອນລາຍ ແລະ ເຜີຍແຜ່ຄວາມຮູ້ ກ່ຽວກັບການປ້ອງກັນ ແລະ ຕ້ານອັກຄີໄພ.
ຂໍ້ມູນ, ເອກະສານ ແລະ ຄວາມຮູ້ທີີ່ເປັນປະໂຫຍດ ໄດ້ຖືກແບ່ງ ປັນຜ່ານກຸ່ມຕ່າງໆ. ປະຊາຊົນ ສາມາດສະທ້ອນບັນຫາຕ່າງໆ ໃນບ້ານຂອງເຂົາເຈົ້າ, ຮັບເອົາຂໍ້ມູນ ແລະ ສື່ສານກັບເຈົ້າໜ້າທີ່ ໄດ້ສະດວກກວ່າ. ລາຍການຖ່າຍທອດສົດ ຍັງແນະນຳໃຫ້ ບັນດາພໍ່ຄ້າແມ່ຄ້າຂາຍຍ່ອຍ, ຄອບຄົວທຸລະກິດ ຂະໜາດນ້ອຍ ກ່ຽວກັບຂາຍສິນຄ້າທາງອອນລາຍ ແລະ ເຜີຍແຜ່ຄວາມຮູ້ ກ່ຽວກັບການປ້ອງກັນ ແລະ ຕ້ານອັກຄີໄພ.
ຕົວຢ່າງເຫຼົ່ານີ້ ສະແດງໃຫ້ເຫັນວ່າ ທັກສະ ດີຈີຕອນ ບໍ່ພຽງແຕ່ ຮັບໃຊ້ ການນຳໃຊ້ ເຕັກໂນໂລຊີເທົ່ານັ້ນ. ເມື່ອຮູ້ວິທີເຂົ້າເຖິງ ແລະ ນຳໃຊ້ ແພລດຟອມຕ່າງໆ, ຜູ້ຄົນຈະມີເງື່ອນໄຂຕື່ມອີກ ເພື່ອເຂົ້າຮ່ວມບັນດາກິດຈະກຳຂອງຊຸມຊົນ, ປະຕິບັດ ລະບຽບການບໍລິຫານ ແລະ ພັດທະນາ ຊີວິດການເປັນຢູ່ ຂອງເຂົາເຈົ້າ.
ການເຄື່ອນໄຫວດັ່ງກ່າວ ສຸມໃສ່ສີ່ກຸ່ມຄວາມສາມາດທີ່ສຳຄັນ. ໜຶ່ງ: ການນຳໃຊ້ຕົວຕົນ ດີຈີຕອນ, ການກວດສອບຂໍ້ມູນ ແລະ ການເຂົ້າເຖິງການບໍລິການ ທີ່ອີງໃສ່ ແພລດຟອມເຊັ່ນ VNeID. ສອງ: ການປ້ອງກັນຕົນເອງຈາກການສໍ້ໂກງ, ຮູ້ປົກປ້ອງຂໍ້ມູນສ່ວນຕົວ ແລະ ຈຳແນກຂໍ້ມູນແທ້-ປອມ. ສາມ: ການພົວພັນປະສານງານ ກັບອຳນາດການປົກຄອງ, ຕັ້ງແຕ່ການຮັບເອົາຂໍ້ມູນ ຈົນເຖິງການສະທ້ອນຂໍ້ສະເໜີ ແລະ ນຳໃຊ້ການບໍລິການສາທາລະນະ. ສີ່: ການນຳໃຊ້ ເຕັກໂນໂລຊີ ເຂົ້າໃນການດຳລົງຊີວິດ, ໂດຍສະເພາະໃນການຄ້າຂາຍ ທາງ ອອນລາຍ ແລະ ປະຕິບັດພັນທະອາກອນ ຕາມລະບຽບການ.
ຮອດປີ 2026, ຫວຽດນາມ ວາງເປົ້າໝາຍ ເຜີຍແຜ່ທັກສະ ດີຈີຕອນ ໃຫ້ແກ່ພະນັກງານ, ລັດຖະກອນ, ຜູ້ອອກແຮງງານ ໃນຂົງເຂດສາທາລະນະ, ນັກຮຽນຕັ້ງແຕ່ຊັ້ນປະຖົມ, ປະຊາຊົນຜູ້ໃຫຍ່ ແລະ ຜູ້ອອກແຮງງານໃນວິສາຫະກິດ, ສະຫະກອນ ທັງໝົດ. ໃນນັ້ນ, ຜູ້ໃຫຍ່ 60 ລ້ານຄົນ ຄາດວ່າຈະໄດ້ຮັບການຢັ້ງຢືນວ່າ ໄດ້ສໍາເລັດ ປັນຍາຄວາມຮູ້ ກ່ຽວກັບການຫັນປ່ຽນ ດີຈີຕອນ ແລະ ທັກສະ ດີຈີຕອນ ຜ່ານ ແອັບພລິເຄຊັນ VNeID.
ແພລດຟອມ ການຮຽນຮູ້ອອນລາຍເປີດກວ້າງທົ່ວປະເທດ ໄດ້ຮັບການຜັນຂະຫຍາຍ ຕັ້ງແຕ່ເດືອນ ເມສາ 2025. ປັດຈຸບັນ, ຈຳນວນຜູ້ຮຽນ ໄດ້ເກີນຕົວເລກ 2 ລ້ານຄົນ. ຮູບແບບອອນລາຍ ເປີດກວ້າງໂອກາດເຂົ້າເຖິງຄວາມຮູ້, ໃນຂະນະທີ່ບັນດາກຸ່ມສະໜັບສະໜູນ ຢູ່ທ້ອງຖິ່ນ ຊ່ວຍໃຫ້ ປະຊາຊົນ ພາກປະຕິບັດຕົວຈິງ ແລະ ແກ້ໄຂບັນຫາຫຍຸ້ງຍາກ ສະເພາະ.
ຈາກ ປະຊາສຶກສາ ສູ່ພົນລະເມືອງ ດີຈີຕອນ
ຢູ່ຕາແສງ ວັນມ໋ຽວ-ກວກຕືຢາມ, ຮ່າໂນ້ຍ, ທ່ານ ກາວກວາງ ຕວ໋ຽນ, ອາຍຸ 61 ປີ, ນັກຮົບເກົ່າ ແລະ ເປັນຫົວໜ້າກຸ່ມບ້ານ ທີ 28, ມັກໄປຫາແຕ່ລະຄອບຄົວ ໃນຕອນຄ່ຳວັນອັງຄານ ແລະ ວັນສຸກ ເພື່ອແນະນຳໃຫ້ປະຊາຊົນ. ເພິ່ນໄດ້ບັນທຶກໃສ່ປຶ້ມ ບັນ ດາຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອ ແລະ ບັນດາກໍລະນີ ທີ່ຕ້ອງສືບຕໍ່ ໄດ້ຮັບຄໍາແນະນຳ. “ລຸງ ບໍ່ເກັ່ງດ້ານເຕັກໂນໂລຊີ ຄືພວກເດັກນ້ອຍ”, ທ່ານ ຕວ໋ຽນ ແບ່ງປັນ. “ແຕ່ລຸງຮູ້ວ່າ ເຮືອນໃດມີຜູ້ສູງອາຍຸ ຢູ່ຄົນດຽວ”.
ກຸ່ມເຕັກໂນໂລຊີ ດີຈີຕອນ ຊຸມຊົນ ທີ່ເພິ່ນ ເຂົ້າຮ່ວມ ມີສະມາ ຊິກ ຊາວໜຸ່ມ, ຄູສອນທີ່ເຂົ້າບໍານານ, ສະມາຊິກ ສະຫະພັນແມ່ ຍິງ ແລະ ສະມາຊິກກຳລັງຕຳຫຼວດ. ພວກເຂົາ ບໍ່ຈຳເປັນຕ້ອງ ແມ່ນຜູ້ຊ່ຽວຊານ ເຕັກໂນໂລຊີ, ແຕ່ສາມາດຊ່ວຍເຫຼືອ ຜູ້ຢູ່ ອ້ອມຂ້າງ ດ້ວຍຄວາມຮູ້ ແລະ ປະສົບການຂອງຕົນ. ຄວາມໃກ້ຊິດ ຊ່ວຍໃຫ້ການຮຽນຮູ້ ບໍ່ຫ່າງເຫີນ, ໂດຍສະເພາະ ແມ່ນກັບຜູ້ສູງອາຍຸ ຫຼື ຜູ້ທີ່ມີເງື່ອນໄຂໜ້ອຍ ໃນການສໍາຜັດ ກັບເຕັກໂນໂລຊີ.
ວິທີເຮັດນີ້ ເຮັດໃຫ້ຫວນຄືນເຖິງ ຂະບວນການ ປະຊາສຶກສາ ທີ່ໄດ້ຮັບການຜັນຂະຫຍາຍຢູ່ ຫວຽດນາມ ຫຼັງຈາກ ປະເທດຊາດ ຍາດໄດ້ເອກະລາດ ໃນປີ 1945. ເດືອນ ກັນຍາ 1945, ຫຼາຍກວ່າ 90% ຂອງປະຊາກອນ ຫວຽດນາມ ບໍ່ຮູ້ອ່ານ, ບໍ່ຮູ້ຂຽນ. ໃນເງື່ອນໄຂນັ້ນ, ຂະບວນການ ນຳເອົາ ການຮຽນຮູ້ ໄປສູ່ບ່ອນທີ່ໃກ້ຊິດ ກັບປະຊາຊົນ ເຊັ່ນ: ເດີ່ນສາລາ, ໃຕ້ຕົ້ນໂຟ ແລະ ຕະຫຼາດ. ຜູ້ຮູ້ໜັງສື ສອນ ຜູ້ບໍ່ຮູ້ໜັງສື, ປຸກລະດົມກຳລັງແຮງ ຂອງປະຊາຊົນ ເພື່ອຄ່ອຍ ລົບລ້າງໄພກືກໜັງສື.
ວັນທີ 26 ມີນາ 2025, ວຽກງານ “ປະຊາສຶກສາ ດີຈີຕອນ” ໄດ້ຮັບການປຸກລະດົມ ຢູ່ ມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ, ຕິດພັນກັບການຜັນຂະຫຍາຍ ມະຕິ ສະບັບທີ 57-NQ/TW, ລົງວັນທີ 22 ທັນວາ 2024 ຂອງ ກົມການເມືອງ ກ່ຽວກັບການບຸກທະລຸ ພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນ ດີຈີຕອນ ແຫ່ງຊາດ.
ການສືບທອດ ບໍ່ພຽງແຕ່ຢູ່ໃນຊື່ເອີ້ນ ເທົ່ານັ້ນ, ແຕ່ຍັງຢູ່ໃນ ວິທີການຈັດຕັ້ງ: ນຳເອົາຄວາມຮູ້ ເຂົ້າໃກ້ຊິດກັບປະຊາຊົນ, ຂຸດຄົ້ນແຫຼ່ງກຳລັງທີ່ມີຢູ່ແລ້ວ ແລະ ຊຸກຍູ້ໃຫ້ແຕ່ລະຄົນ ກາຍເປັນ ຜູ້ຊີ້ທາງໃຫ້ແກ່ຜູ້ອື່ນ. ໃນຂະນະທີ່ການເຄື່ອນໄຫວ ໃນເມື່ອກ່ອນ ໄດ້ຊ່ວຍໃຫ້ປະຊາຊົນ ສາມາດເຂົ້າເຖິງ ການຮູ້ ໜັງສື, ການເຄື່ອນໄຫວໃນປັດຈຸບັນ ໄດ້ສະໜອງທັກສະ ໃຫ້ ພວກເຂົາມີການຮຽນຮູ້, ເຮັດວຽກ ແລະ ປະຕິບັດ ບັນດາສິດ, ພັນທະ ໃນສະພາບແວດລ້ອມ ດີຈີຕອນ.
ຈຸດທີ່ໜ້າສັງເກດ ແມ່ນການຖ່າຍທອດຄວາມຮູ້ ລະຫວ່າງບັນດາຮຸ່ນຄົນ. ໃນເມື່ອກ່ອນ, ຜູ້ໃຫຍ່ ທີ່ຮູ້ໜັງສື ມັກສອນຜູ້ໃຫຍ່ ທີ່ບໍ່ຮູ້ໜັງສື. ແຕ່ໃນປັດຈຸບັນ, ນັກຮຽນ ເຊັ່ນ ນ້ອງ ຄອຍ ສາມາດແນະນຳ ປູ່ຍ່າ ນຳໃຊ້ໂທລະສັບ, ຮັບຮູ້ວິທີການສໍ້ໂກງ ແລະ ເຂົ້າເຖິງບັນດາການບໍລິການ ທ່ີສະດວກສະບາຍທາງອອນລາຍ. ບັນດາຜູ້ສູງອາຍຸອື່ນໆ ກໍ່ໄດ້ຮັບການຊ່ວຍເຫຼືອ ຈາກຫົວໜ້າກຸ່ມບ້ານ ແລະ ບັນດາສະມາຊິກ ໜ່ວຍເຕັກໂນໂລຊີ ດີຈີຕອນ ຊຸມຊົນ.
ວິທີເຮັດນີ້ ຊ່ວຍເປີດກວ້າງກຳລັງແຮງ ເຂົ້າຮ່ວມການເຜີຍ ແຜ່ທັກສະ ດີຈີຕອນ, ເກີນຂອບເຂດ ຂອງທີມງານຄູສອນ ຫຼື ຜູ້ຊ່ຽວຊານດ້ານເຕັກໂນໂລຊີ. ແທນທີ່ຈະຝາກຄວາມຫວັງໄວ້ ກັບ ບັນດາຫ້ອງຮຽນຝຶກອົບຮົມ ແບບລວມສູນ, ຄວາມຮູ້ ໄດ້ຮັບການຖ່າຍທອດ ຜ່ານສາຍພົວພັນທີ່ມີຢູ່ແລ້ວ ໃນຄອບຄົວ ແລະ ຊຸມຊົນ.
ເປົ້າໝາຍສຸດທ້າຍ ບໍ່ພຽງແຕ່ແມ່ນຈຳນວນຄົນທີ່ສໍາເລັດ ຊຸດຮຽນ ຫຼື ຮູ້ນຳໃຊ້ ແອັບພລີເຄຊັນ ໃດໜຶ່ງເທົ່ານັ້ນ. ສິ່ງທີ່ ສໍາຄັນກວ່ານັ້ນ ແມ່ນປະຊາຊົນ ສາມາດນຳໃຊ້ທັກສະ ດີຈີຕອນ ເຂົ້າໃນຊີວິດປະຈຳວັນ, ຮູ້ປ້ອງກັນຂໍ້ມູນສ່ວນຕົວ, ເຂົ້າເຖິງການບໍລິການສາທາລະນະ, ຊອກຫາຂໍ້ມູນທີ່ເຊື່ອຖືໄດ້ ແລະ ເປັນເຈົ້າການກວ່າ ໃນວຽກງານປະຈຳວັນ.
ປັດຈຸບັນ, ແມ່ຕູ້ ຖ່ວນ ສາມາດຢູ່ຄົນດຽວ ພາຍໃນເຮືອນ, ເປີດໂທລະສັບ ກວດຕາຕະລາງ ມາກວດຄືນ ແລ້ວປິດເຄື່ອງ ໂດຍບໍ່ຈຳເປັນຕ້ອງມີ ນ້ອງ ຄອຍ ນັ່ງຢູ່ຂ້າງ. ການກະທຳນ້ອຍໆ ແຕ່ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມໝາຍ ຂອງການເຜີຍແຜ່ ທັກສະ ດີຈີຕອນ: ຊ່ວຍໃຫ້ ແຕ່ລະຄົນມີຄວາມໝັ້ນໃຈກວ່າ, ເປັນເຈົ້າການກວ່າ ແລະ ມີຄວາມສາມາດປັບຕົວ ເຂົ້າກັບການປ່ຽນແປງ ຂອງ ສັງຄົມ.
ຈາກ ປະຊາສຶກສາ ສູ່ ປະຊາສຶກສາ ດີຈີຕອນ, ຈິດໃຈຫຼັກ ຍັງແມ່ນການນຳເອົາຄວາມຮູ້ໄປສູ່ທຸກໆ ຄົນ. ໃນຍຸກດີຈີຕອນ, ເມື່ອ ແຕ່ລະຄົນ ຮູ້ຈັກ ກາຍເປັນຜູ້ທີ່ໃຫ້ການແນະນຳ ໃຫ້ແກ່ ຜູ້ອື່ນ, ຄອບຄົວ ແລະ ຊຸມຊົນ ບໍ່ພຽງແຕ່ແມ່ນບ່ອນຮັບເອົາ ເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງແມ່ນກຳລັງ ທີ່ຊ່ວຍນຳເອົາ ເຕັກໂນໂລຊີ ເຂົ້າໃກ້ ຊິດກັບທົ່ວປວງຊົນ.
ບົດ: ວີຖາວ- ພາບ: ກົງດາດ, ເຕິດເຊີນ/VNP













