ບັນດາ ເກາະໄຂ່ມຸກ ໃນເຂດທະເລພາກໃຕ້

ບັນດາ ເກາະໄຂ່ມຸກ ໃນເຂດທະເລພາກໃຕ້

 

ໃນຊຸມປີມໍ່ໆ ນີ້, ຝູ໋ກວັກ, ນາມຢູ ແລະ ໂກນດາວ ແມ່ນ 3 ໝູ່ເກາະ ທີ່ມີຊື່ສຽງ ຢູ່ເຂດ ທະເລພາກໃຕ້ ຂອງ ຫວຽດນາມ ຊຶ່ງລ້ວນໄດ້ຮັບກຽດ ສະເໜີຊື່ ຈາກການລົງຄະແນນສຽງ ວ່າດ້ວຍ ການທ່ອງທ່ຽວ ຂອງ ພາກພື້ນ ແລະ ໂລກ ຢູ່ສະເໝີ. ສະຖານທີ່ສາມແຫ່ງນີ້ ໄດ້ຮັບຮູ້ວ່າ ເປັນ “ເກາະໄຂ່ມຸກ” ຍ້ອນມີ ທິວທັດທຳມະຊາດ ທີ່ສວຍງາມແປກຕາ, ເຕັມໄປດ້ວຍສີສັນວັດທະນະທຳ ທາງທະເລ, ມີທ່າແຮງ ທີ່ພົ້ນເດັ່ນ ກ່ຽວກັບອາຊີບ ການປະມົງ, ກາຍເປັນກຳລັງໜູນໃຫ້ ຫວຽດນາມ ລົງທຶນ ພັດທະນາ ເສດຖະກິດທະເລ ເຊິ່ງໃນນັ້ນ ທ່ອງທ່ຽວທາງທະ ເລ ແມ່ນຂະແໜງເສດຖະກິດ ປາຍແຫຼມ. 

ຝູ໋ກວັກ ແມ່ນຫົວໜ່ວຍບໍລິຫານຂັ້ນເມືອງ ທາງທະເລ ແຫ່ງທຳອິດ ແລະ ແຫ່ງດຽວ ຂອງ ຫວຽດນາມ ໃນທຸກວັນນີ້. ນະຄອນ ຝູ໋ກວັກ ສັງກັດ ແຂວງ ກຽນຢາງ, ເປັນໝູ່ເກາະ ທີ່ປະກອບດ້ວຍ ເກາະໃຫຍ່-ນ້ອຍ 22 ເກາະ, ມີເນື້ອທີ່ທັງໝົດ 573 ກມ2, ໃນນັ້ນເກາະ ຝູ໋ກວັກ ແມ່ນເກາະໃຫຍ່ສຸດ ມີເນື້ອທີ່ 567 ກມ2. 

ເບິ່ງຈາກແຜນທີ່, ຝູ໋ກວັກ ມີຮູບຮ່າງຄ້າຍຄື ປາວານໃຫຍ່ ຫັນຫົວໄປ ທາງທິດເໜືອ, ແຕ່ເມື່ອມາຍັງເກາະ ໃຫຍ່ທີ່ສຸດ ຫວຽດນາມນີ້ ເພື່ອສຳຜັດກັບການທ່ອງທ່ຽວ ປະເພດຕ່າງໆ, ນັກທ່ອງທ່ຽວ ຫຼາຍຄົນໄດ້ຢືນຢັນວ່າ ຝູ໋ກວັກ ມີຄວາມສວຍງາມ ອະລັງການ ຂອງ “ນາງ ເງືອກ” ໃນເຂດທະເລພາກໃຕ້ ຫວຽດນາມ.

Grand World ຝູກວັກ- “ເມືອງ​ທີ່​ບໍ່​ເຄີຍ​ນອນ” ເບິ່ງ​ຈາກ​ມຸມສູງ. ພາບ: ເຈືອງຝູກວັກ

ຝູ໋ກວັກ ມີຄວາມສວຍງາມ ເປັ່ງປະກາຍ ຂອງ ທ້ອງທະເລສີຄາມ, ຫາດຊາຍຂາວ, ແສງແດດສີທອງ ແລະ ເຂດປ່າດົງດິບ ທີ່ຍາວອອກໄປເຖິງທະເລ... ທຳມະຊາດ ຍັງໄດ້ດົນບັນດານໃຫ້ ຝູ໋ກວັກ ບັນດາຫາດຊາຍ ທີ່ສວຍງາມ ຄື ຫາດ ຢ່າຍ, ຫາດ ເຈື່ອງ, ຫາດ ຊາວ... ດ້ວຍຄວາມງາມແບບກົມກຽວກັນ ລະຫວ່າງ ຄວາມຮົກເຮື້ອ ບໍລິສຸດ ຂອງທະເລ ແລະ ຄວາມລຶກລັບ ຂອງ ປ່າສະຫງວນແຫ່ງຊາດ ຝູ໋ກວັກ.

ຝູ໋ກວັກ ບໍ່ພຽງແຕ່ ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເທົ່ານັ້ນ, ແຕ່ຍັງແມ່ນຈຸດໝາຍປາຍທາງ ຂອງ ວິສາຫະກິດ ຫຼາຍແຫ່ງ ທີ່ລົງທຶນ ກ່ຽວກັບການທ່ອງທ່ຽວ. ບັນດາບໍລິສັດໃຫຍ່ ຢູ່ພາຍໃນ ແລະ ຕ່າງປະເທດເຊັ່ນ: Vingroup, Sungroup, BIMgroup, CEOgroup, MIKgroup, Milltol... ໄດ້ລົງທຶນ ແລະ ຕົກແຕ່ງໃຫ້ “ນາງເງືອກ” ດ້ວຍບັນດາໂຮງແຮມ, ເຂດທ່ອງທ່ຽວ, ເຂດພັກຜ່ອນ, ສະຖານທີ່ບັນ ເທີງທ່ີທັນສະໄໝ ແລະ ງົດງາມເຊັ່ນ: Vinpearl Land , Sun World Hon Thom Nature Park , Vinpearl Safari, ສະຖານທີ່ ກາຊີໂນ ຝູ໋ກວັກ, ລະບົບ ກະເຊົ້າລອຍຟ້າ ອານເຖີ໋ຍ-ຮ່ອນເທີມ...

 


ຮີດຄອງປະເພນີວັດທະນະທຳ, ອາຊີບພື້ນເມືອງ ແລະ ໂດຍສະເພາະ ແມ່ນອາຊີບ ການປະມົງ ກໍແມ່ນຈຸດເດັ່ນ ດຶງດູດ ນັກທ່ອງທ່ຽວ ເມື່ອມາຍັງ ຝູ໋ກວັກ. ບັນດາເຄື່ອງໝາຍການຄ້າ ຜະລິດຕະພັນກະເສດ ທີ່ມີຊື່ສຽງ ຂອງ ຝູ໋ກວັກ ຄືນ້ຳປາ, ໝາກພິກໄທ ແມ່ນມີຊື່ສຽງໂດ່ງດັງ ທັງພາຍໃນ ແລະ ຕ່າງປະເທດ. ພິເສດ, ບັນດາຮາກຖານຜະລິດນ້ຳປາ, ສວນປູກໝາກພິກໄທ ຢູ່ຝູ໋ກວັກ ລ້ວນແຕ່ ແມ່ນສະຖານທີ່ ທ່ອງທ່ຽວ ທີ່ເປັນເອກະລັກ ໃຫ້ນັກທ່ອງທ່ຽວ ໄດ້ມາຢ້ຽມຢາມ ແລະ ສຳຜັດ.

ນັກທ່ອງທ່ຽວ ທີ່ມາທ່ຽວ ເກາະ ຝູ໋ກວັກ ຍັງມີໂອກາດ ໄດ້ເຫັນກັບຕາ ຮູບພາບຂະບວນເຮືອບັນທຸກປາເຕັມລໍາ ເຂົ້າທຽບທ່າກຳປັ່ນ ອານເຖີ໋ຍ ໃນທຸກໆ ເຊົ້າ. ທ່າກຳປັ່ນ ອານເຖີ໋ຍ ໄດ້ຮັບການລົງທຶນ ເກືອບ 150 ຕື້ດົ່ງ ຈາກ ລັດຖະບານ ເພື່ອນຳສິນຄ້າ ຜ່ານທ່າກຳປັ່ນ ບັນລຸ 500.000-700.000 ໂຕນ/ປີ ແລະ ຈຳນວນ ນັກທ່ອງທ່ຽວ ປະມານ 360.000 ເທື່່ອຄົນ/ປີ, ຊຶ່ງມີສ່ວນຊ່ວຍໃຫ້ ຝູ໋ກວັກ ເສີມຂະຫຍາຍບົດບາດ ເປັນ ສູນຂົນສົ່ງການປະມົງ ຂອງ ເຂດທະເລຕາເວັນຕົກ ເປັນຢ່າງດີ ແລະ ຊຸກຍູ້ການພັດທະນາ ເສດຖະກິດ ຂອງ ໝູ່ເກາະແຫ່ງນີ້.

 

ໝູ່ເກາະ ນາມຢູ ຂຶ້ນກັບເມືອງເກາະ ກຽນຫາຍ, ແຂວງ ກຽນຢາງ. ໝູ່ເກາະທີ່ສວຍງາມແຫ່ງນີ້ ເຄີຍໄດ້ຮັບການລົງຄະແນນສຽງເປັນ 1 ໃນ 10 ໝູ່ເກາະທີ່ສວຍງາມທີ່ສຸດ ຂອງ ຫວຽດນາມ, ຕັ້ງຢູ່ທາງທິດຕາເວັນ ອອກສ່ຽງໃຕ້ຂອງເມືອງເກາະ ຝູ໋ກວັກ, ມີເນື້ອທີ່ປະມານ 10 ກມ2, ລວມມີ 21 ເກາະໃຫຍ່-ນ້ອຍ, ໃນນັ້ນ 11 ເກາະ ມີປະຊາ ຊົນ ດຳລົງຊີວິດ. ໃນຊຸມປີມໍ່ໆ ນີ້, ໝູ່ເກາະ ທີ່ສວຍງາມແຫ່ງນີ້ ໄດ້ເປັນທີ່ຮູ້ຈັກ ຈາກຜູ້ຄົນ ເປັນຈໍານວນຫຼາຍ. ເກາະແຕ່ລະແຫ່ງ ຢູ່ທ່ີນີ້ ລ້ວນແຕ່ ຕິດພັນກັບ ເທບນິຍາຍ ທີ່ເລິກລັບຈັບໃຈ, ເຮັດໃຫ້ ກະຕຸ້ນ ຄວາມຮູ້ສຶກ ຢາກຮູ້ຢາກເຫັນ ສຳລັບນັກທ່ອງທ່ຽວ. 

ທະເລ ແລະ ທ້ອງຟ້າ ຂອງເກາະ ນາມຢູ ແລະ ໝູ່ເກາະໃຫຍ່-ນ້ອຍ ສະຫຼັບກັນ. ພາບ: ລືວຈ້ອງດາດ

ດ້ວຍຄວາມສວຍງາມແບບດັ້ງເດີມ, ໜ້າດຶງດູດໃຈ ກັບນໍ້າທະເລ ສີຄາມ, ຫາດຊາຍທີ່ຂາວນຽນ ແລະ ແສງແດດສີທອງ, ກຸ່ມປະກາລັງ, ຝຸງປາ ທີ່ເຕັມໄປດ້ວຍສີສັນ ແລະ ບັນດາປະເພດອາຫານທະເລ ທີ່ສົດແຊບ, ໄດ້ຖືວ່າ ເປັນອ່າວ ຮ້າລອງ ຫຍໍ້ສ່ວນ ລະຫວ່າງກາງ ທະເລພາກໃຕ້, ນຳມາເຊິ່ງປະສົບການທີ່ໜ້າສົນໃຈ ສຳລັບ ນັກທ່ອງທ່ຽວ. 

ບໍ່ຄືກັບ ຝູ໋ກວັກ, ເມື່ອມາຍັງ ນາມຢູ, ນັກທ່ອງທ່ຽວຈະໄດ້ກິນ, ຢູ່ຮ່ວມກັນ, ຜ່ານປະສົບການຕົວຈິງ ແລະ ຄົ້ນພົບຊີວິດການເປັນຢູ່ ທີ່ຕິດພັນກັບທະເລ ຂອງຊາວເກາະ. ຢູ່ທີ່ນີ້, ນັກທ່ອງທ່ຽວ ສາມາດ ເຂົ້າຮ່ວມ ການທ່ອງທ່ຽວ ຊີວະພາບເກາະ ທະເລ ກັບຜູ້ນຳທ່ຽວທີ່ ເປັນຊາວປະ ມົງ ອາໄສຢູ່ເກາະ. ບໍ່ພຽງແຕ່ເທົ່ານັ້ນ,  ນາມຢູ  ຍັງມີບັນດາຫາດຊາຍທີ່ມີຄວາມສວຍງາມ ບໍລິສຸດຄື: ຫາດ ເມັ໋ນໃຫຍ່, ຫາດ ເມັ໋ນນ້ອຍ, ຫາດ ສອຍ, ຫາດ ງື້, ຫາດ ດ໋ວຍນາຍ, ຫາດ ເໝົ໋າ, ຫາດ ເລີ໋ນ, ຫາດ ອົງ... ເວັບໄຊທ່ອງທ່ຽວ ທີ່ມີຊື່ສຽງ The Culture Trip  ເຄີຍກ່າວ ກ່ຽວກັບ ຫາດ ໄກເມັ໋ນ ຂອງ ໝູ່ເກາະ ນາມຢູວ່າ: “ພວກຂ້າພະເຈົ້າບໍ່ຮູ້ ຈະ ເອີ້ນສະຖານທີ່ນັ້ນແນວໃດ ນອກຈາກຄຳວ່າ “ແດນສະຫວັນ!”.



ສຳຫຼວດໝູ່ເກາະ ນາມຢູ, ນັກທ່ອງທ່ຽວ ຍັງມີໂອກາດໄດ້ສຳຜັດກັບ ຄວາມມ່ວນຊື່ນ ທີ່ໜ້າຕື່ນຕາຕື່ນໃຈເຊັ່ນ: ປີນພູ, ດຳນ້ຳ ເພື່ອຊົມ ປະກາລັງ, ຕຶກປາ ເທິງທະເລ, ເພີດເພີນກັບອາຫານທະເລ ທີ່ສົດໆ ແລະ ຍັງໄດ້ລອງເປັນຊາວປະມົງ ຂອງໝູ່ບ້ານຫາປາ ທີ່ມີ ປະຫວັດສາດ ຜ່ານຫຼາຍທົດສະວັດມາແລ້ວ.


 

ເຮືອນວິນລາ ຫັນໜ້າສູ່ທະເລທີ່ສວຍງາມ ມີຄວາມໃກ້ຊິດ ກັບທໍາມະຊາດ ຂອງເຂດພັກຜ່ອນຂັ້ນສູງ Six Senses ໂກນດາວ. ພາບ: ເລມິນ/VNP
ແຖວຕົ້ນຫູກວາງ ເໝືອນດັ່ງເປັນ “ສັກຂີພິຍານ ທີ່ຍັງມີຊີວິດ”  ທີ່ພິສູດ ການຂະຫຍາຍຕົວ ຂອງເມືອງເກາະ ຈາກ “ນາລົກເທິງດິນ” ໃນສະໄໝ ຝຣັ່ງ ປົກຄອງ ແລະ ໃນສະໄໝ ສົງຄາມ ຕໍ່ສູ້ກູ້ຊາດ ຕ້ານຈັກກະພັດ ອາເມລິກາ ເປັນ “ແດນສະຫວັນ ແຫ່ງການທ່ອງທ່ຽວ” ໃນທຸກວັນນີ້. ພາບ: ບ້າວອວຽນ/VNP

ໂກນດາວ ເປັນໝູ່ເກາະສັງກັດແຂວງ ບ່າເຣ້ຍ-ຫວຸງເຕົ່າ, ປະກອບມີ 16 ເກາະໃຫຍ່-ນ້ອຍ ທີ່ແຕກຕ່າງກັນ ມີເນື້ອທີ່ ທັງໝົດ 76 ກມ2, ໃນນັ້ນເກາະໃຫຍ່ກວ່າໝູ່ແມ່ນເກາະໂກນດາວ ມີເນື້ອທີ່ 51,52 ກມ2.

ວາລະສານທ່ອງທ່ຽວ ທີ່ມີຊື່ສຽງ ສອງສະບັບຄື Lonely Planet (ອົດສະຕຣາລີ) ແລະ Travel and Leisure (ສ ອາເມລິກາ) ເຄີຍເອີ້ນ ໂກນ ດາວ ເປັນເກາະ “ລຶກລັບທີ່ສຸດ” ແລະ “ມີສະເໜ່ທີ່ສຸດ” ໃນໂລກ. ບັນ ດານັກບັນນາທິການ ຂອງ ວາລະສານ 2 ສະບັບນີ້ ໄດ້ໃຫ້ ຄໍາເຫັນວ່າ ພາຍຫຼັງເກືອບ 50 ປີ ນັບແຕ່ປີ 1975, ໂກນດາວ ໄດ້ມີການເຄື່ອນ    ໄຫວ, ປ່ຽນໂສມໜ້າໃໝ່ ຢ່າງໜ້າປະທັບໃຈ ຈາກ “ນາລົກເທິງດິນ” ເປັນ “ແດນສະຫວັນ” ແຫ່ງການທ່ອງທ່ຽວ ແລະ ອະນຸລັກຮັກສາ ລະ ບົບນິເວດທະເລ ທີ່ເປັນເອກະລັກສະເພາະ ຄືທຸກວັນນີ້.


ກ່ອນປີ 1975, ໃນສະໄໝ ຝຣັ່ງ ປົກຄອງ ແລະ ພາຍໃຕ້ລະບອບ ຫວຽດນາມ ສາທາລະນະ, ໂກນດາວ ຖືວ່າ ເປັນ “ນາລົກ ເທິງດິນ” ເພາະມີລະບົບຄຸກ ແລະ ເຂດກັກຂັງ ທີ່ໂຫດຮ້າຍ ທີ່ສຸດໃນໂລກ ເພື່ອໃຊ້ໃນການກັກຂັງ, ທໍລະມານ ບັນດາ ຄົນຮັກຊາດ ແລະ ນັກປະຕິວັດ ຫວຽດນາມ.

ປັດຈຸບັນ, ມາຍັງ ໂກນດາວ, ນັກທ່ອງທ່ຽວ ຈະໄດ້ຫວນຄືນ ໄລຍະ ປະຫວັດສາດ ຄັ້ງໜຶ່ງທ່ີແສນເຈັບປວດ, ແຕ່ສະຫງ່າອົງອາດ ຂອງ ປະ ຕິວັດ ຫວຽດນາມ. ຢູ່ນະແຫ່ງນີ້, ໃນກວ່າ 100 ປີ (ແຕ່ປີ 1862 ເຖິງ ປີ 1975), ຜ່ານການຕໍ່ສູ້ ຕ້ານການຮຸກຮານ ຈາກ ຝຣັ່ງ ແລະ ສ ອາເມ ລິກາ, ມີຄົນ ຫວຽດນາມ ຜູ້ຮັກຊາດ ປະມານ 20.000 ຄົນ ໃນຫຼາຍຮຸ່ນຄົນ ໄດ້ຖືກກັກຂັງ ແລະ ເສຍຊີວິດ ຢູ່ “ນາລົກເທິງດິນ” ໂກນດາວ, ບ່ອນເຮັດໃຫ້ທົ່ວໂລກ ຕ້ອງຕົກຕະລຶງ ເມື່ອຄວາມຈິງ ຖືກເປີດເຜີຍ. 

ດອນ ໄບແກ້ງ ເປັນ​ເກາະ​ໃຫຍ່​ ອັນ​ດັບ​ສອງ ​ໃນ​ຈຳ​ນວນ 16 ​ເກາະ ​ໃນ​ໝູ່​ເກາະ ​ໂກນ​ດາວ. ຕັ້ງຢູ່ທາງ ທິດຕາ ເວັນອອກ ຂອງເກາະ ໂກນເຊີນ, ປະກອບດ້ວຍ 2 ພາກສ່ວນເກາະ ເຊື່ອມຕໍ່ກັນ ດ້ວຍໂນນຊາຍ ຢູ່ເຄິ່ງກາງ ເອີ້ນວ່າ ບ໊າຍກ໋າດເລີ໋ນ (ຫາດຊາຍໃຫຍ່). ດອນ ໄບແກ້ງ ປຽບເໝືອນຈຸດສີຂຽວ ທີ່ໂດດເດັ່ນ ທ່າມກາງທະເລ ແລະ ທ້ອງຟ້າ ໂກນດາວ ອັນກວ້າງໃຫຍ່ໄພສານ, ເກາະທັງໝົດ ຖືກປົກຄຸມໄປດ້ວຍ ປ່າເຂດຮ້ອນ. ພາບ: ເຕິດເຊີນ/VNP

ພາຍຫຼັງປີ 1975, ເມື່ອປະເທດຊາດ ໄດ້ຮັບການປົດປ່ອຍ ທ້ອນໂຮມ ເປັນໜຶ່ງດຽວ, ໂກນດາວ ຄ່ອຍໆ ຫັນເປັນສະຖານທີ່ ທ່ອງທ່ຽວ, ວັດ ທະນະທຳ, ຄວາມເຊື່ອຖືທາງໃຈ ແລະ ປະຫວັດສາດ ຂອງ ຫວຽດ ນາມ ທີ່ດຶງດູດ ແລະ ເປັນເອກະລັກ ສະເພາະ. ໂກນດາວ ໃນທຸກມື້ນີ້ ມີຊື່ສຽງໂດ່ງດັງ ກັບບັນດາທົວການທ່ອງທ່ຽວເຊັ່ນ: ຢ້ຽມຢາມຄຸກ ໂກນດາວ, ຖະຫວາຍທູບທຽນ ຢູ່ເຂດສຸສານ ຮ່າງເຢືອງ, ລອຍນ້ຳ, ດຳນ້ຳຊົມປະກາລັງ, ຍ່າງຫຼິ້ນໃນປ່າ, ເບິ່ງເຕົ່າວາງໄຂ່...

ໂກນດາວມີຫາດຊາຍຫຼາຍແຫ່ງ ທີ່ດຶງດູດນັກທ່ອງທ່ຽວ. ພາບ: ເອກະສານປ່າສະຫງວນແຫ່ງຊາດໂກນດາວ

ແຕ່ລະປີ ໂກນດາວ ໄດ້ຕ້ອນຮັບນັກທ່ອງທ່ຽວ ນັບແສນເທື່ອຄົນ ທີ່ມາ ຢ້ຽມຢາມ, ພັກຜ່ອນ ຢູ່ຕາມຫາດຊາຍ ແລະ ຊົມຄວາມສວຍງາມ ຢ່າງໜ້າອັດສະຈັນ ທີ່ທຳມະຊາດ ໄດ້ໂປດປານ ໃຫ້ສະເພາະ ນະແຫ່ງນີ້. ດ້ວຍທິວທັດທຳມະຊາດ ທີ່ຫາຍາກ, ສວຍງາມ ເປັນດັ່ງເດີມ ພ້ອມກັບຄຸນຄ່າທາງດ້ານວັດທະນະທຳ, ປະຫວັດສາດ ພິເສດ, ຈາກບ່ອນເປັນ “ນາລົກເທິງດິນ” ໂກນດາວ ໄດ້ມີການ ປ່ຽນແປງ ຢ່າງກ້າວກະ ໂດດ ເພື່ອກາຍເປັນ ເກາະ ທີ່ໜ້າສົນໃຈສຸດ ໃນໂລກ, ເປັນສະຖານທີ່ຫາຍາກ ທ່ີສຸດໃນໂລກ ເຮັດໃຫ້ນັກທ່ອງທ່ຽວ ເມື່ອມາແລ້ວ ຢາກຈະກັບມາອີກຢູ່ສະເໝີ.  

    ບົດ: ທົງທ້ຽນ -​ ພາບ: ບ່າວອວຽນ, ເລມິນ, ເຈືອງຝູ໋ກວັກ, ລືວຈ້ອງດາດ, ເອກະສານປ່າສະຫງວນແຫ່ງຊາດ ໂກນດາວ ແລະ VNP - ເຕັກນິກກະຣາຟິກ: ຈາງຍຸງ - ແປໂດຍ: ບິກລຽນ

Top