ນຸ໋ຍຈົ໋ວ - ເຂດອະນຸລັກ ຊີວະນາໆ ພັນແຫ່ງໃໝ່ ຂອງ ໂລກ

ນຸ໋ຍຈົ໋ວ - ເຂດອະນຸລັກ ຊີວະນາໆ ພັນແຫ່ງໃໝ່ ຂອງ ໂລກ

 

ຈຸດພິເສດ ຂອງເຂດອະນຸລັກ ຊີວະນາໆ ພັນ 3 ໃນ 1

ເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ ໃນເຂດປ່າສະຫງວນ ແຫ່ງຊາດ ນຸ໋ຍຈົ໋ວ, ມີເນື້ອທີ່ກວ່າ 106.646 ເຮັກຕາ (ເນື້ອທີ່ຫຼັກກວ່າ 16.400 ເຮັກຕາ), ຕັ້ງຢູ່ພື້ນທີ່ ສອງເມືອງຄື: ເມືອງ ນິງຫາຍ ແລະ ຖ້ວນບັກ, ຫ່າງຈາກນະຄອນ ຟານຣາງ-ຖາບຈ່າມ ຂອງ ແຂວງ ນິງຖ້ວນ ໄປທາງທິດ ຕາເວັນອອກສ່ຽງເໜືອ ປະມານ 30 ກິໂລແມັດ.

ເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ  ມີລະບົບສັດຢູ່ເທິງບົກທີ່ຫຼາກຫຼາຍ. ພາບ: ເອກະສານ ປ່າສະຫງວນ ແຫ່ງຊາດ ນຸ໋ຍຈົ໋ວ 

ເຂດອະນຸລັກຊີວະນາໆ ພັນແຫ່ງນີ້ ມີໂຄງສ້າງພູມສັນຖານ ພິເສດ ປະກອບດ້ວຍ: ເຂດປ່າ, ເຂດທະເລ ແລະ ເຂດເຄິ່ງທະເລຊາຍ. ສະ​ຖານ​ທີ່​ແຫ່ງ​ນີ້​​ຖື​ວ່າ ​ມີ​ສະ​ພາບ​ອາ​ກາດ​ຮ້າຍ​ແຮງ​ ທີ່​ສຸດ​ຢູ່ ​ຫວຽດ​ນາມ ໂດຍ​ມີປະລິມານ​ຝົນ​ຕົກ​ໜ້ອຍ ແລະ ອາ​ກາດຮ້ອນ​ຕະຫຼອດ​ປີ. ອາ ກາດແຫ້ງແລ້ງແບບນີ້ ໄດ້ສ້າງລະບົບນິເວດ ສັດ-ພືດ ທີ່ມີລັກສະນະ ຈຳເພາະ, ໃນນັ້ນ ມີພືດພັນຫຼາຍຊະນິດ ສາມາດ ທົນທານ ຕໍ່ ຄວາມແຫ້ງແລ້ງ ແລະ ຄວາມຮ້ອນເຊັ່ນ: ຕົ້ນກະບອງເພັດ, ຕົ້ນໝາກຫວ້າ, ຕົ້ນໝາກເກັນ,... ດ້ວຍເຫດນັ້ນ ເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ ຈິ່ງຖືວ່າ ເປັນ “ເຂດຕົ້ນປ່າ ມີໜາມ ທ່ີກວ້າງໃຫຍ່” ໜຶ່ງບໍ່ມີສອງຢູ່ ຫວຽດນາມ.

ເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ  ມີລະບົບພຶກສາສາດທີ່ອຸດົມຫຼາກຫຼາຍທີສຸດ. ພາບ: ເອກະສານ ປ່າສະຫງວນ ແຫ່ງຊາດ ນຸ໋ຍຈົ໋ວ

ບໍ່​ພຽງ​ແຕ່​ມີປ່າ​ເທົ່າ​ນັ້ນ, ຢູ່​ທີ່​ນີ້ຍັງມີສັດ ແລະ ​ພືດ​ທະ​ເລ ທີ່ອຸດົມສົມ ບູນທີສຸດເນື່ອງຈາກມີຊາຍ​ຝັ່ງ​ທະ​ເລ​ຍາວ 40 ກິ​ໂລ​ແມັດ​ອ້ອມ​ຮອບ​.

ກອງ​ປະຊຸມ​ຄັ້ງ​ທີ 33 ຂອງ​ ສະພາ ​ປະສານ​ງານ​ສາກົນ ​ກ່ຽວ​ກັບ​ໂຄງ ການ​ມະນຸດ ​ແລະ ຊັ້ນອາກາດຊີວະນາໆ ພັນ (CIC-MAB) ໄດ້​ຈັດ​ຂຶ້ນ ໃນລະຫວ່າງ​ວັນ​ທີ 13 - 17 ກັນຍາ 2021 ຢູ່ ​ປະເທດ ນີເຊຣີ, ສອງ​ເຂດ​ອະນຸລັກຊີວະນາໆ ພັນຂອງ ຫວຽດນາມ ຄື ນຸ໋ຍຈົ໋ວ (ແຂວງ ນິງຖ້ວນ) ແລະ ກອນຮ່ານຶ່ງ (ແຂວງ ຢາ​ລາຍ) ໄດ້​ຖືກ​ຮັບ​ຮອງ​ຈາກ ຢູແນັສໂກ ວ່າເປັນເຂດອະນຸລັກ ຊີວະນາໆ ພັນໂລກ ຢ່າງເປັນທາງການ, ເຮັດ​ໃຫ້​ຈຳ​ນວນ​ເຂດອະນຸລັກ ຊີວະນາໆ ພັນໂລກ ​ຢູ່ ​ຫວຽດ​ນາມ ​ມີ​ເຖິງ 11 ແຫ່ງ.

ສະຖານທີ່ແຫ່ງນີ້ ມີເຕົ່າທະເລ ຂຶ້ນມາ ວາງໄຂ່ ເປັນປະຈຳ ໃນແຕ່ລະປີ ແລະ ກຸ່ມປະກາລັງຢູ່ແຄມຝັ່ງ ໃຫຍ່ທີ່ສຸດ ຫວຽດນາມ ກັບ 350 ຊະນິດ. ນອກຈາກນັ້ນ, ເຂດອະນຸລັກຊີວະນາໆ ພັນ ນຸ໋ຍຈົ໋ວ ຍັງມີຊື່ສຽງ ຍ້ອນມີຫາດຊາຍທະເລທີ່ສວຍງາມ ແລະ ທຳມະຊາດ ເປັນດັ້ງເດີມທີສຸດເຂດພາກກາງຄື: ບິ່ງຕຽນ, ເນືອກງອດ, ຫາດ ຈ໋ວຍ, ຫາດ ທຸ່ງ, ຫາດ ເກງ... ກັບຫາດຊາຍຄົດໂຄ້ງ ຕິດກັບຕີນພູ ຊຶ່ງ ສ້າງເປັນ ທິວທັດທໍາມະຊາດ ທີ່ສວຍງາມ ກັບນໍ້າທະເລສີຄາມ, ຫາດຊາຍ ຂາວນຽນ ແລະ ທີ່ເຕັມໄປດ້ວຍແສງແດດ. 

ໂງ່ນຫີນ ຢູ່ ນຸ໋ຍຈົ໋ວ ຖືກຈັດໂດຍທຳມະຊາດ ຢູ່ເຂດອະນຸລັກຊີວະນາໆ ພັນ ນຸ໋ຍຈົ໋ວ. ພາບ: ເອກະສານ ປ່າສະຫງວນແຫ່ງຊາດ ນຸ໋ຍຈົ໋ວ

ຕາມ​ຜົນ​ການ​ຄົ້ນ​ຄວ້າ​, ເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ, ປັດຈຸບັນ ມີແນວພັນພຶກສາສາດ 1.514 ຊະນິດ, ​ໃນ​ນັ້ນ​ມີ 54 ຊະນິດ​​ ຖືກບັນ ທຶກໄວ້ ໃນປຶ້ມແດງ ຫວຽດນາມ ​ແລະ ​ໃນ​ບັນຊີ​ແດງ​ໂລກ (IUCN). ລະບົບສັດ ​ກໍມີ​ຄວາມ​ຫຼາກ​ຫຼາຍ​ດ້ວຍ 766 ຊະ​ນິດ, ໃນ​ນັ້ນ​ມີ 48 ຊະ​ນິດ​ທີ່​ຫາ​ຍາກ ​ຢູ່​ໃນ​ປຶ້ມ​ແດງ ​ຫວຽດ​ນາມ​ແລະ ໃນ​ບັນ​ຊີ​ແດງ​ໂລກ. ພິ​ເສດ, ຢູ່​ແຫ່ງ​ນີ້ ​ຍັງ​ມີ​ສັດ ທີ່ມີຄ່າ​ຫາ​ຍາກ​ຫຼາຍ​ຊະນິດ ​​ມີ​ຄວາມ​ສຳຄັນ ລະດັບ​ສາກົນ,​ ເພາະສະນັ້ນ ກໍາລັງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ຢ່າງ​ເຂັ້ມ​ງວດ​ເຊັ່ນ: ຄ່າງ ຕີນດໍາ, ຟານໄກ້.

ພື້ນທີ່ອ້ອມຮອບເຂດ ເຂດອະນຸລັກຊີວະນາໆ ພັນ ຍັງເປັນບ່ອນ ດໍາລົງຊີວິດ ຂອງ ບັນດາເຜົ່າ ຢູ່ທ້ອງຖິ່ນເຊັ່ນ: ຣາໄລ, ຈຳ ແລະ ຊາວ ຈີນ. ເຂົາເຈົ້າດຳລົງຊີວິດ ຢູ່ທີ່ນີ້ ມາແຕ່ດົນນານ, ມີສີສັນ ວັດທະນະທຳທີ່ອຸດົມສົມບູນ ແລະ ດຳລົງຊີວິດດ້ວຍຫຼາຍອາຊີບເຊັ່ນ: ຜະລິດເກືອ, ປູກຜັກບົ່ວ, ຜັກທຽມ, ລ້ຽງສັດ, ເຄື່ອງດົນຕີ ປະຈຳເຜົ່າ ແລະ ອື່ນໆ, ຊຶ່ງສ້າງເປັນ ເຂດຊຸມຊົນ ທີ່ມີຈຸດພິເສດ ເປັນເອກະລັກ ໃນພື້ນທີ່.

 

ດ້ວຍ​ບັນດາ​ຄຸນຄ່າ​ພິ​ເສດ​ດັ່ງກ່າວ, ວັນ​ທີ 15 ກັນຍາ 2021, ປ່າ​ສະ ຫງວນ​ແຫ່ງ​ຊາດ ນຸ໋ຍຈົ໋ວ​ໄດ້​ຖືກ​ຮັບຮອງ​ຈາກ  (UNESCO) ​ເປັນ​

ບໍ່​ພຽງ​ແຕ່​ມີປ່າ​ເທົ່າ​ນັ້ນ, ຢູ່​ທີ່​ນີ້ຍັງມີສັດ ແລະ ​ພືດ​ທະ​ເລ ທີ່ອຸດົມສົມ ບູນທີສຸດ ເນື່ອງຈາກມີຊາຍ​ຝັ່ງ​ທະ​ເລ​ຍາວ 40 ກິ​ໂລ​ແມັດ​ອ້ອມ​ຮອບ​. ສະຖານທີ່ແຫ່ງນີ້ ມີເຕົ່າທະເລ ຂຶ້ນມາ ວາງໄຂ່ ເປັນປະຈຳ ໃນແຕ່ລະປີ ແລະ ກຸ່ມປະກາລັງຢູ່ແຄມຝັ່ງ ໃຫຍ່ທີ່ສຸດ ຫວຽດນາມ ກັບ 350 ຊະນິດ. 

ເຂດອະນຸລັກຊີວະນາໆ ພັນ​ຂອງ​ໂລກ​ຢ່າງ​ເປັນ​ທາງ​ການ. ​ເມື່ອ​ກ່າວ​ເຖິງ​ເຫດການ​ດັ່ງກ່າວ, ທ່ານ ​ເຈິ່ນ​ວັນ​ຕຽບ, ຜູ້​ອຳ​ນວຍ​ການ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ ນຸ໋ຍຈົ໋ວ ບໍ່​ອາດ​ປິດ​ບັງໄດ້​ຄວາມ​ປິ​ຕິ​ຍິນ​ດີ ​ຂອງ ຕົນ ​ແລະ ໃຫ້ຮູ້​ວ່າ: “​ເມື່ອ​ໄດ້​ຍິນ​ ຢູແນັສໂກ ຮັບ​ຮອງ​ເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ຕື່ນ​ເຕັ້ນ ​ແລະ ​ດີ​ໃຈ​ຫຼາຍ ຍ້ອນນາມມະຍົດນີ້ ສະແດງອອກມາ ຄວາມເຊີດຊູ ແລະ ຮັບຮູ້ ບັນດາຄວາມມານະພະຍາຍາມ ຂອງ ນິງຖ້ວນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ໃນວຽກງານອະນຸລັກ ແລະ ພັດທະນາ ແຫຼ່ງ ຊັບພະຍາກອນ ຊີວະນາໆ ພັນ, ກໍ່ຄືການອະນຸລັກຮັກສາ ວັດທະນະທຳທ້ອງຖິ່ນ, ໜູນຊ່ວຍວຽກງານການຄົ້ນຄວ້າ ຢູ່ທີ່ນີ້ ອີກດ້ວຍ”.

ຕິດຕາມການຂະຫຍາຍພັນ ເຕົ່າທະເລ ຢູ່ ນຸ໋ຍຈົ໋ວ. ພາບ: ເອກະສານ ປ່າສະຫງວນແຫ່ງຊາດ ນຸ໋ຍຈົ໋ວ    

 

ຕາມ​ຜົນ​ການ​ຄົ້ນ​ຄວ້າ​, ເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ, ປັດຈຸບັນ ມີແນວພັນພຶກສາສາດ 1.514 ຊະນິດ, ​ໃນ​ນັ້ນ​ມີ 54 ຊະນິດ​​ ຖືກບັນ ທຶກໄວ້ ໃນປຶ້ມແດງ ຫວຽດນາມ ​ແລະ ​ໃນ​ບັນຊີ​ແດງ​ໂລກ (IUCN). ລະບົບສັດ ​ກໍມີ​ຄວາມ​ຫຼາກ​ຫຼາຍ​ດ້ວຍ 766 ຊະ​ນິດ, ໃນ​ນັ້ນ​ມີ 48 ຊະ​ນິດ​ທີ່​ຫາ​ຍາກ ​ຢູ່​ໃນ​ປຶ້ມ​ແດງ ​ຫວຽດ​ນາມ​ແລະ ໃນ​ບັນ​ຊີ​ແດງ​ໂລກ. ພິ​ເສດ, ຢູ່​ແຫ່ງ​ນີ້ ​ຍັງ​ມີ​ສັດ ທີ່ມີຄ່າ​ຫາ​ຍາກ​ຫຼາຍ​ຊະນິດ ​​ມີ​ຄວາມ​ສຳຄັນ ລະດັບ​ສາກົນ,​ ເພາະສະນັ້ນ ກໍາລັງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ຢ່າງ​ເຂັ້ມ​ງວດ​ເຊັ່ນ: ຄ່າງ ຕີນດໍາ, ຟານໄກ້.

ຈຸດ​ຫມາຍ​ປາຍ​ທາງ​ ທີ່​ປະ​ທັບ​ໃຈ ​ຂອງ ນິງຖ້ວນ

ພາຍຫຼັງ​ໄດ້​ຖືກ​ຮັບຮອງ​ຈາກ​ອົງການ ຢູແນັສໂກ, ​ແຂວງ ນິງຖ້ວນ ​ໄດ້​ເພີ່ມທະວີ​, ຊຸກຍູ້ຢ່າງແຂງແຮງ​ຂໍ້​ມູນ​ຂ່າວສານ, ໂຄສະນາ​ເຜີຍ​ແຜ່ ​ກ່ຽວ​ກັບ​ເຂດອະນຸລັກຊີວະນາໆ ພັນ, ພ້ອມດຽວກັນ ໄດ້ສ້າງຕັ້ງ ຄະ ນະ ຄຸ້ມຄອງ ແນໃສ່ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ ​ໃຫ້​ແກ່ວຽກງານ​ຄຸ້ມ​ຄອງ, ພັດທະນາ​ເຂດອະນຸລັກຊີວະນາໆ ພັນ ນຸ໋ຍຈົ໋ວ ໃຫ້ກາຍເປັນ ຈຸດນັດພົບ ທີ່ດຶງດູດໃຈຂອງທ້ອງຖິ່ນ ຕາມທິດອະນຸລັກຮັກສາ ບັນດາຄຸນຄ່າ ຊີວະນາໆ ພັນ ແບບຍືນຍົງ. 

ຝາຫີນສູງຊັນ - ທັດສະນີຍະພາບແຫ່ງໜຶ່ງຢູ່ເຂດທະເລ ນຸ໋ຍຈົ໋ວ. ພາບ: VNP

ດັ່ງ​ນັ້ນ​, ນິງຖ້ວນ ຈິ່ງຍູ້​ແຮງ ​ການ​ຜັນ​ຂະຫຍາຍ ຢ່າງຄົບຊຸດ ​ບັນດາ​ວິທີການແກ້ໄຂ ກ່ຽວກັບການປົກປັກຮັກສາ ​ແລະ ຟື້ນ​ຟູ​ລະບົບ​ນິ​ເວດ​ປ່າ, ທະ​ເລ, ພ້ອມ​ທັງ​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ຄົ້ນ​ຄວ້າ, ສຳຫຼວດ ​ປະກອບເພີ່ມເຕີມ ບັນຊີ ຊະນິດພືດ ແລະ ສັດຊະນິດໃໝ່. ປັດຈຸ​ບັນ, ຄະນະ​ຄຸ້ມ​ຄອງ​ເຂດ​ອະນຸລັກຊີວະນາໆ ພັນໂລກ ນຸ໋ຍຈົ໋ວ ກຳລັງສືບຕໍ່ ກໍ່ສ້າງ ແລະ ເຮັດໃຫ້ສຳເລັດ ​ລະບົບ​ສວນ​ພຶກສາສາດ, ສວນ​ກ້າເບ້ຍ, ​ເຂດ​ກູ້ຊີບ​ສິ່ງທີ່ມີຊີວິດ ໃນທ້ອງທະເລ ​ເພື່ອ​ອະນຸລັກຮັກສາ ​ແລະ ພັດ ທະນາ​ແຫຼ່ງພັນ​ທຸ​ກຳ ທີີ່ມີຄ່າ​ຫາ​ຍາກ, ມີໄພອັນຕະລາຍໃກ້ຈະຖືກ ສູນພັນ ​ແລະ ພັດທະນາ​ ຂະຫຍາຍ​ເນື້ອ​ທີ່​ປ່າ​ ທີ່​ມີ​ຢູ່​ແລ້ວ.

 

ຄຽງ​ຄູ່​ກັບ​ການ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ ຊັບພະຍາກອນ​ ທຳ​ມະ​ຊາດ, ນິງຖ້ວນ ຍັງໄດ້ສຸມ​ໃສ່​ຍູ້​ແຮງ​ ການ​ຜັນ​ຂະຫຍາຍ​ ບັນດາ​ການ​ເຄື່ອນ​ໄຫວ ​ຕ້ອນຮັບ​ນັກທ່ອງ​ທ່ຽວ​ ຢູ່ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ ນຸ໋ຍຈົ໋ວ ດ້ວຍວິທີເຮັດໃຫ້ຫຼາກຫຼາຍ ບັນດາຮູບການທ່ອງທ່ຽວ ແລະ ເນື້ອໃນ ເຄື່ອນໄຫວທ່ອງທ່ຽວ ຢູ່ພື້ນທີ່​ນີ້ ​ເພື່ອ​ສ້າງ​ຄວາມ​ດຶງ​ດູດໃຈ​ນັກ​ທ່ອງ​ທ່ຽວ. ໃນນັ້ນ, ສາມາດກ່າວເຖິງ ບັນດາປະເພດການທ່ອງທ່ຽວ ຕົ້ນຕໍ ເຊັ່ນ: ການທ່ອງທ່ຽວຊີວະພາບຊຸມຊົນ, ການທ່ອງທ່ຽວທີ່ຕິດພັນ ກັບການອະນຸລັກຮັກສາທຳມະຊາດ ແລະ ທ່ອງທ່ຽວຜ່ານ ປະສົບການຕົວຈິງ.

ສຳລັບຮູບການທ່ອງທ່ຽວຊີວະພາບຊຸມຊົນ, ນັກທ່ອງທ່ຽວ ມາຍັງ ເຂດອະນຸລັກຊີວະນາໆ ພັນ ນຸ໋ຍຈົ໋ວ ຈະມີ ປະສົບການຕົວຈິງ ທີ່ໜ້າ ຈົດຈຳ ເມື່ອໄດ້ໄປຢ້ຽມຢາມ, ຊອກຮູ້ ກ່ຽວກັບ ບັນດາ ການເຄື່ອນໄຫວວັດທະນະທຳ, ຄວາມຊີນເຄີຍໃນການທຳມາຫາກິນ, ດຳລົງຊີວິດ ຂອງວົງຄະນາຍາດ ບັນດາເຜົ່າຢູ່ ທ້ອງຖິ່ນຄື: ຣາ ເກີໄລ, ຈຳ ແລະ ຊາວຈີນ. ຢູ່​ທີ່​ນີ້, ນັກ​ທ່ອງ​ທ່ຽວ​ ຈະ​ໄດ້ເຈືຶຶອຈານເຂົ້າກັບ ຊີວິດທີ່ລຽບງ່າຍ ແລະ ໃກ້ຊິດ​ກັບ​ທຳ​ມະ​ຊາດ ​ຂອງ​ ປະຊາຊົນ, ໄດ້ລອງເຮັດຜະລິດຕະພັນ​​ເຄື່ອງ​ຫັດຖະກຳ ແລະ ເພີດເພີນກັບ​ບັນດາ​ຜະລິດ​ຕະພັນ​ ທີ່​ຜະລິດ​ຈາກ​ໝາກ​ໄມ້​ປ່າ​ ຂອງ ​ຊາວ​ທ້ອງ​ຖິ່ນ…

 

ສຳລັັບການທ່ອງທ່ຽວ ທີ່ຕິດພັນກັບ ການອະນຸລັກຮັກສາ ທໍາມະຊາດ, ເປົ້າໝາຍບໍລິການ ສ່ວນຫຼາຍຈະແມ່ນນັກຮຽນ-ນັກສຶກສາ ແລະ ຜູ້ທີ່ຮັກມັກທຳມະຊາດ ທີ່ມີເນື້ອໃນ ທີ່ກ່ຽວຂ້ອງ ເຖິງ ການສຶກສາ ແລະ ສຳຜັດຕົວຈິງ. ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຊອກ​ຮູ້ ​ກ່ຽວ​ກັບ​ການ​ອະ​ນຸ​ລັກຮັກສາເຂດ​ທະ​ເລ​ ທີ່ປ່າສະຫງວນ​ແຫ່ງ​ຊາດ ແລະ ວຽກ​ງານ​ກູ້​ໄພ​ທາງ​ທະ​ເລ. ນອກຈາກນັ້ນ, ນັກທ່ອງທ່ຽວ ຍັງສາມາດ ເຂົ້າຮ່ວມ ກິດຈະກໍາຕ່າງໆ ເຊັ່ນ: ຜະລິດເກືອ, ປູກຜັກບົ່ວ, ຜັກທຽມ ແລະ ກິດຈະກໍາປະຈໍາວັນອື່ນໆ ເພື່ອຜ່ານປະສົບການຕົວຈິງ ກັບຊີວິດຂອງ ປະຊາຊົນຢູ່ທີ່ນີ້.

ຮູບການທ່ອງທ່ຽວ ອີກປະເພດໜຶ່ງ ທີ່ກຳລັງດຶງດູດໃຈ ນັກທ່ອງທ່ຽວ ນັ້ນແມ່ນ ການທ່ອງທ່ຽວ ຜ່ານປະສົບການຕົວຈິງ ໂດຍຜ່ານບັນດາ ກິດຈະກຳ ທີ່ໜ້າສົນໃຈເຊັ່ນ: ການຍ່າງຂຶ້ນເທິງ ຈອມ ນຸ໋ຍຈົ໋ວ ທີ່ມີ ຄວາມສູງກວ່າ 1.000 ແມັດ ເພື່ອເອົາຊະນະຕົນເອງ, ຕັ້ງຄ້າຍ ຄ້າງຄືນ ທີ່ສວນສາທາລະນະ ຫຼື ເຈືອຈານ ເຂົ້າກັບ ຊີວິດ ​ຂອງ​ ຊາວ​ທ້ອງ​ຖິ່ນ. ນັກທ່ອງທ່ຽວ ທີ່ເຂົ້າຮ່ວມ ການທ່ອງທ່ຽວ ສຳຜັດຕົວຈິງ ເຫຼົ່ານີ້ ຈະໄດ້ຮັບການແນະນໍາ ແລະ ຊ່ວຍເຫຼືອ ຈາກຜູ້ນໍາທ່ຽວ ທ້ອງຖິ່ນ ໃນລະຫວ່າງການເດີນທາງ ໄປຄົ້ນພົບເຂດດິນແດນ ທີ່ຍັງ ຄົງຮັກສາຄວາມປະຖົມປະຖານ ດັ່ງເດີມນີ້, ດັ່ງນັ້ນ ມັນເປັນໜ້າ ສົນໃຈຫຼາຍ.

 

ພິ​ເສດ, ​ເມື່ອ​ມາ​ຮອດ​ເຂດອະນຸລັກຊີວະນາໆ ພັນ ພູຈົ໋ວ, ນັກ​ທ່ອງ​ທ່ຽວ ​ຈະ​ໄດ້​ມີ​ໂອກາດ​ຄົ້ນພົບ ບັນດາ​ຫາດ​ຊາຍ​ທະ​ເລ​ ທີ່​ສວຍ​ງາມບໍລິ ສຸດ, ໄດ້ແຊ່ຕົວໃນນໍ້າທະເລ ທີ່ຂຽວສົດໃສ ແລະ ດຳ​ນ້ຳ​ຊົມ​ປະ​ກາ​ລັງ​ທີ່​ມີຫຼາກຫຼາຍ​ສີສັນ.

ເຂດອະນຸລັກຊີວະນາໆ ພັນໂລກ ນຸ໋ຍຈົ໋ວຍັງໄດ້ ທໍາມະຊາດ ໂປດປານ ໃຫ້ ສະຖານທີ່ແຫ່ງໜຶ່ງທີ່ສວຍງາມ, ນັ້ນແມ່ນຖໍ້າ ຣ໋າຍ ມີທັດສະນີ ຍະພາບ ທີ່ໃຫຍ່ໂຕໂອ້ຖົງ ແລະ ສວຍງາມ ແປກຕາ. ​ຖໍ້າ ຣ໋າຍ ປຽບ​ທຽບ​ໄດ້ກັບ​ ສິ່ງ​ມະ​ຫັດ​ສະ​ຈັນ​ທາງ​ທຳ​ມະ​ຊາດຄື ນ້ຳ​ຕົກ​ຕາດ​ເທິງ​ທະ​ເລ”. ຜ່ານການປ່ຽນແປງ ທາງທໍລະນີສາດ ນັບຫຼາຍພັນປີ ຖ້ຳຣ໋າຍ ໄດ້ປະກອບ ເປັນຮູບເປັນຮ່າງ ຈາກບັນດາກຸ່ມປະກາລັງ ບູຮານ ທີ່ ກາຍເປັນຫີນປູນ, ສ້າງເປັນຫາດຫີນສອງຊັ້ນ ທີ່ສວຍງາມ ມີຫຼາຍຮູບ ຊົງເປັນ ເອກະລັກ ແລະ ແຕກຕ່າງກັນ. ຈາກຄື້ນທະເລ ທ່ີພັດຂຶ້ນເທິງ ໂງ່ນຫີນ ແລ້ວຄ່ອຍໆ ໄຫຼລົງເປັນຊັ້ນໆ ໄດ້ສ້າງເປັນ ພາບພົດຄ້າຍຄື ນ້ຳຕົກຕາດ ທີ່ໄຫຼຜ່ານທະເລ, ເຮັດໃຫ້ ຜູ້ມາທ່ຽວຊົມ ຕ້ອງຕົກຕະລຶງ ຕໍ່ຄວາມງົດງາມຂອງທຳມະຊາດ.

ການ​ຮັບ​ຮອງ​ຂອງ ຢູແນັສໂກ ກ່ຽວ​ກັບ​ເຂດອະນຸລັກຊີວະນາໆ ພັນໂລກ ນຸ໋ຍຈົ໋ວ​ແມ່ນ​ກຳລັງ​ຊຸກຍູ້​ໃຫ້​ແຂວງ ນິງຖ້ວນ ລົງທຶນ ອະນຸລັກ​ຮັກສາ ​ແລະ ພັດທະນາ​ ແຫຼ່ງ​ຊັບ​ສົມບັດ ທີ່​ທຳ​ມະ​ຊາດ ​ໄດ້ ໂປດປານໃຫ້ ​ເພື່ອ​ໃຫ້​ໂລກ​ ມີ​ເຂດອະນຸລັກຊີວະນາໆ ພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ ທີ່ອຸດົມສົມບູນ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ອີກແຫ່ງໜຶ່ງ ​ແລະ ນັກ​ທ່ອງ​ທ່ຽວ ມີຈຸດຫມາຍປາຍທາງ ທີ່ໜ້າ ປະທັບໃຈອີກແຫ່ງໜຶ່ງ.

ບົດ: ເຊີນເງ໊ຍ - ພາບ: VNP ແລະ ເອກະສານ - ເຕັກນິກກະຣາຟິກ: ຈ້ອງແຮ້ງ - ແປໂດຍ: ບິກລຽນ


Top