ນຳ ຫວຽດນາມ ເຂົ້າໃນກຸ່ມ 30 ປະເທດທ່ອງທ່ຽວນຳໜ້າ ຂອງໂລກ

ນຳ ຫວຽດນາມ ເຂົ້າໃນກຸ່ມ 30 ປະເທດທ່ອງທ່ຽວນຳໜ້າ ຂອງໂລກ

ຕໍ່ໜ້າ​ສະພາບຕະຫຼາດການ​ທ່ອງ​ທ່ຽວ ​ຫວຽດນາມ ​​ຄ່ອຍໆ ຟື້ນ​ຕົວຄືນ​ໃໝ່​ ພາຍຫຼັງການແຜ່ລະບາດ​ໂຄ​ວິດ-19, ທ່ານ ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິ໋ງ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ, ການຮ່ວມມື ພ້ອມໃຈກັນ ຂອງວິ​ສາ​ຫະກິດ ​ແລະ ປະຊາຊົນ... ຂະແໜງການທ່ອງທ່ຽວ ຫວຽດນາມ ຈະພັດທະນາ ຢ່າງແຂງແຮງ ຕາມທິດ “ສິນຄ້າພິເສດ-ບໍລິການແບບມືອາຊີບ-ລະບຽບການສະດວກ-ລາຄາແກ່ງແຍ້ງ-ສິ່ງແວດລ້ອມສະອາດ-ເປັນຈຸດນັດໝາຍທີ່ປອດໄພ, ເປັນມິດ” ສັງກັດກຸ່ມ 30 ປະເທດ ທີ່ມີຄວາມສາມາດ ໃນການແຂ່ງຂັນ ດ້ານການທ່ອງທ່ຽວ ຢູ່ອັນດັບແຖວໜ້າຂອງໂລກ.

ອ່າວຮ້າລອງ ແມ່ນມໍລະດົກທໍາມະຊາດໂລກ ທີ່ໄດ້ຮັບການ ຮັບຮອງ ຈາກອົງການ UNESCO ໃນປີ 1994, ຕັ້ງຢູ່ແຂວງ ກວາງນິງ, ຫວຽດ ນາມ. ອ່າວທະເລ ທີ່ສວຍງາມ ທີ່ສ້າງຂຶ້ນ ໂດຍພູເຂົາຫີນປູນ ຫຼາຍພັນກ້ອນ ດ້ວຍຮູບຮ່າງ ແລະ ຂະໜາດຕ່າງໆ - ແມ່ນໜຶ່ງໃນຫ້າ ອ່າວ ທີ່ສວຍງາມທີ່ສຸດໃນໂລກ. ພາບ: ເອກະສານ VNP 

ຫວຽດນາມ ​ແມ່ນ​ປະ​ເທດ​ ມີ​ລະບົບ​ການ​ເມືອງ​ທີ່ໝັ້ນຄົງ; ທີ່ຕັ້ງພູມສາດ ເອື້ອອໍານວຍ; ລະບົບການຄົມມະນາຄົມ ຂ້ອນຂ້າງສົມບູນ, ທຳມະ ຊາດ ສວຍງາມ, ມີຄວາມອຸດົມທັງທະເລ, ພູຜາປ່າໄມ້, ແມ່ນໍ້າລຳເຊ; ມີ 1 ໃນ 7 ສິ່ງອັດສະຈັນ ທາງທໍາມະຊາດໃໝ່ຂອງໂລກ, ມໍລະດົກທໍາ ມະຊາດຂອງໂລກ 3 ແຫ່ງ, ມໍລະດົກ ວັດທະນະທໍາ ທີ່ເປັນນາມມະທຳ ຂອງ ມວນມະນຸດ 15 ແຫ່ງ; ມີ ຮ່ອງຮອຍປະຫວັດສາດ, ທັດສະນີຍະ ພາບ ກວ່າ 41 ແຫ່ງ; ມີອາຫານ, ສິນຄ້າ ທີ່ອຸດົມສົມບູນ, ລາຄາຖືກ ເມື່ອທຽບກັບພາກພື້ນ; ໂດຍສະເພາະ ມີ 54 ຊົນ​ເຜົ່າ​ມີວັດທະນະທຳ ທີ່ເປັນເອກະລັກ…

“ຂ້າງເທິງນີ້ ແມ່ນປັດໄຈພື້ນຖານ ທີ່ສຳຄັນ ເພື່ອການພັດທະນາ ຂອງ ພວກເຮົາ, ໃນນັ້ນມີພັດທະນາ ການທ່ອງທ່ຽວ”, ນັ້ນແມ່ນຄຳຢືນຢັນ ຂອງ ທ່ານນາຍົກລັດຖະມົນຕີ ທີ່ກອງປະຊຸມທາງໄກ ທົ່ວປະເທດ ກ່ຽວ ກັບການທ່ອງທ່ຽວ ປີ 2023 ແນໃສ່ “ເລ່ັ່ງຟື້ນຟູ-ພັດທະນາ” ຊຶ່ງໄດ້ຈັດ ຂຶ້ນໃນກາງເດືອນມີນາຜ່ານມາ. 

ຄຽງ​ຂ້າງ​ນັ້ນ, ລະບົບພື້ນຖານວັດຖຸ ​ເຕັກນິກ, ໂຄງປະກອບພື້ນຖານ​ໂຄງ​ລ່າງ​ຮັບໃຊ້ການທ່ອງທ່ຽວ​ ຫວຽດນາມ ນັບມື້ນັບມີ​ການ​ພັດທະນາ; ລະບົບ​ຜະລິດ​ຕະພັນ​ການທ່ອງທ່ຽວ​ໄດ້ ແລະ ກຳລັງໄດ້​ຮັບ​ການ​ສ້າງ​ຕັ້ງ ​ເພື່ອ​ຕອບ​ສະໜອງ ​ຄວາມ​ຕ້ອງການ ​ທີ່​ຫຼາກ​ຫຼາຍ​ ຂອງ​ຕະຫຼາດ. ຄວາມສາມາດ ໃນການແກ່ງແຍ້ງແຂ່ງຂັນ ​ຂອງ​ການທ່ອງທ່ຽວ​ ຫວຽດນາມ ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ຈັດ​ອັນ​ດັບ 63/140 ປະ​ເທດ ​ແລະ ​ເຂດແຄວ້ນ​ໃນ​ປີ 2019, ​ເພີ່ມ​ຂຶ້ນ 17 ​ອັນດັບ​ເມື່ອ​ທຽບ​ໃສ່​ປີ 2011. ​ໃນ​ປີ 2021, ຢູ່​ໃນ​ອັນ​ດັບ 52/117 ພື້ນຖານ​ເສດຖະກິດ, ​ເພີ່ມ​ຂຶ້ນ 8 ອັນ​ດັບ​ເມື່ອ​ທຽບ​ໃສ່​ປີ 2019. ໂດຍມີດັດສະນີ​ 6/17 ​​ຈັດໃນກຸ່ມ​ອັນດັບຕົ້ນໆ ຂອງ​ໂລກ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ 3 ປະ​ເທດ​ທີ່​ມີລະດັບ ການຈະເລີນເຕີບໂຕ ​ໃນຂະແໜງການທ່ອງທ່ຽວ​ສູງ​ສຸດ.


ຢ່າງໃດກໍ່ຕາມ, ຈະຕ້ອງຍອມຮັບຢ່າງກົງໄປກົງມາ ເຖິງຄວາມບົກຜ່ອງ ແລະ ຂໍ້ຈໍາກັດ ຂອງຂະແໜງການທ່ອງທ່ຽວເຊ່ັນ ພັດທະນາ ບໍ່ສົມກັບ ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ; ບໍ່ໝັ້ນຄົງ, ລັກສະນະການແຂ່ງ ຂັນບໍ່ສູງ. ພັດທະນາການທ່ອງທ່ຽວ ແມ່ນຄວາມຮັບຜິດຊອບລວມ ຂອງ ທົ່ວລະບົບການເມືອງ, ຂອງທຸກຂັ້ນ, ຂະແໜງການ ແລະ ທົ່ວສັງ ຄົມ; ​ພັດທະນາ​ການທ່ອງທ່ຽວ ​ຕ້ອງ​ໄດ້​ວາງ​ອອກ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໂດຍ​ລວມ, ດ້ວຍ​ບົດບາດ​ເປັນ​ເສດຖະກິດປາຍ ແຫຼມ; ປ່ຽນຈາກ “ການສະໜອງ ສິ່ງທີ່ພວກເຮົາມີ” ເປັນ “ສະຫນອງ ສິ່ງທີ່ລູກຄ້າຕ້ອງການ”; ຈາກການ ທ່ອງທ່ຽວ “ລະດູດຽວ” ໄປສູ່ການ ທ່ອງທ່ຽວຕະຫຼອດປີ; ພັດທະນາ​ການທ່ອງທ່ຽວ ​ຕາມ​ທິດ​ປອດ​ໄພ, ສະ ອາດ, ເປັນມິດຕໍ່ສິ່ງແວດລ້ອມ, ທັນ​ສະ​ໄໝ, ສີວິໄລ, ດຶງ​ດູດ​ໃຈ, ຖືສຳ ຄັນ​ວັດທະນະທຳ​ ການທ່ອງທ່ຽວ ​ຫວຽດນາມ...

ການທ່ອງທ່ຽວ ​ປະກອບສ່ວນ ຊ່ວຍ​ລົບ​ລ້າງ​ຄວາມ​ອຶດຫິວ ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຄວາມສະຫງົບປອດໄພ ຂອງສັງຄົມ; ອະນຸ ລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາ; ປົກປັກຮັກສາ ສິ່ງແວດລ້ອມ ແລະ ຮັກສາໄວ້ເປັນຢ່າງດີ ການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບຂອງຊາດ. ​ໃນ​ທ່າ​ອ່ຽງ​​ປັດຈຸ​ບັນ, ຍັງ​ຄົງ​ຕ້ອງ​ຊຸກຍູ້​ການ​ຫັນປ່ຽນ​ດີ​ຈີ​ຕອນ; ສ້າງ ແລະ ພັດທະນາ ລະບົບນິເວດ ການທ່ອງທ່ຽວ ອັດສະລິຍະຢູ່ ຫວຽດນາມ. ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ກຸ່ມບໍລິສັດ, ບໍລິສັດໃຫຍ່​ທ່ອງ​ທ່ຽວ​, ຫຼາຍ​ປະ​ເທດ ​ໃນ​ການ​ຊຸກຍູ້​ການ​ເຊື່ອມ​ຈອດ, ດຶງ​ດູດ​ຕະຫຼາດ​ທ່ອງ​ທ່ຽວລາຍ​ໃຫຍ່​ ​ແລະ ມີ​ທ່າ​ແຮງບົ່ມຊ້ອນ.


ທ່ອງທ່ຽວ ​ແມ່ນ​ຂະ​ແໜງ​ເສດຖະກິດ ທີ່​ສຳຄັນ, ແມ່ນ ອຸດສາຫະກຳ ​ປອດ​ຄວັນ” ​ຊຶ່ງ​ປະກອບສ່ວນ​ນັບ​ມື້​ນັບຫຼາຍ ​ເຂົ້າ​ໃນ​ພື້ນຖານ ເສດຖະ ກິດ​ ຂອງ ​ຫຼາຍ​ປະ​ເທດ; ແມ່ນທ່າອ່ຽງການພັດທະນາ ຂອງອະນາຄົດ; ພ້ອມ​ກັນ​ນັ້ນ ກໍ່​ແມ່ນ​ຂົວ​ຕໍ່ ​ເພື່ອ​ໃຫ້​ປະຊາຊົນ ​ບັນດາ​ປະ​ເທດ​ໄດ້​ພົບ​ປະ​ແລກປ່ຽນ, ​ເພີ່ມ​ທະວີ​ ຄວາມ​ເຂົ້າ​ໃຈ​ເຊິ່ງ ກັນ ​ແລະ ກັນ, ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ, ມຸ່ງ​ໄປ​ສູ່​ໂລກແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ ​ແລະ ວັດທະນາ​ຖາວອນ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIIIຂອງ​ ພັກ​ໄດ້​ກຳນົດ​ວ່າ: “​ຊຸກຍູ້ຢ່າງແຂງ ແຮງ ການປັບປຸງໂຄງສ້າງ ການທ່ອງທ່ຽວຄືນໃໝ່, ຮັບປະກັນລັກ ສະ ນະ ເປັນມືອາ​ຊີບ, ທັນ​ສະ​ໄໝ, ພັດທະນາຢ່າງຄົບຊຸດ, ຍືນຍົງ ແລະ ​ເຊື່ອມ​ໂຍງເຂົ້າກັບສາກົນ... ກໍ່ສ້າງ, ພັດທະນາ​​ ແລະ ວາງ​ທີ່​ຕັ້ງ​ ເຄື່ອງ ໝາຍ​ການຄ້າ ທ່ອງທ່ຽວ​ແຫ່ງ​ຊາດ ຕິດ​ພັນ​ກັບ​ພາບ​​ພົດທີ່​ພົ້ນ​ເດັ່ນ, ​ເປັນ​ເອກະລັກ​, ເຂັ້ມຂົ້ນ ໄປດ້ວຍສີສັນວັດທະນະທຳ ຂອງຊາດ… ຮອດປີ 2030, ນັກທ່ອງທ່ຽວສາກົນ ມາທ່ຽວ ຫວຽດນາມ ຈະໃຫ້ບັນລຸ 47-50ລ້ານ ເທື່ອຄົນ, ການທ່ອງທ່ຽວ ປະກອບສ່ວນ ປະມານ 14-15% GDP, ຍົກອັດຕາສ່ວນ ຂົງເຂດບໍລິການໃນ GDP ຂຶ້ນກວ່າ 50%”.

ບົດ:VNP - ພາບ: VNA - ແປໂດຍ: ບິກລຽນ


Top