“ນາງ ສາວຄຳ” ກິລາ ແລ່ນ ແລະ ລານ ຫວຽດນາມ

“ນາງ ສາວຄຳ” ກິລາ ແລ່ນ ແລະ ລານ ຫວຽດນາມ

ສ້າງສະຖິຕິ ທີ່ບໍ່ເຄີຍມີມາກ່ອນ ໃນງານມະຫາກຳກິລາ ຊີເກມ ຄັ້ງ ທີ 32(SEA Games 32)ເມື່ອເປັນນັກກິລາ ຄົນທຳອິດ ແລະ ໜຶ່ງດຽວ ສາມາດຍາດໄດ້ 2ຫຼຽນຄຳ ໃນ 2ລາຍການ ທີ່ດຸເດືອດທີ່ສຸດ ພາຍໃນເວລາປະມານ 20ນາທີ, ນາງ ຫງວຽນທິແອວງ (ອາ ຍຸ 28ປີ) ຢູ່ໝູ່ບ້ານ ໝີ໊ຮ່າ, ເມືອງ ລ້າງຢາງ, ແຂວງ ບັກຢາງ) ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ ຂອງ​ໜັງສືພິມ​ ທັງ​ພາຍ​ໃນ ​ແລະ ຕ່າງ ປະ​ເທດ, ​ເຮັດ​ໃຫ້​ທົ່ວພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ຕົກຕະລຶງ.
ນາງ ຫງວຽນທິແອວງ ເຂົ້າຮ່ວມການແຂ່ງຂັນ ຢ່າງດີເລີດ ແລະ ຍາດໄດ້ຫຼຽນຄຳ ໃນການແລ່ນ 5.000 ມ ຍິງ ດ້ວຍຜົນງານ17 ນາ ທີ 00 ວິນາທີ 28 ທີ່ SEA Games 32. ພາບ: ຫງວຽນຕ໋ຽນຕ໋ວນ

ບັນດາສິ່ງມະ​ຫັດ​ສະ​ຈັນ ກ່ຽວກັບ ແລ່ນ ແລະ ລານ

ທີ່ SEA Games 32, ນາງ ຫງວຽນທິແອວງ ເປັນນັກກິລາ ຍາດໄດ້ ຫຼຽນຄຳ ຫຼາຍທີ່ສຸດ ໃຫ້ທີມ ຫວຽດນາມ (ລາຍການບຸກຄົນ),  ກັບ 4 ຫຼຽນຄຳ ໃນລາຍການແລ່ນ 1.500 , 5.000 , 10.000 ມ ແລະ 3.000 ມ ຜ່ານສິ່ງກີດຂວາງ. ພິ​ເສດ, ນັກ​ແລ່ນ ຊາວ ບັກ​ຢາງ ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ເປັນ​ພິ​ເສດ ເມື່ອ​ຍາດ​ໄດ້ 2 ຫຼຽນ​ຄຳ​ ໃນ​ລາຍການແລ່ນ 1.500 ມ ແລະ 3.000 ມ ຜ່ານສິ່ງກີດຂວາງ​ ໃນ​ເວ​ລາ 20 ນາ​ທີ. ດ້ວຍ​ຜົນງານ 4 ຫຼຽນຄຳ ໃນແຂ່ງຂັນແລ່ນ ແລະ ລານ, ນີ້​ແມ່ນ​ນັກ​ກິ​ລາ​ ຫວຽດ​ນາມ ຄົນ​ທຳ​ອິດ​ ທີ່​ຍາດ​ໄດ້ຫຼຽນ​ຄຳ​ ຫຼາຍ​ທີ່​ສຸດ​ໃນ SEA Games ຄັ້ງ​ໜຶ່ງ.


ໃນ​ເດືອນ ​ສິງຫາ 2018, ທີ່​ງານ​ມະຫາ​ກຳ Asiad 18 ​ຈັດ​ຂຶ້ນ​ຢູ່​ນະ ຄອນຫຼວງ​ ຈາ​ກາ​ຕາ, ອິນໂດເນເຊຍ ນາງ ຫງວຽນ​ທິແ​ອວງ ​ໄດ້​​ເຂົ້າ​ຮ່ວມ ລາຍ​ການແຂ່ງຂັນ ຜ່ານສິ່ງກີດຂວາງ 3.000 ມ ​ແລະ ຍາດ​ໄດ້​ຫຼຽນ​ທອງ ​​ປະຫວັດສາດ​ ໃຫ້ປະເພດກິລາແລ່ນ ແລະ ລານ ຫວຽດນາມ. ນີ້ເປັນຄັ້ງທຳອິດ ຫວຽດນາມ ຄວ້າໄດ້ຫຼຽນ ໃນລາຍ ການນີ້ ດ້ວຍຜົນງານ 9 ນາທີ 43 ວິນາທີ 83, ນາງ ແອວງ ໄດ້ທຳລາຍສະ ຖິຕິແຫ່ງຊາດ ຂອງ ນັກກິລາຍິງລຸ້ນກ່ອນ ຫງວຽນທິເຟືອງ ເຖິງ 19,15 ວິນາທີ. 

ໃນປີ 2019, ນາງ ແອວງ ສືືບຕໍ່ເຂົ້າຮ່ວມ SEA Games 30 ທີ່ປະ ເທດ ຟີລິບປິນ ແລະ ຍາດໄດ້ຜົນງານທີ່ດີເລີດ ເມື່ອປ້ອງກັນ ໄດ້ 2 ຫຼຽນຄຳ ໃນງານມະຫາກຳກິລາ ຄັ້ງກ່ອນ ແລະ ຄວ້າຫຼຽນຄຳ ເປັນ ຄັ້ງທຳອິດ ໃນລາຍການແຂ່ງຂັນຜ່ານສິ່ງກີດຂວາງ 3.000 ມ. ​ໃນ ງານມະຫາກຳ ຄັ້ງ​ນີ້, ດ້ວຍຜົນງານ 10 ນາທີ 00 ວິນາທີ 02 ໃນ​ລາຍການແຂ່ງຂັນ ຜ່ານສິ່ງກີດຂວາງ 3.000 ​ມ, ນາງ ຫງວຽນ​ທິ​ແອວງ ໄດ້ສ້າງ​ສະຖິຕິ​ໃໝ່ ຂອງ​ SEA Games ເມື່ອ​ໄວ​ກວ່າ​ສະຖິ ຕິ​ເກົ່າ 0,56 ວິນາທີ ໂດຍ Rini Budiarti ສ້າງໄວ້ ໃນ SEA Games 26.

ວິກິດການໄວອາຍຸຊາວປີ

 ນາງ ຫງວຽນ​ທິ​ແອວງ ກຳເນີດໃນຄອບຄົວ ເຮັດອາຊີບ ກະສິກຳ ຢ່າງດຽວ ​ຢູ່​ບ້ານ​ ຍ່ວນ, ຕາແສງ ໝີ໊​ຮ່າ, ເມືອງ ລ້າງ​ຢາງ, ແຂວງ ບັກ​ຢາງ. ນາງ ເປັນລູກຄົນທີ 7 ໃນຄອບຄົວ ທີ່ມີ ອ້າຍເອື້ອຍນ້ອງ 8 ຄົນ. ເມື່ອ​ມີ​ອາຍຸ 15 ປີ, ນາງ ຫງວຽນ​ທິ​ແອວງ ​ໄດ້​ເລີ່​ມ​ອາຊີບ ເປັນ​ນັກ​ກິລາ ແລ່ນ ແລະ ລານ. ​ໃນ​​ມື້​ທຳ​ອິດ ​ທີ່​ຄະນະ​ນັກ​ກິລາ​ແຂວງ​ຄັດ ເລືອກນັກຮຽນ, ສາວນ້ອຍ​ ຫງວຽນ​ທິ​ແອວງ ​ໄດ້​ລົງທະບຽນ​ເຂົ້າ​ຮ່ວມ. ແຕ່ເນື່ອງຈາກຮູບຮ່າງທີ່ຈໍາກັດ ກັບນໍ້າໜັກ ບໍ່ເຖິງ 40 ກິໂລ ກຼາມ ແລະ ສູງ ປະມານແມັດເຄິ່ງ, ສະນັ້ນນາງ ເກືອບຈະພາດ. ແຕ່ຍ້ອນຄວາມພະຍາຍາມ ຢ່າງຕໍ່ເນື່ອງ ແລະ ເຝິກຊ້ອມ ຢ່າງຈິງ ຈັງ, ນາງ ແອວງ ໄດ້ຮັບຄວາມໄວ້ວາງໃຈ ຈາກຄະນະຄູຝຶກ ແລະ ຖືກ ເອີ້ນເຂົ້າທີມຊາດ.

ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ມອບ​ຫຼຽນ​ໄຊ ​ແຮງ​ງານ​ຊັ້ນ 2 ​ໃຫ້ “ນາງ​ສາວ​ຄຳ” ຫງວຽນທິແອວງ. ພາບ: ຖົ໋ງເຍິດ/VNA

ໃນປີ 2014, ນາງ ແອວງ ຖືກກວດພົບວ່າ ໝາກໄຂ່ຫຼັງ ອັກເສບ. ການປິ່ນປົວ, ພັກຜ່ອນ ເສຍເວລາປະມານ 2 ປີ, ອາຊີບຂອງ “ຄູ່ຂາຄໍາ” ໃນປະເພດກິລາ ແລ່ນ ແລະ ລານ ຫວຽດນາມ ມີຊ່ວງ ເວລາ ເບິ່ງຄືວ່າ ຕ້ອງໄດ້ສິ້ນສຸດລົງ ຕອນອາຍຸຊາວປີ. ນາງ ແອວງ ຍັງຈົດຈຳ ການໃຫ້ກຳລັງໃຈ ຂອງພໍ່ວ່າ: “ຖ້າຕັ້ງໃຈ ເດີນຕາມເສັ້ນ ທາງ ກິລາ ມືອາຊີບ, ຈົ່ງພະຍາຍາມ ຈະປະສົບຜົນສໍາເລັດ”.

ການໃຫ້ກຳລັງໃຈຈາກພໍ່, ແມ່, ຍາດຕິພີ່ນ້ອງ, ຄູສອນ ແລະ ໝູ່ ເພື່ອນ ໄດ້ຊ່ວຍໃຫ້ ນາງ ແອວງ ຜ່ານຜ່າໄລຍະເວລາທີ່ຖືວ່າ ເປັນ ວິກິດການ ຂອງ ຍິງສາວ ໃນໄວ 20 ປີ. ເພາະສະ​ນັ້ນ, ​ໃນເວລາ​ຕໍ່ມາ ບໍ່​ວ່າ​ຈະ​ໄປ​ແຂ່ງຂັນ​ຢູ່​ໃສ, ຈະ​ປະສົບ​ຜົນສຳ​ເລັດ ​ແນວ​ໃດ​ກໍ່ຕາມ, ​ພໍ່​ແມ່ ​ຍັງຄົງແມ່ນບ່ອນອີງ ທາງດ້ານ ຈິດໃຈ ທີ່ໜັກແໜ້ນ ຂອງ ນາງ ແອວງ. ແມ່ຂອງນາງ ແອວງ ໄດ້ ແບ່ງປັນວ່າ: “ພວກຂ້າພະເຈົ້າ​ສະໜັບສະໜູນລູກ ບົນເສັ້ນທາງ ທີ່ ລູກໄດ້ເລືອກຢູ່ສະເໝີ, ໃຫ້ກຳລັງໃຈລູກ ຕ້ອງພະຍາຍາມ ເພື່ອສີ ສັນທຸງຊາດ ຂອງ ປະເທດຊາດ”. 

ສືບ​ຕໍ່​ສ້າງ​ຄວາມ​ຝັນ​ໃຫ້​​ ແລ່ນ ແລະ ລານ​ ຫວຽດ​ນາມ

ເມື່ອ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ ທ່ີ SEA Games 32, ນາງ ຫງວຽນ​ທິ​ແອວງ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ນັກ​ກິລາ ​ຫວຽດນາມ 2 ຄົນ​ທີ່​ຍາດ​ໄດ້ 12 ຫຼຽນ​ຄຳ ​ໃນ​ການ​ແຂ່ງຂັນ ແລ່ນ ແລະ ລານ ຢູ່ SEA Games, ພ້ອມ​ກັບນັກກິລາ ຫງວຽນທິຮວ່ຽນ. 


ຫຼັງ​ຈາກປະສົບຜົນສໍາເລັດ ທີ່ໜ້າມະຫັດສະຈັນຢູ່ SEA Games 32, ນາງ ຫງວຽນ​ທິ​ແອວງ ບໍ່ຢຸດຢູ່ກັບໄຊຊະນະ, ນາງ ໄດ້​ຕັ້ງ​ເປົ້າ​ໝາຍ ​ປ່ຽນ​ສີ​ ຫຼຽນ ​​ໃນ ASIAD 2023.

ທັດສະນະຂອງ “ຄູ່ຂາຄໍາ” ໃນວົງການແລ່ນ ແລະ ລານ ຫວຽດນາມ ກໍຄື: “ກິລາແມ່ນຄວາມ ພະຍາຍາມ ຢ່າງບໍ່ຢຸດຢັ້ງ, ເພາະສະນັ້ນ ພາຍຫຼັງງານມະຫາກຳ, ຂ້າພະເຈົ້າຈະສືບຕໍ່ສຸມໃສ່ ຢ່າງຕັ້ງໜ້າ ເຂົ້າໃນຂະບວນການ ຝຶກຊ້ອມ ຢູ່ທີມຊາດ. ພ້ອມ​ກັນ​ນັ້ນ ແມ່ນ​ ເອົາ​ໃຈ​ໃສ່​ ກວດຄືນ​ ການ​ແຂ່ງຂັນ ໃນງານ​ມະຫາ​ກຳ​ກິລາ ​ເພື່ອ​ຖອດ​ຖອນ​ບົດຮຽນ​ ແລະ ຜ່ານ​ນັ້ນແມ່ນ​ປັບປຸງ, ແກ້ໄຂ ຈຸດ​ອ່ອນ. ຕົວຢ່າງ: ການໃຊ້ພະລັງງານ ທີ່ເໝາະສົມ ສໍາລັບ ແຕ່ລະໄລຍະ ການແລ່ນ; ສະ​ສົມ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ຮ່າງ​ກາຍ ເພື່ອ​ເອົາ​ຊະ​ນະ​ບັນ​ດາ​ສິ່ງ​ທ້າ​ທາຍ​ສາ​ກົນ​ ທີ່​ຈະ​ມາ​ເຖິງ”.

ຜົນສຳເລັດຂອງນາງ ແອວງ ໃນຕະຫຼອດງານມະຫາກຳ 3 ຄັ້ງ​ທີ່​ຜ່ານ​ມາ​ ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ ​ຄວາມພະ​ຍາ​ຍາມ, ຄວາມ​ອົດ​ທົນ ແລະ ​ພະ​ລັງ​ຈິດໃຈ ຝຶກຊ້ອມຂອງນາງ. ນອກຈາກ ນຳຄວາມພາກພູມໃຈ ມາໃຫ້ປະເທດຊາດ​ແລ້ວ, ນາງ ແອວງ ຍັງຍັງ​ສະ​ແດງ​ໃຫ້​ເຫັນ ຄວາມຕັ້ງໝັ້ນຝຶກຝົນຫຼໍ່ຫຼອມ ແລະ ຈິດ​ໃຈ​ພະຍາ ຍາມ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ. ບັນດາຫຼຽນ​ຄຳ​ຂອງ ນາງ​ແອວງ ​ໄດ້​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ຊາວໜຸ່ມ ຫວຽດ​ນາມ ຢ່າງແທ້ຈິງ. ນັ້ນຄື ຜົນ ສຳເລັດ ແມ່ນມາຈາກຄວາມຫຼົງໄຫຼ ແລະ ຄວາມພາກພຽນ ພະຍາຍາມ. 

ບົດ: ຖາວວີ - ພາບ: ຫງວຽນຕ໋ຽນແອງຕ໋ວນ, ຄວາຫງວຽນ, VNA - ແປໂດຍ: ບິກລຽນ


Top