ນະຄອນຫຼວງ ຮ່າໂນ້ຍ - ເມືອງມໍລະດົກ ຂອງ ຫວຽດນາມ

ນະຄອນຫຼວງ ຮ່າໂນ້ຍ - ເມືອງມໍລະດົກ ຂອງ ຫວຽດນາມ

ດ້ວຍປະຫວັດສາດ ກວ່າ 1.000 ປີ, ຮ່າໂນ້ຍ ແມ່ນນະຄອນຫຼວງແຫ່ງ ອາລະຍະທຳ, ເມືອງມໍລະດົກ, ນະຄອນແຫ່ງສັນຕິພາບ. ສະ ຖານທີ່ ແຫ່ງນີ້ ມີລະບົບ ມໍລະດົກວັດທະນະທຳ ສຸດທີ່ອຸດົມສົມບູນ ແລະ ເປັນເອກະລັກ ໄດ້ຮັບການກໍ່ຮ່າງສ້າງຕົວ ແລະ ເພິ່ມພູນຄູນ ສ້າງ ຜ່ານປະຫວັດສາດ ນັບຫຼາຍພັນປີ. ປັດຈຸບັນ, ຮ່າໂນ້ຍ ນຳໜ້າປະເທດ ໃນຈຳນວນ ມໍລະດົກ ວັດທະນະທຳ ທີ່ເປັນຮູບປະທຳ ແລະ ນາມມະທຳ ດ້ວຍຮ່ອງຮອຍປະຫວັດສາດ, ງານບຸນ, ໝູ່ບ້ານອາຊີບ ນັບຫຼາຍພັນແຫ່ງ, ໃນນັ້ນມີມໍລະດົກ ຫຼາຍແຫ່ງໄດ້ຮັບການຮັບຮອງຈາກ UNESCO.

 

ປີ 2024, ຮ່າໂນ້ຍ ຈັດຕັ້ງສະເຫຼີມສະຫຼອງ 70 ປີ ແຫ່ງວັນປົດປ່ອຍ ນະຄອນຫຼວງ (ວັນທີ 10 ຕຸລາ 1954-ວັນທີ 10 ຕຸລາ 2024). ເພື່ອ ສ້າງຂີດໝາຍ ເຫດການປະຫວັດສາດນີ້, ໃນເດືອນ ຕຸລາ, ທາງນະ ຄອນ ໄດ້ຈັດຕັ້ງ ຫຼາຍເຫດການ ວັດທະນະທຳພິເສດ ທີ່ຕິດພັນກັບ ສະຖານທີ່ທ່ອງທ່ຽວ ແລະ ມໍລະດົກຫຼາຍແຫ່ງ ທີ່ມີຊື່ສຽງ ຂອງ ຮ່າ ໂນ້ຍ ເຊັ່ນ: ກຳແພງພະລາຊະວັງ ທັງລອງ, ວັນມ໋ຽວ-ກວັກຕືຢາມ, ໜອງ ຮວ່ານ ກ໋ຽມ, ຄຸ້ມຖະໜົນເກົ່າ, ສຸສານ ໂຮ່ຈີມິນ, ອະນຸສອນສະຖານ ຄຸກ ຫວາລໍ່... ພ້ອມນັ້ນ ຍັງມີທົວທ່ອງທ່ຽວ ຄົ້ນຫາມໍລະດົກ ທີ່ໜ້າສົນໃຈ ຫຼາຍສິບທົວ ທີ່ສະຫງວນ ໃຫ້ແກ່ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

 

ການສະແດງ ຊຸດອ໋າວຢ່າຍ (ເສື້ອຍາວ) ຢູ່ສະຖານທີ່ ມໍລະດົກໂລກ ກຳແພງພະລາຊະວັງ ທັງລອງ. ພາບ: ແຄ໋ງລອງ/VNP

ທ່ານ​ນາງ Stella Ciorra ປະທານ​ສະມາຄົມເພື່ອນມິດ ຂອງມໍລະ ດົກ ​ຫວຽດນາມ (Friends of Vietnam Heritage - FVH) ໄດ້​ດຳ ລົງ​ຊີວິດ​ຢູ່ ​ຮ່າ​ໂນ້ຍ ​ເປັນ​ເວລາ 25 ປີ​ແລ້ວ ​ໃຫ້​ຮູ້​ວ່າ ຕົວທ່ານນາງ​ ມີຄວາມຮັກກັບ ຮ່າ​ໂນ້ຍ ​ແລະ ຮັກ​ແພງ​ຜູ້​ຄົນເມືອງຫຼວງ ​ທີ່ເປັນມິດ ແລະ ຮັກແຂກແພງຄົນ, ມັກເສັ້ນທາງ​ຫຼາຍສາຍທີ່ມີຮົ່ມເຢັນ ຂອງ ຕົ້ນໄມ້ ແລະ ພິເສດແມ່ນບັນດາມໍ​ລະ​ດົກ ທີ່ເຂັ້ມຂົ້ນໄປດ້ວຍ ລັກ ສະນະ ມະນຸດສະທຳ ແລະ ປະ​ຫວັດ​ສາດ​ ຂອງ​ຊາວ​ ຮ່າ​ໂນ້ຍ. ດ້ວຍ ເຫດນັ້ນ, ເພື່ອເຜີຍແຜ່ພາບພົດ “ຮ່າໂນ້ຍ- ແຫຼ່ງທ່ອງທ່ຽວ ມໍລະດົກ ຫວຽດນາມ” ເຖິງເພື່ອນມິດສາກົນ, ແຕ່ລະປີ FVH ໄດ້ ຈັດຕັ້ງທົວ ທ່ອງທ່ຽວ ຍ່າງຄົ້ນພົບມໍລະດົກ ຮ່າໂນ້ຍ ປະມານ 40 ທົວ ເພື່ອໃຫ້ ນັກທ່ອງທ່ຽວ ຕ່າງປະເທດ ມີໂອກາດໄດ້ຄົ້ນພົບຄວາມງາມ ມໍລະ ດົກ ຂອງ ນະຄອນຫຼວງ.


ບໍ່​ພຽງ​ແຕ່​ ທ່ານ​ນາງ Stella Ciorra ​ເທົ່າ​ນັ້ນ, ທ່ານ Emmanuel Cerise, ຜູ້ອຳນວຍການ ​ອົງການ​ ສະໜັບສະໜູນ ການ​ຮ່ວມ​ມື​ສາກົນ ​ພາກ​ພື້ນ ປາຣີ ປະຈຳ ຫວຽດນາມ (Paris Région Expertise-ຫວຽດ ນາມ-PRX-ຫວຽດນາມ), ນັກສະຖາປະນິກ​ ຜູ້​ມັກຮັກ ​ວັດທະນະທຳ ​ຮ່າ​ໂນ້ຍ, ໃຊ້​ຊີວິດ​ຢູ່​ ຮ່າ​ໂນ້ຍ ​ເກືອບ 15 ປີແລ້ວ ​ແລະ ໄດ້ມີການປະ ກອບສ່ວນ​ຫຼາຍ​ຢ່າງ ​ໃນ​ການ​ໜູນ​ຊ່ວຍ ຮ່າ​ໂນ້ຍ ບູລະນະ ​ແລະ ປະຕິສັງຂອນ ເຮືອນວິນລາ ຝຣັ່ງ ບູຮານ ໄດ້​ແບ່ງປັນ​ວ່າ: “​ເຮືອນ​ວິນ​ລາ​ ​ຝຣັ່ງ ບູຮານ ​ໄດ້​ປະກອບສ່ວນ​ ຟື້ນຊີບຄືນໃໝ່ ຂີດໝາຍປະຫວັດ ສາດ, ວັດທະນະທຳ ​ແລະ ສະຖາປັດຕະຍະກຳ​ ຂອງ ​ຮ່າ​ໂນ້ຍ ​ໃນ​ເມື່ອ​ກ່ອນ. ບັນດາ​ກິດຈະການທີ່​ຊາວ ​ຝຣັ່ງ ປະໄວ້ຢູ່ ຮ່າໂນ້ຍ ຄື ເຮືອນວິນລາ ເລກທີ 49 ຖະໜົນ ເຈິ່ນຮຶງດ້າວ, ໂຮງມະໂຫລະສົບ, ຂົວ ລອງບຽນ... ມີຄວາມ​ໃກ້ຊິດ ​ແລະ ຄ້າຍຄື​ກັນ ​ຂອງ​ສອງພື້ນຖານ​ວັດທະນະທຳ ຝຣັ່ງ-ຫວຽດນາມ. ບັນດາ​ຜົນງານ​ດັ່ງກ່າວ​ແມ່ນ ​ມໍລະ ດົກ​ວັດທະນະທຳ ​ພິ​ເສດ ​ທີ່​ຕ້ອງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ ​ແລະ ສ້ອມ​ແປງ, ບໍ່​ພຽງ​ແຕ່​ໃຫ້​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ ​ທີ່​ມີ​ລັກສະ ນະ ​ປະຫວັດສາດ ​ເທົ່າ​ນັ້ນ, ແຕ່​ຍັງ​ແມ່ນ​ພື້ນ​ທີ່​ວັດທະນະທຳ​ແຫ່ງການ​ປະດິດສ້າງ, ສາມາດຈັດງານ​ວາງສະ​ແດງ​ຮູບ​ແຕ້ມ ​ແລະ ທົວ​ທ່ອງ​ທ່ຽວ ​ດ້ານ​ສິລະ​ປະ ຫຼື ກິດຈະກຳທີ່ີມີລັກສະນະຊຸມຊົນອີກດ້ວຍ...”.  



ນອກຈາກ​ນັ້ນ, ຮ່າ​ໂນ້ຍ ຍັງ​ແມ່ນ​ບ່ອນ​ເຕົ້າ​ໂຮມ ​ຂອງ​ ງານ​ບຸນ​ວັດ ທະນະທຳ, ຄວາມເຊື່ອຖື ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ​ດຶງ​ດູດ​ໃຈ​ຫຼາຍ​ພັນ​ແຫ່ງ​ເຊັ່ນ: ​ບຸນ ໂກລວາ (​ເມືອງ ໂດງ​ແອງ), ບຸນ​ວັດ ເຮືອງ (ເມືອງ ໝີ໊ດຶກ), ບຸນ ໂດ໋ງດາ (ເມືອງ ໂດ໋ງ​ດາ), ​ບຸນ​ວັດ ​ໄຖ່ (ເມືອງ ກວັກອວາຍ), ​ບຸນວັດ ໄຕເຟືອງ (ເມືອງ ແຖັກເຖິດ), ​ບຸນ​ວັດ ຈຳຢານ (ເມືອງ ເຈືອງມີ໊)...  

ນອກຈາກນັ້ນ, ເມື່ອກ່າວເຖິງ ຮ່າໂນ້ຍ ຈະບໍ່ຄວນພາດ ບັນດາ ຮ່ອງ ຮອຍປະຫວັດສາດ ແລະ ມໍລະດົກ ທີ່ມີຊື່ສຽງລະດັບຊາດ ຄື: ໜອງ ຮວ່ານກ໋ຽມ, ວັນມ໋ຽວ-ກວັກຕືຢາມ, ວັດ ເສົາດຽວ, ວັດ ເຈິ໋ນກວັກ, ວັດ ກວ໋ານຊື໋, ວິຫານ ວອຍຟຸກ, ວິຫານ ແບັກມ໊າ, ວິຫານ ກວ໋ານ ແທ໋ງ, ທາດເຕົ້າ-ວິຫານ ຫງອກເຊີນ, ວັດ ເຮືອງ, ວັດ ໄຕເຟືອງ, ວັດ ໄຖ່, ປູສະນີຍະສະຖານ ກຳແພງ ໂກລວາ, ເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ...

ນອກຈາກ​ນັ້ນ, ຮ່າ​ໂນ້ຍ ຍັງ​ແມ່ນ​ບ່ອນ​ເຕົ້າ​ໂຮມ ​ຂອງ​ ງານ​ບຸນ​ວັດ ທະນະທຳ, ຄວາມເຊື່ອຖື ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ​ດຶງ​ດູດ​ໃຈ​ຫຼາຍ​ພັນ​ແຫ່ງ​ເຊັ່ນ: ​ບຸນ ໂກລວາ (​ເມືອງ ໂດງ​ແອງ), ບຸນ​ວັດ ເຮືອງ (ເມືອງ ໝີ໊ດຶກ), ບຸນ ໂດ໋ງດາ (ເມືອງ ໂດ໋ງ​ດາ), ​ບຸນ​ວັດ ​ໄຖ່ (ເມືອງ ກວັກອວາຍ), ​ບຸນວັດ ໄຕເຟືອງ (ເມືອງ ແຖັກເຖິດ), ​ບຸນ​ວັດ ຈຳຢານ (ເມືອງ ເຈືອງມີ໊)...; ບັນດາຮູບການສິລະປະ, ການສະແດງ ຂັບລຳ ພື້ນເມືອງ ແລະ ມູນເຊື້ອເຊັ່ນ: ຮູບແຕ້ມ ຮ່າງຈົ໋ງ, ກາຈູ່, ຂັບເສີ໊ມ, ຂັບ ວັນ, ຫຸ່ນກະບອກນໍ້າ, ຫຸ່ນເທິງບົກ, ຂັບແຈ່ວ “ເຕົ່າ”, ວາດຟ້ອນ ຈົ໋ງກວນ, ວາດຟ້ອນຕີ ກອງ “ບົ່ງ”, ວາດຟ້ອນລຳ ອ໊າຍລາວ..; ບັນ ດາອາຊີບຫັດຖະກຳມູນເຊື້ອ ທີ່ມີຊື່ສຽງເຊັ່ນ: ຕໍ່າຜ້າໄໝ ວ້ານ​ຟຸກ, ຫຼໍ່ທອງ ຫງູ໊ສາ, ​ເຄື່ອງ​ປັ້ນດິນ​ເຜົາ ​ບາດ​ຈ່າງ, ​ສີຂັດມັນ ຫ້າຖ໋າຍ...; ​ແລະ ບັນດາ​ເຍື່ອງ​ອາຫານ​ທີ່​ມີ​ຊື່​ສຽງໂດ່ງດັງ ​ນັບ​ບໍ່​ຖ້ວນ ​​ໃນຄັງສົມ ບັດດ້ານອາຫານການກິນ ຂອງ ຫວຽດນາມ ​ເຊັ່ນ: ເຂົ້າ​ເໝົ້າ​ໝູ່​ບ້ານ​ ວ່ອງ, ເຝີ ຮ່າ​ໂນ້ຍ, ເຂົ້າປຸ້ນ ຊີ້ນປີ້ງ, ເຂົ້າປຸ້ນ “ທາງ”, ເຂົ້າປຸ້ນ ຫອຍ, ​“ແບ໋ງກວ໊ນ” ແທງຈີ່ີ, ຈ໊າກ໋າ ຫຼ໊າວ້ອງ, ເຂົ້າໜົມກຸ້ງໂຮ່ໄຕ,…

 


ເດືອນ ກັນຍາ 2024, ໃນພິທີ ມອບລາງວັນ ທ່ອງທ່ຽວໂລກ, ພາກ ພື້ນ ອາຊີ ແລະ​ ​ໂອ​ເຊຍ​ເນຍ ຈັດຂຶ້ນຢູ່ປະເທດ ຟີລິບປິນ, ຮ່າໂນ້ຍ ຮັບກຽດ ໄດ້ຮັບລາງວັນ “ຈຸດໝາຍປາຍທາງ ວັດທະນະທຳ ແຖວໜ້າ ຂອງ ຫວຽດນາມ” ​ແລະ ​ໃນ​ພິທີ​ມອບ​ລາງວັນ​ນີ້, ຮ່າ​ໂນ້ຍ ໄດ້​ຮັບ​ລາງ ວັນ “ຈຸດໝາຍ​ປາຍທາງ ທ່ອງທ່ຽວ​ນະຄອນ​ ແຖວ​ໜ້າ ​ຂອງ ​ອາຊີ” ​ເປັນ​ຄັ້ງ​ທີ 3. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ຮ່າ​ໂນ້ຍ ມີພະລັງດຶງດູດ ເປັນພິ​ເສດ, ​ໃນ​ນັ້ນ​ມີການປະສານສົມທົບ ແລະ ​ເຜີຍ​ແຜ່​ ຂອງ ບັນດາ​ຄຸນຄ່າ​ວັດທະນະທຳ ​ແລະ ມໍລະດົກ​ ຂອງ​ ນະຄອນຫຼວງ ​ທີີ່ມີ​ອາ​ລະ​ຍະ​ທຳນັບພັນ​ປີ.

ເພື່ອ​​ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ​ທ່າ​ແຮງ​ ທີ່​ມີ​ຢູ່ ແລ້ວ ​ໃນການ​ສ້າງ​ກຳລັງ​ແຮງ ​ໃຫ້​ແກ່ ​ພັດທະນາດ້ານ​ການທ່ອງທ່ຽວ, ​ໃນ​ປີ 2024, ພະແນກ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ​ໄດ້​ສຸມ​ໃສ່​ວາງ​ແຜນ​ກຳນົດ, ລົງ ທຶນ, ອະນຸລັກ​ຮັກສາ, ປະຕິສັງຂອນ ​ຮ່ອງຮອຍປະຫວັດສາດ ​​ຕິດ​ພັນ​ກັບເສີມຂະຫຍາຍ​ຄຸນຄ່າມໍລະດົກ, ໃນນັ້ນ ສຸມ​ໃສ່ ບັນດາ​ໂຄງການ​ສຳຄັນ​ຄື: ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ​ໂກ໊ລວາ, ​ກຳແພງພະລາຊະວັງ  ທັງ​ລອງ, ພັດ​ທະ​ນາ​ໝູ່​ບ້ານ​ຫັດ​ຖະ​ກຳ​ ປະສານສົມທົບ​ກັບ​ການ​ທ່ອງ​ທ່ຽວ… ເພື່ອ​ສ້າງ​ຄ່າຄອງຊີບ​ແບບ​ຍືນ​ຍົງ​ ໃຫ້​ແກ່​ປະ​ຊາ​ຊົນ ທັງເຜີຍ​ແຜ່ ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ ທີ່​ພົ້ນ​ເດັ່ນ ​ຂອງ​ ຮ່າ​ໂນ້ຍ.

 

ງານສະແດງສິລະປະ ຢູ່ຖະໜົນຄົນຍ່າງ ທີ່ໜອງ ຮວ່ານກ໋ຽນ. ພາບ: ແທງຢາງ/VNP 

ວາດຟ້ອນ “ສາວກະແດະ ຕີກອງບົ່ງ” ແມ່ນວາດຟ້ອນບູຮານ ຂອງ ແຖບດິນ ທັງລອງ. ພາບ: ແທງຢາງ/VNP

 

ພິ​ເສດ, ​ການເສີມຂະຫຍາຍທ່າແຮງ ຂອງ ​ເຂດ​ຄຸ້ມເມືອງ​ເກົ່າ, ​ບ່ອນ ​​ຖື​ວ່າ ເປັນ “ຫໍພິພິທະ​ພັນ ​ມີ​ຊີວິດ” ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະ ນາ ​ທັງ​ລອງ-ຮ່າ​ໂນ້ຍ ຖື​ວ່າ ​ເປັນ​ບຸລິມະສິດ ​ໃນ​ແຜນຍຸດ​ທະ​ສາດ ​ພັດ ທະນາ​ເສດຖະກິດ ​ແລະ ທ່ອງ​ທ່ຽວ​ຂອງນະຄອນຫຼວງ. ເພາະສະ​ນັ້ນ, ​ໄດ້​ມີ​ການ​ເຄື່ອນ​ໄຫວ​ໂຄສະນາ, ທ່ອງ​ທ່ຽວ​ຫຼາຍ​ຢ່າງ ໄດ້​ລົງທຶນ​ຢູ່​ເຂດ​ທ່ອງທ່ຽວເຊັ່ນ: ຖະໜົນ​ຄົນ​ຍ່າງ ​ໜອງ​ ຮ່ວານ​ກ໋ຽມ, ຕະຫຼາດ​ກາງຄືນ ຢູ່ ຄຸ້ມ​ເມືອງ​ເກົ່າ, ການທ່ອງທ່ຽວ ​ຄົ້ນ​ພົບ​ອາຊີບ​ ​ຂາຍ​ຢາ ພື້ນເມືອງ ​ຢູ່​ຖະໜົນ ລ້ານອົງ, ​ກິດຈະກຳ​ສິລະ​ປະ​ພື້ນ​ເມືອງ ​ຢູ່​ສູນ ສິລະປະ ​ວັດທະນະທຳ ​​ຢູ່ ເຮືອນເລກທີ 22 ຖະໜົນ ຮ່າງບ່ວມ... ບັນ ດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ບໍ່​ພຽງ​ແຕ່​ຊ່ວຍ ອະນຸລັກ​ຮັກສາ ​ມໍລະ ດົກ ​ຂອງ ຄຸ້ມ​ເມືອງ​ເກົ່າເທ່ົານັ້ນ, ແຕ່ຍັງຮັກສາ, ​ເສີມ​ຂະຫຍາຍ ບັນ ດາຄຸນຄ່າດ້ານວັດທະນະທຳ, ຊີວິດ ແລະ ແບບແຜນການດຳເນີີນ ຊີວິດ ທີ່​ມີ​ມາ​ແຕ່​ດົນ​ນານ​ ຂອງ​ຊາວ​ ຮ່າ​ໂນ້ຍ ອີກດ້ວຍ.

ດ້ວຍການວາງແຜນຜັງ, ການລົງທຶນແບບຍືນຍົງ ແລະ ມີວິໄສທັດ ອັນກ້ວາງຂວາງ ເລິກເຊິ່ງ ກ່ຽວກັບລະບົບມໍລະດົກ, ຮ່າໂນ້ຍ ຈະສືບ ຕໍ່ ເປັນສູນກາງ ການທ່ອງທ່ຽວ ວັດທະນະທຳແຖວໜ້າ ຂອງປະເທດ ແລະ ພາກພື້ນ, ດຶງດູດນັກທ່ອງທ່ຽວສາກົນ ເປັນຈຳນວນຫຼວງຫຼາຍ. ໃນປີ 2024 ນີ້, ຮ່າ​ໂນ້ຍ ​ຈະຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ, 25 ປີ​ແຫ່ງ​ວັນ​ໄດ້​ຮັບ​ກຽດ​ຈາກ UNESCO ​ເປັນ “ນະຄອນ ແຫ່ງ ສັນຕິພາບ”, ອຸດສາຫະກຳ ທ່ອງທ່ຽວ ​ນະຄອນຫຼວງ ຄາດ​ວ່າ ​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 27 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ ​ສາກົນ 5,5 ລ້ານ​ເທື່ອ​ຄົນ. ຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ ຄາດ​ວ່າ ຈະບັນລຸ 109 ພັນຕື້​ດົ່ງ.

ນັກທ່ອງທ່ຽວ ສຳຫຼວດອາຊີບ ຜະລິດເຄື່ອງເງິນ ຢູ່ ຄຸ້ມເມືອງເກົ່າ ຮ່າງບາກ. ພາບ: ເອກະສານ VNP

ກ່າວ​ຄຳ​ເຫັນ ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ທ່່າແຮງ​ດ້ານ​ມໍລະດົກ ຂອງ ​ຮ່າ​ໂນ້ຍ, ທ່ານ Jonathan Baker, ຫົວໜ້າ​ຜູ້ ຕາງໜ້າ UNESCO ປະຈຳ ຫວຽດນາມ ​ເນັ້ນ​ໜັກ​ວ່າ: “ການ​ປ່ຽນ​ແປງ​ ຂອງ​ ຮ່າ​ໂນ້ຍ ​ແມ່ນຢູ່ບັນດາ​ຈຸດໝາຍ​ປາຍທາງ ​ວັດທະນະທຳ ມໍລະດົກ ໄດ້ແຜ່ກະຈາຍ ແລະ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ ຈາກ​ທົ່ວທຸກ ສາລະທິດ ເຕົ້າໂຮມມາຍັງ ​ຮ່າ​ໂນ້ຍ. UNESCO ຍາມ​ໃດ​ກໍ່ຮ່ວມ ເດີນທາງ ແລະ ​ສະໜັບສະໜູນ​​ ຮ່າ​ໂນ້ຍ ​ໃນບັນດາວິທີການ​ແກ້​ໄຂ​ຄວາມ​ດຸ່ນດ່ຽງ​ ລະຫວ່າງ​ການ​ອະນຸລັກຮັກສາ​ມໍລະດົກ ​ແລະ ພັດທະ ນາ​ເສດຖະກິດ-ສັງຄົມ, ​ເພີ່ມການລ້ຽງຊີບ ຂອງ​ ຊຸມຊົນ​ທ້ອງ​ຖິ່ນ ທີ່ ໃກ້ກັບ​ເຂດ​ມໍລະດົກ”.

ບົດ: ບິກເວິນ - ພາບ: ເຕິດເຊີນ, ແທງຢາງ, ກົງດາດ, ຈິ້ງໂບ້, ແຄ໋ງລອງ, ຢາງຮຸຍ ແລະ ເອກະສານ VNP - ແປໂດຍ: ບິກລຽນ


Top