ນະຄອນ ໂຮ່ຈີມິນ - ຂີດໝາຍແຫ່ງການພັດທະນາ ເຄິ່ງສະຕະວັດ
ເຄິ່ງສະຕະວັດ ນັບຕັ້ງແຕ່ໄດ້ໃສ່ຊື່ຢ່າງເປັນທາງການ ຕາມຊື່ ຂອງ ປະທານ ໂຮ່ຈີມິນ, ເມືອງທີ່ໃຫຍ່ທີ່ສຸດ ຂອງ ຫວຽດນາມໄດ້ຜ່ານຜ່າ ເສັ້ນທາງ ແຫ່ງການພັດທະນາ ທີ່ໜ້າປະທັບໃຈຢ່າງຫຼວງຫຼາຍ. ຈາກ ຄວາມຍາກລໍາບາກ ໃນຍຸກຫຼັງສົງຄາມ, ນະຄອນ ໂຮ່ຈີມິນ ໄດ້ ຄ່ອຍໆ ຢືນຢັນ ບົດບາດຂອງຕົນ ໃນຖານະເປັນສູນກາງ ທາງດ້ານ ເສດຖະກິດ, ເປັນມະຫານະຄອນ ທີ່ທັນສະໄໝ, ຫ້າວຫັນ ແລະ ເຕັມໄປດ້ວຍພະລັງຊີວິດ, ເປັນໜຶ່ງໃນສັນຍາລັກ ທີ່ໂດດເດັ່ນ ໃຫ້ແກ່ຂະບວນການ ປ່ຽນແປງໃໝ່ ແລະ ການເຊື່ອມໂຍງເຂົ້າກັບສາກົນ...
ອາດຫານຜ່ານຜ່າ ຄວາມຫຍຸ້ງຍາກ ແລະ ຄວາມມຸ່ງມາດ ປາດຖະໜາ ເປັນກຳລັງຫຼັກແຫຼ່ງ
ໃນວັນທີ 02 ກໍລະກົດ 1976, ຢູ່ທີ່ກອງປະຊຸມຄັ້ງປະຖົມມະລືກ ຂອງ ສະພາແຫ່ງຊາດ ຊຸດທີ VI, ສະພາແຫ່ງຊາດ ຫວຽດນາມ ໄດ້ ຮັບຮອງເອົາມະຕິ ວ່າດ້ວຍການປ່ຽນຊື່ ນະຄອນ ໄຊງ່ອນ - ຢາດິ້ງ ມາເປັນ ນະຄອນ ໂຮ່ຈີມິນ. ການຕັດສິນໃຈ ທີ່ມີລັກສະນະ ປະຫວັດ ສາດນັ້ນ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງ ຄວາມຮັກແພງ, ຄວາມເຄົາ ລົບນັບຖື ຂອງປະຊາຊົນທົ່ວປະເທດ ທີ່ມີຕໍ່ ປະທານ ໂຮ່ຈີມິນ ເທົ່າ ນັ້ນ, ແຕ່ຍັງໄດ້ເປີດທາງ ການພັດທະນາໃໝ່ ໃຫ້ແກ່ຕົວເມືອງໃຫຍ່ ທີ່ສຸດ ຢູ່ພາກໃຕ້ ຫວຽດນາມ ອີກດ້ວຍ.
ໃນຊຸມປີທຳອິດ ພາຍຫຼັງປະເທດຊາດ ໄດ້ຮັບການທ້ອນໂຮມ ເປັນເອກະພາບ ແມ່ນໄລຍະເວລາ ທີ່ເຕັມໄປດ້ວຍ ສິ່ງທ້າທາຍ. ນະ ຄອນ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ນາໆ ປະການ ທາງດ້ານເສດຖະກິດ - ສັງຄົມ, ນັບແຕ່ ໄພເງິນເຟີ້, ການຂາດແຄນ ສິນ ຄ້າ, ການວ່າງງານ ຕະຫຼອດຮອດ ລະບົບ ພື້ນຖານໂຄງລ່າງ ທີ່ຍັງມີຂໍ້ຈຳກັດ ຫຼາຍຢ່າງ ຫຼັງສົງຄາມ. ເຖິງຢ່າງໃດກໍຕາມ, ໃນຍຸດທະສາດ ການພັດທະນາແຫ່ງຊາດ, ນະຄອນ ໂຮ່ຈີມິນ ຍາມໃດກໍໄດ້ ຮັບການກຳນົດ ຈາກ ພັກ - ລັດ ໃຫ້ເປັນຫົວຈັກຂັບເຄື່ອນເສດຖະກິດໃຫຍ່ທີ່ສຸດ, ຮັກສາບົດບາດ ເປັນພະລັງແຮງເຕີບໂຕ ຂອງປະເທດຊາດ. ເມື່ອຫວນຄືນ ໃນເຄິ່ງສະຕະວັດ, ນໍ້າໃຈບຸກບືນ ຜ່ານຜ່າ ຄວາມ ຫຍຸ້ງຍາກນັ້ນ ໄດ້ຫັນປ່ຽນ ກາຍເປັນ ແຫຼ່ງພະລັງງານ ອັນມະຫາ ສານ, ປ່ຽນແປງນະຄອນ ໃຫ້ກາຍເປັນ “ສະໜາມກໍ່ສ້າງ ຂະໜາດໃຫຍ່” ດ້ວຍບັນດາມະຫາໂຄງການ ລະດັບສາກົນ. ພົ້ນເດັ່ນໃນນັ້ນແມ່ນການກໍ່ສ້າງ ລະບົບເສັ້ນທາງ ວົງແຫວນທີ 3, ເສັ້ນທາງວົງແຫວນທີ 4 ເຊື່ອມຕໍ່ພາກພື້ນ, ເສັ້ນທາງດ່ວນ ນະຄອນ ໂຮ່ຈີມິນ - ມົກບ່າຍ (ແຂວງ ໄຕນິງ) ແລະ ພິເສດ ແມ່ນລະບົບເສັ້ນທາງລົດໄຟຟ້າໃຕ້ດິນ (Metro) ທີ່ທັນສະໄໝ.
ນະຄອນ ໂຮ່ຈີມິນ ພາຍຫຼັງການລວມຕົວ ມີເນື້ອທີ່ 6,772 ກມ2, ປະຊາກອນຫຼາຍກວ່າ 14 ລ້ານຄົນ ແລະ ມີກໍາລັງແຮງງານປະມານ 7.67 ລ້ານຄົນ. ນະຄອນ ໄດ້ຕັ້ງເປົ້າໝາຍຮອດປີ 2030 ຈະກາຍເປັນຕົວເມືອງທີ່ສິວິໄລ, ທັນສະໄໝ, ເປັນສູນກາງການປະດິດສ້າງໃໝ່ ທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ເຊື່ອມໂຍງ ເຂົ້າກັບສາກົນ ຢ່າງເລິກເຊິ່ງ; ພ້ອມທັງມີບົດບາດ ທີ່ໂດດເດັ່ນ ໃນພາກພື້ນອາຊີ ຕາເວັນອອກສ່ຽງໃຕ້. ວິໄສທັດ ຮອດ ປີ 2045 ແມ່ນສູ້ຊົນໃຫ້ຕິດໃນກຸ່ມ 100 ຕົວເມືອງທີ່ມີຄຸນນະພາບຊີວິດ ດີທີ່ສຸດໃນໂລກ, ກາຍເປັນສູນກາງເສດຖະກິດ - ການ ເງິນ - ການບໍລິການ - ການສຶກສາ - ການດູແລສຸຂະພາບ ຂອງ ອາຊີ, ເປັນຈຸດໝາຍປາຍທາງ ທີ່ດຶງດູດໃນລະດັບໂລກ; ພັດທະນາຢ່າງ ມີເອກະລັກ, ຍືນຍົງ ແລະ ອຸດົມສົມບູນໄປດ້ວຍເອກະລັກທາງວັດທະນະທຳ.
ເມື່ອເຂົ້າສູ່ໄລຍະປັດຈຸບັນ, ນະຄອນ ຍັງສືບຕໍ່ ສ້າງຂີດໝາຍທ່ີໂດດເດັ່ນຢ່າງຕໍ່ເນື່ອງ ດ້ວຍການຜັນຂະຫຍາຍ ບັນດາກົນໄກກຳນົດ ສະ ເພາະ ທ່ີໂດດເດັ່ນ ຕາມຂໍ້ກຳນົດ ຂອງ ສະພາແຫ່ງຊາດ, ເປີດທາງ ໃຫ້ແກ່ຮູບແບບການພັດທະນາ ຢ່າງກ້າວກະໂດດ ເຊັ່ນ: ເຄືອຂ່າຍ ຄົມມະນາຄົມ TOD (ການພັດທະນາຕົວເມືອງ ຕາມທິດທາງ ການຄົມມະນາຄົມ ສາທາລະນະ) ແລະ ການກຳນົດທິດທາງເສັ້ນທາງ ລົດໄຟຄວາມໄວສູງ ຈາກ ເບັ໋ນແທັ່ງ ໄປຫາ ເກິ່ນເຢີ່. ວິໄສທັດຍຸດທະສາດ ໃນໄລຍະຍາວ ຂອງ ນະຄອນ ໃນສັງກາດໃໝ່ ແມ່ນບໍ່ຢຸດຢູ່ທີ່ການຂະຫຍາຍ ພື້ນທີ່ ຕາມລວງຂວາງ ອີກແລ້ວ, ແຕ່ ມຸ່ງໄປສູ່ໂຄງສ້າງຕົວເມືອງ ອັດສະລິຍະ, ປັບຕົວຢ່າງຢືດຢຸ່ນ ກັບການປ່ຽນ ແປງ ຂອງ ດິນຟ້າອາກາດ ແລະ ການຫັນເປັນສີຂຽວ ຢ່າງຮອບດ້ານ.
ພິເສດ, ໃນວັນທີ 29 ເມສາ 2026, ນະຄອນ ໂຮ່ຈີມິນ ໄດ້ຈັດພິທີວາງສີລາລືກ ແລະ ເລີ່ມລົງມືກໍ່ສ້າງ 4 ໂຄງການ ຂະໜາດໃຫຍ່ ລວມມີ: ສະໜາມຫຼວງສູນກາງ ແລະ ສູນບໍລິຫານນະຄອນ ໂຮ່ຈີມິນ, ເສັ້ນທາງລົດໄຟ ທີ 2 ຊ່ວງ ເບັ໋ນແທັ່ງ - ຖູທຽມ, ເຂດຕົວເມືອງມະຫາວິທະຍາໄລ ສາກົນ, ໂຄງການ ສວນສາທາລະນະ ທັດສະນີຍະພາບ ເບັ໋ນຍ່າຣົ່ງ - ແຄ໋ງໂຮ້ຍ, ເປີດໂສມໜ້າໃໝ່ ໃຫ້ແກ່ມະຫານະຄອນ ທີ່ທັນສະໄໝ, ຫ້າວຫັນ ແລະ ເຕັມໄປດ້ວຍພະລັງຊີວິດ.
ກ່າວຄຳເຫັນໃນພິທີ ເລີ່ມລົງມືກໍ່ສ້າງ, ທ່ານ ຫງວຽນວັນເດືອກ - ປະ ທານຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ກ່າວວ່າ: “ບັນດາໂຄງການ ທີ່ໄດ້ຮັບການເລີ່ມລົງມືກໍ່ສ້າງ ແລະ ຜັນຂະຫຍາຍ ໃນມື້ນີ້ ຈະປະກອບສ່ວນກຳນົດທິດທາງ ໃຫ້ແກ່ມະຫານະຄອນ ລະດັບສາກົນ ແລະ ພາກພື້ນ; ຈະສ້າງພື້ນທີ່ ບໍລິຫານທີ່ທັນສະໄໝ, ໂປ່ງໃສ, ຮັບໃຊ້ປະຊາຊົນ ໃຫ້ດີກວ່າເກົ່າ; ເປີດລະບົບ ພື້ນຖານໂຄງລ່າງ ຄົມມະນາຄົມ ສາທາລະນະ ທີ່ມີລັກສະນະເຊື່ອມຕໍ່ ແລະ ນຳ ພາ; ສ້າງສະຖາບັນ ວັດທະນະທຳ ທີ່ປະສານສົມທົບຢ່າງກົມກຽວ ລະຫວ່າງ ການພັດທະນາ ຮ່ວມສະໄໝ ແລະ ອະນຸລັກຮັກສາ ບັນ ດາຄຸນຄ່າທາງປະຫວັດສາດ ແລະ ວັດທະນະທຳ”.
ມະຫານະຄອນ ທີ່ທັນສະໄໝ, ສີວິໄລ ແລະ ປ່ຽມລົ້ນໄປດ້ວຍ ນ້ຳໃຈມະນຸດສະທໍາ
ໃນການປະເມີນການປ່ຽນແປງ ຂອງ ຕົວເມືອງໃດໜຶ່ງ, ໂສມໜ້າ ພື້ນຖານໂຄງລ່າງ ແລະ ການຄົມມະນາຄົມ ຍາມໃດກໍແມ່ນໄມ້ຫຼາ ວັດແທກ ທ່ີຈະແຈ້ງທີ່ສຸດ. ພາຍຫຼັງເຄິ່ງສະຕະວັດ ໄດ້ຮັບກຽດໃສ່ຊື່ລຸງ ໂຮ່, ນະຄອນ ໂຮ່ຈີມິນ ໄດ້ມີການຫັນປ່ຽນຢ່າງແຂງແຮງ ຈາກຕົວເມືອງແບບເກົ່າ ທີ່ໜາແໜ້ນ, ຄັບແຄບ ແລະ ອົບເອົ້າ ມາເປັນ “ມະຫານະຄອນ” ທ່ີທັນສະໄໝ, ຂະຫຍັນຂັນເຄື່ອນ ອັນດັບໜຶ່ງ ຂອງ ປະເທດ ດ້ວຍບັນດາ ຕຶກອາຄານສູງສຽບຟ້າ, ຖະໜົນໃຫຍ່ ທ່ີກວ້າງຂວາງ ແລະ ບັນດາຂົວ ທີ່ມີສະຖາປັດຕະຍະກຳ ທ່ີເປັນເອກະ ລັກ ເຊື່ອມຕໍ່ ສອງຝັ່ງແມ່ນ້ຳ ໄຊງ່ອນ.
ຫຼັກຖານຢັ້ງຢືນ ຈະແຈ້ງທີ່ສຸດ ໃຫ້ແກ່ການບຸກທະລຸນີ້ ແມ່ນບັນດາສັນຍະລັກ ທາງດ້ານສະຖາປັດຕະຍະກຳ ທີ່ບັນທຶກຂີດໝາຍ ແຫ່ງ ສະຕະວັດ ຂອງນະຄອນ ຜ່ານບັນດາໄລຍະ ເຊັ່ນ: ຕຶກອາຄານການ ເງິນ Bitexco Financial Tower ທີ່ມີຮູບຮ່າງ ຄືດັ່ງ ດອກບົວຈູມ, ແມ່ນສັນຍະລັກ ໃຫ້ແກ່ ຄວາມມຸ່ງມາດ ປາດຖະໜາ ຢາກກ້າວຂຶ້ນໃນຊຸມປີທຳອິດ ແຫ່ງການປ່ຽນແປງໃໝ່; ຕຶກ Landmark 81, ແມ່ນໜຶ່ງໃນອາຄານສູງທີ່ສຸດໃນໂລກ, ເປັນຕົວແທນໃຫ້ແກ່ຄວາມມຸ່ງໝັ້ນ, ພະລັງແຮງ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງ ຫວຽດນາມ ທີ່ທັນສະໄໝ.
ຂີດໝາຍ ຂອງ ຂະບວນວິວັດແຫ່ງການພັດທະນາ ໄດ້ຮັບການ ສະ ແດງອອກ ຢ່າງຈະແຈ້ງ ຢູ່ບົນລະບົບພື້ນຖານໂຄງລ່າງ ຄົມມະນາ ຄົມ ທີ່ນັບມື້ນັບທັນສະໄໝ. ດ້ວຍເສັ້ນທາງບົກກວ່າ 4.000 ກມ ຄຽງ ຄູ່ກັບຂົວນ້ອຍໃຫຍ່ ນັບຮ້ອຍໆແຫ່ງ, ນະຄອນ ໂຮ່ຈີມິນ ໄດ້ຂະ ຫຍາຍພື້ນທີ່ຕົວເມືອງ ແລະ ຍົກສູງຄວາມສາມາດ ໃນການເຊື່ອມຕໍ່ ເທື່ອລະກ້າວ. ຫຼາຍກິດຈະການ ເຊັ່ນ: ຖະໜົນໃຫຍ່ ຫວໍວັນກຽດ (ຕາເວັນອອກ - ຕາເວັນຕົກ), ຖະໜົນໃຫຍ່ ຫງວຽນວັນລິງ, ຖະໜົນ ໃຫຍ່ ຟ້າມວັນດົ່ງ, ເສັ້ນທາງ ດ້ຽນບຽນຝູ, ອຸມົງລອດພື້ນ ແມ່ນ້ຳ ຖູ ທຽມ, ຂົວ ບາຊອນ ຫຼື ຂົວ ຟູໝີ໊ ໄດ້ກາຍເປັນຂີດໝາຍທີ່ ຄຸ້ນເຄີຍ ໃນຊີວິດຕົວເມືອງ.
ພິເສດ, ເສັ້ນທາງລົດໄຟຟ້າໃຕ້ດິນ Metro ທີ 1 ເບັ໋ນແທັ່ງ - ສວຍຕຽນ ໝາຍເຖິງບາດກ້າວຫັນປ່ຽນອັນສຳຄັນ ໃນຂະບວນວິວັດ ແຫ່ງການຫັນເປັນທັນສະໄໝ ດ້ານຄົມມະນາຄົມ ສາທາລະນະ. ບໍ່ພຽງແຕ່ຫຍໍ້ເວລາໃນການໄປມາ ເທົ່ານັ້ນ, ເສັ້ນທາງລົດໄຟຟ້າໃຕ້ດິນ ສາຍທຳອິດ ຂອງ ນະຄອນ ຍັງປະກອບສ່ວນ ສ້າງເປັນ ແບບແຜນດຳລົງຊີວິດຕົວເມືອງແບບໃໝ່, ທີ່ມີຄວາມສີວິໄລ ແລະ ເປັນມິດຕໍ່ສິ່ງແວດລ້ອມ.
ຄຽງຄູ່ໄປກັບການພັດທະນາພື້ນຖານໂຄງລ່າງ, ນະຄອນ ໂຮ່ຈີມິນ ຍັງໄດ້ສະຫງວນແຫຼ່ງກຳລັງ ເປັນຈຳນວນຫຼວງຫຼາຍ ໃຫ້ແກ່ການ ປະ ຕິຮູບຄອງເໝືອງ, ປັບປຸງໂສມໜ້າຕົວເມືອງ, ຍົກຍ້າຍເຮືອນຢູ່ຊົ່ວ ຄາວ ຢູ່ແຄມແມ່ນ້ຳ ແລະ ຂະຫຍາຍພື້ນທີ່ສີຂຽວຕ່າງໆ. ບັນດາ ຄວາມພະຍາຍາມເຫຼົ່ານີ້ ໄດ້ສະທ້ອນໃຫ້ເຫັນເຖິງ ທິດທາງ ການ ພັດທະນາຢ່າງຍືນຍົງ, ໂດຍຖືເອົາຄຸນນະພາບຊີວິດການເປັນຢູ່ ຂອງ ປະຊາຊົນ ເປັນໃຈກາງ.
ແຮງກະຕຸ້ນໃໝ່ ໃຫ້ແກ່ອະນາຄົດ ແມ່ນມາຈາກການຂະຫຍາຍ ພື້ນ ທີ່ການພັດທະນາ ໂດຍຜ່ານການໂຮມເຂົ້າກັນ ແຂວງ ບິ່ງເຢືອງ ແລະ ແຂວງ ບ່າເຣ້ຍ - ຫວຸງເຕົ່າ ນັບຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນມາ. ດ້ວຍຂະໜາດໃໝ່ນີ້, ນະຄອນ ຄາດຫວັງວ່າ ຈະກາຍເປັນມະຫານະຄອນ ທ່ີມີຫຼາຍສູນກາງ, ເປັນຂົ້ວການເຕີບໂຕທ່ີໂດດເດັ່ນ, ແມ່ນສູນກາງເສດຖະກິດ, ການເງິນ, ວິທະຍາສາດ - ເຕັກໂນໂລຊີ, Logistics ອັດສະລິຍະ, ເສດຖະກິດ ດີຈີຕອນ ແລະ ເສດຖະກິດສີຂຽວຊັ້ນນຳ ຂອງພາກພື້ນ ອາຊີ.
ບັນດາການປ່ຽນແປງເຫຼົ່ານັ້ນ ບໍ່ພຽງແຕ່ສະແດງອອກ ຜ່ານບັນດາ ສິ່ງກໍ່ສ້າງທີ່ທັນສະໄໝເທົ່ານັ້ນ, ແຕ່ຍັງສາມາດຮັບຮູ້ໄດ້ ຢ່າງຈະ ແຈ້ງ ໃນຈັງຫວະຊີວິດ ປະຈຳວັນ ຂອງ ປະຊາຊົນ. ເວລານັ່ງ ຢູ່ໃນ ຮ້ານກາເຟແຄມແມ່ນ້ຳ ໄຊງ່ອນ, ແນມສາຍຕາ ໄປທາງ ເຂດໃຈ ກາງ ທີ່ພວມມີການປ່ຽນແປງໃໝ່ ຢ່າງບໍ່ຢຸດຢັ້ງ, ທ່ານ ຫງວຽນວັນ ຫາຍ (ອາຍຸ 75 ປີ), ຜູ້ທີ່ໄດ້ຜູກພັນກັບນະຄອນ ມາຕັ້ງແຕ່ ກ່ອນປີ 1975, ໄດ້ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ: “ຖ້າຫາກໃຜເຄີຍ ດຳລົງຊີວິດ ຢູ່ນະຄອນແຫ່ງນີ້ ໃນຊຸມມື້ທຳອິດ ພາຍຫຼັງ ປີ 1975 ມາຮອດປັດຈຸບັນ ຈຶ່ງຈະສາມາດຮັບຮູ້ ໄດ້ເຖິງ ຄຸນຄ່າ ທັງໝົດ ຂອງ ການປ່ຽນແປງ ໃນມື້ນີ້. ຊີວິດການເປັນຢູ່ ທາງດ້ານ ວັດຖຸ ປັດຈຸບັນ ແມ່ນຮັ່ງມີດີຂຶ້ນກວ່າ ແຕ່ກ່ອນຫຼາຍ, ໂອກາດການ ມີວຽກເຮັດງານ ທຳ ກໍເປີດກວ້າງກວ່າ. ຊີວິດການເປັນຢູ່ ທາງດ້ານຈິດໃຈ ນັບມື້ນັບ ອຸດົມສົມບູນ ແລະ ຫຼາກຫຼາຍສີສັນ. ນະຄອນບໍ່ພຽງແຕ່ຮັ່ງມີ, ທັນ ສະໄໝກວ່າເກົ່າເທົ່ານັ້ນ, ແຕ່ຍັງຄົງຮັກສາໄວ້ຢ່າງຄົບຖ້ວນ ເຖິງ ຄວາມຜູກພັນຮັກໄຄ່, ຄວາມໂອບເອື້ອອາລີ ແລະ ຄວາມຮັກແພງແຂກຄົນ. ໄດ້ດຳລົງຊີວິດ ແລະ ເປັນສັກຂີພິ ຍານ 50 ປີ ແຫ່ງການປ່ຽນແປງໃໝ່ ຂອງ ນະຄອນ, ຂ້າພະເຈົ້າຮູ້ສຶກວ່າ ຕົນເອງເປັນຜູ້ໂຊກດີ ແລະ ພາກພູມໃຈ ເປັນຢ່າງຍິ່ງ!”.
ເຄິ່ງສະຕະວັດທີ່ ໄດ້ຮັບການຕັ້ງຊື່ ປະທານ ໂຮ່ຈີມິນ, ນະຄອນແຫ່ງ ນີ້ພວມ ແລະ ກຳລັງສືບຕໍ່ຂຽນໜ້າປະຫວັດສາດ ດ້ວຍຄວາມຫານກ້າ, ສະຕິປັນຍາ ແລະ ຄວາມມຸ່ງຫວັງ ທີ່ຈະກ້າວໄກຢ່າງບໍ່ຢຸດຢັ້ງ. ບັນດາຮາກຖານໂຄງລ່າງພື້ນຖານ ທີ່ໝັ້ນຄົງ ເຊິ່ງໄດ້ຮັບການກໍ່ສ້າງ ຂຶ້ນໃນວັນນີ້ ຄືຄຳຢືນຢັນອັນໜັກແໜ້ນ ໃຫ້ແກ່ອະນາຄົດ ທ່ີສະ ຫວ່າງສະໄຫວ ຂອງ ມະຫານະຄອນ ໂຮ່ຈີມິນ - ເຊິ່ງເປັນຫົວໃຈທາງດ້ານ ເສດຖະກິດ, ນະວັດຕະກຳ ແລະ ຄວາມຄິດສ້າງສັນ ຂອງ ປະເທດ.
ບົດ: ເຊີນເຫງ໊ຍ - ພາບ: ເລມິງ, ຫງວຽນລວນ, ທົງຫາຍ/VNP,
ເຈິ່ນເຖ໋ຟອງ, ຢາງເຊີນດົງ, ເຈິ່ນເລຮຸຍ ແລະ VNA


















