ນະຄອນ ຖູດຶກ - ກຳລັງແຮງຊຸກຍູ້ ການພັດທະນາໃໝ່ ຂອງ ນະຄອນ ໂຮ່ຈີມິນ

ນະຄອນ ຖູດຶກ - ກຳລັງແຮງຊຸກຍູ້ ການພັດທະນາໃໝ່ ຂອງ ນະຄອນ ໂຮ່ຈີມິນ

ວັນທີ 1 ມັງກອນ 2021, ນະຄອນ ຖູດຶກ - ຕົວເມືອງ ທຳອິດ ຂອງ ນະຄອນ ໂຮ່ຈີມິນ ແລະ ຂອງທົ່ວປະເທດ ໄດ້ຮັບການສ້າງ ຕັ້ງຢ່າງເປັນທາງການ. ໃນແຜນຜັງ ແລະ ກຳນົດທິດພັດທະນາ, ຖູດຶກ ຈະກາຍເປັນເຂດເສດຖະກິດ ນຳໜ້າ ກ່ຽວກັບຂະແໜງ ການເສດຖະກິດ ພູມປັນຍາ, ມຸ່ງສູ່ກາຍເປັນຕົວເມືອງ ຫຼາຍຈຸດ ໃຈກາງ ໃນປີ 2040, ປະກອບສ່ວນ ສ້າງແຮງກະຕຸ້ນ ຊຸກຍູ້ ການພັດທະນາ ຂອງ ນະຄອນ ໂຮ່ຈີມິນ ແລະ ທົ່ວທັງພາກ ຕາເວັນອອກ ສ່ຽງໃຕ້.

ບາດກ້າວ​ຫັນປ່ຽນ​ ໃນ​ພື້ນຖານ​ໂຄງ​ລ່າງ

ເຊັ່ນດຽວກັບຊາວໜຸ່ມຫຼາຍຄົນຢູ່ແຂວງຕ່າງໆ ຢູ່ເຂດຊົນນະບົດ, ທ່ານ ຫງວຽນຊວນເຊີນ (ບ້ານເກີດຢູ່ແຂວງ ກວາງຫງ໊າຍ) ໄດ້ເລືອກນະຄອນ ໂຮ່ຈີມິນ ເປັນບ່ອນເພື່ອຄວາມກ້າວໜ້າ ແລະ ສ້າງອາຊີບ. ປີ 2007, ທ່ານ ເຊີນ ໄດ້ອອກຈາກບ້ານເກີດ ຂອງຕົນ ໄປຮຽນຢູ່ມະຫາວິທະຍາໄລ ນະຄອນ ໂຮ່ຈີມິນ ພາຍຫຼັງຮຽນຈົບ, ເພິ່ນໄດ້ເລືອກ ຖູດຶກ ເປັນ ບ້ານເກີດເມືອງນອນ ແຫ່ງທີ່ສອງ ເພື່ອ ການດຳລົງຊີວິດ ແລະ ເຮັດວຽກ ນັບແຕ່ນັ້ນ ມາຮອດປັດຈຸບັນ.

ກວ່າ 15 ປີແຫ່ງການສະໜິດຕິດພັນກັບ ຖູດຶກ, ທ່ານ ເຊີນ ໄດ້ ເຫັນກັບຕາ ການປ່ຽນແປງຢ່າງຫຼວງຫຼາຍ, ວ່ອງໄວ ຂອງ ດິນ ແດນແຫ່ງນີ້ ນັບຕັ້ງແຕ່ ຍັງແມ່ນເຂດຊານເມືອງ ຈົນກາຍເປັນ “ນະຄອນ ໃນໃຈກາງນະຄອນ” ແຫ່ງທຳອິດ ຂອງ ນະຄອນ ໂຮ່ຈີມິນ ແລະ ທົ່ວປະເທດ. ໃນໄລຍະພັດທະນານັ້ນ, ທ່ານ ເຊີນ ໄດ້ປະທັບໃຈທີ່ສຸດ ກ່ຽວກັບການປ່ຽນແປງ ຢ່າງໃຫຍ່ຫຼວງ ຂອງ ຕົວເມືອງ ຖູດຶກ.


ທ່ານ ເຊີນ ໄດ້ກ່າວຄວາມໃນໃຈອອກມາວ່າ: “ຄັ້ງທຳອິດທີ່ມາ ຍັງ ໝູ່ບ້ານມະຫາວິທະຍາໄລ ນະຄອນ ໂຮ່ຈີມິນ (ບ້ານ ລິງຈູງ, ນະຄອນ ຖູດຶກ) ຂ້າພະເຈົ້າເຫັນວ່າ ນະແຫ່ງນີ້ ມີເຮືອນພັກຊຸດ ໂຊມ ຫຼາຍຫຼັງ ດ້ວຍຄ່າເຊົ່າຖືກ, ເໝາະສຳລັບນັກສຶກສາ ແລະ ຄົນງານ ທຳມະດາສາມັນ. ໝົດໝູ່ບ້ານ ມະຫາວິທະຍາໄລ ໃນ ສະໄໝນັ້ນ ມີພຽງບໍ່ເທົ່າໃດໂຄງການ, ກິດຈະກຳກໍ່ສ້າງໃໝ່ ສອງ ສາມແຫ່ງເທົ່ານັ້ນ, ສ່ວນທີ່ເຫຼືອ ສ່ວນຫຼາຍແມ່ນເຮືອນ ລະດັບ 4, ຕະຫຼາດຂາຍຍ່ອຍ ເກີດຂຶ້ນເອງບາງແຫ່ງ, ຖະໜົນຫົນທາງ ຄັບແຄບ, ປັດຈຸບັນ ໝູ່ບ້ານມະຫາວິທະຍາໄລ ໄດ້ກາຍເປັນສູນ ຝຶກອົບຮົມ ວິທະຍາສາດເຕັກໂນໂລຊີ ຊັ້ນນຳ ຂອງ ນະຄອນ ໂຮ່ ຈີມິນ ດ້ວຍທຸກປັດໄຈ ທີ່ທັນສະໄໝ ກ່ຽວກັບຄວາມງາມ ຂອງ ຕົວເມືອງ, ພື້ນຖານໂຄງລ່າງ ແລະ ການບໍລິການ ທີ່ຈຳເປັນ. ນັກ ຮຽນ, ນັກສຶກສາ ລຸ້ນປັດຈຸບັນ ສຸດທ່ີເພິ່ງພໍໃຈ ແລະ ມີຄວາມສຸກ ຫຼາຍ ທີ່ໄດ້ຮຽນໃນສະພາບແວດລ້ອມທີ່ດີຄືດັ່ງກ່າວ”.

ຖູດຶກ ເປັນເມືອງໜຸ່ມ ມີທ່າແຮງຈຳເພາະ ແລະ ພົ້ນເດັ່ນ ຫຼາຍ ຢ່າງ ໃນດ້ານທີ່ຕັ້ງພູມສາດ ແລະ ພື້ນຖານໂຄງລ່າງ. ດັ່ງນັ້ນ, ຖູ ດຶກ ແມ່ນປະຕູທາງທິດຕາເວັນອອກ ຂອງ ນະຄອນ ໂຮ່ຈີມິນ, ຕິດກັບບັນດາແຂວງຕາເວັນອອກສ່ຽງໃຕ້ ດ້ວຍລະບົບ ການຄົມ ມະນາຄົມ ນັບມື້ນັບໄດ້ຮັບການລົງທຶນ ແລະ ພັດທະນາຢ່າງ ຄົບຊຸດ ແລະ ສະດວກໃນການເຊື່ອມຕໍ່ ແລະ ຮ່ວມມືພັດທະນາ ເສດຖະກິດ ກັບບັນດາແຂວງໃກ້ຄຽງ ຄື: ເສັ້ນທາງລົດໄຟ ໃຕ້ດິນ ເລກ 1 ຈາກເຂດທ່ອງທ່ຽວ ຊ໋ວຍຕຽນ  ເຖິງ ເບັ໋ນແທ່ງ (ເມືອງ 1) ຈະເລີ່ມໃຫ້ບໍລິການໃນມໍ່ໆ ນີ້; ເສັ້ນທາງວົງແຫວນ 3 (ໝີ໊ເຟືອກ -ເຕິນວ້ານ-ເຍີນແຈກ); ທາງດ່ວນ ນະຄອນ ໂຮ່ຈີມິນ - ລອງ ແທ່ງ - ເຢົ່າໄຢ; ທາງຫຼວງ 1A, ທາງຫຼວງ 1K; ຖະໜົນຫຼວງ ຮ່າ ໂນ້ຍ ເຊື່ອມຕໍ່ກັບໃຈກາງເມືອງ 1, ທາງຫຼວງ ຟ້າມວັນດົ່ງ ເຊື່ອມ ຕໍ່ກັບສະໜາມບິນ ເຕິນເຊີນເຍິດ, ເມືອງ ບິ່ງແທ້ງ, ກໍ່ເວິບ ແລະ ສາຍການຄົມມະນາຄົມທາງນ້ຳ ຕ່າງໆ ຢູ່ເທິງ ແມ່ນ້ຳໄຊງ່ອນ - ດົ່ງນາຍ... ພ້ອມດຽວກັນ, ນີ້ຍັງ ແມ່ນເຂດເອື້ອອໍານວຍພິເສດ ໃຫ້ ແກ່ການພັດທະນາ ໃນຂະແໜງ logistics ຈຳໜ່າຍ, ຂົນສົ່ງ ສິນຄ້າ ດ້ວຍການເຊື່ອມຕໍ່ ຫຼາຍວິທີການຂົນສົ່ງ, ໃນນັ້ນ ທ່່າກຳ ປັ່ນ ກ໋າດລ໋າຍ (ບ້ານ ກ໋າດລ໋າຍ) ມີເນື້ອທີ່ 160 ເຮັກຕາ, ລານ ທ່າກໍາປັ່ນ 2.040 ມ; ປັດຈຸບັນ ແມ່ນທ່າກຳປັ່ນໃຫຍ່ ແລະ ທັນ ສະໄໝທີ່ສຸດຂອງ ຫວຽດນາມ.

ເຂດຊຸມຊົນ Novaland ໃນນະຄອນ ຖູດຶກ. ພາບ: ຢາງເຊີນດົງ

ເມື່ອ​​ຖາມ ​ກ່ຽວ​ກັບ​ຄວາມ​ປາຖະໜາ ​ຂອງ​ຕົນ​ໃນ​ການ​ພັດ​ທະ​ນາ​ ຂອງ ນະ​ຄອນ ຖູດຶກ ໃນ​ອະ​ນາ​ຄົດ​ອັນ​ໃກ້​ນີ້, ທ່ານ ເຊີນ ໄດ້ສະ ແດງຫວັງ​ວ່າ ຖູດຶກ ຈະ​ສຳ​ເລັດ​ໂດຍ​ໄວ ແລະ ເປີດນຳໃຊ້ ເສັ້ນ ທາງລົດໄຟໃຕ້ດິນ ເລກ 1-ເສັ້ນທາງລົດໄຟຕົວເມືອງ ທັນສະໄໝ ທຳ​ອິດ​ ຂອງ​ນະ​ຄອນ​ ໂຮ່​ຈີ​ມິນ-ປະກອບສ່ວນ​ປ່ຽນ​ໃໝ່ ​ແລະ ປັບປຸງ​ໂສມໜ້າ​ລະບົບ​ການຄົມມະນາຄົມ ​ຂອງ​ນະຄອນ.

ບາງທີ ຄວາມປາຖະໜາ ຂອງທ່ານ ເຊີນ ຍັງແມ່ນຈິດໃຈລວມ ຂອງ ປະຊາຊົນ ຫຼາຍຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກ ຢູ່ ເມືອງ ຖູດຶກ. ເຂົາເຈົ້າຄາດວ່າ ຖູດຶກ ຈະມີບາດກ້າວ ພັດທະນາ ຢ່າງແຂງແຮງ, ສົມກັບຄວາມສາມາດບົ່ມຊ້ອນ ແລະ ກຳລັງແຮງ ພາຍໃນທີ່ເຄີຍມີມາຂອງທ້ອງຖິ່ນ, ມຸ່ງໄປເຖິງ ຕົວເມືອງທີ່ທັນ ສະໄໝ, ມີຫຼາຍຈຸດໃຈກາງ ແລະ ເໜືອກວ່າສິ່ງອື່ນໃດແມ່ນຕົວ ເມືອງທີ່ໜ້າຢູ່.

ເທດສະການ ​ບາລູນ ​ນະຄອນ​ໂຮ່ຈິີມິນ ​ຄັ້ງ​ທີ 2 ​ໄດ້​ຈັດຂຶ້ນ​ຢູ່​ສວນ ສາທາລະນະ ​ຂົວ ຖູທຽມ 2 (ນະຄອນ ຖູດຶກ). ພາບ: ຢາງເຊີນດົງ

ມຸ່ງໄປ​ສູ່​ ຕົວເມືອງ ​ຫຼາຍ​ສູນ​ກາງ​

ດ້ວຍ​ຄວາມ​ພະຍາຍາມ ​ແລະ ​ຄວາມ​ຄາດ​ຫວັງ​ທີ່​ຈະ​ຊຸກຍູ້​ ນະ ຄອນ ຖູດຶກ ພັດທະນາ ​ຢ່າງ​ວ່ອງ​ໄວ, ​ແຂງ​ແຮງ ​ແລະ ຍືນ​ຍົງ ​ເພື່ອ​ກາຍ​ເປັນແຮງກະຕຸ້ນ ພັດທະນາໃໝ່​ ຂອງ​ນະຄອນ​ ໂຮ່ຈີ ມິນ ແລະ ທົ່ວ​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເດືອນມິຖຸນາ 2023, ຄະນະ​ກຳມະການ ​ປະຊາຊົນ ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ມີເອກະ ສານ ຍື່ນ​ເຖິງ ​ທ່ານ ​ນາຍົກລັດຖະມົນຕີ ກ່ຽວກັບການ ພິຈາລະ ນາ ​ແລະ ອະນຸມັດຜ່ານແຜນຜັງລວມ ນະຄອນ ຖູດຶກ ສັງກັດນະ ຄອນ ໂຮ່ຈີມິນ ຮອດປີ 2040. 


ຕາມນັ້ນ, ນະຄອນ ຖູດຶກ ​ໄດ້​ກຳນົດເປັນຕົວເມືອງ​ຊັ້ນ 1 ​ໂດຍ​ສັງກັດ ນະຄອນ​ໂຮ່ຈິີມິນ ພັດທະນາ​ ຕາມ​ຮູບ​ແບບ​ຕົວ​ເມືອງ ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ການ​ພົວພັນແລກປ່ຽນສູງ; ແມ່ນ​ສູນ​ກາງ​ພາກ​ຕາ​ເວັນ​ອອກ​ຂອງ​ ນະຄອນ​ໂຮ່ຈີ​ມິນ ​ໃນ​ຂົງ​ເຂດ​ເສດຖະກິດ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ການ​ສຶກສາ-ບຳລຸງ​ສ້າງ. ຖູດຶກ ຈະ​ກາຍ​ເປັນ​ສູນກາງ ຂອງ​ການ​ປະ​ຕິ​ວັດ​ ອຸດ​ສາ​ຫະ​ກຳ ​ຄັ້ງ​ທີ 4 ຂອງ ​ນະ​ຄອນ ໂຮ່ຈີມິນ ເພື່ອພັດທະນາເສດຖະກິດ-ສັງຄົມ-ສິ່ງແວດລ້ອມ... ບົນ ພື້ນຖານ ເສດຖະ ກິດພູມປັນຍາ, ວິທະຍາສາດ ເຕັກໂນໂລຊີ ແລະ ການຮ່ວມມື ພັດທະນາ.

ເພື່ອເຮັດສິ່ງດັ່ງກ່າວ, ນະຄອນ ໂຮ່ຈີມິນ ຈະຈັດຕັ້ງ ນະຄອນ ຖູດຶກ ໃຫ້ກາຍ​ເປັນ​ ​ຕົວ​ເມືອງ​ທີ່​ມີ​ຫຼາຍ​ຈຸດ​ໃຈກາງ, ກັບ​ສູນ​ກາງ​ໜຶ່ງ​ແມ່ນ​ເຂດ ຖູທຽມ, ອີກ 2 ສູນກາງ ຢູ່​ເຂດ ເຈື່ອງເຖາະ ​ແລະ ລອງເຟືອກ. ​ໃນ​ນັ້ນ, ​ຖູທຽມ ຈະ​ໄດ້​ຮັບ​ການ​ລົງທຶນ ​ເພື່ອ​ພັດທະ ນາ​ ໃຫ້ເປັນ​ສູນ​ການ​ເງິນ​ສາກົນ; ເຈື່ອງເຖາະ ຈະເປັນ ສູນບໍລິ ຫານ, ການຄ້າ ແລະ ການບໍລິການ, ເປັນຕົວແບບ ກ່ຽວກັບຕົວ ເມືອງ ໃນອະນາຄົດ ເພື່ອດໍາລົງຊີວິດ, ເຮັດວຽກ ແລະ ພັກເຊົາ ດ້ວຍພື້ນຖານໂຄງລ່າງ ທີ່ສົມບູນແບບ, ຄຸ້ມຄອງ ດ້ວຍເຕັກໂນ ໂລຊີສູງ; ສ່ວນ ລອງ​ເຟືອກ ຈະ​ແມ່ນ​ສູນ​ກາງນິ​ເວດ​ວິທະຍາ, ຄົ້ນ​ຄວ້າ, ບຳລຸງ​ສ້າງ ​ແລະ ຜະລິດ​ ເຕັກ​ໂນ​ໂລ​ຊີສູງ...


ບົນພື້ນຖານ 3 ສູນຕົ້ນຕໍດັ່ງທີ່ກ່າວມາຂ້າງເທິງ, ເພື່ອຊຸກຍູ້ ເສດ ຖະກິດ, ຫົວຄິດປະດິດສ້າງ ແລະ ປ່ຽນແປງໃໝ່, ນະຄອນ ຖູດຶກ ໄດ້ກຳນົດ 10 ຂົງເຂດສຳຄັນ ເພື່ອການພັດທະນາ ຊຶ່ງລວມມີ: ສູນການເງິນສາກົນ ຖູທຽມ; ເຂດຕົວເມືອງການຄ້າ, ການບໍລິ ການ ທ່າກໍາປັ່ນ, ອຸດສາຫະກໍາ ກ໋າດລ໋າຍ-ແທ້ງໝີ໊ເລີ້ຍ; ເຂດ ຕົວເມືອງດ້ານການຄ້າ, ວັດທະນະທຳ, ຫົວຄິດປະດິດສ້າງ ແລະ ການພົວພັນ ແລກປ່ຽນສູງ ເຈື່ອງເຖາະ; ສວນສາທາລະນະ ແລະ ຕົວເມືອງ ຕາມຝູ໋; ເຂດຕົວເມືອງຜະລິດກ້າວໜ້າ, ບໍລິການ ການ ຄ້າ ລິງຈູງ; ເຂດຜະລິດ ເຕັກໂນໂລຊີສູງ, ບໍລິການ ແລະ ຝຶກອົບ ຮົມ ນະຄອນ ໂຮ່ຈີມິນ; ເຂດຕົວເມືອງ ແລະ ສວນສາທາ ລະນະ ປະຫວັດສາດ - ວັດທະນະທຳ ຊົນເຜົ່າ ລອງບິ່ງ; ເຂດ ຕົວເມືອງ ແລະ ສວນສາທາລະນະ ວິທະຍາສາດ-ເຕັກໂນໂລຊີ ນະຄອນ ໂຮ່ຈິີມິນ ຢູ່ ຕາແສງ ລອງເຟືອກ-ຕາມດາ; ສັງກັດ ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ. 

ນອກຈາກສຸມໃສ່ກໍ່ສ້າງ ແລະ ພັດທະນາ ຖູດຶກ ໃຫ້ກາຍເປັນນະ ຄອນຫຼາກຫຼາຍຈຸດໃຈກາງ, ມີຊີວິດຊີວາ ແລະ ທັນສະໄໝແລ້ວ, ບັນດາການນຳນະຄອນ ຍັງໄດ້ເອົາໃຈໃສ່ ວຽກງານ ປົກປັກຮັກ ສາ ແລະ ເສີມຂະຫຍາຍ ບັນດາທ່າໄດ້ປຽບ ກ່ຽວກັບປັດໄຈປະ ຫວັດສາດ, ວັດທະນະທຳ, ທ່ອງທ່ຽວ ທີ່ມີລັກສະນະຈຳເພາະ ແລະ ມີພ້ອມ ຂອງ ຖູດຶກ ເຊັ່ນ: ເຂດທ່ອງທ່ຽວ ວັດທະນະທໍາ ຊ໋ວຍຕຽນ (ຕາແສງ ເຕິນຝູ໋), ສວນສາທາລະນະ ປະຫວັດສາດ ແລະ ວັດທະນະທໍາ ແຫ່ງຊາດ (ຕາແສງ ລອງບິ່ງ), ວັດ ເຫວງຽມ (ບ້ານ ອານແຄ໋ງ), ຫໍພິພິທະພັນ ອ໋າວຢ່າຍ (ເສື້ອຍາວ) (ຕາແສງ ລອງເຟືອກ), ໜອງບົວ ຕາມດາ (ຕາແສງ ເຈື່ອງແທັກ)… ຫຼື ສູນ ການຄ້າ Giga Mall (ຕາແສງ ຮຽບບິ່ງແຈ໋ງ), ສວນສາທາລະນະ ຊາລາ (ຕາແສງ ອານເລີ້ຍດົງ, ພາຍໃນເຂດຕົວເມືອງ ຊາລາ), Vincom ຖູດຶກ (ຕາແສງ ບິ່ງເຖາະ)... ນີ້ຈະເປັນສະຖານ ທີ່ທ່ອງ ທ່ຽວ, ວັດທະນະທຳ ທີ່ມີຄວາມປະທັບໃຈ ເພື່ອດຶງດູດ ນັກທ່ອງ ທ່ຽວ ໃຫ້ມາຢ້ຽມຊົມ ນະຄອນ ຖູດຶກ.


ບົດ: ເຊີນເຫງ້ຍ - ພາບ: ຫງວຽນລວນ - ແປໂດຍ: ບິກລຽນ

Top