ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ: ສ້າງຂອບເຂດນິຕິກຳເພື່ອການປ່ຽນແປງໃໝ່ ແລະ ການພັດທະນາ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ: ສ້າງຂອບເຂດນິຕິກຳເພື່ອການປ່ຽນແປງໃໝ່ ແລະ ການພັດທະນາ

ເນື່ອງໃນໂອກາດປີໃໝ່ 2026, ສະເຫຼີມສະຫຼອງວັນຄົບຮອບ 80 ປີ ແຫ່ງວັນເລືອກຕັ້ງທົ່ວໄປຄັ້ງທຳອິດ ເພື່ອເລືອກຕັ້ງເອົາ ສະພາແຫ່ງຊາດ ຫວຽດນາມ, ດຳເນີນການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກ ສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031, ທັງເປັນປີທຳອິດ ແຫ່ງການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ທ່ານ ເຈິ່ນແທງເໝີ໊ນ, ກຳມະການ ກົມການເມືອງ, ປະທານສະພາແຫ່ງຊາດ ໄດ້ສະລະເວລາໃຫ້ສຳພາດ ຕໍ່ສຳນັກຂ່າວສານ ຫວຽດນາມ. ລຸ່ມນີ້ແມ່ນເນື້ອໃນຂອງການສຳພາດ:

ເຂດປ່ອນບັດໃນວັນເລືອກຕັ້ງທົ່ວໄປ ວັນທີ 6 ມັງກອນ 1946. ພາບ: ເອກະສານ VNA
ວັນທີ 12 ມັງກອນ 1946, ຊາວນະຄອນຫຼວງນັບໝື່ນຄົນ ເຂົ້າຮ່ວມພິທີມິດຕິງ ຢູ່ເຂດຫໍພັກນັກສຶກສາສູນກາງ (ປັດຈຸບັນແມ່ນ ມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ), ເພື່ອຂໍ່ານັບຮັບຕ້ອນ ປະທານ ໂຮ່ຈີມິນ ແລະ ບັນດາຜູ້ແທນທີ່ຫາກໍໄດ້ຮັບເລືອກຕັ້ງເຂົ້າໃນສະພາແຫ່ງຊາດ ຊຸດທີ I. ພາບ: ເອກະສານ/VNA
ທັດສະນີຍະພາບຂອງພິທີໄຂກອງປະຊຸມສະໄໝສາມັນ ເທື່ອທີ 1, ສະພາແຫ່ງຊາດ ຊຸດທີ I, ວັນທີ 2 ມີນາ 1946. ພາບ: ເອກະສານ VNA

*ນັກຂ່າວ: ຮຽນທ່ານປະທານສະພາແຫ່ງຊາດ, ໃນປີ 2025, ສະພາແຫ່ງຊາດໄດ້ສືບຕໍ່ປ່ຽນແປງໃໝ່ ທາງດ້ານຈິນຕະນາການ ຢ່າງແຂງແຮງ, ເສີມຂະຫຍາຍບົດບາດໃນການປັບປຸງບູລະນະລະ ບອບລະບຽບການໃຫ້ສົມບູນແບບ, ແກ້ໄຂ “ຈຸດຄົງຄ້າງ”, ຂຸດຄົ້ນທຸກແຫຼ່ງກຳລັງ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ. ການເຄື່ອນໄຫວຕິດຕາມກວດກາ ກໍໄດ້ຮັບການປັບປຸງ, ມີຈຸດສຸມ, ເຂົ້າສູ່ຕົວຈິງ, ປະກອບສ່ວນເຂົ້າໃນການປັບປຸງ ນະໂຍບາຍ, ກົດໝາຍ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ. ທ່ານປະທານ ສະພາແຫ່ງຊາດ ມີຄຳເຫັນຕີລາຄາຄືແນວໃດ ຕໍ່ກັບບັນດາໝາກຜົນ ດັ່ງກ່າວ?

*ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ: ຈັດຕັ້ງປະຕິບັດ ມະຕິ ເລກທີ 66-NQ/TW ຂອງກົມການເມືອງ ວ່າດ້ວຍ ການປ່ຽນແປງໃໝ່ ວຽກງານການສ້າງ ແລະ ການຈັດຕັ້ງປະຕິບັດ ກົດໝາຍ ເພື່ອ ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ໃນການພັດທະນາ ປະເທດຊາດ ໃນຍຸກສະໄໝໃໝ່, ໃນປີ 2025, ສະພາແຫ່ງຊາດ ໄດ້ສືບຕໍ່ ປ່ຽນແປງໃໝ່ ຢ່າງແຂງແຮງ ດ້ານຈິນຕະນາການ ແລະ ຂັ້ນຕອນການສ້າງກົດໝາຍ. ສະພາແຫ່ງຊາດໄດ້ພິຈາລະນາ, ປະກອບຄຳເຫັນ ແລະ ຕົກລົງ ວຽກງານ ຈຳນວນມະຫາສານ ທີ່ມີຄວາມໝາຍທາງປະຫວັດສາດ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ໃນການປ່ຽນແປງໃໝ່, ປັບປຸງ ລະບອບລະບຽບການ ແລະ ການຈັດຕັ້ງກົງຈັກ ຂອງ ລະບົບການເມືອງ ໃຫ້ສົມບູນແບບ; ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ, ຊຸກຍູ້ ການ ພັດທະນາເສດຖະກິດ-ສັງຄົມ, ທັງ ຕອບສະໜອງ ຕາມ ຄວາມຮຽກຮ້ອງຕ້ອງການຕົວຈິງຢ່າງທັນການ, ທັງສ້າງຂອບເຂດນິຕິກຳ ໃຫ້ແກ່ໄລຍະໃໝ່.

ສະເພາະກອງປະຊຸມສະໄໝສາມັນ ເທື່ອທີ 9, ສະພາແຫ່ງຊາດ ໄດ້ ຮັບຮອງເອົາ ກົດໝາຍ 34 ສະບັບ ແລະ ມະຕິ ທີ່ມີລັກສະນະນິຕິກຳ 14 ສະບັບ; ຮອດກອງປະຊຸມສະໄໝສາມັນ ເທື່ອທີ 10, ສະພາແຫ່ງຊາດ ສືບຕໍ່ ສ້າງຂີດໝາຍປະຫວັດສາດ ເມື່ອພິຈາລະນາ ແລະ ຮັບຮອງເອົາກົດໝາຍ 51 ສະບັບ ແລະ ມະຕິທີ່ມີລັກສະນະນິຕິກຳ 8 ສະບັບ, ກວມເອົາເກືອບ 30% ຂອງຈຳນວນກົດໝາຍ ແລະ ມະຕິທັງໝົດ ທີ່ໄດ້ປະກາດໃຊ້ ໃນທົ່ວອາຍຸການ, ເຊິ່ງແມ່ນຫຼັກຖານ ອັນມີຊີວິດຊີວາ ໃຫ້ແກ່ຈິດໃຈ “ກົດໝາຍຕ້ອງໄປກ່ອນບາດກ້າວໜຶ່ງ”, ເປີດທາງໃຫ້ແກ່ ການປະດິດສ້າງໃໝ່, ຖືເອົາຊີວິດການເປັນຢູ່ ແລະ ຜົນປະໂຫຍດ ຂອງ ປະຊາຊົນເປັນບັນທັດຖານຂອງນະໂຍບາຍ.

ກົດໝາຍເຫຼົ່ານີ້ໄດ້ກວມເອົາເກືອບທຸກຂົງເຂດທີ່ສຳຄັນ, ຫຼາຍບັນຫາໃໝ່ ທີ່ມີການຜັນແປ ຢ່າງຕໍ່ເນື່ອງ; ຫັນບັນດາແນວທາງ ແລະ ມະຕິໃໝ່ ຂອງພັກ ໃຫ້ເປັນລະບຽບກົດໝາຍຢ່າງທັນການ, ສຸມໃສ່ ແກ້ໄຂຈຸດຄົງຄ້າງ ດ້ານລະບຽບການ, ໂດຍສະເພາະ ແມ່ນ ໃນຂົງເຂດທີ່ດິນ, ການລົງທຶນ, ການວາງແຜນຜັງ, ການກໍ່ສ້າງ, ພະລັງງານ, ວັດທະນະທຳ-ສັງຄົມ, ສາທາລະນະສຸກ-ການສຶກສາ, ຊັບພະຍາກອນ-ສິ່ງແວດລ້ອມ, ວິທະຍາສາດ-ເຕັກໂນໂລຊີ; ການປ່ຽນໃໝ່ປະດິດສ້າງ, ການຫັນເປັນ ດີຈີຕອນ; ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການເຊື່ອມໂຍງສາກົນ; ການເຮັດໃຫ້ຕະຫຼາດພັນທະບັດວິສາຫະກິດ ແລະ ອະສັງຫາລິມະຊັບ ມີຄວາມໂປ່ງໃສ... ຈິດໃຈການປ່ຽນແປງໃໝ່ ຈິນຕະນາການ ສ້າງກົດໝາຍ ໄດ້ຮັບການສະແດງອອກຢ່າງຈະແຈ້ງ ເມື່ອກົດໝາຍກຳນົດ ພຽງແຕ່ບັນດາບັນຫາທີ່ຂຶ້ນກັບ ສິດອຳນາດ ຂອງສະພາແຫ່ງຊາດ, ມອບສິດເປັນເຈົ້າການ ແລະ ຢືດຢຸ່ນ ໃຫ້ແກ່ ລັດຖະບານ ໃນການຈັດຕັ້ງ ປະຕິບັດກົດໝາຍ; ຜ່ານນັ້ນ ທັງຮັບປະກັນ ຄວາມຮຽກຮ້ອງຕ້ອງການ ດ້ານການຄຸ້ມຄອງ, ທັງຊຸກຍູ້ ການປະດິດສ້າງ, ປົດປ່ອຍກຳລັງການຜະລິດທັງໝົດ, ຂຸດຄົ້ນທຸກແຫຼ່ງກຳລັງ ເພື່ອ ການພັດທະນາ.

ລັດຖະບານ ແຫ່ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ທີ່ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ຊຸດທີ I, ກອງປະຊຸມສະໄໝສາມັນ ເທື່ອທີ 2 (ວັນທີີ 28 ຕຸລາ-ວັນທີ 9 ພະຈິກ 1946). ພາບ: ເອກະສານVNA
ຜູ້ມີສິດເລືອກຕັ້ງຢູ່ນະຄອນຫຼວງ ເບິ່ງລາຍຊື່ ແລະ ຊີວະປະຫວັດຫຍໍ້ຂອງບັນດາຜູ້ສະໝັກຮັບເລືອກຕັ້ງ (1946). ພາບ: ເອກະສານVNA
ກຳມະກອນໂຮງງານຟົດສະຟັດ ນາມຟາດ ຮັບຟັງການເຜີຍແຜ່ລະບຽບການເລືອກຕັ້ງສະພາແຫ່ງຊາດ ຊຸດທີ II ຜ່ານສະຖານີວິທະຍຸກະຈາຍສຽງ ສຽງເວົ້າ ຫວຽດນາມ (1960). ພາບ: ດິງເໝີ໊ນ/VNA

 ເປັນພິເສດ, ມະຕິວ່າດ້ວຍການປັບປຸງ ແລະ ເພີ່ມເຕີມ ບາງມາດຕາ ຂອງລັດຖະທຳມະນູນ ປີ 2013, ກົດໝາຍວ່າດ້ວຍການຈັດຕັ້ງ ອຳນາດ ການປົກຄອງທ້ອງຖິ່ນ (ສະບັບປັບປຸງ), ມະຕິວ່າດ້ວຍ ການ ຈັດສັນຄືນ ໜ່ວຍງານບໍລິຫານຂັ້ນແຂວງ ປີ 2025 ທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ແມ່ນບັນດາ ການຕົກລົງ ອັນສຳຄັນຍິ່ງ, ມີລັກສະນະຈຸດລ້ຽວ ທາງປະຫວັດສາດ, ປະກອບສ່ວນ ສ້າງເງື່ອນໄຂ ເພື່ອນຳເອົາ ການຈັດຕັ້ງກົງຈັກໃໝ່ ໃນທົ່ວປະເທດ ເຂົ້າສູ່ ການເຄື່ອນໄຫວ ຢ່າງເປັນທາງການ ນັບແຕ່ ວັນທີ 01 ກໍລະກົດ 2025 ເປັນຕົ້ນໄປ. ຜ່ານການແລກປ່ຽນ, ສະມາຊິກສະພາແຫ່ງຊາດ ແລະ ຜູ້ມີ ສິດເລືອກຕັ້ງຫຼາຍທ່ານ, ໂດຍສະເພາະແມ່ນບັນດາພະນັກງານອາວຸໂສ ໄດ້ສະແດງ ຄວາມດີອົກດີໃຈຢ່າງຍິ່ງ ຕໍ່ຄວາມສາມາດ ໃນການຕອບໂຕ້ ທີ່ວ່ອງໄວ ແລະ ຢືດຢຸ່ນຂອງສະພາແຫ່ງຊາດ ຕໍ່ກັບ ຄວາມຮຽກຮ້ອງຕ້ອງການ ອັນຮີບດ່ວນຂອງຕົວຈິງ, ໂດຍສະເພາະແມ່ນ ໃນໄລຍະ ທີ່ປະເທດຊາດ ພັດທະນາ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ ຄືໃນປັດຈຸບັນ.

ເວທີປາໄສການສ້າງກົດໝາຍ ພາຍໃຕ້ຫົວຂໍ້ “ປັບປຸງ ລະບອບ ລະບຽບການ ແລະ ກົດໝາຍ ເພື່ອຕອບສະໜອງ ຄວາມ ຮຽກຮ້ອງຕ້ອງການ ພັດທະນາ ປະເທດຊາດໃນຍຸກສະໄໝໃໝ່” ເຊິ່ງໄດ້ ຈັດຂຶ້ນ ເປັນຄັ້ງທຳອິດ ຢ່າງສຳເລັດຜົນ, ໄດ້ສືບຕໍ່ຢືນຢັນ ການປ່ຽນແປງໃໝ່ ຢ່າງແຂງແຮງ ດ້ານຈິນຕະນາການ ສ້າງກົດໝາຍ, ຫັນຈຸດສຸມ ຈາກຈິນຕະນາການ ການຄຸ້ມຄອງ ມາເປັນ ຈິນຕະນາການ ແຫ່ງການ ສ້າງຂອບເຂດ ເພື່ອການພັດທະນາ. ເນື້ອໃນການແລກປ່ຽນ ຢູ່ເວທີປາໄສ ບໍ່ພຽງແຕ່ສະຫຼຸບຕົວຈິງ ໃນ ວຽກງານການສ້າງ ແລະ ການຈັດຕັ້ງປະຕິບັດ ກົດໝາຍໃນອາຍຸການ ທີ່ຜ່ານມາ, ຖອດຖອນ ບົດຮຽນ ປະສົບການເທົ່ານັ້ນ, ແຕ່ຍັງໄດ້ສະເໜີ ຫຼາຍຂໍ້ສະເໜີ ແລະ ວິທີການແກ້ໄຂທີ່ສຳຄັນ, ມີຄວາມເປັນໄປໄດ້ ເພື່ອຮັບໃຊ້ວຽກງານ ການສ້າງກົດໝາຍ ແລະ ການວາງນະໂຍບາຍ, ປະກອບສ່ວນບໍ່ນ້ອຍ ເຂົ້າໃນວຽກງານສະຫຼຸບອາຍຸການ ຂອງ ສະພາແຫ່ງຊາດ ຊຸດທີ XV ກໍຄືການສ້າງກຳນົດທິດ ນິຕິກຳ ສຳລັບອາຍຸການ ຂອງສະພາແຫ່ງຊາດ ຊຸດທີ XVI ຕິດພັນກັບ ການປ່ຽນແປງໃໝ່ ໂຄງສ້າງກົດໝາຍຂອງ ຫວຽດນາມ...

ວັນທີ 01 ມັງກອນ 1960, ປະທານ ໂຮ່ຈີມິນ ໄດ້ລົງນາມໃນລັດຖະດຳລັດ ປະກາດໃຊ້ລັດຖະທຳມະນູນ ປີ 1960. ພາບ: VNA
 

 ອາດຢືນຢັນໄດ້ວ່າ, ຂະບວນການສ້າງກົດໝາຍໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນເຖິງ ຄວາມສາມາດ ໃນການເຮັດວຽກ ດ້ວຍ ຄວາມເຂັ້ມຂຸ້ນສູງ ຂອງບັນດາສະມາຊິກສະພາແຫ່ງຊາດ ດ້ວຍຄວາມ ມຸ່ງຫວັງທີ່ຈະປັບປຸງ ລະບອບລະບຽບການ ໃຫ້ສົມບູນແບບ ເພື່ອການ ພັດທະນາຂອງປະເທດຊາດໃນຕໍ່ໜ້າ ຕາມຈິດໃຈຊີ້ນຳ ຂອງ ສະຫາຍ ເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການຊຸກຍູ້ 3 ບາດກ້າວ ບຸກທະລຸ ຍຸດທະສາດ, ໂດຍສະເພາະ ແມ່ນການບຸກທະລຸ ດ້ານລະບຽບການ ເພາະນັ້ນແມ່ນ “ບຸກທະລຸຂອງບຸກທະລຸ”.

ການເຄື່ອນໄຫວຕິດຕາມກວດກາ ໄດ້ຮັບການເພີ່ມທະວີ, ມີຈຸດສຸມ, ເຂົ້າສູ່ ຕົວຈິງ ແລະ ມີການປ່ຽນແປງໃໝ່ທີ່ແທດຕົວ; ສຸມໃສ່ຂົງເຂດ ແລະ ບັນຫາ ທີ່ມີລັກສະນະສະຖານະການ, ມີຜົນກະທົບ ຢ່າງກວ້າງຂວາງ ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ ຂອງ ປະຊາຊົນ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 10, ສະພາແຫ່ງຊາດ ໄດ້ພິຈາລະນາ ບົດລາຍງານ ໝາກຜົນ ການຕິດຕາມກວດກາ ແລະ ຮັບຮອງເອົາມະຕິ ວ່າດ້ວຍ ການຈັດຕັ້ງປະຕິບັດ ນະໂຍບາຍ, ກົດໝາຍ ກ່ຽວກັບ ການປົກປັກຮັກສາ ສິ່ງແວດລ້ອມ ນັບຕັ້ງແຕ່ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ປີ 2020 ມີຜົນສັກສິດ, ໃນນັ້ນ ໄດ້ຮຽກຮ້ອງ ໃຫ້ສຸມໃສ່ປະຕິບັດບາງໜ້າທີ່ ແລະ ວິທີການແກ້ໄຂ ບຸກທະລຸ ເພື່ອປັບປຸງຄຸນນະພາບສິ່ງແວດລ້ອມ, ປົກປັກຮັກສາສຸຂະພາບ ຂອງ ປະຊາຊົນ, ຄວາມໝັ້ນຄົງ ດ້ານສິ່ງແວດລ້ອມ, ມຸ່ງໄປສູ່ ການພັດທະນາ ແບບຍືນຍົງ. ກອງປະຊຸມສະໄໝສາມັນ ເທື່ອທີ 10 ຍັງໄດ້ສ້າງຂີດໝາຍ ອັນເລິກເຊິ່ງ ໃນວຽກງານ ຕິດຕາມກວດກາສູງສຸດ, ເມື່ອ ສະພາແຫ່ງຊາດ ໄດ້ດຳເນີນການພິຈາລະນາຢ່າງຮອບດ້ານ ຕໍ່ ບົດລາຍງານຂອງ ລັດຖະບານ, ສານປະຊາຊົນສູງສຸດ, ອົງການ ໄອຍະການ ປະຊາຊົນ ສູງສຸດ, ອົງການກວດສອບແຫ່ງລັດ ກ່ຽວກັບ ການຈັດຕັ້ງປະຕິບັດ ບັນດາມະຕິ ຂອງສະພາແຫ່ງຊາດ ຊຸດທີ XIV, ຊຸດທີ XV ທີ່ ກ່ຽວຂ້ອງເຖິງ ການຕິດຕາມກວດກາ ສະເພາະຫົວຂໍ້ ແລະ ການຊັກຖາມ.

ເປັນຄັ້ງທຳອິດທີ່ ເວທີປາໄສການຕິດຕາມກວດກາ ຂອງສະພາແຫ່ງຊາດ ໄດ້ຈັດຂຶ້ນຢ່າງສຳເລັດຜົນ; ພ້ອມກັບການປຶກສາຫາລື ກ່ຽວກັບໝາກຜົນ ການຕິດຕາມກວດກາ ການແກ້ໄຂຄຳສະເໜີ ຂອງຜູ້ມີສິດເລືອກຕັ້ງ; ໝາກຜົນການຕ້ອນຮັບປະຊາຊົນ, ການແກ້ໄຂເອກະສານຄຳຮ້ອງ ແລະ ຕິດຕາມກວດກາ ການແກ້ໄຂຄຳຮ້ອງທຸກ-ຮ້ອງຟ້ອງຂອງພົນລະເມືອງ ທີ່ສົ່ງເຖິງສະພາແຫ່ງຊາດ,... ໄດ້ປະກອບສ່ວນສຳຄັນ ເຂົ້າໃນ ຂະບວນການປັບປຸງກົດໝາຍ ໃຫ້ສົມບູນແບບ, ຕົກລົງ ບັນດາ ບັນຫາ ສຳຄັນ ຂອງປະເທດຊາດ, ຍົກສູງຜົນສັກສິດ ແລະ ປະສິດທິຜົນ ໃນການ ກວດກາອຳນາດລັດ, ການເຄື່ອນໄຫວຂອງກົງຈັກລັດ, ຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ທາງລັດຖະການ, ເຊິ່ງໄດ້ຮັບການເຫັນດີເຫັນພ້ອມ ແລະ ຕີລາຄາສູງຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ.

ທ່ານຕູ້ ຫວູດິງຢາ ແລະ ທ່ານຍ່າ ໂງທິເມື່ອຍ, ອາຍຸ 100 ປີ ເຂົ້າຮ່ວມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XII ຢູ່ໜ່ວຍເລືອກຕັ້ງເລກທີ 5, ເຂດປ່ອນບັດເລກທີ 7, ວັນທີ 20 ພຶດສາະພາ 2007. ພາບ: ເຢືອງງອກ/VNA
 
ຜູ້ມີສິດເລືອກຕັ້ງບ້ານ ໄຊ໋ຊານ 3, ຕາແສງ ນຸ່ງນ່າງ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນ ຢູ່ຈຸດປ່ອນບັດເລກທີ 2 ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XIV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2016-2021. ພາບ: ກຸ້ຍຈຸງ/VNA

*ນັກຂ່າວ: ປີ 2026 ແມ່ນຂີດໝາຍຄົບຮອບ 80 ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງສະພາແຫ່ງຊາດຫວຽດນາມ. ສະພາແຫ່ງຊາດ ຈະສືບຕໍ່ມີການປ່ຽນແປງໃໝ່ຄືແນວໃດ ເພື່ອຍົກສູງ ຜົນສັກສິດ ແລະ ປະສິດທິຜົນໃນການເຄື່ອນໄຫວ, ປະຕິບັດພັນທະກຳ ໃຫ້ດີກວ່າເກົ່າ ໃນຖານະເປັນອົງການຕົວແທນສູງສຸດຂອງປະຊາຊົນ, ເປັນອົງການອຳນາດລັດສູງສຸດ ຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສູ້ຊົນເພື່ອເປົ້າໝາຍ: ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ?

*ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ: ເມື່ອທົບທວນຄືນໄລຍະ 80 ປີ ທີ່ຜ່ານມາ, ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ເຕີນຈ່າວ - ເຊິ່ງແມ່ນຕົ້ນກຳເນີດຂອງສະພາແຫ່ງຊາດຫວຽດນາມ - ຈົນເຖິງ ການກຳເນີດ ຂອງສະພາແຫ່ງຊາດ ຊຸດທີ I ແລະ ຜ່ານມາ 15 ອາຍຸການ, ສະພາແຫ່ງຊາດຍາມໃດ ກໍຮ່ວມເດີນທາງໄປກັບປະຊາຊາດ, ຕົກລົງ ບັນດາບັນຫາສຳຄັນຍິ່ງ ຕາມເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນ; ປະຕິບັດໄດ້ດີ ພາລະບົດບາດ ໃນການສ້າງ ລັດຖະທຳມະນູນ, ສ້າງກົດໝາຍ, ຕິດຕາມກວດກາສູງສຸດ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ.

ຕົວຈິງຂອງປະເທດຊາດພວມວາງອອກ ບັນດາບັນຫາຮີບດ່ວນ ທີ່ຕ້ອງໄດ້ ຮັບການແກ້ໄຂ, ປະຊາຊົນພວມລໍຄອຍ ແລະ ມີຄວາມຫວັງ ຕໍ່ບັນດາ ການຕົກລົງນະໂຍບາຍຂອງພັກ, ລັດ, ເຊິ່ງຮຽກຮ້ອງໃຫ້ສະພາແຫ່ງຊາດ ຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ວິທີຄິດ ແລະ ວິທີເຮັດ.     

ວັນທີ 20 ພຶດສະພາ  2024, ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 7, ສະພາແຫ່ງຊາດ ໄດ້ເລືອກຕັ້ງ ສະຫາຍ ເຈິ່ນແທງເໝີ໊ນ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຊຸດທີ XV, ອາຍຸການ 2021-2026. ພາບ: VNA

 ຕາມນັ້ນແລ້ວ, ການເຄື່ອນໄຫວສ້າງກົດໝາຍ ຕ້ອງກຳນົດວ່າ ແມ່ນ ວຽກງານ “ບຸກທະລຸຂອງບຸກທະລຸ”, ຕ້ອງໄປກ່ອນ, ເປີດທາງ, ຊຸກຍູ້ ການປະດິດສ້າງ, ປົດປ່ອຍກຳລັງແຮງງານທັງໝົດ, ຂຸດຄົ້ນ ທຸກແຫຼ່ງ ກຳລັງເພື່ອການພັດທະນາ; ຮັບປະກັນການແຂ່ງຂັນຢ່າງໂປ່ງໃສ, ຍົກສູງ ຂີດຄວາມສາມາດ ໃນການເຊື່ອມໂຍງ; ເອົາໃຈໃສ່ບັນດາຂົງເຂດໃໝ່ ເປັນຕົ້ນແມ່ນ: ການບໍລິຫານ ດີຈີຕອນ, ເສດຖະກິດດີຈີຕອນ, ພະລັງງານທົດແທນ, ການເຕີບໂຕສີຂຽວ, ເສດຖະກິດໝູນວຽນ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ບັນດາບັນຫາ ປ້ອງກັນຊາດ ແລະ ຄວາມປອດໄພ ທີ່ບໍ່ແມ່ນແບບດັ້ງເດີມ.

ການເຄື່ອນໄຫວຕິດຕາມກວດກາ ຕ້ອງສຸມໃສ່ບັນດາບັນຫາ ເປັນຕົ້ນແມ່ນ: ການຄຸ້ມຄອງທີ່ດິນ, ຊັບພະຍາກອນ, ສິ່ງແວດລ້ອມ, ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ການປົກປ້ອງສິດທິມະນຸດ, ສິດພົນລະເມືອງ...; ຕິດພັນຢ່າງແໜ້ນແຟ້ນ ກັບຕົວຈິງ ແລະ ຄຳຄິດຄຳເຫັນຂອງປະຊາຊົນ, ເພີ່ມທະວີ ການກຳແໜ້ນ ບັນດາບັນຫາທີ່ເກີດຂຶ້ນໃນຕົວຈິງ, ຮັບຟັງຄຳເຫັນຈາກຮາກຖານ, ຈາກຜູ້ມີສິດເລືອກຕັ້ງ ແລະ ຂົງເຂດວິສາຫະກິດ ເພື່ອກຳນົດໃຫ້ຖືກຕ້ອງ ກ່ຽວກັບຈຸດຄົງຄ້າງຂອງສັງຄົມ, ຈາກນັ້ນກໍມີການຕອບໂຕ້ ດ້ານນະໂຍບາຍ ຢ່າງຢືດຢຸ່ນ, ທັນການ ແລະ ແທດຕົວຈິງ.

ການຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ ຕ້ອງຮັບປະກັນ ຄວາມພາວະວິໄສ, ຄວາມທ່ຽງທຳ, ທຸກການຕົກລົງ ຕ້ອງວາງ ຜົນປະໂຫຍດ ຂອງຊາດ, ຂອງປະຊາຊົນໄວ້ເໜືອສິ່ງອື່ນໃດ, ເດັດຂາດ ສະກັດກັ້ນ ແລະ ກໍາຈັດທຸກການຄອບງຳ ຂອງຜົນປະໂຫຍດກຸ່ມຄົນ, ທຸກຜົນກະທົບທາງລົບຈາກພາຍນອກ.  

ຜູ້ແທນເຍົາວະຊົນ ເຂົ້າຮ່ວມກອງປະຊຸມສົມມຸດ “ສະພາແຫ່ງຊາດເຍົາວະຊົນ” ຄັ້ງທີ 2 (ເດືອນ ກັນຍາ 2024). ພາບ: ມິງດຶກ/VNA

 ສືບຕໍ່ຄົ້ນຄວ້າປັບປຸງ, ປ່ຽນແປງໃໝ່ ຮູບແບບການເຄື່ອນໄຫວ ຂອງ ສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ຮັບປະກັນ ປະສິດທິຜົນ, ຫຼຸດຜ່ອນລັກສະນະຮູບການ, ເພີ່ມທະວີເນື້ອໃນຕົວຈິງ. ຈຸດສຸມ ແມ່ນສືບຕໍ່ ປັບປຸງການສ້າງລາຍການກອງປະຊຸມ, ວິທີການ ສົນທະນາ, ການໂຕ້ວາທີ, ການຊັກຖາມ ແລະ ຕອບຄຳຊັກຖາມ, ຂັ້ນຕອນການກວດກາພິຈາລະນາ, ການຈັດຕັ້ງ ການຕິດຕາມກວດກາ, ການພົບປະຜູ້ມີສິດເລືອກຕັ້ງ...

ເພີ່ມທະວີການຫັນເປັນ ດີຈີຕອນ ຢ່າງຮອບດ້ານ ໃນການເຄື່ອນໄຫວ ຂອງສະພາແຫ່ງຊາດ, ສ້າງ “ສະພາແຫ່ງຊາດ ດີຈີຕອນ”, ນຳໃຊ້ ປັນຍາປະດິດ (AI), ຖືເອົາໜ້າທີ່ການປະດິດສ້າງໃໝ່ ແລະ ການຫັນເປັນ ດີຈີຕອນ ເປັນບາດກ້າວບຸກທະລຸ ໃນການຈັດຕັ້ງປະຕິບັດ ພາລະບົດບາດ, ໜ້າທີ່ຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ.

ສະມາຊິກສະພາແຫ່ງຊາດ ຖືເປັນຕຳແໜ່ງໃຈກາງໃນການເຄື່ອນໄຫວ ຂອງສະພາແຫ່ງຊາດ, ດັ່ງນັ້ນ ຕ້ອງສືບຕໍ່ເສີມຂະຫຍາຍບົດບາດ, ຍົກສູງ ຄວາມຮັບຜິດຊອບ ຂອງສະມາຊິກແຕ່ລະທ່ານ, ສະແດງໃຫ້ເຫັນເຖິງ ຄວາມມຸ່ງມາດປາດຖະໜາໃນການອຸທິດສ່ວນ, ກ້າຄິດ, ກ້າເຮັດ, ກ້າ ປ່ຽນແປງໃໝ່ປະດິດສ້າງ, ກ້າຮັບຜິດຊອບ, ປະຕິບັດໃຫ້ດີທີ່ສຸດ ໃນ ບົດບາດ ເປັນຕົວແທນ ທີ່ຈົງຮັກພັກດີ ຕໍ່ເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນ.  

ພາບລວມໃນພິທີໄຂກອງປະຊຸມສະໄໝສາມັນໜຶ່ງ ຂອງສະພາແຫ່ງຊາດ ຊຸດທີ XV. ພາບ: ຢວ໊ານເຕີ໋ນ/VNA
ຕອນບ່າຍວັນທີ 21 ຕຸລາ 2024, ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8, ສະພາແຫ່ງຊາດ ຊຸດທີ XV ໄດ້ເລືອກຕັ້ງເອົາ ສະຫາຍ ເລືອງເກື່ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ, ສະມາຊິກສະພາແຫ່ງຊາດ ຊຸດທີ XV ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2021-2026. ພາບ: VNA

*ນັກຂ່າວ: ຮຽນທ່ານປະທານສະພາແຫ່ງຊາດ, ບັນດາບົດຮຽນ ປະສົບການ ໃນການປ່ຽນແປງໃໝ່ ວຽກງານສ້າງກົດໝາຍ ໃນໄລຍະ ຜ່ານມາ ໄດ້ຖອດຖອນເປັນບົດຮຽນ ແລະ ເປັນປະຖົມປັດໄຈຄືແນວໃດ ໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດໃນຕໍ່ໜ້າ?

*ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ: ໃນໄລຍະຜ່ານມາ (ໂດຍສະເພາະແມ່ນອາຍຸການສະພາແຫ່ງຊາດ ຊຸດທີ XV), ວຽກງານ ສ້າງກົດໝາຍຂອງສະພາແຫ່ງຊາດ ໄດ້ມີການປ່ຽນແປງໃໝ່ຢ່າງແຂງແຮງ, ຫັນປ່ຽນຢ່າງຕັ້ງໜ້າຈາກຈິນຕະນາການ “ການຄຸ້ມຄອງ” ມາເປັນ “ການ ສ້າງຂອບເຂດ ເພື່ອການພັດທະນາ”, ບໍ່ພຽງແຕ່ ແກ້ໄຂບັນດາບັນຫາ ຮີບດ່ວນ ໃນສະເພາະໜ້າເທົ່ານັ້ນ ແຕ່ຍັງໄດ້ຖອດຖອນເປັນບົດຮຽນ ປະສົບການອັນລ້ຳຄ່າ, ປະກອບສ່ວນ ເຂົ້າໃນການປັບປຸງ ລະບອບ ລະບຽບການ ແລະ ກົດໝາຍໃຫ້ສົມບູນແບບ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດ. ບັນດາບົດຮຽນ ປະສົບການດັ່ງກ່າວມີຄື:

ທີໜຶ່ງ, ການນຳພາຂອງພັກ ແມ່ນປັດໄຈຕັດສິນຊີ້ຂາດ ທີ່ຮັບປະກັນ ຄວາມສຳເລັດ ຂອງການເຄື່ອນໄຫວສ້າງລັດຖະທຳມະນູນ ແລະ ສ້າງ ກົດໝາຍ. ໃນທຸກເງື່ອນໄຂ, ການຮັກສາ ບົດບາດການນຳພາຂອງພັກ, ຮັບປະກັນ ການເຄື່ອນໄຫວ ສ້າງລັດຖະທຳມະນູນ ແລະ ສ້າງກົດໝາຍ ຕ້ອງແມ່ນເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ສອດຄ່ອງກັບ ຍຸດທະສາດ ການພັດທະນາປະເທດຊາດ. ໃນຖານະເປັນອົງການຕົວແທນ ສູງສຸດຂອງປະຊາຊົນ, ສະພາແຫ່ງຊາດ ຕ້ອງຫັນບັນດາແນວທາງ, ນະໂຍບາຍຂອງພັກ ໃຫ້ເປັນກົດໝາຍຂອງລັດຢ່າງທັນການ, ສະແດງ ໃຫ້ເຫັນເຖິງຄວາມເຫັນດີເຫັນພ້ອມ ແລະ ເປັນເອກະພາບສູງ ລະຫວ່າງ “ເຈດຈຳນົງຂອງພັກ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ”, ສ້າງພື້ນຖານນິຕິກຳ ໃຫ້ແກ່ການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ.

ທີສອງ, ຮັບປະກັນການຕິດພັນຢ່າງແໜ້ນແຟ້ນ ລະຫວ່າງກົດໝາຍ ກັບຕົວຈິງຂອງຊີວິດສັງຄົມ. ສະພາແຫ່ງຊາດ ໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍ ແລະ ມະຕິຈຳນວນມະຫາສານ, ດ້ວຍຫຼາຍ ການຕົກລົງ ທີ່ມີລັກສະນະປະຫວັດສາດ, ຕອບໂຕ້ຢ່າງທັນການ ຕໍ່ກັບ ບັນດາສະພາບການໃໝ່, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງຊີວິດ. ບັນດານະໂຍບາຍ ຍາມໃດ ກໍຖືເອົາປະຊາຊົນ ແລະ ວິສາຫະກິດເປັນໃຈກາງ, ຕັ້ງໜ້າແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ, ປະກອບສ່ວນປົດປ່ອຍກຳລັງການຜະລິດ, ຂຸດຄົ້ນ ແລະ ນຳໃຊ້ ທຸກແຫຼ່ງ ກຳລັງຢ່າງມີປະສິດທິຜົນ ເຂົ້າໃນພາລະກິດພັດທະນາປະເທດຊາດ.

ທີສາມ, ຮັບປະກັນການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ບັນດາພາກສ່ວນ ໃນການເຄື່ອນໄຫວສ້າງກົດໝາຍ. ວຽກງານ ການປະສານສົມທົບ ລະຫວ່າງລັດຖະບານ ແລະ ສະພາແຫ່ງຊາດ ນັບມື້ນັບມີຄວາມເປັນເອກະພາບ ແລະ ມີປະສິດທິຜົນກວ່າເກົ່າ ໃນການກຽມພ້ອມ ບັນດາຮ່າງກົດໝາຍ ແລະ ໂຄງການຕ່າງໆ “ແຕ່ຫົວທີ ແລະ ແຕ່ໄກ”; ໃນການກວດກາພິຈາລະນາ, ປັບປຸງຮ່າງກົດໝາຍ ແລະ ໂຄງການ ເພື່ອສະເໜີຕໍ່ສະພາແຫ່ງຊາດພິຈາລະນາຕົກລົງ. ການ ປະສານສົມທົບຢ່າງກົມກຽວ, ແໜ້ນແຟ້ນ ແລະ ມີປະສິດທິຜົນ ລະຫວ່າງ ລັດຖະບານ, ຄະນະກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ບັນດາອົງການຂອງສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ; ພ້ອມກັບການເຂົ້າຮ່ວມຢ່າງຕັ້ງໜ້າ, ມີປະສິດທິຜົນ ແລະ ດ້ວຍຄວາມ ຮັບຜິດຊອບສູງ ຂອງບັນດາສະມາຊິກສະພາແຫ່ງຊາດ ແມ່ນປັດໄຈ ຕັດສິນເພື່ອໃຫ້ບັນດາກົດໝາຍ ແລະ ມະຕິ ໄດ້ຮັບການຮັບຮອງເອົາ ຈາກສະພາແຫ່ງຊາດ ດ້ວຍຄະແນນສຽງເຫັນດີໃນລະດັບສູງ.

ທີສີ່, ຄວາມເປັນມືອາຊີບ ແລະ ວິທະຍາສາດ ແມ່ນພື້ນຖານ ໃນການຍົກສູງ ຄຸນນະພາບຂອງ ກົດໝາຍ. ຈິດໃຈຄວາມຮັບຜິດຊອບ, ຄວາມທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ຂອງທົ່ວຖັນແຖວພະນັກງານ, ລັດຖະກອນ, ແຮງງານ ຂອງຫ້ອງວ່າການສະພາແຫ່ງຊາດ, ສະພາ ຊົນເຜົ່າ, ບັນດາກຳມາທິການ ຂອງສະພາແຫ່ງຊາດ, ຫ້ອງວ່າການ ຄະນະສະມາຊິກ ສະພາແຫ່ງຊາດ ແລະ ສະພາປະຊາຊົນ, ບັນດາ ກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ, ບັນດາສຳນັກຂ່າວສານ, ສື່ມວນຊົນ ແລະ ທ້ອງຖິ່ນຕ່າງໆ. ການເຄື່ອນໄຫວ ສ້າງກົດໝາຍ ໄດ້ຮັບການຈັດຕັ້ງປະຕິບັດ ຕາມຂັ້ນຕອນ ຢ່າງແໜ້ນແຟ້ນ ພ້ອມກັບ ການຍູ້ແຮງ ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນປັດໄຈ ສະໜັບສະໜູນຢ່າງແຂງແຮງ, ປະກອບສ່ວນຊຸກຍູ້ຄວາມຄືບໜ້າ ແລະ ຍົກສູງຄຸນນະພາບ ການເຄື່ອນໄຫວ ສ້າງກົດໝາຍຂອງສະພາແຫ່ງຊາດ.  

ສະພາແຫ່ງຊາດ ປ່ອນບັດຜ່ານກົດໝາຍວ່າດ້ວຍການສະສົມແຫ່ງລັດ (ສະບັບປັບປຸງ) ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 10, ສະພາແຫ່ງຊາດ ຊຸດທີ XV. ພາບ: ຢວ໊ານເຕີ໋ນ/VNA

*ນັກຂ່າວ: ຮ່າງເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ ກຳນົດວ່າ: ສືບຕໍ່ສ້າງ ແລະ ປັບປຸງລະບອບລະບຽບການ ເພື່ອການ ພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ ໃຫ້ມີຄວາມຄົບຊຸດ. ຮຽນທ່ານປະທານສະພາແຫ່ງຊາດ, ໜ້າທີ່ດັ່ງກ່າວ ໄດ້ວາງ ຄວາມຮຽກຮ້ອງຕ້ອງການຄືແນວໃດ ຕໍ່ສະພາແຫ່ງຊາດໃນຕໍ່ໜ້າ?

*ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ: ຮ່າງບົດລາຍງານ ການເມືອງ ທີ່ຈະສະເໜີ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ກຳນົດ ເປົ້າໝາຍການເຕີບໂຕທາງເສດຖະກິດ ໃຫ້ບັນລຸໄດ້ສອງຕົວເລກ ໃນອາຍຸການຕໍ່ໜ້າ; ພ້ອມກັນນັ້ນ ກໍໄດ້ວາງຄວາມຮຽກຮ້ອງຕ້ອງການ ໃນການສຸມໃສ່ ປັບປຸງລະບອບລະບຽບການ ເພື່ອການພັດທະນາ ປະເທດຊາດ ຢ່າງວ່ອງໄວ ແລະ ຍືນຍົງ ໃຫ້ມີຄວາມຮອບດ້ານ ແລະ ຄົບຊຸດ... ເພື່ອປະຕິບັດເປົ້າໝາຍ ແລະ ຄວາມຮຽກຮ້ອງຕ້ອງການ ທີ່ວາງໄວ້ໃຫ້ປາກົດຜົນເປັນຈິງ, ວຽກງານສ້າງກົດໝາຍ ຂອງ ສະພາແຫ່ງຊາດ ຕ້ອງໄດ້ຮັບການສືບຕໍ່ປ່ຽນແປງໃໝ່ຢ່າງແຂງແຮງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນ. ສະພາແຫ່ງຊາດ ຈະສືບຕໍ່ ຈັດຕັ້ງປະຕິບັດມະຕິເລກທີ 66-NQ/TW ຂອງກົມການເມືອງ ວ່າດ້ວຍ ການປ່ຽນແປງໃໝ່ ວຽກງານການສ້າງ ແລະ ການຈັດຕັ້ງປະຕິບັດກົດໝາຍ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການ ພັດທະນາ ປະເທດຊາດ ໃນຍຸກສະໄໝໃໝ່ ຢ່າງມີປະສິດທິຜົນ; ປະຕິບັດຂັ້ນຕອນ ການສ້າງກົດໝາຍຢ່າງເຂັ້ມງວດ, ເດັດຂາດສະກັດກັ້ນ ແລະ ຕ້ານ ປະກົດການຫຍໍ້ທໍ້, ຜົນປະໂຫຍດກຸ່ມຄົນ; ເພີ່ມທະວີ ການປະສານສົມທົບ ຢ່າງທັນການ ແລະ ມີປະສິດທິຜົນກວ່າເກົ່າ ລະຫວ່າງບັນດາອົງການ ຂອງ ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການ ສູນກາງ ແນວໂຮມ ປະເທດຊາດ ຫວຽດນາມ, ສານປະຊາຊົນສູງສຸດ, ອົງການ ໄອຍະການ ປະຊາຊົນສູງສຸດ ແລະ ພາກສ່ວນທີ່ກ່ຽວຂ້ອງ; ຮັບປະກັນ ໃຫ້ທຸກ ກົດດຳລັດ ລ້ວນແຕ່ເລີ່ມຈາກ ຜົນປະໂຫຍດຂອງຊາດ, ຂອງປະຊາຊາດ ແລະ ຄວາມມຸ່ງມາດປາດຖະໜາ ອັນຊອບທຳ ຂອງປະຊາຊົນ.

ສືບຕໍ່ຈັດຕັ້ງປະຕິບັດ ຄວາມຮຽກຮ້ອງຕ້ອງການ ໃນການປ່ຽນແປງໃໝ່ ຈິນຕະນາການ ໃນວຽກງານການສ້າງກົດໝາຍ, ເຮັດໃຫ້ ລະບອບລະບຽບການ ແລະ ກົດໝາຍ ກາຍເປັນທ່າແຮງໃນການແຂ່ງຂັນ, ເປັນກຳລັງຊຸກຍູ້ ການພັດທະນາປະເທດຊາດ; ກວດກາຄືນ ບັນດາຈຸ ດບົກຜ່ອງ, ຊ່ອງຫວ່າງ, ຂໍ້ຄົງຄ້າງ ແລະ ຈຸດຄົງຄ້າງຂອງກົດໝາຍ ເພື່ອ ປັບປຸງ, ເພີ່ມເຕີມ ແລະ ບູລະນະໃຫ້ສົມບູນແບບຢ່າງທັນການ. ຮັບປະກັນ ລັກສະນະຄົບຊຸດ, ສະຖຽນລະພາບ ແລະ ຄວາມເປັນໄປໄດ້, ທັງ ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຮີບດ່ວນສະເພາະໜ້າ, ທັງສ້າງ ຂອບເຂດນິຕິກຳໄລຍະຍາວ ໃຫ້ແກ່ການພັດທະນາແບບຍືນຍົງ, ການ ເຊື່ອມໂຍງສາກົນ, ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ການ ຫັນເປັນດີຈີຕອນແຫ່ງຊາດ.

ຄຽງຄູ່ກັນນັ້ນ, ຕ້ອງຍົກສູງຄຸນນະພາບ ແລະ ເສີມຂະຫຍາຍບົດບາດ ຂອງສະມາຊິກສະພາແຫ່ງຊາດ ໃຫ້ຫຼາຍຂຶ້ນກວ່າເກົ່າ, ເພີ່ມອັດຕາສ່ວນ ສະມາຊິກສະພາແຫ່ງຊາດ ທີ່ເຮັດວຽກສະເພາະກິດ, ເພື່ອໃຫ້ ສະພາແຫ່ງຊາດ ບໍ່ພຽງແຕ່ແມ່ນອົງການຕົວແທນສູງສຸດເທົ່ານັ້ນ, ແຕ່ຍັງ ແມ່ນບ່ອນເຕົ້າໂຮມສະຕິປັນຍາຂອງທົ່ວປວງຊົນ.

ລັດຖະບານ, ຂະແໜງການ, ບັນດາອົງການ ແລະ ຈັດຕັ້ງທີ່ກ່ຽວຂ້ອງ, ໃນຂອບເຂດໜ້າທີ່ ແລະ ສິດອຳນາດຂອງຕົນ, ຕ້ອງຮີບຮ້ອນຈັດຕັ້ງ ຜັນຂະຫຍາຍປະຕິບັດ ບັນດາກົດໝາຍ ແລະ ມະຕິ ທີ່ໄດ້ຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ; ປະກາດໃຊ້ ບັນດາເອກະສານກຳນົດລາຍລະອຽດ ໃຫ້ທັນຕາມ ກຳນົດ ເວລາ. ຍູ້ແຮງວຽກງານໂຄສະນາ, ເຜີຍແຜ່ກົດໝາຍ, ໂດຍສະເພາະ ແມ່ນບັນດາກົດໝາຍ ແລະ ມະຕິທີ່ມີຜົນກະທົບໂດຍກົງຕໍ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດ. ພ້ອມກັນນັ້ນ, ກໍຕ້ອງ ໝັ່ນກວດກາ, ຕີລາຄາປະສິດທິຜົນ ແລະ ຄຸນນະພາບ ຂອງ ນະໂຍບາຍ ພາຍຫຼັງ ທີ່ໄດ້ປະກາດໃຊ້ ເພື່ອປັບປຸງ ແລະ ເພີ່ມເຕີມ ໃຫ້ທັນການ.

ຄະນະປະຈຳສະພາແຫ່ງຊາດ ຈະສືບຕໍ່ຊີ້ນຳຢ່າງເດັດຂາດ ໃນການ ຜັນຂະຫຍາຍ ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ, ເຕັກໂນໂລຊີ ດີຈີຕອນຢ່າງຄົບຊຸດ ເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນ ໃນການ ເຄື່ອນໄຫວ ຂອງສະພາແຫ່ງຊາດ ແລະ ບັນດາອົງການ ຂອງ ສະພາແຫ່ງຊາດ. ສືບຕໍ່ຄົ້ນຄວ້າ, ສະເໜີບັນດາວິທີການແກ້ໄຂ ເພື່ອ ປ່ຽນແປງໃໝ່, ຍົກສູງຄຸນນະພາບ ແລະ ປະສິດທິຜົນ ຂອງບັນດາ ກອງປະຊຸມສະພາແຫ່ງຊາດ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ ໃນໄລຍະການພັດທະນາໃໝ່ ຂອງປະເທດຊາດ.

ສະມາຊິກສະພາແຫ່ງຊາດ ປ່ອນບັດຜ່ານມະຕິວ່າດ້ວຍແນວທາງການລົງທຶນໂຄງການ ລາງລົດໄຟຄວາມໄວສູງ ໃນແກນເໜືອ-ໃຕ້ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8, ສະພາແຫ່ງຊາດ ຊຸດທີ XV (ເດືອນພະຈິກ 2024). ພາບ: ວັນດຽບ/VNA

*ນັກຂ່າວ: ພັນທະກຳທີ່ສຳຄັນອັນດັບໜຶ່ງ ຂອງສະພາແຫ່ງຊາດ ບໍ່ພຽງແຕ່ສຳລັບປີ 2026 ເທົ່ານັ້ນ ແຕ່ຍັງແມ່ນສຳລັບທົ່ວອາຍຸການຕໍ່ໜ້າ ຄືການຈັດຕັ້ງ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ໃຫ້ປະສົບ ຜົນສຳເລັດ ຢ່າງຈົບງາມ. ຄຽງຄູ່ກັບບັນດາເງື່ອນໄຂສະດວກ ທີ່ເປັນ ພື້ນຖານ ເປັນຕົ້ນແມ່ນ ສະພາບການເມືອງທີ່ມີສະຖຽນລະພາບ, ຊີວິດການເປັນຢູ່ ແລະ ຄວາມຮັບຮູ້ຂອງຜູ້ມີສິດເລືອກຕັ້ງ ໄດ້ຮັບການ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຫວຽດນາມ ກໍຄືບັນດາປະເທດໃນທົ່ວໂລກ ພວມຕ້ອງປະເຊີນໜ້າກັບຜົນກະທົບ ຈາກກະແສຂໍ້ມູນຂ່າວສານ ທີ່ຜິດບິດເບືອນ ໃນສື່ສັງຄົມອອນລາຍ ຫຼື ການແຊກແຊງ ຂອງບັນດາ ອິດທິກຳລັງ ທີ່ເປັນປະຕິປັກ ຈາກພາຍນອກ. ຂໍຮຽນທ່ານ ປະທານ ສະພາແຫ່ງຊາດ ຊ່ວຍໃຫ້ຮູ້ກ່ຽວກັບ ບັນດາ ຄວາມຮຽກຮ້ອງຕ້ອງການ ແລະ ການປ່ຽນແປງໃໝ່ ທີ່ວາງອອກ ສຳລັບການເລືອກຕັ້ງຄັ້ງນີ້?

*ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ: ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ແມ່ນວັນບຸນຂອງທົ່ວປວງຊົນ, ແມ່ນໂອກາດ ໃຫ້ຜູ້ມີສິດເລືອກຕັ້ງ ໄດ້ປະຕິບັດ ສິດເປັນເຈົ້າຂອງຕົນ ຜ່ານການ ຄັດເລືອກ, ເລືອກຕັ້ງເອົາບັນດາຜູ້ແທນທີ່ດີເດັ່ນ, ເປັນຕົວແທນ ໃຫ້ແກ່ ເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ເຂົ້າໃນ ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ ໃນອາຍຸການໃໝ່; ຈາກນັ້ນ ກໍປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສ້າງສັນ, ປັບປຸງ ແລະ ບູລະນະລັດແຫ່ງກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໃຫ້ສົມບູນແບບ. ນີ້ແມ່ນເຫດການ ການເມືອງ ທີ່ສຳຄັນຍິ່ງ ຂອງປະເທດຊາດ, ເຊິ່ງຈັດຂຶ້ນໃນທັນທີ ພາຍຫຼັງ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ຈະສືບຕໍ່ສ້າງ ບັນຍາກາດໃໝ່ ເພື່ອນຳພາປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

ເມື່ອທຽບກັບບັນດາອາຍຸການກ່ອນໜ້ານີ້, ການເລືອກຕັ້ງຄັ້ງນີ້ ມີຫຼາຍ ຈຸດໃໝ່ທີ່ສຳຄັນ ເປັນຕົ້ນແມ່ນ: ຫຍໍ້ອາຍຸການຂອງສະພາແຫ່ງຊາດ ຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ໃຫ້ສັ້ນເຂົ້າ, ກຳນົດເອົາວັນເລືອກຕັ້ງ ແມ່ນວັນທີ 15 ມີນາ 2026, ເຊິ່ງໄວກວ່າ 2  ເດືອນ ເມື່ອທຽບກັບການເລືອກຕັ້ງຄັ້ງກ່ອນໆ. ຫຍໍ້ເວລາ ບັນດາຂັ້ນຕອນ ຂອງຂະບວນການເລືອກຕັ້ງ: ເວລານັບຕັ້ງແຕ່ສິ້ນສຸດ ການຍື່ນເອກະສານ ສະໝັກຮັບເລືອກຕັ້ງ ຈົນເຖິງວັນເລືອກຕັ້ງ ແມ່ນຫຼຸດລົງຈາກ 70 ວັນ ເຫຼືອພຽງ 42 ວັນ; ບັນດາຄາດໝາຍເວລາ ໃນການຈັດກອງປະຊຸມ ຮ່ວມປຶກສາຫາລື , ການປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງ, ການແກ້ໄຂ ຄຳຮ້ອງທຸກ-ຮ້ອງຟ້ອງ ກໍໄດ້ຮັບການປັບປຸງໃຫ້ສອດຄ່ອງກັນ, ຮັບປະກັນລັກສະນະຄົບຊຸດ ແລະ ແທດຕົວຈິງ. ປັບປຸງສິດອຳນາດ ໃນການກຳນົດເຂດປ່ອນບັດ ແລະ ການຈັດຕັ້ງ ອົງການຮັບຜິດຊອບ ການເລືອກຕັ້ງ ຕາມຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ. ເຮັດໃຫ້ຮູບແບບການເຄື່ອນໄຫວຂົນຂວາຍຫາສຽງເລືອກຕັ້ງ ມີຄວາມຫຼາກຫຼາຍ, ຄຽງຄູ່ກັບຮູບແບບ ການພົບປະ ຜູ້ມີສິດເລືອກຕັ້ງ ໂດຍກົງ, ແມ່ນອະນຸຍາດໃຫ້ຈັດຂຶ້ນແບບອອນລາຍ ຫຼື ແບບ ປະສົມປະສານ ໂດຍມີເງື່ອນໄຂຮັບປະກັນດ້ານເຕັກນິກ, ຄວາມປອດໄພ ດ້ານຂໍ້ມູນຂ່າວສານ ແລະ ຄວາມປອດໄພທາງໄຊເບີ. ເປັນພິເສດ, ແມ່ນມີກົນໄກອະນຸຍາດ ໃຫ້ສະພາການເລືອກຕັ້ງແຫ່ງຊາດ ເປັນເຈົ້າການ ໃນການປັບປຸງເວລາ ແລະ ແນະນຳບັນດາອົງການຮັບຜິດຊອບ ການ ເລືອກຕັ້ງ ເມື່ອມີສະພາບການຕົວຈິງເກີດຂຶ້ນ, ເພື່ອຮັບປະກັນ ຄວາມ ຄືບໜ້າ ແລະ ປະສິດທິຜົນໃນການຈັດຕັ້ງການເລືອກຕັ້ງ.

ຄວາມຕັດສິນໃຈຢ່າງສູງທາງການເມືອງ ພ້ອມກັບການຊີ້ນຳ ນຳພາ-ຢ່າງໃກ້ຊິດ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະ ເລຂາທິການ, ເຊິ່ງໂດຍກົງແມ່ນ ສະຫາຍ ເລຂາທິການໃຫຍ່ ໂຕເລີມ, ຂອງຄະນະພັກທຸກຂັ້ນ ຕໍ່ກັບວຽກງານ ການກຽມພ້ອມ ເລືອກຕັ້ງ ແມ່ນປັດໄຈສຳຄັນອັນດັບໜຶ່ງ ທີ່ຮັບປະກັນໄຊຊະນະຂອງການເລືອກຕັ້ງ. ຄຽງຄູ່ກັບນັ້ນ ແມ່ນຄວາມເດັດຂາດ, ໃກ້ຊິດ, ເປັນເຈົ້າການ, ສ້າງສັນ, ຢືດຢຸ່ນ ແລະ ແທດຕົວຈິງ ກັບສະພາບການ, ເງື່ອນໄຂພູມສັນຖານ ຂອງ ແຕ່ລະທ້ອງຖິ່ນ; ການແບ່ງງານ ແລະ ປະສານສົມທົບຢ່າງແໜ້ນແຟ້ນ, ມີປະສິດທິຜົນ ລະຫວ່າງບັນດາອົງການ ແລະ ຈັດຕັ້ງທີ່ກ່ຽວຂ້ອງ ໃນທົ່ວ ວຽກງານການເລືອກຕັ້ງ, ສ້າງຄວາມໂປ່ງໃສ, ຈະແຈ້ງ, ເປັນເອກະພາບ ແລະ ລ່ຽນໄຫຼ ແຕ່ສູນກາງລົງຮອດຮາກຖານ. ເປັນພິເສດ, ຕ້ອງ ຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ ຕາມຄວາມຮຽກຮ້ອງຕ້ອງການ ໃນຄຳສັ່ງ ເລກທີ 46-CT/TW ຂອງກົມການເມືອງ ຄື ທົ່ວລະບົບການເມືອງ ຕ້ອງມີຄວາມສາມັກຄີເປັນເອກະພາບ, ເພີ່ມທະວີການປະສານສົມທົບ, ສຸມທຸກກຳລັງແຮງກຽມພ້ອມ ບັນດາເງື່ອນໄຂທີ່ຈຳເປັນ ເພື່ອຈັດຕັ້ງ ການເລືອກຕັ້ງໃຫ້ມີໄຊ, ຮັບປະກັນໃຫ້ການເລືອກຕັ້ງ ໄດ້ດຳເນີນໄປ ຢ່າງເປັນປະຊາທິປະໄຕ, ສະເໝີພາບ, ຖືກຕ້ອງຕາມກົດໝາຍ, ປອດໄພ ແລະ ປະຢັດ, ເປັນບັ້ນດຳເນີນຊີວິດປະຊາທິປະໄຕຢ່າງກວ້າງຂວາງ ໃນທຸກຊັ້ນຄົນ, ຄັດເລືອກ ແລະ ເລືອກຕັ້ງເອົາໄດ້ບັນດາຜູ້ແທນທີ່ດີເດັ່ນ, ເປັນຕົວແທນໃຫ້ແກ່ສະຕິປັນຍາ ແລະ ຄວາມມຸ່ງມາດປາດຖະໜາ ຂອງ ປະຊາຊົນທົ່ວປະເທດ ເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນ ທຸກຂັ້ນ.

ສະຫາຍ ເລຂາທິການໃຫຍ່ ໂຕເລີມ ພ້ອມກັບບັນດາສະຫາຍການນຳພັກ, ລັດ ແລະ ຜູ້ແທນທີ່ເຂົ້າຮ່ວມພິທີປິດກອງປະຊຸມສະໄໝສາມັນ ເທື່ອທີ 10, ສະພາແຫ່ງຊາດ ຊຸດທີ XV. ພາບ: ຢວ໊ານເຕີ໋ນ/VNA

 ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ຈະຍົກສູງ ສະຕິຄວາມຮັບຜິດຊອບ, ເສີມຂະຫຍາຍສິດເປັນເຈົ້າຂອງຕົນ, ຄັດເລືອກ ເອົາ ບັນດາຜູ້ແທນທີ່ມີຄຸນສົມບັດ, ມີຄວາມສາມາດ, ມີຈິດໃຈ ແລະ ມີວິໄສທັດ ເຂົ້າຮ່ວມສະພາແຫ່ງຊາດ ຊຸດທີ XVI ແລະ ສະພາປະຊາຊົນ ທຸກຂັ້ນ ອາຍຸການ 2026-2031 ເພື່ອປະຕິບັດໃຫ້ດີ ບັນດາໜ້າທີ່ ແລະ ພາລະກິດ ອັນໜັກໜ່ວງ ຂອງສະພາແຫ່ງຊາດ, ສະພາປະຊາຊົນ ໃນ ໄລຍະ ການພັດທະນາໃໝ່ ຂອງປະເທດຊາດ.

ດ້ວຍບັນດາໝາກຜົນທີ່ຍາດມາໄດ້ໃນອາຍຸການທີ່ຜ່ານມາ, ດ້ວຍການ ສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ, ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ, ການເລືອກຕັ້ງ ໃນວັນທີ 15 ມີນາ 2026 ຈະປະສົບຜົນສຳເລັດຢ່າງຈົບງາມ, ສ້າງບາດກ້າວເລີ່ມຕົ້ນທີ່ສຳຄັນ ໃຫ້ແກ່ ການສ້າງສັນ ແລະ ປັບປຸງກົງຈັກລັດໃນອາຍຸການໃໝ່, ສ້າງພື້ນຖານ ການເມືອງ-ສັງຄົມ ທີ່ໜັກແໜ້ນ ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໃຫ້ມີໄຊ.

ໃນໂອກາດວັນບຸນປີໃໝ່ ທີ່ພວມໝູນວຽນມາເຖິງ, ດ້ວຍຄວາມເຊື່ອໝັ້ນ ແລະ ຄວາມພາກພູມໃຈ ຕໍ່ກັບປະເທດຊາດ ທີ່ພວມຢູ່ໃນທ່າແຮງ ແຫ່ງການປ່ຽນແປງໃໝ່, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດສຸດ ມາຍັງ ພີ່ນ້ອງຮ່ວມຊາດ, ຜູ້ມີສິດເລືອກຕັ້ງທົ່ວປະເທດ, ຄົນເຊື້ອຊາດ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ.

ນັກຂ່າວ: ຂໍສະແດງຄວາມຂອບໃຈຢ່າງສູງຕໍ່ທ່ານປະທານສະພາແຫ່ງຊາດ!

ປະຕິບັດໂດຍ: ຟານເຟືອງ - ພາບ: VNA


Top