ທ່ານ David Thomas ແລະ ໝູ່ເພື່ອນ
ເດືອນ ມິຖຸນາ ປີ 1969, ທ່ານ David Thomas ໄດ້ອອກຈາກ ນະ ຄອນ Portland ເຂົ້າຮ່ວມກອງທະຫານ ອາເມລິກາ ເພື່ອການ ເຂົ້າຮ່ວມສົງຄາມຢູ່ ຫວຽດນາມ. ທ່ານ David Thomas ໄດ້ ປະຈໍາຢູ່ Pleiku ໃນເວລາກວ່າໜຶ່ງປີ. ໃນໃຈທ່ານ David Thomas ຍາມໃດກໍ່ເກັບຮັກສາ ຄວາມຊົງຈຳ ກ່ຽວກັບຮອຍຍິ້ມຂອງເດັກນ້ອຍ ໃນສະໄໝສົງຄາມ, ຜູ້ຄົນ ຫວຽດນາມ ມີຄວາມປາດຖະໜາ ຢາກໃຫ້ມີສັນຕິພາບ ແລະ ການຟື້ນຕົວ ຢ່າງອົງອາດ ກ້າຫານ ເພື່ອຜ່ານຜ່າທຸກຄວາມຫຍຸ້ງຍາກໃນສະໄໝສົງຄາມ.
ທ່ານ David Thomas ກັບຄືນມາ ຫວຽດນາມ ໃນປີ 1987 ດ້ວຍ ຄວາມປາຖະໜາ ສ່ວນຕົວ ທີ່ຈະກັບມາປະເທດ ທີ່ທ່ານໄດ້ ເຂົ້າ ຮ່ວມສົງຄາມ ແຕ່ຄາວຍັງເປັນບ່າວ ເພື່ອຊອກຫາຊ່ອງທາງ ເຊື່ອມຕໍ່ ແລະ ປົວແປງຮຳບາດແຜ ສົງຄາມ. ນັ້ນແມ່ນການເດີນທາງຄັ້ງທຳອິດ ແລະ ຕໍ່ມາ ທ່ານ ກໍ່ໄດ້ເດີນທາງມາ ຫວຽດນາມ ຫຼາຍຄັ້ງ ໃນຕະຫຼອດ ໄລຍະເວລາ ກວ່າ 30 ປີ ຜ່ານມາ.
ໃນລະດູຮ້ອນປີ 1988, ເພິ່ນໄດ້ສ້າງຕັ້ງສະມາຄົມ ສິລະປະ ອິນດູ ຈີນ (Indochina Arts Partnership - IAP). ອົງການດັ່ງກ່າວໂດຍທ່ານເປັນຜູ້ລິເລີ່ມ ໄດ້ກາຍເປັນຂົວເຊື່ອມຕໍ່ ດ້ານສິລະປະ ວັດທະ ນະທຳ ແລະ ການພົວພັນລະຫວ່າງ ປະຊາຊົນ ຫວຽດນາມ ແລະ ອາເມລິກາ ໃນເວລານັ້ນ. ເປັນເວລາ ກວ່າ 30 ປີ, IAP ໄດ້ສ້າງ ແລະ ບໍລິຫານໂຄງການ ແລກປ່ຽນສິລະປະ ໃຫຍ່ ແລະ ນ້ອຍ ນັບຫຼາຍສິບຄັ້ງ, ໄດ້ນຳເອົານັກສິລະປິນ ປັນຍາຊົນ ຫວຽດນາມ ນັບຮ້ອຍຄົນໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສ ອາເມລິກາ ແລະ ບັນດານັກສິລະປິນ ປັນຍາຊົນ ອາເມລິກາ ນັບຫຼາຍສິບຄົນ ມາ ຫວຽດ ນາມ. IAP ກໍ່ແມ່ນບ່ອນທຳອິດ ຈັດຕັ້ງງານວາງສະແດງສິລະປະ ໃຫຍ່ ສອງຄັ້ງ ຊຶ່ງສະແດງໃຫ້ເຫັນນ້ຳໃຈມິດຕະພາບ ຫວຽດນາມ - ສ ອາເມລິກາ. ນັ້ນແມ່ນງານວາງສະແດງ “ຫ່າງກັນໄກແສນໄກ, ປີ 1990-1994” ແລະ “ເບິ່ງຈາກສອງຂ້າງ, ປີ 1995-2000”. ງານວາງສະແດງສອງຄັ້ງນີ້ ແນະນໍາບັນດາຜົນງານ ຂອງນັກສິລະປິນ ຫຼາຍຄົນ ຂອງສອງປະເທດ ໃນສະໄໝນັ້ນ, ໄດ້ຮັບການວາງສະແດງ ຢູ່ຫໍພິພິທະພັນໃຫຍ່ ຂອງ ສ ອາເມລິກາ ແລະ ຫວຽດນາມ ແລະ ກາຍເປັນ ໜຶ່ງໃນບັນດາເຫດການ ສິລະປະ ວັດທະນະທຳ ທີ່ເປັນ ຕົວແທນ ກ່ຽວກັບ ການທູດດ້ານການເມືອງ ແລະ ວັດທະນະທຳ ລະຫວ່າງ ຫວຽດນາມ ແລະ ສ ອາເມລິກາ.
ໂດຍຜ່ານ IAP, ທ່ານ David Thomas ດ້ວຍຄວາມມານະພະຍາ ຍາມ ຂອງຕົນ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ສໍາຄັນ ເພື່ອການລິເລີ່ມ ແລະ ຮັກສາກິດຈະກໍາ ການປົວແປງ ແລະ ສ້າງ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ໃນຫຼາຍດ້ານ ລະຫວ່າງ ປະຊາຊົນ ສອງປະເທດ.
ໃນຊຸມປີຕໍ່ມາ, IAP ໄດ້ຈັດໂຄງການ ນັກສິລະປິນ ຢູ່ທີ່ພັກເປັນປະ ຈຳ, ເຊື້ອເຊີນ ແລະ ຊ່ວຍເຫຼືອບັນດານັກສິລະປິນ ປັນຍາຊົນ ຫວຽດ ນາມ ໄປດຳລົງຊີວິດ ແລະ ເຮັດວຽກຢູ່ Boston. ເກັບຄືນງານວາງສະແດງ “David Thomas ແລະ ໝູ່ເພື່ອນ” ໃນຄັ້ງນີ້ ຢູ່ຫໍພິພິທະພັນ ວິຈິດສິນ ຮ່າໂນ້ຍ, ທ່ານ David Thomas ມີຄວາມຮູ້ສຶກ ປາບປຶ້ມໃຈທີສຸດ ເມື່ອໄດ້ພົບປະ ແລະ ແລກປ່ຽນກັບບັນດານັກສິລະປິນໜຸ່ມ ຫວຽດນາມ. ທ່ານ ກ່າວວ່າ ຕົວທ່ານເອງ ຮູ້ສຶກ ຄືໄດ້ ກັບຄືນຕອນຍັງໜຸ່ມ, ພິເສດແມ່ນ ເມື່ອໄດ້ເຮັດວຽກ ກັບເພື່ອນ ຫວຽດນາມ, ຜູ້ທີ່ທ່ານ ຮັກແພງ ແລະ ນັບຖືຕໍ່ຄວາມສາມາດ ຂອງເຂົາເຈົ້າ. ນັກສິລະປິນ ຫງວຽນເຖ໋ເຊີນ, ຜູ້ມີຜົນງານໄດ້ຮັບການວາງສະແດງ ພ້ອມກັບທ່ານ David Thomas ໃຫ້ຮູ້ວ່າ: “ເມື່ອເບິ່ງ ຮູບແຕ້ມ ກຣາຟິກ ຂອງ ທ່ານ David Thomas, ຂ້າພະເຈົ້າຮູ້ສຶກເຖິງ ຄວາມມີຫົວຄິດປະດິດສ້າງ ທີ່ບໍ່ມີຂອບເຂດ ຂອງ ນັກຈິດຕະກອນ. ບັນດາຮູບພາບແຕ້ມ ຄືນໃໝ່ຈາກຟິມ ກ່ຽວກັບ ພະຍາດ Parkinson ທີ່ຖ່າຍຈາກສະໝອງ ຂອງ ທ່ານ ແມ່ນມີ ຄວາມໝາຍ ດ້ານມະນຸດສະທຳ ຢ່າງໃຫຍ່ຫຼວງ ກ່ຽວກັບຊີວິດ”. ຫຼາຍໆ ຜົນງານຂອງທ່ານ David Thomas ທີ່ວາງສະແດງຢູ່ ຫວຽດນາມ ໃນຄັ້ງນີ້ ແມ່ນສ່ວນໜຶ່ງ ໃນຫຼາຍຜົນງານ ກຣາຟິກ ຂອງທ່ານ ໃນໄລຍະ ທ່ານຕໍ່ສູ້ ຕ້ານກັບ ພະຍາດ Parkinson, ພະຍາດທີ່ໄດ້ຮັບການບົ່ງມະຕິວ່າ ແມ່ນຜົນຢ້ອນຫຼັງຂອງການທີ່ ເພິ່ນໄດ້ສຳຜັດ ກັບທາດພິດສີສົ້ມ ໃນສະໄໝສົງຄາມ ຢູ່ ຫວຽດນາມ.
ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ບິກລຽນ