ທ່ອງທ່ຽວກາງຄືນ - ຖອດລະຫັດ ກຳແພງ ທັງລອງ

ທ່ອງທ່ຽວກາງຄືນ - ຖອດລະຫັດ ກຳແພງ ທັງລອງ


ກຳແພງ ທັງລອງ ແມ່ນ​ສະຖາປັດຕະຍະກຳ ​ທີ່ຍິ່ງໃຫຍ່ ຂອງ​ ຫວຽດນາມ ຕັ້ງ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ, ​ໄດ້ອົງການ ​ຢູແນັສໂກ​ຮັບຮອງ​ ເປັນມໍລະດົກ ​ວັດທະນະທຳ ຂອງ​ໂລກ. ຫວ່າງ​ມໍ່ໆ ​ມາ​ນີ້, ສູນ​ອະນຸລັກ​ຮັກສາ​ ມໍລະດົກ​ ທັງ​ລອງ​ ໄດ້​ຈັດ​ຕັ້ງ​ ທົວ​ທ່ອງ​ທ່ຽວ​ໃນ​ຕອນ​ກາງຄືນ ຄືນໃໝ່​ ມີຊື່ວ່າ: “​ຖອດລະຫັດ ກຳແພງ ທັງລອງ” ​ເພື່ອ​ແນະນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ກຳແພງ ທັງລອງ ແມ່ນໜຶ່ງໃນບັນດາຂີດໝາຍທີ່ຮຸ່ງເຮືອງ ຂອງ ປະເທດ ຫວຽດນາມ ຊ່ຶງຕິດພັນກັບປະຫວັດສາດ ພັນປີ ອັນສະ ຫງ່າງາມ. ​ໂດຍ​ເລີ່​ມ​ຈາກການຍ້າຍເມືອງຫຼວງ ຂອງ ເຈົ້າກະສັດ ຫຼີຖາຍໂຕ໊ ​ໃນ​ປີ 1010, ນະຄອນຫຼວງ ​ຂອງ ​ຫວຽດນາມ ​ໄດ້​ຖືກ​ຍ້າຍ​ໄປ​ຢູ່​ເມືອງ​ ທັງ​ລອງ​ ຢ່າງ​ເປັນ​ທາງ​ການ (ແຕ່​ກ່ອນ​ເອີ້ນ​ວ່າ ດ້າຍ​ລາ) ​ແລະ​ ບັນດາ​ກິດຈະການ ​ກໍ​ໄດ້​ຮັບ​ການ​ກໍ່ສ້າງ​ເທື່ອ​ລະ​ກ້າວ. ​ໃນ​ນັ້ນພົ້ນ​ເດັ່ນ​ກວ່າ​ໝູ່​ ແມ່ນກິດຈະກໍາໃຫຍ່​​ ດ້ວຍ​ຮູບ​ແບບ ກໍ່ສ້າງ ເປັນ 3 ຮອບຄື: ລາ​ແທ່ງ, ຮວ່າງ​ແທ່ງ ​ແລະ ​ຕື໊ເກີ໋ມແທ່ງ (ວັງຫ້າມ). ພາຍຫຼັງກວ່າ 1000 ປີ, ຜ່ານສະໄໝລາຊະວົງ ຫຼີ, ເຈິ່ນ, ເລ, ມາກ, ຫງວຽນ… ກຳແພງ ແທງລອງ ໄດ້ຮັບຄວາມ ເສຍຫາຍ ຢ່າງໜັກໜ່ວງ ຍ້ອນວັນເວລາ ແລະ ການໂຈມຕີ. ປັດຈຸ​ບັນ, ສະຖາປັດຕະຍະກຳ​ ສ່ວນ​ຫຼາຍ​ແມ່ນ​ໄດ້​ຮັບ​ການ​ອະນຸລັກ ຮັກສາ ​ແລະ ​ປະຕິສັງຂອນ ​ຢູ່​ເທິງພື້ນທີ່ຮ່ອງຮອຍ​ເກົ່າ. ນອກ​ເໜືອ​ຈາກສ່ວນກິດຈະກຳ ຢູ່ເທິງໜ້າດິນ, ສະຖານ​ທີ່​ບູຮານ​ຄະດີ​ ຍັງ​ຖືກ​ຂຸດ​ຄົ້ນ​ເທື່ອ​ລະ​ກ້າວ ​ແລະ ​ເປີດ​ໃຫ້​ປະຊາຊົນ​ເຂົ້າ​ຊົມ.

ກຳແພງ ທັງລອງ ມີເນື້ອທີ່ທັງໝົດເຖິງ 18.000 ເຮັກຕາ, ໃນນັ້ນ ລວມມີບັນດາກິດຈະກຳ ທີ່ພົ້ນເດັ່ນຄື: ປະຕູກຳແພງ, ພະລາຊະ ວັງ, ເຂດບູຮານຄະດີ ແລະ ອື່ນໆ... ທົວ ເລີ່ມໃຫ້ຜູ້ຢ້ຽມຊົມ ເຊັກ ອິນ ຈາກ ດວານມົນ. ນີ້​ແມ່ນ​ປະຕູ ​ທາງ​ໃນ​ສຸດ (​ແລະ​ ສຸດ​ທ້າຍ) ​ພາໄປເຖິງ ເຂດ ຕື໊ເກີ໋ມແທ່ງ. ດວານມົນ ມີໂຄງປະກອບ ເປັນຮູບ ຕົວ U, ສ້າງດ້ວຍຫີນ, ກວ້າງປະມານ 46 ແມັດ, ມີປະຕູໂຄ້ງ ທັງໝົດ 3 ປະຕູ. ໃນນັ້ນ, ປະຕູໃຫຍ່ສຸດ ຢູ່ກາງ ແມ່ນທາງ ໄປມາ ທີ່ສະຫງວນໃຫ້ແກ່ ສະເພາະ ກະສັດ, ສອງ ປະຕູທັງສອງດ້ານ ແມ່ນສໍາລັບ ຄົນຢູ່ໃນ ພະບໍລົມວົງສານຸວົງ ແລະ ເສນາອາມາດ ໃນວັງ. ຂ້າງເທິງປະຕູໂຂງ ແມ່ນຫໍຄອຍ ຊຶ່ງ ປັນບ່ອນ ທະຫານ ເວນຍາມເຝົ້າຮັກສາປະຕູໂຂງ. 

ທ່າມກາງບັນຍາກາດ ຂອງ ແສງສະຫວ່າງເຫຼື້ອມຍິບຍັບ, ທ່ານຈະ ມີ ຄວາມຮູ້ສຶກຄືຕົນເອງ ກຳລັງໄດ້ເຂົ້າໄປພະລາຊະວັງ ທັນທີຫຼັງ ຈາກ ເຊັກອິນ, ຈາກນັ້ນຖ່າຍຮູບ ກັບ “ທະຫານຍາມ” ແລະ “ນາງ ກຳນັນ” ໃນຊຸດບູຮານ. ຫຼັງຈາກນັ້ນ, ທ່ານ ສາມາດ ຊົມລາຍການ ສະແດງ ສິລະປະ ເທິງພື້ນແກ້ວ ຢູ່ຂຸມບູຮານ ດວານມົນ ແລະ ມ່ວນຊື່ນ ກັບ ສາກການສະແດງ ສິລະປະ ການຟ້ອນບູຮານ “ວັງ ທັງລອງ” ກັບບັນດານັກເຕັ້ນລຳທີ່ສວຍງາມ.

ຕາມ​ລາຍ​ການ​ທ່ອງ​ທ່ຽວ, ນັກ​ທ່ອງ​ທ່ຽວ ​ຈະໄປ​ຢ້ຽມ​ຊົມ​ຫ້ອງ​ວາງ​ສະ​ແດງ “ແທງ​ລອງ - ຮ່າ​ໂນ້ຍ, ປະ​ຫວັດ​ສາດ​ພັນ​ປີ​ ຈາກ​ພື້ນ​ດິນ”  ແລະ ​ຖະ​ຫວາຍ​ທູບ​ທຽນ​ລະ​ນຶກ ເຈົ້າກະສັດ 52 ອົງ​ຢູ່​ ​ວັງ ກິ໋ງທຽນ. ວັງ ກິ໋ງທຽນ ຖືວ່າເປັນຈຸດສຳຄັນ ຂອງກຳແພງ ທັງລອງ ໃນສະໄໝກ່ອນ. ສິ່ງ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ ຢູ່​ທີ່​ນີ້​ ແມ່ນບັນດາຜົນງານ ສິ້ນເອກ ຖືກແກະສະຫຼັກເທິງ​ຫີນ ຊຶ່ງເປັນ​ຕົວແທນ​ໃນ​ສະ​ໄໝ​ລາຊະວົງ ເລເຊີ. ທ່ານສາມາດເຫັນໄດ້ງ່າຍ ຄູ່ມັງກອນທີ່ຖືກ ປະດິດສ້າງ ຢູ່ ເທິງຫີນສີຟ້າຢ່າງປານີດແນບນຽນ ກັບສ່ວນໂຕ ທີ່ເຕັມຕຶ່ງ, ງໍໂງ້ງ ອ່ອນ ຊ້ອຍ, ຫົວເງີຍຂຶ້ນ, ປາກອົມເພັດ, ຕາກົມໃຫຍ່.

 

ທົວ​ທ່ອງ​ທ່ຽວ​ ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ກາງຄືນ ​ໄດ້​ນຳມາສີສັນ​ທີ່​ສວຍ​ງາມ​ລຶກລັບໃຫ້​ທົ່ວເຂດກຳແພງ ທັງລອງ ​ທັງ​ໝົດ, ​ບັນດາອຸປະ ກອນສ່ົງແສງສະຫວ່າງ ໄດ້ເຮັດໃຫ້​ຄວາມ​ສວຍ​ງາມ​ແບບເກົ່າແກ່ ຍືນຍົງຄົງຕົວຢູ່ຄູ່ ກັບວັນເວລາ ຂອງບັນດາ ວັດຖຸພັນ ແລະ ມໍລະ ດົກ ໄດ້ໂດດເດັ່ນຍິ່ງຂຶ້ນ, ໃນນັ້ນ ຕ້ອງກ່າວເຖິງ ເຂດ ດວານມົນ, ວັງ ກິ໋ງທຽນ ​ແລະ ເຂດ ຮ່ອງຮອຍບູຮານ​ຄະດີ... ​ເມື່ອ​ໄດ້ຜ່ານປະ ສົບການຕົວຈິງ ກັບຜະລິດຕະພັນທ່ອງທ່ຽວໃໝ່ນີ້, ນອກຈາກ​ໄດ້​ຮັບ​ຟັງ​ຄຳ​ອະທິບາຍ​, ​ໄດ້​ຮຽນ​ຮູ້ ກ່ຽວກັບ​ບັນດາ​ວັດ​ຖຸບູຮານ ແຕ່ ສະໄໝ​ລາຊະວົງ ຫຼີ, ເຈິ່ນ, ເລ..., ນັກ​ທ່ອງ​ທ່ຽວ​ ຍັງ​ໄດ້​ຮັບ ເຄື່ອງ ທີ່ລະນຶກຫຼາຍຢ່າງ ​ທີ່​ມີ​ຄຸນຄ່າ​ທາງ​ຈິດ​ໃຈ ​ເພື່ອ​ນຳ​ກັບ​ເມືອເຊັ່ນ: ຜະລິິດຕະພັນ​ພິມ​ ຊັກເມ້ງຈີບ໊າວ (ຮອຍກາຈໍ້າ ຂອງກະສັດ) ຫຼັງ​ຈາກ ທຳ​ພິ​ທີ​ ຢູ່ວັງ ​ກິ໋ງທຽນ, ຮັບ​ເອົາ​ນ້ຳ​ຈາກ ​ນ້ຳ​ສ້າງ​ ບູ​ຮານ ​ຂອງ​ສະ​ໄໝ​ລາດ​ຊະ​ວົງ ​ເຈິ່ນ...

 

ສະ​ຖານ​ທີ່​ທ່ອງ​ທ່ຽວ ​ສຸດ​ທ້າຍ ​ໃນ​ທົວທ່ອງ​ທ່ຽວ​ ຕອນ​ກາງ​ຄືນ​ແມ່ນ​ສະ​ຖານ​ທີ່ບູຮານ​ ຄະ​ດີ 18 ຮວ່າງຢ້ຽວ. ຢູ່ທີ່ນີ້, ພາຍຫຼັງ ການຂຸດ ຄົ້ນ ມາເປັນຫຼາຍປີ, ນັກບູຮານຄະດີ ໄດ້ພົບເຫັນ ວັດຖຸບູຮານນັບ ລ້ານໆ ອັນ ໃນຫຼາຍຍຸກ ຫຼາຍສະໄໝ ທີ່ສະຫຼັບກັນ ແລະ ຊ້ອນກັນ ໃນຕະຫຼອດຊ່ວງໄລຍະເວລາ 1300 ປີ. ນີ້​ແມ່ນ​ຈຸດພິເສດ​ທີ່​ພົ້ນ​ເດັ່ນ, ປະກອບສ່ວນ​ສ້າງ​ຄຸນຄ່າ ​ອັນ​ໃຫຍ່​ຫຼວງ ​ແລະ ຄວາມ​ເປັນ​ເອກະລັກ​ສະ​ເພາະ​ ຂອງ ເຂດບູຮານສະຖານ. 

ສິ້ນສຸດທົວທ່ອງທ່ຽວ ແມ່ນເກມ ຖອດລະຫັດ ກຳແພງ ທັງລອງ ທີ່ ສະຫງວນ ໃຫ້ນັກທ່ອງທ່ຽວທຸກຄົນ. ຈາກນັ້ນ​, ວັດ​ຖຸບູຮານ​ຈຳ ນວນໜຶ່ງທີ່ເປັນຕົວແທນ ​ຂອງ ກຳແພງ ທັງລອງ ຈະ​ໄດ້​ເປີດສາຍ ​ດ້ວຍແສງ ​ເລເຊີ ​ຢູ່​ເທິງພື້ນຮ່ອງຮອຍບູຮານ ​ຫຼື ​ຢູ່ເທິິງ ສາຍ​ແມ່​ນ້ຳ​ບູຮານ ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ຊອກ​ຮູ້ ​ແລະ ສະເຫຼີຍ. ສ່ວນລາຍ​ ລະ​ອຽດ​ທີ່​ໜ້າ​ສົນ​ໃຈ ​ແລະ ການ​ເຈາະຈີ້ມ ໃຫ້ເກີດຄວາມນຶກຄິດ ໃນການຕອບຄຳຖາມ ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ໃນ ຕະຫຼອດ​ໄລ​ຍະເຂົ້າຮ່ວມການທັດສະນະສຶກສາ​.

ນັກທ່ອງທ່ຽວ ຖ່າຍຮູບທີ່ລະນຶກ ຢູ່ຕໍ່ໜ້າປະຕູໂຂງ ກຳແພງທັງ ລອງ


ບົດ: ບິກເວິນ - ພາບ: ແທງຢາງ - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ 


Top