ທົ່ງນາໄດ້ກໍ່ດ້ວຍຫີນແລ່ນໄປຕາມເສັ້ນທາງໄປສູ່ ມັດເທິ່ນໜຸຍ. ພາບ: ກົງດາດ/VNP

ທົ່ງນາໄດ້ກໍ່ດ້ວຍຫີນແລ່ນໄປຕາມເສັ້ນທາງໄປສູ່ ມັດເທິ່ນໜຸຍ. ພາບ: ກົງດາດ/VNP

ຍິງສາວຊາວ ຍີ່ປຸ່ນ Haruna Ishimaru ເດີນທາງໄປຍັງເຂດ ຫ່າງໄກສອກຫຼີກ ຂອງແຂວງ ຮ່າຢາງ ແລະ ລາຍເຈົາ ເປັນປະ ຈຳ ເພື່ອສະໜັບສະໜູນການ ພັດທະນາເສດຖະກິດ ໂດຍກົງ ໃຫ້ແກ່ ໄວໜຸ່ມ ຊາວເຜົ່າສ່ວນໜ້ອຍ.
ທ່ານນາງ Haruna Ishimaru . ພາບ: ຫວຽດເກື່ອງ/VNP

ໃນ​ຖານະ​ ເປັນ​ຜູ້​ປະສານ​ງານ ​ຂອງໂຄງການ “​ເສີມ​ຂະຫຍາຍ ກໍາລັງແຮງ ພັດທະນາ​ເສດຖະກິດ ​ໃຫ້​ຊາວ​ໜຸ່ມ ຊາວ​ເຜົ່າ ​ສ່ວນ ໜ້ອຍ​ຢູ່ ແຂວງ ຮ່າ​ຢາງ ​ແລະ ລາຍ​ເຈົາ” ຂອງ​ ອົງການ Plan International ​ໄດ້​ຮັບ​ການ​ປະຕິບັດ​ ແຕ່​ເດືອນ ມີນາ 2021 ຫາ ​ເດືອນ ເມສາ 2023, ທ່ານນາງ Haruna Ishimaru ພ້ອມ ກັບ ບັນດາ​ເຈົ້າໜ້າທ່ີ ຂອງ​ໂຄງການ​ໄດ້​ສຸມ​ໃສ່​ຝຶກ​ອົບ​ຮົມ​ບາງ​ວິທີ​​ການ​ລ້ຽງສັດ ແລະ ປູກຝັງ ໃຫ້​ຊາວ​ໜຸ່ມ​ຊາວ​ເຜົ່າສ່ວນໜ້ອຍ​ຢູ່​ແຂວງ ຮ່າ​ຢາງ ​ແລະ ​ລາຍ​ເຈົາ.


ພາຍຫຼັງ 2 ປີ​ ເຮັດ​ວຽກ​ຢູ່ ​ຮ່າ​ໂນ້ຍ, ທ່ານນາງ Haruna Ishimaru ມີ​ໝູ່​ເພີ່ມ​ຂຶ້ນ ​ເພື່ອ​ຊ່ວຍ​ໃຫ້​ເພິ່ນໄດ້​ເຂົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ ​ແລະ ຜູ້ຄົນ ຫວຽດນາມ. ພາບ: ຫວຽດເກື່ອງ/VNP

ນອກຈາກນັ້ນ, ເພິ່ນ ແລະ ເພື່ອນຮ່ວມງານ ຍັງໄດ້ຈັດການຝຶກ ອົບຮົມ ເພີ່ມຕື່ມກ່ຽວກັບທັກສະນຳໃຊ້ຄອມພິວເຕີ, ການໂຄ ສະນາຜະລິດຕະພັນ ຢູ່ບ້ານຊຸມຊົນ ເພື່ອສະໜັບສະໜູນ ຜົນ ຜະລິດໃຫ້ແກ່ບັນດາຄອບຄົວຜະລິດ. ນອກຈາກນັ້ນ, ເພິ່ນ ພ້ອມກັບເຈົ້າໜ້າທ່ີໂຄງການ ໄດ້ຈັດຕັ້ງຊຸດຝຶກອົບຮົມ ເພື່ອ ຊ່ວຍໃຫ້ແມ່ຍິງ ເຂົ້າໃຈວ່າ ການເພີ່ມລາຍຮັບຂອງຄອບຄົວ ບໍ່ ພຽງແຕ່ເປັນວຽກ ຂອງຜູ້ຊາຍເທົ່ານັ້ນ, ແຕ່ແມ່ຍິງ ຍັງສາມາດ ເຮັດໄດ້ອີກດ້ວຍ.

Haruna Ishimaru ມາ ແຂວງ ຮ່າຢາງ ໃນປີ 2022. ຄືກັບຊາວ ຕ່າງປະເທດ ຄົນອື່ນໆ ເມື່ອເຂົາເຈົ້າເລີ່ມມາເຮັດວຽກຢູ່ ຫວຽດ ນາມ, Haruna Ishimaru ແມ່ນມີຄວາມກັງວົນທີ່ສຸດ ຍ້ອນ ຄວາມແຕກຕ່າງທາງດ້ານພາສາ, ພິເສດ ແມ່ນໂຄງການທໍາ ອິດ ທີ່ເພິ່ນເຮັດວຽກ ໃນຖານະເປັນຜູ້ປະສານງານ, ຕ້ອງສົນ ທະນາກັບຫຼາຍ​ຄົນ. ຍິ່ງກວ່ານັ້ນ, ຕ່າງກັບຖະໜົນຫົນທາງ ໃນ ຕົວເມືອງ, ການເດີນທາງ ໄປຫາເຂດໂຄງການປະຕິບັດທີ່ຫ່າງ ໄກສອກຫຼີກ ຍັງເປັນຄວາມຫຍຸ້ງຍາກ ອັນໃຫຍ່ຫຼວງສໍາລັບ Haruna Ishimaru. ແຕ່ຈາກການຊ່ວຍເຫຼືອທີ່ຈິງໃຈ ແລະ ນໍ້າໃຈ ທີ່ອົບອຸ່ນຂອງເພື່ອນຮ່ວມງານທີ່ເຮັດວຽກຢູ່ໃນໂຄງ ການ, Haruna Ishimaru ໄດ້ປັບຕົວຢ່າງໄວວາ.


ທ່ານນາງ Haruna Ishimaru ເຂົ້າ​ຮ່ວມ​ກິດ​ຈະ​ກໍາ​ຂອງ​ຊຸມ​ຊົນ​ເພື່ອ​ເຂົ້າ​ໃຈ​ເພີ່ມ​ເຕີມ​ກ່ຽວ​ກັບ​ວັດ​ທະ​ນະ​ທໍາ​ ແລະ ​ປະ​ຊາ​ຊົນ​ຢູ່ສອງ​ແຂວງ ຮ່າຢາງ ແລະ ລາຍເຈົາ ທີ່​ໂຄງ​ການ​ໄດ້​ຮັບ​ການ​ປະ​ຕິ​ບັດ. ພາບ: ຫວຽດເກື່ອງ/VNP

ຂ້າພະເຈົ້າເຄີຍພົບກັບຍິງສາວຄົນໜຶ່ງຊື່ ມາຍ. ​ເມື່ອ​ພົບ ລາວ ​ຄັ້ງ​ທຳ​ອິດ, ການ​ສື່ສານ​ກັບ​ລາວ​ ບໍ່​ພຽງ​ແຕ່​ຍາກ ​ຍ້ອນ​ອຸປະສັກ ​ທາງ​ພາສາ​ເທົ່າ​ນັ້ນ, ​ແຕ່​ຍັງ​​ຍ້ອນ​ລາວ ຄິດຢ້ານ​ ແລະ ​ອາຍ, ບໍ່​ ເຫັນຍິ້ມ​ຈັກເທື່ອ ​ຕະຫຼອດການສົນທະນາ​. 6 ເດືອນຕໍ່ມາ ເມື່ອ ຂ້າພະເຈົ້າໄດ້ພົບລາວ ອີກຄັ້ງໜຶ່ງ, ໄດ້ເຫັນລາວ ມີການປ່ຽນ ແປງຢ່າງຫຼາຍ, ຍິ້ມຢ່າງໝັ້ນໃຈ ແລະ ຕອບທຸກຄຳຖາມ ຂອງ ຂ້າພະເຈົ້າເປັນພາສາ ຫວຽດ. ມາຍ ເວົ້າວ່າ  ຍ້ອນໄດ້ ເຂົ້າ ຮ່ວມ ໃນຫຼັກສູດການຝຶກອົບຮົມຂອງໂຄງການ, ລາວ ຈຶ່ງ ໄດ້ ຮັບຄວາມໝັ້ນໃຈ, Haruna Ishimaru ຫວນຄືນ.

ພາຍຫຼັງ 2 ປີ​ ປະຕິບັດ​ໂຄງການ, ທ່ານນາງ Haruna Ishimaru ​ພ້ອມກັບບັນດາເຈົ້າໜ້າທ່ີໂຄງການ “​ເສີມ​ຂະຫຍາຍສັກກະຍະ ພາບ ພັດທະນາເສດຖະກິດ ​ໃຫ້​ຊາວ​ໜຸ່ມ​ ເຜົ່າສ່ວນໜ້ອຍ​ ຢູ່ ແຂວງ ຮ່າ​ຢາງ ​ແລະ ລາຍ​ເຈົາ” ​ໂດຍ​ອົງການ Plan International ​ໃຫ້ການ​ສະໜັບສະໜູນ ​ໂດຍ​ກົງ​ແກ່ຊາວ​ໜຸ່ມ ຈໍານວນ 3.120 ຄົນ ​ໃນ​ອາຍຸ 15-30 ປີ ​ຢູ່ ສອງແຂວງ ຮ່າ​ຢາງ ​ແລະ ​​ລາຍ​ເຈົາ ​ແລະ ​ໄດ້​ຊ່ວຍ​ໃຫ້​ຊາວ​ໜຸ່ມ ຈໍານວນ 2.995 ຄົນ ​ເພີ່ມ​ລາຍ​ຮັບ​ຂອງ​ຄອບ ຄົວຂຶ້ນເປັນ 10% ຕໍ່ປີ. 


Haruna Ishimaru ໃຫ້ຮູ້ວ່າ: ຂ້າ​ພະ​ເຈົ້າ​ຄິດ​ວ່າ ຜົນ​ສຳ​ເລັດ​ໃຫຍ່​ທີ່​ສຸດ​ຂອງ​ໂຄງ​ການ​ນີ້ ແມ່ນ​ຊາວ​ໜຸ່ມ​ໄດ້​ມີ​ໂອ​ກາດ​ຫຼາຍ​ກວ່າ​ທີ່​ຈະ​ໄດ້​ໂອ້​ລົມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ ກ່ຽວ​ກັບ​ການ​ປັບ​ປຸງ​ນະ​ໂຍ​ບາຍ​ເພື່ອ​ໃຫ້​ຊາວ​ໜຸ່ມ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ສິ່ງ​ດັ່ງກ່າວ ​ເຮັດ​ໃຫ້​ຊາວ​ໜຸ່ມ ຮ່າ​ຢາງ ​ແລະ ​ລາຍ​ເຈົາ ​ໄດ້​ຮັບ​ຮູ້​ວ່າ ເຂົາເຈົ້າມີຄວາມ​ສາມາດ​ສ້າງ​ການ​ປ່ຽນ​ແປງ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ທ້ອງ​ຖິ່ນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ​ມັນ​ເປັນ​ຜົນ​ສໍາ​ເລັດ​ທີ່​ມີ​ຄວາມ​ໝາຍ ​ຢ່າງ​ແທ້​ຈິງ​ ທີ່​ຂ້າ​ພະ​ເຈົ້າ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ໂຄງ​ການ​ນີ້ ​ພວມ ແລະ ກໍາລັງຈະເກີດຂຶ້ນ​”.

ບົດ: VNP/ເງິນຮ່າ - ພາບ: ຫວຽດເກື່ອງ - ແປໂດຍ: ຢືຟຽນ 

 


Top