ທາດແຝດ - ສັນຍາລັກ ວັດທະນະທໍາ ຈໍາປາ ຢູ່ ກຸຍເຍີນ

ທາດແຝດ - ສັນຍາລັກ ວັດທະນະທໍາ ຈໍາປາ ຢູ່ ກຸຍເຍີນ


ມາຍັງ ກຸຍເຍີນ (ແຂວງ ບິ່ງດິ້ງ) ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຄົ້ນພົບ ບັນດາຫາດຊາຍທະເລ ແລະ ທັດສະນີຍະພາບ ທີ່ສວຍງາມເທົ່ານັ້ນ, ແຕ່ຍັງໄດ້ຊົມບັນດາຫໍທາດ ຈຳ ທີ່ເກົ່່າແກ່ ມີອາຍຸນັບພັນປີ ອີກດ້ວຍ. ໃນຈຳນວນນັ້ນ, ທາດແຝດ (ທາບ ໂດຍ) ແມ່ນໜຶ່ງໃນກິດຈະກຳສະ ຖາປັດຕະຍະກຳ ທີ່ເປັນຕົວແທນ ຊຶ່ງດຶງດູດນັກທ່ອງທ່ຽວ ໃຫ້ມາຢ້ຽມ ຢາມ ແລະ ຄົ້ນພົບ ເປັນຈຳນວນຫຼວງຫຼາຍ.

ທາດແຝດ ຕັ້ງຢູ່ໃຈກາງ ນະຄອນ ກຸຍເຍີນ, ໃນພື້ນທີ່ ກ້ວາງຂວາງ ດ້ວຍເນື້ອທີ່ 6000 ມ2 ເຊິ່ງເປັນເງື່ອນໄຂ ທີ່ດີເລີດ ສຳລັບນັກ ທ່ຽວ ທ່ຽວ ທ່ີມາຢ້ຽມຊົມ. ນີ້​ແມ່ນ​ໜຶ່ງ​ໃນ 8 ກຸ່ມທາດ ຈຳປາ ​​ທີ່​ຍັງ​ເຫຼືອ ​ຢູ່ ແຂວງ ​ບິ່ງ​ດິ້ງ ​ແລະ ຍັງ​ແມ່ນ​ໜຶ່ງ​ໃນສະຖາປັດຕະຍະ​ກຳ ​ວັດ​ທະນະ​ທຳ​ ຈຳປາ​ ທີ່​ມີ​ສີສັນ​ພິ​ເສດ​ ທາງ​ສາສະໜາ.

ຕາມ​ເອກະສານ ທີ່​ໄດ້ເກັບ​ຮັກສາ​ໄວ້ ​ຢູ່​ ຄະນະ​ຄຸ້ມ​ຄອງ​ ຮ່ອງຮອຍ ທາດແຝດໃຫ້ຮູ້ວ່າ ທາດ ດັ່ງກ່າວຍັງມີ​ອີກຊື່​ເອີ້ນ​ວ່າ ທາດ ຮຶງແທ້ງ, ຖືກສ້າງ ໃນລະຫວ່າງທ້າຍ ສະຕະວັດທີ XII ຕົ້ນ ສະຕະວັດທີ XIII. ນີ້​ແມ່ນ​ກິດຈະກຳ​ ສະຖາປັດຕະຍະກຳ​ ທາງ​ສາສະໜາ ​ຂອງ ​ລາຊະ ອານາຈັກ ​ຈຳປາ​ ​ບູຮານ. ​ໃນ​ພາສາ​ ຈຳ, ຫໍທາດ ເອີ້ນ​ວ່າ ກາລານ ໝາຍຄວາມວ່າ ​ສຸສານ, ເປັນບ່ອນ ​ກະສັດ​ ​ສ້າງ​ຂຶ້ນ​ ເພື່ອ​ສັກກາລະ ບູຊາ ​ເທວະ​ດາຟ້າແຖນ. ບັນດາເທບພະເຈົ້າ ໄດ້ຮັບການ ສັກກາລະ ບູຊາ ຢູ່ທີ່ນີ້ ອາດຈະແມ່ນ ເທບພະເຈົ້າ ແຫ່ງການທໍາລາຍລ້າງ ພະຊີ ວາ, ເທບພະເຈົ້າແຫ່ງພອນ ຫົວເປັນຄົນ ໂຕເປັນຊ້າງ ກາແນຊາ ຫຼື ບັັນດາພະພຸດທະຮູບ ແລ້ວ ແຕ່ຄວາມເຊື່ອ, ຄວາມເຄົາ ລົບນັບຖື ແລະ ຮັກແພງ ຂອງກະສັດແຕ່ ລະອົງ. ເຖິງຢ່າງໃດກໍຕາມ, ສັງຄົມ ຈໍາປາ ບູຮານ ໄດ້ມີການປະສົມປະສານ ລະຫວ່າງ ກະສັດ ແລະ ອຳນາດຂອງ ເທບພະເຈົ້າ, ເພາະສະນັ້ນ ຢູ່ທາດຫຼາຍແຫ່ງ ຍັງ ມີ ການສັກກະລະບູຊາ ກະສັດ ຈໍາປາ.

 

ທາດແຝດ ມີໂຄງສ້າງທີ່ເປັນເອກະລັກ, ມີທາດ ສອງແຫ່ງ, ທາດ ໃຫຍ່ ສູງປະມານ 25 ມ, ທາດນ້ອຍ ສູງ 23 ມ, ປະຕູຫຼັກ ຂອງ ທາດ ທັງສອງ ແມ່ນຫັນໜ້າໄປທາງທິດໃຕ້. ທາດຖືກສ້າງດ້ວຍດິນຈີ່ເຜົາ ຖືກຈັດວາງຢ່າງ ແໜ້ນໜາ ດ້ວຍກາວຕິດພິເສດ,  ເປັນເຕັກນິກ ກໍ່ ສ້າງ ທີ່ເປັນເອກະລັກ ສະເພາະ ຂອງຊາວເຜົ່າ ຈຳ, ຊຶ່ງມາຮອດປັດຈຸ ບັນ ຍັງບໍ່ສາມາດ ຖອດລະຫັດໄດ້. ໂຄງສ້າງຂອງທາດ ລວມມີສາມ ສ່ວນຫຼັກຄື: ຕີນທາດ ສ້າງດ້ວຍຫີນ (ທາດໃຫຍ່), ສ້າງດ້ວຍດິນຈີ່ (ທາດ ນ້ອຍ) ຖືກຈັດຊ້ອນກັນຢ່າງແໜ້ນໜາ; ຕົວທາດເປັນ ກ້ອນສີ່​ຫຼ່ຽມ ແລະ​ ຍອດທາດໂຄ້ງ​ ແລະ ຖືກສ້າງຂຶ້ນ ​ດ້ວຍ​ດິນ​ຈີ່ເຜົາ ຈັດ ຊ້ອນກັນ​ຢ່າງແໜ້ນໜາ.

ບັນດາລວດລາຍທີ່ເປັນເອກະລັກຂອງ ທາດແຝດ.

ທາດໃຫຍ່ ມີຮູບຮ່າງຂ້ອນຂ້າງສົມດູນ, ສ່ວນຕົວທາດ ແລະ ຫຼັງຄາ ມີຮູບລວດລາຍ ແລະ ຖືກສ້າງຢ່າງລະອຽດ ອ່ອນໂຍນ ຊຶ່ງເຮັດໃຫ້ ຮູບແບບ ສະຖາປັດຕະຍະກຳ ມີຄວາມແໜ້ນໜາຍິ່ງຂຶ້ນ. ສອງດ້ານ ຖືກປະດັບປະດາ ດ້ວຍລວດລາຍ ທີ່ສົມດູນ ສົມທົບ ກັບຮູບແກະສະ ຫຼັກ ນາງລະບໍາ 21 ຄົນ ອ້ອມຂອບຢ່າງລະອຽດອ່ອນ. ສ່ວນທີ່ ແຍກ ຫຼັງຄາ ແລະ ຕົວທາດ ຖືກປະດັບປະດາ ຮູບພະສົງ ນັ່ງສະມາທິ ແລະ ທັງສອງດ້ານ ແມ່ນຮູບຊ້າງ ຢ່າງສົມສ່ວນ. ຄວາມພິຖີພິຖັນ ຂອງ ຊາວ ຊົນເຜົ່າ ຈຳ ຈະເຮັດໃຫ້ທ່ານ ຜູ້ຊົມມີຄວາມຮູ້ສຶກ ນະແຫ່ງນີ້ ມີຄວາມ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຊົນເຜົ່າ ຢ່າງແທ້ຈິງ.

ທາດນ້ອຍມີໂຄງສ້າງດຽວກັນ ກັບທາດໃຫຍ່, ແຕ່ແທນທີ່ ຮູບນາງ ລະ ບໍາ ຢູ່ເທິງຂອບຫຼັງຄາ, ແຕ່ແມ່ນຮູບແກະສະຫຼັກ ຮູບ ຝູງ ກວາງ 13 ໂຕ ມີລັກສະນະ ທີ່ແຕກຕ່າງກັນຫຼາຍ, ເບິ່ງຂີ້ດື້ ແຕ່ຫຼັກແຫຼມ ແລະ ມີຊີວິດຊີວາ.

ບັນດາລາຍການ​ສະ​ແດງ​ຟ້ອນ​ບູ​ຮານ​ ຂອງ​ຊາວ​ເຜົ່າ​ ຈຳ​ ໄດ້​ຮັບ​ການ​ສ້າງ​ຄືນ​ໃໝ່​ ເພື່ອ​ບໍລິການ ນັກ​ທ່ອງ​ທ່ຽວ.

ປັດຈຸ​ບັນ, ທາດ​ແຝດ ​ເປັນສະຖານທ່ີດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ນັບ​ມື້​ນັບ​ຫຼາຍ ​ບໍ່​ພຽງ​ແຕ່​ຍ້ອນ​ສະຖາປັດຕະຍະ ກຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ແລະ ​ລະອຽດອ່ອນ ​​ຂອງ​ຊາວ ​ຈຳ​ປາ​ເທົ່າ​ນັ້ນ, ແຕ່​ຍັງ ສ້າງ​ຄວາມປະທັບໃຈ ກ່ຽວກັບ​ຄຸນຄ່າ​ວັດທະນະທຳ ທີ່ ເປັນເອກະລັກ ສຳລັບ​ນັກ​ທ່ອງ​ທ່ຽວ ອີກດ້ວຍ. ບັນດາວາດຟ້ອນ ຂອງ ຍິງສາວຊາວເຜົ່າ ຈຳ ໄດ້ຮັບການສ້າງ ສະແດງຄືນໃໝ່ ປະກອບສ່ວນເຮັດໃຫ້ທົວທ່ອງທ່ຽວ ໄດ້ສຳຜັດຕົວຈິງ ມີຊີວິດຊີວາ ຍິ່ງຂຶ້ນ.

ຂໍ້​ມູນ​ທີ່​ເປັນ​ປະ​ໂຫຍດ​ບາງ​ຢ່າງ ​ສໍາ​ລັບ​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ຢ້ຽມ​ຢາມ ທາດແຝດ​ຢູ່ ກຸຍເຍີນ​:

+ ລາຄາປີ້ເຂົ້າຊົມ ສຳລັບຜູ້ໃຫຍ່: 20.000 ດົ່ງ/ປີ້/ເທື່ອຄົນ; ສໍາລັບ ເດັກນ້ອຍຕ່ໍາກວ່າ 1,2 ມ ແມ່ນບໍ່ເສຍຄ່າ. 
+ ເວລາເປີດ: 07 ໂມງ-18:00 ໂມງ ທຸກວັນ.       

 

  • ປະຕິບັດໂດຍ: ແຄ໋ງລອງ/VNP

 



Top