ຕາມດ໋າວ - ເທດສະບານເມືອງທ່ອງທ່ຽວຊັ້ນນໍາຂອງໂລກ

ຕາມດ໋າວ - ເທດສະບານເມືອງທ່ອງທ່ຽວຊັ້ນນໍາຂອງໂລກ

ປີ 2022, ອົງການ World Travel Awards ໄດ້ຍົກ ຕາມດ໋າວ (ແຂວງ ຫວິງຟຸກ) ໃຫ້ເປັນເທດສະບານເມືອງ ທ່ອງທ່ຽວແຖວໜ້າ ຂອງໂລກ. ເຂດທ່ອງທ່ຽວ ຕາມດ໋າວ ດ້ວຍຫຼາຍຮູບການທ່ອງທ່ຽວ ທີ່ຫຼາກຫຼາຍເຊັ່ນ: ທ່ອງທ່ຽວພັກຜ່ອນເພື່ອສຸຂະພາບ, ທ່ອງທ່ຽວ ຊີວະພາບ, ທ່ອງທ່ຽວຜະຈົນໄພ, ທ່ອງທ່ຽວເພື່ອການຄົ້ນຄວ້າ, ທ່ອງ ທ່ຽວດ້ານຈິດວິນຍານ... ໄດ້ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼວງຫຼາຍ.

ທັດສະນີຍະພາບຂອງເມືອງ ຕາມດ໋າວຈາກດ້ານເທິງ.

ເທດສະບານເມືອງ ຕາມດ໋າວ ມີເນື້ອທີ່ກວ່າ 214 ເຮັກຕາ, ຕັ້ງຢູ່ ລະ ດັບຄວາມສູງກວ່າ 900  ເມື່ອທຽບກັບ ໜ້ານໍ້າທະເລ, ລວມມີ 2 ບ້ານ (ບ້ານ 1 ແລະ ບ້ານ 2). ໃນນັ້ນ, ສະຖານທີ່ ທ່ອງທ່ຽວ ທີ່ມີຊື່ ສຽງ ສ່ວນຫຼາຍແມ່ນຕັ້ງຢູ່ບ້ານ 1. ເຂດທ່ອງທ່ຽວ ຕາມດ໋າວ ຖືກອ້ອມ ຮອບດ້ວຍປ່າດົງດິບ, ເພາະສະນັ້ນ ອາກາດ ຈຶ່ງເຢັນສະບາຍ. ທຳມະ ຊາດ ໄດ້ປະທານໃຫ້ ຕາມດ໋າວ ທິວທັດ ທຳມະຊາດ ທີ່ມະຫັດສະ ຈັນ, ທັງມີຄວາມສວຍງາມ ຊວນຝັນ, ງຽບເຫງົາເປົ່າປ່ຽວ, ທັງມີ ຄວາມໃຫຍ່ໂຕມະໂຫຖານ ທ່າມກາງເມກໝອກ ແລະ ສາຍລົມ.



 ຕັ້ງຢູ່ໃຈກາງເທດສະບານເມືອງ ຕາມດ໋າວ, ໂບດຫີນ ຕາມດ໋າວ ຄ້າຍ ຄື ຄົນ ມິດງຽບ ຢືນຕະຫງ່ານ ຢູ່ ລະຫວ່າງກາງດິນ ແລະ ທ້ອງຟ້າ, ເທິງເປີ້ນພູກາງປ່າແປກ ທີ່ມີລົມພັດຕະຫຼອດເວລາ. ດ້ວຍຈຸດພິເສດ ທີີ່ມີຄ່າຫາຍາກຫຼາຍຢ່າງ, ໂບດ ເກົ່າແກ່ແຫ່ງນີ້ ໄດ້ກາຍເປັນ ສະຖານ ທີ່ທ່ອງທ່ຽວ ທີ່ມີຊື່ສຽງຢູ່ ຕາມດ໋າວ. 


 ໂບດຫີນ ຕາມດ໋າວ ຖືກສ້າງຂຶ້ນ ໃນປີ 1906 ຢູ່ທາງຂຶ້ນພູ ທຽນຍີ້. ໃນເບື້ອງຕົ້ນ, ນີ້ແມ່ນຕົວແບບ ເຮືອນ ຮ້ານມຸງດ້ວຍໃບໄມ້ ໄດ້ຮັບການກໍ່ສ້າງ ໂດຍຊາວ ຝຣັ່ງ. ຮອດ ປີ 1937 ໂບດໄດ້ຖືກສ້າງຄືນໃໝ່ ຢ່າງໝັ້ນຄົງ ດ້ວຍຫີນ ຕາມແບບ ສະຖາປັດຕະຍະກຳ Gothic. ນີ້ແມ່ນໜຶ່ງ ໃນບັນດາກິດຈະກຳ ສະຖາປັດຕະຍະກຳບູຮານ ຢູ່ເທດສະບານເມືອງ ຕາມດ໋າວ ທີ່ຍັງ ຄົງຕົວ ຫຼັງການທຳລາຍ ຈາກສົງຄາມ.

ຈຸດໝາຍປາຍທາງອີກແຫ່ງໜຶ່ງທີ່ນັກທ່ອງທ່ຽວ ເກືອບທຸກຄົນ ຈະ ຕ້ອງຄົ້ນຫາ ເມື່ອມາຮອດ ຕາມດ໋າວ ແມ່ນເຂດ ເກົ່າໄມ (ຂົວ ເມກ), ຢືນຢູ່ທີ່ນີ້ ທ່ານສາມາດ ແນມເຫັນທິວທັດອັນສະຫງົບສຸກ ທັງໝົດ ຂອງ ຕາມດ໋າວ. ຖ້າໂຊກດີ ເມື່ອມາຍັງທີ່ນີ້ ໃນມື້ມີເມກໝອກ, ນັກ ທ່ອງທ່ຽວ ຈະໄດ້ຈົມ ຢູ່ທ່າມກາງ ບັນຍາກາດທີ່ເລິກລັບ, ຮູ້ສຶກຄືວ່າ ກຳລັງຢືນຢູ່ ກາງທະເລເມກໝອກ. ປັດຈຸບັນ, ຂົວດັ່ງກ່າວ ໄດ້ອອກ ແບບຮູບ ຮັງນົກ ແລະ ຂັ້ນໄດ ຂຶ້ນສູ່ສະຫວັນ ຕື່ມອີກ. ຂົວເມກ ຈະ ເປັນບ່ອນຖ່າຍຮູບ ທີ່ບໍ່ຄວນພາດ ເມື່ອມາຍັງ ຕາມດ໋າວ.


ບົນເສັ້ນທາງຂຶ້ນເທດສະບານເມືອງ ຕາມດ໋າວ, ນັກທ່ອງທ່ຽວຍັງມີ ໂອກາດໄດ້ຄົ້ນພົບ ແລະ ຊົມທິວທັດ ຂອງ ສະຖາບັນສົງ ຈຸກເລີມ ໄຕ ທຽນ. ນີ້ແມ່ນໜຶ່ງໃນສາມສະຖາບັນສົງ ໃຫຍ່ທີ່ສຸດ ຫວຽດນາມ. ສະ ຖາບັນສົງ ຖືຖກໍ່ສ້າງ ຢູ່ຂ້າງເຂດບູຮານສະຖານວັດບູຮານ ໄຕທຽນ. ຢູ່ນະແຫ່ງນີ້, ສາສະໜາພຸດໄດ້ຮັບການບຳລຸງສ້າງ ຢ່າງເປັນລະບົບ ແລະ ມີແບບແຜນ  ທັງເປັນພື້ນຖານ ເພື່ອຊຸກຍູ້ ການພົບປະ ແລກ ປ່ຽນ ດ້ານພຸດທະສາສະໜາ ກັບບັນດາປະເທດ ເພື່ອນມິດອີກດ້ວຍ.


ໄດ້ຮັບຂະໜານນາມວ່າ “ດ່າລາດ ຢູ່ທາງພາກເໜືອ ຫວຽດນາມ”, ຕາມດ໋າວ ໄດ້ນຳມາໃຫ້ນັກທ່ອງທ່ຽວ ປະສົບການຕົວຈິງ ແລະ ຄວາມຮູ້ສຶກທີ່ເປັນເອກະລັກສະເພາະ. ແຕ່ໃດໆ ມາ, ນະແຫ່ງນີ້ ໄດ້ ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ຫຼາຍຄົນນິຍົມ ແລະ ເລືອກເຟັ້ນ ໃຫ້ການພັກຜ່ອນຂອງຕົນ.

ປະຈຸ​ບັນ, ເທດສະບານເມືອງ​ ຕາມ​ດ໋າວມີ​ຣີສອດທີ່ສວຍ​ງາມ​ຫຼາຍ​ແຫ່ງເພື່ອ​​ຕ້ອນຮັບແຂກມາພັກເຊົາ.

ຫ່າງຈາກ ຮ່າໂນ້ຍ ພຽງ 80 ກມ, ຕາມດ໋າວມີຈຸດທີ່ຕັ້ງ ທີ່ສະດວກ ເພື່ອດຶງດູດນັກທ່ອງທ່ຽວຈາກ ຮ່າໂນ້ຍ ແລະ ບັນດາແຂວງ ໃກ້ຄຽງ, ທ່ານສາມາດໄປຍັງ ຕາມດ໋າວ ດ້ວຍລົດຈັກ, ລົດທ່ອງທ່ຽວ ຫຼື ລົດເມ. ເຂດທ່ອງທ່ຽວ ຕາມດ໋າວ ແມ່ນຂ້ອນຂ້າງນ້ອຍ, ບັນດາຈຸດ ທ່ອງທ່ຽວ ໃນເທດສະບານເມືອງ ແມ່ນໃກ້ຄຽງກັນ, ເພາະສະນັ້ນ ນັກທ່ອງທ່ຽວ ຕົ້ນຕໍແມ່ນຍ່າງ ເພື່ອທ່ຽວຊົມ ລະຫວ່າງ ຈຸດທ່ອງທ່ຽວ ຕ່າງໆ ແລະ ຢ້ຽມຢາມເທດສະບານເມືອງອີກດ້ວຍ.

ມາຍັງ ຕາມດ໋າວ, ນັກທ່ອງທ່ຽວ ຈະຮູ້ສຶກໄດ້ເຖິງ 4 ລະດູການ ໃນມື້ ໜຶ່ງ. ຕອນເຊົ້າຈະມີລົມພັດເຢືອກເຢັນເລັກນ້ອຍ ຂອງ ລະດູບານ ໃໝ່, ຕອນບ່າຍອາກາດຮ້ອນ, ຕອນແລງແມ່ນ ຍາມລະດູ ໃບໄມ້ຫຼົ່ນ, ແລະ ໃນຕອນກາງຄືນ ອາກາດ ຈະໜາວຈັດຂອງລະດູໜາວ.

ບົດ: ວີຖາວ - ພາບ: ກົງດາດ - ແປໂດຍ: ບິກລຽນ


Top