ຍີ່ຫໍ້ ກາເຟ ຫວຽດນາມ ນຳໜ້າໃນການປະຕິບັດຕົວແບບ ເສດຖະກິດໝູນວຽນ

ຍີ່ຫໍ້ ກາເຟ ຫວຽດນາມ ນຳໜ້າໃນການປະຕິບັດຕົວແບບ ເສດຖະກິດໝູນວຽນ

ໂຮງງານ ​ກາ​ເຟ ມິງຕ໋ຽນ ຢູ່ແຂວງ ເຊີນລາ. ພາບ: ເອກະສານຈາກກຸ່ມບໍລິສັດ ມິງຕ໋ຽນ

ນັບ​ແຕ່​ທ້າຍ​ຊຸມ​ປີ 1990 ​ເປັນ​ຕົ້ນ​ມາ, ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ການ​ສົ່ງ​ອອກ​ ກາ​ເຟ ​ແຖວ​ໜ້າ​ໃນ​ໂລກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຜະລິດ​ຕະພັນ ​ກາ​ເຟ ຂອງ ຫວຽດນາມ ສ່ວນຫຼາຍ​ແມ່ນມາ​ຈາກ​ເມັດ Robusta (​ກາ​ເຟ Robusta), ​ແມ່ນ​ປະ​ເພດ​ກາ​ເຟ ​ທີ່ມີ​ລົດ​ຊາດ​ຂົມ, ​ໄດ້​ຮັບ​ຄວາມ​ນິຍົມ​ ​ຈາກ​ຊາວ ຫວຽດນາມ, ແຕ່ເປັນທ່ີ ຍອມຮັບໜ້ອຍ ຈາກຜູ້ບໍລິໂພກ ສາກົນ ແລະ  ພຽງແຕ່ໃນ ຮູບ ແບບ ການສົ່ງອອກ ວັດຖຸດິບ. ໂລກນິຍົມຊົມ ກາເຟ Arabica (ຊາ ກາເຟ) ທີ່ມີລົດຊາດສົ້ມ, ມີກິ່ນຫອມ ແລະ ມີຄາ ເຟອິນ ໜ້ອຍ. ແນວໃດກໍ່ຕາມ, ຕົ້ນ ກາເຟ Arabica ແມ່ນຍາກ ໃນການ ປູກ, ຮຽກຮ້ອງເງື່ອນໄຂສະພາບອາກາດ ແລະ ຄຸນລັກສະນະ ດິນສູງ, ບໍ່ແມ່ນຢູ່ທົ່ວທຸກແຫ່ງ ສາມາດຕອບສະໜອງໄດ້.


ມິງຕ໋ຽນ ໄດ້ເຂົ້າ​ຮ່ວມ​ຂະແໜງການ ​ກາ​ເຟ ​ນັບ​ແຕ່​ນັ້ນມາ. ຈົນ​​ເຖິງ​ປີ 2000, ພາຍຫຼັງ 10 ປີ​ແຫ່ງ​ການ​​ເດີນທາງໄປ​ທົ່ວ​ປະ​ເທດ​ ເພື່ອຊອກ​ຫາ​ແຫຼ່ງ​ວັດ​ຖຸ​ດິບ ​ທີ່​ເໝາະ​ສົມ, ມິ​ງຕ໋ຽນ ​ໄດ້​ເລືອກ​ເຟັ້ນຕະຫຼາດ​ທີ່​ແຕກ​ຕ່າງ​ ​ກັບ​ບັນດາ​ບໍລິສັດ ໃນຂະແໜງ ກາເຟ ​ອື່ນໆ. ນັ້ນ​ແມ່ນ​ຕະຫຼາດ ​ເມັດ​ ກາ​ເຟ Arabica. ແທນ​ທີ່​ຈະ​ເລືອກ​ ໄຕຫງວຽນ, ເມືອງເອກ​ຂອງ​ ກາ​ເຟ ຫວຽດນາມ, ບໍລິສັດ​ ໄດ້​ຊອກ​ຫາ​ເຂດ​ວັດຖຸ​ດິບ ​ຢູ່​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ເຊິ່ງເປັນ ບ່ອນ ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ທ່າ​ແຮງ​ໃນ​ການ​ພັດທະນາ ​ກາ​ເຟ.


ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ຍົກ​ສູງ​ຄຸນ​ຄ່າ ​ກາ​ເຟ Arabica ຂອງ​ ຫວຽດ​ນາມໄດ້ຮັກສາເປັນ​ເວ​ລາ 3 ທົດ​ສະ​ວັດ ແລະ ໄດ້​ຮັບ​ການ​ປະ​ຕິ​ບັດ​ ຢ່າງ​ເປັນ​ທາງ​ການ​ໃນ 2 ທົດ​ສະ​ວັດ​ຜ່ານ​ມາ, ມິງ ຕ໋ຽນ ໄດ້​ພັດ​ທະ​ນາ​ຮູບ​ແບບ​ການປູກ ແລະ ເຂດ​ປູກ​, ນຳ​ເມັດ​ ກາ​ເຟ​ ຫວຽດ​ນາມ ອອກ​ສູ່​ໂລກ.

ໄລຍະ​ດຳລົງ​ຊີວິດ​ພ້ອມກັບ​ຄຸນຄ່າ​ດັ້ງ​ເດີມນັ້ນ ກໍ່​ແມ່ນ​ໄລຍະ​ທີ່ ມິງຕ໋ຽນ ​ຮັບຮູ້​ໄດ້ວ່າ ຕ້ອງ​ຫັນປ່ຽນ​ຢ່າງ​ແຮງ ​ເພື່ອ​ມຸ່ງ​ໄປ​ສູ່​ຮູບ​ແບບ​ເສດຖະກິດໝູນວຽນ ​ຈຶ່ງ​ສາມາດ​ຮັກສາ​ບັນດາ​ຄຸນຄ່າ​ເດີມ, ສິ່ງ​ແວດ​ລ້ອມ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດໄດ້. ອຸດົມການ ນັ້ນ ໄດ້ກາຍເປັນການປະຕິບັດ ສໍາລັບແຕ່ລະຄົນ ໃນບໍລິສັດ.


ປີ 2017, ມິງຕ໋ຽນ ໄດ້ຮັບການຢັ້ງຢືນ ISO 22000:2005 ແລະ ໃບຢັ້ງຢືນພູມສາດ ກາເຟ ເຊີນລາ ໃນປີ 2018. ຍ້ອນ ຮູບແບບ ການປູກ ແບບຍືນຍົງ ແລະຄຸນນະພາບ ຜະລິດຕະພັນທີ່ໄດ້ມາດ ຕະຖານສາກົນ, ມິງຕ໋ຽນ ໄດ້ກາຍເປັນຜູ້ສະໜອງ ກາເຟ ທີ່ມີຊື່ ສຽງ ຂອງ ບັນດາກຸ່ມບໍລິສັດ ແຖວໜ້າ ໃນໂລກ ແລະ ພາກ ພື້ນ ເຊັ່ນ: ກຸ່ມບໍລິສັດ Neumann, ກຸ່ມບໍລິສັດ Atlantic, Mitsui & Co ແລະ Marubeni Corp.

World Expo 2020, ງານ​ວາງສະ​ແດງ​ ບໍ່​ແມ່ນ​ເພື່ອການ​ຄ້າ​ ທີ່​ມີ​ປະຫວັດ ອັນ​ຍາວ​ນານ​ ແລະ ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ໂລກ, ​ໄດ້​ຈັດ​ຂຶ້ນ​ຢູ່ ​Dubai ​ແຕ່​ເດືອນ ​ຕຸລາ 2021 ຫາ​ເດືອນ ​ມີນາ 2022 ​ໃນ​ຄວາມ​ພະຍາຍາມ​ ແລະ ​ຄວາມ​ຕັດສິນ​ໃຈ​ຂອງ​ປະ​ເທດ​ເຈົ້າພາບ, ພາຍຫຼັງ 1 ປີ​ທີ່​ຊັກ​ຊ້າ​ຍ້ອນ​ການລະບາດ ໂຄ​ວິດ-19. ສະ​ນັ້ນ, ເລື່ອງ​ຮູບ​ແບບ​ເສດ​ຖະ​ກິດ ໝູນວຽນ ຂອງ​ ຍີ່​ຫໍ້​ ກາ​ເຟ ​ຫວຽດ​ນາມ ຍິ່ງໄດ້​ຮັບ​ຄວາມ​ສົນ​ໃຈ ​ຈາກ​ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ຫຼາຍ​ກວ່າ​ເກົ່າ.

ຜະລິດຕະພັນ ກາເຟດຳ ຈາກເມັດ Arabica. ພາບ: ແຄ໋ງລອງ/VNP
ຜະລິດຕະພັນ ກາເຟ ຂົ້ວ ບົດ ຈາກເມັດ Arabica. ພາບ: ແຄ໋ງລອງ/VNP
ຊາ Cascara ຮ່າຈຸກ ຈາກເປືອກ ກາເຟ. ພາບ: ແຄ໋ງລອງ

ພາຍຫຼັງ​ຫຼາຍ​ປີ​ ແຫ່ງ​ການ​ນຳ​ໃຊ້​ຮູບ​ແບບ​ເສດຖະກິດ​ໝູນວຽນ​ໃນ​ການ​ຜະລິດ, ມິງຕ໋ຽນ ​ໄດ້ໝູນ​ໃຊ້ຈົນສຸດຄວາມສາມາດແຫຼ່ງ​ ວັດ ຖຸ​ດິບ​, ຈຳກັດ​ປະລິມານ​ຂີ້​ເຫຍື້ອ ​ແລະ ອາຍ​ພິດ​ອອກ​ສູ່​ສິ່ງ​ແວດ​ລ້ອມ, ຫຼຸດຜ່ອນ​ຕົ້ນ​ທຶນກໍາຈັດ ​ແລະ ແກ້ໄຂ ຜະລິດ​ຕະພັນ​ສໍາ ຮອງ ຈາກ​ການ​ປຸງ​ແຕ່ງ​ ກາ​ເຟ, ພ້ອມກັນນັ້ນ ກໍ່ຫຼຸດ ຜ່ອນຄ່າໃຊ້ ຈ່າຍ ຕ່າງໆ ໃນການ​ຜະ​ລິດ​, ​ເພີ່ມ​ຕ່ອງ​ໂສ້​ການ​ສະ​ໜອງ.

ຜູ້​ກໍ່​ຕັ້ງ​ຍີ່​ຫໍ້ ມິງຕ໋ຽນ, ທ່ານ​ນາງ ຫງວຽນ​ທິ​ຮົ່ງ​ມິງ, ປະ​ທານ​ສະພາ ບໍລິຫານ​ກຸ່ມບໍລິສັດ​ ກາ​ເຟ ມິງຕ໋ຽນ ເຄີຍ​ກ່າວ​ຢູ່​ໃນງານ​ວາງ​ສະ​ແດງ​ວ່າ ມິງຕ໋ຽນ ຕ້ອງການຢືນຢັນ ທິດ​​ຊີ້​ນຳ​ຂອງ​ຕົນ​ແມ່ນ​ ນຳ ໃຊ້ຮູບ​ແບບ​ເສດຖະກິດ ໝູນວຽນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ທົ່ວ​ລະ ບົບ​ນິ​ເວດ ເພື່ອຂຸດ​ຄົ້ນ ສິ່ງ​ຍອດຍິ່ງຂອງ​ຜະລິດ​ຕະພັນ​ຢ່າງ​ຄົບ​ຖ້ວນ ​ແລະ ຫຼຸດຜ່ອນ​ສິ່ງ​ເສດ​ເຫຼືອ ​ອອກ​ສູ່​ສະພາບ​ແວດ​ລ້ອມ, ດ້ວຍຄວາມປາດ​ຖະໜາ​ ຢາກ​ກໍ່ສ້າງ​ກະສິກຳ​ແບບ​ຍືນ​ຍົງ.

ນັບ​ແຕ່​​ມື້​ທຳ​ອິດ ​ຂອງການ​ສ້າງ​ຕັ້ງ, ມິງຕ໋ຽນ ຍາມ​ໃດ​ກໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ ຕົນ​ຕໍ່​ສິ່ງ​ແວດ​ລ້ອມ. ບໍລິສັດ​ໄດ້​ເອົາ​ໃຈ​ໃສ່, ຄົ້ນ ຄວ້າ ​ແລະ ປັບປຸງ​ຜະລິດ​ຕະພັນ ໃນການ​ຜະລິດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ເພື່ອ​ນຳ​ໃຊ້​ເປັນ​ວັດ​ຖຸດິບ ປ້ອນ​ໃຫ້ແກ່ຜະລິດ​ຕະພັນ​ອື່ນ, ດ້ວຍຄວາມປາດ​ຖະໜາຢາກ​ສ້າງ​ວົງ​ຈອນ​ເສດຖະກິດແບບ ຄົບວົງຈອນ, ທັນ​ສະ​ໄໝ ​ແລະ ຍືນ​ຍົງ.

ເມື່ອ​ສ້າງຊື່ສຽງໃນ​ງານ​ວາງສະ​ແດງ​ World Expo 2020 Dubai ດ້ວຍ​ຮູບ​ແບບ​ເສດຖະກິດໝູນວຽນ, ມິ​ງຕ໋ຽນ ບໍ່​ພຽງ​ແຕ່​ໄດ້​ນຳ​ຄວາມ​ພາກພູມ​ໃຈ​ມາ​ໃຫ້​ ຫວຽດນາມ ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ຂີດ​ໝາຍ​ແຫ່ງ​ຜົນສຳ​ເລັດ​ໃນ​ໄລຍະ 3 ທົດ​ສະ​ວັດ​ ແຫ່ງ​ການ​ມຸ່ງ​ໄປ​ເຖິງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ຍົກ​ສູງ​ຄຸນຄ່າ ​ກາ​ເຟ ຫວຽດ ນາມ ຂອງ ກຸ່ມບໍລິສັດ ອີກດ້ວຍ.


ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ການ​ສົ່ງ​ອອກ​ ກາ​ເຟ ​ແຖວ​ໜ້າ​ໃນ​ໂລກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຜະລິດ​ຕະພັນ ​ກາ​ເຟ ຂອງ ຫວຽດນາມ ສ່ວນຫຼາຍ​ແມ່ນມາ​ຈາກ​ເມັດ Robusta (​ກາ​ເຟ Robusta), ​ແມ່ນ​ປະ​ເພດ​ກາ​ເຟ ​ທີ່ມີ​ລົດ​ຊາດ​ຂົມ, ​ໄດ້​ຮັບ​ຄວາມ​ນິຍົມ​ ​ຈາກ​ຊາວ ຫວຽດນາມ, ແຕ່ເປັນທ່ີ ຍອມຮັບໜ້ອຍ ຈາກຜູ້ບໍລິໂພກ ສາກົນ ແລະ  ພຽງແຕ່ໃນ ຮູບ ແບບ ການສົ່ງອອກ ວັດຖຸດິບ. ໂລກນິຍົມຊົມ ກາເຟ Arabica (ຊາ ກາເຟ) ທີ່ມີລົດຊາດສົ້ມ, ມີກິ່ນຫອມ ແລະ ມີຄາ ເຟອິນ ໜ້ອຍ. ແນວໃດກໍ່ຕາມ, ຕົ້ນ ກາເຟ Arabica ແມ່ນຍາກ ໃນການ ປູກ, ຮຽກຮ້ອງເງື່ອນໄຂສະພາບອາກາດ ແລະ ຄຸນລັກສະນະ ດິນສູງ, ບໍ່ແມ່ນຢູ່ທົ່ວທຸກແຫ່ງ ສາມາດຕອບສະໜອງໄດ້.

ບົດ: VNP/ຖາວວີ - ພາບ: ແຄ໋ງລອງ ແລະ ເອກະສານຂອງ ມິງຕ໋ຽນ - ແປໂດຍ: ຢືຟຽນ


Top