ຊ່ວງເວລາມະຫັດສະຈັນ ຂອງນັກກິລາ ວູຊູ ກວັກແຄ໋ງ

ຊ່ວງເວລາມະຫັດສະຈັນ ຂອງນັກກິລາ ວູຊູ ກວັກແຄ໋ງ

ເອັນຫົວເຂົ່າ ນ້ອຍຂາດ ແຕ່ຍັງຍາດໄດ້ຫຼຽນຄຳ

ພາຍຫຼັງ 28 ປີ​ ເຂົ້າຮ່່ວມການແຂ່ງຂັນ ໃນບັນດາສະໜາມ ກິລາ ພາຍໃນ, ພາກພື້ນ, ສາກົນ ແລະ ນຳຄວາມ​ສະຫງ່າ​ລາສີ​ ມາ​ໃຫ້​ປະ​ເທດ, ​​ມີບາງກໍລະນີ​ ກວັກແຄ໋ງ ບໍ່​ສາມາດ​ອະທິບາຍໄດ້​ວ່າ ​ເປັນ​ຫຍັງ ​ຕົນເອງ​ຈຶ່ງ​ມີ​ພະລັງ ​ແລະ ຄວາມ​ຕັດສິນ​ໃຈ​ເຖິງຂະໜາດນີ້. ກວັກແຄ໋ງ ເລົ່າກ່ຽວກັບ ການແຂ່ງຂັນຊີງແຊມ ວູຊູ ຊາວໜູ່ມໂລກ ປີ 2008.  ກ່ອນເຂົ້າຮ່ວມການແຂ່ງຂັນ, ໃນເວລາຝຶກຊ້ອມ, ເອັນນ້ອຍ ຫົວເຂົ່າ ຂອງ ແຄ໋ງຂາດ. ເບື້ອງຕົ້ນຄິດວ່າ ຄວາມມຸ່ງຫວັງ ຂອງ ນັກ ກິລາໄວ 18 ປີ ຕ້ອງພາດໄປ,  ແຕ່ດ້ວຍການ ຕັດສິນຢ່າງສູງ, ແຄ໋ງ ຕ້ອງ​ໄດ້​ສັກ​ຢາ​ແກ້​ປວດ​ເຖິງ 7 ເຂັມ​ເພື່ອ​ຂຶ້ນ​ເວທີ​ສະ​ແດງ.

ນັກ​ກິລາ​ ທີ່​ໄດ້ຮັບ​ບາດ​ເຈັບ ແຂ່ງຂັນດ້ວຍ​ຄວາມ​ເຈັບ​ປວດ ​ໄດ້​ເອົາ​ຊະນະ ​ນັກ​ກິລາ​ເກືອບ 400 ຄົນ​ ຈາກ​ທົ່ວ​ໂລກ ​ຈົນສາມາດຍາດໄດ້​ 2 ຫຼຽນ​ຄຳ​ ໃນເນື້ອໃນ​ມວຍ​ຊາຍ ​ແລະ ດາບ​ຊາຍ ​ໃນ​ການແຂ່ງຂັນ ຊີງ ຊະນະເລີດ ​ວູຊູ ​ຊາວ​ໜຸ່ມ​ໂລກ 2008.

ນັກ​ກິລາ ວູຊູ ຟ້າມກວັກແຄ໋ງ ສະແດງສິລະປະການ ຕໍ່ສູ້ ຢູ່ Seagames 31. ພາບ: ​ແທງ​ຢາງ/VNP

ອີກຊ່ວງເວລາໜຶ່ງທີ່ບໍ່ສາມາດຫຼົງລືມໄດ້ ໃນຊີວິດ ຂອງ ນັກກິລາ ແມ່ນຄັ້ງທີ່ ແຄ໋ງ ເຂົ້າຮ່ວມ ການແຂ່ງຂັນ SEA Games  ຄັ້ງທີ 26 ທີ່ຈັດຂຶ້ນຢູ່ ລາວ ໃນປີ 2009. ກ່ອນການແຂ່ງຂັນສາມມື້, ໃນເວລາ ຝຶກຊ້ອມ, ເອັນນ້ອຍຫົວເຂົ່າຂອງ ແຄ໋ງ ຖືກຂາດອີກຄັ້ງໜຶ່ງ. ເບິ່ງຄື ວ່າ SEA Games ຄັ້ງນັ້ນ ຈະກັບມາເປັນສູນ, ແຕ່ປະມານ 3 ຊົ່ວ ໂມງ ກ່ອນເວລາແຂ່ງຂັນ, ແຄ໋ງ ພະຍາຍາມ ຝຶກຊ້ອມ ຕີລັງກາ ກາງ ເວຫາ, ຊຶ່ງເປັນການເຄື່ອນໄຫວ ທີ່ຍາກໃນກິລາ ວູຊູ  ແລະ ເກືອບ ຫົວລົງຈຸພື້ນ. ​ບໍ່ທໍ້ຖອຍໃຈ, ແຄ໋ງ ພະ​ຍາ​ຍາມ​​ທົນ​ຄວາມ​ເຈັບ​ປວດ​ ແລະ ​ອອກ​ກຳລັງແຮງຕີລັງກາ​ ອີກ​ຮອບ​ໜຶ່ງຢູ່ກາງເວຫາ, ​ເທື່ອ​ນີ້​ເບິ່ງຄືວ່າ ​ດີ​ຂຶ້ນ ແລະ ຕັດສິນ​ໃຈ​ຈະເຂົ້າຮ່ວມການ​ແຂ່ງ​ຂັນ.

ໃນລະຫວ່າງການແຂ່ງຂັນ, ແຄ໋ງ ເກືອບວ່າບໍ່ຮູ້ສຶກ ເຈັບປວດອີກ. ເມື່ອຫວນຄືນ ໃນເວລານັ້ນ, ແຄ໋ງ ພຽງແຕ່ຈື່ຈໍາສອງຄໍາ ທີ່ສັກສິດ “ໂຕ໊ກວັກ” (ປະເທດຊາດ) ເທົ່ານັ້ນ. ເມື່ອປ້າຍສະແດງ​ຄະ​ແນນ​ໃຫ້​ເຫັນ​ຕົວ​ເລກ​ ທ່າມກາງສຽງກອງເຊຍ ຂອງແຟນໆ ແລະ ທຸງຊາດ ​ຫວຽດ​ນາມ ​ຖືກ​ຍົກ​ຂຶ້ນ​ ໃນ​ພິ​ທີ​ມອບ​ລາງວັນ, ແຄ໋ງ ຈຶ່ງຮູ້ສຶກ​ເຈັບ​ປວດ​ຂາ.

ນັກ​ກິລາ ວູຊູ ຟ້າມກວັກແຄ໋ງ ໄດ້ຮັບຫຼຽນຄຳ ທີ່ງານແຂ່ງຂັນ ​ຢູ່ Seagames 31. ພາບ: ແທງຢາງ/VNP

ຫຼັງ​ຈາກ​ນັ້ນ, ດ້ວຍ​ຄວາມ​ພະ​ຍາ​ຍາມ​ຝຶກຊ້ອມຢ່າງບໍ່​ຮູ້ອິດ​ເມື່ອຍ​, ແຄ໋ງ ຄ່ອຍໆ​ ເອົາ​ຊະ​ນະ ບັນດາ​ຈຸດ​ສູງ​ທີ່​ສຸດ​ ໃນ​ການ​ແຂ່ງ​ຂັນ ວູຊູ ຂອງ​ ພາກ​ພື້ນ ແລະ ໂລກ.

ນໍ້າໃຈກິລາອັນສູງສົ່ງ

ຝຶກ​ແອບ ວູຊູ ​ແຕ່​ອາ​ຍຸ 4 ປີ, ຟ້າມກວັກແຄ໋ງ ໄດ້ມີ​ 28 ປີ ຢຶດໝັ້ນ ກັບອາຊີບ ຟ້ອນມວຍ. ປັດຈຸບັນ, ແຄ໋ງ ໄດ້ກໍານົດໄວ້ວ່າ ວູຊູ ບໍ່ພຽງແຕ່ເປັນອາຊີບ ເທົ່ານັ້ນ, ແຕ່ຍັງ ເປັນພົມລິຂິດອີກດ້ວຍ. ແຄ໋ງ ໄດ້ທຳລາຍຂີດຈຳກັດ ຂອງຕົນເອງ ກັບ ວູຊູ ແລະ ເລິກເຊິ່ງກວ່ານັ້ນ, ແຄ໋ງ ໄດ້ຜ່ານປະສົບການຕົວຈິງ ແລະເຂົ້າໃຈ ກ່ຽວກັບ ນຳ້ໃຈກິລາອັນສູງສົ່ງ - ແກນຫຼັກຂອງຜູ້ຝືກແອບມວຍ ແລະ ນັກກິລາ ນັບທັງ ຄູຝຶກອີກດ້ວຍ.

ແຄ໋ງ ໄດ້ໄຂຄວາມໃນໃຈອອກມາວ່າ: “ພາຍຫຼັງ 28 ປີ​ແຫ່ງ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ ​ແລະ ​ແຂ່ງ​ຂັນ, ນໍ້າໃຈກິລາອັນສູງສົ່ງ ​ໄດ້​ມາ​ເຖິງ​ຂ້າ​ພະ​ເຈົ້າ​ເໝືອນ​ດັ່ງສາຍແນນ. ຖ້າຫາກວ່າ ອະທິບາຍ ກ່ຽວກັບກຸ່ມຄຳສັບນີ້ ໃນວິຊາມວຍ ຕ້ອງໃຊ້ເວລາຫຼາຍມື້ຫຼາຍເດືອນ ກໍບໍ່ໝົດ. ພຽງ​ແຕ່​ຮູ້​ວ່າ​ ມັນແມ່ນ​ວັດ​ທະ​ນະ​ທໍາ​, ແມ່ນ​ຄຸນສົມບັດ​ ແລະ ແມ່ນມາດ​ຕະ​ຖານ​ ໃນຜູ້ຝຶກມວຍ ອີກດ້ວຍ”​.

ນັກ​ກິລາ ວູຊູ ຟ້າມກວັກແຄ໋ງ ຖ່າຍຮູບ​ກັບ ໝູ່ເພື່ອນ ແລະ ​ຍາດຕິ​ພີ່ນ້ອງ ພາຍຫຼັງ​ ປະສົບ​ຜົນ​ສໍາເລັດສູງ​ ຢູ່ Seagames 31. ພາບ: ​ແທງ​ຢາງ/VNP

ບາງ​ທີ​ດ້ວຍເຫດນັ້ນ​ ​ຜູ້ຊ່ຽວ​ຊານ ຊາວ ​ຈີນ ​ຂອງ​ທີມ ວູຊູ ຫວຽດ​ນາມ ຮວ໋າງ​ ຊ່າວຊິງ ​ໄດ້ມີ​ຂໍ້​ສະ​ເໜີ​​ຮັບ​ເອົາ ແຄ໋ງ ເປັນລູກ​ສິດ. ນີ້​ແມ່ນ​ຂໍ້​ສະ​ເໜີ​ໜຶ່ງ​ດຽວ​ ຢູ່ ​ຫວຽດ​ນາມ ສຳ​ລັບ​ຄູ​ຝຶກ ​ທີ່​ມີ​ຊື່​ສຽງ​ລະດັບ​ໂລກ, ເປັນ​ບ້ານ​ເກີດ ​ຂອງ ກິລາ ວູຊູ.

ບັນດາ​ຜົນງານ​ໃນ​ພາກ​ພື້ນ ​ແລະ ​ໂລກ ​ຂອງ​ ນັກ​ກິລາ ​ວູຊູ ກວັກ ແຄ໋ງ:

- ຫຼຽນຄຳ ໃນລາຍການຊີງຂັນ ວູຊູ ໂລກ ປີ 2007.

- 14 ຫຼຽນ ປະກອບມີ (3 ຫຼຽນຄຳ, 8 ຫຼຽນເງິນ, 3 ຫຼຽນທອງ) ໃນງານມະຫາກຳກິລາ Asiad.

ເຖິງ​ວ່າ​ ອາຍຸ​ພຽງ 32 ປີ​, ​ແຕ່ ຟ້າ​ມກວັກແຄ໋ງ ໄດ້ຖື​ເປັນ “​ແມ່ທັບ” ​ໃນ​ທີມຊາດ ​ວູຊູ ຫວຽດນາມ. ແຄ໋ງ ໄດ້ໃຫ້ການຕີ​ລາຄາ​ວ່າ: ພາວະຮ່າງກາຍ​ຂອງ​ຊາວ​ ຫວຽດນາມ ​ແມ່ນ​ເໝາະ​ສົມ​ທີ່​ສຸດ ​ໃນ​ການເຝິກ ຊ້ອມ​ກິລາ ປະເພດນີ້ ​ແລະ ​ໃນ​ຕໍ່ໜ້າ ​ຈະ​ສ້າງ​ຜົນງານ​​ໃຫ້​ສູງກວ່າເກົ່າ ເພື່ອປະ​ເທດ​ຊາດ. ມຸ່ງສູ່ເປົ້າໝາຍກາຍເປັນ “ປະເທດ ມະຫາອຳນາດ ກ່ຽວກັບກິລາ ວູຊູ”, ແຄ໋ງ ຢາກນຳເອົາ ປະສົບການ ແລະ ຄວາມກະຕືລືລົ້ນຂອງຕົນ ມາສອນໃຫ້ ນັກກິລາ ລຸ້ນໜຸ່ມໃນປັດຈຸ ບັນ. 

ນັບທັງ SEA Games ​ຄັ້ງ​ທີ 31, ກວັກແຄ໋ງ ໄດ້​ເຂົ້າ​ຮ່ວມ 7 ຄັ້ງ​ຕິດ​ຕໍ່​ກັນ ​ໃນ​ງານ​ມະຫາ​ກຳ​ກິລາ ອັນດັບ 1 ຂອງພາກ​ພື້ນ ​ແລະ ຍາດ​ໄດ້​ຫຼຽນ​ຄຳ​ ທຸກ​ຄັ້ງ. ​ໃນ​ນັ້ນ, ນັກ​ກິລາ​ຄົນ​ນີ້ ​ຍາດ​ໄດ້ 4 ຫຼຽນ​ຄຳ, 5 ຫຼຽນ​ເງິນ ​ແລະ 2 ຫຼຽນ​ທອງ ​ຢູ່​ສະໜາມ​ກິລາ​ພາກ​ພື້ນ. ​ໃນ ​SEA Games 2021 ຢູ່​ ຫວຽດນາມ, ກວັກ​ແຄ໋ງ​ ໄດ້​ເຂົ້າ​ຮ່ວມ 3 ​ລາຍການ, ຍາດ​ໄດ້ 1 ຫຼຽນ​ຄຳ ​ແລະ 1 ຫຼຽນ​ເງິນ. ນັ້ນແມ່ນ ການມ້ວນທ້າຍ ທີ່ເປັນໜ້າຈົດຈຳ​ ໃນ​ສະ​ໄໝ​ຊາວ​ໜຸ່ມ ຂອງ ກວັກແຄ໋ງ ໃນງານ​ແຂ່ງຂັນ​ຄັ້ງ​ນີ້ ​ເພື່ອ​ໃຫ້​ລາວ ​ເປີດ​ໜ້າ​ໃໝ່​ໃນ​ອາຊີບ​ຂອງ​ຕົນ.

 ບົດ: ຟອງທູ ​- ພາບ: ແທງຢາງ, ເຕິດເຊີນ - ແປໂດຍ: ບິກລຽນ


Top