ຊຸມວັນ ຊອກຫາ, ກຳນົດຕົວຕົນ ນັກຮົບ ທີ່ເສຍສະຫຼະຊີວິດ ເພື່ອຊາດ ຢູ່ ສຸສານ ມາຍຢີກ

ຊຸມວັນ ຊອກຫາ, ກຳນົດຕົວຕົນ ນັກຮົບ ທີ່ເສຍສະຫຼະຊີວິດ ເພື່ອຊາດ ຢູ່ ສຸສານ ມາຍຢີກ

ໃນຊຸມວັນ ຕົ້ນເດືອນ ສິງຫາ 2026, ຢູ່ ສຸສານ ມາຍຢີກ, ນະຄອນ ຮ່າໂນ້ຍ, ພະນັກງານ, ນັກຮົບ ກອງບັນຊາການທະຫານ ນະຄອນຫຼວງ ຮ່າໂນ້ຍ ເລັ່ງລັດ ຜັນຂະຫຍາຍ ວຽກງານ ການເກັບຕົວຢ່າງ ອັດຖິ ຂອງນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ເພື່ອຮັບໃຊ້ ວຽກງານ ການສັນລະສູດ ADN. ນີ້ແມ່ນ ພາກສ່ວນໜຶ່ງ ໃນຄວາມພະຍາຍາມ ຂອງ ຮ່າໂນ້ຍ ຈັດຕັ້ງປະຕິບັດ ບັ້ນຮົບ 500 ວັນຄືນ ຍູ້ແຮງ ການຊອກຫາ, ຂຸດຄົ້ນເຕົ້າໂຮມ ແລະ ກຳນົດຕົວຕົນ ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ, ດ້ວຍເປົ້າໝາຍ ກຳນົດຂໍ້ມູນ ຂອງ ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ ແຕ່ຍັງບໍ່ທັນໄດ້ຮັບການ ກຳນົດຕົວຕົນ ເທື່ອລະກ້າວ.

ທັດສະນີຍະພາບ ພື້ນທີ່ຫຼຸມສົບ ຢູ່ ສຸສານ ມາຍຢີກ, ບັນດານັກຮົບ ຍົກຍ້າຍໄຫດິນເຜົາ ບັນຈຸ ອັດຖິ ຂອງນັກຮົບ ທີ່ເສຍສະຫຼະຊີວິດ ເພື່ອຊາດ ມາຮອດ ເຂດ ຮັບໃຊ້ ວຽກງານ ການເກັບຕົວຢ່າງ. ພາບ: ກົງດາດ/VNP

ຢູ່ພື້ນທີ່ລວມສູນຫຼຸມສົບ, ວຽກງານ ໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍຄວາມລະມັດລະວັງ ແລະ ຈິງຈັງ. ຕຳແໜ່ງແຕ່ລະບ່ອນ ໄດ້ຮັບການກຳນົດ, ຊັ້ນດິນແຕ່ລະຊັ້ນ ໄດ້ຮັບການຂຸດຄົ້ນ, ບັນດາຮ່ອງຮອຍ ທີ່ຍັງເຫຼືອຢູ່ ໄດ້ຮັບການກວດກາ, ເກັບໂຮມ ແລະ ບັນທຶກ. ວຽກງານ ທີ່ເບິ່ງຄືວ່າ ດ້ານເຕັກນິກລ້ວນໆ ນັ້ນ ແຕ່ ຍັງມີຄວາມໝາຍ ພິເສດ, ເພາະວ່າ ຢູ່ເບື້ອງຫຼັງ ຂອງແຕ່ລະ ຫຼຸມສົບ ແມ່ນ ຄົນໜຶ່ງ, ຊີວິດໜຶ່ງ ແລະ ອາດຈະແມ່ນ ຄອບຄົວໜຶ່ງ ທີ່ຍັງຄອງຄອຍ ຂໍ້ມູນ ພາຍຫຼັງຫຼາຍປີ.  

ຕາມ ຂໍ້ມູນ ຈາກ ອົງການທີ່ກ່ຽວຂ້ອງ ຮ່າໂນ້ຍ, ວຽກງານ ການເກັບຕົວຢ່າງ ອັດຖິ ຂອງ ບັນດານັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດ ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ ບັນດາສຸສານ ນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ໂດຍ ນະຄອນ ຄຸ້ມຄອງ, ໃນນັ້ນ ມີ ສຸສານ ມາຍຢີກ. ຕໍ່ກັບ ບັນດາຫຼຸມສົບ ທີ່ມີ ເວລາ ຝັງສົບ ເປັນເວລາດົນນານ, ວຽກງານ ການເກັບໂຮມຕົວຢ່າງ ຮັບໃຊ້ ວຽກງານ ການສັນລະສູດ ADN ໄດ້ພົບຄວາມຫຍຸ້ງຍາກບໍ່ໜ້ອຍ ຍ້ອນ ຂະບວນການ ຍ່ອຍສະຫຼາຍ ຕາມທຳມະຊາດ. ຍ້ອນແນວນັ້ນ, ຂະບວນການ ຂຸດຄົ້ນ ແລະ ເກັບຕົວຢ່າງ ຮຽກຮ້ອງ ຄວາມລະມັດລະວັງ, ຊັດເຈນ ຢູ່ແຕ່ລະຂັ້ນຕອນ.

 

 
ທຸງຊາດ ໄດ້ຮັບການປົກໃສ່ ໄຫດິນເຜົາຢ່າງສົມກຽດ ກ່ອນທີ່ຍ້າຍ ມາຮອດ ພື້ນທີ່ຮັບໃຊ້ວຽກງານ ການເກັບຕົວຢ່າງ. ພາບ: ກົງດາດ/VNP
ບັນດານັກຮົບ ຍ້າຍ ໄຫດິນເຜົາ ຕາມ ພື້ນທີ່ບັນດາຫຼຸມສົບ ນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ສຸສານ ມາຍຢີກ. ພາບ: ກົງດາດ/VNP

ຢູ່ ສຸສານ ມາຍຢີກ, ບັນດາຜູ້ປະຕິບັດ ໜ້າທີ່ ເຮັດວຽກ ໃນ ບັນຍາກາດ ທີ່ເຄັ່ງຂຶມ. ຕົວຢ່າງແຕ່ລະຕົວຢ່າງ ທີ່ໄດ້ຮັບການ ເກັບໂຮມ, ຂໍ້ມູນແຕ່ລະຢ່າງ ທີ່ໄດ້ຮັບການບັນທຶກ ລ້ວນແຕ່ ຕ້ອງຕິດພັນກັບສຳເນົາເອກະສານຂອງຫຼຸມສົບ, ຮັບປະກັນ ຮັບໃຊ້ ຂະບວນການ ການສັນລະສູດ ແລະ ປຽບທຽບ ພາຍຫຼັງນັ້ນ. ນີ້ແມ່ນ ວຽກງານ ທີ່ຕ້ອງການຄວາມປະສານສົມທົບ ຂອງ ຫຼາຍກຳລັງ, ແຕ່ບັນດາຜູ້ທີ່ຂຸດຄົ້ນ ໂດຍກົງ ຮອດ ພະນັກງານ ຮັບຜິດຊອບ ເອກະສານ, ເກັບຕົວຢ່າງ ແລະ ບັນດາຂັ້ນຕອນ ວິຊາສະເພາະ ທີ່ກ່ຽວຂ້ອງ.                         

ຢູ່ເບື້ອງຫຼັງ ຂະບວນການ ການຊອກຫານັ້ນ ແມ່ນ ເສັ້ນທາງ ທີ່ຍາວນານກວ່າ: ແຕ່ຫຼຸມສົບ ທີ່ຍັງບໍ່ທັນໄດ້ຮັບການກຳນົດຂໍ້ມູນ ຢ່າງຄົບຖ້ວນ ຮອດ ວຽກງານ ການປຽບທຽບຂໍ້ມູນ, ສັນລະສູດ ADN ແລະ ຊອກຫາ ຄວາມຄ້າຍຄືກັນ ກັບ ຕົວຢ່າງ ພັນທຸກຳ ຂອງ ຍາດພີ່ນ້ອງ. ເຕັກໂນໂລຊີ ແລະ ບັນດາວິທີການ ວິທະຍາສາດ ພວມກາຍເປັນ ເຄື່ອງມື ທີ່ສໍາຄັນ ຊ່ວຍ ຫຼຸດ ໄລຍະຫ່າງ ລະຫວ່າງ ບັນດາຂໍ້ມູນ ທີ່ຍັງຂາດ ແລະ ກາລະໂອກາດ ກຳນົດຕົວຕົນ ຂອງນັກຮົບ ທີ່ເສຍສະຫຼະຊີວິດ ເພື່ອຊາດ. ກະຊວງປ້ອງກັນປະເທດ ກຳນົດ ວຽກງານ ການໝູນໃຊ້ ວິທະຍາສາດ, ເຕັກໂນໂລຊີ, ເຊື່ອມໂຍງ ແລະ ຂຸດຄົ້ນ ບັນດາແຫຼ່ງຂໍ້ມູນ ແມ່ນ ໜຶ່ງໃນ ບັນດາປັດໄຈ ທີ່ສໍາຄັນ ໃນ ບັ້ນຮົບ 500 ວັນຄືນ.

 

ບັນດານັກຮົບ ສົ່ງໄຫດິນເຜົາ ມາຮອດ ໂຕະເກັບຕົວຢ່າງ ເພື່ອໃຫ້ ພະນັກງານ ວິຊາສະເພາະ ກະກຽມປະຕິບັດວຽກງານ. ພາບ: ກົງດາດ/VNP
ບັນດານັກຮົບ ສົ່ງໄຫດິນເຜົາ ມາຮອດ ໂຕະເກັບຕົວຢ່າງ ເພື່ອໃຫ້ ພະນັກງານ ວິຊາສະເພາະ ກະກຽມປະຕິບັດວຽກງານ. ພາບ: ກົງດາດ/VNP
 

ແຕ່ ຢູ່ເບື້ອງຫຼັງ ຂອງ ຕົວຢ່າງ ADN ແຕ່ລະຕົວຢ່າງ ບໍ່ພຽງແຕ່ ແມ່ນຂະບວນການ ກວດສອບ ວິໄຈ ເທົ່ານັ້ນ. ນັ້ນຍັງແມ່ນ ຄວາມຫວັງ ຂອງ ບັນດາຄອບຄົວ ທີ່ໄດ້ຄອງຄອຍ ເປັນເວລາ ຫຼາຍສິບປີ ເພື່ອໃຫ້ຮູ້ວ່າ ຍາດພີ່ນ້ອງ ຂອງຕົນພວມຢູ່ໃສ, ນອນສະຫງົບ ຢູ່ແຫ່ງໃດ ແລະ ຈະສາມາດກຳນົດຕົວຕົນ ຢ່າງຊັດເຈນ ໄດ້ ຫຼື ບໍ່.  

ສຳລັບບັນດາຄອບຄົວ ນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ, ວຽກງານ ການຊອກຫາໄດ້ ຂໍ້ມູນ ກ່ຽວກັບ ຍາດພີ່ນ້ອງ ບໍ່ພຽງແຕ່ແມ່ນ ການເຮັດໃຫ້ ສຳເນົາເອກະສານຊຸດໜຶ່ງ ໃຫ້ສົມບູນແບບເທົ່ານັ້ນ. ນັ້ນແມ່ນ ການກັບຄືນມາ ຂອງ ຊື່ໜຶ່ງ, ທີ່ຢູ່ ໜຶ່ງ, ຄວາມຊົງຈຳ ໜຶ່ງ ທີ່ຖືກ ສົງຄາມ ແລະ ເວລາ ປົກຄຸມ. ຍ້ອນແນວນັ້ນ, ແຕ່ລະບາດກ້າວ ຂະຫຍາຍໂຕ ໃນວຽກງານ ການຊອກຫາ, ຂຸດຄົ້ນເຕົ້າໂຮມ ແລະ ກຳນົດຕົວຕົນ ອັດຖິ ຂອງ ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ລ້ວນແຕ່ມີ ຄວາມໝາຍມະນຸດສະທຳອັນເລິກເຊິ່ງ.

 

ຕົວຢ່າງ ຮັບໃຊ້ ວຽກງານ ການສັນລະສູດ ADN ໄດ້ຮັບການເກັບໂຮມ ໃນຂະບວນການ ຈັດການ ອັດຖິ ຂອງນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: ກົງດາດ/VNP
ພະນັກງານ ວິຊາສະເພາະປະຕິບັດ ວຽກງານ ການເກັບກຳ ຕົວຢ່າງ ຮັບໃຊ້ ວຽກງານ ການສັນລະສູດ ADN. ພາບ: ກົງດາດ/VNP

ບັ້ນຮົບ 500 ວັນຄືນ ພວມໄດ້ຮັບການຜັນຂະຫຍາຍໃນ ຂອບເຂດ ທົ່ວປະເທດ ດ້ວຍການເຂົ້າຮ່ວມ ຂອງຫຼາຍກຳລັງ. ຕາມຂໍ້ມູນ ຂອງ ຫໍພິພິທະພັນ ປະຫວັດສາດ ກອງທັບ ຫວຽດນາມ, ພາຍຫຼັງ ດຳເນີນການຈັດຕັ້ງປະຕິບັດ ຫຼາຍກວ່າ 4 ເດືອນ, ບັ້ນຮົບ ໄດ້ ຂຸດຄົ້ນເຕົ້າໂຮມ ອັດຖິ ຂອງ ບັນດານັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດ ໄດ້ ເກືອບ 1.400 ອັດຖິ ແລະ ເກັບໂຮມ ຕົວຢ່າງ ອັດຖິ, ຕົວຢ່າງ ພັນທຸກຳ ຂອງ ຍາດພີ່ນ້ອງ ໄດ້ ຫຼາຍສິບພັນ ຕົວຢ່າງ ເພື່ອຮັບໃຊ້ ວຽກງານ ການສັນລະສູດ ADN.  

ຢູ່ ຮ່າໂນ້ຍ, ບັນດາວຽກງານ ທີ່ພວມດຳເນີນໄປ ຢູ່ ສຸສານ ມາຍຢີກແມ່ນ ພາກສ່ວນໜຶ່ງ ທີ່ລະອຽດ ຂອງເສັ້ນທາງນັ້ນ. ບໍ່ມີ ບັນດາຊ່ວງເວລາ ອຶກກະທຶກ, ມີພຽງແຕ່ ຄວາມງຽບສະຫງົບ ຂອງ ບັນດາຜູ້ ທີ່ພວມຊອກຫາ ຮ່ອງຮອຍ ທີ່ຍັງເຫຼືອຢູ່ ເທື່ອລະກ້າວ. ຈາກໃຕ້ພື້ນດິນ, ບັນດາຂໍ້ມູນ ທີ່ຄິດວ່າ ຖືກ ເວລາ ຝັງບົນ ພວມໄດ້ຮັບການຊອກຫາຄືນມາ ດ້ວຍການປະສານສົມທົບ ລະຫວ່າງ ຄວາມຮັບຜິດຊອບ, ຄວາມຮູ້ບຸນຄຸນ ແລະ ວິທະຍາສາດ.

 

ບັນດານັກຮົບ ກະກຽມ ໄຫດິນເຜົາໃໝ່ ເພື່ອ ຝັງອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດຄືນໃໝ່ ພາຍຫຼັງ ສຳເລັດວຽກງານ ການເກັບກຳຕົວຢ່າງ. ພາບ: ກົງດາດ/VNP
 

ຫຼຸມສົບແຕ່ລະຫຼຸມທີ່ໄດ້ໄຂອອກ ແມ່ນເພີ່ມກາລະໂອກາດ ຊອກຫາອີກ. ຕົວຢ່າງແຕ່ລະຕົວຢ່າງ ທີ່ໄດ້ຮັບການເກັບໂຮມ ແມ່ນເພີ່ມຄວາມຫວັງອີກ. ແລະ ຢູ່ເບື້ອງຫຼັງເສັ້ນທາງນັ້ນ ແມ່ນ ຄວາມມຸ່ງຫວັງທີ່ງ່າຍດາຍ ແຕ່ສັກສິດ: ບັນດາຜູ້ ທີ່ໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ ໄດ້ຮັບການຄືນຊື່, ຄືນບ້ານເກີດເມືອງນອນ ແລະ ໄດ້ກັບຄືນມາ ໃນຄວາມຊົງຈຳ ຂອງ ຄອບຄົວ, ຂອງເພື່ອນມິດສະຫາຍ.

ບົດ ແລະ ພາບ: ກົງດາດ/VNP


Top