ຄົນພິການ - ບໍ່ມີໃຜຖືກປະໄວ້ຢູ່ເບື້ອງຫຼັງ

ຄົນພິການ - ບໍ່ມີໃຜຖືກປະໄວ້ຢູ່ເບື້ອງຫຼັງ

 

ຢູ່ຫວຽດນາມ, ຊຸມຊົນຄົນພິການ ຖືກກໍານົດວ່າ ເປັນກຸ່ມ ທີ່ດ້ອຍໂອ ກາດ, ກວມເອົາກວ່າ 7% ຈຳນວນພົນລະເມືອງ, ເທົ່າກັບ ປະມານ 7 ລ້ານຄົນ. ເປັນເວລາຫຼາຍປີມາແລ້ວ, ພັກ ແລະ ລັດ ໄດ້ອອກ ນະໂຍບາຍ, ທິດທາງ ແລະ ພ້ອມກັບ ທົ່່ວ ສັງຄົມ ໄດ້ຮ່ວມແຮງຮ່ວມໃຈ ໃນການດູແລ, ປົກປ້ອງ ຄົນພິການ ຕາມ ຄໍາຂວັນ “ບໍ່ມີໃຜຖືກປະໄວ້ຢູ່ເບື້ອງຫຼັງ”. ຜົນສໍາເລັດ ໃນວຽກງານນີ້ ສະແດງໃຫ້ເຫັນເຖິງ ຄວາມຮັບຜິດຊອບ ແລະ ຄວາມພະຍາຍາມ ອັນໃຫຍ່ຫຼວງ ຂອງ ຫວຽດນາມ ໃນການ ຮັບປະກັນ ສິດທິມະນຸດ, ລວມທັງສິດ ແລະ ຜົນປະໂຫຍດ ຂອງ ຄົນພິການ. 

ໂຮງໝໍສູນກາງກອງທັບ 108 ແມ່ນສູນນຳໜ້າ  ຂອງ ຫວຽດ ນາມ ກ່ຽວກັບການຜ່່າຕັດຕໍ່ແຂນຂາ ເພື່ອປິ່ນປົວ ໃຫ້ແກ່ ຜູ້ທີ່ຖືກ ແຂນຂາກຸດ. ພາບ: ເຕິດເຊີນ/VNP

ຄົນພິການແມ່ນຜູ້ທີ່ມີຄວາມບົກຜ່ອງ ໜຶ່ງ ຫຼື ຫຼາຍພາກສ່ວນ ຂອງ ຮ່າງກາຍ ຫຼື ຄວາມສາມາດ ການເຮັດວຽກທີ່ຫຼຸດລົງ ຊຶ່ງສະແດງອອກໃນຮູບແບບ ຂອງ ຄວາມພິການ ເຮັດໃຫ້ ການອອກແຮງງານ, ການດຳລົງຊີວິດ, ການຮຽນຮູ້ ມີຄວາມຫຍຸ້ງຍາກ. ດັ່ງນັ້ນ, ການດູ ແລ, ການປິ່ນປົວ, ການປັບປຸງ ແລະ ຍົກລະດັບສຸຂະພາບ ຂອງ ຄົນພິການ ຈຶ່ງໄດ້ ຮັບການເອົາໃຈໃສ່ຈາກພັກ ແລະ ລັດ ຢູ່ສະເໝີ”.

ອີງຕາມຜົນສໍາຫຼວດ ທີ່ຜ່ານມາ ຂອງ ກົມໃຫຍ່ສະຖິຕິ ສະແດງ ໃຫ້ເຫັນວ່າ ຄົນພິການ ໄດ້ຮັບການຊ່ວຍເຫຼືອຈາກໂຄງການ, ນະ ໂຍບາຍສະໜັບບສະໜູນ ດ້ານການແພດ ຂອງ ລັດ ຫຼາຍກວ່າ ຄົນທີ່ບໍ່ພິການ. ໂດຍສະເພາະ, ອັດຕາສ່ວນ ຂອງ ຄົນພິການ ທີ່ມີປະກັນສຸຂະພາບ ກວດ ແລະ ປິ່ນປົວ ຍົກເວັ້ນ ຄ່າທຳນຽມ ໃນປີ 2023 ແມ່ນ 95,7%, ສູງກວ່າຄົນ ທີ່ບໍ່ພິການ (92,5%).

ໃນໄລຍະທີ່ຜ່ານມາ, ລັດຖະບານ ໄດ້ອະນຸມັດຜ່ານໂຄງການ ຊ່ວຍເຫຼືອຄົນພິການ ໄລຍະ 2021-2030, ເຊິ່ງມີເນື້ອໃນ: ແຊກແຊງ ຄວາມພິການ ຢ່າງໄວ, ຟື້ນຟູຄວາມສາມາດ ແລະ ການຜ່າຕັດອົງຄະທຽມ, ສະໜອງອຸປະກອນ ເພື່ອໃຫ້ຄົນພິການ ສາມາດ ດໍາລົງຊີວິດໄດ້ເກືອບວ່າປົກກະຕິ.

ການ​ແກ້​ໄຂຄວາມບົກພ່ອງ ດ້ານປາກແຫວ່ງ ເພດານໂຫວ່ ​ຢູ່​ເດັກ​ນ້ອຍ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈກັບ​ຊີວິດ​ໃນ​ຕອນ​ຕໍ່​ມາ. ພາບ: ກົງດາດ/VNP

ຢູ່ໂຮງໝໍເດັກສູນກາງ, ໃນຫຼາຍປີຜ່ານມາ ໂຄງການກວດ ແລະ ປິ່ນປົວ ໃຫ້ຄົນພິການ ໄດ້ຈັດຂຶ້ນເປັນປະຈຳເຊັ່ນ: ຜ່າຕັດປາກ ແຫວ່ງ ເພດານໂຫວ່, ຜ່າຕັດໜັງຕາຕົກແຕ່ກຳເນີດ, ກວດກາ ພະຍາດ ກ່ຽວ ກັບຫົວໃຈ...

ຢູ່ໂຮງໝໍກອງທັບສູນກາງ 108 ມີໂຄງການປ່ຽນຂໍ້ເຂົ່າທຽມ, ປ່ຽນ ແຂນຂາ... ປັດຈຸບັນ, ໂຮງໝໍ ໄດ້ຜ່າຕັດປ່ຽນຂໍ້ເຂົ່າທຽມ ໃຫ້ຄົນເຈັບ ຫຼາຍກວ່າ 1.000 ຄົນພິການ ໂດຍບໍ່ເສຍຄ່າ, ຊ່ວຍໃຫ້ຄົນພິການຫຼາຍຄົນ ມີຊີວິດທີ່ດີຂຶ້ນ. ມີຄົນພິການ ຫຼາຍຄົນ ທີ່ປ່ວຍເປັນພະຍາດສັບຊ້ອນເຊັ່ນ: ກະດູກສັນຫຼັງ ອັກເສບຕິດຂໍ້ຕໍ່ ເຮັດໃຫ້ຕ້ອງ ທົນທຸກທໍລະມານ ຈາກ ຄວາມພິການ ບໍ່ສາມາດ ຍ່າງໄດ້ເປັນເວລາຫຼາຍສິບປີ ກໍໄດ້ ປ່ຽນແປງຊີວິດ ຍ້ອນໂຄງການຜ່າຕັດມະນຸດສະທຳ. ປັດຈຸບັນ, ໂຄງການມະນຸດສະທຳ ສໍາລັບຄົນພິການ ໄດ້ຖືກ ຈັດຕັ້ງປະຕິບັດ ຢູ່ຫຼາຍແຫ່ງ ຈາກໂຮງໝໍສາຍສູນກາງ ເຖິງ ທ້ອງຖິ່ນ ໂດຍ ລັດຖະບານ ຫວຽດນາມ. ມີຫຼາຍອົງການຈັດຕັ້ງ, ບຸກຄົນ, ວິສາຫະກິດ... ໄດ້ຮ່ວມແຮງຮ່ວມໃຈກັນ ໃນການ ຊ່ວຍເຫຼືອຄົນພິການ, ປະກອບສ່ວນຫຼຸດຜ່ອນ ອັດຕາ ຄວາມພິການ, ຄ່ອຍໆ ຍົກລະດັບ ຄຸນນະພາບຊີວິດ ຂອງ ຄົນພິການໃນທຸກດ້ານ.

ພາຍຫຼັງຜ່າຕັດປາກແຫວ່ງ ເພດານໂຫວ່ ນ້ອງໆ ຈະໄດ້ຮັບ ການແນະນຳ ວິທີ ຟື້ນຟູ ພາຍຫຼັງການຜ່າຕັດ ຈາກທ່ານໝໍ. ພາບ: ກົງດາດ/VNP

ຕົວຢ່າງ: ໃນໄລຍະ 15 ປີ ທີ່ຜ່ານມາ, ໂຄງການ “ຫົວໃຈ ໃຫ້ນ້ອງ” ທີ່ໄດ້ດໍາເນີນໄປ ໂດຍກຸ່ມບໍລິສັດສື່ສານ Viettel (Viettel Media, ຂຶ້ນກັບກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມ ມະນາຄົມ ກອງທັບ ສົມທົບກັບກອງທຶນຫົວໃຈ ຫວຽດນາມ ຂອງ ສະຖານີໂທລະພາບ ຫວຽດນາມ ໄດ້ຈັດ 98 ໂຄງການ ກວດສຸຂະພາບ ເລືອກເຟັ້ນ ເດັກນ້ອຍເກືອບ 160.000 ຄົນ; ລະດົມທຶນໄດ້ ກວ່າ 210 ຕື້ດົ່ງ ເພື່ອປະຕິບັດ ການແຊກແຊງ/ຜ່າຕັດ, ປິ່ນປົວພະຍາດຫົວໃຈ ແຕ່ກໍາເນີດ ສໍາລັບເດັກນ້ອຍເກືອບ 7.000 ຄົນ.

ວຽກງານປິ່ນປົວ ການເວົ້າ ໃຫ້ແກ່ເດັກນ້ອຍ ທີ່ມີປາກແຫວ່ງ ແລະ ເພດານໂຫວ່ ພາຍຫຼັງການຜ່າຕັດ ທີ່ສູນສຽງ ແລະ ການ ປິ່ນປົວ ການເວົ້າຂອງໂຮງໝໍເດັກສູນກາງ. ພາບ: ກົງດາດ/VNP

ນອກເໜືອຈາກວຽກງານກວດ ແລະ ປິ່ນປົວ ໃຫ້ຄົນພິການແລ້ວ, ຫວຽດນາມ ຍັງມີຮູບ ແບບການຜະລິດອຸປະກອນຫຼາຍຢ່າງ ທີ່ຊ່ວຍໃຫ້ຄົນພິການ ຟື້ນຟູສຸຂະພາບການເຄື່ອນເໜັງອີກດ້ວຍ. ສິ່ງທີ່ໜ້າປະທັບໃຈທີ່ສຸດ ທີ່ຕ້ອງກ່າວເຖິງ ແມ່ນສະຖານທີ່ ເຮັດອຸປະກອນ ຂາ ແລະ ແຂນທຽມ ຂອງ ທ່ານໝໍ ເລແທ່ງໂດ. ໃນປີ 2004, ເພິ່ນ ໄດ້ສ້າງຕັ້ງ ສູນໃຫ້ຄຳປຶກສາ ຊ່ວຍເຫຼືອ ເຄື່ອງມື ອົງຄະທຽມ ສໍາລັບ ຄົນພິການຢູ່ ຮ່າໂນ້ຍ. ມາຮອດ ປັດຈຸບັນ, ເພິ່ນໄດ້ເຮັດຂາ ແລະ ແຂນ ທຽມຫຼາຍພັນອັນ ແຈກຢາຍ ໃຫ້ຄົນພິການ ໂດຍບໍ່ເສຍຄ່າ.

ເມື່ອບໍ່ດົນມານີ້, ໃນການຢ້ຽມຢາມ ເດັກພິການ ຢູ່ສູນລ້ຽງເດັກ ພິ ການ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ ຢືນຢັນວ່າ ພັກ ແລະ ລັດ ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ວຽກງານ ການປົກປ້ອງ, ດູແລເດັກນ້ອຍ, ສ້າງເງື່ອນໄຂທີ່ດີທີ່ສຸດ ເພື່ອໃຫ້ ເດັກນ້ອຍ ໄດ້ມີການພັດທະນາຢ່າງຮອບດ້ານ, ມີ ສະພາບແວດລ້ອມ ການດໍາລົງຊີວິດ ທີ່ປອດໄພ ແລະ ແຂງແຮງດີ. ພັກ ແລະ ລັດ ຈະປັບປຸງກົນໄກ, ກົດບັນຍັດ, ນະໂຍບາຍ ກ່ຽວກັບການປົກປ້ອງ, ການດູແລ ເດັກນ້ອຍ, ຈັດຕັ້ງປະຕິບັດ ຢ່າງລຸລ່ວງ, ຄົບຊຸດ, ຮອບດ້ານ ນັບແຕ່ ຂັ້ນ ສູນກາງ ເຖິງຂັ້ນຮາກຖານ, ລະດົມທຸກແຫຼ່ງກຳລັງແຮງ, ລົງທຶນ ດ້ານພື້ນຖານວັດຖຸ, ຄູອາຈານ, ຫຼັກສູດ ເພື່ອໃຫ້ນັກຮຽນ ມີເງື່ອນໄຂ ໃນການຮຽນຮູ້, ໃນນັ້ນ ເດັກພິການ ໄດ້ຮັບການ ດູແລ, ສຶກສາ, ມີໂອກາດທີ່ ຈະຜ່ານຜ່າ ສະພາບຫຍຸ້ງຍາກ, ພັດທະນາຄວາມສາມາດ ຂອງຕົນເອງ ໃຫ້ດີທີ່ສຸດ.

ຄົນເຈັບເດັກ ເຂົ້າຮ່ວມ “ຫ້ອງຮຽນ ແຫ່ງຄວາມຫວັງ” ຊຶ່ງຈັດ ໂດຍໂຮງໝໍເດັກສູນກາງ. ຢູ່ທີ່ນີ້, ນັບແຕ່ເດັກນ້ອຍ ທີ່ປ່ວຍໜັກ ຮອດເດັກຊືມເສົ້າ ຈະໄດ້ຮັບການຊ່ວຍເຫຼືອຈາກຄູອາຈານ ເພື່ອ ຊົດເຊີຍຂໍ້ບົກພ່ອງທາງດ້ານຈິດໃຈ.  ພາບ: ກົງດາດ/VNP

ນອກເໜືອ ຈາກວຽກງານດູແລສຸຂະພາບແລ້ວ, ຫວຽດນາມໄດ້ ຈັດຕັ້ງປະຕິບັດ ນະໂຍບາຍທີ່ແທດເໝາະ ກັບສະພາບຕົວຈິງ ຫຼາຍຢ່າງ, ພ້ອມທັງຮຽກຮ້ອງ ໃຫ້ມີການຮ່ວມແຮງຮ່ວມໃຈ ຈາກສາກົນ, ວິສາຫະກິດ, ອົງການຈັດຕັ້ງສັງຄົມ ໃນການສ້າງ ໂອກາດ ວຽກເຮັດງານທໍາ ໃຫ້ກັບຄົນພິການ, ສົ່ງເສີມ ແລະ ມອບສິດໃຫ້ເຈົ້າຂອງທຸລະກິດ ທີ່ເປັນຄົນພິການ.

ມີສູນສອນວິຊາຊີບ ແລະ ບໍາລຸງສ້າງວຽກເຮັດງານທໍາຫຼາຍແຫ່ງ ສຳລັບຄົນພິການໄດ້ຖືກເປີດຂຶ້ນ.ພາບ: ເຕິດເຊີນ/VNP

ການສ້າງເງື່ອນໄຂໃຫ້ຄົນພິການ ມີວຽກເຮັດງານທຳ ທີ່ໝັ້ນຄົງ, ເໝາະສົມກັບຄວາມສາມາດ ແມ່ນໜຶ່ງໃນວິທີແກ້ໄຂທີ່ສຳຄັນ ເພື່ອ ຊ່ວຍໃຫ້ເຂົາເຈົ້າ ເຊື່ອມຕົວເຂົ້າກັບສັງຄົມ ແລະ ມີຊີວິດ ທີ່ເປັນເອກະລາດ.

“ການອອກແຮງງານ ແມ່ນຢາພິເສດ ທີ່ຊ່ວຍໃຫ້ຄົນພິການ ເຊື່ອມໂຍງໃນຊຸມຊົນ”. ນັ້ນແມ່ນຄໍາແບ່ງປັນຂອງ ທ່ານເລຫວຽດ ເກື່ອງ, ເຈົ້າຂອງວິສາຫະກິດ ສັງຄົມ ວຸ້ນ Art. ວິສາຫະກິດ ຊຶ່ງທ່ານບໍລິຫານ, ແມ່ນໜຶ່ງໃນຕົວຢ່າງທີ່ພົ້ນເດັ່ນ ຂອງ ຮູບແບບ ການສ້າງຊີວິດການເປັນຢູ່ ແບບຍືນຍົງ ໃຫ້ຄົນພິການຢູ່ ຫວຽດນາມ.


ສູນສອນຫຍິບເຄື່ອງ ແຫ່ງໜຶ່ງ ສຳລັບໝູ່ເພື່ອນພິການ ທີ່ ນະຄອນຫຼວງ ຮ່າໂນ້ຍ. ພາບ: ກົງດາດ/VNP

ປັດຈຸບັນ, ວຸ້ນ Art ກໍາລັງສອນອາຊີບ ແລະ ຈ່າຍເງິນເດືອນ ໃຫ້ ພະນັກງານຫຼັກຈໍານວນ 40 ຄົນ, ໂດຍທຸກຄົນ ໄດ້ຮັບການ ຄຸ້ມຄອງຄ່າປະກັນສັງຄົມ100%. ຜະລິດຕະພັນຂອງ ວຸ້ນ Art ເຊັ່ນ: ຮູບແຕ້ມ, ຖົງຜ້າ, ຂອງຂວັນທີ່ລະນຶກ. ຄົນພິການຢູ່ທີ່ນີ້ ໄດ້ຖື ວຸ້ນ Art ແມ່ນ ບ້ານ ທີ່ຟື້ນຟູຊີວິດ ຂອງເຂົາເຈົ້າຄືນໃໝ່”.

ທ່ານນາງ ຫງວຽນຖຸ່ຍຈີ, ຮອງຜູ້ອໍານວຍການວິສາຫະກິດ ຈ້າມ ວ່າວແຊງ ໄດ້ສ້າງຕັ້ງໂຮງງານ ຜະລິດເຄື່ອງຫັດຖະກໍາ ດ້ວຍ ແຮງງານ ພິການປະມານ 30 ຄົນ. ເຖິງແມ່ນວ່າ ຈະເປັນ ອໍາມະພາດ ສະໝອງແຕ່ກໍາເນີດ, ທ່ານນາງ ກໍໄດ້ເອົາຊະນະ ຊາຕາກໍາ ເພື່ອ ຮຽນຮູ້ ແລະ ເລີ່ມຕົ້ນທຸລະກິດ. ປັດຈຸບັນ, ຈ້າມວ່າວແຊງ ມີຮ້ານວາງສະແດງ ຜະລິດຕະພັນ ເຄື່ອງໃຊ້ ຄືນໃໝ່ ແລະ ຂາຍຜ່ານຊ່ອງທາງອອນລາຍ ຫຼື ເຂົ້າຮ່ວມ ງານ ວາງສະແດງ ສິນຄ້າ ຫວຽດນາມ ຫຼາຍຄັ້ງ. ຜະລິດຕະພັນເຊັ່ນ: ພວງກະແຈ, ຖົງຜ້າ, ຢາງມັດຜົມ, ເຄື່ອງຫຼິ້ນ, ຂອງຂວັນທີ່ລະນຶກ ທີ່ສວຍງາມ ແລະ ມີຄຸນນະພາບ ທີ່ເຮັດໂດຍຄົນພິການ ໄດ້ ນໍາມາເຊິ່ງມຸມມອງ ທີ່ໃກ້ຊິດ ແລະ ຄວາມຮູ້ສຶກ ທີ່ເລິກເຊິ່ງກວ່າ ກ່ຽວກັບ ຄວາມຫຼາກຫຼາຍ ແລະ ຄວາມຄິດສ້າງສັນ ທີ່ຄົນພິການ ໄດ້ປະກອບສ່ວນ ໃຫ້ແກ່ສັງຄົມ.

ໂຮງໝໍ Medlatec ເປັນບ່ອນທີ່ໄດ້ຮັບເອົາແຮງງານພິການ ເຂົ້າ ເຮັດວຽກ ແລະ ສ້າງສະພາບແວດລ້ອມ ການເຮັດວຽກ ທີ່ສະເໝີ ພາບກັບຄົນທົ່ວໄປ. ທ່ານນາງ ຫງວຽນແຮ້ງເງິນ, ນັກວິຊາການ ກວດວິເຄາະ ຂອງ ສູນກວດວິເຄາະ ໂຮງໝໍ ຫຼາຍຂະແໜງ Medlatec ແມ່ນຄົນພິການ ທີ່ໄດ້ຮັບເຂົ້າ ມາເຮັດວຽກ ຢູ່ທີ່ນີ້ ເປັນ ເວລາ 4 ປີ ແລ້ວ. ທ່ານນາງ ເງິນ ໃຫ້ຮູ້ວ່າ ເວລາສົ່ງ ໃບ ສະໝັກງານ ທ່ານນາງ ໄດ້ ຮັບຄວາມສົງໄສ ຈາກຫຼາຍຄົນ ໃນຊຸມຊົນ, ແຕ່ສະພາບແວດລ້ອມການເຮັດວຽກ ຢູ່ໂຮງໝໍ ໄດ້ຊ່ວຍໃຫ້ ທ່ານນາງ ເງິນ ເຊື່ອມຕົວໃນສັງຄົມໄດ້ດີ ແລະ ເສີມຂະຫຍາຍ ຄວາມສາມາດຂອງຕົນເອງໄດ້. 

ຄອບ​ຄົວທີ່​ມີ​ຄວາມ​ປິຕິຍິນດີເມື່ອໄດ້ຊົມ​ຮູບ​ພາບ​ແຕ່ງ​ງານ​ຂອງ​ຕົນ​ຄືນໃໝ່ ໃນ​ວັນແຕ່ງ​ງານ ​ໃຫ້​ຄົນ​ພິ​ການ ​ທີ່​ຈັດ​ຂຶ້ນ​ຢູ່ ​ຮ່າ​ໂນ້ຍ. ພາບ: ກົງດາດ/VNP

ນອກຈາກ ການສ້າງວຽກເຮັດງານທຳ ໃຫ້ຄົນພິການ, ຫວຽດນາມ ຍັງໄດ້ ແລະ ກໍາລັງ ຍົກລະດັບ, ຂະຫຍາຍ ພື້ນທີ່ ທາງດ້ານຈິດໃຈ ໃຫ້ແກ່ຊຸມຊົນຄົນພິການ. ນັ້ນແມ່ນ ເດີ່ນຫຼິ້ນ, ຫ້ອງຮຽນຝຶກອົບຮົມ ທັກສະການດໍາລົງຊີວິດ ກ່ຽວກັບ ວັດທະນະທໍາ, ສິລະປະໃຫ້ ຄົນພິການ ເພື່ອໃຫ້ພວກເຂົາ ສາມາດພັດທະນາ ຄວາມສາມາດພິເສດ ແຕ່ກໍາເນີດ ແລະ ຄວາມສາມາດ ໃນການຮັບຮູ້ຊີວິດ ຢ່າງເປັນທໍາມະຊາດ. ສາມາດກ່າວເຖິງສະຖານທີ່ຕ່າງໆ ເຊັ່ນ: ສູນ Seed,  ສະມາຄົມ ພໍ່ແມ່ເດັກຫູໜວກ ຫວຽດນາມ, ວິທະຍາໄລ ເຕັກໂນໂລຊີສູງ ຮ່າໂນ້ຍ, ໂຮງຮຽນສະເພາະພິເສດ ບິ່ງມິງ, ສູນ ວີ່ໄງ່ມາຍ (ເພື່ອ ມື້ອື່ນ), ສູນ ງີ້ລຶກຊົ໋ງ (ສູນພະລັງ ເພື່ອດໍາລົງຊີວິດ), ສະມາຄົມ ຄົນຕາບອດ, ສະຫະພັນ ສະມາຄົມ ຄົນພິການ ຫວຽດນາມ... ລ້ວນແຕ່ ກໍາລັງ ສ້າງຄວາມຫຼາກຫຼາຍ ຮູບແບບ ການຝຶກອົບຮົມ, ເຊິ່ງເນັ້ນ ໜັກໃສ່ ສະໜາມຫຼິ້ນທາງດ້ານ ຈິດໃຈ, ວັດທະນະທໍາ ເພື່ອຊ່ວຍໃຫ້  ຄົນພິການ ມີຄວາມໝັ້ນໃຈ, ມີຄວາມສຸກ ຫຼາຍຂຶ້ນ ໃນຊີວິດ ເພື່ອ ກ້າວ ໄປສູ່ ການເປັນເອກະລາດ ໃນການເຮັດວຽກ. 

ບົດ: ບິກເວິນ -​ ພາບ: ເຕິດເຊີນ, ກົງດາດ ແລະ ເອກະສານ -​ ແປໂດຍ: ບິກລຽນ


Top