ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ນັບມື້ພັດທະນາ

ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ນັບມື້ພັດທະນາ


 

ໂດຍຕອບສະໜອງ ຕາມຄຳເຊີນ ​ຂອງ​ ຮອງ​ປະທານ​ປະ​ເທດ ຫວໍ​ທິ​ແອ໋ງ​ຊວນ, ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ປະ​ເທດລາວ ໄດ້ທຳການ​ຢ້ຽມຢາມ ຫວຽດນາມ ​ຢ່າງ​ເປັນ​ທາງ​ການ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວ ພັນ, ຄວາມສາມັກຄີ ແບບພິເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ນັບ​ມື້​ນັບ​ມີການພັດ​ທະ​ນາ.

 

ຕໍ່ໜ້າ​ການ​ຜັນແປ​ຢ່າງ​ສັບສົນ​ໃນ​ປັດຈຸ​ບັນ ຂອງ ໂລກ, ​ຮອງ​ປະທານ​ປະ​ເທດທັງ 2 ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ ​ແລະ ຄຸນ​ຄ່າ ​ຂອງ ​ການ​ເພີ່ມພູນຄູນສ້າງ ​ແລະ ການປັບປຸງ ​ສາຍ​ພົວພັນ​ບ້ານໃກ້ເຮືອນຄຽງ ມິດຕະພາບ​ທີ່ສະໜິດແໜ້ນ, ຄວາມ​ສາມັກ ຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ​ເພື່ອ​ຄວາມ​ໝັ້ນຄົງ ​ແລະ ພັດທະນາ ​ຂອງ​ ແຕ່ລະ​ປະ​ເທດ ກໍຄື ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນຢ່າງບໍ່ຢຸດຢັ້ງ. ສອງຝ່າຍມີຄວາມ ປິຕິຍິນດີ ຕໍ່ບັນດາບາດກ້າວ ພັດທະນາໃໝ່ ໃນການພົວພັນ ຮ່ວມມື ລະຫວ່າງສອງປະເທດ ທີ່ຜ່ານມາ ໃນທຸກຂົງເຂດ.

ສະຫາຍນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ໊ທິແອ໋ງຊວນ ທຳ​ການ ພົບປະ​ເຈ​ລະ​ຈາ​ ກັບ​ສະຫາຍນາງ​ຮອງ​ປະ​ທານ​ປະ​ເທດ​ ລາວ ປານີ ຢາທໍ່ຕູ້.

ພາບ: ເລີມແຄ໋ງ/VNA

ຕອນ​ບ່າຍ​ວັນ​ທີ 26 ເມສາ, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ​ປະທານ​ສະ ພາ​ແຫ່ງ​ຊາດ ເວືອງດິ່ງເຫວ້ ​ໄດ້​ທຳການ​ຕ້ອນຮັບ​ ສະຫາຍນາງ ປານີ ຢາທໍ່ຕູ້, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ປະ​ເທດລາວ ທີ່​ພວມ​ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວ້ ​ແລະ ​ຮອງ​ປະທານ​ປະ​ເທດ ລາວ ປານີ ຢາ​ທໍ່​ຕູ້ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ​ສືບ​ຕໍ່​ສົມ ທົບ​ກັນ ​ຜັນຂະຫຍາຍບັນດາ​ການ​ເຄື່ອນ​ໄຫວໃນ “ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ 2022” ​ເພື່ອ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ແລະ 45 ປີ ແຫ່ງ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລະ ຫວ່າງ ຫວຽດນາມ - ລາວ; ຜ່ານ​ນັ້ນ ຊ່ວຍຊຸກຍູ້ຢ່າງແຂງແຮງ ການ​ໂຄສະນາ​ເຜີຍ​ແຜ່, ສຶກສາ ​ກ່ຽວ​ກັບຮີດຄອງ​ປະ​ເພນີ ​ສາຍ ພົວພັນ ​ສາມັກຄີ​ແບບ​ພິ​ເສດ ​ຫວຽດນາມ - ລາວ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ ​ຂອງ​ ສອງ​ປະ​ເທດ.

ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ ປະຈຳ​ຊາດ​ຂອງ ລາວ, ຜ່ານ ​ສະ ຫາຍນາງ ປາ​ນີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ ເວືອງ ດິ່ງ ເຫວ້ ​ໄດ້​ສົ່ງ​ຄຳ​ອວຍພອນ​ປີ​ໃໝ່​ ມາ​ຍັງ ​ປະທານ​ສະພາ​ແຫ່ງ​ຊາດລາວ ໄຊ​ສົມ​ພອນ ພົມວິຫານ ​ແລະ ບັນດາ​ສະຫາຍການ​ນຳ​ ຂອງ ​ລາວ.

 

ຕອນບ່າຍວັນທີ 26 ເມສາ, ຢູ່ທຳນຽບປະທານປະເທດ, ປະ ທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ທຳການ ຕ້ອນ ຮັບ ສະຫາຍນາງ ປານີ ຢາທໍ່ຕູ້ ກຳມະການ ກົມການເມືອງ, ຮອງປະທານປະເທດ ລາວ ທີ່ ພວມຢ້ຽມຢາມ ຫວຽດນາມ ຢ່າງ ເປັນທາງການ.

ຕີ​ລາຄາ​ສູງ​ໝາກຜົນ​ການ​ເຈລະຈາ ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ ​ລະຫວ່າງ ​​ຮອງ​ປະທານ​ປະ​ເທດ ​ລາວ ປານີ ຢາ​ທໍ່​ຕູ້ ​ແລະ ​ຮອງ​ປະທານ​ປະ​ເທດ ຫວໍ້ທິແອ໋ງຊວນ, ປະທານປະເທດ ຫງວຽນຊວນຟຸກ ​ເນັ້ນ​ໜັກ​ວ່າ: ເພື່ອຊຸກຍູ້ ​ແລະ ຍົກ​ສູງ​ປະສິດ ທິ​ຜົນ​ການ​ຮ່ວມ​ມື ​ລະຫວ່າງ​ສອງ​ປະ​ເທດ, ສອງ​ຝ່າຍ​ຕ້ອງ​ສືບ​ຕໍ່​ສົມທົບ​ກັນ​ ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ​ໝາກຜົນ​ແຫ່ງ​ການ​ຢ້ຽມຢາມທາງ ລັດຖະກິດ ​ລາວ​ຂອງ​ ​ປະທານ​ປະ​ເທດ​ ໃນ​ເດືອນ ສິງຫາ 2021; ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ພົວພັນ​ຂັ້ນ​ສູງ​ເປັນ​ປະຈຳ.

ສອງຝ່າຍ​ຕ້ອງ​ມານະ​ພະຍາຍາມ​ຍົກ​ສູງ ​ການ​ຮ່ວມ​ມື​ດ້ານ​ເສດ ຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ​ໃຫ້​ກາຍ​ເປັນ​ເສົາ​ຄ້ຳ​ ອັນ​ແທດ​ຈິງ​ ໃນ​ການ​ພົວພັນ​ ລະຫວ່າງ 2 ປະ​ເທດ; ສົມທົບ​ກັນ​ຊອກ​ຫາ​ແຫຼ່ງທຶນ, ທິດ​ທາງ​ໃໝ່ ​ແລະ ມີ​ປະສິດທິ​ຜົນ​ ໃຫ້​ບັນດາ​ໂຄງການ​ຮ່ວມ​ມື, ພິ​ເສດ​ແມ່ນ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ, ​ເຊື່ອມ​ໂຍງ​ສອງພື້ນພານເສດຖະກິດ, ນຳ ໃຊ້ຢ່າງສຸດຂີດ ລະບົບ​ທ່າ​ກຳ​ປັ່ນ... ສອງຝ່າຍກໍສືບຕໍ່ ເພີ່ມ ທະວີ ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ-ບຳລຸງສ້າງ, ສາທາລະນະສຸກ, ການ​ພົບ​ປະ​ແລກ ປ່ຽນ​ປະຊາຊົນ, ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ, ສືບ​ຕໍ່​ປະສານ​ສົມທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື ​ເພື່ອ​ຮັກສາ​ຄວາມ​ສາ ມັກຄີ ​ແລະ ບົດບາດ​ໃຈກາງ​ຂອງ ອາ​ຊຽນ.

ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ ​ຮອງ​ປະທານ​ປະ​ເທດລາວ ປານີ ຢາທໍ່ຕູ້. ພາບ: ຖົ໋ງເຍິດVNA

ສະແດງຄວາມຊົມເຊີຍ ຕໍ່ຜົນ​ການ​ເຈລະຈາ​ ລະຫວ່າງ​ຮອງປະ​ເທດ ທັງ 2, ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ສະ ເໜີ ໃຫ້ສອງຝ່າຍ​ ຈົ່ງຕັ້ງໜ້າ ​ແລະ ເປັນເຈົ້າການ ຜັນ​ຂະຫຍາຍ​ປະ ຕິບັດ ຢ່າງມີປະສິດທິຜົນ ບັນດາ​ຂໍ້​ຕົກລົງ​ລະຫວ່າງ ​ການ​ນຳ​ຂັ້ນ​ສູງ​ຂອງສອງ ພັກ, ສອງປະ​ເທດ, ໃນນັ້ນ​ສືບ​ຕໍ່​ນຳການ​ພົວພັນ​ດ້ານ​ການ​ເມືອງ​ເຂົ້າສູ່ລວງເລິກ; ປະສານສົມທົບ​ຢ່າງ​ແໜ້ນ​ແຟ້ນ​ ໃນ​ຂົງ​ເຂດ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ, ຊຸກຍູ້ຍົກ​ສູງ​ຄຸນ​ນະພາ​ບ ປະສິດທິ​ຜົນ​ ການ​ຮ່ວມ​ມື ​ດ້ານ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ ​ແລະ ​ວິ ທະຍາສາດ - ​ເຕັກ​ນິກ, ຍົກ​ສູງ​ຄຸນ​ນະພາ​ບການ​ຮ່ວມ​ມື ​ລະ ຫວ່າງ ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ແທດ​ຈິງ, ມີ​ຄວາມ​ໝາຍດ້ານ ​ເນື້ອ​ໃນ​ເລິກ​ເຊິ່ງ, ສອດຄ່ອງ ແລະມີ ການແຜ່ຂະຫຍາຍ ຢ່າງກວ້າງຂວາງ  ​ເພື່ອ​ສະ​ເຫຼີ​ມສະຫຼອງ 60 ປີ​ ວັນ​ສ້າງ​ຕັ້ງ​ການ​ພົວພັນ ​ທາງ​ການ​ທູດ ​ແລະ 45 ປີ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມືຫວຽດນາມ-ລາວ.

ຕອນບ່າຍວັນທີ 28 ເມສາ 2022, ທີ່ສໍານັກງານສູນກາງພັກ, ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕ້ອນຮັບ ສະ ຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການ ກົມການເມືອງ, ຮອງ ປະທານປະເທດແຫ່ງ ສປປ ລາວ ທີ່ພວມຢ້ຽມຢາມ ຫວຽດ ນາມ ຢ່າງເປັນທາງການ. ພາບ: ຈີ໋ຢຸງ/VNA

ຕອນ​ບ່າຍ​ວັນ​ທີ 29 ເມສາ, ຢູ່​ນະຄອນ ຮ່າ​ຢາງ, ສະຫາຍນາງ ປານີ ຢາ​ທໍ່​ຕູ້, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ປະ​ເທດ ລາວ ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ ແຂວງ ຮ່າ​ຢາງ.

ໃນການ​ພົບ​ປະ, ສະຫາຍ ນາງ ​ປານີ ຢາ​ທໍ່​ຕູ້ ພ້ອມດ້ວຍ ຄະນະ ປະ ຕິບັດງານ ​ແລະ ການ​ນຳ​ແຂວງ ຮ່າ​ຢາງ ​ໄດ້ພ້ອມກັນ​ແບ່ງ ປັນ ​ບັນດາ​ມາດ​ຕະການ​ແກ້​ໄຂ​ທີ່ລະອຽດ ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ; ວິທີ​ການ​ລະດົມ​ແຫຼ່ງ ກຳລັງ ​ຂອງ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ ໃນ​ຂະ​ແໜງ​ການ​ເງິນ ​ເພື່ອ​ຕອບ​ສະໜອງ​ ແຫຼ່ງທຶນ​ການ​ລົງທຶນ ​ເພື່ອ​ຫຼຸດຜ່ອນ​ຄວາມ ທຸກ​ຍາກ; ການ​ເຂົ້າ​ຮ່ວມ​ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ແລະ ຂະ​ແໜງ​ການ​ທີ່​ມີ​ບົດບາດໜ້າທີ່ ໃນການ​ເປັນ​ຂົວ​ຕໍ່​ ສ້າງ​ການ​ເຊື່ອມ​ໂຍງ​ລະຫວ່າງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ ໃນ​ການ​ພັດທະນາ​ການ​ຜະລິດ; ວຽກງານກໍ່ສ້າງພັກ ແລະ ກໍ່ສ້າງ ລະບົບການເມືອງຢູ່ ເຂດຊົນເຜົ່າສ່ວນໜ້ອຍ; ວິທີການແກ້ໄຂ ເພື່ອປັບປຸງ ການໂຄສະນາເຜີຍແຜ່, ສຶກສາກົດໝາຍ; ປະຕິບັດ​ການ​ລົບ​ລ້າງ​ຮີດຄອງ​ປະ​ເພນີ​ ຫຼ້າຫຼັງ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

ພາຍຫຼັງ​ການ​ພົບ​ປະ​ກັບ​ການ​ນຳ​ແຂວງ ຮ່າ​ຢາງ, ສະຫາຍ ນາງ​ປານີ ຢາ​ທໍ່​ຕູ້ ໄດ້​ລົງສຳ​ຫຼວດ ​ແລະ ຢ້ຽມຢາມ​ບັນດາ​ຮູບ​ແບບ ​ການ​ຜະລິດ​ກະສິກຳ; ຮູບ​ແບບ​ ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ ຂອງ​ ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ຢູ່​ນະ​ຄອນ ຮ່າ​ຢາງ ແລະ ເມືອງຕ່າງໆ ຢູ່​ເຂດ​ສວນສາທາລະນະ ທໍລະນີສາດ ພູ​ພຽງຫີນ ​ດົ່ງ​ວັນ​.

 

ປະຕິບັດໂດຍ: VNA, VNP - ແປໂດຍ: ບິກລຽນ

 

 

 


Top