ຄວາມດຶງດູດໃໝ່ ຈາກ ທ່ອງທ່ຽວ ຮ່າໂນ້ຍ

ຄວາມດຶງດູດໃໝ່ ຈາກ ທ່ອງທ່ຽວ ຮ່າໂນ້ຍ

ເປີດ​ຄືນການ​ທ່ອງ​ທ່ຽວ​ ຢ່າງ​ວ່ອງ​ໄວ ​ຂອງ​ ຫວຽດນາມ ພາຍ ຫຼັງ​​ສາມາດຄວບ​ຄຸມ​ ການ​ລະບາດ​ໂຄ​ວິດ-19 ​​ຢ່າງສຳ​ເລັດ​ຜົນ, ​ໄດ້ ນຳມາເຊິ່ງຮູບແບບທ່ອງທ່ຽວໃໝ່ ເຂົ້າ​ສູ່​ຕະຫຼາດ​ທ່ອງ​ທ່ຽວ ທີ່​ເຕັມ ໄປດ້ວຍ ຄວາມສາມາດບົ່ມຊ້ອນ ຂອງ ​ຫວຽດນາມ. ນະຄອນ ຫຼວງ ​ຮ່າ​ໂນ້ຍ ໄດ້​ຜັນ​ຂະຫຍາຍ​ຫຼາຍ​ໂຄງການຊຸກຍູ້​ການ ທ່ອງ ທ່ຽວ ​ແລະ ສືບ​ຕໍ່​ໄດ້​ຮັບ​ການ ຈັດອັນດັບ ​ແລະ ຕີ​ລາຄາ​ສູງ ຈາກ​ອົງການ​ທ່ອງ​ທ່ຽວ ​ແລະ ສື່​ມວນ​ຊົນ​ສາກົນ ຫຼາຍອົງການ, ເພາະ ສະນັ້ນໄດ້ສ້າງ​ຄວາມ​ດຶງ​ດູດຢ່າງໃຫຍ່ຫຼວງສຳລັບ ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ນັກທ່ອງທ່ຽວຊົມທິວທັດເຂດສຸສານ ປະທານ ໂຮ່ຈີມິ ແລະ ສະໜາມຫຼວງ ບາດິ່ງ ຈາກລົດເມສອງຊັ້ນ. ພາບ: ກົງດາດ/VNP

ຄວາມແປກໃໝ່ ຈາກ ທົວທ່ອງທ່ຽວ ວັດທະນະທໍາ, ມໍລະດົກ

ຕາມ​​ສະຖິຕິ​ ຫຼ້າ​ສຸດ, ​ໃນ 8 ​ເດືອນ​ຕົ້ນ​ປີ 2022, ຈຳນວນ​ ນັກ​ທ່ອງ​ທ່ຽວ​ມາ ​ຮ່າ​ໂນ້ຍ​ ໄດ້​ບັນລຸປະມານ 12,38 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 4,2 ​ເທົ່າ ​ເມື່ອ​ທຽບກັບ​ໄລຍະ​ດຽວ​ກັນ ​ຂອງ​ປີ 2021. ໃນນັ້ນ ນັກທ່ອງທ່ຽວສາກົນ ບັນລຸປະມານ 582.000 ເທື່ອຄົນ, ນັກ​ທ່ອງ​ທ່ຽວ​ພາຍ​ໃນບັນລຸປະມານ 11,8 ລ້ານເທື່ອຄົນ​, ​ເພີ່ມ​ຂຶ້ນ 4 ​ເທົ່າ​ ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຍອດ​ລາຍ​ຮັບ​ຈາກ​ ນັກ​ທ່ອງ​ທ່ຽວ ບັນລຸປະມານ 35,900 ຕື້​ດົ່ງ (ປະມານ 1,5 ຕື້ ໂດ ລາສະຫະລັດ), ​ເພີ່ມ​ຂຶ້ນ 4,4 ​ເທົ່າ ​ເມື່ອ​ກັບ ໄລຍະດຽວ​ກັນ ​ຂອງ​ປີ 2021.

ປັດຈຸ​ບັນ, ຮ່າ​ໂນ້ຍ ມີຮ່ອງຮອຍປະຫວັດສາດ, ​ມໍລະດົກ​ວັດທະ ນະທຳ, ເກືອບ 6.000 ​ແຫ່ງ ​ພ້ອມກັບ ມໍລະດົກ ວັດທະນະທຳ ທີ່ ເປັນນາມມະທຳ ​ເກືອບ 1.800 ​ແຫ່ງ. ​ໃນ​ນັ້ນ, ມີຮ່ອງຮອຍປະ ຫວັດສາດ, ​ມໍລະດົກ ຫຼາຍແຫ່ງ ທີ່ໄດ້ເຊີດຊູວ່າ ເປັນມໍລະດົກ ໂລກ ຈາກອົງການ UNESCO ເຊ່ັນ: ກຳແພງ ທັງລອງ, ສິລາ ເລກປະລິນຍາເອກ ສະໄໝລາຊະວົງ ເລ-ມາກ ທີ່ ວັນມ໋ຽວ - ກວັກຕື໊ຢ໋າມ, ງານ​ບຸນ ຢ໋ອງ ຢູ່​ວິຫານ ຟູ່ດົ໊ງ ແລະ ຫິຫານ ຊ໋ອກ, ການ ຫຼິ້ນ ດຶງເຊືອກ ແລະ ອື່ນໆ ອີກຫຼາຍຢ່າງ...

ດ້ວຍ​ທ່າແຮງນີ້, ​ເພື່ອຍູ້ແຮງ​ ຟື້ນ​ຟູ​ ການທ່ອງທ່ຽວ ພາຍຫຼັງ ໄດ້ ປິດເປັນເວລາດົນນານ ຍ້ອນຜົນກະທົບ ຈາກການແຜ່ລະບາດ ໂຄວິດ-19​, ຮ່າ​ໂນ້ຍ ​ໄດ້ປະຕິບັດ ການປ່ຽນໃໝ່, ຍົກ​ສູງ​ຄຸນ​ນະ ພາ​ບທົວ​ທ່ອງ​ທ່ຽວ, ​ສາຍທາງ​ທ່ອງ​ທ່ຽວ, ບັນດາສະຖານທີ່ທ່ອງ ທ່ຽວ ​ອັນ​ດັບ​ໜຶ່ງ​ ຂອງ​ ນະຄອນຫຼວງ. 

ແຕ່​ເດືອນ ​ພຶດສະພາ 2022, ຮ່າ​ໂນ້ຍ ​ໄດ້​ເລີ່​ມຈັດຕັ້ງຄືນໃໝ່ ແລະ ເຮັດໃຫ້ທົວທ່ອງທ່ຽວ ມີສີສັນໃໝ່ຫຼາຍທົວ, ​ໃນ​ນັ້ນ​ມີ 2 ທົວທ່ອງທ່ຽວຕອນກາງ​ຄືນ​ທີ່ພິ​ເສດຄື: “ຖອດລະຫັດ ກຳແພງ ທັງລອງ”, ຄືນ​ສັກສິດ - ດໍາລົງ​ຊີວິດ​ຄື​ດອກ​ໄມ້” ຢູ່​ເຂດ ບູຮານ ສະຖານຄຸກ ຫວາລໍ່ ​ແລະ ທົວທ່ອງ​ທ່ຽວ “ສະຖາປັດຕະຍະກຳ ຝຣັ່ງ ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ”...


ມາກັບທົວທ່ອງທ່ຽວ ຕອນກາງຄືນ “ຖອດລະຫັດ ກຳແພງທັງ ລອງ”, ນັກທ່ອງທ່ຽວຈະໄດ້ຄົ້ນພົບບັນດາຄຸນຄ່າອັນພົ້ນເດັ່ນ ມີ ລັກສະນະທົ່ວໂລກ ຂອງມໍລະດົກໂລກ ກຳແພງ ທັງລອງ ກັບ ຊ່ວງໄລຍະປະຫວັດສາດ ແກ່ຍາວຕະຫຼອດ 13  ສະຕະວັດ (ແຕ່ ສະຕະວັດທີ VII – XIX) ແລະ ຜ່ານຫຼາຍສະໄໝລາຊະວົງ  ສັກ ດິນາ ທີ່ເປັນຕົວແທນຂອງ ຫວຽດນາມເຊັ່ນ: ຫຼີ໋, ເຈິິ່ນ, ເລ, ຫງວຽນ. ຢູ່ທີ່ນີ້, ໃນພື້ນທີ່ ກິດຈະກຳທີ່ກວ້າງຂວາງ ລວມເນື້ອທີ່ ປະມານ 20.000 ເຮັກຕາ ຊຶ່ງໄດ້ສ່ອງແສງສະຫວ່າງ ດ້ວຍເຕັກ ໂນໂລຊີ ທັນສະໄໝ ມີສີສັນ ຫວນຄືນ ເຖິງອະດີດ, ນັກທ່ອງທ່ຽວ ຈະໄດ້ ຄົ້ນພົບຄວາມງາມ ຂອງ ບັນດາກິດຈະການ ສະຖາ ປັດຕະຍະກຳ ຕ່າງໆ ເຊັ່ນ: ກຳແພງ, ພື້ນ ຫໍວັງ, ເຂດບູຮານຄະດີ ຂະໜາດ ໃຫຍ່ຫຼາຍແຫ່ງ ແລະ ຮັບຊົມບັນດາສາກການສະແດງ ທີີ່ມີຊີວິດຊີວາ ຟື້ນຄືນໃໝ່ ຍ່ານບັນຍາກາດ, ຊີວິດການເປັນຢູ່ ຂອງ ອົງກະສັດ ແລະ ອາດຍາເຈົ້ານາຍ ຢູ່ພະລາຊະວັງ ໃນ ສະໄໝກ່ອນ... ຊຶ່ງຊ່ວຍອະທິບາຍໄດ້ສ່ວນໃດສ່ວນໜຶ່ງ ຊີວິດ ໃນວັງ ຂອງ ລາຊະວົງ ສັກດິນາສະໄໝຕ່າງໆ. 

ຖ້າ​ທົວ​ທ່ອງ​ທ່ຽວ “ຖອດລະຫັດ ກຳແພງ ທັງລອງ” ​​ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ ຊອກ​ຮູ້ ໄລຍະໜຶ່ງທີ່ຍາວນານ ຂອງ​ປະຫວັດ​ສາດ ສັກ ດິນາ ຫວຽດນາມ, ທົວທ່ອງທ່ຽວ ຄືນ​ສັກສິດ - ດໍາລົງ​ຊີວິດ​ຄື​ດອກ​ໄມ້” ຢູ່​ເຂດບູຮານສະຖານ ຫວາລໍ່ ຈະນຳມາ ໃຫ້ແກ່ນັກ ທ່ອງທ່ຽວ ຄວາມຮູ້ສຶກ ທີ່ຊ່ືເຖິງເຈັບປວດໃຈ ກ່ຽວກັບຄວາມທົນ ທຸກ, ເສຍຫາຍ ຂອງ ຜູ້ເປັນແມ່, ເປັນເມຍ, ເປັນນັກຮົບປະຕິວັດ ຍິງ ທີ່ຕັ້ງໝັ້ນ ຮັກສາຄວາມມານະກ້າແກ່ນ, ບໍ່ຍອຍຈຳນົນ ຕໍ່ສັດ ຕູ ເຖິງວ່າ ຖືກຂັງຄຸກ, ຖືກທົນທຸກ ທໍລະມານກາຍ ໃນຄວາມມືດ ມົນ, ຮ້ອນເອົ້າ ແລະ ສະຫຍົດສະຫຍອງ ຂອງ “ນາລົກເທິງດິນ” ຢູ່ຄຸກ ຫວາລໍ່. 


ໜຶ່ງໃນບັນດາຈຸດ​ພົ້ນ​ເດັ່ນ​ອີກ​ອັນ​ໜຶ່ງ ​ໃນ​ການ​ເດີນທາງຄົ້ນພົບ​ຮ່າ​ໂນ້ຍ ​ຄັ້ງ​ນີ້​ ແມ່ນທົວທ່ອງທ່ຽວ ດ້ວຍລົດ​ເມ​ສອງ​ຊັ້ນ​ ໄປ​​ຜ່ານ​ຖະ ໜົນ​ສາຍຕ່າງໆ ແລະ ສະຖານທີ່ວັດທະນະທຳ, ປະຫວັດສາດ​ ທີ່​ມີ​ຊື່​ສຽງ​ຫຼາຍ​ແຫ່ງ ຂອງ​ນະຄອນຫຼວງ​ຄື: ໜອງເກືອມ, ໜອງໄຕ, ວັນມ໋ຽວ - ກວັກຕື໊ຢ໋າມ, ສຸສານປະທານ ໂຮ່ຈີມິນ, ໂຮງມະໂຫ ລະສົບ, ເສົາທຸງ ຮ່າໂນ້ຍ... ຈາກຊັ້ນເທິງສຸດ ຂອງ ລົດເມ, ນັກ ທ່ອງທ່ຽວ ສາມາດໄດ້ສຳຜັດກັບບັນຍາກາດ ເຢັນສະບາຍ ໃນ ຂະນະ ລົດ ແລ່ນຜ່ານ ສາຍຖະໜົນຕ່າງໆ ທີ່ຖືກປົກຄຸມດ້ວຍ ຕົ້ນ ໄມ້ສີຂຽວ, ໄດ້ຊົມບັນຍາກາດອັນຟົດຟື້ນ, ຫຼາກຫຼາຍສີສັນ ຕາມ ຖະໜົນສາຍຕ່າງໆ ແລະ ໄດ້ຊົມ​ຄວາມສວຍ​ງາມ ຂອງ​ບັນດາ ກິດຈະກຳວັດ​ທະ​ນະ​ທຳ​ ທີ່ເປັນຕົວແທນ​ຂອງ​ນະ​ຄອນ​ຫຼວງ​ພັນ​ປີ...


ທ່ານນາງ Stellar, ຮອງ​ປະທານ​ສະມາຄົມ ​ເພື່ອນ​ມໍ​ລະ​ດົກ ຫວຽດນາມ, ​ຜູ້ເຄີຍນຳ​​ນັກ​ທ່ອງ​ທ່ຽວ​ສາກົນ ຫຼາຍຄະນະໄປ​ ຊອກ ຮູ້ ​ແລະ ຄົ້ນພົບ ​ຮ່າ​ໂນ້ຍໄດ້ກ່າວດ້ວຍຄວາມຊື່ນຊົມຍິນດີ ວ່າ: “ສຳລັບ​ຂ້າພະ​ເຈົ້າ​ແລ້ວ, ເສັ້ນທາງ​ທຸກສາຍ, ທຸກ​ມຸມ​ຂອງ ​ຮ່າ​ໂນ້ຍ ​ລ້ວຍແຕ່ແມ່ນ​ມໍລະດົກ ຍ້ອນມັນບັນຈຸເລື່ອງລາວທີ່​ໜ້າ​ສົນ​ໃຈ ​ຫຼາຍ​ຢ່າງ ຊຶ່ງ​ສ້າງຂຶ້ນ​ປະ​ຫວັດ​ສາດ ​ຮ່າ​ໂນ້ຍ”.

ຄວາມ​ດຶງ​ດູດ​ ຂອງ​ ໝູ່​ບ້ານ​ເກົ່າ​ແກ່ ​ໃນ​ເຂດ​ຊານ​ເມືອງ

ເມື່ອມາຍັງ ຮ່າໂນ້ຍ ນັກທ່ອງທ່ຽວບໍ່ພຽງແຕ່ ປະທັບໃຈ ກັບຄວາມ ສວຍ​ງາມ ​ຂອງ​ ໝູ່​ບ້ານ​ບູຮານ ​ຫຼາຍ​ແຫ່ງ​ຢູ່ ​ເຂດ​ຊານ​ເມືອງ​ເຊັ່ນ: ໝູ່​ບ້ານ​ບູຮານ ເດື່ອງ​ເລີມ (​ເມືອງ ເຊີນໄຕ), ໝູ່​ບ້ານ​ບູຮານ ບ໋າດຈ່າງ (ເມືອງ ຢາເລີມ), ໝູ່ບ້ານອາຊີບ ​ປູກຕົ້ນໄມ້ປະດັບ ຮົ່ງເວິນ (ເມືອງ ເທື່ອງຕີ໋ນ), ໝູ່ບ້ານອາຊີບ ຕໍ່າຫູກ ໝີ໊ດຶກ (ເມືອງ ໝີ໊ດຶກ)  ໝູ່ບ້ານອາຊີບ ຈັກສານໄມ້ໄຜ່, ຫວາຍ ຝູ່ວິງ (ເມືອງ ເຈືອງ ໝີ໊), ໝູ່​ບ້ານອາຊີບ ແສ່ວ ກວັດດົ້ງ (ເມືອງ ເທື່ອງຕີ໋ນ), ໝູ່ບ້ານປັ້ນ ຕໍ່ແຮ (ເຄື່ອງ ຫຼິ້ນຂອງເດັກນ້ອຍ, ແມ່ນຮູບສັດທີ່ປັ້ນ ດ້ວຍແປ້ງ ສຸກນາໆ ສີ) (ເມືອງຊວນລາ), ໝູ່ບ້ານ ຄວັດຝັງ ເປືອກຫອຍ ຈວນງໍ້ (ເມືອງ ຝູ໋ ຊວຽນ) ແລະ ອື່ນໆ ອີກ ຫຼາຍແຫ່ງ...

ມຸມໜຶ່ງ​ຢູ່​ໃຈກາງໝູ່​ບ້ານ​ບູຮານ ເດື່ອງເລີມ​ ທີ່​ມີ​ອາຍຸ​ກວ່າ 1000 ປີ ຢູ່​ເມືອງ ເຊີນ​ໄຕ. ພາບ: ຮວ່າງຮ່າ/VNP

ເພາະສະ​ນັ້ນ, ຂະ​ແໜງການ​ທ່ອງ​ທ່ຽວ​ ຮ່າ​ໂນ້ຍ ພວມ​ຍູ້​ແຮງ​​ພັດ​ທະ​ນາທົວ​ທ່ອງ​ທ່ຽວ ​ຄົ້ນ​ພົບ​ໝູ່​ບ້ານບູຮານ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ຕົວຢ່າງ: ໝູ່ບ້ານບູຮານ ເດື່ອງເລີມ ຍາມໃດກໍ່ດຶງດູດແຂກ ຄົນມາ ຢ້ຽມຊົມ ດ້ວຍຮູບພາບ ບັນດາຫຼັງເຮືອນທີ່ເກົ່າແກ່ ມີ ຝາຜະໜັງ ກໍ່ ດ້ວຍຫີນສີລາແລງ ແລະ ບັນຍາກາດເຂດບ້ານ ນາ ທີ່ສະຫງົບສຸກ ກັບປະຕູບ້ານ, ຕົ້ນໂພ, ທ່າເຮືອ, ເດີ່ນສາລາ ບ້ານ...

ທ່ານ Alex Qua, ນັກ​ທ່ອງ​ທ່ຽວຊາວ ​ສິງ​ກະ​ໂປ​ ໄດ້ມີການ ເດີນທາງ ຜ່ານປະສົບການຕົວຈິງ ຢູ່ໝູ່ບ້ານບູຮານ ເດື່ອງເລີມ ໃນສອງມື້ ທ້າຍ ສັບປະດາ ດ້ວຍລົດຈັກ. ທ່ານ ກ່າວວ່າ ຊົນນະບົດ​ຂອງ​ ຫວຽດນາມ​ມີ​ຄວາມ​ສວຍ​ງາມ ແລະ ​ສະຫງົບ​ສຸກ, ບັນດາຫຼັງເຮືອນ​ທີ່ເກົ່າ​ແກ່ ຢູ່ ເດື່ອງເລີມ ມີອາຍຸນັບ​ຮ້ອຍ​ປີ ທີ່ມີ ຄວາມງາມເປັນເອກະລັກ, ປະຊາຊົນ ​ຢູ່​ທີ່​ນັ້ນ​ມີ​ຄວາມ​ສຸພາບ ​ອ່ອນ​ໂຍນ, ຍິ່ມແຍ້ມແຈ່ມໃສ ແລະ ຮັກແຂກ ແພງຄົນ. ທ່ານ ມັກທີ່ສຸດ ແມ່ນອາຫານການກິນຂອງ ທ້ອງຖິ່ນຄື: ເຂົ້າໜົມ ອົ່ວ, ເຂົ້າໜົມ ຖົ່ວດິນ ແລະ ມີຄວາມປະທັບໃຈ ເປັນພິເສດ ກັບຄາບ ເຂົ້າມີບັນດາເຍື່ອງອາຫານພິເສດ ຂອງ ທ້ອງຖິ່ນ ໂດຍຊາວບ້ານ ເດື່ອງເລີມ ປຸງແຕ່ງດ້ວຍຕົນເອງ ເພື່ອບໍລິການນັກທ່ອງທ່ຽວ.  


ທ່ານ ກາວ​ວັນຮ່ຽນ, ​ເຈົ້າ​ຂອງ​ສະຖານທີ່ຜະລິດ​ເຂົ້າ​ໜົມ ​ຮ່ຽນ​ບາວ ຢູ່ ເດື່ອງເລີມ ໃຫ້ຮູ້ວ່າ: ສະ​ຖານທີ່ຜະລິດເຂົ້າໜົມ ຂອງ ເພິ່ນ ໄດ້​ຕ້ອນຮັບຄະນະນັກທ່ອງທ່ຽວ ຫຼາຍຄະນະ ທີ່ມາຈາກ ຍີ່ປຸ່ນ, ສ ອາ​ເມ​ລິ​ກາ ​ແລະ ສ ເກົາຫຼີ. ເຂົາເຈົ້າສົນໃຈທີສຸດ ກັບການຊອກຮູ້ ຂັ້ນຕອນຕ່າງໆ ເພື່ອເຮັດອາຫານພິເສດຂອງ ໝູ່ບ້ານເຊັ່ນ: ເຂົ້າໜົມ ອົ່ວ, ເຂົ້າໜົມຖົ່ ວດິນ, ເຂົ້າໜົມໝາກງາ. ອົງການ JICA (ອົງການຮ່ວມມືສາກົນ ຍີ່ປຸ່ນ) ເຄີຍ​ມາ​ທ້ອງ​ຖິ່ນ​ ເພື່ອ​ຮ່ວມ​​ຈັດ​ຕັ້ງ ​ງານ​ປະ​ກວດ​ຜະ​ລິດ​ຕະ​ພັນ​ ທ່ອງ​ທ່ຽວ ​ຢູ່​ໝູ່​ບ້ານ​ບູ​ຮານ ເດື່ອງ​ເລີມ.

ເມື່ອມໍ່ໆ​ ມາ​ນີ້ ​ໄດ້​ເປີດທົວ​ທ່ອງ​ທ່ຽວ “​ຮອຍ​ຕີນ​ໝູ່ບ້ານ ບູຮານ ບ໋າດຈ່າງ” ​ຊຶ່ງເຮັດໃຫ້​ນັກ​ທ່ອງ​ທ່ຽວ ຜ່ານປະສົບການຕົວຈິງໃໝ່ ກ່ຽວກັບການຄົ້ນພົບ ໝູ່ບ້ານອາຊີບ ​ຢູ່​ເຂດ​ຊານ​ເມືອງ. ມາ​ຍັງ​ ຕາ ແສງ ​ບາດ​ຈ່າງ, ​ນັກ​ທ່ອງ​ທ່ຽວ ສາມາດ​ຖີບລົດ ຕາມສາຍທາງ ຕ່າງໆ ປູດ້ວຍດິນຈີ່ ທີ່ລະອິດລະອ້ຽວ ອ້ອມໝູ່ບ້ານ ເພື່ອຊອກຮູ້ ກ່ຽວກັບປະຫວັດຄວາມເປັນມາ ຂອງໝູ່ບ້ານ ບູຮານ ຜະລິດສະ ເພາະເຄື່ອງປັ້ນດິນເຜົາ ທີ່ມີຊື່ສຽງ ໃນທົ່ວປະເທດ ແລະໃນໂລກ, ພ້ອມທັງຄົ້ນພົບເຕັກນິກ ເຮັດເຄື່ອງປັ້ນດິນເຜົາ ​ທີ່ບັນລຸ ເຖິງຈຸດ ສູງສຸດ ຂອງ ຊາວທ້ອງຖິ່ນ ຫຼື ຄົ້ນພົບ ຫໍພິພິທະພັນ ເຄື່ອງປັ້ນດິນ ເຜົາ ບ໋າດຈ່າງ ​ເປັນ​ສະຖາປັດຕະຍະກຳ ​ທີ່​ເປັນ​ເອກະລັກ ແລະ ​ເປັນບ່ອນ ເກັບຮັກສາ ແລະ ວາງສະ​ແດງ ບັນດາ​ຜະລິດ​ຕະ​ພັນ​ ເຄື່ອງ​ປັ້ນດິນ​ເຜົາ ທີ່ເປັນຕົວແທນ ຂອງ​ໝູ່​ບ້ານ.

ສູນສິ່ງຍອດຍິ່ງໝູ່ບ້ານອາຊີບຫັດຖະກຳ ຫວຽດ ໄດ້ຮັບການກໍ່ສ້າງ ເພື່ອແນໃສ່ ເຊີດຊູ ບັນດາຄຸນຄ່າ ແລະ ສິ່ງຍອດຍິ່ງ ຂອງໝູ່ບ້ານອາຊີບຫັດຖະກຳ ບ໋າດຈ່າງ ແລະ ໂຄສະນາພາບພົດ, ເຄື່ອງໝາຍການຄ້າ ເຄື່ອງປັ້ນດິນເຜົາ ແລະ ຜະລິດຕະພັນຫັດຖະ ກຳອື່ນໆ ຂອງ ຫວຽດນາມ. ພາບ: ກົງດາດ/VNP

ທ່ານ ຫງວຽນວັນຕ່າຍ, ​ຫົວໜ້າ​ພະແນກ​ທ່ອງ​ທ່ຽວ Unesco ຫວຽດນາມ, ຜູ້ອຳນວຍການ​ໃຫຍ່​ ບໍລິສັດ​ທ່ອງ​ທ່ຽວ VietSense ​ໃຫ້​ຮູ້​ວ່າ: “ສິ່ງ​ທີ່​ເຮັດ​ໃຫ້ວິສາຫະກິດ ທ່ອງທ່ຽວ ຂອງ ພວກ ຂ້າພະເຈົ້າ ດີໃຈທີສຸດ ນັ້ນແມ່ນລະບົບການບໍລິການທີ່ພັກ, ກິນດື່ມ ພ້ອມກັບສະຖານທີ່ທ່ອງທ່ຽວ ຂອງ ຮ່າໂນ້ຍ ໄດ້ຟື້ນຟູຄືນ ໃໝ່ຢ່າງໄວ ແລະ ກຽມພ້ອມທັນກັບ ລະດັບຄວາມໄວໃນການ ຜັນຂະຫຍາຍຂອງ ບໍລິສັດທ່ອງທ່ຽວ. ນັກ​ທ່ອງ​ທ່ຽວ​ ມາ​ຢ້ຽມ​ຢາມ ຮ່າ​ໂນ້ຍ ຕ່າງກໍມີ​ຄວາມເພິ່ງ​ພໍ​ໃຈ ແລະ ສະ​ບາຍ​ໃຈທີ່​ສຸດ ຍ້ອນ​ເຂົາ​ເຈົ້າ​ມີຄວາມຮູ້ສຶກ ອຸ່ນອຽນໃຈ, ປອດໄພ ແລະ ພໍ​ໃຈ​ກັບ​ຄຸນ​ນະ​ພາບ ການ​ບໍ​ລິ​ການ ແລະ ສະຖານທີ່ທ່ອງທ່ຽວທີ່ເຂົາເຈົ້າ ໄດ້ມາ. 

ອາດ​ເວົ້າ​ໄດ້​ວ່າ ພາຍຫຼັງ​ການແຜ່ລະບາດ​ໂຄ​ວິດ-19, ຂະແໜງ ການທ່ອງທ່ຽວ​ ຮ່າ​ໂນ້ຍ ​ໄດ້​ຟື້ນ​ຟູຄືນໃໝ່ ​ຢ່າງ​ວ່ອງ​ໄວ ແລະ ​ໄດ້​ຮັບ​ການ​ພັດທະນາ ຍ້ອນ​ຄວາມ​ດຶງ​ດູດສະເພາະ​ຂອງ​ຕົນ. ພິ​ເສດ, ພາຍຫຼັງ​ງານ​ມະຫາ​ກຳ SEA Game 31 ​ໄດ້​ຮັບການ ຈັດຂຶ້ນ ປະສົບ​ຜົນສຳ​ເລັດ ​ຢູ່ ​ຮ່າ​ໂນ້ຍ ​ແລະ ບາງ​ທ້ອງ​ຖິ່ນທີ່​ໃກ້ຄຽງ​ໃນ​ເດືອນ ພຶດສະພາ ຜ່ານມາ, ຮູບ​ພາບ​ ຮ່າ​ໂນ້ຍ​ ປອດ​ໄພ, ​ຍິ້ມແຍ້ມແຈ້ມໃສ, ຮັກແຂກ​ແພງຄົນ ແລະ ດຶງດູດໃຈ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກເພື່ອນ​ມິດສາ​ກົນຢ່າງວ່ອງໄວ. ສະ​ນັ້ນ, ບໍ່ແມ່ນເລື່ອງ​ແປກ ​ທີ່​ປີ​ນີ້, ຮ່າ​ໂນ້ຍ​ໄດ້​ຮັບ​ການ ລົງ​ຄະ​ແນນ​ສຽງ ​ຢ່າງ​ບໍ່​ຢຸດ​ຢັ້ງ​ ຈາກ​ບັນ​ດາ​ອົງ​ການ​ສື່​ມວນ​ຊົນ​ໃຫຍ່​ໃນ​ໂລກ ​ເປັນ​ຈຸດ​ນັດ​ພົບ​ທີ່​ດຶງ​ດູດ​ໃຈ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ. ນີ້​ແມ່ນ​ຕົວ​ຊີ້ບອກ​ສຳຄັນ​ສະແດງໃຫ້ເຫັນວ່າ ຮ່າ​ໂນ້ຍ ຈະ​ສືບ​ຕໍ່​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ນັກ​ທ່ອງ​ທ່ຽວ​ສາກົນ.

ໜ້າເວັບTrip Advisor ຈັດ​ອັນ​ດັບ ຮ່າ​ໂນ້ຍ ໃນບັນຊີລາຊື່​ 25 ແຫຼ່ງທ່ອງທ່ຽວ ເປັນທີ່ນິຍົມມັກທີ່ສຸດໃນ ອາຊີ ແລະ ໃນບັນຊີລາຍ ຊື່ 25 ແຫຼ່ງທ່ອງທ່ຽວ ເປັນທີ່ນິຍົມທີ່ສຸດໃນໂລກ. ວາລະສານ Time (ສ ອາເມລິກາ) ໄດ້​ຈັດ​ອັນ​ດັບ 25 ຈຸດ​ທ່ອງ​ທ່ຽວ​ທີ່​ນິ​ຍົມ​ທີ່​ສຸດ​ໃນ ​ອາ​ຊີ ແລະ 25 ແຫຼ່ງ​ທ່ອງ​ທ່ຽວ​ ທີ່​ນິ​ຍົມ​ຫຼາຍ​ທີ່​ສຸດ​ໃນ​ໂລກ; ວາລະສານ Time (ສ ອາເມລິກາ) ໄດ້ລົງຄະແນນສຽງ ຄັດເລືອກ ນະຄອນຫຼວງ ຮ່າໂນ້ຍ ເປັນໜຶ່ງໃນສາມ ຈຸດໝາຍປາຍທາງ ຂອງ ຫວຽດນາມ ໃນ 100 ສະຖານທີ່ ມະຫັດສະຈັນທີ່ສຸດໃນໂລກ; ອົງການວິໄຈ Deep Knowledge Analytics (DKA) ຈັດ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ​ໃນ​ບັນ​ຊີ​ລາຍ​ຊື່ 50 ຕົວ​ເມືອງ​ ຮັບມືກັບໂລກ​ລະ​ບາດ​ດີ​ທີ່​ສຸດ​ໃນ​ໂລກ ​ແລະ ​ເມື່ອມໍ່ໆ ​ມາ​ນີ້, ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງ​ຈາກ CNN ​ໃຫ້ ເປັນ​ໜຶ່ງ​ໃນ 12 ຈຸດໝາຍປາຍທາງ ທີ່ເໝາະສົມໃນ​ໂລກ ​ໃນ​ລະດູ​ໃບ​ໄມ້ຫຼົ່ນ​ປີ 2022 (ລາງວັນ​ທ່ອງ​ທ່ຽວ​ໂລກ)​ ໄດ້ເຊີດຊູ ​ຮ່າ​ໂນ້ຍ ​ເປັນ​ຈຸດໝາຍ​ປາຍທາງ ນະຄອນ ແຖວໜ້າ ອາຊີ ​ສໍາ​ລັບ​ການ​ທ່ອງ ທ່ຽວ​ ໄລ​ຍະ​ສັ້ນ​.

 

ບົດ: VNP/ບິກເວິນ - ພາບ: ແທງຢາງ, ກົງດາດ - ແປໂດຍ: ບິກລຽນ


Top