ຂົວ “ຂ້າມ” ສາມສະຕະວັດ

ຂົວ “ຂ້າມ” ສາມສະຕະວັດ

ນະຄອນຫຼວງ ຮ່າໂນ້ຍ ໄດ້ປ່ຽນໂສມໜ້າໃໝ່ ໃນແຕ່ລະມື້, ສ່ວນແມ່ນ້ຳ ແດງ ບ່ອນທີ່ຂົວ ລອງບຽນ ຂ້້າມຜ່ານ ໄດ້ປ່ຽນແປງ ໄປຫຼາຍ, ແຕ່ຍັງຄົງຮັກສາ ລັກສະນະທຳມະຊາດຢູ່. ໝູ່​ບ້ານ​ຫາ​ປາທີ່ຄຶກຄັກໜ້າແໜ້ນ​ເມື່ອ 20 ປີ​ກ່ອນ​ນີ້ ​ນັບ​ມື້​ນັບ​ມີ​ປະ​ຊາ​ກອນ​ຈຳ​ນວນ​ໜ້ອຍ​ ຍ້ອນ​ວ່າ ​ປະ​ຊາ​ຊົນ ​ສ່ວນ​ຫຼາຍ​ໄດ້​ໄປ​ຫາ​ປາ​ ຢູ່​ບ້ານ ຟຸກ​ເຕີນ, ເມືອງ ຮວ່ານ​ກ໋ຽນ. ຢູ່​ຕີນ​ຂົວ ​ແມ່ນເຂດດິນ​ທີ່​ປະຊາ ຊົນ​ ຈາກ​ບັນດາ​ແຂວງ​ໃກ້​ຄຽງ​ມາ​ເຊົ່າ​ເພື່ອ​ປູກ​ຜັກ ​ແລະ ປູກ​ຫົວ​ ຮວ່າຍ​ເຊີນ (Dioscorea persimilis Prain et Burk) ​ເພື່ອເຮັດ​ຢາ.

 

 ແມ່ນ້ຳ ແດງ ​ແລະ ຂົວ​ເຫຼັກ​ເກົ່າ​ແກ່​ແມ່ນ​ຈຸດ​ ຄົ້ນຫາ ​ຂອງ​ຮູບ​ພາບ​ທຳ​ມະ​ຊາດ​ ຂອງ ​ຮ່າ​ໂນ້ຍ ​ໃນ​ທຸກ​ວັນນີ້. ຖ້າ​ຫາກ​ວ່າ​ໃນ​ລະ ດູບານໃໝ່, ຂົວ ​ລອງ​ບຽນ ​ຈະ​ເຫັນ​ໝອກ, ​ໃນ​ລະດູ​ຮ້ອນ​ ຈະມີ​ຝົນຕົກ​ຟ້າ​ຮ້ອງ, ​ແຕ່ເຖິງ​ລະດູ​ໃບ​ໄມ້ຫຼົ່ນ ​ແລະ​ ລະດູ​ໜາວ, ເວ ລາຕາ​ເວັນ​ຂຶ້ນ ​ແລະ ຕາເວັນຕົກ​, ຢືນເທິງ​ຂົວ ຈະເຫັນ​ຄື​ຮູບ​ແຕ້ມ​ແຜ່ນໜຶ່ງທີ່ສະຫງ່າງາມຄຶກຂຶມ. 

 
ແສງຕາເວັນ ໃນຍາມຄ້ອຍຄໍ່າ ຄ້າຍຄືໝາກບານ ສີແດງ ກໍາ ລັງ ສະແດງກາຍະສິນ ເທິງ “ຂົວເດັກ ກໍາພ້າ” - ຂົວ ທີ່ຍັງຫຼົງ ເຫຼືອ ຢູ່ຫຼັງສົງຄາມ ເທິງແມ່ນ້ໍາແດງ. ພາບ: ແທງຮ່າ
ສໍາລັບຊ່າງພາບບາງຄົນ, ແສງຕາເວັນ ໃນຍາມຄ້ອຍຄໍ່າ ແມ່ນ ຄ້າຍຄືໝາກບານສີແດງ ກໍາລັງສະແດງກາຍະສິນ ເທິງ “ຂົວເດັກ ກໍາພ້າ” - ຂົວ ທີ່ຍັງຫຼົງເຫຼືອຢູ່ຫຼັງຈາກສົງຄາມ ເທິງແມ່ນ້ໍາແດງ ພາກຕາເວັນອອກ. ໃນຕອນບ່າຍ ແລະ ຕອນກາງຄືນ, ເງົາຂອງຂົວ ຍັງມືດມົວຢູ່ເທິງທ້ອງຟ້າ, ຊວນໃຫ້ຄິດເຖິງສຽງເພງທີ່ອ່ອນຊ້ອຍທ່າມກາງສາຍລົມເຢັນໆ ຢູ່ແຄມແມ່ນ້ຳ ຂອງເມືອງ. ​ເປັນ​ທີ່​ຮູ້​ກັນ​ວ່າ, ​ໃນ​ອະນາຄົດ​ອັນ​ໃກ້ໆ​ ນີ້, ຄຽງ​ຄູ່​ກັບ​ຂົວ ​ລອງ​ບຽນ, ຈະ​ມີ​ຂົວ​ທາງ​ລົດ​ໄຟ ​ອີກ​ແຫ່ງ​ໜຶ່ງ​ຂ້າມ​ຜ່ານ. ທັດສະນີຍະພາບຈະມີການປ່ຽນແປງຍິ່ງຂຶ້ນ ເມື່ອນະຄອນຫຼວງ ຮ່າໂນ້ຍ ໄດ້ຄ່ອຍໆ ປ່ຽນໄປ ພ້ອມກັບ ບັນດາ ກຸ່ມຕົວເມືອງ ແລະ ສູນການຄ້າໄດ້ກໍ່ສ້າງຂຶ້ນ ຢູ່ແຄມ ແມ່ນ້ຳ. ​ແຕ່​ບັນດາ​ຮູບ​ພາບ​ໃນ​ປັດຈຸ​ບັນ​ຂອງ​ປະຕູ​ທາງ​ທິດຕາ​ເວັນ​ອອກ ​ຂອງ​ ນະຄອນ ດ້ວຍ​ຂົວ​ ລອງ​ບຽນ ຈະ​ຄົງ​ເປັນ​ມໍລະດົກ​ອັນ​ລ້ຳ​ຄ່າ ​ໃນ​ວັດທະນະທຳ ​ແລະ ຄວາມ​ຊົງ​ຈຳ ​ຂອງ​ຫຼາຍລຸ້ນຄົນ ໃນ​ອະນາຄົດ.
 

ປະຕິບັດ: ຟ້າມແທງຮ່າ - ແປໂດຍ: ຢືຟຽນ


Top