ຂີດໝາຍກ່ຽວກັບ ຫວຽດນາມ ທີ່ຕັ້ງໜ້າ, ເປັນເຈົ້າການ ຢູ່ APEC 29

ຂີດໝາຍກ່ຽວກັບ ຫວຽດນາມ ທີ່ຕັ້ງໜ້າ, ເປັນເຈົ້າການ ຢູ່ APEC 29

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ນຳ​ພາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ບັນດາ​ຜູ້​ນຳ​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ​ຄັ້ງ​ທີ 29 ທີ່​ຫາ​ກໍ່ໄດ້​ຈັດ​ຂຶ້ນ​ຢູ່ ​ໄທ ​ແລະ​ ໄດ້​ມີ​ຫຼາຍ​ຂໍ້​ສະ​ເໜີ​ສຳຄັນ.

ໃນ​ສະພາບ​ການ​​ ຂອງ ໂລກ​ ກຳລັງມີການຜັນ​ແປປ່ຽນແປງ​ ຢ່າງ​ສັບສົນ, ຊັບຊ້ອນຫຼາຍຢ່າງ ຍາກທີ່ຈະຄາດເດົາເອົາ ລ່ວງໜ້າໄດ້, ບັນດາ ຜູ້​ນຳ 21 ພື້ນຖານ​ເສດຖະກິດ ​ສະມາຊິກ APEC ​ໄດ້​ມີການພົບ​ປະ​ຢ່າງ​ເປັນ​ທາງ​ການ​ຢູ່​ ນະຄອນຫຼວງ ບາງກອກ ປະເທດ ໄທ ​ເພື່ອ​ປຶກສາ​ຫາລື ​ແລະ ​ເປັນ​ເອກະ​ພາບ ​ບັນດາ​ມາດ​ຕະການ ​ຊຸກຍູ້​ດ້ານການ​ຄ້າ, ການ​ລົງທຶນ ແລະ ຟື້ນ​ຟູ​ການຈະເລີນ​ເຕີບ​ໂຕ. 

ນີ້​ແມ່ນ​ປີ​ທຳ​ອິດ APEC ​ໄດ້​ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ Aotearoa ​ແນໃສ່ດຳເນີນປະຕິບັດ ວິ​ໄສ​ທັດ Putrajaya ກ່ຽວກັບ “ປະຊາ​ຄົມ ​ອາຊີ-ປາຊີ​ຟິກ​ ເປີດກວ້າງ, ​ຂະຫຍັນຂັນເຄື່ອນ, ອົງອາດກ້າແກ່ນ ແລະ ສັນຕິພາບ​ ໃນ​ປີ 2040 ​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ທົ່ວ​ປວງ​ຊົນ ​ແລະ ຄົນ​ຮຸ່ນຫຼັງ”.

ພາຍຫຼັງ 2 ປີ​ ຈັດກອງປະຊຸມຕາມຮູບແບບທາງໄກ ຍ້ອນ​ຜົນ​ກະທົບ​ຈາກ​ການແຜ່ລະບາດ​ໂຄ​ວິດ-19, ​ເປັນ​ຄັ້ງ​ທຳ​ອິດ, ບັນດາ ຜູ້ນຳ 21 ພື້ນ ຖານເສດຖະກິດ ສະມາຊິກ APEC ໄດ້ມີການພົບປະ ຢ່າງເປັນທາງການຢູ່ ນະຄອນຫຼວງ ບາງກອກ ປະເທດ ໄທ ເພື່ອປຶກສາຫາລື ແລະ ເປັນເອກະພາບ ບັນດາມາດຕະການ ຊຸກຍູ້ດ້ານການຄ້າ, ການລົງທຶນ ແລະ ຟື້ນຟູການຈະເລີນເຕີບໂຕ ແລະ ການຈະເລີນເຕີບໂຕກວມລວມ. ພາບ: ຖົ໋ງເຍິດ/VNA

ກ່າວ​ປາໄສທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນຟຸກ ໄດ້ສະແດງຄວາມຊົມເຊີຍ ຕ່ໍໍຫົວຂໍ້ APEC 2022 ຄື: “ເປີດກວ້າງ - ເຊື່ອມໂຍງ - ດຸ່ນດ່ຽງ” ແລະ ຖືວ່າ APEC ຕ້ອງນຳໜ້າໃນການຊຸກຍູ້ ຮູບແບບ ການຈະເລີນເຕີບໂຕ ແບບດຸ່ນດ່ຽງ, ກວມລວມ ແລະ ຍືນຍົງ, ສະໜັບສະໜູນ ບັນດາພື້ນຖານເສດຖະກິດ ພັດທະນາພື້ນ ຖານເສດຖະກິດ ທີ່ເປັນມິດຕໍ່ສິ່ງແວດລ້ອມ, ຫັນປ່ຽນດີຈີຕອນປະສົບ ຜົນສຳເລັດ. ຈາກພຶດຕິກຳຕົວຈິງຢູ່ ຫວຽດນາມ, ທ່ານປະທານປະເທດ ເນັ້ນໜັກເຖິງ ປັດໄຈ “ດຸ່ນດ່ຽງ” ຈຳນວນໜຶ່ງ ໃນການຮ່ວມມື ລວມມີ: ຖືປະຊາຊົນ ເປັນໃຈກາງ; ຮັບປະກັນຄວາມເປັນເຈົ້າຕົນເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ຂອງແຕ່ລະພື້ນຖານເສດຖະກິດ ແລະ ເປັນເຈົ້າການເປີດກ້ວາງ, ເຊື່ອມໂຍງ ແລະ ເຊື່ອມຕໍ່ ເສດຖະກິດ; ສ້າງຄວາມດຸ່ນດ່ຽງ ລະຫວ່າງ ການປ່ຽນໃໝ່, ຫັນປ່ຽນ ກັບຮັບປະກັນຄວາມໝັ້ນຄົງ. 

​“ໃນຍຸດທະສາດພັດທະນາໃນ 10 ປີ ທ່ີຈະມາເຖິງ, ຫວຽດນາມ ຈະສຸມໃສ່ບັນດາແຫຼ່ງກຳລັງ ເຂົ້າໃນການ ຫັນເປັນດີຈີຕອນ ແຫ່ງຊາດ, ພັດທະນາພື້ນຖານເສດຖະກິດ ທີ່ເປັນມິດ ຕໍ່ ສິ່ງແວດລ້ອມ, ​ເສດຖະ ກິດໝູນວຽນໂດຍຖືປະຊາຊົນ ເປັນ ໃຈກາງ, ເປັນຫົວເລື່ອງ ແລະ ເປັນເປົ້າໝາຍພັດທະນາ ສູງສຸດ”, ທ່ານປະທານປະເທດ ໄດ້ເນັ້ນໜັກ ແລະ ຢືນຢັນ ຈະປະສານສົມທົບພ້ອມກັບສະມາຊິກ APEC ເພື່ອຊຸກຍູ້ ຂະບວນວິວັດແຫ່ງການຟື້ນຟູ ແລະ ພັດທະນາເສດຖະ ກິດຢ່າງໄວ ເພື່ອສັນຕິພາບ, ສະຖຽນລະພາບ, ເປີດກວ້າງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງຢູ່ ອາຊີ - ປາຊີຟິກ.

ຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ, ການພົບປະການນຳຂັ້ນສູງ ຂອງ 21 ພື້ນຖານເສດຖະກິດ ແລະ ອອກຖະແຫຼງການຮ່ວມ ໄດ້ສະແດງໃຫ້ເຫັນສານ ທີ່ແຂງແຮງ ກ່ຽວກັບການຮ່ວມມື, ປຶກສາຫາລື ແລະ ລັດທິ ຫຼາຍຝ່າຍ. ຈຸດພົ້ນເດັ່ນໃນທີ່ນີ້ ແມ່ນຄວາມເຫັນດີເຫັນພ້ອມ ກ່ຽວກັບ ຄວາມຮຽກຮ້ອງຕ້ອງການ ມີວິທີການສຳຜັດໃໝ່, ສົມດຸນ ແລະ ຮອບດ້ານກວ່າ.

ໃນກອບກອງປະຊຸມ APEC ຄັ້ງທີ 29, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາສອງຝ່າຍຫຼາຍຄັ້ງ. ພາບ: VNA

          ໄດ້ຮັບເຊີນເປັນຜູ້ບັນລະຍາຍຫຼັກໃນກອງປະຊຸມສຸດຍອດ ວິສາຫະກິດ APEC ປີ 2022, ບົນພື້ນຖານຄວາມຄິດເຫັນ, ການວິເຄາະທີ່ຖືກຕ້ອງ ຊັດເຈນ, ທ່ານປະທານປະເທດ ໄດ້ແບ່ງປັນ 4 ເງື່ອນໄຂສະເພາະຂອງການຄ້າ ແລະ ການລົງທຶນໃນໄລຍະໃໝ່. ຕາມນັ້ນ, ການຮັບປະກັນ ລະບົບ ການຄ້າສາກົນ ທີ່ຍຸຕິທຳ, ໂປ່ງໃສ ແລະ ມີປະສິດທິຜົນ ແມ່ນສິ່ງສຳຄັນກວ່າໝູ່ໃນ “ສະໜາມການແຂ່ງຂັນ” ທົ່ວໂລກ; ການຫັນເປັນດີຈີຕອນ ແມ່ນທ່າອ່ຽງທີ່ຈຳເປັນຢ່າງເດັດຂາດ, ພາວະວິໄສ ກຳລັງເກີດຂຶ້ນຢ່າງແຂງແຮງ, ແຜ່ລາມ ຢ່າງ ກວ້າງຂວາງ ເລິກເຊິ່ງ; ໂລກ ແລະ ພາກພື້ນພວມສ້າງຕ່ອງໂສ້ ການສະໜອງໃໝ່, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຍືນຍົງ; ບັນດາຂົງເຂດຄື: ສາທາລະນະສຸກ, ເຕັກໂນໂລຊີ ຊີວະພາບ, ພະລັງງານສະອາດ ເພື່ອຫຼຸດຜ່ອນ ການປ່ອຍ ອາຍພິດ ກາກບອນນິກ ຈະດຶງດູດການລົງທຶນໂດຍກົງ ຈາກ ຕ່າງປະເທດ (FDI) ຢ່າງແຂງແຮງໃນໄລຍະຈະມາເຖິງ.

ຕາມທ່ານລັດຖະມົນຕີ ບຸ່ຍແທງເຊີນ ແລ້ວ, ຂໍ້ສະເໜີຂອງ ຫວຽດນາມ ໄດ້ຮັບການຕອບສະໜອງ ແລະ ຕີລາຄາສູງ ຈາກບັນດາສະມາຊິກ APEC ແລະ ໄດ້ສ່ອງແສງໃຫ້ເຫັນ ໃນເອກະສານ ໂດຍຖືເອົາຜົນປະໂຫຍດ ຂອງທຸກ ສ່ວນປະກອບ ໃນສັງຄົມ, ພື້ນຖານເສດຖະກິດ, ກໍຄື ຄວາມດຸ່ນດ່ຽງ ລະຫວ່າງຜົນປະໂຫຍດ ໄລຍະສັ້ນ ແລະ ໄລຍະຍາວ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ກອງປະຊຸມສົນທະນາ​ຂັ້ນ​ສູງ ອາ​ເມ​ລິ​ກາ - APEC. ພາບ: ຖົ໋ງເຍິດ/VNA

ຂີດໝາຍຂອງ ຫວຽດນາມ ທີ່ປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະ ໄດ້ສ້າງຂຶ້ນ ໃນສັບປະດາຂັ້ນສູງ APEC 2022 ສືບຕໍ່ສະແດງໃຫ້ເຫັນປະເທດ ຫວຽດນາມ ທີ່ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ສາກົນ. ນີ້ກໍ່ແມ່ນ ໂອກາດ ເພື່ອຍົກລະດັບດ້ານການທູດຫຼາຍຝ່າຍ, ໂຄສະນາ ເຜີຍແຜ່ ບົດບາດ ທີ່ຕັ້ງ ແລະ ຮູບພາບຂອງປະເທດ ມີສະຖຽນລະພາບ, ຈະເລີີນເຕີບໂຕທາງດ້ານເສດຖະກິດ ຢ່າງຕັ້ງໜ້າ ພາຍຫຼັງການແຜ່ລະບາດ ແລະ ດຶງດູດແຫຼ່ງກຳລັງ ເພື່ອຮັບໃຊ້ ການພັດທະນາເສດຖະກິດ - ສັງຄົມພາຍໃນ ປະເທດ.

        ທ່ານ Quint Simon ຜູ້ຕາງໜ້າໃຫ້ບໍລິສັດ Amazon Web Services (AWS) - ຍີ່ຫໍ້ທີ່ໄດ້ລົງທຶນຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ໃນຊຸມປີມໍ່ໆມານີ້ - ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເປັນເພື່ອນຮ່ວມທາງພ້ອມກັບ ຫວຽດນາມ ໃນຂະບວນການຫັນເປັນດີຈີຕອນ.

      ທ່ານ ກີ່ວນໂດ໊ - ຜູ້ຕາງໜ້າ​ຂອງ​ບໍລິສັດ​ເຕັກ​ໂນ​ໂລ​ຊີ​ຍັກ​ Google - ສະແດງຄວາມປາດ​ຖະໜາ​ວ່າ Google ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ​ໃນຂະບວນວິວັດແຫ່ງ​ການ​ພັດທະນາ ການຄ້າເອເລັກໂຕຣນິກ, ການ​ຫັນປ່ຽນ​ດີ​ຈີ​ຕອນ​ຢູ່ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ບົດ: VNPສັງລວມ - ພາບ: VNA- ແປໂດບ: ບິກລຽນ


Top