ກ້າວເຂົ້າສູ່ສັງກາດໃໝ່: ໄຂກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງສົມກຽດ

ກ້າວເຂົ້າສູ່ສັງກາດໃໝ່: ໄຂກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງສົມກຽດ


ໃນເວລາ 8:00 ໂມງ ຂອງວັນທີ 20 ມັງກອນ 2026, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດ ຢູ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ.

ຮ່າງບົດລາຍງານການເມືອງໃນກອງປະຊຸມໃຫຍ່ມີຫົວຂໍ້ວ່າ: "ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ສຸມທຸກກຳລັງແຮງ, ເປັນຈິດໜຶ່ງໃຈດຽວກັນ ຈັດຕັ້ງປະຕິບັດບັນດາຄາດໝາຍພັດທະນາປະເທດຊາດຮອດປີ 2030 ໃຫ້ມີໄຊ; ເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມເຊື່ອໝັ້ນ, ກ້າວຂຶ້ນຢ່າງແຂງແຮງໃນສັງກາດແຫ່ງການບຸກທະລຸຂອງຊາດ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ສີວິໄລ ແລະ ມີຄວາມສຸກ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ."

 

ຄະນະປະທານກອງປະຊຸມໃຫຍ່ ປະກອບມີ 16 ສະຫາຍ ກຳມະການກົມການເມືອງ ສູນກາງພັກ ສະໄໝທີ XIII ຄື: ສະຫາຍ ໂຕເລິມ, ເລຂາທິການໃຫຍ່, ປະທານຄະນະປະທານ; ສະຫາຍ ເລືອງເກື່ອງ, ປະທານປະເທດ; ສະຫາຍ ຟ້າມມິງຈິ໋ງ, ເລຂາຄະນະພັກລັດຖະບານ, ນາຍົກລັດຖະມົນຕີ; ສະຫາຍ ເຈິ່ນແທງເໝີ໊ນ, ເລຂາຄະນະພັກສະພາແຫ່ງຊາດ, ປະທານສະພາແຫ່ງຊາດ; ສະຫາຍ ເຈິ່ນເກີ໊ມຕູ໋, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ເລຂາຄະນະພັກບັນດາອົງການພັກສູນກາງ; ສະຫາຍ ເລມິງຮຶງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ສະຫາຍ ຟານດິ່ງຈາກ, ເລຂາທິການສູນກາງພັກ, ຫົວໜ້າຄະນະວຽກງານພາຍໃນສູນກາງພັກ; ສະຫາຍ ຫງວຽນຊວນຖັ໋ງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ; ສະຫາຍ ນາງ ບຸ່ຍທິມິງຮວ່າຍ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ສະຫາຍ ຫງວຽນຮ່ວາບິ່ງ, ຮອງເລຂາຜູ້ປະຈຳການຄະນະພັກລັດຖະບານ, ຮອງນາຍົກລັດຖະມົນຕີຜູ້ປະຈຳການ; ສະຫາຍ ໂດ໊ວັນຈ໋ຽນ, ຮອງເລຂາຜູ້ປະຈຳການຄະນະພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດຜູ້ປະຈຳການ; ສະຫາຍ ພົນເອກ ຟານວັນຢາງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍ ພົນເອກ ເລືອງຕາມກວາງ, ເລຂາຄະນະພັກປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ສະຫາຍ ຫງວຽນວັນເນັນ, ຜູ້ປະຈຳການອະນຸກຳມະການເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ; ສະຫາຍ ພົນເອກ ຫງວຽນຈ້ອງເຫງ້ຍ, ເລຂາທິການສູນກາງພັກ, ກຳມະການຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ; ສະຫາຍ ຫງວຽນຢຸຍຫງອກ, ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ.

ເຂົ້າຮ່ວມພິທີໄຂກອງປະຊຸມຢ່າງສົມກຽດ ມີບັນດາສະຫາຍການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາພະນັກງານປະຕິວັດອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ປັນຍາຊົນ, ນັກສິລະປິນ, ຜູ້ຊົງຄຸນນະວຸດທິທາງສາສະໜາ ແລະ ຕົວແທນຊາວໜຸ່ມດີເດັ່ນ.

ບັນດາເອກອັກຄະລັດຖະທູດ, ຕົວແທນບັນດາປະເທດ, ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ ກໍໄດ້ເຂົ້າຮ່ວມພິທີໄຂກອງປະຊຸມໃນຄັ້ງນີ້.

ສະຫາຍ ເລືອງເກື່ອງ, ກຳມະການກົມການເມືອງ, ປະທານປະເທດ ກ່າວສຸນທອນພົດໄຂກອງປະຊຸມໃຫຍ່. ພາບ: VNA

ບັນດາຜູ້ແທນດຳເນີນພິທີເຄົາລົບທຸງຊາດ. ພາບ: VNA 
ສະຫາຍ ເລຂາທິການໃຫຍ່ ໂຕເລິມ ສະເໜີບົດລາຍງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ກ່ຽວກັບບັນດາເອກະສານທີ່ສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ພາບ: VNA 

ມີຜູ້ແທນທັງໝົດ 1.586 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກຫຼາຍກວ່າ 5,6 ລ້ານສະຫາຍໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມໃຫຍ່.

ນັກຂ່າວຈາກສຳນັກຂ່າວສານ ແລະ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ ໄດ້ມາຕິດຕາມ ແລະ ລາຍງານຂ່າວ ກ່ຽວກັບກອງປະຊຸມໃຫຍ່.

ຕາມການມອບໝາຍຂອງຄະນະປະທານ, ສະຫາຍ ຟ້າມມິງຈິ໋ງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ເປັນຜູ້ດຳເນີນພິທີໄຂກອງປະຊຸມໃຫຍ່.

 
 

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 19 ມັງກອນ 2026, ບັນດາຜູ້ແທນໄດ້ໄປວາງພວງມາລາ ແລະ ເຂົ້າໄວ້ອາໄລໃນສຸສານປະທານ ໂຮ່ຈີມິນ. ບັນດາສະຫາຍກົມການເມືອງ, ຄະນະເລຂາທິການ ແລະ ຫົວໜ້າຄະນະຜູ້ແທນບັນດາຄະນະພັກຂຶ້ນກັບສູນກາງ ໄດ້ໄປວາງພວງມາລາ ແລະ ທຳພິທີໄຕ້ທູບ ທຽນ ຖະຫວາຍດອກໄມ້ ບັນດາວິລະຊົນ ຜູ້ທ່ີເສຍສະຫຼະຊີວິດເພື່ອຊາດ.

ທົ່ວທັງກອງປະຊຸມໃຫຍ່ ໄດ້ກົ້ມຫົວໄວ້ອາໄລ ເປັນເວລາໜຶ່ງນາທີ ເພື່ອລະນຶກເຖິງ ສະຫາຍ ຫງວຽນຝູ໋ຈ້ອງ, ອະດີດເລຂາທິການໃຫຍ່ ແລະ ບັນດາສະຫາຍກຳມະການສູນກາງພັກ ສະໄໝທີ XIII ທີ່ໄດ້ລ່ວງລັບໄປ ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ XIII.

ຈາກນັ້ນ, ບັນດາຜູ້ແທນໄດ້ດຳເນີນກອງປະຊຸມວາລະກຽມ ເພື່ອຜ່ານລະບຽບການເຮັດວຽກ, ໂຄງການດຳເນີນງານ ແລະ ກົດລະບຽບການເລືອກຕັ້ງ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ.

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະປະທານ, ຄະນະເລຂານຸການ ແລະ ຄະນະກວດກາຄຸນລັກສະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່.

ກອງປະຊຸມໃຫຍ່ໄດ້ຮັບຮອງເອົາ ບົດລາຍງານການກວດກາຄຸນລັກສະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ຕາມນັ້ນ, ຜູ້ແທນທັງໝົດ 1.586 ສະຫາຍ ທີ່ຖືກຮຽກເຊີນເຂົ້າຮ່ວມກອງປະຊຸມ ແມ່ນມີຄຸນລັກສະນະຄົບຖ້ວນຕາມມາດຖານຜູ້ແທນກອງປະຊຸມໃຫຍ່.

  • ປະຕິບັດໂດຍ: VNA/VNP

Top