ກິ່ວ ໂອກຸຍໂຮ່ - ບ່ອນທີ່ດິນ ແລະ ຟ້າ ພົບກັນ

ກິ່ວ ໂອກຸຍໂຮ່ - ບ່ອນທີ່ດິນ ແລະ ຟ້າ ພົບກັນ

ຕັ້ງຢູ່ເສັ້ນທາງຫຼວງ 4D ໃນເຂດຕິດຕໍ່ກັນ ລະຫວ່າງ ສອງແຂວງ ລາວກາຍ ແລະ ລາຍເຈົາ, ກິ່ວ ໂອກຸຍໂຮ່ ມີຄວາມຍາວປະມານ 50 ກມ ແມ່ນ ເສັ້ນທາງກິ່ວ ຍາວທີສຸດ ຫວຽດນາມ. ເສັ້ນທາງ ດັ່ງກ່າວໄດ້ຊາວເຜົ່າ ມົ້ງ, ຢ້າວ... ພາຍໃນເຂດ ເລົ່າກ່ຽວກັບ ເລືື່ອງຄວາມຮັກທີ່ ແສນເສົ້າ ແລະ ປັດຈຸບັນ, ນະແຫ່ງນີ້ ແມ່ນ ສະຖານທີ່ ທ່ອງທ່ຽວ ຍອດນິຍົມ ເປັນພິເສດ ສຳລັບຜູ້ທີ່ ມັກ ຊົມເມກ, ພິຊິດບັນດາທາງໂຄ້ງ ທຸລະກັນດານ ແລະ ຊົມ ພູມສັນຖານ ທໍາມະຊາດ ທີ່ໃຫຍ່ໂຕ. 

 

ຕາມເລື່ອງເລົ່າສືບທອດກັນມາວ່າ ຊາຍໜຸ່ມຊື່ ໂອກຸຍໂຮ່ ເປັນລູກຊາຍ ຂອງ ເທບພະເຈົ້າ ແຫ່ງພູເຂົາ. ແຕ່ລະມື້, ເຂົາຈະຂຶ້ນໄປ ເທິງພູເພື່ອຫາຟືນ, ເປົ່າຂຸ່ຍ, ເປັນເພື່ອນກັບເມກ, ລົມ ແລະ ສັດປ່າ. ມີມື້ໜຶ່ງ, ລູກສາວທັງ 7 ຂອງ ເທບພະເຈົ້າ ໄດ້ລົງມາເມືືອງຄົນເພື່ອຍ່າງ ເລາະຫຼິ້ນ ແລະ ອາບນ້ຳຢູ່ນ້ຳຕົກຕາດ ແຫ່ງໜຶ່ງ ໃກ້ກັບບ່ອນທ້າວ ໂອກຸຍໂຮ່ ອາໄສຢູ່. ນາງຟ້າຜູ້ຫຼ້າ ບັງເອີນ ໄດ້ຍິນສຽງຂຸ່ຍ ຂອງ ທ້າວ ໂອກຸຍໂຮ່ ແລະ ປົງໃຈຮັກອ້າຍບ່າວ ຕັດຟືນ. ນັບແຕ່ນັ້ນມາ, ໂອກຸຍໂຮ່ ແລະ ນາງ ຟ້າ ໄດ້ມີການນັດໝາຍກັນ ແລະ ລົມເລື່ອງໃນໃຈຕໍ່ກັນ ຢູ່ຂ້າງ ນໍ້າຕົກ ເປັນປະຈຳ. 

ຫິມະ ຢູ່ກິ່ວ ໂອກຸຍໂຮ່. ພາບ: ທົງທ້ຽນ/VNP

ເມື່ອຮູ້ເລື່ອງ, ເທບພະເຈົ້າ ໄດ້ຫ້າມນາງ ຟ້າຫຼ້າ ລົງມາເມືອງຄົນ ແລະ ສະແດງອາຄົມໃຫ້ ຊາຍໜຸ່ມ ໂອກຸຍໂຮ່ ກັບຊາດ ກາຍເປັນ ໂຕເຕົ່າດຳ. ສ່ວນນາງ ຟ້າຫຼ້າ ຍ້ອນຄິດຮອດຄົນຮັກ ຈົນລົ້ມປ່ວຍ ແລະ ສິ້ນໃຈ ໃນທ່ີສຸດ. ນາງ ກັບຊາດກາຍມາເປັນ ພະຍາຫົງ, ບິນຢູ່ເທິງບ່ອນສູງສຸດ ຂອງ ຮ່ອມພູ ໃນທຸກໆ ຕອນບ່າຍ ແລະ ຮ້ອງອອກມາ ດ້ວຍຄວາມຮໍ່າຄະນຶງ: ໂອກຸຍໂຮ່!  ໂອກຸຍໂຮ່! ໜ້າປະທັບໃຈ ກັບ ຄວາມຮັກ ທີ່ສວຍງາມ ແຕ່ຖືກ ກີດກັນ ຄູ່ບ່າວສາວ, ຄົນທັງຫຼາຍໄດ້ຕັ້ງຊື່ໃຫ້ ກິ່ວ ທີ່ຊາຍໜຸ່ມ ໂອກຸຍໂຮ່ ເຄີຍອາໄສຢູ່ ແລະ ນ້ຳຕົກຕາດ ທີ່ ທ້າວເຄີຍໄດ້ຄົບຫາ ກັບຄູ່ຮັກ ຂອງຕົນວ່າ “ນໍ້າຕົກຕາດແຫ່ງຄວາມຮັກ”.

ເຂດເຮືອນພັກ ທີ່ເຊື່ອງຊ້ອນ ຢູ່ໃນເມກ ຢູ່ກິ່ວ ໂອກຸຍໂຮ່. ພາບ: ເຈິ່ນຮ໋ຽວ/VNP

ນອກຈາກເທບນິຍາຍນີ້, ຍັງມີຫຼາຍຄົນເອີ້ນສະຖານທີ່ແຫ່ງນີ້ວ່າ ກິ່ວເມກ, ຍ້ອນນະແຫ່ງນີ້ ມັກຈະມີເມກ ປົກຄຸມຕະຫຼອດປີ, ໂດຍສະເພາະ ແມ່ນໃນຕອນບ່າຍ ຢືນຢູ່ເທິງຮ່ອມພູ, ເປັນເຂດ ຕິດຕໍ່ກັນ ລະຫວ່າງແຂວງ ລາວກາຍ ແລະ ລາຍເຈົາ, ທ່ານຈະ​ເຫັນ​ເມກ​ຂາວລອຍ ມາ​ປົກ​ຄຸມເຕັມ​ພູ​ເຂົາ​ແລ້ວ​ເລື່ອນລອຍ ​ລົງ​​ຮ່ອມ​ພູ. ນັກທ່ອງທ່ຽວຈະ​ຮູ້​ສຶກ​ຕື່ນ​ເຕັ້ນ​ທີ່​ສຸດ ​ໃນ​ເວ​ລາ ​ທີ່ໄດ້​ຢືນຢູ່ທ່າມກາງ ເມກໝອກ ທ່ີກຳລັງເລື່ອນລອຍ. ໃນ​ຊ່ວງເວລາອາກາດດີ, ຈາກ​ບ່ອນສູງສຸດ ຂອງກິ່ວ​, ນັກ​ທ່ອງ​ທ່ຽວ ​ສາ​ມາດ​ ແນມເຫັນພາບ ທັງໝົດ ຂອງ ເສັ້ນທາງລົດ​ ທ່ີແລ່ນຜ່ານກິ່ວ ອ້ອມຮອບ ພູເຂົາ ປ່າໄມ້ທີ່ສະຫຼັບສັບຊ້ອນ​, ຖ້າແນມ ຂຶ້ນເທິງນັກທ່ອງທ່ຽວ ສາມາດມອງເຫັນຈອມພູ ຟານຊີປັງ ທີ່ໃຫຍ່ໂຕ. ຈາກ​ບ່ອນ ສູງສຸດຂອງກິ່ວ ​ເບິ່ງ​ໄປ​ທາງ​ແຂວງ ​ລາຍເຈົາ ແມ່ນ​ພູ​ເຂົາ​ ແລະ​ ບັນດາຮ່ອມ​ພູ​ ທີ່ຕິດຕໍ່ນໍ່ເນື່ອງກັນ ພ້ອມກັບຖະໜົນຫົນທາງ​ຄື ​ເສັ້ນ​ສາຍໄໝ ​ທີ່​ແລ່ນລະອິດລະອ້ຽວ​ ອ້ອມ​ຮອບເປີ້ນ​ພູ.

ດ້ວຍລະດັບຄວາມສູງ 2000 ມ ເມື່ອທຽບກັບໜ້ານຳ້ທະເລ, ກີີ່ວ ໂອກີວໂຮ່ ມີພຽງແຕ່ເມກ ແລະ ພູຜາທີ່ກວ້າງໃຫຍ່ໄພສານ ກັບ ເສັ້ນທາງກີ່ວທີ່ລະອິດລະອ້ຽວ, ທຸລະກັນດານ. ພາບ: ທົງທ້ຽນ/VNP
ຂົວແກ້ວຢູ່ເທິງກີ່ວ ໂອກີວໂຮ່. ພາບ: ທົງທ້ຽນ/VNP

ສະພາບອາກາດ ຍັງເປັນຈຸດພິເສດ ຂອງ ກິ່ວ ໂອກຸຍໂຮ່. ​ໃນ​ລະດູ​ຮ້ອນ, ​ເມື່ອ​ຢູ່ອີກເບື້ອງໜຶ່ງ ຂອງກິ່ວ ໂອກຸຍໂຮ່ ແມ່ນພື້ນທີ່ ເມືອງ ຊາປາ, ແຂວງ ລາວກາຍ ມີອາກາດເຢັນສະບາຍ, ຕອນແລງ ແລະ ຕອນກາງຄືນຈະໜາວເຢັນ, ມີ​ໝອກ​ບາງ​ປົກ​ຄຸມ, ​ໃນ​ຂະນະ ດຽວກັນ, ຢູ່ກິ່ວ ອີກເບື້ອງໜຶ່ງ ແມ່ນເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ຈະມີແສງແດດ. ​ເມື່ອ​ລະດູ​ໜາວ​ ມາ​ເຖິງ, ເບື້ອງ​ເມືອງ ຕາມ​ເດື່ອງ​ ຈະມີ​ຄວາມ​ອົບ​ອຸ່ນ ​ແລະ ​ມີ​ແສງ​ແດດ, ​ໃນ​ຂະນະ ດຽວກັນ ຢູ່ເມືອງ ​ຊາ​ປາ​ ແມ່ນ​ໜາວ​ເຢັນ, ​ມີຫິມະ ແລະ ນໍ້າໝອກ ປົກຄຸມເຕັມເສັ້ນທາງເດີນ. ຈາກເບື້ອງນ້ີ ໄປຫາເບື້ອງນັ້ນ ບໍ່ວ່າ ລະດູການໃດຂອງປີ ກໍ່ເຮັດໃຫ້ ນັກທ່ອງທ່ຽວ ຈະຕ້ອງປະຫຼາດໃຈ ກັບຄວາມແຕກຕ່າງ ຂອງ ສະພາບອາກາດ.

ຍາມຕາເວັນຄ້ອຍຄໍ່າຢູ່ກິ່ວ ໂອກຸຍໂຮ່. ພາບ: ຮວ່າງຮ່າ/VNP

ສໍາລັບນັກທ່ອງທ່ຽວ ຜູ້ຮັກມັກການຄົ້ນພົບ, ໂອກຸຍໂຮ່ ຈະແມ່ນ ຄວາມປາຖະໜາ ທີ່ຈະເອົາຊະນະ ເພາະວ່າ ມັນເປັນທາງກິ່ວ ທີ່ຄົດລ້ຽວ ແລະ ທຸລະກັນດານທີສຸດ ໃນເຂດພູເຂົາ ພາກຕາເວັນຕົກສ່ຽງເໜືອ ກັບເສັ້ນທາງຄົດໂຄ້ງ ທົບສອກ ທ່ີສ່ຽງໄພ. ເມື່ອຢຸດຢູ່ເທິງ ຈຸດສູງສຸດ ຂອງ ກິ່ວ ໂອກຸຍໂຮ່ ແລະ ແນມໄປທາງຂອບຟ້າ, ນັກທ່ອງທ່ຽວ ຈຶ່ງຮູ້ສຶກໄດ້ ເຖິງ ຄວາມກວ້າງໃຫຍ່ໄພສານ ຂອງດິນແດນທ້ອງຟ້າ ພາກຕາເວັນຕົກສ່ຽງເໜືອ. ແຕ່ລະຄັ້ງ ແມ່ນປະສົບການ ທີ່ແຕກຕ່າງກັນ ແລະ ໃຫ້ຄວາມຮູ້ສຶກທີ່ແຕກຕ່າງກັນ. ໃນຄືນ ທີ່ດວງຈັນເຕັມດວງ, ທ້ອງຟ້າໃສແຈ້ງ, ແສງສະຫວ່າງ ສາດສ່ອງ ລົງໜ້າຜາສູງຊັນ ຫຼື ຜ່ານໃບໄມ້ ຢູ່ຂ້າງທາງ ແມ່ນສຸດທີ່ສວຍງາມ ແລະ ມະຫັດສະຈັນຍິ່ງ.


ກິ່ວ ໂອກຸຍໂຮ່ ແມ່ນຂອງຂວັນອັນລ້ຳຄ່າ ທີ່ທຳມະຊາດ ມອບໃຫ້ ເຂດຕາເວັນຕົກສ່ຽງເໜືອ. ດ້ວຍຕຳນານ ທີ່ແສນເສົ້າ ແລະ ສວຍງາມ ພ້ອມກັບ ທິວທັດ ທີ່ມີເມກໝອກ ໃນທັງ 4 ລະດູ, ກິ່ວ ໂອກຸຍໂຮ່ ແມ່ນຈຸດໝາຍປາຍທາງ ຍາມໃດ ກໍ່ເລັ່ງລັດ ໃຫ້ນັກທ່ອງທ່ຽວ ໃຫ້ມາຄົ້ນພົບ ແລະ ສຳຜັດຕົວຈິງ. 

ບົດ: ແທງຮ່ວາ/VNP - ພາບ: ຫງວຽນຖັ໋ງ, ຮວ່າງຮ່າ, ເຈິ່ນຮ໋ຽວ, ທົງທ້ຽນ ແລະ ຫງວຽນເກື່ອງ - ແປໂດຍ: ບິກລຽນ


Top