ກຳລັງໜູນແຫ່ງການເຕີບໂຕ ຂອງ ການຂົນສົ່ງຢູ່ ອາຊີຕາເວັນອອກສ່ຽງໃຕ້

ກຳລັງໜູນແຫ່ງການເຕີບໂຕ ຂອງ ການຂົນສົ່ງຢູ່ ອາຊີຕາເວັນອອກສ່ຽງໃຕ້

ໃນ​ຖາ​ນະ​ເປັນ​ສ່ວນໜຶ່ງ​ ຂອງ ເສັ້ນ​ທາງ​ໆ ທະ​ເລ​ ໂດຍ​ເຊື່ອມ​ຕໍ່​ມະ ຫາສະໝຸດອິນ​ເດຍ - ​ປາ​ຊີ​ຟິກ, ​ທະເລຕາເວັນອອກ ຈິ່ງມີ​ບົດ​ບາດ ສຸດທີ່​ສໍາ​ຄັນ​​ດ້ານການຄ້າທາງທະເລ ຂອງ​ ASEAN ​ແລະ​ ທົ່ວ​ໂລກ. ສະນັ້ນ, ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ໄດ້​ຊຸກຍູ້​ການ​ພັດທະນາ ​ລະບົບ​ທ່າ​ກໍາປັ່ນ​, ​ກໍ່ຄືການ​ຂົນ​ສົ່ງ​ທາງ​ບົກ, ເພື່ອ​ສົ່ງເສີມຄວາມ​ໄດ້​ປຽບ ​ໃນການຊຸກຍູ້​ການ​ເຕີບ​ໂຕ​ ຂອງ​ຂະ​ແໜງ​ການ logistics.

ການເຄື່ອນໄຫວນໍາເຂົ້າລົດໃຫຍ່ ຜ່ານທ່າກໍາປັ່ນ ຫາຍຟ່ອງ. ພາບ: ຮວ່າງງອກ/VNA

ໄດ້ທະນາຄານໂລກ ຈັດອັນດັບທີ 1 ໃນ 155 ປະເທດ ກ່ຽວກັບຂົງ ເຂດ logistics, ພ້ອມກັບທີ່ຕັ້ງຍຸດທະສາດໃນພາກພື້ນ ອາຊີຕາ ເວັນອອກສ່ຽງໃຕ້, ປັດຈຸບັນ, ສິງກະໂປ ແມ່ນສູນລວມການຄ້າ, ພົວພັນແລກປ່ຽນ ແລະ ການຂົນສົ່ງສິນຄ້າທົ່ວໂລກ. ຂະແໜງບໍລິ ການທາງທະເລ ແລະ logistics ປະກອບສ່ວນເຖິງ 34% ຍອດ​ມູນ​ຄ່າ​ຂອງ​ຂົງເຂດການ​ບໍລິການ, ປະກອບສ່ວນ​ປະມານ 20% ​ໃຫ້​ແກ່ພື້ນຖານ​ເສດຖະກິດ​ ສິງກະ​ໂປ.

ພິເສດ, ໃນປີ 2040, ທ່າກຳປັ່ນ Tuas ຈະຕ້ອນຮັບ ກຳປັ່ນບັນທຸກ ຕູ້ຄອນເທນເນີ ໃຫຍ່ທີ່ສຸດໃນໂລກຂອງ ສິງກະໂປ ຈະສ້າງສຳເລັດ ດ້ວຍກຳລັງບັນຈຸ ເຖິງ 65 ລ້ານ TEU, ສູງກວ່າຄວາມສາມາດບັນ ຈຸ 50 ລ້ານ TEU ຂອງທັງໝົດ 5 ສະຖານີ ຕູ້ຄອນເທນເນີ ທີ່ມີຢູ່ແລ້ວ.

ໃນ​ຂະນະ​ດຽວກັນ, ອິນ​ໂດ​ເນ​ເຊຍ ​ແມ່ນ​ພື້ນຖານ​ເສດຖະກິດ ​ອິນ​ເຕີ​ເນັດ ​ໃຫຍ່​ທີ່​ສຸດ ​ແລະ ​ເຕີບ​ໂຕ​ ໄວ​ທີ່​ສຸດ​ໃນ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຄາດວ່າຈະກວມເອົາ 50% ຂອງການພົວພັນແລກປ່ຽນການຄ້າ ເອເລັກໂຕຣນິກ ທັງໝົດໃນ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2025. ເນື່ອງຈາກການເພີ່ມຂຶ້ນຢ່າງກ້າວກະໂດດຂອງ ການຄ້າ ເອເລັກໂຕຣນິກ, ຄວາມຕ້ອງການສໍາລັບການສະໜອງຜະລິດ ຕະພັນ ໄດ້ກາຍເປັນການຂັບເຄື່ອນໂດຍກົງສົ່ງເສີມການພັດທະ ນາ ການບໍລິການ logistic. ລັດຖະບານ​ ອິນໂດເນເຊຍ ໄດ້​ວາງ​ແຜນ​ຈະ​ສ້າງ​ລະບົບ​ນິ​ເວດ​ logistic ​ແຫ່ງ​ຊາດ (NLE) ​ໂດຍ​ມີ ທ່າ​ກໍາປັ່ນ 14 ແຫ່ງ ​ແລະ ສະໜາມ​ບິນ ​ເພື່ອ​ສະໜັບສະໜູນ ​ແລະ ສົ່ງ​ເສີມ​ຂະແໜງການ logistic.

ຫວຽດນາມ ແມ່ນ​ປະເທດ ນຳໜ້າ ໃນ​ຂົງ​ເຂດ​ວາງ​ແຜນ​ກຳນົດ​ລະ ບົບ​ທ່າກຳປັ່ນ ຮັບໃຊ້ການ​ຄ້າ​ທາງ​ທະ​ເລ ​ທີ່​ສອດຄ່ອງ​ກັນ. ຕາມ​ກົມ​ຄຸ້ມ​ຄອງ​ການ​ເດີນ​ທະ​ເລ​ ຫວຽດນາມ ​ໃຫ້ຮູ້ວ່າ ປັດຈຸບັນ ຫວຽດ ນາມ ​ມີທ່າ​ກຳ​ປັ່ນ 286 ແຫ່ງ, ມີລວງຍາວທັງໝົດ 96 ກມ, ມີ​ກຳ ລັງ​ການ​ຜະລິດ​ລວມປະມານ 700 ລ້ານ​ໂຕນ/ປີ. ເມື່ອ​ທຽບ​ໃສ່​ຂະ​ໜາດ​ການ​ຂົນ​ສົ່ງ​ຂອງ​ບັນ​ດາ​ປະ​ເທດ ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລ້ວ, ຫວຽດ​ນາມ ເປັນຮອງແຕ່ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ.

 


ລັດຖະບານ ​ຫວຽດນາມ ​ໄດ້​ກຳນົດ ​ logistics ​ແມ່ນ​ຂະແໜງບໍລິການ​ ທີ່ສໍາຄັນ​ໃນ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ, ຕ້ອງ​ຊຸກຍູ້​ການ​ຫັນປ່ຽນ​ພະລັງງານ ​ມຸ່ງ​ໄປ​ສູ່​ສີຂຽວ, ພັດທະນາ​ຂະ ແໜງການ logistics ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ຕິດ​ພັນ​ກັບ​ການ​ນຳ​ໃຊ້​ພະລັງງານ​ ຢ່າງ​ປະຢັດ ແລະ ມີ​ປະສິດທິ​ຜົນ​ຕາມ​ຄຳ​ໝັ້ນ​ສັນຍາ​ ຂອງ​ ຫວຽດນາມ ທີ່ COP 26.

ທ່ານ Thomas Tieber, ຜູ້ຈັດການ ຂອງ DHL Global Forwarding ປະຈໍາພູມີ ພາກອາຊີຕາເວັນອອກສ່ຽງໃຕ້ ເນັ້ນຢໍ້າວ່າ: “ການຂົນສົ່ງທາງບົກ ຫວັງວ່າ ຈະສ້າງອະນາຄົດສີຂຽວ, ມີປະສິດທິພາບ ແລະ ປອດໄພກວ່າ ດ້ວຍເຕັກໂນໂລຊີ ແລະ ຄວາມຢັ້ງຢືນຍິ່ງຂຶ້ນ ໂດຍຜ່ານການປະຫຍັດນໍ້າມັນ. ເມື່ອຮວມກັນ, ບັນດາປັດໄຈເຫຼົ່ານີ້ ສ້າງການປ່ຽນແປງໃຫ້ແກ່ຂະແໜງການຂົນສົ່ງສິນຄ້າ ທາງບົກ ແລະ ສະໜອງບັນດາວິທີການແກ້ໄຂ logistics ທີ່ຍືນຍົງ ແລະ ດຶງດູດກວ່າເວລາ”.

ທາງລົດໄຟ ຂອງ ບັນດາປະເທດ ASEAN ຍັງພະຍາຍາມເຂົ້າຮ່ວມ ການກໍ່ສ້າງລະບົບຕ່ອງໂສ້ logistic ເພື່ອຂຸດຄົ້ນຊັບພະຍາ ກອນເຊັ່ນ: ທ່າກໍາປັ່ນ ແລະ ສາງເກັບສິນຄ້າເຂົ້າ-ອອກ, ໂດຍສະ ເພາະແມ່ນການເພີ່ມອັດຕາສ່ວນການຂົນສົ່ງທາງລົດໄຟໃນລະ ບົບຕ່ອງໂສ້ logistic. ຕະຫຼາດ​ຂົນ​ສົ່ງທາງບົກ​ ASEAN ​ຄາດ​​ວ່າ​ ຈະ​ມີ CAGR ສູງ​ກວ່າ 8% ໃນ​ໄລ​ຍະ 2020-2025.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ສະມາຊິກ ​ASEANຍັງ​ຢູ່​ໃນ​ຂັ້ນ​ຕອນຕ່າງໆ ​​ຂອງການ​ພັດທະນາ​ລະບົບ logistics ທ່ີແຕກຕ່າງກັນ. ນັ້ນ​ແມ່ນ​ເຫດຜົນ​ຂອງ​ການ​ກຳ​ເນີ​ດ ASEAN Smart Logistics Network (ASLN) ​ເພື່ອ​ແນ​ໃສ່​ສົ່ງເສີມການ​ເຊື່ອມ​ຕໍ່ ແລະ ການ​ເຊື່ອມ​ໂຍງ​ Logistics ໃນກຸ່ມ ASEAN, ໂດຍ​ສະ​ເພາະ​ແມ່ນ​ໄດ້​ເລີ່​ມດຳ​ເນີນ 2 ​ໂຄງການຄື: ສູນ​ Logistics ICD ວິງຝຸກ ຢູ່ ຫວຽດ ນາມ (​ທ່າ​ກຳ​ປັ່ນ​ໃຫຍ່ ​ລະຫວ່າງ​ ສິງກະ​ໂປ ​ແລະ ຫວຽດນາມ) ​ແລະ Phnom Penh Logistics Complex ຢູ່ ກໍາປູ​ເຈຍ.


ນອກ​ນີ້, ທາງ​ລົດ​ໄຟ​ ຈີນ-ລາວ​ ທີ່​ໄດ້ເປີດນຳໃຊ້ຢ່າງເປັນທາງການ, ​ກາຍ​ເປັນ​ກຳລັງ​ຊຸກຍູ້​ການ​ເຊື່ອມ​ຕໍ່​ ແລະ ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ. ນີ້​ຖື​ວ່າ ​ແມ່ນ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ ສປ ຈີນ​ ກັບ​ ASEAN ​ເພື່ອ​ຊຸກຍູ້​ການ​ພັດທະນາ BRI (ໜຶ່ງ​ແລວ​ທາງ​, ໜຶ່ງ​ເສັ້ນທາງ) ຄຸນນະພາບສູງ.

ການ​ເຊື່ອມ​ໂຍງດ້ານ​ເສດຖະກິດ​ ແລະ ການ​ຄ້າ ​ແມ່ນ​ບູລິ​ມະ​ສິດ​ສຳຄັນ​ຂອງ​ບັນດາ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ​ທີ່​ເປັນ​ສະ ມາຊິກ​ ASEAN. ການ​ເຕີບ​ໂຕ​ ຂອງ​ການ​ຂົນ​ສົ່ງ​ ແລະ​ ການ​ຄ້າ​ລະ​ຫວ່າງ​ພາກ​ພື້ນ ​ແລະ ນອກ​ພາກ​ພື້ນ​ໄດ້​ເຮັດໃຫ້ “ເສດ​ຖະ​ກິດ​ພັດ ທະນາຕາມຂະໜາດ” ໃນ​ພາກ​ພື້ນ. ໃນນັ້ນການ​ຊຸກ​ຍູ້​​ພັດ​ທະ​ນາຂະແໜງການ ​ Logistic ​ຈະ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ເສດ​ຖະ​ກິດ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ພັດ​ທະ​ນາ.

ທາງ​ດ່ວນ ເວິນໂດ່ນ - ມອງກ໋າຍ ​ໄດ້​ເປີດນຳໃຊ້ ​ຈະ​ສ້າງ​ກຳ ລັງ​ແຮງ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ລະຫວ່າງ​ພາກ​ພື້ນ ​ແລະ ASEAN. ພາບ: VNA 

ບົດ: VNP ພາບ: VNA - ແປໂດຍ: ຢືຟຽນ


Top