ກຳລັງໜູນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ASEAN ແລະ EU

ກຳລັງໜູນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ASEAN ແລະ EU

ກອງ​ປະ​ຊຸມ​ສຸດຍອດ ​ສະ​ເຫຼີມ​ສະ​ຫຼອງ 45 ປີ ​ການພົວພັນສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN) ແລະ ​ສະ​ຫະ​ພາບ ​ເອີ​ຣົບ (EU) ໄດ້​ຈັດ​ຂຶ້ນ​ຢູ່​ ບ​ຣຸກແຊນ, ລາຊະອານາຈັກ ແບນ​ຊິກ. ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິ໋ງ ພ້ອມກັບ​ບັນ​ດາ​ຜູ້ນຳ ASEAN ແລະ EU ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ ທີ່ກອງ​ປະ​ຊຸມ.

ເປັນ​ຄັ້ງ​ທຳ​ອິດ, ຜູ້​ນຳ​ ASEAN ​ໄດ້​ພົບ​ປະ​ກັບ​ ບັນດາຜູ້ນໍາ ​ປະ​ເທດ​ສະມາຊິກ EU ທຸກທ່ານ, ສິ່ງດັ່ງກ່າວໄດ້ ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ 2 ອົງການ​​ໃນ​ພາກ​ພື້ນ​ແຖວໜ້າຂອງ​ໂລກ, “ຄູ່​ຮ່ວມ​ມືເຊື່ອມໂຍງ” ຂອງ​ແຕ່ລະ​ຝ່າຍ. ສິ່ງ​ດັ່ງກ່າວ​ຍັງ​ສະ​ແດງ​ໃຫ້​ເຫັນ​ ສອງ​ຝ່າຍ​ໃຫ້​ຄວາມ​ສຳຄັນ​ເປັນ​ຢ່າງ​ດີ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ ນີ້.

45 ປີ​ທີ່​ຜ່ານ​ມາ, ການ​ພົວ​ພັນ ASEAN-EU ໄດ້​ພັດ​ທະ​ນາ​ຢ່າງຕັ້ງໜ້າ ແລະ ບັນ​ລຸ​ໄດ້​ຜົນ​ງານຫຼາຍຢ່າງ. ປີ 2021, ASEAN ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ ຢູ່ນອກ ​ເອີ​ຣົບ ​ໃຫຍ່​ອັນ​ດັບ 3 ຂອງ EU ໃນ​ຂະ​ນະ​ທີ່ EU ເປັນ​ຄູ່​ຮ່ວມມືການ​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ​ ASEAN ດ້ວຍ​ຍອດມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ໄດ້ບັນລຸ 268,9 ຕື້ ໂດລາສະຫະລັດ ແລະ EU ແມ່ນ​ນັກລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໃຫຍ່​ອັນດັບ 2 ​ຂອງ​ ASEAN ດ້ວຍ​ຍອດເງິນ​ລົງທຶນ 26,5 ຕື້ ໂດລາສະຫະລັດ.

ມຸ່ງສູ່​ອະນາຄົດ, 2 ຝ່າຍ​ເປັນເອກະສັນກັນວ່າ ຈະສືບ​ຕໍ່ເຮັດໃຫ້​ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ເຊິ່ງໄດ້ສ້າງຕັ້ງເມື່ອ​ປີ ​​2020 ບົນ​ພື້ນ ຖານ​ເຄົາລົບ​ກົດໝາຍ​ສາກົນ, ການ​ຮ່ວມ​ມື​ທີ່​ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸກຍູ້​ການ​ຟື້ນ​ຟູ, ການພັດທະນາ​ສີຂຽວ ​ແລະ ຍືນ​ຍົງ. ພິເສດແມ່ນຊຸກຍູ້ການຮ່ວມມືດ້ານສດຖະກິດ, ການຄ້າ, ຮັກສາຄວາມໝັ້ນຄົງ ຂອງ ຕ່ອງໂສ້ການສະໜອງ, ຮັກສາເປົ້າໝາຍສ້າງຕັ້ງສັນຍາການຄ້າເສລີ ASEAN-EU (FTA), ເພີ່ມທະວີການເຊື່ອມຕໍ່ຜ່ານການປະຕິບັດຖະແຫຼງການຮ່ວມ ກ່ຽວກັບການເຊື່ອມຕໍ່ປີ 2020 ແລະ ສັນຍາການຂົນສົ່ງທາງອາກາດ ຮອບດ້ານ ASEAN-EU; ການຮ່ວມມືດ້ານຄວາມປອດໄພທາງທະເລ; ການ​ເຊື່ອມ​ຕໍ່, ສະໜັບສະໜູນ​​ຄວາມ​ສາມາດ​ດ້ານ​ສາທາລະນະສຸກ, ການ​ຫັນ​ເປັນ​ ດີຈີ​ຕອນ, ການ​ຄຸ້ມ​ຄອງ​ໄພພິບັດ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຫັນປ່ຽນ​ພະ ລັງງານ, ຄວາມຫຼາກຫຼາຍທາງຊີວະພາບ, ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຫາ​ປາ​ ທີ່​ຜິດ​ກົດໝາຍ...

EU ປະກາດ​ ​ປະກອບສ່ວນ 10 ຕື້​ ເອີ​ໂຣ ​ສະໜັບສະໜູນ​​ ການ​ປະຕິ ບັດ​ຍຸດ​ທະ​ສາດ ເປີດປະຕູສູ່ໂລກ ຜ່ານ​ບັນດາ​ໂຄງການ​ຮ່ວມ​ມື, ​ປະຕິ ບັດ​ຂໍ້​ລິ​ເລີ່​ມ ຂອງ​ ກຸ່ມ​ ເອີ​ຣົບ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ແບບ​ຍືນ​ຍົງ​ຢູ່ ASEAN, ພ້ອມ​ກັນ​ນັ້ນ​ ກໍ່​ປະຕິບັດ​ໂຄງການ​ຂໍ້​ລິ​ເລີ່​ມສີຂຽວ ມີມູນຄ່າ 30 ລ້ານ​ ເອີ​ໂຣ ​ເພື່ອ​ສະໜັບສະໜູນ​​ ບັນດາ​ໂຄງການ​ຮ່ວມ​ມື​ຕົວຈິງກັບ​ ASEAN

 

ກອງປະຊຸມສຸດຍອດ ASEAN-EU. ພາບ: ເຢືອງຢາງ/VNA

ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, 2 ຝ່າຍ​ເຫັນ​ດີ​ ຈະເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, ​ແບ່ງປັນ​ຄຸນຄ່າ ​ແລະ ຜົນ​ປະ​ໂຫຍ​ດລວມ, ຊຸກຍູ້​ກົດໝາຍ​ສາກົນ, ​ແກ້​ໄຂ​ສິ່ງທ້າທາຍຂອງພາພພື້ນ ແລະ ໂລກ, ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້ແກ່ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ. 

ບັນດາ​ປະ​ເທດ​ຢືນຢັນ​ຄວາມ​ສຳຄັນ ​ຂອງ ​ການ​ຮັກສາ​ສັນຕິພາບ, ສະ ຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ຄວາມ​ເສລີ ​ໃນ​ການ​ເດີນ​ເຮືອ ​ແລະ ການເດີນອາກາດຢູ່​ທະ​ເລ​ຕາ​ເວັນອອກ, ສະໜັບສະໜູນ​ ການ​ເຈລະຈາ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ບໍ່ປະຕິບັດ​ບັນ ດາ​ການ​ເຄື່ອນ​ໄຫວ​ທີ່​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ, ​ແກ້​ໄຂ​ບັນດາຂໍ້ຂັດແຍ່ງ​ໂດຍ​ສັນຕິ​ວິທີ, ເໝາະ​ສົມກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິ ສັນຍາ​ ສະຫະ​ປະຊາ​ຊາດ ​ວ່າດ້ວຍ​ກົດໝາຍ ​ທະ​ເລ​ປີ 1982 (UNCLOS 1982), ຮຽກຮ້ອງ​ໃຫ້​ປະຕິບັດ​ຖະ​ແຫຼ​ງການ​ຢ່າງຄົບຖ້ວນ ​ກ່ຽວ​ກັບ​ການ​ປະພຶດ ​ຂອງ​ ​ຝ່າຍ​ຕ່າງໆ ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ສ້າງ​ປະມວນ​ກົດລະບຽບ ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ, ຕາມກົດ    ໝາຍ​ສາກົນ, ​ໃນ​ນັ້ນ​ມີ UNCLOS 1982.

EU ສະໜັບສະໜູນ​ ບັນດາ​ຄວາມ​ພະຍາຍາມ​ຂອງ​ ASEAN ​ເພື່ອ​ຊຸກຍູ້​ການ​ປະຕິບັດ​ ຄຳ​ເຫັນ​ທີ່​ເປັນ​ເອກະສັນ 5 ຂໍ້​ກ່ຽວ​ກັບ ​ມຽນມາ. ​ໃນ​ການ​ປຶກສາ​ຫາລື ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່​ ອູ​ແກຣນ, ບັນດາ​ປະ​ເທດ​ໄດ້​ເນັ້ນ​ໜັກ​ເຖິງ​ບັນດາ​ຫຼັກການ​ພື້ນຖານ ​ຂອງ​ ກົດ​ບັດ​ສະຫະ​ປະຊາ​ຊາດ, ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢູ່​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ກົດໝາຍ​ສາກົນ. ຕາມ​ນັ້ນ​ແລ້ວ, ຄວາມ​ແຕກ​ຕ່າງ​ ແລະ ​ຄວາມ​ບໍ່​ລົງ​ລອຍ​ກັນ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິວິທີ.

 


ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງປະຊຸມສຸດຍອດ ASEAN-EU, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ EU, ການ​ນຳ​ບັນດາ​ປະ​ເທດ ASEAN ​ແລະ ບັນດາ​ປະ​ເທດ EU 14 ຄັ້ງ. ພາບ: VNA

ຜົນສຳ​ເລັດ​ຂອງກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະ​ຫຼອງ 45 ປີ​ແຫ່ງວັນສ້າງຕັ້ງການພົວພັນ ASEAN- EU ​ໄດ້​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ ASEAN ແລະ EU, ​ເປັນ​ກຳລັງໜູນ​​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ພາກ​ພື້ນ ​ໂດຍ​ເປົ້າໝາຍເຮັດໃຫ້ກົມ​ກຽວ​ ກັບຜົນປະໂຫຍດ ແລະ​ ພັດ​ທະ​ນາ​ແບບ​ຍືນ​ຍົງ​.

 

ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ


Top