ການນຳ ພາບພື້ນເມືອງ ໃສ່ໄມ້ ເພື່ອຕົກແຕ່ງພາຍໃນ

ການນຳ ພາບພື້ນເມືອງ ໃສ່ໄມ້ ເພື່ອຕົກແຕ່ງພາຍໃນ

ສອງສະຫາຍ ຫງວຽນແທງຕຸ່ງ ແລະ ຫວູ໊ມິງຈາງ ໄດ້ປະດິດສ້າງ ບັນດາຜະລິດຕະພັນ ພາບພື້ນເມືອງ ຕາມທ່າອຽງ ການຕົກແຕ່ງ ທີ່ທັນສະໄໝ.
ດ້ວຍຄວາມຮັກ ໃນສີສັນ ຂອງ ພາບແຕ້ມພື້ນເມືອງ ຈາກການ ໄປຢ້ຽມ ຢາມ ຄຸ້ມເມືອງເກົ່າໃນຄັ້ງຕ່າງໆ, ນາງ ມິງຈາງ ແລະ ເພື່ອນຮ່ວມງານ ໄດ້ປະດິດສ້າງອອກ ບັນດາຜົນງານ ຕົກແຕ່ງ ພາຍໃນ ດ້ວຍສີສັນ ວັດທະນະທຳ ພື້ນເມືອງ ຫວຽດນາມ. ພາບ: ຫວຽດເກື່ອງ/VNP

ຮຽນຈົບຂະແໜງ ສະຖາປັດຕະຍະກຳ ລະບາຍສີ, ທ້າວ ຕຸ່ງ ແລະ ນາງ ຈາງ ໄດ້ເຮັດວຽກ ກ່ຽວກັບການຕົກແຕ່ງພາຍໃນ. ໃນການ ອອກໄປຍ່າງຫຼິ້ນ ຕາມຄຸ້ມຖະໜົນເກົ່າ ຮ່າໂນ້ຍ ຄັ້ງຕ່າງໆ, ພວກເຂົາໄດ້ເຫັນພາບແຕ້ມພື້ນເມືອງ ຫຼາຍແຜ່ນ ຊຶ່ງໃນນັ້ນ ມີເລື່ອງລາວ ສະເພາະ ຂອງມັນ. ຈາກນັ້ນ ພວກເຂົາ ຈິ່ງເກີດ ແນວຄວາມຄິດວ່າ ຖ້າໃຊ້ໄມ້ ເປັນວັດຖຸແທນ ການໃຊ້ເຈ້ຍສາ ຈະເຮັດໃຫ້ກາຍເປັນ ຜະລິດຕະພັນ ສິລະປະ ທ່ີມີການ ປະສົມປະສານ ທັງສອງປັດໄຈ ຄື ປະເພນີ ແລະ ທັນສະໄໝ. ຈາກນັ້ນ, ພວກເຂົາທັງສອງ ໄດ້ເລີ່ມຜະລິດ ບັນດາຜະລິດຕະພັນ ຕົກແຕ່ງພາຍໃນ ທີ່ທັນສະໄໝ ຈາກພາບແຕ້ມ ພື້ນເມືອງ ຫວຽດນາມ.


ນາງ ມິງຈາງ ໄດ້ແບ່ງປັນວ່າ ການສ້າງພາບພື້ນເມືອງເທິງໄມ້ ຍາກທີ່ສຸດ ແມ່ນເມື່ອທຳການປະດິດແຕ່ງ ທັງຕ້ອງຮັກສາ ໄດ້ ຄວາມໝາຍ, ທັງຕ້ອງເຮັດໃຫ້ສີສັນເທິງໄມ້ ເດັ່ນຂຶ້ນ ເພື່ອໃຫ້ ສອດຄ່ອງ ກັບຊີວິດການເປັນຢູ່ທີ່ທັນສະໄໝ. ເພື່ອສາມາດ ສ້າງໄດ້ ຜະລິດຕະພັນໜຶ່ງ, ກ່ອນອື່ນໝົດ ຕ້ອງເລືອກພາບແຕ້ມ ພື້ນເມືອງ ແຜ່ນໜຶ່ງ ເພື່ອການອອກແບບ ຢູ່ເທິງຄອມພີວເຕີ ແລ້ວນໍາໄປຕັດດ້ວຍຈັກ CNC. ຫຼັງຈາກນັ້ນ, ວາດຈຸດພື້ນຖານ ແລະ ທາສີ, ຜະລິດຕະພັນໃດ ທີ່ຕ້ອງການ ຟອກຄຳປີວ ກໍຟອກ ແລ້ວສ້າງເສັ້ນແຂບຮູບ ແລະ ທາສີເຫຼື້ອມ ເພື່ອຮັກສາ ຄວາມທົນທານ ຂອງຜະລິດຕະພັນ.  

 


ບັນດາຜະລິດຕະພັນ ທ່ີເຮັດດ້ວຍໄມ້ ມີຫຼາຍຂະໜາດ ທີ່ແຕກຕ່າງກັນ, ດັ່ງນັ້ນຈະຕ້ອງມີຄວາມພິຖີພິຖັນ, ຊຳນິຊຳນານ ແລະ ຄວາມອົດທົນ ເພາະວ່າ ການແຕ້ມຮູບ ເທິງໄມ້ຮຽກຮ້ອງ ໃຫ້ມີລາຍແຕ້ມເຕັກນິກສູງ. ມາຮອດປັດຈຸບັນ, ຜົນງານ “ການແຕ່ງດອງ ໜູ” ແມ່ນຕ້ອງໃຊ້ເວລາ ດົນທີ່ສຸດ ເພາະວ່າມັນມີ ລາຍລະອຽດຫຼາຍ, ຕ້ອງໃຊ້ເວລາຫຼາຍ ໃນການແຕ້ມດ້ວຍມື ແລະ ການສ້າງເສັ້ນແຂບ ທີ່ບາງໆ ຂອງ ຜະລິດຕະພັນ ກໍຕ້ອງໃຊ້ ຄວາມພະຍາຍາມຫຼາຍ.


ດ້ວຍທ່າອ່ຽງນຳເອົາລົມຫາຍໃຈພື້ນເມືອງ ເຂົ້າໃນການຕົກແຕ່ງ ພາຍໃນ ທີ່ທັນສະໄໝ, ປັດຈຸບັນ, ຫງວຽນແທງຕຸ່ງ ແລະ ຫວູ໊ມິງຈາງ ພ້ອມດ້ວຍເພື່ອນຮ່ວມງານ ໄດ້ຜະລິດອອກ ພາບໄມ້  ຫຼາຍແຜ່ນ ຈາກພາບສຳລັບບູຊາ ເຈົ້າແມ່, ພາບແຕ້ມພື້ນເມືອງ ດົງໂຮ່ ກັບຫົວຂໍ້ຕ່າງໆ ເຊັ່ນ “ຝູງໝູ”, “ຝູງໄກ່”, “ທ້າວນ້ອຍ ອຸ້ມປາໄນ”... ລູກຄ້າມາຊື້ ຕົ້ນຕໍ ເພື່ອຕົກແຕ່ງເຮືອນ ແລະ ບ່ອນເຮັດວຽກ ໃນລາຄາ ແຕ່ 5 - 7 ລ້ານດົ່ງ.


ບົດ: ເງິນຮ່າ - ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ


Top