ກະທຽມ ກິມເກືອງ ດົງອ໋າ

ກະທຽມ ກິມເກືອງ ດົງອ໋າ

ດ້ວຍ​ສານ ທີ່ຈະເຮັດ​ໃຫ້​ບັນດາ​ຜະລິດ​ຕະພັນ​ກະທຽມ​ດຳ ກາຍ ເປັນອາຫານ​ສຸຂະພາບ​ ທີ່​ມີ​ປະ​ໂຫຍ​ດຕໍ່ຜູ້​ບໍລິ​ໂພ​ກ ​ແລະ ມຸ່ງ​ສູ່​ການ​ສົ່ງ​ອອກ​ທົ່ວ​ໂລກ, ສ້າງ​ມູນ​ຄ່າ​ເສດຖະກິດ ​ໃຫ້​ແກ່ປະ​ເທດຊາດ. ບັນດາ​ຜະລິດ​ຕະພັນ​ກະທຽມ ກິມເກືອງ ​ດົງອ໋າ (ອາຊີຕາເວັນອອກ) ພວມ​ຄ່ອຍໆ ​ຢືນ​ຢັນຖານະບົດບາດ ຂອງ ​ຕົນ​ໃນ​ຂະ​ແໜງ​ການ​ຢາ​ສະອາດ ​ຢູ່ ​ຫວຽດນາມ. ປັດຈຸ​ບັນ, ​ໂຮງງານ​ຜະລິດ ກະທຽມ ກິມເກືອງ​ ດົງອ໋າ ​​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ໂຮງງານ​ກະທຽມ​ດຳ ​ແຫ່ງ​ທຳ​ອິດ ​ຂອງ ​ຫວຽດນາມ​ ໄດ້​ມາດຕະຖານ GMP.

ທ່ານ​ນາງ ເລ​ມິນ​ຫງວຽດ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດການ​ຢາ​ ດົງ​ອ໋າ ​ຈຳ​ກັດ. ພາບ: ແທງຢາງ/VNP

ຊອກຫາວິທີເຂົ້າເຖິງ ເຕັກໂນໂລຊີ

ໃນເດືອນ ​ກໍລະກົດ​ ນີ້, ​ແມ່ນ​ລະດູ​​ເກັບ​ກ່ຽວ​ກະທຽມ​, ກໍ່​ແມ່ນ​ໄລຍະ​ທີ່​ໂຮງງານ​ຜະລິດກະທຽມ​ ກິມເກືອງ ດົງ​ອ໋າ ​​ດຳ​ເນີນ​ການ​ຜະ ລິດ​ກະທຽມ​ດຳ​ ຢ່າງ​ເຕັມ​ສ່ວນ. ແຕ່ລະມື້, ໂຮງງານປຸງແຕ່ງກະ ທຽມສົດ ໄດ້ 2,5 ໂຕນ ຈາກພື້ນທີ່ວັດຖຸດິບ ສົ່ງມາໃຫ້. ໂຮງ ງານ​ຜະລິດກະ​ທຽມ​ດຳ ດົງ​ອ໋າ ​ເລີ່ມເຄື່ອນໄຫວ​ແຕ່​ປີ 2016 ຢູ່ ເກ້ວຫວໍ (ບັກ​ນິງ) ໃນ​ເນື້ອ​ທີ່ 1,5 ເຮັກຕາ. ໂຮງງານ​ດັ່ງກ່າວ​ມີຫ້ອງບົ່ມ 16 ຫ້ອງ​ ​ດ້ວຍ​ກຳລັງ​ການ​ຜະລິດ 600 ​ໂຕນ/ປີ, ​ແມ່ນ​ໂຮງງານຜະລິດ​ກະທຽມ​ດຳ ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ ຂອງ​ ຍີ່​ປຸ່ນ ໃຫຍ່ທີ່ສຸດ​ຢູ່​ ຫວຽດນາມ.

ເພື່ອກໍ່ສ້າງໃຫ້​​ໂຮງງານມີ​ຂະໜາດ​ໃຫຍ່​ຄື​ປັດຈຸ​ບັນ, ​ກະທຽມ​ດຳ ດົງອ໋າ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ນາໆ ປະການ ​ບົນ​ເສັ້ນທາງເຂົ້າເຖິງ​ເຕັກ​ໂນ​ໂລ​ຊີ ຂອງ ຍີ່ປຸ່ນ ​ແລະ ການລົງທຶນທາງປັນຍາ, ຜູ້ຄົນ ເພື່ອ​ສ້າງຂຶ້ນ​ເຄື່ອງໝາຍ​ຜະລິດ​ຕະພັນ.

 

ທ່ານ​ນາງ ເລມິງຫງວຽດ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ການ​ຢາ ດົງອ໋າ ແບ່ງ​ປັນ​ວ່າ ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ ການບົ່ມກະທຽມ, ຍີ່​ປຸ່ນ ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​ຂົງ​ເຂດ​ນີ້. ພວກ​ຂ້າພະເຈົ້າ​ ຊອກຫາວິທີ ​ເຂົ້າ​ເຖິງ​ບໍ​ລິ​ສັດ Nagamine, ວິ​ສາ​ຫະ​ກິດ​ໃຫຍ່​ທີ່​ສຸດ​ ​ຍີ່​ປຸ່ນ ​ທີ່​ຮັກສາ​ຄວາມ​ລັບ​ ຂອງ ​ການບົ່ມກະ​ທຽມ​ສົດ ​ພື້ນ​ເມືອງ. ຮັບຮູ້ຄວາມກະຕືລືລົ້ນຢ່າງຈິງໃຈ ແລະ ຄວາມຮຽກຮ້ອງຕ້ອງການ ຂອງຊາວ ຫວຽດນາມ, ບໍລິສັດ Nagamine ໄດ້ຕົກລົງຖ່າຍທອດເຕັກນິກ ການບົ່ມ ກະທຽມດຳ ໃຫ້ ດົງອ໋າ. ການຖ່າຍທອດເຕັກໂນໂລຢີ ນີ້ ແມ່ນຂີດໝາຍ ບາດກ້າວໃໝ່ຂອງການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນຂົງເຂດອາຫານ ເພື່ອສຸຂະພາບ ແລະ ຢັ້ງຢືນພື້ນຖານເບື້ອງຕົ້ນໃຫ້ກະທຽມດຳ ດົງ ອ໋າ ໄດ້ຈຳໜ່າຍອອກສູ່ຕະຫຼາດ.

 

ທ່ານ Nagamine Kazuyuki- ຜູ້ອໍານວຍການໃຫຍ່ບໍລິສັດຫຸ້ນສ່ວນ Nagamine ຍີ່ປຸ່ນ ກ່າວວ່າ: ການຮ່ວມມືລະຫວ່າງ Nagamine ແລະ ບໍລິສັດການຢາ ດົງອ໋າ ແມ່ນສະເໜ່, ເພາະວ່າ ພວກເຮົາມີຄວາມປາຖະໜາດຽວກັນ, ມີຫຼາຍຄົນສາ ມາດນຳໃຊ້ຜະລິດຕະພັນ ນີ້ໄດ້…”. ຄວາມເຊື່ອຖື ແລະ ການຮ່ວມແຮງຮ່ວມໃຈຂອງ Nagamine ກັບ ດົງອ໋າ ໄດ້ຮັບການຢືນຢັນໃນຄຸນນະພາບຂອງກະທຽມເພັດ ດ້ວຍຈໍານວນ ຜະລິດຕະພັນທີ່ຈຳໜ່າຍ ອອກສູ່ຕະຫຼາດ ໃນແຕ່ລະປີຢ່າງໜ້ອຍ 300 ໂຕນຕໍ່ປີ.

ພາຍຫຼັງ​ໄດ້​ທົດ​ລອງການ​ຜະລິດ ມາ​ເປັນ​ເວລາ​ດົນ​ນານ​ເພື່ອ​ກວດ​ສອບ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ຜະລິດ​ຕະພັນ ​ແລະ ຜະລິດ​ເປັນ​ຜະລິດ​ຕະພັນ​ສຳ​ເລັດ​ຮູບ, ກະທຽມ​ ກິມເກືອງ​ ດົງອ໋າ ​ໄດ້​ຈຳໜ່າຍອອກ​ສູ່​ຕະຫຼາດ​ຢ່າງ​ເປັນ​ທາງ​ໃນ​ແຕ່​ປີ 2015. ນັບ​ແຕ່​ນັ້ນ​ມາ, ກະທຽມ​ ກິມເກືອງ ​ດົງ​ອ໋າ ​ໄດ້​ກາຍ​ເປັນ​ອາຫານ ​ທີ່​ຄຸ້ນ​ເຄີຍ​ຂອງ​ຊາວ ​ຫວຽດນາມ ​ໃນ​ຊີວິດປະຈໍາວັນ.

ກະທຽມດຳ ດົງອ໋າ - ປະລິດຕະພັນສະອາດພິເສດ ຫວຽດນາມ

ກະທຽມດຳ ດົງອ໋າ ມີຄຸນນະພາບດີ, ມີສ່ວນປະກອບ ຂອງ ສານອອກລິດ ທີ່ໄດ້ຮັບການຢັ້ງຢືນ ຮັບປະກັນຄວາມປອດໄພ ແລະ ໄດ້ມາດຕະຖານ ທາງອາຫານ ຂອງ Intertek - ອົງການວິເຄາະ ແລະ ກວດກາສາກົນຊັ້ນນຳຂອງ ເຢຍລະມັນ. ນອກຈາກນັ້ນ, ຜະລິດຕະພັນ ໄດ້ຖືກກວດກາ ແລະ ຕີລາຄາດ້ານຄຸນນະພາບ ໂດຍກົມຮັກສາຄວາມປອດໄພດ້ານສະບຽງອາຫານ, ສະຖາບັນ ທົດສອບຢາ ສູນກາງ, ອົງການ FDA ອາເມລິກາ ແລະ ອົງການທົດສອບສາກົນ Intertek... ພ້ອມກັບອົງການຈັດຕັ້ງ ທີ່ມີຊື່ສຽງອື່ນໆ.

 
ຜະລິດຕະພັນກະທຽມ ກິມເກືອງ ດົງອ໋າ. ພາບ: ແທງຢາງ/VNP

ກະທຽມ ກິມເກືອງ ດົງອ໋າ ແມ່ນຜະລິດຢູ່ໃນສະພາບແວດລ້ອມທີ່ມີການຄວບຄຸມ ອາກາດທີ່ສະອາດ. ລະບົບ HVAC ທີ່ມີລະບົບກັ່ນຕອງ HEPA H13 ສາມາດກັ່ນຕອງທັງຂີ້ຝຸ່ນ ແລະ ເຊື້ອ ແບັກທີເຣັຍ, ກະທຽມ ບໍ່ປົນເປື້ອນໃນລະຫວ່າງການບົ່ມ. ນີ້ແມ່ນໜຶ່ງໃນບັນດາປັດໃຈ ສໍາຄັນທີ່ຈະຊ່ວຍໃຫ້ຜະລິດຕະພັນ ບັນລຸຄຸນນະພາບທີ່ດີທີ່ສຸດ ໂດຍບໍ່ມີການເສຍຫາຍໂດຍເຊື້ອ ແບັກທີເຣັຍ.

ລະບົບສາງ GSP ຂອງ ບໍລິສັດການຢາ ດົງອ໋າ ຖືກຈັດອັນດັບດີທີ່ສຸດ ຫວຽດນາມ ເພື່ອຊ່ວຍຮັກສາກະທຽມສົດພາຍ ຫຼັງການເກັບກ່ຽວ ບໍ່ໃຫ້ອອກງອກ ຫຼື ຕົກໂໝກ. ກະທຽມຫຼາຍພັນໂຕນ ທີ່ເກັບກູ້ໄດ້ຈາກນິຄົມຫຼາຍແຫ່ງ ຈະໄດ້ເກັບຮັກສາໃນຫ້ອງເຢັນ, ຮັກສາອຸນຫະພູມທີ່ໝັ້ນຄົງລະຫວ່າງ -3 ຫາ 0 ອົງສາເຊ ແລະ ບໍ່ໃຊ້ສານກັນບູດໃດໆ.

ປັດຈຸ​ບັນ, ​ເພື່ອ​ໃຫ້​ມີ​ການ​ພົວພັນ​ລະຫວ່າງ​ຜູ້​ບໍລິ​ໂພ​ກ ​ແລະ ຜະລິດ​ຕະພັນ, ​ໂຮງງານຜະລິດ​ກະທຽມ​ ກິມເກືອງ ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ ໄດ້​ຈັດ​ຫຼາຍທົວທ່ອງ​ທ່ຽວ​ ໄປຍັງໂຮງງານຜະລິດກະທຽມດຳ ເພື່ອຊ່ວຍ​ໃຫ້​ຜູ້​ບໍລິ​ໂພ​ກ ມີໂອກາດໄດ້ສຳ​ພັດຕົວຈິງ ​ກັບ​ບັນດາຂັ້ນຕອນການຜະລິດກະທຽມ​ດຳ​ ຕາມ​ມາດຕະຖານ​ເຕັກໂນໂລຊີ ​ຍີ່ປຸ່ນ.

ໂຮງງານຜະລິດກະທຽມ ກິມເກືອງ ດົງອ໋າ ພວມສົ່ງອອກກະທຽມດຳໄປຍັງ ສ.ເກົາຫຼີ, ສ. ອາເມລິກາ, ເຢຍລະມັນ, ອັງກິດ, ອົດສະຕຣາລີ, ຍີ່ປຸ່ນ… ແລະ ສະໜອງວັດຖຸດິບ ກະທຽມດຳ ໃຫ້ບັນດາໂຮງງານຜະລິດຢາ ຢູ່ ຫວຽດນາມ.

ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ


Top