World Vision ກັບຂໍ້ລິເລີ່ມໂພຊະນາການທີ່ພຽງພໍ
ມີໜ້າຢູ່ ຫວຽດນາມ ແຕ່ປີ 1988, ອົງການ ມູນນິທິ ສຸພານິມິດ (World Vision International) ໄດ້ປະກອບສ່ວນຫຼາຍຢ່າງເພື່ອສະໜັບສະໜູນລັດຖະບານໃນຂົງເຂດຊຸກຍູ້ ແລະ ຮັບປະກັນສະຫວັດດີການເດັກ. ປີ 2024, ອົງການ ມູນນິທິ ສຸພານິ ມິດ ໄດ້ມີການສົມທົບກັບສະຖາບັນໂພຊະນາການແຫ່ງຊາດ ຜັນຂະຫຍາຍຂໍ້ລິເລີ່ມກ່ຽວກັບໂພຊະນາການທີ່ພຽງພໍ, ປະກອບສ່ວນເຂົ້າໃນການພັດທະນາດ້ານສະຕິປັນຍາ, ຮ່າງກາຍ ແລະ ຈິດວິນຍານຂອງເດັກນ້ອຍຫວຽດນາມ ຢ່າງຮັດກຸມ.
ໃນຊຸມປີມໍ່ໆມານີ້, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງໃນບັນດາຄວາມພະຍາຍາມຫຼຸດຜ່ອນອັດຕາເດັກນ້ອຍຂາດສານອາຫານ, ຈາກ 29,3% (ປີ 2010) ລົງເຫຼືອ 19,6% (ປີ 2020). ເຖິງຢ່າງໃດກໍຕາມ, ຫວຽດນາມ ຍັງປະເຊີນໜ້າກັບດ້ານໂພຊະນາການຂອງເດັກເປັນສອງເທົ່າ, ນັ້ນແມ່ນອັດຕາການຂາດສານອາຫານຂອງເດັກຢູ່ເຂດພູດອຍ,ເຂດຊົນເຜົ່າສ່ວນໜ້ອຍຍັງຢູ່ໃນລະດັບສູງ (ເຂດໄຕງວຽນແລະເຂດພູດອຍພາກເໜືອ ຕາມລໍາດັບ29,8% ແລະ 27,1%), ເດັກນໍ້າໜັກເກີນ ແລະໂລກອ້ວນໃນເດັກອາຍຸຕ່ໍາກວ່າ 5 ປີ ຢູ່ຕົວເມືອງແລະຊົນນະບົດ, ການຂາດສານອາຫານໃນຫຼາຍເຂດຢູ່ທົ່ວປະເທດ. ນອກຈາກນັ້ນ, ການປ່ຽນແປງຂອງສະພາບດິນຟ້າອາກາດ ມີຄວາມຊັບຊ້ອນຍິ່ງຂຶ້ນ, ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງຄົວເຮືອນ, ເຊິ່ງເປັນໜຶ່ງໃນບັນດາສິ່ງທ້າທາຍທີ່ຂັດຂວາງຄວາມພະຍາຍາມໃນການປັບປຸງສະພາບໂພຊະນາການຂອງເດັກນ້ອຍ.
ດັ່ງນັ້ນ, ຂໍ້ລິເລີ່ມດ້ານໂພຊະນາການທີ່ພຽງພໍຂອງອົງການມູນິທິສຸພານິມິດ ດ້ວຍເປົ້າໝາຍຮັບປະກັນໃຫ້ເດັກນ້ອຍທຸກຄົນໄດ້ຮັບອາຫານທີ່ມີທາດບໍາລຸງຢ່າງພຽງພໍ ໃນການຈະເລີນເຕີບໂຕ, ມີສຸຂະພາບດີ, ຫຼຸດຜ່ອນພາລະຂອງພະຍາດ, ປັບປຸງຄວາມສູງ, ກໍາລັງກາຍ ແລະສະຕິປັນຍາຂອງຊາວຫວຽດນາມ ອີກດ້ວຍ.
ທ່ານ DosebaTuaSinay, ຫົວໜ້າຜູ້ຕາງໜ້າອົງການ World Vision International ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ເພື່ອການປະຕິບັດຢ່າງມີປະສິດທິຜົນ, ພວກຂ້າພະເຈົ້າຮຽກຮ້ອງບັນດາອົງການສາກົນ, ຄູ່ຮ່ວມມືພັດທະນາ, ວິສາຫະກິດ ວາງແຜນ ແລະ ແບ່ງປັນ ຊັບພະຍາກອນຢ່າງເໝາະສົມໃຫ້ແກ່ບັນດາການເຄື່ອນໄຫວດ້ານໂພຊະນາການທີ່ຈຳເປັນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຈາກການຮ່ວມແຮງຮ່ວມໃຈ, ພວກເຮົາສາມາດຢຸດຕິການຂາດສານອາຫານຂອງເດັກຢູ່ ຫວຽດນາມ, ສ້າງການປ່ຽນແປງໃນແງ່ດີ, ຮັບປະກັນໃຫ້ເດັກທຸກຄົນສາມາດໄດ້ໃຊ້ຊີວິດທີ່ມີຄວາມໝາຍຢ່າງຄົບຖ້ວນ.”
ບັນດາກິດຈະກຳຫຼັກຂອງຂໍ້ລິເລີ່ມດ້ານໂພຊະນາການທີ່ພຽງພໍປະກອບມີ: ປັບປຸງ ແລະ ເສີມສ້າງແຫຼ່ງອາຫານທີ່ມີທາດບຳລຸງ ແລະ ສຸຂະພາບດີໃຫ້ແກ່ເດັກນ້ອຍ ໂດຍຜ່ານກິດຈະກຳປັບປຸງຊີວິດການເປັນຢູ່, ປະກອບສ່ວນຮັບປະກັນໂພຊະນາການໃຫ້ແກ່ບັນດາຄອບຄົວທີ່ມີເດັກນ້ອຍ; ປັບປຸງການປະຕິບັດການດູແລດ້ານໂພຊະນາການສໍາລັບຜູ້ເບິ່ງແຍງເດັກໂດຍຜ່ານກິດຈະກໍາສື່ມວນຊົນສັງຄົມແລະການປຶກສາຫາລືຊຸມຊົນ; ຈັດຕັ້ງບັນດາເວທີປາໄສແບ່ງປັນການປະຕິບັດທີ່ດີ, ບົດຮຽນ, ຫຼັກຖານ, ຂໍ້ສະເໜີແນະເພື່ອຊຸກຍູ້ການຜັນຂະຫຍາຍບັນດານະໂຍບາຍຂອງລັດຖະບານຫວຽດນາມ ກ່ຽວກັບໂພຊະນາການ ແລະ ຄວາມອ່ອນໄຫວດ້ານໂພຊະນາການ; ລະດົມການເຂົ້າຮ່ວມ ແລະ ການປະກອບສ່ວນດ້ານຊັບພະຍາກອນຂອງຝ່າຍທີ່ກ່ຽວຂ້ອງ, ໃນນັ້ນມີບັນດາຜູ້ອຸປະຖຳ, ບັນດາອົງການບໍ່ຂຶ້ນກັບລັດຖະບານທ້ອງຖິ່ນ ແລະ ສາກົນ, ບັນດາອົງການສາກົນ, ປະຊາຄົມ ແລະ ລັດຖະບານ ຫວຽດນາມ ໃນການແກ້ໄຂບັນດາຂົງເຂດບຸລິມະສິດຂອງຂໍ້ລິເລີ່ມ.
ບັນດາການເຄື່ອນໄຫວດັ່ງກ່າວໄດ້ຮັບການຜັນຂະຫຍາຍ ຢູ່ບັນດາແຂວງຄື: ດ້ຽນບຽນ, ຫາຍຟ່ອງ, ແທງຮວາ, ກວາງຈີ້, ດ່າໜັງ, ກວາງນາມ, ກວາງຫງາຍ, ດັກນົງ, ນະຄອນໂຮ່ຈີມິນ ແລະ ມີເດັກນ້ອຍປະມານ 200.000 ຄົນຢູ່ຫວຽດນາມ ໄດ້ຮັບຜົນປະໂຫຍດໂດຍກົງຈາກໂຄງການນີ້.
ຂໍ້ລິເລີ່ມດ້ານໂພຊະນາການຢ່າງພຽງພໍໄດ້ຮັບການຜັນຂະ ຫຍາຍຢູ່ຫວຽດນາມ ດ້ວຍຄວາມໝາຍດ້ານມະນຸດສະທຳອັນສູງສົ່ງ, ມຸ່ງໄປເຖິງອະນາຄົດອັນສົດໃສຂອງເດັກນ້ອຍຫວຽດນາມ.
ບົດ: VNP/ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ