Vinpearl ນາມໂຮ້ຍອານ - ແດນສະຫວັນ ແຫ່ງການທ່ອງທ່ຽວ ຢູ່ພາກກາງ ຫວຽດນາມ

Vinpearl ນາມໂຮ້ຍອານ - ແດນສະຫວັນ ແຫ່ງການທ່ອງທ່ຽວ ຢູ່ພາກກາງ ຫວຽດນາມ

Vinpearl  ນາມໂຮ້ຍອານ ຫ່າງ​ຈາກ​ຄຸ້ມເມືອງ​ເກົ່າ​ ໂຮ້ຍອານ​ ປະມານ 15ກິ​ໂລ​ແມັດ, ​ແມ່ນ​ແດນສະຫວັນ ແຫ່ງການທ່ອງ​ທ່ຽວ​ ພັກຜ່ອນ-​ບັນ​ເທີງ ​ມີ​ສີສັນ​ວັດທະນະທຳ ​ທີ່ຫຼາກຫຼາຍ ຕາມ​ຮູບ​ແບບ “​ທັງໝົດໃນ​ໜຶ່ງ​ດຽວ” ດ້ວຍ​ຫຼາຍຮູບ​ແບບ ທີ່​ເປັນ​ເອກະລັກ ​ໜ້າຫຼົງ ໄຫຼ ​ແລະ ກຳລັງລໍຖ້າ ນັກທ່ອງທ່ຽວ ເພື່ອຕອບສະໜອງ ທຸກຄວາມ ຮູ້ສຶກ ໃນການເດີນທາງ ກັບຄືນສູ່ ເຂດພາກກາງ ໃນໄລຍະ “ຫຼັງ ການລະບາດ”. 

1. ກ່ອນອື່ນຕ້ອງກ່າວເຖິງ ເຂດພັກຜ່ອນ ເພື່ອສຸຂະພາບ ລະດັບ 5 ດາວ Vinpearl Resort & Golf  ນາມໂຮ້ຍອານ ຕັ້ງຢູ່ ແຄມ ຝັ່ງທະ ເລ ບິ່ງມິງ ທີ່ສວຍງາມ ແລະ ສາຍລົມພັດຕະຫຼອດເວລາ. ດ້ວຍ​ຮູບ​ຊົງ ຂອງ​ໃບເຮືອສະເພົາ​ ​​ມີສີສັນ ເມດິເຕີເຣນຽນ, ເຂດພັກຜ່ອນ ເພື່ອສຸຂະພາບດັ່ງກ່າວ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກຸ່ມທ່ອງ​ທ່ຽວ ແລະ ພັກ ຜ່ອນເພື່ອສຸຂະພາບ​ທີ່​ປະ​ທັບ​ໃຈ​ ຂອງ Vinpearl ຢູ່​ ນາມໂຮ້ຍ ອານ. ຢູ່ທີ່ນີ້, ນັກທ່ອງທ່ຽວ ຈະໄດ້ ພັກຜ່ອນ ຢູ່ໃນເຮືອນວິນລາ ຫັນໜ້າສູ່ ທະເລ ທີ່ສວຍງາມ ທ່າມກາງບັນຍາກາດສ່ວນຕົວ ເພື່ອ ສາມາດ ເຈືອຈານເຂົ້າກັບ ທຳມະຊາດ ຂອງ ທະເລ ແລະ ອາບນໍ້າຢູ່ ສະລອຍນໍ້າ ຮູບຫອຍກີ້ ກວ້າງ 2.300 ແມັດ ແກ່ຍາວໄປຫາ ຫາດ ຊາຍຂາວ ແລະ ເພີດເພີນ ໄປກັບບັນດາລາຍການອາຫານທີ່ແຊບໆ ສະເພາະ ຂອງທ້ອງຖິ່ນ ຫຼື ຄອ໋ກເທນ ຫຼາຍຊະນິດ ທີ່ເຮັດໂດຍ ຜູ້ ປຸງແຕ່ງຊັ້ນນໍາ. ຢູ່ທີ່ນີ້, ຜູ້ມັກຫຼິ້ນກິລາ ຕີກ໊ອຟ ຈະບໍ່ພາດໂອກາດ ປະລອງກຳລັງຢູ່ ສະໜາມກອຟ 18 ຂຸມ ຕັ້ງຢູ່ລະຫວ່າງບັນດາ ດອນຊາຍ ທີ່ຄົດລ້ຽວ ສວຍງາມ ມີຄວາມສູງແຕກຕ່າງກັນແຕ່ 4-11 ແມັດ.

 

2. ຂ້າງ Vinpearl Resort & Golf  ນາມໂຮ້ຍອານ ແມ່ນກຸ່ມ ສະ ຖານທີ່ບັນເທີງ VinWonders ນາມໂຮ້ຍອານ- ຈຸດໝາຍປາຍທາງ ທີ່ເໝາະສຳລັບ ທຸກເພດທຸກໄວ. ນີ້ເປັນສະຖານທີ່ບັນເທີງ ແລະ ຜ່ານປະສົບການຕົວຈິງ ລະດັບຊັ້ນນຳ ມີເນື້ອທີ່ກວ່າ 63.000 2, ແບ່ງ ອອກເປັນ 6 ເຂດປະກອບມີ: ເຂດທ່າເຮືອ, ເຂດ river safari, ເຂດ ສວນນ້ຳ ສາທາລະນະ, ເຂດເກາະວັດທະນະທຳ ພື້ນເມືອງ, ເຂດ ເກມ ຜະຈົນໄພ ຢູ່ກາງແຈ້ງ ແລະ ເຂດຫຼິ້ນເກມ ຢູ່ພາຍໃນເຮືອນ. ຢູ່​ທີ່​ນີ້, ນັກ​ທ່ອງ​ທ່ຽວ​ ຈະໄດ້ຄົ້ນພົບບັນຍາກາດ ກັບ​ສະຖາປັດຕະຍະກຳ​ ທີ່ເຂັ້ມຄົ້ນໄປ​ດ້ວຍ​ສີສັນ​ວັດທະນະທຳ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ, ຢ້ຽມຢາມ​ໝູ່​ບ້ານ​ຫັດຖະກຳ​ພື້ນ​ເມືອງ ແລະ ​ເຮັດ​ເຄື່ອງ​ຫັດຖະກຳ​ ທີ່​ສວຍ​ງາມ​ດ້ວຍ​ຕົນ​ເອງ, ​​ຮັບ​ປະທານ ບັນດາ ລາຍການອາຫານທີ່ແຊບໆ ຂອງທ້ອງຖິ່ນ, ຊົມລາຍການສະແດງ ສິິລະປະ, ສຳຜັດກັບບັນດາການຫຼິ້ນໃນສວນນໍ້າສາທາລະນະ ຫຼື ໃນໂລກ ຂອງຮູບເງົາທີ່ໂຮງ ສີເນມາ 4D ແລະ ການຫຼິ້ນເຕັກໂນໂລຊີ ທີ່ທັນສະໄໝ...

 

3. ຕັ້ງຢູ່ໃນບໍລິເວນພື້ນທີ່ ຂອງ Vinpearl Resort & Golf  ນາມ ໂຮ້ຍອານ ຍັງມີເຂດ River Safari - ສວນສາທາລະນະ ເບິ່ງແຍງ, ອະນຸລັກຮັກສາສັດເຄິ່ງທຳມະຊາດ ເທິງແມ່ນຳ້ ແຫ່ງທຳອິດ ແລະ ໃຫຍ່ທີ່ສຸດ ຫວຽດນາມ. ບໍ່ຈໍາເປັນ ຕ້ອງໄປ ອາຟຣິກກາ ຫຼື ດິນແດນຫ່າງໄກ, ຢູ່ທີ່ River Safari, ນັກ ທ່ອງທ່ຽວສາມາດ ຂີ່່ເຮືອ ຢູ່ເທິງແມ່ນ້ໍາ Amazon ຈໍາລອງ ເພື່ອຊົມ ທິວທັດ, ໄດ້ເຫັນກັບຕາ ຄວາມງາມ ຂອງນົກ ແລະ ສັດທີ່ມີຄ່າຫາ ຍາກຫຼາຍຊະນິດເຊັ່ນ: ຫ່ານຟ້າ, ຟຣາມິງໂກ, ຊ້າງ, ສິງໂຕ, ໝີມ້າ, ເສືອ Bengal ແລະ ອື່ນໆ...

ພາບລວມຂອງເຂດບັນເທີງ VinWonders ນາມໂຮ້ຍອານ.  ພາບ: Vinpearl

ເພື່ອ​ປັບຕົວ ເຂົ້າກັບ​ຂະ​ບວນການ ​ເປີດ​ການທ່ອງທ່ຽວ​ຮອບດ້ານ, VinWonderrs ນາມໂຮ້ຍອານ ໄດ້​ເປີດ​ລາຍການ​ໂປຣແກມ ປະສົບ 3 ​ໃນ 1 “ຄືນ​ແຫ່ງ​ການ​ຫວນກັບ” ສົມທົບ​ກັບ​ການສະ​ແດງ​ ວັດທະນະ ທຳ​ ພື້ນ​ເມືອງ, ການ​ແລກປ່ຽນ​ອາຫານ​ ຢູ່​ຕະຫຼາດ​ຊົນນະບົດ. ນອກຈາກ​ນັ້ນ, Vinpearl ຍັງ​ຈະ​ຊຸກຍູ້​ໂຄງການ​ຮ່ວມ​ມື​ຍຸດ​ທະ​ສາດ ​ກັບ​ບັນດາ​ຄູ່​ຮ່ວມ​ມື​ການບິນ ​ເພື່ອ​ສ້າງ​ພັນທະ​ມິດ “ຣີສອດ-ການບິນ-ບໍລິການ-ທ່ອງ​ທ່ຽວ” ທີ່​ເຂັ້ມ​ແຂງ, ຕອບສະໜອງ ບັນດາ​ຖ້ຽວ​ບິນ​ເຕັມ​ເວລາ ​ແລະ ຖ້ຽວບິນ ການ​ຄ້າ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ນຳ​ນັກ​ທ່ອງ​ທ່ຽວ​ໄປເຖິງ ສະຖານທີ່​ທ່ອງ​ທ່ຽວຫຼາຍແຫ່ງ​ ທີ່​ມີ​ຊື່​ສຽງ ແນໃສ່ ສຳ ຜັດກັບລະບົບຕ່ອງໂສ້ ການບໍລິການຊັ້ນສູງ ຄົບວົງຈອນ ແລະ ຮັບປະກັນຄວາມປອດໄພ.

ບົດ: ແທງຮ່ວາ - ພາບ: ແທງຮ່ວາ, ຮ່ວາງຮ່າ, ເຕິດເຊີນ, ເອກະສານ ຂອງ Vinpearlເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ


Top