Vinfast- ເຂົ້າເຖິງຕະຫຼາດລົດໄຟຟ້າທົ່ວໂລກ

Vinfast- ເຂົ້າເຖິງຕະຫຼາດລົດໄຟຟ້າທົ່ວໂລກ

ການສະແດງຕົວແບບລົດໄຟຟ້າຢູ່ Los Angeles Auto Show 2021. ພາບ: Vinfast

ເຕັກ​ໂນ​ໂລ​ຊີ​ຈະ​ກາຍ​ເປັນ​ພື້ນ​ຖານ​ທີ່​ເຂັ້ມ​ແຂງ​ແລະ​ເປັນ​ເຄື່ອງ​ມື​ສໍາ​ລັບ​ພວກ​ເຮົາ​ໃນ​ການ​ເຊື່ອມ​ຕໍ່​ກັບ​ທໍາ​ມະ​ຊາດ​ແບບ​ຍືນ​ຍົງ. ຈຸດໝາຍປາຍທາງຂອງພວກເຮົາແມ່ນອະນາຄົດອັນສວຍງາມຂອງທຸກໆຄົນ” - ຄໍາແນະນໍາຍັງເປັນການຢືນຢັນວິໄສທັດ ແລະ ຄວາມມຸ່ງມາດປາດຖະໜາຂອງ Vinfast, ບໍລິສັດລົດໄຟຟ້າ ໜຶ່ງດຽວຂອງຫວຽດນາມ ໃນພິທີເປີດຕົວລົດໃຫຍ່ໄຟຟ້າ 3ລຸ້ນ ທີ່Los Angeles Auto Show 2021.

1. ຫຼັງຈາກພິທີເປີດຕົວລົດໄຟຟ້າສອງລຸ້ນ VF e35 ແລະ VF e36 ທີ່ Los Angeles Auto Show 2021, ສື່ມວນຊົນສາກົນ ແລະ ວາລະສານທີ່ມີຊື່ສຽງກ່ຽວກັບ ລົດໃຫຍ່ ໄດ້ພ້ອມກັນລົງບົດກ່ຽວກັບ “ຜູ້ມາໃໝ່ Vinfast”, ດ້ວຍການວິເຄາະ ແລະ ກ່າວວ່າ “ມັນຈະເປັນການຜິດພາດຖ້າດູຖຸກຜູ້ມາໃໝ່”.

ໜັງສືພິມຫຼາຍສະບັບ ຍັງໃຫ້ຄວາມເຫັນວ່າ Vinfast ສາມາດສ້າງ ແຮງ “ກະຕຸກຊຸກຍູ້ທົ່ວໂລກ” ກ່ຽວກັບລົດໃຫຍ່ໄຟຟ້າ ແລະ ສຸດທ້າຍສາມາດກາຍເປັນຜູ້ບຸກເບີກໃນຕະຫຼາດລົດໄຟຟ້າ.

ນັກຂຽນ David Waterworth ຂອງ The Driven - ເວັບໄຊລົດໃຫຍ່ທີ່ມີຊື່ສຽງຂອງ ອົດສະຕຣາລີ ໄດ້ຊີ້ໃຫ້ເຫັນຄວາມແຕກຕ່າງທີ່ແທ້ຈິງທີ່ Vinfast ສ້າງຂຶ້ນເມື່ອທຽບໃສ່ກັບຄູ່ແຂ່ງທີ່ສໍາຄັນໃນຕະຫຼາດ.

 

ພິທີເປີດຕົວລົດໄຟຟ້າ 2 ລຸ້ນ VF e35 ແລະ VF e36 ທີ່ Los Angeles Auto Show 2021. ພາບ: Vinfast

ຄວາມແຕກຕ່າງທໍາອິດແມ່ນເຕັກໂນໂລຢີສະຫຼາດ. ຕາມ​ຂ່າວ​ແຈ້ງວ່າບໍລິສັດ​ລົດ​ຍົນ​ຂອງ​ ຫວຽດນາມ​ ພວມ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ທົ່ວ​ໂລກເຊັ່ນ:StoreDotຂອງ ອິດສະຣາ​ແອນ ເພື່ອຖື​ເຕັກ​ໂນ​ໂລ​ຊີ​ສາກ​ໄຟ​ໄວ, ProLogium ເພື່ອຄົ້ນຄວ້າ ​ແລະ ຜະລິດ​ໝໍ້​ໄຟ​ແຂງ, ມີ​ທ່າ​ໄດ້​ປຽບ​ຫຼາຍ​ຢ່າງ​ເມື່ອ​ທຽບ​ໃສ່​ກັບໝໍໍ້ໄຟ lithium-ion ທໍາມະດາ.

AutoFutures - ເວັບໄຊສາກົນ ກ່ຽວກັບລົດໃຫຍ່ ຂອງ ອັງກິດ ໄດ້ກ່າວເຖິງທິດສະດີຖືລູກຄ້າເປັນໃຈກາງຂອງ VinFast ໃນອຸປະກອນເຕັກໂນໂລຢີທີ່ກ້າວໜ້າທີ່ສຸດຂອງບໍລິສັດດັ່ງກ່າວ. AutoFutures ເອົາຕົວຢ່າງກ່ຽວກັບຜູ້ຊ່ວຍvirtual ຂອງ VinFast ທີ່ມີຄວາມສາມາດເຂົ້າໃຈຫຼາຍພາສາພ້ອມໆກັນເຊັ່ນ: ອັງກິດ, ຝຣັ່ງ, ເຢຍລະມັນ, ແອັດສະປາຍ, ໂຮນລັງ ແລະ ຫວຽດນາມ. ຜູ້ຊ່ວຍ virtualນີ້ບໍ່ພຽງແຕ່ສາມາດຊ່ວຍໃຫ້ຜູ້ໃຊ້ຊອກຫາຂໍ້ມູນເທົ່ານັ້ນ, ແຕ່ຍັງຊ່ວຍປັບແຕ່ງປະສົບການຕາມຄວາມມັກ ແລະນິໄສຂອງເຈົ້າຂອງລົດອີກດ້ວຍ - ເຊິ່ງ AutoFutures ເວົ້າວ່າ “ໜ້າສົນໃຈຫຼາຍ”.

 

 

ຢ່າງໃດກໍຕາມ, ຕາມ AutoFutures ແລ້ວແມ່ນມີຄວາມຄາດຫວັງຫຼາຍກວ່ານັ້ນ. ລົດໄຟຟ້າຂອງ VinFast ໄດ້ຕິດຕັ້ງລະບົບຊ່ວຍຜູ້ຂັບຂີ່ (ADAS) ດ້ວຍຫຼາຍລັກສະນະທັນສະໄໝທີ່ສຸດເຊັ່ນ: ການຊ່ວຍຮັກສາເສັ້ນທາງ, ການຫຼີກລ່ຽງການຕໍາກັນ ແລະ ການຕິດຕາມຜູ້ຂັບຂີ່... ນີ້ແມ່ນຜົນຂອງຂະບວນການຮ່ວມມືກັບບັນດາຄູ່ຮ່ວມມືຊັ້ນນໍາໃນຂະແໜງການ, ສົມທົບກັບສະຖາບັນເຕັກໂນໂລຢີຂະໜາດໃຫຍ່ໃນລະບົບຂອງ Vingroup ເຊັ່ນ: VinBigdata, VinAI, VinSmart...

ດ້ວຍຄວາມແຕກຕ່າງເຫຼົ່ານີ້, VinFast ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ຊ່ຽວຊານສາກົນເພື່ອແຂ່ງຂັນ ກັບບັນດາວິສາຫະກິດລາຍໃຫຍ່ໃນຕະຫຼາດທີ່ຫຍຸ້ງຍາກທີ່ສຸດຄື ສ ອາເມລິກາ.

2. ປີ 2017,ຢູ່ ຫາຍ​ຟ່ອງ - ນະຄອນທີ່ມີທ່າ​ກຳ​ປັ່ນ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ,ຂະແໜງອຸດສາຫະກຳ​ລົດໃຫຍ່​ຂອງ​ໂລກ​ໄດ້​ເຫັນ​ສິ່ງ​ມະຫັດສະຈັນ,​​ຈາກ​ໜອງ​ນໍ້າ, ​ໃຊ້​ເວລາ​ພຽງ 21ເດືອນ, Vinfast ໄດ້ກໍ່​ສ້າງ​ໂຮງງານຜະລິດ​ລົດໃຫຍ່​ລະດັບ​ໂລກ ​ແລະ ​ເປີດ​ຕົວ3ລຸ້ນ​ທໍາ​ອິດ​.

ນີ້ຖືວ່າເປັນຄວາມໄວທີ່ໜ້າປະຫຼາດໃຈທີ່ຫາຍາກສໍາລັບຂະແໜງລົດໃຫຍ່ຂອງໂລກ.

 

 ໂຮງງານປະກອບໄດ້ນໍາໃຊ້ ເຕັກໂນໂລຊີສູງ, ຜະລິດ ບັນດາລົດ​ໄຟ​ຟ້າ Vinfast ທີ່ສົມບູນແບບ. ພາບ: Vinfast

Vinfast ມີ​ໂຮງງານ​ຜະລິດສິ້ນສ່ວນ ແບບອັດ​ຕະ​ໂນ​ມັດ​ 100%, ມີຂະໜາດໃຫຍ່​ສຸດ​ໃນອາ​ຊີ​ຕາ​ເວັນ​ອອກ​ສຽ່ງ​ໃຕ້​; ໂຮງງານເຊື່ອມຈອດທີ່ທັນສະໄໝ,ແບບອັດຕະໂນມັດ 100%, ມີຫຸ່ນຍົນ ABB 1.200 ໂຕ; ໂຮງງານພົ່ນສີທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ, ພ້ອມກັບເຕັກໂນໂລຍີການພົ່ນສີໄຟຟ້າ Rodip ທີ່ທັນສະໄໝ; ໂຮງງານຜະລິດ ​ມໍ​ເຕີ​ໄຟ​ຟ້າ​ ເຊິ່ງນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ກ້າວ​ໜ້າ​ຂອງ​ໂລກ​, ສ້າງ​ມໍ​ເຕີ​ທີ່​ມີ​ປະ​ສິດ​ທິ​ພາບ​ດີ​ເດັ່ນ​; ໂຮງງານ​ຊ່ວຍ​ຕື່ມໃຫ້ແກ່ການຜະລິດ​ມີ 3 ຕ່ອງໂສ້​ການ​ຜະ​ລິດ​ທີ່​ທັນ​ສະ​ໄໝ​; ໂຮງງານປະກອບໄດ້ນໍາໃຊ້ ເຕັກໂນໂລຊີສູງ, ຜະລິດອອກມາລົດໃຫຍ່ຫຼາຍຄັນທີ່ສົມບູນແບບ. ໂຮງງານຜະລິດ ແບດເຕີລີ່ ແລະສະຖານີສາກໄຟແມ່ນພື້ນທີ່ຫຼັກສໍາລັບການຜະລິດລົດໄຟຟ້າຂອງ Vinfast.

ພື້ນທີ່ກວດກາສະພາບລົດ, ຮັບປະກັນວ່າ ລົດແຕ່ລະຄັນທີ່ຜະລິດອອກມາ ລ້ວນແຕ່ບັນລຸໄດ້ມາດຕະຖານ ດ້ວຍຄຸນນະພາບສູງສຸດ. ຕາມ​ນັ້ນ​ແລ້ວ, ລົດ​ໄຟຟ້າ​ສະຫຼາດ Vinfast ຫຼາຍ​ລ້ານ​ຄັນ​ຈະ​ເລີ່​ມອອກ​ເດີນທາງ​ຈາກ​ທີ່​ນີ້, ​ເພື່ອ​ນຳ​ຄວາມ​ປອດ​ໄພ, ຄວາມ​ສະດວກ ສະບາຍ ​ແລະ ຄວາມ​ສຸກ​ໃຫ້​ແກ່​ລູກ​ຄ້າ​ໃນທົ່ວ​ໂລກ.

ການທີ Vinfast ເລືອກຂ້າມ​ມະຫາ​ສະໝຸດ​ໄປ​ຍັງ​ສ ອາ​ເມ​ລິ​ກາ, ຕາມ​ຄວາມ​ເຫັນ​ຂອງ​ທ່ານ Sandy Fitzpatrick, ນັກວິ​ເຄາະ​ຊັ້ນສູງເຫັນວ່າ ປັດຈຸ​ບັນ​ແມ່ນ​ເວລາທີ່​ເໝາະ​ສົມ​ຂອງ Vinfast ​ເພາະວ່າ ສ ອາ​ເມ​ລິ​ກາ ​ພວມ​ລົງທຶນ​ຢ່າງ​ໃຫຍ່​ຫຼວງ​ທາງ​ດ້ານ​ພື້ນຖານ​ໂຄງ​ລ່າງ ແລະ ນະ​ໂຍບາຍ​​ໃຫ້ແກ່ລົດໄຟຟ້າ, ​ໂດຍ​ສະ​ເພາະ​ແມ່ນແຜນການ 174 ຕື້ໂດລາສະຫະລັດ ເພື່ອຈະສ້າງການປະຕິວັດສີຂຽວໃນ ສ ອາເມລິກາ. ຕະຫຼາດຂະໜາດໃຫຍ່ເປັນສິ່ງທີ່ໄດ້ເນັ້ນໜັກໂດຍຜູ້ຊ່ຽວຊານ, ເພາະວ່າ ລົດໄຟຟ້າພຽງແຕ່ກວມເອົາ 3% ຂອງການຂາຍລົດໃຫຍ່ ຢູ່ ອາເມລິກາ ໃນເຄິ່ງປີທໍາອິດຂອງປີ 2021, ໃນຂະນະນັ້ນ ຢູ່ ເອີຣົບ ແມ່ນ 15% ແລະ ໃນ ສປ ຈີນ ແມ່ນ 12%.

 

ໂຮງງານຜະລິດ ແບດເຕີລີ່ ແລະສະຖານີສາກໄຟ ແມ່ນ ພື້ນທີ່ຫຼັກສໍາລັບການຜະລິດລົດໄຟຟ້າຂອງ Vinfast.ພາບ: Vinfast

ສຸພາສິດ ​ຫວຽດນາມ ມີຄຳວ່າ ​ເພື່ອ​ຈະ​ປະສົບ​ຜົນສຳ​ເລັດ​ແມ່ນ​ຕ້ອງ “ດິນຟ້າອາກາດອຳນວຍ, ພູມີປະເທດສະດວກ, ​ປະຊາຊົນພ້ອມໃຈ”, ​ແລ້ວ​ນີ້​ ພວມເປັນໄລຍະເວລາ “ດິນຟ້າອາກາດອຳນວຍ” ຂອງ Vinfast. ສອງ​ປັດ​ໄຈ “ພູມີປະເທດສະດວກ, ​ປະຊາຊົນພ້ອມໃຈ” ໄດ້​ Vingroup ກະ​ກຽມ​ຢ່າງຄົບຖ້ວນ. ຕາມ​ການ​ຢືນຢັນ​ຂອງ​ທ່ານ Michael Lohscheler, ຜູ້ອຳນວຍການ​ໃຫຍ່ VinFast ໂລກ, ສ ອາ​ເມ​ລິ​ກາ ​ແມ່ນ​ສະຖານ​ທີ່​ເໝາະ​ສົມ​ທີ່​ສຸດ​ເພື່ອ​ໃຫ້ VinFast ມີ​ທີ່ຢືນຢ່າງໝັ້ນຄົງ ຢູ່​ຕະຫຼາດ​ໂລກ.

ເໜືອສິ່ງອື່ນໃດ Vinfast​ ໄດ້​ຮັບ​ຮູ້​ເຖິງຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຊາວ ຫວຽດນາມ ​ໃນ​ການ​ຜະລິດ​ບັນດາ​ຜະລິດ​ຕະພັນ​ລະດັບ​ໂລກ, ​ແມ່ນ​ສັນຍາ​ລັກ​ແຫ່ງ​ຄວາມ​ມານະ​ພະຍາຍາມ​ຍາດ​ແຍ່ງ​ຄວາມ​ກ້າວໜ້າ​ດ້ານ​ເຕັກ​ໂນ​ໂລ​ຊີ​, ເຕັກໂນໂລຊີລະດັບສູງ​ຂອງ​ຊາວ ຫວຽດນາມ ​ໃນ​ຫຼາຍ​ລຸ້ນຄົນ. ດ້ວຍ​ຄວາມ​ໝາຍ​ນັ້ນ, ລົດ​ໄຟ​ຟ້າ Vinfast ສົມ​ເປັນ​ຜະລິດ​ຕະພັນ​ທີ່​ຕາງໜ້າ​ໃຫ້​​ຄຸນຄ່າ, ສະຕິ​ປັນຍາ ​ແລະ ຄວາມ​ກ້າຫານ​ຂອງ​ ຫວຽດນາມ ​ກ້າວອອກສູ່ໂລກ. 

 

 ບົດ: ຖາວວີ - ພາບ: Vinfast- ແປໂດຍ: ຢືຟຽນ


Top