Traphaco - ຍີ່ຫໍ້ ທີ່ນຳເອົາສະໝຸນໄພ ຫວຽດນາມ ກ້າວໄກ ສູ່ໂລກ ພາຍນອກ
ດ້ວຍການປະສົມປະສານ ລະຫວ່າງ ສິ່ງຍອດຍິ່ງ ຂອງ ການແພດພື້ນເມືອງ ກັບ ເຕັກໂນໂລຊີ ທີ່ທັນສະໄໝ ແລະ ຍຸດທະສາດ ການພັດທະນາແບບຍືນຍົງ, Traphaco ໄດ້ນຳເອົາ ສະໝຸນໄພ ຫວຽດນາມ ກາຍເປັນພື້ນຖານ ໃນການ ສ້າງຍີ່ຫໍ້ ຢາປົວພະຍາດ ທີ່ຊົງອິດທິພົນ, ຄ່ອຍໆ ຢັ້ງຢືນທີ່ຕັ້ງ ຂອງຕົນ ຢູ່ໃນຕະຫຼາດສາກົນ.
ວັນທີ 28 ພະຈິກ 1972, ທ່າມກາງແປວໄຟສົງຄາມ, ໜ່ວຍ ຜະລິດຢາ ສັງກັດພະແນກ ສາທາລະນະສຸກ ທາງລົດໄຟ ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ ຮ່າໂນ້ຍ ໂດຍມີໜ້າທີ່ ປຸງແຕ່ງຢາ, ຜະລິດນ້ຳເຊຣອມ ແລະ ນ້ຳເກືອ ເພື່ອຮັບໃຊ້ວຽກງານ ປິ່ນປົວ ທະຫານຜູ້ໄດ້ຮັບບາດເຈັບ ແລະ ເຈັບປ່ວຍ. ຈາກພະນັກງານ 15 ຄົນໃນເບື້ອງຕົ້ນ, ຫົວໜ່ວຍດັ່ງກ່າວ ໄດ້ພັດທະນາ ກາຍເປັນບໍລິສັດຫຸ້ນສ່ວນ Traphaco, ເຊິ່ງເປັນ ວິສາຫະກິດ ທີ່ໄດ້ຮັບການຍົກຍ້ອງ ເປັນຍີ່ຫໍ້ແຫ່ງຊາດ ຫວຽດນາມ ເປັນເວລາຫຼາຍປີຕິດຕໍ່ກັນ ແລະ ແມ່ນຍີ່ຫໍ້ຢາປົວພະຍາດ ຫວຽດນາມ ພຽງໜຶ່ງດຽວ ທີ່ມີຊື່ຕິດຢູ່ໃນຈຳນວນ 25 ຍີຫໍ້ ສິນຄ້າ ອຸປະໂພກ - ບໍລິໂພກ ຊັ້ນນຳ ໂດຍວາລະສານ Forbes ຫວຽດນາມ ຈັດອັນດັບ ໃນປີ 2023.
ສິ່ງທີ່ສ້າງເອກະລັກສະເພາະຕົວ ຂອງ Traphaco ບໍ່ພຽງແຕ່ ແມ່ນ ການຂະຫຍາຍຕົວ ທາງດ້ານຂອບຂະໜາດເທົ່ານັ້ນ, ແຕ່ຍັງແມ່ນ ທິດທາງການຢຶດໝັ້ນ ຢ່າງສະເໝີຕົ້ນສະເໝີປາຍ ກັບສະໝຸນໄພ ຫວຽດນາມ. ໃນໄລຍະ ທີ່ຕະຫຼາດ ຢາປົວພະຍາດ ເຫັນການເພີ່ມຂຶ້ນ ຢ່າງແຂງແຮງ ຂອງ ຜະລິດຕະພັນນຳເຂົ້າ ຈາກຕ່າງປະເທດ, ວິສາຫະກິດແຫ່ງນີ້ ໄດ້ເລືອກເອົາການຂຸດຄົ້ນຄຸນຄ່າ ຂອງການແພດພື້ນເມືອງ, ປະສົມປະສານ ກັບ ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອສ້າງ ຜະລິດຕະພັນ ທີ່ມີຄຸນນະພາບສູງ. ຜະລິດຕະພັນຕ່າງໆ ເຊັ່ນ: ຢາບຳລຸງສະໝອງ ຫຼື ຢາບຳລຸງ ຕັບ ໂບການິກ (Boganic) ໄດ້ກາຍເປັນຊື່ ທີ່ຄຸ້ນເຄີຍ ຂອງຫຼາຍຄອບຄົວ ຫວຽດນາມ, ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ຜູ້ບໍລິໂພກຫຼາຍຮຸ່ນຄົນ.
ຄຽງຄູ່ກັບ ການພັດທະນາຜະລິດຕະພັນ, Traphaco ໄດ້ເລືອກເອົາ ເສັ້ນທາງການພັດທະນາສີຂຽວ ຕັ້ງແຕ່ຕົ້ນ. ນັບແຕ່ທ້າຍຊຸມປີ 2000, ວິສາຫະກິດ ໄດ້ຜັນຂະຫຍາຍ ໂຄງການ GreenPlan ດ້ວຍຮູບແບບ ການຮ່ວມມື ລະຫວ່າງ ລັດ, ນັກວິທະຍາສາດ, ວິສາຫະກິດ ແລະ ຊາວກະສິກອນ ແນໃສ່ສ້າງ ເຂດປູກພືດສະໝຸນໄພ ທີ່ໄດ້ມາດຕະຖານ GACP-WHO. ປັດຈຸບັນ, Traphaco ໄດ້ພັດທະນາ ເຂດວັດຖຸດິບຫຼາຍກວ່າ 36.300 ເຮັກຕາ ສຳລັບພືດສະໝຸນໄພ ຫຼາຍຊະນິດ ທີ່ໄດ້ມາດຕະຖານສາກົນ, ເຮັດໃຫ້ສາມາດ ເປັນເຈົ້າການ ແຫຼ່ງວັດຖຸດິບ ທີ່ສະອາດ ແລະ ຮັບປະກັນ ຄຸນນະພາບ ນັບຕັ້ງແຕ່ຂັ້ນຕອນຂາເຂົ້າ.
ບໍ່ພຽງແຕ່ສ້າງແຫຼ່ງພືດສະໝຸນໄພ ແບບຍືນຍົງເທົ່ານັ້ນ, ຮູບແບບນີ້ ຍັງປະກອບສ່ວນປັບປຸງຊີວິດການເປັນຢູ່ ຂອງ ປະຊາຊົນ ຢູ່ຫຼາຍທ້ອງຖິ່ນອີກດ້ວຍ. ຢູ່ ລາວກາຍ, ຫຼາຍຄອບຄົວ ຊົນເຜົ່າສ່ວນໜ້ອຍ ທີ່ເຂົ້າຮ່ວມການປູກພືດ ສະໝຸນໄພ ໄດ້ມີລາຍຮັບເພີ່ມຂຶ້ນ ຈາກ 3 ຫາ 5 ເທົ່າ ເມື່ອທຽບກັບ ຮູບແບບການເຮັດການກະເສດແບບດັ້ງເດີມ, ທັງ ສ້າງວຽກເຮັດງານທຳ ແລະ ປະກອບສ່ວນ ຫຼຸດຜ່ອນ ຄວາມທຸກຍາກແບບຍືນຍົງ.
ຄວາມພະຍາຍາມເຫຼົ່ານັ້ນ ໄດ້ຊ່ວຍໃຫ້ Traphaco ກາຍເປັນ ວິສາຫະກິດ ຫວຽດນາມ ທຳອິດ ທີ່ໄດ້ເຂົ້າເປັນສະມາຊິກ ສະຫະພັນ ການຄ້າ ຊີວະພາບ ແບບມີຈະລິຍະທຳ (UEBT), ທັງໄດ້ຮັບການຍົກຍ້ອງ ຕິດໃນຈຳນວນ Top 10 ວິສາຫະກິດ ແບບຍືນຍົງ ຫວຽດນາມ ເປັນເວລາຫຼາຍປີ ແລະ ໄດ້ຮັບ ລາງວັນ ວິສາຫະກິດ ດີເດັ່ນ ແລະ ຍືນຍົງ ອາຊີ ໃນປີ 2022. ໃນປີ 2024, ວິສາຫະກິດ ຍັງຄົງ ໄດ້ຮັບລາງວັນ UN Women WEPs Awards ໃນປະເພດ ຄວາມສະເໝີພາບ ທາງເພດ ໃນທ້ອງຕະຫຼາດ, ຢັ້ງຢືນເຖິງຄຳໝັ້ນສັນຍາພັດທະນາ ແບບຍືນຍົງ ໃນທັງ 3 ດ້ານ ຄື: ເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ.
ທ່ານນາງ ດ່າວຖຸ໋ຍຮ່າ - ຜູ້ອໍານວຍການໃຫຍ່ ບໍລິສັດ ຫຸ້ນສ່ວນ Traphaco ໃຫ້ຮູ້ວ່າ ການປະຕິບັດ ຕາມບັນດາມາດຕະຖານ ສາກົນ ບໍ່ແມ່ນເພື່ອຕອບສະໜອງ ຄວາມຕ້ອງການ ສະເພາະໜ້າ ຂອງ ຕະຫຼາດເທົ່ານັ້ນ, ແຕ່ແມ່ນການເລືອກເອົາ ຍຸດທະສາດ ໃນໄລຍະຍາວ. ທ່ານນາງ ໄດ້ແບ່ງປັນວ່າ: “ເມື່ອ ສະພາບແວດລ້ອມ ທາງດ້ານກົດໝາຍ ມີການປ່ຽນແປງ, ຫຼາຍວິສາຫະກິດ ຕ້ອງໄດ້ ແລ່ນຕາມ ເພື່ອປະຕິບັດ ໃຫ້ຖືກຕ້ອງ, ແຕ່ນີ້ ແມ່ນທ່າແຮງທີ່ພິເສດ ຂອງ Traphaco. ພວກຂ້າພະເຈົ້າ ໄດ້ເຮັດຖືກຕ້ອງ ຕັ້ງແຕ່ຫົວທີ, ເຖິງແມ່ນວ່າ ໃນເວລານັ້ນ ຈະບໍ່ມີໃຜເຫັນກໍ່ຕາມ”.
ປັດຈຸບັນ, Traphaco ຍັງຄົງສືບຕໍ່ຢຶດໝັ້ນ ກັບຍຸດທະສາດ ທີ່ເອົາ ແຫຼ່ງພືດສະໝຸນໄພ ຫວຽດນາມ ເປັນພື້ນຖານ, ປະສົມປະສານ ຄວາມຮູ້ດ້ານແພດສາດພື້ນເມືອງ ກັບເຕັກໂນໂລຊີ ທີ່ທັນສະໄໝ ແລະ ການບໍລິຫານ ຈັດການ ຕາມບັນດາມາດຕະຖານສາກົນ. ທ່ານນາງ ດ່າວຖຸ໋ຍຮ່າ ຢັ້ງຢືນວ່າ: “ເສັ້ນທາງແຫ່ງການພັດທະນາ ແບບຍືນຍົງ ຂອງ ພວກຂ້າພະເຈົ້າ ແມ່ນມີຕົ້ນກຳເນີດມາຈາກ ພັນທະກິດ ໃນການປຸງແຕ່ງຢາ ເພື່ອຊ່ວຍເຫຼືອຊີວິດຜູ້ຄົນ ແລະ ໃນ ທຸກໄລຍະ ຂອງ ເສັ້ນທາງດັ່ງກ່າວ, ພວກຂ້າພະເຈົ້າ ຍາມໃດກໍ່ ນຳໃຊ້ຈິດໃຈແຫ່ງການບຸກເບີກ, ການປ່ຽນໃໝ່ ປະດິດສ້າງ ແລະການ ປະຕິບັດ ຕາມບັນດາມາດຕະຖານ ຢ່າງເຂັ້ມງວດ”.
ຈາກໜ່ວຍປຸງແຕ່ງຢາ ໃນສະໄໝສົງຄາມ ກາຍມາເປັນ ຍີ່ຫໍ້ ສິນຄ້າຢາປົວພະຍາດ ຊັ້ນນຳ, Traphaco ໄດ້ສະແດງ ໃຫ້ເຫັນວ່າ ສະໝຸນໄພ ຫວຽດນາມ ແມ່ນສາມາດ ສ້າງຖານະ ຢູ່ໃນຕະຫຼາດ ສາກົນ ໄດ້ຢ່າງສິ້ນເຊີງ ເມື່ອໄດ້ຮັບການ ພັດທະນາ ດ້ວຍວິທະຍາສາດ, ຄຸນນະພາບ ແລະ ຄວາມຮັບຜິດຊອບ ຕໍ່ຊຸມຊົນ.
ບົດ: ວີຖາວ - ພາບ: Traphaco
















