The Anam ໝຸ໊ຍແນ໋ ແດນສະຫວັນ ແຫ່ງການພັກຜ່ອນ

The Anam ໝຸ໊ຍແນ໋ ແດນສະຫວັນ ແຫ່ງການພັກຜ່ອນ

 

ຊ່ອນຕົວ ຢູ່ຕາມແຖວຕົ້ນພ້າວຂຽວ ອຸ່ມທຸ່ມ, ຣີສອດ The Anam  ໝຸ໊ຍແນ໋ ມີຮູບແບບສະຖາປັດຕະຍະກຳ ອິນດູຈີນ ທີ່ໜ້າ ປະທັບໃຈ, ບໍ່ພຽງແຕ່ ນຳມາເຊິ່ງ ຄວາມງາມ, ໂຣແມນຕິກ ແລະ ເກົ່າແກ່ ງຽບຂຶມ ເຕັມໄປດ້ວຍ ສະເໜ່ ຂອງ ອິນດູຈີນ ບູຮານ ເທົ່ານັ້ນ, ແຕ່ຍັງ ມີທັງ ຄວາມສະດວກສະບາຍ, ເປັນມືອາຊີບ ແລະ ລໍ້າຍຸກ ເຮັດໃຫ້ຜູ້ທີ່ມາໃຊ້ບໍລິການ ເພີ່ງພໍໃຈ ສະເໝີ. 

The Anam ໝຸ໊ຍແນ໋ ຕັ້ງຢູ່ຖະໜົນ ຫງວຽນດິ່ງຈຽວ, ຕາແສງ ຮ່າມຕ໋ຽນ, ນະຄອນ ຟານຖ໋ຽດ. ພາບ: ເອກະສານ The Anam ໝຸ໊ຍແນ໋ 

ຕັ້ງຢູ່ຖະໜົນ ຫງວຽນດິ່ງຈຽວ, ຕາແສງ ຮ່າມຕ໋ຽນ, ນະຄອນ ຟານ ຖ໋ຽດ, The Anam ໝຸ໊ຍແນ໋ ແມ່ນຍີ່ຫໍ້ແຫ່ງທີ 2 ຂອງ ກຸ່ມບໍລິສັດ The Anam. ໂດຍໄດ້ຮັບການອອກແບບ ຕາມສະຖາ ປັດຕະຍະກຳ ຂອງ ບັນດາຕຶກອາຄານ ຝຣັ່ງ ທີ່ ຄຼາດຊິກຢູ່ ຮ່າໂນ້ຍ, The Anam ໝຸ໊ຍແນ໋ ແມ່ນສະຖານທີ່ ເຊີດຊູສິລະປະ ສະຖາປັດຕະຍະກຳ ອິນດູຈີນ ແລະ ຄວາມງາມ ແບບບູຮານ ຂອງ ຫວຽດນາມ.

ຣີສອດ The Anam ໝຸ໊ຍແນ໋ ມີຄວາມສວຍງາມ ທີ່ແນບນຽນ ແລະ ໂຣແມນຕິກ ລວມມີ 127 ຫ້ອງ ກັບ 6 ປະເພດຫ້ອງ ຖືກຈັດລຽງ ຢູ່ໃນ ອາຄານ ຮູບໂຕ U ຫັນໜ້າອອກສູ່ ທະເລ, ສວນ, ສະລອຍນ້ໍາ ແລະ ເທດສະບານເມືອງ ໝຸ໊ຍແນ໋. ຣີສອດ ໄດ້ຮັບການກໍ່ສ້າງ ດ້ວຍຫີນ ທຳ ມະຊາດ ຈາກແຂວງ ແທງຮ໋ວາ, ເງ້ອານ ແລະ ຫຼັງຄາມຸງດ້ວຍ ຫຍ້າ ຄາ ຢູ່ທ້ອງຖິ່ນ; ປະດັບດ້ວຍ ກະເບື້ອງ mosaic, ໄຫຫີນ ຈຳປາ ຂະໜາດໃຫຍ່ ແລະ ຮູບປັ້ນ ປະດັບ. ເຄື່ອງ ເຟີນີເຈີ ເຮັດດ້ວຍໄມ້ສັກ ເອົາມາຈາກປ່າປູກ ແບບຍືນຍົງ, ຖືກແກະສະຫຼັກ ຢ່າງປານີດແນບນຽນ.

ຣີສອດ The Anam ໝຸ໊ຍແນ໋ ມີຄວາມສວຍງາມ ທີ່ແນບນຽນ ແລະ ໂຣແມນຕິກ ລວມມີ 127 ຫ້ອງ ຖືກ ຈັດລຽງ ຢູ່ໃນ ອາຄານ ຮູບໂຕ U ຫັນໜ້າອອກສູ່ ທະເລ, ສວນ, ສະລອຍນຳ້ ແລະ ເທດສະບານເມືອງ ໝຸ໊ຍແນ໋. 

ມາຍັງ ຣີສອດ The Anam ໝຸ໊ຍແນ໋, ນັກທ່ອງທ່ຽວ ສາມາດ ໄດ້ເພີດ ເພີນ ກັບການແຕ່ງກິນ ແບບຄອບຄົວ ມາແຕ່ດົນນານ ຫຼື ຜ່ານປະສົບ ການຕົວຈິງກັບ ອາຫານຢູ່ຕາມທ້ອງຖະໜົນ. ແຫຼ່ງ ອາຫານທະເລສົດ ທີ່ອຸດົມສົມບູນ ຈາກທະເລ ໝຸ໊ຍແນ໋ ພ້ອມກັບ ທັກສະ ຂອງ ພໍ່ຄົວມືອາ ຊີບ ຈະສ້າງແຮງບັນດານໃຈ ໃຫ້ ນັກທ່ອງທ່ຽວ ໃນການປະດິດແຕ່ງ ອາຫານ ທີ່ມີຄວາມຫຼາກຫຼາຍ ດ້ານລົດຊາດ ແລະ ວິທີການປຸງແຕ່ງ ທີ່ແຕກຕ່າງກັນ ເພື່ອ ກະຕຸ້ນອິນຊີທັງໝົດ ຂອງ ຜູ້ຮັບປະທານ.

ໂດຍສະເພາະ, ຮ້ານອາຫານ ຂອງ The Anam ໝຸ໊ຍແນ໋ ຈະນຳ ປະສົບການຕົວຈິງ ທີ່ໜ້າຕື່ນເຕັ້ນ ມາໃຫ້ຜູ້ຮັບປະທານ ສະເໝີ. ຕົວຢ່າງ: ຢູ່ຮ້ານອາຫານ ລ່າງຫວຽດຄ໋າມ, ນັກທ່ອງທ່ຽວ ຈະມີ ໂອກາດ ໄດ້ຄົ້ນ ພົບລົດຊາດ ອາຫານ ຫວຽດ ລ້ວນໆ ແຕ່ພາກເໜືອ ຮອດພາກ ໃຕ້ ຫຼື ກັບ The Saigon Bar ທ່ານ ສາມາດໄດ້ ເພີດເພີນ ກັບເຄື່ອງດື່ມ ນໍ້າ ຊາຕອນບ່າຍ ໃນການ ຜ່ອນຄາຍອາລົມ ທີ່ໜ້າຈັບໃຈ. ນອກຈາກນັ້ນ, ນັກທ່ອງທ່ຽວ ຍັງໄດ້ຮັບປະທານອາຫານສ່ວນຕົວ ທີ່ສະດວກສະບາຍ ຢູ່ ໃນຫ້ອງພັກ ຂອງຕົນເອງ ຫຼື ຄົ້ນພົບ ແລະ ສຳຜັດກັບຄວາມລັບ ກ່ຽວກັບການປຸງແຕ່ງອາຫານ ກັບ ບັນດາ ພໍ່ຄົວ ຊັ້ນນຳ ຂອງ The Anam ໝຸ໊ຍແນ໋ ໃນຫ້ອງຮຽນປຸງແຕ່ງອາຫານ ທີ່ຈັດໂດຍ ຣີສອດ...

ພື້ນທີ່ຫ້ອງພັກ ແລະ ບັນດາບໍລິການມີ ຄຸນນະພາບທີ່ດີ ທີ່ສຸດ ສໍາລັບນັກທ່ອງທ່ຽວ. 

Anam Spa ຢູ່ ຣີສອດ The Anam ໝຸ໊ຍແນ໋ ໄດ້ຖືວ່າ ເປັນ “ດິນແດນ ສັກສິດ ເພື່ອການປິ່ນປົວ ພະຍາດ ທາງຈິດ” ທີ່ງຽບສະຫງົບ ດ້ວຍວິທີ ການປິ່ນປົວ ແບບດັ້ງເດີມ ຂອງ ອາຊີ ປະສານ ກັບການດູແລສຸຂະ ພາບ ທີ່ສົມບູນແບບ ຖືກອອກແບບ ສະເພາະ ໃຫ້ແຕ່ລະຄົນ ເພື່ອ ຊ່ວຍຟື້ນຟູ ແລະ ຫັນເປັນໜຸ່ມ ທາງດ້ານຮ່າງກາຍ ແລະ ກະເສີມ ສຳ ລານ ຈິດໃຈ. ມາຍັງ Anam Spa, ນັກທ່ອງທ່ຽວຈະໄດ້ ຄົ້ນພົບ ວິທີການດູແລ ຮ່າງກາຍພິເສດສະເພາະເຊັ່ນ: ດູແລໃບໜ້າ ແລະ ການ ເຮັດ Spa ໂດຍໃຊ້ສ່ວນປະກອບຈາກທຳມະຊາດ ມີກິ່ນຫອມທີ່ ປະ ທັບໃຈ ດ້ວຍການດູແລ ແບບມືອາຊີບ ຂອງພະນັກງານນວດ ທີ່ມີປະ ສົບການ. Spa ມີ 5 ຫ້ອງ ສຳລັບການປິ່ນປົວ, ມີຮ້ານ ເສີມສວຍ, ມີ ພື້ນທີ່ຜ່ອນຄາຍອາລົມ, ມີຫ້ອງອົບໄອນໍ້າ ສອງຫ້ອງ, ຫ້ອງຊາວນາ ແລະ ອ່າງນໍ້າຮ້ອນ (jacuzzi) ໃນຫ້ອງ.

Anam Spa ຢູ່ ຣີສອດ The Anam ໝຸ໊ຍແນ໋ ໄດ້ຖືວ່າ ເປັນ “ດິນແດນ ສັກສິດ ເພື່ອການປິ່ນປົວ ພະຍາດ ທາງຈິດ” ທີ່ງຽບສະຫງົບ ດ້ວຍວິທີ ການປິ່ນປົວ ແບບດັ້ງເດີມ ຂອງ ອາຊີ ປະສານ ກັບການດູແລສຸຂະ ພາບ ທີ່ສົມບູນແບບ ຖືກອອກແບບ ສະເພາະ ໃຫ້ແຕ່ລະຄົນ ເພື່ອ ຊ່ວຍຟື້ນຟູ ແລະ ຫັນເປັນໜຸ່ມ ທາງດ້ານຮ່າງກາຍ ແລະ ກະເສີມ ສຳລານ ຈິດໃຈ. 
The Anam ໝຸ໊ຍແນ໋ ແມ່ນສະຖານທີ່ທ່ອງທ່ຽວ ຊັ້ນນຳ ແລະ ລໍ້າຍຸກ, ພ້ອມແລ້ວທີ່ຈະ ຕອບສະໜອງ ຄວາມຕ້ອງການສູງສຸດ ຂອງ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. 

ລະບົບສະລອຍນໍ້າຈືດ ແລະ ສະລອຍນໍ້າເຄັມ ຂອງ ຣີສອດ The Anam ໝຸ໊ຍແນ໋ ຊ່ວຍໃຫ້ນັກທ່ອງທ່ຽວ ສາມາດລອຍນໍ້າ ໄດ້ຕາມໃຈ ຫຼື ຜ່ອນຄາຍອາລົມ ໂດຍການອາບແດດ ຢູ່ເທິງ ຕັ່ງຍາວ ເພື່ອໃຫ້ມີ ຜິວໜັງແຫ້ມແດດແຂງແຮງດີ. 

ຢູ່ The Anam ໝຸ໊ຍແນ໋ ຍັງມີຫ້ອງອອກກຳລັງກາຍ ທີ່ປະກອບດ້ວຍ ເຕັກໂນໂລຊີ Precor ທີ່ທັນສະໄໝ ລວມທັງ ເຄື່ອງອອກກຳລັງກາຍ ໃຫ້ຫົວໃຈ ແລະ ເສັ້ນເລືອດ, ເຄື່ອງແລ່ນ, ເຄື່ອງເພາະກາຍ ແລະ ຍົກ ນໍ້າໜັກ. ຖ້າມີຄວາມຕ້ອງການ, ທ່ານສາມາດແລ່ນ ຫຼື ອາບແດດ ຢູ່ ກາງແຈ້ງ ເພື່ອຫາຍໃຈ ເອົາອາກາດທ່ີສົດຊື່ນ ແລະ ຊົມທິວທັດ ຂອງ ທ້ອງທະເລ ສີຄາມ, ເມກສີຂາວ ແລະ ແສງແດດສີທອງ.

ມາຍັງ The Anam ໝຸ໊ຍແນ໋, ນັກທ່ອງທ່ຽວ ສາມາດ ຮັບປະທານອາຫານ ຫວຽດ ລ້ວນໆ ຢູ່ ຮ້ານອາຫານ ແລະ ບາ ລ່າງຫວຽດ. 

ຍ່າງອອກຈາກ ຣີສອດ The Anam ໝຸ໊ຍແນ໋, ນັກທ່ອງທ່ຽວ ສາມາດ ຄົ້ນຫາ ໝຸ໊ຍແນ໋ ກັບຮ່ອງຮອຍວັດຖຸບູຮານ ຈໍາປາ ທີ່ສວຍງາມ.

The Anam ໝຸ໊ຍແນ໋ ແມ່ນສະຖານທີ່ທ່ອງທ່ຽວ ຊັ້ນນຳ ແລະ ລໍ້າຍຸກ, ພ້ອມແລ້ວທີ່ຈະ ຕອບສະໜອງ ຄວາມຕ້ອງການສູງສຸດ ຂອງ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ມາຍັງ ຣີສອດ The Anam ໝຸ໊ຍແນ໋, ນັກທ່ອງທ່ຽວ ຈະມີຄວາມຮູ້ສຶກ ຄືໄດ້ກ້າວເຂົ້າສູ່ ແດນສະຫວັນ ສີຂຽວເຢັນ ເພື່ອການພັກຜ່ອນ ແລະ ເຕີມພະລັງງານ  ໃໝ່ ພາຍຫຼັງ ການເຮັດວຽກງານ ຢ່າງອິດເມື່ອຍ.

  • ບົດ: ທົງຫາຍ - ພາບ: ເລມິນ, ເອກະສານ The Anam  ໝຸ໊ຍແນ໋  - ແປໂດຍ: ບິກລຽນ

 


Top