SEA Games 31 – ຂີດໝາຍ ຫວຽດນາມ

SEA Games 31 – ຂີດໝາຍ ຫວຽດນາມ

 ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ຍ້ອນຜົນກະທົບຈາກການ​ແຜ່​ລະບາດ​ ຂອງ ເຊື້ອພະຍາດ​ ໂຄ​ວິດ-19, ຫວຽດນາມ ໄດ້ປະສົບຜົນສໍາເລັດ ໃນການ​ເປັນ​ເຈົ້າພາບ ​ຈັດ​ງານ​ມະຫາ​ກຳ ​ກິລາ​ ອາຊີ​ຕາ​ເວັນ​ອອກ ສ່ຽງ​ໃຕ້ ​ຄັ້ງ​ທີ 31 (SEA Games 31). ​ນີ້ແມ່ນ​ງານ​ມະຫາ​ກຳ​ກິລາ​ ໃຫຍ່​ທີ່​ສຸດ ພາກ​ພື້ນ, ຜົນສຳເລັດ ຂອງ SEA Games 31 ໄດ້ ຢືນ ຢັນທີ່ຕັ້ງ ບົດບາດ ຂອງກິລາ ຫວຽດນາມ ໃນພາກພື້ນ, ພ້ອມ​ກັນ​ນັ້ນ​ ກໍ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ ເພື່ອນ​ມິດສາ​ກົນ ​ໄດ້​ເຫັນກັບຕາ ​ພາບພົດ​ປະ​ເທດ​ ຫວຽດນາມ ​ທີ່​ອຸດົມສົມບູນ, ສວຍ​ງາມ, ພັດທະນາ ​ແລະ ​ໄດ້​​ຄວບ​ຄຸມພະຍາດ ຕິດຕໍ່ ປະສົບຜົນສຳເລັດ ແລະ ພ້ອມແລ້ວທີ່ ຈະ ຕ້ອນຮັບນັກທ່ອງທ່ຽວ ສາກົນ ມາຍັງ ຫວຽດນາມ ດ້ວຍຄວາມ ປອດໄພ. 

 


ດ້ວຍ​ສານທີ່ວ່າ “​ເພື່ອ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ເຂັ້ມ​ແຂງ ຍິ່ງຂຶ້ນ”, SEA Games ຄັ້ງທີ 31 ທີ່​ຈັດ​ຂຶ້ນ​ຢູ່ ຫວຽດນາມ ບໍ່​ພຽງ​ແຕ່​ໄດ້​ເຜີຍ​ແຜ່​ນ້ຳໃຈ​ກິລາ ​ອັນ​ສູງ​ສົ່ງ, ຄວາມ​ສາມັກຄີ, ມິດຕະພາບ ​ໄປ​ຍັງປະ ຊາຊົນ ​ກວ600 ລ້ານ​ຄົນ​ ຂອງ 11 ປະ​ເທດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ແຕ່ຍັງ​ແມ່ນ​ຈຸດ​ພົ້ນເດັ່ນ​ ຢັ້ງຢືນ ຄວາມເຂັ້ມແຂງ ຂອງ ອາຊີຕາ ເວັນອອກສ່ຽງໃຕ້ ພາຍຫຼັງ 2 ປີ ແຫ່ງການຕໍ່ສູ້ກັບໂລກລະບາດ.

 

SEA Games 31 ​ໄດ້​ຈັດ​ຂຶ້ນ​ ຢູ່​ນະຄອນຫຼວງ ​ຮ່າ​ໂນ້ຍ ​ແລະ 11 ທ້ອງ​ຖິ່ນ​, ເພາະສະນັ້ນ ນອກຈາກ​ໄດ້ຜ່ານ​ປະສົບການຕົວຈິງ​ ກັບ​ສະຖານ​ທີ່​ແຂ່ງຂັນ​ທີ່​ທັນ​ສະ​ໄໝ ​ແລະ ໜ້າ​ປະ​ທັບ​ໃຈ​ຫຼາຍແຫ່ງ ແລ້ວ, ນັກ​ກິລາ ​ແລະ ນັກ​ທ່ອງ​ທ່ຽວ​ ຍັງ​ມີ​ໂອກາດ​ໄດ້​ເຫັນ​ປະຈັກ​ຕາ ​ບັນດາ ໝາກຜົນແຫ່ງການ​ພັດທະນາ​ເສດຖະກິດ - ສັງຄົມກໍຄືຈຸດ ໝາຍປາຍທາງທີ່ໜ້າດຶງດູດໃຈ ຫຼາຍແຫ່ງ ຢູ່ ບັນດາທ້ອງຖິ່ນຂອງ ປະເທດເຈົ້າພາບ ​ອີກ​ດ້ວຍ. 

ຫໍ​ວາງແຜນ ກວ໊າງ​ນິງ​ ຕັ້ງ​ຢູ່​ ຂ້າງມໍລະດົກໂລກ ອ່າວ ຮ້າລອງ ເປັນສະຖານທີ່ ຈັດຫຼາຍ​ກິດ​ຈະ​ກຳ ຮັບໃຊ້​ SEA Games 31. ພາບ: ກົງດາດ/VNP

ເພື່ອ​ຮັບ​ໃຊ້​ SEA Games 31, ສະຖານ​ທີ່​ແຂ່ງຂັນທຸກແຫ່ງ​ຢູ່​ ຮ່າ​ໂນ້ຍ ​ແລະ ທ້ອງ​ຖິ່ນ​ຕ່າງໆ ລ້ວນ​ແຕ່​ໄດ້​ຮັບ​ການ​ລົງທຶນ​ຍົກ​ລະດັບ ຫຼື ກໍ່ສ້າງ​ໃໝ່​. ສະຖານ​ທີ່​ແຂ່ງຂັນ​ທີ່​ທັນ​ສະ​ໄໝ ລະດັບ​ໂລກ​ຫຼາຍ​ແຫ່ງ ​​ເຕັມ​ໄປ​ດ້ວຍ​ຜູ້​ຊົມ​ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈຕໍ່ບັນດາ​ຄະນະນັກ​ກິ ລາ, ນັກ​ທ່ອງ​ທ່ຽວ ​ແລະ ​ເພື່ອນ​ມິດສາ​ກົນ​ເຊັ່ນ: ສະໜາມ​ກິລາ​ແຫ່ງ​ຊາດ ໝີ໊ດິ່ງ, ສະໜາມ​ກິລາ ກ່ວນເງື້ອ, ສະໜາມ​ກິລາ​ທາງ​ນ້ຳ, ສູນ​ຝຶກ​ກິລາ​ແຫ່ງ​ຊາດ ຮ່າ​ໂນ້ຍ), ສະໜາມກິລາ ທຽນເຈືື່ອງ (ແຂວງ ນາມດິ້ງ), ສະໜາມກິລາ ເກີ໊ມຝາ, ເຂດກິລາຫາດຊາຍ ຕ່ວນເຈົາ (ແຂວງ ກວ໊າງນິງ), ສະໜາມກິລາ ເຕັນນິດ Hanaka (ແຂວງ ບັກ ນິງ), ສະໜາມ ກ໊ອຟ ເດີ່ມວາກ (ແຂວງ ຫວິ໊ງຟຸກ), ສູນແຂ່ງຂັນ ຊ່ວງເຮືອ ຖຸຍງວຽນ (ແຂວງ ຫາຍຟ່ອງ) ແລະ ອື່ນໆ ອີກຫຼາຍ ແຫ່ງ...

 

ພົ້ນເດັ່ນຄື ສະໜາມກິລາ ທຽນເຈື່ອງ ຢູ່ແຂວງ ນາມດິ້ງ, ເຖິງວ່າ ບໍ່ ແມ່ນສະຖານແຂ່ງຂັນ ຂອງທີມບານເຕະ ປະເທດເຈົ້າພາບ, ແຕ່ມີ ຈຳນວນຜູ້ເຂົ້າຊົມຫຼາຍເປັນສະຖິຕິ ຊຶ່ງສ້າງບັນຍາກາດຟົດຟື້ນມ່ວນ ຊື່ນທີສຸດ ເຖິງຂັ້ນເທິງໜ້າເວັບ ຂອງ ສະຫະພັນບານ​ເຕະ​ ອາ​ຊຽນ (ASEAN Football) ໄດ້​ເຜີຍ​ແຜ່ບັນດາ​ຮູບ​ພາບ​ທີ່​ປະ​ທັບ​ໃຈ​ວ່າ: “ເປັນ​ບັນ​ຍາ​ກາດ​ທີ່​ໜ້າ​ຊື່ນ​ຊົມ ຢ່າງແທ້ຈິງ. ມີກອງເຊຍ 30.000 ຄົນ ໄດ້ມີໜ້າ ຢູ່ສະໜາມກິລາ ທຽນເຈື່ອງ ໃນຄືນນີ້ (ຕອນຄ່ຳ ວັນທີ 7 ພຶດສະພາ - ນັກຂ່າວ). ນີ້​ແມ່ນ​ສະຖິຕິ​ໃໝ່​ ກ່ຽວກັບ​ການ​ແຂ່ງຂັນ​ທີ່​ມີ​ຜູ້​ເຂົ້າຊົມ​ຫຼາຍ​ທີ່​ສຸດ ​ຢູ່​ສະໜາມ​ກິລາ ທີ່​ເປັນ​ກາງ ​ໃນ​ປະຫວັດ ສາດ SEA Games.”

ສະໜາມກິລາ ທຽນເຈື່ອງ (ແຂວງ ນາມດິ້ງ) ໄດ້ສ້າງ ຄວາມ ປະທັບໃຈ ໃຫ້ແກ່ ສື່ມວນຊົນ ສາກົນ ເມື່ອມີຜູ້ເຂົ້າຊົມ ຫຼາຍທີ່ ສຸດ ຢູ່ສະໜາມກິລາ ທີ່ເປັນກາງໃນປະຫວັດສາດ SEA Games. ພາບ: ວ໋ຽດຢື

ການ​ຂົນ​ສົ່ງ, ​ຕ້ອນຮັບ, ການຈັດພິທີ​ ກໍຄືເລື່ອງອາຫານ ແລະ ​ທີ່​ພັກ​ຂອງ​ນັກ​ກິລາ ກໍໄດ້​ຮັບ​ການ​ຕີ​ລາຄາ​ສູງ​ ຈາກ​ບັນດາ​ປະ​ເທດ. ທ່ານ Thana Chaiprasit ຫົວໜ້າ​ຄະນະນັກ​ກິລາ ​ໄທ ​ໃຫ້​ຄຳ​ເຫັນ​ວ່າ: “ຫວຽດນາມ ກໍ​ຄື​ພວກ​ເຮົາ​ທຸກ​ຄົນ ​ຕ້ອງ​ໃຊ້​ເວລາ 2 ປີ​ເຄິ່ງ ​ໃນ​ການ​ຕໍ່ສູ້​ກັບ​ການ​ລະບາດ​ ຂອງ ໂຄ​ວິດ-19, ​ແຕ່​ຜ່ານ​ຜ່າ​ທຸກ​ສິ່ງ​ທຸກ​ຢ່າງ, ພວກ​ທ່ານ ໄດ້​ຈັດ​ວາງຢ່າງຮອບຄອບໃນທຸກ​ດ້ານ, ແຕ່ຄຸນນະພາບ ຂອງ ທີມງານ​ມື​ອາ​ຊີບ, ມາດ​ຕະ​ຖານ​ເຕັກນິກ​ຢູ່​ສະ​ຖານ​ທີ່​​ແຂ່ງ​ຂັນ, ວຽກ​ງານ ປ້ອງກັນຄວາມສະຫງົບ, ຕາ​ຕະ​ລາງ​ດໍາເນີນງານ ​ແລະ ພາຫະນະ​ເຄື່ອນຍ້າຍ ຈົນເຖິງ​ບັນ​ຫາ​ ຂົນ​ສົ່ງ, ອາຫານ ແລະ ​ທີ່​ພັກ​ຂອງ​ຄະ​ນະ​ທັງ​ໝົດ... ຍັງຈື່ວ່າ​ ໃນ​ປີ 2003 (SEA Games ຄັ້ງ​ທໍາ​ອິດ​ທີ່​ຈັດ​ຂຶ້ນ​ໂດຍ​ ຫວຽດ​ນາມ - ນັກຂ່າວ​)​, ພວກ​ຂ້າພະເຈົ້າ​ຖືກຈັດ ໃຫ້ຢູ່​ໃນ​ບ້ານ​ກິ​ລາ​ ແລະ ​ປັດ​ຈຸ​ບັນ ​ທຸກ​ຄົນ​ໄດ້ພັກ​ຢູ່​ໃນ​ໂຮງ​ແຮມ 4-5 ດາວ​. ມັນເປັນການປ່ຽນແປງ ຢ່າງໃຫຍ່ຫຼວງ!".

 
 

ຄຽງ​ຂ້າງ​ການ​ດູ​ແລ ກ່ຽວກັບ ​ເງື່ອນ​ໄຂ​​ການກິນຢູ່, ແຂ່ງຂັນ​ຂອງ​ນັກ​ກິລາ​ແລ້ວ, ປະ​ເທດ​ເຈົ້າພາບ ຫວຽດນາມ ຍັງ​ຈັດ​ຕັ້ງບັນດາ​ລາຍ ການ ​ທ່ອງ​ທ່ຽວ ທີ່​ດຶງ​ດູດ​ໃຈ ​ເພື່ອ​ຮັບ​ໃຊ້​ບັນດາ​ຄະນະນັກ​ກິລາ​ ​ແລະ ​ເພື່ອນ​ມິດ​ສາກົນຄື: ​ໄປ​ທ່ຽວ​ນະຄອນຫຼວງ ຮ່າ​ໂນ້ຍ ​ໂດຍ​ບໍ່​ເສຍ​ຄ່າ​ດ້ວຍ​ລົດ​ເມ​ສອງ​ຊັ້ນ; ທ່ຽວຊົມ ໝູ່ບ້ານ ເຄື່ອງປັ້ນດິນເຜົາບູຮານ ບ໋າດຈ່າງ, ກຳແພງ ທັງລອງ ໃນຍາມກາງຄືນ, ທ່ຽວຊົມຮ່ອງຮອຍ ປະຫວັດສາດ ວິຫານ ຮຸ່ງ, ຊົມສິລະປະຂັບ ຊວານ ຢູ່ ວິຫານ ຮຸ່່ງໂລ (ແຂວງ ຝູ໋ເຖາະ) ຫຼື ຂີ່ເຮືອທ່ອງທ່ຽວ ຄົ້ນພົບ ອ່າວຮ້າລອງ... ເພາະ ສະນັ້ນ ໄດ້ສ້າງຄວາມ​ປະ​ທັບ​ໃຈ​ ອັນ​ດີ​ງາມ​ ກ່ຽວກັບປະເທດ ​ຫວຽດ​ນາມ ທີ່​ມີ​ສັນ​ຕິ​ພາບ, ສວຍ​ງາມ, ພັດ​ທະ​ນາ ແລະ ມີ​ນ້ຳ​ໃຈ​ຮັກ​ແຂກ ແພງຄົນ ສຳລັບ ບັນ​ດາ​ນັກ​ກິ​ລາ, ນັກ​ທ່ອງ​ທ່ຽວ ແລະ ສື່​ມວນ​ຊົນ​ສາ​ກົນ.

 

 ວີດີໂອ ຊາວ​ນະຄອນຫຼວງ​ ສະຫຼອງ ຂັນຊະນະເລີດ ​ຂອງ ​ທີມຊາດ U23 ​ຊາຍ ​ແລະ ຍິງ ຫວຽດນາມ ຍາດ​ໄດ້​ຫຼຽນ​ຄຳ​ ໃນ ​SEA Games 31.

ເວົ້າ​ເຖິງ​ຄວາມ​​ພະຍາຍາມ​ ຂອງ​ປະ​ເທດ​ເຈົ້າພາບ, ທ່ານ ປະທານ ສະພາ​ແຫ່ງ​ຊາດ ທັງເປັນ ປະທານຄະນະ ກຳມະການ ໂອລິມປິກ​ ສິງກະ​ໂປ ​ແລະ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ ​ແຫ່ງຊາດ Tan Chuan-Jin ຜູ້​ເຂົ້າ​ຮ່ວມ​ພິທີ​ເປີດ ແລະ ການແຂ່ງຂັນ ທີ່ SEA Games  31 ໄດ້​ຕີ​ລາຄາ​ວ່າ: “ການຈັດ​ຕັ້ງ SEA Games ​ໃນ​ຂະນະ​ທີ່ຍັງມີ​ຜົນ​ກະທົບ​ ຈາກ​ການ​ແຜ່​ລະບາດ ​ຂອງ​ພະຍາດ​ ໂຄ​ວິດ-19 ແມ່ນຍາກຫຼາຍ, ນັ້ນແມ່ນຍັງບໍ່​ທັນ​ກ່າວ​ເຖິງ​ຫຼາຍ​ບັນຫາ​ທີ່​ຕາມມາ, ​ເພື່ອ​ເຮັດ​ໄດ້ສິ່ງດັ່ງກ່າວ, ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ ເຂົາ​ເຈົ້າ​ຢູ່​ໃນ​ລະດັບ​ສູງ, ຂ້າພະ​ເຈົ້າ​ໄດ້​ປຶກສາ ​ກັບ​ບັນດາ​ນັກ​ກິລາ ​ແລະ ​ເຈົ້າ​ໜ້າ​ທີ່ ​ຂອງ​ ຄະນະ ​ສິງກະ​ໂປ, ​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ ທຸກ​ຢ່າງ​ແມ່ນ ໄດ້​ດີ, ​ໂດຍ​ສະ​ເພາະ​ແມ່ນ​ບັນຍາກາດ​ອົບ​ອຸ່ນ, ມິດຕະພາບ ​ແລະ ສະໜິດສະໜົມ​ຢູ່​ທີ່​ນີ້. ຂ້າພະ​ເຈົ້າດີ​ໃຈ​ຫຼາຍ ເມື່ອ ຫວຽດນາມ ​​ເປັນ​ເຈົ້າພາບ ​ແລະ ຈັດ​ຕັ້ງ​ SEA Games ຄັ້ງທີ 31 ​ໃຫ້​ບັນດາ​ປະ​ເທດ​ໃນ​ພາກ​ພື້ນໄດ້ປະສົບຜົນສຳເລັດ”.

 
 

ນອກຈາກການຈັດຕັ້ງ, ຄວາມອົບອຸ່ນ ແລະ ຄວາມເປັນມືອາຊີບ ຂອງ ປະເທດເຈົ້າພາບແລ້ວ, ຍັງຕ້ອງກ່າວເຖິງ ຜົນງານ ການແຂ່ງ ຂັນ ເຊິ່ງເປັນໜຶ່ງໃນບັນດາປັດໄຈ ຕັດສິນ ຜົນສຳເລັດລວມ ຂອງ ງານມະຫາກຳຄັ້ງນີ້. ໂດຍກຳນົດ​ SEA Games ແມ່ນ​ສະໜາມ​ກິລາ ເພື່ອໃຫ້ບັນດາປະ​ເທດ​ໃນ​ພາກ​ພື້ນ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຖືເປັນ ແປ້ນຢັນ​ໃຫ້​ການ​ພັດທະນາ​ກິລາ​ ທີ່​ບັນລຸໝາກຜົນສູງ ແນໃສ່ ມຸ່ງ ສູ່​ສະໜາມ​ກິລາ​ຂະໜາດ​ໃຫຍ່ກວ່າອີກ​ຄື ASIAD ແລະ ​ໂອ​ລິ​ມ ປິກ, ເພາະສະນັ້ນ ປະເທດ ເຈົ້າພາບ ຫວຽດນາມ ໄດ້ມີແຜນນະໂຍ ບາຍ​ຈັດ​ຕັ້ງ​ ງານມະຫະກໍາ ທີ່ມີ​ຄວາມຍຸ​ຕິ​ທຳ, ພາວະວິໄສ ແລະ ​ເປັນ​ມິດ ດ້ວຍການປ່ຽນໃໝ່​ວຽກ​ງານ​ກຳມະການ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ ​ທັນ​ສະ​ໄໝ​ຫຼາຍ​ຢ່າງ​ເພື່ອ​ຕິດຕາມ ​ຜົນການ​ແຂ່ງຂັນ, ​ໂດຍ​ສະ​ເພາະ​ແມ່ນ​ລົບລ້າງການແຂ່ງຂັນ ຕາມແບບແຜນເກົ່າ ນັ້ນແມ່ນ ຈຳເປັນຍາດ​ຫຼຽນ​ ໃຫ້ໄດ້ ດ້ວຍວິທີໃຊ້ທ່າແຮງ ຂອງຕົນ ເພື່ອກໍາຈັດ ການແຂ່ງຂັນ ທີ່ເປັນທ່າແຮງ ຂອງປະເທດອື່ນ, ຍັງມີແຜນນະໂຍ ບາຍ ນຳລາຍການແຂ່ງຂັນ ທຸກລາຍການ ທີ່ມີ ຢູ່ໃນ​ໂຄງການ​ແຂ່ງ ຂັນ​ກິລາ ​ໂອ​ລິ​ມປິກ ​ເພື່ອສ້າງການແຂ່ງຂັນທີ່ ມີຄວາມ​ຍຸຕິ​ທຳ, ສະ ເໝີພາບ ​ລະຫວ່າງ​ບັນດາຄະນະ ກໍຄືເພື່ອ​ຊຸກຍູ້​ຜົນງານກິລາ ລວມ ໃນ ທົ່ວພາກພື້ນ ໃຫ້ສູງຂຶ້ນ. 

ຊາວ​ນະຄອນຫຼວງ​ ສະຫຼອງ ຂັນຊະນະເລີດ ​ຂອງ ​ທີມຊາດ U23 ​ຊາຍ ​ແລະ ຍິງ ຫວຽດນາມ ຍາດ​ໄດ້​ຫຼຽນ​ຄຳ​ ໃນ ​SEA Games 31. ພາບ: ​ແຄ໋ງລອງ/VNP

ສາມາດເວົ້າໄດ້ວ່າ SEA Games 31 ເປັນການແຂ່ງຂັນ ທີ່ໜ້າປະ ທັບໃຈ ເມື່ອມີການແຂ່ງຂັນຫຼາຍຄັ້ງ ທີ່ເຕັມໄປດ້ວຍ ບັນດານັກ ກິ ລາລະດັບໂລກ. ຕົວຢ່າງ: ໃນ ຄານຄູ່, ນັກກິລາ ດິງເຟືອງ ແທງ ຂອງ ຫວຽດນາມ, ຜູ້ທີ່ຍາດໄດ້ ຫຼຽນທອງ ໃນ ASIAD 2014, ໄດ້ ເອົາຊະນະ ຜູ້ຊະນະເລີດໂລກປີ  2019 Carlos Yulo ຂອງ ຟີລິບ ປິນ ຢ່າງດີເລີດ ເພື່ອຄວ້າຫຼຽນຄໍາ. ນອກຈາກ​ນັ້ນ, ​ສະຖິຕິ​ SEA Games ຫຼາຍ​ລາຍການ​ ກໍຖືກທໍາລາຍ ເຊັ່ນ: Ernest John Obiena (ຟີ​ລິບ​ປິນ) ​​ທຳລາຍ​ສະຖິຕິ ເຕັ້ນ ສ້າວ, Puripol Boonson (​ໄທ) ​​ທຳລາຍ​ສະຖິຕິແລ່ນ 200 ມ ຊາຍ, ຫງວຽນທິແອວງ (ຫວຽດນາມ) ​​ທຳລາຍ​ສະຖິຕິ ​​ແລ່ນ 3.000 ມ ຜ່ານ ສິ່ງກີດຂວາງ. Quah Jing Wen (ສິງກະໂປ) ທຳລາຍ ສະຖິຕິ ລອຍ 200 ມ ຍິງ, ຟ້າມແທງ ບ໊າວ (ຫວຽດນາມ) ທຳລາຍ ສະຖິຕິ ລອຍກົບ 100 ມ ຍິງTeong Tzen Wei (ສິງກະໂປ) ທຳລາຍ ສະຖິຕິລອຍ ແມງກະເບື້ອ 50 ມ ຊາຍ, ເຈິ່ນຮຶງງວຽນ (ຫວຽດນາມ) ທຳລາຍສະຖິຕິ ລອຍປະສົມ 400 ມ ຊາຍ, ຫງວຽນຮຸຍຮວ່າງ (ຫວຽດນາມ) ທຳລາຍສະຖິຕິ ລອຍເສລີ 400, ຫຼໍ່ທິຮວ່າງ (ຫວຽດນາມ) ທຳລາຍສະຖິຕິ ຊັດ ຫອກ...

SEA Games 31 ໄດ້ສິ້ນສຸດລົງ, ແຕ່ຊື່ສຽງ ຂອງມັນຍັງຄົງຕົວ ຢູ່ຕະ ຫຼອດໄປ. ຍ້້ອນວ່າ ຜ່ານ​ຜ່າ​ບັນດາ​ຜົນງານ​ທີ່​ໜ້າ​ຊື່ນຊົມ​ ໃນ​ດ້ານ​ວິຊາ​ສະ​ເພາະ, ປະ​ເທດ​ເຈົ້າພາບ ຫວຽດນາມ ຍັງ​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນດີງາມໃນຈິດ​ໃຈ​ເພື່ອນ​ມິດສາ​ກົນ ​ກ່ຽວ​ກັບ​ປະເທດ ຫວຽດ ນາມ ທີ່​ຮັກ​ກິລາ, ຮັກແຂກແພງຄົນ, ໝັ້ນໃຈຕົນເອງ, ຂະຫຍັນຂັນ ເຄື່ອນ, ພັດທະນາ, ສາມາດ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ ​ເນື່ອງ​ຈາກຜົນກະທົບ ຈາກການລະບາດຂອງ ໂຄ​ວິດ-19 ​ເພື່ອ​ຈັດ ​ງານ​ມະຫາ​ກຳ​ກິລາ​ ທີ່​ໃຫຍ່​ທີ່​ສຸດ ​ໃນ​ພາກ​ພື້ນ​ ຢ່າງ​ສຳ​ເລັດ​ຜົນ ​ແລະ ປອດ​ໄພ. ຜ່ານນັ້ນກໍສະແດງ ໃຫ້ເຫັນວ່າ ຫວຽດນາມ ພ້ອມທີ່ຈະ ຈັດ ຕັ້ງເຫດການສາກົນ ຫຼາຍເຫດການ ທີ່ໃຫຍ່ກວ່າ ຢ່າງສຳເລັດ ຜົນ, ພ້ອມທີ່ຈະເປີດປະຕູ ທັງໝົດ ເພື່ອຕ້ອນຮັບ ເພື່ອນມິດສາກົນ ກັບຄືນ ຫວຽດນາມ ຢ່າງປອດໄພ ຍ້ອນວຽກງານ ການສະກັດກັ້ນ ໂລກລະບາດ ຢ່າງມີປະສິດທິຜົນ. 

  • ບົດ: ເຕິດເຊີນ - ພາບ: VNP, VNA ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ

 


Top