SEA Games 31 – ຂີດໝາຍ ຫວຽດນາມ
ຜ່ານຜ່າຄວາມຫຍຸ້ງຍາກ ຍ້ອນຜົນກະທົບຈາກການແຜ່ລະບາດ ຂອງ ເຊື້ອພະຍາດ ໂຄວິດ-19, ຫວຽດນາມ ໄດ້ປະສົບຜົນສໍາເລັດ ໃນການເປັນເຈົ້າພາບ ຈັດງານມະຫາກຳ ກິລາ ອາຊີຕາເວັນອອກ ສ່ຽງໃຕ້ ຄັ້ງທີ 31 (SEA Games 31). ນີ້ແມ່ນງານມະຫາກຳກິລາ ໃຫຍ່ທີ່ສຸດ ພາກພື້ນ, ຜົນສຳເລັດ ຂອງ SEA Games 31 ໄດ້ ຢືນ ຢັນທີ່ຕັ້ງ ບົດບາດ ຂອງກິລາ ຫວຽດນາມ ໃນພາກພື້ນ, ພ້ອມກັນນັ້ນ ກໍແມ່ນໂອກາດ ເພື່ອໃຫ້ ເພື່ອນມິດສາກົນ ໄດ້ເຫັນກັບຕາ ພາບພົດປະເທດ ຫວຽດນາມ ທີ່ອຸດົມສົມບູນ, ສວຍງາມ, ພັດທະນາ ແລະ ໄດ້ຄວບຄຸມພະຍາດ ຕິດຕໍ່ ປະສົບຜົນສຳເລັດ ແລະ ພ້ອມແລ້ວທີ່ ຈະ ຕ້ອນຮັບນັກທ່ອງທ່ຽວ ສາກົນ ມາຍັງ ຫວຽດນາມ ດ້ວຍຄວາມ ປອດໄພ.
ດ້ວຍສານທີ່ວ່າ “ເພື່ອ ອາຊີຕາເວັນອອກສ່ຽງໃຕ້ ເຂັ້ມແຂງ ຍິ່ງຂຶ້ນ”, SEA Games ຄັ້ງທີ 31 ທີ່ຈັດຂຶ້ນຢູ່ ຫວຽດນາມ ບໍ່ພຽງແຕ່ໄດ້ເຜີຍແຜ່ນ້ຳໃຈກິລາ ອັນສູງສົ່ງ, ຄວາມສາມັກຄີ, ມິດຕະພາບ ໄປຍັງປະ ຊາຊົນ ກວ່າ 600 ລ້ານຄົນ ຂອງ 11 ປະເທດໃນພາກພື້ນເທົ່ານັ້ນ, ແຕ່ຍັງແມ່ນຈຸດພົ້ນເດັ່ນ ຢັ້ງຢືນ ຄວາມເຂັ້ມແຂງ ຂອງ ອາຊີຕາ ເວັນອອກສ່ຽງໃຕ້ ພາຍຫຼັງ 2 ປີ ແຫ່ງການຕໍ່ສູ້ກັບໂລກລະບາດ.
SEA Games 31 ໄດ້ຈັດຂຶ້ນ ຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ 11 ທ້ອງຖິ່ນ, ເພາະສະນັ້ນ ນອກຈາກໄດ້ຜ່ານປະສົບການຕົວຈິງ ກັບສະຖານທີ່ແຂ່ງຂັນທີ່ທັນສະໄໝ ແລະ ໜ້າປະທັບໃຈຫຼາຍແຫ່ງ ແລ້ວ, ນັກກິລາ ແລະ ນັກທ່ອງທ່ຽວ ຍັງມີໂອກາດໄດ້ເຫັນປະຈັກຕາ ບັນດາ ໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມກໍຄືຈຸດ ໝາຍປາຍທາງທີ່ໜ້າດຶງດູດໃຈ ຫຼາຍແຫ່ງ ຢູ່ ບັນດາທ້ອງຖິ່ນຂອງ ປະເທດເຈົ້າພາບ ອີກດ້ວຍ.
ເພື່ອຮັບໃຊ້ SEA Games 31, ສະຖານທີ່ແຂ່ງຂັນທຸກແຫ່ງຢູ່ ຮ່າໂນ້ຍ ແລະ ທ້ອງຖິ່ນຕ່າງໆ ລ້ວນແຕ່ໄດ້ຮັບການລົງທຶນຍົກລະດັບ ຫຼື ກໍ່ສ້າງໃໝ່. ສະຖານທີ່ແຂ່ງຂັນທີ່ທັນສະໄໝ ລະດັບໂລກຫຼາຍແຫ່ງ ເຕັມໄປດ້ວຍຜູ້ຊົມ ໄດ້ສ້າງຄວາມປະທັບໃຈຕໍ່ບັນດາຄະນະນັກກິ ລາ, ນັກທ່ອງທ່ຽວ ແລະ ເພື່ອນມິດສາກົນເຊັ່ນ: ສະໜາມກິລາແຫ່ງຊາດ ໝີ໊ດິ່ງ, ສະໜາມກິລາ ກ່ວນເງື້ອ, ສະໜາມກິລາທາງນ້ຳ, ສູນຝຶກກິລາແຫ່ງຊາດ ຮ່າໂນ້ຍ), ສະໜາມກິລາ ທຽນເຈືື່ອງ (ແຂວງ ນາມດິ້ງ), ສະໜາມກິລາ ເກີ໊ມຝາ, ເຂດກິລາຫາດຊາຍ ຕ່ວນເຈົາ (ແຂວງ ກວ໊າງນິງ), ສະໜາມກິລາ ເຕັນນິດ Hanaka (ແຂວງ ບັກ ນິງ), ສະໜາມ ກ໊ອຟ ເດີ່ມວາກ (ແຂວງ ຫວິ໊ງຟຸກ), ສູນແຂ່ງຂັນ ຊ່ວງເຮືອ ຖຸຍງວຽນ (ແຂວງ ຫາຍຟ່ອງ) ແລະ ອື່ນໆ ອີກຫຼາຍ ແຫ່ງ...
ພົ້ນເດັ່ນຄື ສະໜາມກິລາ ທຽນເຈື່ອງ ຢູ່ແຂວງ ນາມດິ້ງ, ເຖິງວ່າ ບໍ່ ແມ່ນສະຖານແຂ່ງຂັນ ຂອງທີມບານເຕະ ປະເທດເຈົ້າພາບ, ແຕ່ມີ ຈຳນວນຜູ້ເຂົ້າຊົມຫຼາຍເປັນສະຖິຕິ ຊຶ່ງສ້າງບັນຍາກາດຟົດຟື້ນມ່ວນ ຊື່ນທີສຸດ ເຖິງຂັ້ນເທິງໜ້າເວັບ ຂອງ ສະຫະພັນບານເຕະ ອາຊຽນ (ASEAN Football) ໄດ້ເຜີຍແຜ່ບັນດາຮູບພາບທີ່ປະທັບໃຈວ່າ: “ເປັນບັນຍາກາດທີ່ໜ້າຊື່ນຊົມ ຢ່າງແທ້ຈິງ. ມີກອງເຊຍ 30.000 ຄົນ ໄດ້ມີໜ້າ ຢູ່ສະໜາມກິລາ ທຽນເຈື່ອງ ໃນຄືນນີ້ (ຕອນຄ່ຳ ວັນທີ 7 ພຶດສະພາ - ນັກຂ່າວ). ນີ້ແມ່ນສະຖິຕິໃໝ່ ກ່ຽວກັບການແຂ່ງຂັນທີ່ມີຜູ້ເຂົ້າຊົມຫຼາຍທີ່ສຸດ ຢູ່ສະໜາມກິລາ ທີ່ເປັນກາງ ໃນປະຫວັດ ສາດ SEA Games.”
ການຂົນສົ່ງ, ຕ້ອນຮັບ, ການຈັດພິທີ ກໍຄືເລື່ອງອາຫານ ແລະ ທີ່ພັກຂອງນັກກິລາ ກໍໄດ້ຮັບການຕີລາຄາສູງ ຈາກບັນດາປະເທດ. ທ່ານ Thana Chaiprasit ຫົວໜ້າຄະນະນັກກິລາ ໄທ ໃຫ້ຄຳເຫັນວ່າ: “ຫວຽດນາມ ກໍຄືພວກເຮົາທຸກຄົນ ຕ້ອງໃຊ້ເວລາ 2 ປີເຄິ່ງ ໃນການຕໍ່ສູ້ກັບການລະບາດ ຂອງ ໂຄວິດ-19, ແຕ່ຜ່ານຜ່າທຸກສິ່ງທຸກຢ່າງ, ພວກທ່ານ ໄດ້ຈັດວາງຢ່າງຮອບຄອບໃນທຸກດ້ານ, ແຕ່ຄຸນນະພາບ ຂອງ ທີມງານມືອາຊີບ, ມາດຕະຖານເຕັກນິກຢູ່ສະຖານທີ່ແຂ່ງຂັນ, ວຽກງານ ປ້ອງກັນຄວາມສະຫງົບ, ຕາຕະລາງດໍາເນີນງານ ແລະ ພາຫະນະເຄື່ອນຍ້າຍ ຈົນເຖິງບັນຫາ ຂົນສົ່ງ, ອາຫານ ແລະ ທີ່ພັກຂອງຄະນະທັງໝົດ... ຍັງຈື່ວ່າ ໃນປີ 2003 (SEA Games ຄັ້ງທໍາອິດທີ່ຈັດຂຶ້ນໂດຍ ຫວຽດນາມ - ນັກຂ່າວ), ພວກຂ້າພະເຈົ້າຖືກຈັດ ໃຫ້ຢູ່ໃນບ້ານກິລາ ແລະ ປັດຈຸບັນ ທຸກຄົນໄດ້ພັກຢູ່ໃນໂຮງແຮມ 4-5 ດາວ. ມັນເປັນການປ່ຽນແປງ ຢ່າງໃຫຍ່ຫຼວງ!".

ຄຽງຂ້າງການດູແລ ກ່ຽວກັບ ເງື່ອນໄຂການກິນຢູ່, ແຂ່ງຂັນຂອງນັກກິລາແລ້ວ, ປະເທດເຈົ້າພາບ ຫວຽດນາມ ຍັງຈັດຕັ້ງບັນດາລາຍ ການ ທ່ອງທ່ຽວ ທີ່ດຶງດູດໃຈ ເພື່ອຮັບໃຊ້ບັນດາຄະນະນັກກິລາ ແລະ ເພື່ອນມິດສາກົນຄື: ໄປທ່ຽວນະຄອນຫຼວງ ຮ່າໂນ້ຍ ໂດຍບໍ່ເສຍຄ່າດ້ວຍລົດເມສອງຊັ້ນ; ທ່ຽວຊົມ ໝູ່ບ້ານ ເຄື່ອງປັ້ນດິນເຜົາບູຮານ ບ໋າດຈ່າງ, ກຳແພງ ທັງລອງ ໃນຍາມກາງຄືນ, ທ່ຽວຊົມຮ່ອງຮອຍ ປະຫວັດສາດ ວິຫານ ຮຸ່ງ, ຊົມສິລະປະຂັບ ຊວານ ຢູ່ ວິຫານ ຮຸ່່ງໂລ (ແຂວງ ຝູ໋ເຖາະ) ຫຼື ຂີ່ເຮືອທ່ອງທ່ຽວ ຄົ້ນພົບ ອ່າວຮ້າລອງ... ເພາະ ສະນັ້ນ ໄດ້ສ້າງຄວາມປະທັບໃຈ ອັນດີງາມ ກ່ຽວກັບປະເທດ ຫວຽດນາມ ທີ່ມີສັນຕິພາບ, ສວຍງາມ, ພັດທະນາ ແລະ ມີນ້ຳໃຈຮັກແຂກ ແພງຄົນ ສຳລັບ ບັນດານັກກິລາ, ນັກທ່ອງທ່ຽວ ແລະ ສື່ມວນຊົນສາກົນ.
ວີດີໂອ ຊາວນະຄອນຫຼວງ ສະຫຼອງ ຂັນຊະນະເລີດ ຂອງ ທີມຊາດ U23 ຊາຍ ແລະ ຍິງ ຫວຽດນາມ ຍາດໄດ້ຫຼຽນຄຳ ໃນ SEA Games 31.
ເວົ້າເຖິງຄວາມພະຍາຍາມ ຂອງປະເທດເຈົ້າພາບ, ທ່ານ ປະທານ ສະພາແຫ່ງຊາດ ທັງເປັນ ປະທານຄະນະ ກຳມະການ ໂອລິມປິກ ສິງກະໂປ ແລະ ປະທານຄະນະກຳມະການໂອລິມປິກ ແຫ່ງຊາດ Tan Chuan-Jin ຜູ້ເຂົ້າຮ່ວມພິທີເປີດ ແລະ ການແຂ່ງຂັນ ທີ່ SEA Games 31 ໄດ້ຕີລາຄາວ່າ: “ການຈັດຕັ້ງ SEA Games ໃນຂະນະທີ່ຍັງມີຜົນກະທົບ ຈາກການແຜ່ລະບາດ ຂອງພະຍາດ ໂຄວິດ-19 ແມ່ນຍາກຫຼາຍ, ນັ້ນແມ່ນຍັງບໍ່ທັນກ່າວເຖິງຫຼາຍບັນຫາທີ່ຕາມມາ, ເພື່ອເຮັດໄດ້ສິ່ງດັ່ງກ່າວ, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າຢູ່ໃນລະດັບສູງ, ຂ້າພະເຈົ້າໄດ້ປຶກສາ ກັບບັນດານັກກິລາ ແລະ ເຈົ້າໜ້າທີ່ ຂອງ ຄະນະ ສິງກະໂປ, ເຂົາເຈົ້າຮູ້ສຶກວ່າ ທຸກຢ່າງແມ່ນ ໄດ້ດີ, ໂດຍສະເພາະແມ່ນບັນຍາກາດອົບອຸ່ນ, ມິດຕະພາບ ແລະ ສະໜິດສະໜົມຢູ່ທີ່ນີ້. ຂ້າພະເຈົ້າດີໃຈຫຼາຍ ເມື່ອ ຫວຽດນາມ ເປັນເຈົ້າພາບ ແລະ ຈັດຕັ້ງ SEA Games ຄັ້ງທີ 31 ໃຫ້ບັນດາປະເທດໃນພາກພື້ນໄດ້ປະສົບຜົນສຳເລັດ”.
ນອກຈາກການຈັດຕັ້ງ, ຄວາມອົບອຸ່ນ ແລະ ຄວາມເປັນມືອາຊີບ ຂອງ ປະເທດເຈົ້າພາບແລ້ວ, ຍັງຕ້ອງກ່າວເຖິງ ຜົນງານ ການແຂ່ງ ຂັນ ເຊິ່ງເປັນໜຶ່ງໃນບັນດາປັດໄຈ ຕັດສິນ ຜົນສຳເລັດລວມ ຂອງ ງານມະຫາກຳຄັ້ງນີ້. ໂດຍກຳນົດ SEA Games ແມ່ນສະໜາມກິລາ ເພື່ອໃຫ້ບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຖືເປັນ ແປ້ນຢັນໃຫ້ການພັດທະນາກິລາ ທີ່ບັນລຸໝາກຜົນສູງ ແນໃສ່ ມຸ່ງ ສູ່ສະໜາມກິລາຂະໜາດໃຫຍ່ກວ່າອີກຄື ASIAD ແລະ ໂອລິມ ປິກ, ເພາະສະນັ້ນ ປະເທດ ເຈົ້າພາບ ຫວຽດນາມ ໄດ້ມີແຜນນະໂຍ ບາຍຈັດຕັ້ງ ງານມະຫະກໍາ ທີ່ມີຄວາມຍຸຕິທຳ, ພາວະວິໄສ ແລະ ເປັນມິດ ດ້ວຍການປ່ຽນໃໝ່ວຽກງານກຳມະການ, ໝູນໃຊ້ເຕັກໂນໂລຊີ ທັນສະໄໝຫຼາຍຢ່າງເພື່ອຕິດຕາມ ຜົນການແຂ່ງຂັນ, ໂດຍສະເພາະແມ່ນລົບລ້າງການແຂ່ງຂັນ ຕາມແບບແຜນເກົ່າ ນັ້ນແມ່ນ ຈຳເປັນຍາດຫຼຽນ ໃຫ້ໄດ້ ດ້ວຍວິທີໃຊ້ທ່າແຮງ ຂອງຕົນ ເພື່ອກໍາຈັດ ການແຂ່ງຂັນ ທີ່ເປັນທ່າແຮງ ຂອງປະເທດອື່ນ, ຍັງມີແຜນນະໂຍ ບາຍ ນຳລາຍການແຂ່ງຂັນ ທຸກລາຍການ ທີ່ມີ ຢູ່ໃນໂຄງການແຂ່ງ ຂັນກິລາ ໂອລິມປິກ ເພື່ອສ້າງການແຂ່ງຂັນທີ່ ມີຄວາມຍຸຕິທຳ, ສະ ເໝີພາບ ລະຫວ່າງບັນດາຄະນະ ກໍຄືເພື່ອຊຸກຍູ້ຜົນງານກິລາ ລວມ ໃນ ທົ່ວພາກພື້ນ ໃຫ້ສູງຂຶ້ນ.
ສາມາດເວົ້າໄດ້ວ່າ SEA Games 31 ເປັນການແຂ່ງຂັນ ທີ່ໜ້າປະ ທັບໃຈ ເມື່ອມີການແຂ່ງຂັນຫຼາຍຄັ້ງ ທີ່ເຕັມໄປດ້ວຍ ບັນດານັກ ກິ ລາລະດັບໂລກ. ຕົວຢ່າງ: ໃນ ຄານຄູ່, ນັກກິລາ ດິງເຟືອງ ແທງ ຂອງ ຫວຽດນາມ, ຜູ້ທີ່ຍາດໄດ້ ຫຼຽນທອງ ໃນ ASIAD 2014, ໄດ້ ເອົາຊະນະ ຜູ້ຊະນະເລີດໂລກປີ 2019 Carlos Yulo ຂອງ ຟີລິບ ປິນ ຢ່າງດີເລີດ ເພື່ອຄວ້າຫຼຽນຄໍາ. ນອກຈາກນັ້ນ, ສະຖິຕິ SEA Games ຫຼາຍລາຍການ ກໍຖືກທໍາລາຍ ເຊັ່ນ: Ernest John Obiena (ຟີລິບປິນ) ທຳລາຍສະຖິຕິ ເຕັ້ນ ສ້າວ, Puripol Boonson (ໄທ) ທຳລາຍສະຖິຕິແລ່ນ 200 ມ ຊາຍ, ຫງວຽນທິແອວງ (ຫວຽດນາມ) ທຳລາຍສະຖິຕິ ແລ່ນ 3.000 ມ ຜ່ານ ສິ່ງກີດຂວາງ. Quah Jing Wen (ສິງກະໂປ) ທຳລາຍ ສະຖິຕິ ລອຍ 200 ມ ຍິງ, ຟ້າມແທງ ບ໊າວ (ຫວຽດນາມ) ທຳລາຍ ສະຖິຕິ ລອຍກົບ 100 ມ ຍິງ, Teong Tzen Wei (ສິງກະໂປ) ທຳລາຍ ສະຖິຕິລອຍ ແມງກະເບື້ອ 50 ມ ຊາຍ, ເຈິ່ນຮຶງງວຽນ (ຫວຽດນາມ) ທຳລາຍສະຖິຕິ ລອຍປະສົມ 400 ມ ຊາຍ, ຫງວຽນຮຸຍຮວ່າງ (ຫວຽດນາມ) ທຳລາຍສະຖິຕິ ລອຍເສລີ 400 ມ, ຫຼໍ່ທິຮວ່າງ (ຫວຽດນາມ) ທຳລາຍສະຖິຕິ ຊັດ ຫອກ...
SEA Games 31 ໄດ້ສິ້ນສຸດລົງ, ແຕ່ຊື່ສຽງ ຂອງມັນຍັງຄົງຕົວ ຢູ່ຕະ ຫຼອດໄປ. ຍ້້ອນວ່າ ຜ່ານຜ່າບັນດາຜົນງານທີ່ໜ້າຊື່ນຊົມ ໃນດ້ານວິຊາສະເພາະ, ປະເທດເຈົ້າພາບ ຫວຽດນາມ ຍັງສ້າງຄວາມປະທັບໃຈອັນດີງາມໃນຈິດໃຈເພື່ອນມິດສາກົນ ກ່ຽວກັບປະເທດ ຫວຽດ ນາມ ທີ່ຮັກກິລາ, ຮັກແຂກແພງຄົນ, ໝັ້ນໃຈຕົນເອງ, ຂະຫຍັນຂັນ ເຄື່ອນ, ພັດທະນາ, ສາມາດຜ່ານຜ່າທຸກຄວາມຫຍຸ້ງຍາກ ເນື່ອງຈາກຜົນກະທົບ ຈາກການລະບາດຂອງ ໂຄວິດ-19 ເພື່ອຈັດ ງານມະຫາກຳກິລາ ທີ່ໃຫຍ່ທີ່ສຸດ ໃນພາກພື້ນ ຢ່າງສຳເລັດຜົນ ແລະ ປອດໄພ. ຜ່ານນັ້ນກໍສະແດງ ໃຫ້ເຫັນວ່າ ຫວຽດນາມ ພ້ອມທີ່ຈະ ຈັດ ຕັ້ງເຫດການສາກົນ ຫຼາຍເຫດການ ທີ່ໃຫຍ່ກວ່າ ຢ່າງສຳເລັດ ຜົນ, ພ້ອມທີ່ຈະເປີດປະຕູ ທັງໝົດ ເພື່ອຕ້ອນຮັບ ເພື່ອນມິດສາກົນ ກັບຄືນ ຫວຽດນາມ ຢ່າງປອດໄພ ຍ້ອນວຽກງານ ການສະກັດກັ້ນ ໂລກລະບາດ ຢ່າງມີປະສິດທິຜົນ.
- ບົດ: ເຕິດເຊີນ - ພາບ: VNP, VNA - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ